Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ປະຊາຊົນເຊື່ອ ເຈົ້າທີ່ບໍ່ອະນຸຍາດໃຫ້ເອົາຕົ້ນມະນີໂຄດອອກ
Anonymous

Date:
ປະຊາຊົນເຊື່ອ ເຈົ້າທີ່ບໍ່ອະນຸຍາດໃຫ້ເອົາຕົ້ນມະນີໂຄດອອກ


ຂ່າວ: ໂພ­ທິ​ຣາ​ຊ

   ພາ­ລະ­ກິດ​ການ​ນຳ​ຕົ້ນ​ມະນີ​ໂຄດ​ທີ່​ເຊື່ອ​ວ່າ​ເປັນ​ຕົ້ມ​ໄມ້​ສັກສິດ​ຫລາຍ​ພັນ​ປີ​ຂຶ້ນ​ຮັກ­ສາ​ຂອງເຈົ້າ​ຫນ້າ­ທີ່​ທ່າມ­ກາງ​ປະ­ຊາ­ຊົນຫລາຍ​ກວ່າ 10 ພັນ​ຄົນ​ແຫ່​ເປັນກຳ­ລັງ​ໃຈ​ຍັງ​ບໍ່​ສຳ­ເລັດ, ຄະ­ນະ ຮັບ­ຜິດ­ຊອບ​ຊີ້​ສະ­ພາບ​ອາ­ກາດບໍ່​ອຳ­ນວຍ​ທັງ​ມີ​ຄວາມ​ສ່ຽງ​ສູງ ຈິ່ງ​ເລື່ອນ​ພາ­ລະ­ກິດ​ໄປ​ແລ້ງ​ປີຫນ້າ ແຕ່​ປະ­ຊາ­ຊົນ​ບາງ​ຄົນ​ເຊື່ອ​ເຈົ້າ​ທີ່​ບໍ່​ມີ​ຕົວ​ຕົນ​ຍັງ​ບໍ່​ອະ­ນຸ­ຍາດ.

   ເລີ່ມ​ແຕ່​ເວ­ລາ​ປະ­ມານ 6:00 ໂມງ ຂອງ​ວັນ​ທີ 19 ມິ­ຖຸ­ນາ 2012 ເຮືອ­ບິນ 2 ລຳຂອງ​ຄະ­ນະ​ກຳ­ມະ­ການ​ກອບ​ກູ້ຕົ້ນ­ໄມ້​ມະ­ນີ​ໂຄດ​ໄດ້​ເລີ່ມ​ອອກຈາກ​ສະ­ຫນາມ​ບິນ​ເມືອງ​ປາກ​ເຊ ແຂວງ​ຈຳ­ປາ​ສັກ ມຸ່ງ​ຫນ້າ​ໄປເມືອງ​ໂຂງ ເພື່ອ​ປະ­ຕິ­ບັດ​ພາ­ລະກິດ, ໃຊ້​ເວ­ລາ 40 ນາ­ທີ​ກໍ່​ເຖິງ ຈຸດ­ຫມາຍໂດຍ​ໄດ້​ຮັບ​ການ​ຕ້ອນ ຮັບ ແລະ ຂວັນ​ກຳ­ລັງ​ໃຈ​ຈາກ​ອຳນາດ​ການ​ປົກ­ຄອງ​ເມືອງ, ບ້ານ ແລະ ພໍ່​ແມ່​ປະ­ຊາ­ຊົນ​ຈຳ­ນວນຫລາຍ 10 ພັນ​ຄົນ ແຕ່​ກ່ອນ​ຈະນຳ​ເຮືອ­ບິນ ແລະ ຜູ້​ສະ­ຫມັກ​ລົງສູ່​ຈຸດ­ຫມາຍ ທາງ​ຄະ­ນະ​ກຳມະ​ການ ແລະ ອຳ­ນາດ​ການ​ປົກຄອງ​ເມືອງ​ໂຂງ​ກໍ່​ເຂົ້າ​ສູ່​ພິ­ທີ­ກຳທາງ​ສາ­ສະ­ຫນາ ແລະ ຮີດ­ຄອງປະ­ເພ­ນີ​ກ່ອນ​ເຂົ້າ​ສູ່​ການ​ປະ­ຕິ ບັດ​ງານ​ຕົວ​ຈິງ, ເຊິ່ງ​ເຮືອ­ບິນ​ແຮ ລີ​ຄອບ​ເຕີ​ລຳ​ໃຫຍ່​ຮຸ່ນໃບ​ພັດ 2 ຊັ້ນ​ໄດ້​ບິນ​ອອກ​ສູ່​ກາງ​ນ້ຳ​ເພື່ອນຳ​ເຈົ້າ​ຫນ້າ­ທີ່​ລົງ​ສູ່​ຈຸດ­ຫມາຍ ແຕ່​ກໍ່​ບໍ່​ສາ­ມາດ​ຢ່ອນ​ຕົວ​ລົງ­ພື້ນໄດ້, ຈິ່ງ​ຈຳ­ເປັນ​ຕ້ອງ​ນຳ​ເຮືອ­ບິນກັບ​ຄືນ ເພື່ອ​ເຂົ້າ​ມາ​ປຶກ­ສາ​ຫາ­ລື ແລະ ຊອກ​ວິ­ທີ​ທາງ​ໃຫມ່.

   ຈົນ​ຮອດ​ເວ­ລາ​ປະ­ມານ    13: 00 ໂມງ​ທາງ​ຄະ­ນະ​ກຳ​ມະການ ແລະ ເຈົ້າ​ຫນ້າ­ທີ່​ກ່ຽວ­ຂ້ອງຈິ່ງ​ໄດ້​ຕັດ­ສິນ​ໃຈ​ນຳ​ຍົນ​ບິນ​ສູ່​ຈຸດດັ່ງ­ກ່າວ​ອີກ​ຄັ້ງ​ໃຫມ່ ແລະ ສາມາດ​ຢ່ອນ​ຕົວ​ເຈົ້າ​ຫນ້າ­ທີ່ 2 ສະຫາຍ​ລົງ​ສູ່​ພື້ນ​ຈຸດ​ທີ່​ຕົ້ນ­ໄມ້​ມະ­ນີ ໂຄດ​ລົ້ມ​ຢູ່ ເຊິ່ງ​ຕາມ​ສັງ­ເກດ​ເບິ່ງຜູ້​ກ້າ­ຫານ​ທັງ​ສອງ​ສະ­ຫາຍ​ເຫັນວ່າ​ໄດ້​ມີ​ຄວາມ​ພະ­ຍາ­ຍາມ​ຕີ​ລາຕົ້ນ­ໄມ້​ມະ​ນິ­ໂຄດ​ທີ່​ລົ້ມ​ຈົມ​ລົງ​ນ້ຳເຫລືອ​ໄວ້​ໃຫ້​ເຫັນ​ພຽງ​ແຕ່​ເຫງົ້າເທົ່າ​ນັ້ນ ກ່ອນ​ຈະ​ໄດ້​ຮັບ​ຄຳ​ສັ່ງໃຫ້​ມັດ​ໄວ້​ເທົ່າ​ນັ້ນ, ທ່າມ­ກາງຄວາມ​ຜິດ​ຫວັງ​ຂອງ​ປະ­ຊາ­ຊົນ​ທີ່ຢາກ​ເຫັນ​ຕົ້ນ­ໄມ້​ມະ­ນີ​ໂຄດ​ຕ່າງກໍ່​ໃຫ້​ກຳ­ລັງ​ໃຈ ແລະ ພາ­ວະ­ນາ​ໃຫ້​ເຈົ້າ​ໜ້າ­ທີ່​ປະ­ຕິ­ບັດ​ງານ​ຢ່າງປອດ​ໄພ.

   ທ່ານ ຄຳ​ສູ້ ຈັນ­ທະ​ວິ­ລາດ ຕາງ­ຫນ້າ​ຄະ­ນະ​ກຳ­ມະ­ການ​ເກັບກູ້​ຕົ້ນ​ມະ­ນີ​ໂຄດ​ໃນ​ຄັ້ງ​ນີ້​ໄດ້​ເປີດເຜີຍ​ຕໍ່​ທີມ​ຂ່າວ​ຂອງ​ຫນັງ­ສື­ພິມເສດ­ຖະ­ກິດ-ສັງ­ຄົມ​ວ່າ: ຜ່ານການ​ສະ­ເຫນີ​ຂອງ​ປະ­ຊາ­ຊົນ ແລະ ອຳ­ນາດ​ການ​ປົກ­ຄອງ​ທ້ອງຖິ່ນ ແລະ ດ້ວຍ​ຄວາມ​ເຫັນ​ດີຈາກ​ຄະ­ນະ​ພັກ​ແຂວງ ແລະ ໄດ້ຮັບ​ອະ­ນຸ­ຍາດ​ຈາກ​ລັດ­ຖະ­ບານ, ໃນ​ການ​ກອບ​ກູ້​ຕົ້ນ­ໄມ້​ມະ­ນີ​ໂຄດຂຶ້ນ​ຈາກ​ນ້ຳ​ທີ່​ລົ້ມ​ໄປ​ ເມື່ອ​ວັນ​ທີ 9 ມີ­ນາ 2012 ຜ່ານ​ມາ​ທີ່​ນ້ຳ­ຕົກຕາດ​ຄອນ​ພະ​ເພັງ ເພື່ອ​ນຳ​ຂຶ້ນມາ​ຮັກ­ສາ​ໄວ້​ຢູ່​ສະ­ຖານ­ທີ່​ປອດໄພ, ດັ່ງ­ນັ້ນ; ມາ​ໃນ​ວັນ​ທີ 19 ມິ­ຖຸ­ນາ 2012 ຈິ່ງ​ໄດ້​ລົງ­ມື​ປະ­ຕິບັດ​ຕົວ​ຈິງ ແຕ່​ຈາກ​ການ​ປະ­ຕິບັດ​ງານ​ຂອງ​ເຈົ້າ​ຫນ້າ­ທີ່​ກອງທັບ​ກໍ່​ບໍ່​​ສາ­ມາດ​ນຳ​ຕົ້ນ­ໄມ້​ດັ່ງກ່າວ​ຂຶ້ນ​ມາ​ໄດ້.

   ທ່ານ ຄຳ​ສູ້ ຈັນ­ທະ​ວິ­ລາດ ກ່າວ​ຕື່ມ​ວ່າ: ສາ­ເຫດ​ທີ່​ບໍ່​ສາ­ມາດນ້ຳ​ຕົ້ນ​ມະ­ນີ​ໂຄດ​ຂຶ້ນ​ມາ​ໄດ້ ເນື່ອງຈາ​ກວ່າ​ຈຸດ​ດັ່ງ­ກ່າວ​ມີ​ກະ­ແສ­ນ້ຳທີ່​ໄຫລ​ແຮງ ພ້ອມ​ມີ​ຫມອກ​ຫນາເຮັດ​ໃຫ້​ຍົນ​ບໍ່​ສາ­ມາດ​ບິນ​ລົງ​ຕ່ຳໄດ້ ລວມ​ທັງ​ການ​ສັງ­ເກດ​ຕີ​ລາຄາ​ຂະ­ຫນາດ​ຄວາມ​ໃຫຍ່, ຍາວ ແລະ ນ້ຳ­ຫນັກ​ຂອງ​ຕົ້ນ­ໄມ້​ມະນີ​ໂຄດ ດັ່ງ­ນັ້ນ, ຈິ່ງ​ມີ​ຄວາມສ່ຽງ​ສູງ​ທີ່​ຈະ​ດຶງ​ຂຶ້ນ​ຈຳ​ຕ້ອງ​ໄດ້ມັດ​ໄວ້​ກ່ອນ​ຮອດ​ລະ­ດູ­ແລ້ງ​ປະມານ​ເດືອນ​ກຸມ­ພາ​ຫາ ເດືອນ​ມີນາ 2013 ຈິ່ງ​ຈັດ​ຕັ້ງ​ປະ­ຕິ­ບັດພາ­ລະ­ກິດ​ຄັ້ງ​ໃຫມ່.

   ສ່ວນ​ທ່ານ ພັອ ພັນ­ທະ​ມິດ ວໍ­ລະ​ວຸດ ຫົວ­ຫນ້າ​ກົມ​ທະ­ຫານ ອາ­ກາດ​ກະ­ຊວງ​ປ້ອງ​ກັນ​ປະເທດ​ກ່າວ​ວ່າ: ຜ່ານ​ການ​ປະ­ຕິ­ບັດຕົວ​ຈິງ​ໃນ​ການ​ກອບ​ກູ້​ຕົ້ນ­ໄມ້​ມະນີ​ໂຄດ​ໃນ​ເທື່ອ​ນີ້​ເຫັນ​ວ່າ​ມີ​ຄວາມຫຍຸ້ງ­ຍາກ​ໃນ​ເບື້ອງ​ຕົ້ນ, ເນື່ອງຈາກ​ສະ­ພາບ​ອາ­ກາດ​ບໍ່​ອຳ­ນວຍເຮັດ​ໃຫ້­ການ​ປະ­ຕິ­ບັດ​ວຽກ​ບໍ່​ໄດ້​ຕາມ​ຄາດ­ຫມາຍ.

   ຢ່າງ­ໃດ​ກໍ່​ຕາມ​ ຍ້ອນ​ຄວາມພະ­ຍາ­ຍາມ ແລະ ຄວາມ​ເອົາ­ໃຈໃສ່​ຂອງ​ທຸກ​ພາກ­ສ່ວນ​ທີ່​ໄດ້​ປຶກສາ​ຫາ­ລື​ຮ່ວມ​ກັນ ແລະ ຕັດ­ສິນໃຈ​ປະ­ຕິ­ບັດ​ພາ­ລະ­ກິດ​ອອກ​ຄັ້ງ​ໃຫມ່​ຈົນ​ສຳ­ເລັດ​ໃນ​ລະ­ດັບ​ຫນຶ່ງ ເຖິງ​ວ່າ​ຈະ​ບໍ່​ສາ­ມາດ​ນຳ​ຕົ້ນ­ໄມ້ມະ­ນີ​ໂຄດ​ຂື້ນ​ມາ​ໄດ້ ແຕ່​ກໍ່​ໄດ້​ມັດ​ໄວ້​ເປັນ​ຢ່າງ​ດີ​ມີ​ຄວາມ​ປອດ​ໄພ.

   ທ່ານ​ກ່າວ​ຕື່ມ​ວ່າ: ຕາມ​ການລາຍ​ງານ​ຂອງ​ອ້າຍ​ນ້ອງ​ທີ່​ລົງໄປ​ປະ­ຕິ­ບັດ​ງານ​ໃຫ້​ຮູ້​ວ່າ: ຕົ້ນ­ໄມ້ມະ­ນີ​ໂຄດ​ຄາດ​ວ່າ​ອາດ​ມີ​ຄວາມຍາວ​ປະ­ມານ 20 ແມັດ, ຄວາມໃຫຍ່​ຂອງ​ລຳ​ໄມ້ 2 ແມັດ​ກວ່າ ແລະ ຫນັກ​ປະ­ມານ​ເກືອບ 3  ໂຕນ, ເຊິ່ງ​ນ້ຳ­ຫນັກ​ດັ່ງ­ກ່າວ​ຄິດວ່າ​ຍົນ​ລຳ​ນີ້​ສາ­ມາດ​ດຶງ​ຂຶ້ນ​ມາໄດ້​ໃນ​ລະ­ດູ­ແລ້ງ.

   ສ່ວນ​ທາງ​ດ້ານ​ຂອງ​ຜູ້​ກ້າ ຫານ​ທັງ​ສອງ​ສະ­ຫາຍ​ຄື: ສະຫາຍ ເລ​ວັນ ບົວ​ລາ​ວັນ ແລະ ສະຫາຍ ລຳ​ພັນ ລື​ລຳ​ເພັດ ເຈົ້າ​ຫນ້າທີ່​ຈາກ​ກະ­ຊວງ​ປ້ອງ​ກັນ​ປະ­ເທດປະ­ຈຳ​ກອງ­ທັບ 233 ໄດ້​ກາຍເປັນ​ຂັວນ​ໃຈ​ຂອງ​ປະ­ຊາ­ຊົນ​ທີ່ເປັນ​ຜູ້​ມີ​ຄວາມ​ກ້າ­ຫານ ແລະ ເປັນ​ຄົນ​ທຳ​ອິດ​ທີ່​ໄດ້​ເຂົ້າ​ໄປ​ໃກ້ຕົ້ນ­ໄມ້​ມະ­ນີ​ໂຄດ​ກ່ອນ​ຄົນ​ອື່ນໆໃນ​ທົ່ວ​ປະ­ເທດ.

   ການ​ປະ­ຕິ­ບັດ​ພາ­ລະ­ກິດ​ໃນເທື່ອ​ນີ້​ເຖິງ​ຈະ​ບໍ່​ສຳ­ເລັດ​ຕາມ​ເປົ້າຫມາຍ​ທີ່​ປະ­ຊາ­ຊົນ​ຄອງ​ຄອຍ​ກໍ່ຕາມ ແຕ່​ກໍ່​ຫນ້າ​ຍົກ­ຍ້ອງ​ໃນຄວາມ​ກ້າ­ຫານ​ຂອງ​ເຈົ້າ​ຫນ້າທຸກ​ທ່ານ​ຈົນ​ສາ­ມາດ​ນຳ​ຕົນ​ກັບຄືນ​ມາ​ຝັ່ງ​ໄດ້​ຢ່າງ​ປອດ​ໄພ ຂະນະ​ທີ່​ປະ­ຊາ­ຊົນ​ຫລາຍ​ຄົນ​ເຊື່ອຕາມ​ການ​ທ້ວງ​ຂອງ​ຫລັກ​ບ້ານ​ທີ່​ປະ­ຊາ­ຊົນ​ເຂດ​ດັ່ງ­ກ່າວ​ໃຫ້­ການ ເຊື່ອ​ຖື​ວ່າ​ຍ້ອນ​ສິ່ງ​ສັກ­ສິດ​ທີ່​ຄຸ້ມຄອງ​ຍັງ​ບໍ່​ທັນ​ອະ­ນຸ­ຍາດ​ໃຫ້​ນຳ ຕົ້ນ​ມະ­ນີ​ໂຄດ​ທີ່​ເປັນ​ມິ່ງ­ຂວັນຫລາຍ​ພັນ​ປີ​ຂຶ້ນ​ຈາກ​ເຂດ​ດັ່ງ ກ່າວ​ເທື່ອ (ນີ້​ກໍ່​ເປັນ​ພຽງ​ຄວາມເຊື່ອ​ສ່ວນ​ບຸກ­ຄົນ).

   ຕົ້ນ­ໄມ້​ມະ­ນີ​ໂຄດ​ຕາມ​ການບອກ­ເລົ່າ​ຕໍ່​ກັນ​ມາ​ຂອງ​ເຖົ້າ​ແກ່ຫລາຍ­ເຊັ່ນ­ຄົນ​ວ່າ​ເກີດ​ມາ​ໄດ້ຫລາຍ​ພັນ​ປີ​ແລ້ວ ພ້ອມ​ເປັນ­ຕົ້ນໄມ້​ທີ່​ສັກ­ສິດ​ເປັນ​ມິ່ງ​ບ້ານ​ຂວັນ ເມືອງ​ຂອງ​ຊາວ​ລາວ ກໍ່​ຄື​ຊາວ ເມືອງ​ໂຂງ ແຕ່​ມາ​ເຖິງ​ປະ­ຈຸ​ບັນ ນີ້​ກໍ່​ຍັງ​ບໍ່​ມີ​ນັກ­ວິ­ທະ­ຍາ­ສາດ​ຄົນໃດ​ຢັ້ງ­ຢືນ​ໄດ້​ເຖິງ​ອາ­ຍຸ ແລະ ຄວາມ​ຊັດ​ເຈນ​ຂອງ​ຕົ້ນ­ໄມ້​ດັ່ງກ່າວ​ເທື່ອ.

 



__________________
Anonymous

Date:
RE: ປະຊາຊົນເຊື່ອ ເຈົ້າທີ່ບໍ່ອະນຸຍາດໃຫ້ເອົາຕົ້ນມະນີໂຄດອອກ


ມີຮູບທີ່ເພິ່ນຖ່າຍໄກ້ໆບໍ ຂໍເບິ່ງແດ່?

__________________
Anonymous

Date:

ຊ່ວຍເປັນແຮງໃຈ ຜູ້ສ່ຽງລົງເອົາຕົ້ນໄມ້ມະນີໂຄດ ຂຶ້ນຮັກສາ



__________________
Anonymous

Date:

ຂໍສະແດງ ຄວາມຊົມເຊີຍ ເຖິງ ທ່ານ ສະຫາຍ ເລ​ວັນ ບົວ​ລາ​ວັນ ແລະ ສະຫາຍ ລຳ​ພັນ ລື​ລຳ​ເພັດ ເຈົ້າ​ຫນ້າທີ່​ຈາກ​ກະ­ຊວງ​ປ້ອງ​ກັນ​ປະ­ເທດປະ­ຈຳ​ກອງ­ທັບ 233 ທີ່ມີຄວາມກ້າຫານ....ຂໍໃຫ້ໄດ້ເລື້ອນຊັ້ນ, ຕຳແຫນ່ງ ໄວ ໄວ... ເປັນກຳລັງໃຈໃຫ້.



__________________
Anonymous

Date:

Anonymous wrote:

ຊ່ວຍເປັນແຮງໃຈ ຜູ້ສ່ຽງລົງເອົາຕົ້ນໄມ້ມະນີໂຄດ ຂຶ້ນຮັກສາ


 ມັນຢືນຢູ່ຫັ້ນມາ 200-300 ຮ້ອຍປີແລ້ວ ແລະຢູ່ເທິງຫີນ ນໍ້າພັດແຮງອີກ ມັນກໍ່ໂຫງຍ ຊັ້ນຕົວະ ກົດເກນທຳມະຊາດນະ ! ຢ່າພາກັນຈ້າຫລາຍ ! ລືມແລ້ວບໍ່ພະພຸດທະເຈົ້າເພິ່ນສອນ ທຸກຊັພະສິ່ງໃນໂລກນີ້ ມີ ເກີດ ແກ່ ເຈັບ ຕາຍ ! ພາກັນບ້ານຳເລກນຳເບີແລ້ວ ລືມຄຳສອນເພິ່ນໝົດ !



__________________
Anonymous

Date:

Anonymous wrote:
Anonymous wrote:

ຊ່ວຍເປັນແຮງໃຈ ຜູ້ສ່ຽງລົງເອົາຕົ້ນໄມ້ມະນີໂຄດ ຂຶ້ນຮັກສາ


 ມັນຢືນຢູ່ຫັ້ນມາ 200-300 ຮ້ອຍປີແລ້ວ ແລະຢູ່ເທິງຫີນ ນໍ້າພັດແຮງອີກ ມັນກໍ່ໂຫງຍ ຊັ້ນຕົວະ ກົດເກນທຳມະຊາດນະ ! ຢ່າພາກັນຈ້າຫລາຍ ! ລືມແລ້ວບໍ່ພະພຸດທະເຈົ້າເພິ່ນສອນ ທຸກຊັພະສິ່ງໃນໂລກນີ້ ມີ ເກີດ ແກ່ ເຈັບ ຕາຍ ! ພາກັນບ້ານຳເລກນຳເບີແລ້ວ ລືມຄຳສອນເພິ່ນໝົດ !


 ດີບໍ່ດີ ແມ່ນມາເຟຍໃຫຍ່ຂອງແຂວງຈຳປາສັກ ພາປະຊາຊົນງົມງວາຍເອງ ຊໍ້າບໍ່ຈັກ !?!?!nonono ມີອິດທິພົນ ມີອຳນາດບາດໃຫຍ່ ກະລຸນາໃຊ້ໄປໃຫ້ມັນຖືກຕ້ອງ ແລະເປັນປະໂຫຍດແກ່ຊາດແກ່ປະຊາຊົນແທ້ໆແດ່ເດີ້ ທ່ານເອີຍ ! ລືມລະບໍ່ ເຄີຍດ່າ ບຸນອູ້ມ ຈົນມຸ່ນອຸ້ຍປຸ້ຍໄວ້ແນວໃດແດ່ ???nononoconfuse



__________________
Anonymous

Date:

ບັກບຸນອູ້ມມັນພາຝລັ່ງມາເອົາແຕ່ກ່ອນ75ແມ່ນບໍ



__________________
ລາວ ເຂົ້າໜຽວ

Date:

noຕົ້ນໄມ້ນີ້ ແມ່ນບໍ່ມີ worship.gifອິກແລ້ວ ທີ່ຈະໄດ້ເຫັນconfuse...ເພາະເປັນຕົ້ນໄມ້ evileyeຕົ້ນດຽວໃນໂລກevileye...
ພາຍໃນໄລຍະ ຫລາຍໆປີ ຜ່ານມານີ້>
above.gif<ຄົນລາວbelow.gifເສຍbelow.gifຂອງ pray.gifມິ່ງບ້ານnumber1.gifຂັວນເມືອງnana.gifໄປແລ້ວ 3 ຢ່າງ:crash.gifthumbsdown.giftears.giftears.giftears.gifthumbsdown.gifnana.gif
*1.ພະບາງ     confuse?sun.gif
*2.ອັນຍະມະນີ confuse?worship.gif
*3.ກົກໄມ້ ມະນີໂຄດ. ພສ ໒໕໕໕confuse
ມັນແມ່ນກົດເກນ ທໍາມະຊາດ smile...
worship.gif
ຫລື ແນວໃດ ກັນແທ້ ? worry.gifworship.gif



__________________
Anonymous

Date:

ເຈົ້າບຸນອູ້ມມັກຫຼິ້ນເຄື່ອງແຄ້ວຂອງຄົົງ ແຕ່ບໍ່ເຄີຍໄດ້ຍິນວ່າເພິ່ນເຄີຍເອົາຄົນຕ່າງດ້າວທ້າວຕ່າງແດນໄປຂຸດກົ່ນເອົາຕົ້ນໄມ້ມະນີໂຄຕຈັກເທື່ອ.

__________________
Anonymous

Date:

ກົກຊີ້ຕາຍ♥ປາຍຊີ້ເປັນ ນໍ້າຕົກຕາດ,ລ່ອງແກ້ງ ລີ່ຜີ ທີ ຄອນພະເພັງ

ລາວ ເຂົ້າໜຽວ wrote:

noຕົ້ນໄມ້ນີ້ ແມ່ນບໍ່ມີ worship.gifອິກແລ້ວ ທີ່ຈະໄດ້ເຫັນconfuse...ເພາະເປັນຕົ້ນໄມ້ evileyeຕົ້ນດຽວໃນໂລກevileye...
ພາຍໃນໄລຍະ ຫລາຍໆປີ ຜ່ານມານີ້>
above.gif<ຄົນລາວbelow.gifເສຍbelow.gifຂອງ pray.gifມິ່ງບ້ານnumber1.gifຂັວນເມືອງnana.gifໄປແລ້ວ 3 ຢ່າງ:crash.gifthumbsdown.giftears.giftears.giftears.gifthumbsdown.gifnana.gif
*1.ພະບາງ     confuse?sun.gif
*2.ອັນຍະມະນີ confuse?worship.gif
*3.ກົກໄມ້ ມະນີໂຄດ. ພສ ໒໕໕໕confuse
ມັນແມ່ນກົດເກນ ທໍາມະຊາດ smile...
worship.gif
ຫລື ແນວໃດ ກັນແທ້ ? worry.gifworship.gif


 



__________________
Anonymous

Date:

JUST A TREE. GO AND BUY A DVD, CALLED THE PLANET EARTH BY BBC, THEY EXPLAIN NEARLY EVERYTHING IN THIS PLANET, FROM TREES TO FOREST TO OCEAN, SEA, DESERTS, ANIMALS, INSECTS IN SCIENCES WAY. NOT BACKWARDS ALL WAYS NOT PRIMITIF BUT BASED ON FACTS.



__________________
Anonymous

Date:

Anonymous wrote:

JUST A TREE. GO AND BUY A DVD, CALLED THE PLANET EARTH BY BBC, THEY EXPLAIN NEARLY EVERYTHING IN THIS PLANET, FROM TREES TO FOREST TO OCEAN, SEA, DESERTS, ANIMALS, INSECTS IN SCIENCES WAY. NOT BACKWARDS ALL WAYS NOT PRIMITIF BUT BASED ON FACTS.


 worship.gifnonoNOnononoTHE PLANET EARTHteevee.gifBBCdisbeliefdisbeliefNOdisbeliefdisbeliefdisbeliefdisbeliefdisbelief



__________________
Anonymous

Date:

biggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrin



__________________
Anonymous

Date:

https://lh5.googleusercontent.com/-2vXMbuE8djM/T-Pbf7MS-JI/AAAAAAAAANo/vsjdRE8CsLs/w720-h474-k/2012-06-21



__________________
Anonymous

Date:

https://www.youtube.com/watch?v=-fOhoTA08UU&feature=plcp


ບໍສຳເລັດ ຊ່ວງນີ ນ້ຳມັນຫຼາຍ,ຄົນ ລົງໄປ ກາ ຢູ່ດົນບໍໄດ້...ຫາຍໃຈ ບໍສະດວກ...ລົງຮອດ ບ່ອນນັ້ນລະ...ແລະ ເພິ່ນໄດ້ ເອົາເຊືອກ ມັດຈ່ອງໄວ້ ແລ້ວລະ,,ເພື່ອບໍ່ໃຫ້ ນໍ້າຂອງ ພັລໜີ, ເພິ່ນຄາດວ່າ ຊີໄປດຶງຂຶ້ນ ໃໝ ລະດູ ແລ້ງ ປີໜ້າ 2013/06?ສັງ­ເກດ ຕີລາຄາ ຂະ­ຫນາດ ຄວາມໃຫຍ່, ຍາວ ແລະ ນ້ຳ­ຫນັກ ຂອງ ຕົ້ນ­ໄມ້ ມະນີໂຄດ ດັ່ງ­ນັ້ນ, ຈິ່ງມີຄວາມ ສ່ຽງສູງ ທີ່ຈະດຶງ ຂຶ້ນ...ຈຳຕ້ອງ ໄດ້ມັດໄວ້ກ່ອນ ຮອດລະ­ດູ­ແລ້ງ ປະມານ ເດືອນກຸມ­ພາ ຫາ ເດືອນມີນາ ຫາ ມິຖຸນາ ລະດູ ແລ້ງ 2013


 worship.gifnoNO!ຫາຍໃຈ ບໍສະດວກ..ຢູ່ດົນບໍໄດ້noteevee.gifNOdisbeliefບໍສຳເລັດnoຊ່ວງນີ້ມີນ້ຳມັນຫຼາຍໂພດdisbeliefdisbeliefno


 



__________________
Anonymous

Date:

[video=video=https://www.youtube.com/watch?v=ccM58JL3Nns&feature=player_embedded]

 https://www.youtube.com/watch?v=-fOhoTA08UU&feature=relmfu https://www.youtube.com/watch?v=Em7bnnhGC6g&feature=related  https://www.youtube.com/watch?NR=1&feature=endscreen&v=ccM58JL3Nns ໒໐໑໒/໐໖? ບໍສຳເລັດ ຊ່ວງນີ ນ້ຳມັນຫຼາຍ,ຄົນ ລົງໄປ ກາຢູ່ດົນບໍໄດ້



__________________
Anonymous

Date:

Anonymous wrote:

[video=video=https://www.youtube.com/watch?v=ccM58JL3Nns&feature=player_embedded]

 ບໍສຳເລັດ ຊ່ວງນີ ນ້ຳມັນຫຼາຍ,ຄົນ ລົງໄປ ກາຢູ່ດົນບໍໄດ້nononononononononononononononononononononono ໒໐໑໒/໐໖? ບໍສຳເລັດ ຊ່ວງນີ ນ້ຳມັນຫຼາຍ,ຄົນ ລົງໄປ ກາຢູ່ດົນບໍໄດ້


 



__________________
Anonymous

Date:

Anonymous wrote:

biggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrin


 



__________________
Anonymous

Date:

Anonymous wrote:
  
photo.php?fbid=3997970554925&set=a.3994990200418.165092.1450836685&type=3&theater    
Anonymous wrote:

biggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrin


 


 



__________________
Anonymous

Date:

ກ່ອນຊິໄປ ເພິ່ນບໍ່ໄດ້ລົງທັມຖາມກ່ອນຫວາຊັ້ນ?

__________________
Anonymous

Date:

ສັງ­ເກດ ຕີລາຄາ ຂະ­ຫນາດ ຄວາມໃຫຍ່, ຍາວ ແລະ ນ້ຳ­ຫນັກ ຂອງ ຕົ້ນ­ໄມ້ ມະນີໂຄດ ດັ່ງ­ນັ້ນ, ຈິ່ງມີຄວາມ ສ່ຽງສູງ ທີ່ຈະດຶງ ຂຶ້ນ...ຈຳຕ້ອງ ໄດ້ມັດໄວ້ກ່ອນ ຮອດລະ­ດູ­ແລ້ງ ປະມານ ເດືອນກຸມ­ພາ ຫາ ເດືອນມີຖຸນາ 2013 https://www.facebook.com/photo.php?fbid=3998433406496&set=a.3994990200418.165092.1450836685&type=1&theater

__________________
Anonymous

Date:



__________________
Anonymous

Date:

biggrin



__________________
Anonymous

Date:

 

 

 

 

 

 

 

 

 

 

 

 

 

watch?v=-fOhoTA08UU&feature=relmfunonononononononononononononononononononono ໒໐໑໒/໐໖? ບໍສຳເລັດ ຊ່ວງນີ ນ້ຳມັນຫຼາຍ,ຄົນ ລົງໄປ ກາຢູ່ດົນບໍໄດ້


 


 



__________________
Anonymous

Date:


 


__________________
Anonymous

Date:


 

 

 

 

 

 

 

 

 

 

 

 

watch?v=-fOhoTA08UU&feature=relmfu


 


 


 



__________________
Anonymous

Date:

໒໐໑໒/໐໖ ? ບໍສຳເລັດ ຊ່ວງນີ ນ້ຳມັນຫຼາຍ,ຄົນ ລົງໄປກາຢູ່,*ດົນບໍໄດ້ໆ ແຕ່ລົງ ໄປ ສັງ­ເກດ ຕີລາຄາ ຂະ­ຫນາດ ຄວາມໃຫຍ່,ຍາວ ແລະ ນ້ຳ­ຫນັກ ຂອງ ຕົ້ນ­ໄມ້ ມະນີໂຄດ,ດັ່ງ­ນັ້ນ, ຈິ່ງໄດ້ຄຳຕອບວ່າ ມີຄວາມ ສ່ຽງສູງ ທີ່ຈະດຶງ ຂຶ້ນ...ຈຳຕ້ອງ ໄດ້ມັດໄວ້ກ່ອນ ຮອດ ລະ­ດູ­ແລ້ງ ປະມານ ເດືອນກຸມ­ພາ ຫາ ເດືອນມີຖຸນາ 2013, ແລະ ໄດ້ມັດ ຕົ້ນ­ໄມ້ ມະນີໂຄດ ລົ້ມຕົ້ນນີ້ ໄວ້ແລ້ວ,ເພື່ອ ບໍ່ໃຫ້ ສາຍນໍ້າຂອງ ພັດໄຫຼໜີ ລົງໄປກັບສາຍນໍ້າ...ຕົ້ນ­ໄມ້ ມະນີໂຄດ


__________________
☣HARDSTYLE☣

Date:

ນຳຕົ້ນ­ໄມ້ ມະ­ນີໂຄດ



__________________
~Vee~ເຂົ້າໜຽວ*ລາວ*ວີ*ສີດາວົງສ໌

Date:
ຕົ້ນ ມະນີໂຄດ♥ກົກຊີ້ຕາຍ♥ປາຍຊີ້ເປັນ~ເຊື່ອກັນວ່າເປັນໄມ້♥ທີ່ສັກ­ສິດ~


no tears.gif   https://www.facebook.com/photo.php?fbid=3510821496503&set=a.3994990200418.165092.1450836685&type=1&theate

no໒໐໑໒/໐໖furious ?shocked.gifບໍສຳເລັດnoຫາຍໃຈomfg.gif ບໍສະດວກ.disbelief.ຢູ່ດົນບໍໄດ້confuseແຕ່worship.gifລົງ ໄປ ສັງ­ເກດ ຕີລາຄາ ຂະ­ຫນາດ ຄວາມໃຫຍ່,ຍາວ ແລະ ນ້ຳ­ຫນັກ ຂອງ ຕົ້ນ­ໄມ້ ມະນີໂຄດ,ດັ່ງ­ນັ້ນ, ຈິ່ງໄດ້ຄຳຕອບwhisper.gifວ່າ ມີຄວາມ ສ່ຽງສູງ ທີ່ຈະດຶງ ຂຶ້ນnana.gif.thumbsdown.gifຈຳຕ້ອງpolice.gif ໄດ້ມັດໄວ້ກ່ອນ wtf.gifຮອດ teamwork.gifລະ­ດູ­ແລ້ງ number1.gifປະມານ ເດືອນກຸມ­ພາ ຫາ ເດືອນມີຖຸນາ*yawn2013 sleepy.gifSummer ?[໑໙/ມີນາ໒໕໕໕]>(:2012/03/19:)



__________________
~Vee~ເຂົ້າໜຽວ*ລາວ*ວີ*ສີດາວົງສ໌

Date:
RE: ປະຊາຊົນເຊື່ອ ເຈົ້າທີ່ບໍ່ອະນຸຍາດໃຫ້ເອົາຕົ້ນມະນີໂຄດອອກ


540209_3491416251384_806109142_n.jpgຕົ້ນ ມະນີໂຄຕ ລົ້ມ ເດືອນ ມິນາ 2012nodisbeliefnoກົດເກນ ຂອງ ທຳມະຊາດ ມີເກີດ ຕອ້ງ ມີດັບtears.gif ການເວລາ ເປັນສິ່ງພິສູດ ສິ່ງໃດຈະເກີດ ມັນຕອ້ງເກີດ ຟ້າລິຂິດ ໄວ້ແລ້ວ ຈະໄປ ໂນ້ມນ້າວ ຈອ່ງດຶງ ກໍ ບໍ່ໄດ້ດອກ ໃນໂລກນີ້ ບໍ່ມີສິ່ງໃດ ຢູ່ຄ້ຳຟ້າ ແລະ ຈີລັງ.nodisbelief<*_*>(สังเกตุในภาพน้ำตก ทางขวามือ-?<*_*>มองดูที่ลูกสอน สีแดง<ต่อจากนี้ไปnoจะไม่เห็น มีกิ่งไม้โผล่ขึ้นไปdisbelief อีกแล้ว>>ต้น มณีโคตร ล้ม และ หายสาบสูน ไปจากเกาะนี้ อย่างไม่มีๆวันกับมาอีก<< ดูตามลูกสอน สีแดง...[ຕົ້ນ ມະນີໂຄຕ ລົ້ມ]...2012/ ມິນາ...<~Khonphapheng~>Si Phan Don,[Don Khône/ Don KON To Don KHONG,4000 Islands] Paksé (PAXÉ), Champasak, Laos :> More info:> https://www.facebook.com/photo.php?fbid=3491416251384&set=a.3994990200418.165092.1450836685&type=1&permPage=1



__________________
~Vee~ເຂົ້າໜຽວ*ລາວ*ວີ*ສີດາວົງສ໌

Date:

ກົກຊີ້ຕາຍ♥ປາຍຊີ້ເປັນ ນໍ້າຕົກຕາດ,ລ່ອງແກ້ງ ລີ່ຜີ ທີ ຄອນພະເພັງ ~คนลาว บอกว่า เรียกกันว่า<ກົກຊີ້ຫາຍ> ดีก่วา....เรียก[ກົກຊີ້ຕາຍ]>คือจะไม่สนุก...เฮีอ.floating.gifນີ້ລ່ະ ຄື ຕົ້ນໄມ້ ມະນີໂຄດ ທີ່ ເປັນabove.gif*ວັນທີ 20 ມີ­ນາ*2555*2012*໒໐໑໒/໒໕໕໕* ເຖິງ ຢ່າງ­ໃດກໍ່ຕາມ ທຳມະຊາດ ກໍ່ຍ່ອມເປັນໄປຕາມກົດເກນ, ເພາະ ລະ­ດູ­ຝົນ ປີ­ ຜ່ານ­ມາ ປະ­ລິ­ມານ ນ້ຳ­ຂອງ ມີຫລາຍກວ່າ ທຸກປີ ເຮັດໃຫ້ນ້ຳຖ້ວມ ເອົາສ່ວນຮາກ ຂອງ ຕົ້ນ­ໄມ້ ມະ­ນີໂຄດ ເພາະ ຕົ້ນ­ໄມ້ຊະ­ນິດນີ້ ບໍ່ມີ ຮາກ­ແກ້ວ, ມີ ພຽງຮາກ ສ່ວນຫນຶ່ງ ຢັ່ງໄປຕາມ ພະລານຫີນ ດັ່ງ­ນັ້ນ, ໃນປີ ດຽວກັນ ເຮັດໃຫ້ ຕົ້ນ­ໄມ້ເນີ້ງລົງ ໃນລະ­ດັບປະ­ມານ 60 ອົງ­ສາ, ຍ້ອນມີຝົນ ແລະ ລົມແຮງ ໃນ ຄ່ຳຄືນ ຂອງ ວັນທີ 19 ມີ­ນາ ຈິ່ງເຮັດ ໃຫ້ ຕົ້ນ­ໄມ້ ມະ­ນີໂຄດ ລົ້ມລົງ ຢ່າງຫນ້າເສຍ­ດາຍ,ທ່ານ ສົມຈີນ ກ່າວ ຕຳນານ ຄູ່ບ້ານabove.gif ຄູ່ເມືອງ ອັນສັກສິດ ແລະ ສັກກະລະabove.gif ບູຊາ ຂອງ ປະເທດລາວ...ນໍ້າຕົກຕາດ,ລ່ອງແກ້ງ ລີ່ຜີ ທີ ຄອນພະເພັງ*ເມືອງ.ປາກເຊ*ແຂວງ ຈຳປາສັກ*below.gifຕົ້ນໄມ້ ມະນີໂຄດ ກ່ອນລົ້ມbelow.gifnoນີ້ບໍ ນິທານເມື9ງລາວ? :)



__________________
Anonymous

Date:

https://fbcdn-sphotos-a.akamaihd.net/hphotos-ak-prn1/563391_4013096813072_1158773081_n.jpg
ແມ່ນabove.gifແລ້ວລະ ! above.gifຈັ່ງແມ່ນbelow.gif ເພິ່ນເວົ້າຖືກ*໑໐໐/໑໐໐*ຖືກ*...*below.gif*ຍາມຕົ້ນ  ບໍ່ທັນຕາຍ batman.gifກະວ່າnumber1.gifເປັນຂອງomfg.gif ມິ່ງບ້ານ number1.gifຂວັນເມືອງhandshake.gifບາດຕົ້ນລົ້ມbelow.gif ດັບຫາຍbelow.gif ພັດວ່າໄປblahblah.gifທົ່ວທີບfrustrated.gifກາຍເປັນshocked.gifເຄື່ອງມືblahblah.gif ໂຄສະນາwhisper.gif ທາງດ້ານconfused.gifການເມືອງ shocked.gifໄປເລີຍ.blahblah.gif ຖ້າomfg.gifຕົ້ນມະນີໂຄດfloating.gif ນີ້ສັກສິດfloating.gifແທ້floating.gif ກໍຂໍworship.gif ໃຫ້ລົງໂທດfurious.gif ພວກfurious.gif ທີ່ດູໝິ່ນconfused.gifນີ້ເຖີ້ນworship.gif... pray.gif_/l\_ສາທຸ່pray.gif _/l\__ສາທຸ່pray.gif_/l\__ສາທຸ່police.gifຍາມຕົ້ນ ບໍ່ທັນຕາຍ ກະວ່າ ເປັນຂອງ ມິ່ງບ້ານ ຂວັນເມືອງ ບາດຕົ້ນລົ້ມ ດັບຫາຍ ພັດວ່າໄປ ທົ່ວທີບ & ກາຍເປັນ ເຄື່ອງມື ໂຄສະນາ ທາງດ້ານການເມືອງ ໄປເລີຍ. ຖ້າຕົ້ນມະນີໂຄດ ນີ້ສັກສິດແທ້ ກໍຂໍ ໃຫ້ລົງທັນ ພວກ ທີ່ດູໝິ່ນ

 

 

 

 

 

 

 

 

 

 

 

watch?v=-fOhoTA08UU&feature=relmfunonononononononononononononononononononono ໒໐໑໒/໐໖? ບໍສຳເລັດ ຊ່ວງນີ ນ້ຳມັນຫຼາຍ,ຄົນ ລົງໄປ ກາຢູ່ດົນບໍໄດ້


 


 


 



__________________
Anonymous

Date:

ແມ່ນແລ້ວລະ ! ຈັ່ງແມ່ນ ເພິ່ນເວົ້າຖືກ*໑໐໐/໑໐໐*ຖືກ*...**ຍາມຕົ້ນ  ບໍ່ທັນຕາຍ ກະວ່າເປັນຂອງ ມິ່ງບ້ານ ຂວັນເມືອງບາດຕົ້ນລົ້ມno ດັບຫາຍ ພັດວ່າໄປທົ່ວທີບdisbelief+ກາຍເປັນເຄື່ອງມື ໂຄສະນາ+ທາງດ້ານການເມືອງ ໄປເລີຍ. ຖ້າຕົ້ນມະນີໂຄດ ນີ້ສັກສິດແທ້ ກໍຂໍ ໃຫ້ລົງໂທດ ພວກ furiousທີ່ດູໝິ່ນນີ້ເຖີ້ນ... _/l\_pray.gifສາທຸ່ _/l\__pray.gifສາທຸ່_/l\__pray.gifສາທຸ່563391_4013096813072_1158773081_n.jpgໂຄ່ນເຖິງກົກ ຫລົກເຖິງ ຮາກ ແລ້ວໆ >ຄສ 2012 / ພສ 2555=>.ຄືນວັນທີ 19 ມີ­ນາ ຜ່ານມາ =>.ເວ­ລາ ປະ­ມານ 22:30 ນາ­ທີ

========teevee.gif========

ຕົ້ນໄມ້ ມະນີໂຄດລົ້ມ ເປັນ ລາງ ສັງຫອນ ເຕືອນພັຍ ກ່ຽວກັບ ປະເທດ ຊາດ ?

ຫຼື ບໍ່ແນ່ເດີ ກົກໄມ້ ກົກນີ້ລົ້ມໄປ*ລາວເຮົາ ອາດຈະພົ້ນ ຈາກຄຳສາບ ຂອງໃຜ ກະໃດ້ ?

[ຜູ້ຂ້າ ຄຶດເອງ worship.gif ຄຶດເຫຼັ້ນ ຊື່ๆno ດອກເດີdisbelief]

ຜູ້ຂ້າ ຂໍ ວິ້ງວອນpray.gif ສິງສັກສິດ ທັງຫລາຍpray.gif ໃນບົນ ໂລກແຫ່ງນີ້ ຈົ່ງ ໃຫ້ຄວາມ pray.gifສະດວກ ແລະ ປົກປັກ ຮັກສາ ຊີວິດ ອິນຊີ ຂອງ ຜູ້ ໃຈບຸນ ທີ່ ຈະສ່ຽງ ລົງໄປນຳ ເອົາຕົ້ນໄມ້ ມະນີໂຄດ ທີ່ເປັນ ຕຳນານ ອັນສັກສິດ ແລະ ສັກກະລະ ບູຊາ ຂອງ ປະເທດລາວ ຂຶ້ນມາໄວ້ ໃຫ້ ຄູ່ບ້ານ ຄູ່ເມືອງ ຢ່າງປອດໄພ ດ້ວຍເທີ້ນ. ສາທຸ ສາທຸ ສາທຸ* [ຣະວັງເດີ ໃຜເຊື່ອdisbelief ມະເຫສັກຫລັກ ເມືອງນັ້ນ ຄັນໃຜ ບໍ່ເຊື່ອ nodisbeliefteevee.gifກໍແລ້ວໄປດອກ] < 2012-06-19 19:06:32>teevee.gif໒໐໑໒/໐໖? thumbsdown.gifບໍສຳເລັດ ຊ່ວງນີ ນ້ຳມັນຫຼາຍ,2 disbeliefຄົນ ລົງໄປ thumbsdown.gifT_T ຫາຍໃຈບໍ່ສດວກnoກາຢູ່ດົນບໍໄດ້thumbsdown.gifສັງ­ເກດ ຕີລາຄາ ຂະ­ຫນາດ ຄວາມໃຫຍ່, ຍາວ ແລະ ນ້ຳ­ຫນັກ ຂອງ ຕົ້ນ­ໄມ້ ມະນີໂຄດ ດັ່ງ­ນັ້ນ, ຈິ່ງມີຄວາມ ສ່ຽງສູງ ທີ່ຈະດຶງ ຂຶ້ນ...ຈຳຕ້ອງ ໄດ້ມັດໄວ້ກ່ອນ ຮອດລະ­ດູ­ແລ້ງ ປະມານ ເດືອນກຸມ­ພາ ຫາ ເດືອນມີຖຸນາ 2013



__________________
ລາວເຂົ້າໜຽວ

Date:

555887_4050137699071_1665530182_n.jpg541785_4050137779073_1188054351_n.jpg541785_4050137779073_1188054351_n.jpg



__________________
ລາວເຂົ້າໜຽວ

Date:



 ໒໕໕໕ /໐໖ /໑໙291607_4086940019106_84313319_o.jpg    disbelief? no ບໍສຳເລັດ ຊ່ວງນີ ນ້ຳມັນຫຼາຍ, 2 ຄົນ ລົງໄປdisbelief...ຢູ່ດົນບໍໄດ້noconfuseຕົ້ນໄມ້ ມະນີໂຄດ ລາໂລກ...ຫຼຶ ບໍ່? noລອງໆ ສັງເກດເບິ່ງທີ່ຮູບໃບສຸດທ້າຍ/ທີ່ຂ້າງເທິງນີ້ດີໆ*...*ຂໍໃຫ້ ປຶກສາ+ພິດຈາຣະນາ ເອົາເອງ*...*ຮູບນີ້ 100/100 ບໍ່ມີnoການດັດແປງdisbeliefໃດໆທັງສິ້ນnoເພາະຜູ້ຂຽນໄດ້ຮູບຈຳນວນນີ້ມາຈາກ Un Officier de Police +(VT on Line).

#►ບໍ່ເຊື່ອ+ບໍ່ເຊື່ອ ຢ່າລົບຫລູ່ .>ໄດ້ຍິນ ແຕ່ ຄູບາ ເພິ່ນວ່າ ລົ້ມ ໃນຄືນ ວັນທີ 19/3/2012 ແລະກໍ່ ໄດ້ຍິນ ວ່າ ລົ້ມ ຕອນ ຈູດສົບ...ຄູບາອີກ...!!!?!!! ແຕ່ ກະ ບໍ່ຮູ້ ວ່າ ຈູດຄູ ບາ ຢູ່ ບ້ານໃດ.?? (ບໍ່ຮູ້ ວ່າ ເລື້ອງແທ້ ບໍ່?) ຄລິກໄປ ອ່ານເບິ່ງເອົາແອງ...Link: ເວັບບອດພັນລາວ/ ເລຶ່ອງ ຕົ້ນໄມ້ ມະນີໂຄດ http://punlao.com/webboard/topic/22/index/259325/1#260083

worship.gif ສາທຸ່ worship.gifສາທຸ່worship.gifສາທຸ່...►ບໍ່ເຊື່ອ ຢ່າລົບຫລູ່ ...

*ຄອນ►(ໝາຍເຖິງ ຫີນຕັນ ນໍ້າຂອງ)ພຣະເພງ►(ແປວ່າ ສຽງ ເພງ ທີ່ປະເສີດ)*KHONE PHAPHENG PEARL OF MÉKHONG(Southeast Asia's Niagara Falls)*[ 东南亚尼亚加拉]*

 



__________________
~Vee~ເຂົ້າໜຽວ*ລາວ*ວີ*ສີດາວົງສ໌

Date:

KHONE PHAPHENG PEARL OF MÉKHONG (Southeast Asia's Niagara Falls - 东南亚尼亚加拉)Li Phi falls on Don Khon in 4000 Islands.



__________________
~Vee~ເຂົ້າໜຽວ*ລາວ*ວີ*ສີດາວົງສ໌

Date:

KHONE PHAPHENG PEARL OF MÉKHONG (Southeast Asia's Niagara Falls - 东南亚尼亚加拉)Li Phi falls on Don Khon in 4000 Islands.



__________________
Anonymous

Date:

330782_4078215601001_520021754_o.jpg

໒໐໑໒/໐໖ ? ບໍສຳເລັດ ຊ່ວງນີ ນ້ຳມັນຫຼາຍ,ຄົນ ລົງໄປກາຢູ່,*ດົນບໍໄດ້ໆ ແຕ່ລົງ ໄປ ສັງ­ເກດ ຕີລາຄາ ຂະ­ຫນາດ ຄວາມໃຫຍ່,ຍາວ ແລະ ນ້ຳ­ຫນັກ ຂອງ ຕົ້ນ­ໄມ້ ມະນີໂຄດ,ດັ່ງ­ນັ້ນ, ຈິ່ງໄດ້ຄຳຕອບວ່າ ມີຄວາມ ສ່ຽງສູງ ທີ່ຈະດຶງ ຂຶ້ນ...ຈຳຕ້ອງ ໄດ້ມັດໄວ້ກ່ອນ ຮອດ ລະ­ດູ­ແລ້ງ ປະມານ ເດືອນກຸມ­ພາ ຫາ ເດືອນມີຖຸນາ 2013, ແລະ ໄດ້ມັດ ຕົ້ນ­ໄມ້ ມະນີໂຄດ ລົ້ມຕົ້ນນີ້ ໄວ້ແລ້ວ,ເພື່ອ ບໍ່ໃຫ້ ສາຍນໍ້າຂອງ ພັດໄຫຼໜີ ລົງໄປກັບສາຍນໍ້າ...ຕົ້ນ­ໄມ້ ມະນີໂຄດ

 



__________________
Anonymous

Date:

563922_3420483998122_334352247_n.jpg



__________________
Anonymous

Date:

ຕອບ Anonymous / Date June ວັນທີ 20 ແລະ 21st.( ເຈົ້າ ບຸນອູ້ມ ມັກຫຼິ້ນ ເຄື່ອງແຄ້ວ ຂອງຄົົງ ແຕ່ບໍ່ເຄີຍ ໄດ້ຍິນ ວ່າເພິ່ນ ເຄີຍເອົາ ຄົນ ຕ່າງດ້າວ ທ້າວ ຕ່າງແດນ ໄປຂຸດກົ່ນ ເອົາ ຕົ້ນໄມ້ ມະນີໂຄຕ ຈັກເທື່ອ.) :D no  / disbelief ຕອບ:> ໝາຍຄວາມວ່າ ບໍ່ເຄີຍ 7ເທື່ອ !no!!ວ່າຊັ້ນ ບໍdisbelief ? ...ກາຍ 7ເທື່ອ ກະ ແມ່ນໝົດ ຕົ່ວຊັ້ນ ...biggrinແຕ່ບໍ່ເຄີຍ7ເທື່ອbiggrin ກາຍນັ້ນ ແມ່ນໆ ໝົດ ໕໕໕໕.. ກ່ອນໜ້າ ປີ 1975 ນີ້...ແມ່ນໃຜແທ້ລ່ະ ? ເຄີຍເອົາ ຄົນ ຕ່າງດ້າວ ແລະ ທ້າວ ຕ່າງແດນ ໄປຂຸດກົ່ນ ເອົາ...ສັພຍາກອນ ແລະ ສິ່ງທີ່ມີຄ່າ ຂອງ ຊາດໂຕເອງໄປ...ແຕ່ວ່າ ພວກເພິ່ນ ຄົນ ຕ່າງດ້າວ ແລະ ທ້າວ ຕ່າງ ແດນ ເອົາຕົ້ນ ມະນີໂຄດ ບໍ່ໄດ້ ຊື່ໆ.,ບໍ່ວ່າທາງເຮືອ,ທາງຍົນ, ເຂົາລອງກັນໝົດ ທຸກໆຢ່າງ ແລ້ວໆລະ..ແລະ ກໍ ເຂົ້າໄກ້ ບໍ່ໄດ້ອີກ ພູ້ນລະ!(ເຂົາ ບໍ່ຍອມ ເອົາເລຶ້ອງມາເລົ່າ ການລົງມືແບບ ເສັຍປຽບໃຫ້ໃຜຟັງດອກ) ຄົນລາວເຮົາ ສໄໝນັ້ນ ຫາກໂງ່ຈ້າເອງ 555...ເຂົາຈຶ່ງພາກັນ ຂຸດກົ່ນຢ່າງອື່ນໄປແທນ, *ຟະຣັ່ງດັງໂມ ພວກນີ້ ຈະບໍ່ກັບບ້ານມືເປົ່າດອກ...ທ່ານເອີຍຍຍຍ...{Back home never Emty Hand} ? ຂອບໃຈ/ຮັກແພງເດີ້, ບໍ່ວ່າ ໃກ້ ຫຼື ໄກ ຂໍໃຫ້ ລາວຈົ່ງຮັກລາວ ແດ່ເດີ້ ພີ່ນ້ອງ !

563922_3420483998122_334352247_n.jpg


 



__________________
Anonymous

Date:

ບາດເອົາຂຶ້ນແລ້ວຄືບໍ່ເວົ້າຕໍ່ແດ່ ໃນບົດນີ້



__________________
Anonymous

Date:

ເອົາຄລິບອີກແບບໜຶ່ງມາໃຫ້ເບິ່ງກັນອີກເດີພີ່ນ້ອງ

http://www.youtube.com/watch?NR=1&v=GixKC9pMZmM&feature=endscreen



__________________
Anonymous

Date:

น่าเสียดายแท้ ๆ  แต่สมัยนี้ สามารถนำเทคโนโลยีการเพาะเลี้ยงเนื้อเยื่อของพันธุ์ไม้  ให้ขายพันธุ์ได้โดยบ่ต้องใช้เม็ดใช้ไน   แต่เอาเนื้อเยื่อจากต้นนี้ในส่วนที่ยังบ่ทันตายแห้งนำเพาะเลี้ยงแล้วนำไปปูก จักพันจักหมื่นต้นกะได้  ปูกทั่วลาวเลย หรือส่งเบี้ยขายปะเทดเพื่อนบ้านกะได้   ขึ้นอยู่ที่ว่า อยากเฮ็ด อยากขายพันธุ์ไม้นี้หรือบ่เท่านั้นละ



__________________
ມົດເເດງ

Date:

Anonymous wrote:

น่าเสียดายแท้ ๆ  แต่สมัยนี้ สามารถนำเทคโนโลยีการเพาะเลี้ยงเนื้อเยื่อของพันธุ์ไม้  ให้ขายพันธุ์ได้โดยบ่ต้องใช้เม็ดใช้ไน   แต่เอาเนื้อเยื่อจากต้นนี้ในส่วนที่ยังบ่ทันตายแห้งนำเพาะเลี้ยงแล้วนำไปปูก จักพันจักหมื่นต้นกะได้  ปูกทั่วลาวเลย หรือส่งเบี้ยขายปะเทดเพื่อนบ้านกะได้   ขึ้นอยู่ที่ว่า อยากเฮ็ด อยากขายพันธุ์ไม้นี้หรือบ่เท่านั้นละ


 ບັກລີງ!! ໂຕອ່ານຫົວຂໍ້ດີຢູ່ບໍ່? ອັນຊິປູກຊິເຮັດມັນກໍ່ເຮັດໄດ້ ເເຕ່ວ່າເມື່ອປູກເເລ້ວ ອີກຈັກຮ້ອຍ ຈັກພັນປີ ຈຶ່ງຊິມາເປັນຕົ້ນໄມ້ມະນີໂຄດ. ຕົ້ນໄມ້ມະນີໂຄດຕົ້ນນີ້ ຕັ້ງຢູ່ນະທີ່ເເຫ່ງນັ້ນມາຫລາຍຊົ່ວອາຍຸຄົນ ທຸກຄົນໃຫ້ຄວາມນັບຖື ເເລະກໍ່ຢາກເກັບໄວ້ ບູຊາ. ຄັນເວົ້າເເບບໂຕ ຫລາຍໆຄົນທີ່ຄິດເເບບໂຕ ກໍ່ຄົງຊິບູຊາຕົ້ນຫຍ້າຢູ່ເເຄມຮົ້ວຕິຊັ່ນ?



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard