Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ກົດໝາຍທີ່ດິນ
ກມ

Date:
ກົດໝາຍທີ່ດິນ


 

ຄະນະກໍາມະການກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ທີ່ 3 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ່ 7

 

“ກົດໝາຍ​ກ່ຽວ​ກັບ​ທີ່​ດິນ ​ແລະ​ບັນດາ​ກົດໝາຍ​ກ່ຽວ​ພັນ​ເຖິງ​ການ​ຄຸ້ມ​ຄອງ​ນໍາ​ໃຊ້​ທີ່​ດິນ ມີ​ຊ່ອງ​ວ່າງ​ເຮັດ​ໃຫ້​ຄົນ​ທີ່​ມີ​ສິດ ອໍານາດ ມີ​ເງິນ ມີຄ່າ​ຈໍານວນ​ນຶ່ງນັ້ນ ສວຍ​ໂອກາດ ​ເອົາ​ດິນ​ຂອງ​ລັດ​ມາ​ເປັນ​ຂອງ​ຕົວ​ເອງ ນາຍບ້ານ​ກໍ​ມີ​ສິດ ​ເຈົ້າ​ເມືອງ​ກໍ​ມີ​ສິດ ​ເຈົ້າ​ແຂວງ ກໍ​ມີ​ສິດ ອົງການ​ຄຸ້ມ​ຄອງ​ທີ່​ດິນ​ກໍ​ມີ​ສິດ ​ແລະ​ບັນດາ​ກະຊວງ​ກໍ​ມີ​ສິດ ​ແລ້ວ​ແຕ່​ອັນ​ຜູ້​ຈ​ະ ​ເຮັດ​ຂໍ້​ຕົກລົງ​ມອບ​ບາດ​ດຽວ​ໂລດ ​ແລ້ວ​ຈຶ່ງ​ໄປ​ແລ່ນ​ເຈັ້ຍ​ສໍ​ຕາມຫຼັງ​ເອົາ​ເດີ​ວ່າ​ຊັ້ນ”

ສະມາຊິກ​ສະພາ​ແຫ່ງ​ຊາດ​ລາວ​ ຍັງ​ບອກ​ດ້ວຍ​ວ່າ ການ​ຮຽກຮ້ອງ​ຂໍ​ຄວາມຊ່ວຍ​ເຫຼື​ອ ຂອງ​ປະຊາຊົນ​ລາວ​ດັ່ງກ່າວ​ໄດ້​ເພີ່ມ​ຂຶ້ນ​ໄປ​ທຸກ​ປີ​ ​ໂດຍ​ໃນ​ປີ 2011 ທີ່​ຜ່ານ​ມາ ກໍປາກົດ​ວ່າ​ມີ​ຢູ່​ຫຼາຍ​ກວ່າ 400 ກໍລະນີ ທີ່​ປະຊາຊົນ​ລາວ​ໄດ້​ສະ​ແດງ​ການ​ຮຽກຮ້ອງ​ ​ໂດຍ​ກົງ​ມາ​ເຖິງ​ຫ້ອງການ​ສະພາ​ແຫ່​ງຊາດ​ລາວ ​ແລະການ​ຮຽກຮ້ອງ​ດັ່ງກ່າວ​ກໍ​ຍັງ ລວມ​ເຖິງ​ການ​ຂໍ​ໃຫ້​ມີ​ການ​ແກ້​ໄຂ​ບັນຫາ​ຕ່າງໆ​ທີ່​ເກີດ​ຂຶ້ນ​​ໃນ​ວົງ​ການ​ລັດຖະບານລາວ ນັ້ນ​ດ້ວຍ.

ນອກ​ຈາກ​ນັ້ນ ປະຊາຊົນ​ທີ່​ໄດ້​ສະ​ແດງ​ການ​ຮຽກຮ້ອງ​ເຖິງ​ສະ​ພາ​ແຫ່ງ​ຊາດ​ລາວ​ເຫຼົ່ານີ້ ກໍ​ຍັງ​ໄດ້​ຮຽກຮ້ອງ​ໃຫ້​ຄະນະ​ລັດຖະບານ​ລາວ​ດໍາ​ເນີນ​ການ​ບໍລິຫານ​ປະ​ເທດ​ຢ່າງ​ໂປ່​ງ​ໃສ ​ເຊັ່ນ​ມີ​ການ​ນໍາ​ໃຊ້​ງົບປະມານ​ຢ່າງ​ມີ​ປະສິດທິ​ຜົນ ຫຼື​ບໍ່​ມີ​ການ​ຮົ່ວ​ໄຫຼ​ຂອງ​ງົບປະມານ ມີ​ການ​ສຶກສາ ​ແລະ​ປ້ອງ​ກັນ​ບັນຫາ​ຜົນ​ກະທົບ​ຕໍ່​ສັງຄົມ ​ແລະ​ສິ່ງ​ແວດລ້ອມ​ທໍາ​ມະ​ຊາດ​ຢ່າງ​ຄັກ​ແນ່ ກ່ອນ​ທີ່​ຈະ​ຕັດສິນ​ໃຈ​ອະນຸມັດ​ໂຄງການ​ລົງທຶນ​ຈາກຕ່າງປະ​ເທດ​ໃນ​ລາວ ​ແລະ​ຄວບ​ຄຸມ​ກວດກາ​ການ​ນໍາ​ໃຊ້​ຊັບສິນ​ຂອງ​ລັດຖະບານ​ ໃຫ້ຖືກຕ້ອງ​ຕາມ​ກົດໝາຍ​ຢ່າງ​ເຂັ້ມ​ງວດ.



__________________
Anonymous

Date:

ກົດໝາຍຂຽນຂຶ້ນມາເພື່ອຮັບໃຊ້ຊົນຊັ້ນປົກຄອງກໍ່ຕ້ອງມີຊ່ອງວ່າງແດ່ ເມື່ອໄດ້ດີມີເງິນທຸກຄົນແລ້ວຈຶ່ງດັດແປງ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard