Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: Lanexang shopping mall ໃກ້ກັບໂຮງແຮມລ້ານຊ້າງ
Anonymous

Date:
Lanexang shopping mall ໃກ້ກັບໂຮງແຮມລ້ານຊ້າງ

ເຫັນເພິ່ນຂຶ້ນປ້າຍ ກໍາລັງສ້າງຮ້ານຊັບພະສິນຄ້າ ລ້ານຊ້າງມອລ ໃກ້ໆກັບຫໍສະມຸດແຫ່ງຊາດ

ເພິ່ນຄືມາສ້າງໃນເມືອງແທ້ລະ ລົດມັນຊິບໍ່ຕິດປານກຸງເທບພຸ້ນຫວະນີ້

ມີແຕ່ຮ້ານຊ໋ອບປິ້ງ 

ເງິນເດືອນເດືອນລະລ້ານກີບ ຄືຂ້ອຍໝິ ຊິໄດ້ໄປແຕ່ຍ່າງກິນແອ ຫຼິ້ນ cry

__________________
Anonymous

Date:

ນັກລົງທຶນຕ່າງປະເທດຮູ້ວ່າຄົນລາວມີເງິນຫລາຍກໍ່ເລີຍເຂົ້າມາລົງທຶນສ້າງຮ້ານສັບພະສິນຄ້າໃຫຍ່ໆຂຶ້ນຫລາຍໆບ່ອນເພື່ອໃຫ້ຄົນລາວມີທາງເລືອກຫລາຍຂຶ້ນ, ຊົມເຊີຍຄວາມສະຫລາດສ່ອງໃສຂອງທ່ານຜູ່ນໍາລາວຢ່າງສຸດໃຈ.

__________________
Anonymous

Date:

ຜູ່ທີ່ມີເງິນຫຼາຍກະຊິແມ່ນລູກເຈົ້າຫຼານນາຍ ລູກຫຼານເຖົ້າແກ່ເຈັກຈີນຫີນຫໍ້ແລະລູກຫຼານພະນັກງານຊັ້ນສູງຜູ່ທີ່ມີຊ່ອງທາງຫາກິນພິເສດຫັ້ນລະ, ລູກຫຼານພະນັກງານກິນໄຕມາດຈະມີໂອກາດໄດ້ເຂົ້າໄປວ່ານເງິນທຸກມື້ຄືເພິ່ນຊັ້ນເບາະ?
ການທີ່ອະນຸຍາດໃຫ້ນາຍທຶນຕ່າງຊາດເຂົ້າມາກໍ່ສ້າງຕຶກອາຄານຮ້ານຄ້າໃຫຍ່ໆແລະຮ້ານບັນເທີງຣະດັບຫ້າດາວຫົກດາວຂຶ້ນໃນຕົວນະຄອນຫຼວງກໍ່ເພື່ອເປັນການລວງຕາຜູ່ທີ່ຖືກລ້າງສະໝອງແລ້ວໃຫ້ເຫັນເຖິງຄວາມສະຫຼາດສ່ອງໃສຂອງບັນດາກຸ່ມຜູ່ນໍາຜະເດັດການເທົ່ານັ້ນ, ລອງແນມເຂົ້າໄປເບິ່ງຫ້ອງຮຽນຂອງລູກຫຼານປ້າສີລຸງສາດູ໋ຫັ້ນ ໄດ້ຣະດັບຫ້າດາວຄືໂຮງຮຽນບ້ານໄກ້ເຮືອນຄຽງບໍລະ?

__________________
Anonymous

Date:

ຖ້າໄປສ້າງຢູ່ດອນພິມານ ຈັກປີຈຶ່ງຈະໄດ້ທຶນຄືນ? ເຖົ້າແກ່ປະເທດໃດ໋ມາສ້າງ ຮູ້ບໍ່? ຂອບໃຈ

__________________
Anonymous

Date:

ເກັບພັກບົ້ງຂາຍ ກ່ອນຕອນນີ ໄດ້ເງິນມາໄວ້ ໄປ ຊອບ ປິ່ງ ເລີ້ມ ແຕ່ MEGA Mall, China Mall,Lane Xang Mall, Talath Xao Mall, Done Chane Mall, Nong Chane Mall, That Loung Mall.... ພໍດີຫມົດມື້....ວຽງຈັນ ຈະກາຍເປັນ ເມືອງ ຊອບປິ່ງ ລະບາດນີ້ ທ່ານເອີຍ...ຊົມເຊີຍ, ຊົມເຊີຍ.

__________________
Anonymous

Date:

Anonymous wrote:

 ສ້າງຂື້ນມາກະດີ ພໍສິໄດ້ມີບ່ອນໄປຂີ້ໄປຖ່າຍດີໆ ແນ່ ​biggrin

__________________
Anonymous

Date:

Anonymous wrote:

ຜູ່ທີ່ມີເງິນຫຼາຍກະຊິແມ່ນລູກເຈົ້າຫຼານນາຍ ລູກຫຼານເຖົ້າແກ່ເຈັກຈີນຫີນຫໍ້ແລະລູກຫຼານພະນັກງານຊັ້ນສູງຜູ່ທີ່ມີຊ່ອງທາງຫາກິນພິເສດຫັ້ນລະ, ລູກຫຼານພະນັກງານກິນໄຕມາດຈະມີໂອກາດໄດ້ເຂົ້າໄປວ່ານເງິນທຸກມື້ຄືເພິ່ນຊັ້ນເບາະ?
ການທີ່ອະນຸຍາດໃຫ້ນາຍທຶນຕ່າງຊາດເຂົ້າມາກໍ່ສ້າງຕຶກອາຄານຮ້ານຄ້າໃຫຍ່ໆແລະຮ້ານບັນເທີງຣະດັບຫ້າດາວຫົກດາວຂຶ້ນໃນຕົວນະຄອນຫຼວງກໍ່ເພື່ອເປັນການລວງຕາຜູ່ທີ່ຖືກລ້າງສະໝອງແລ້ວໃຫ້ເຫັນເຖິງຄວາມສະຫຼາດສ່ອງໃສຂອງບັນດາກຸ່ມຜູ່ນໍາຜະເດັດການເທົ່ານັ້ນ, ລອງແນມເຂົ້າໄປເບິ່ງຫ້ອງຮຽນຂອງລູກຫຼານປ້າສີລຸງສາດູ໋ຫັ້ນ ໄດ້ຣະດັບຫ້າດາວຄືໂຮງຮຽນບ້ານໄກ້ເຮືອນຄຽງບໍລະ?

 ອັນນີ້ມັນເປັນການລົງທືນຂອງນັກລົງທືນ ລັດທະບານພຽງແຕ່ໄດ້ພາສານໍາເຂົາມາເພື່ອມາສ້າງໂຮງຮຽນ ໂຮງໝໍໃຫ້ລູກຫຼານ. ຖ້າບໍ່ໃຫ້ເຮັດຫຍັງລັດທະບານຈະເອົາເງິນມາແຕ່ໃສ່. ເລື້ອງການໄປໃຊ້ຈ່າຍຂອງປະຊາຊົນ ເຂົາບໍ່ໄດ້ຫ້າມເດີ ໄປຍ່າງເລາະກິນແອເບິ່ງຜູ້ສາວງາມໆ ແຕ່ບໍ່ຊື້ຫຍັງກໍ່ບໍ່ມີໃຜເວົ້າໃຫ້.

__________________
Anonymous

Date:

Can anyone post this Lanexang shopping mall picture please.

__________________
Anonymous

Date:

ຕາມທີ່ໄດ້ອ່ານຂ່າວຈາກເວັບໜັງສືພິມ ໂຮງຮຽນໂຮງໝໍທີ່ສ້າງຂຶ້ນໃໝ່ ສ່ວນຫລາຍແມ່ນໄດ້ຮັບການຊ່ວຍເຫລືອຈາກຕ່າງປະເທດ, ການສ້ອມແປງໂຮງຮຽນຫລາຍໆແຫ່ງແມ່ນໄດ້ຂໍແຜ່ຮິບໂຮມເງິນຈາກປະຊາຊົນໃນບ້ານ. ຕົວຢ່າງໂຮງຮຽນບ້ານນໍ້າເງິນ ເມືອງວຽງພູຄໍາ ແຂວງຫລວງນໍ້າທາ, ແມ່ນໄດ້ຮັບການຊ່ວຍເຫລືອຈາກສະຫະພາບຢູໂຣບ 2,006,486,500 ກີບ ແລະເງິນປະກອບສ່ວນຂອງຊາວບ້ານ 948,278,340.90 ກີບ. ກົດອ່ານເອົາເອງຖ້າເຈົ້າບໍ່ເຊື່ອ.

__________________
Anonymous

Date:

Anonymous wrote:

ຜູ່ທີ່ມີເງິນຫຼາຍກະຊິແມ່ນລູກເຈົ້າຫຼານນາຍ ລູກຫຼານເຖົ້າແກ່ເຈັກຈີນຫີນຫໍ້ແລະລູກຫຼານພະນັກງານຊັ້ນສູງຜູ່ທີ່ມີຊ່ອງທາງຫາກິນພິເສດຫັ້ນລະ, ລູກຫຼານພະນັກງານກິນໄຕມາດຈະມີໂອກາດໄດ້ເຂົ້າໄປວ່ານເງິນທຸກມື້ຄືເພິ່ນຊັ້ນເບາະ?
ການທີ່ອະນຸຍາດໃຫ້ນາຍທຶນຕ່າງຊາດເຂົ້າມາກໍ່ສ້າງຕຶກອາຄານຮ້ານຄ້າໃຫຍ່ໆແລະຮ້ານບັນເທີງຣະດັບຫ້າດາວຫົກດາວຂຶ້ນໃນຕົວນະຄອນຫຼວງກໍ່ເພື່ອເປັນການລວງຕາຜູ່ທີ່ຖືກລ້າງສະໝອງແລ້ວໃຫ້ເຫັນເຖິງຄວາມສະຫຼາດສ່ອງໃສຂອງບັນດາກຸ່ມຜູ່ນໍາຜະເດັດການເທົ່ານັ້ນ, ລອງແນມເຂົ້າໄປເບິ່ງຫ້ອງຮຽນຂອງລູກຫຼານປ້າສີລຸງສາດູ໋ຫັ້ນ ໄດ້ຣະດັບຫ້າດາວຄືໂຮງຮຽນບ້ານໄກ້ເຮືອນຄຽງບໍລະ?

 ຖືກຕ້ອງແລ້ວ ນີ້ເປັນການສ້າງສາພັດທະນາປະເທດທາງປີ້ນແບບ"ເອົາໄຖໄປກ່ອນຄວາຍ"ການໃຫ້ນາຍທືນຕ່າງປະເທດສ້າງມັນກໍ່ສາມາດສ້າງໄດ້ທຸກຢ່າງ ຈະໃຫ້ເຂົາເຮັດນະຄອນຫຼວງວຽງຈັນ ເທົ້າກັບນະຄອນຫຼວງໂຕກຽວໃນຊ່ວງຂ້າມຄືນກໍ່ໄດ້ ເພາະເຂົາມີພ້ອມທຸກຢ່າງແລ້.

ແຕ່ການສ້າງສິ່ງນີ້ຂື້ນຜູ້ທີ່ໄດ້ເຂົ້າໄປຈັບຈ່າຍກໍ່ມີແຕ່ພວກເຈົ້າໆນາຍໆ ແລະຜູ້ມີຖານະໃນສັງຄົມເທົ້ານັ້ນ ສ່ວນປຊຊເຄິ່ງໜື່ງຂອງປະເທດ ຍັງເດີນຕີນເປົ່າກາງທົ່ງນາ ແລະຍັງບໍ່ຮູ້ຊ້ຳວ່າ"Shoppingmall"ແມ່ນຍັງ ສິ່ງນີ້ມັນຈະເປັນຕົນເຫດໃຫ້ແກ່ການປຽບທຽບຊ່າງຊາກັນຂື້ນໃນສັງຄົມ ແລະເກີດສິ່ງຍໍ້ທໍ້ຕາມມາ.

ຄວນເບິ່ງສິ່ງໄກ້ຕົວຂອງປຊຊໂດຍສະເພາະລາຄາສິນຄ້າ ຕະລາດນ້ອຍແຄມມາງໃຫ້ເມາະສົມກັບລາຍໄດ້ຂອງປຊຊ ແລະພະນັກງານເພື່ອແກ້ໄຂໃຫ້ຊີວິດການເປັນຢູ່ຂອງເຂົ້າເຈົາໃຫ້ດີຂື້ນ ແລ້ວຄ່ອຍໆພັທະນາໄປເປັນກ້າວໆ ຈະດີກ່ວາ.

ຂອບໃຈຈຈ!!!

__________________

Veteran Member

Status: Offline
Posts: 56
Date:

Anonymous wrote:

ຕາມທີ່ໄດ້ອ່ານຂ່າວຈາກເວັບໜັງສືພິມ ໂຮງຮຽນໂຮງໝໍທີ່ສ້າງຂຶ້ນໃໝ່ ສ່ວນຫລາຍແມ່ນໄດ້ຮັບການຊ່ວຍເຫລືອຈາກຕ່າງປະເທດ, ການສ້ອມແປງໂຮງຮຽນຫລາຍໆແຫ່ງແມ່ນໄດ້ຂໍແຜ່ຮິບໂຮມເງິນຈາກປະຊາຊົນໃນບ້ານ. ຕົວຢ່າງໂຮງຮຽນບ້ານນໍ້າເງິນ ເມືອງວຽງພູຄໍາ ແຂວງຫລວງນໍ້າທາ, ແມ່ນໄດ້ຮັບການຊ່ວຍເຫລືອຈາກສະຫະພາບຢູໂຣບ 2,006,486,500 ກີບ ແລະເງິນປະກອບສ່ວນຂອງຊາວບ້ານ 948,278,340.90 ກີບ.

ກົດອ່ານເອົາເອງຖ້າເຈົ້າບໍ່ເຊື່ອ.

ອັນນີ້ແມ່ນຕົວຢ່າງທີ່ດີ ຂໍຊົມເຊີຍເດີ ບ້ານເຮົາເອງ ສ້າງຂຶ້ນມາກໍເພຶ່ອລູກຫລານເຮົາ ແນວທີ່ຈຳເປັນຈຶ່ງຂໍຄວາມຊ່ວຍເຫລຶອຈາກປະເທດອຶ່ນ
ຂໍນັບຖຶດ້ວຍຄວາມຈິງໃຈ

__________________
tai
Anonymous

Date:

ຖ້າວ່າເງິນສ້າງໂຮງຮຽນ ເງິນສ້າງໂຮງໝໍແມ່ນເງິນຊ່ວຍເຫລືອ ຈາກສາກົນແລະເງິນທີ່ເກັບຈາກຊາວບ້ານຄືດັ່ງເປັນຂ່າວ, ລັດເອົາເງິນພາສີໄປເຮັດຫຍັງຊັ້ນນະ? ຄັນວ່າເອົາໄປຈ່າຍເປັນ ເງິນເດືອນໃຫ້ພະນັກງານ ຄູອາຈານພັດໄດ້ກິນເງິນໄຕມາດ tai vientiane ຄິດວ່າແນວໃດ?

__________________

Veteran Member

Status: Offline
Posts: 56
Date:

Anonymous wrote:

ຖ້າວ່າເງິນສ້າງໂຮງຮຽນ ເງິນສ້າງໂຮງໝໍແມ່ນເງິນຊ່ວຍເຫລືອ
ຈາກສາກົນແລະເງິນທີ່ເກັບຈາກຊາວບ້ານຄືດັ່ງເປັນຂ່າວ, ລັດເອົາເງິນພາສີໄປເຮັດຫຍັງຊັ້ນນະ? ຄັນວ່າເອົາໄປຈ່າຍເປັນ
ເງິນເດືອນໃຫ້ພະນັກງານ ຄູອາຈານພັດໄດ້ກິນເງິນໄຕມາດ
tai vientiane ຄິດວ່າແນວໃດ?

ປະເທດເຮົາໄດ້ຊື່ວາເປັນປະເທດທີ່ຍາກຈົນທີ່ສຸດໃນໂລກ ເຖິງເພິ່ນບໍ່ບອກກໍຮູ້ວ່າລາຍຮັບແລະລາຍຈ່າຍຂອງປະເທດບໍ່ດຸ່ນດ່ຽງກັນແນ່ນອນ ໂດຍສະເພາະການຊ່ວຍເຫລືອຈາກຕ່າງປະເທດນັ້ນຖ້າແມ່ນຂອງລັດຖະບານເຂົາກໍແຄນແດ່ ຖ້າແມ່ນຂອງອົງການອາສາສະໝັກຂອງເອກກະຊົນ ເຂົາຈະມີວິທີແຜ່ເງິນຫລາຍໆຢາງເຊ່ນຢາຍກ່ອງບໍລິຈາກເງິນໄວ້ຕາມຮ້ານອາຫານ ຮ້ານຄ້າຕ່າງໆ ຢູ່ກ່ອງເຂົາຈະຂຽນ ຂໍຄວາມເມດຕາບໍລິຈາກເງິນເພື່ອຊ່ວຍ...ແກ່ປະເທດລາວ ບາງພວກເອົາກ່ອງບໍລິຈາກເງິນຄ້ອງຄໍແລວຮ້ອງຂໍແຜ່ຕາມໜ້າສະຖານນີລົດໄຟເປັນຕົ້ນ
ຈັ່ງຊັ້ນແທນທີຈະລໍຖ້າແຕ່ລັດ ຫລືການຊ່ວຍເຫລືອຈາກຕ່າງປະເທດ ມາສ້າງໃຫ້ ສິ່ງທີ່ເຮົາເຮັດໄດ້ຕ້ອງເຮັດເອງ ນອກຈາກຈະເປັນຜົນດີແກ່ເຮົາເອງ ຍັງຈະເປັນຕົວຢ່າງທີ່ດີແກ່ເພື່ອນຮ່ວມຊາດອີກນຳ.

__________________
tai
Anonymous

Date:

Anonymous wrote:

ຖ້າວ່າເງິນສ້າງໂຮງຮຽນ ເງິນສ້າງໂຮງໝໍແມ່ນເງິນຊ່ວຍເຫລືອ ຈາກສາກົນແລະເງິນທີ່ເກັບຈາກຊາວບ້ານຄືດັ່ງເປັນຂ່າວ, ລັດເອົາເງິນພາສີໄປເຮັດຫຍັງຊັ້ນນະ? ຄັນວ່າເອົາໄປຈ່າຍເປັນ ເງິນເດືອນໃຫ້ພະນັກງານ ຄູອາຈານພັດໄດ້ກິນເງິນໄຕມາດ tai vientiane ຄິດວ່າແນວໃດ?

 ແ້ວເງິນຢືມເຂົາມາກໍ່ສ້າງສິ່ງອື່ນເດບໍ່ດ້ໃຊ້ເຂົາຄືນບໍ່ ຢ່າຊູ່ຮູ້ແຕ່ຕິຫຼາຍ

__________________
Anonymous

Date:

Anonymous wrote:

Can anyone post this Lanexang shopping mall picture please.

 lanexang-arcade.jpg

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard