Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຄ່າຄອງຊີບຢູ່ລາວແພງກວ່າໄທຍ ແບບບໍ່ມີເຫດຜົນ ພັກລັດບໍ່ມີມາດຕະການໃດໆເລີຍ
Anonymous

Date:
ຄ່າຄອງຊີບຢູ່ລາວແພງກວ່າໄທຍ ແບບບໍ່ມີເຫດຜົນ ພັກລັດບໍ່ມີມາດຕະການໃດໆເລີຍ

ສະບາຍດີພໍ່ແມ່ພີ່ນ້ອງຊາວສະມາຄົມລາວ

ປັນຫາຄ່າຄອງຊີບຢູ່ລາວແພງແບບບໍ່ສົມເຫດສົມຜົນນີ້ແມ່ນເປັນມາແຕ່ດົນ ຈົນຄົນລາວນີ້ຊິນຊາ ໄປແລ້ວ ລັດເອງກະບໍ່ເຄີຍອອກມາດຕະການ( counter attact)ໃດໆ ທີ່ເປັນຮູບປະທຳຈະແຈ້ງ ບໍ່ຮູ້ວ່າທ່ານໃດ ມີໄອເດຍ ດີໆ ເວົ້າສູ່ໜັງໜ້າ ເຈົ້າໜ້າທີ່ລາວຟັງແນ່ ຂອບໃຈແທນ

__________________
Anonymous

Date:
RE: ຄ່າຄອງຊີບຢູ່ລາວແພງກວ່າໄທຍ ແບບບໍ່ມີເຫດຜົນ ພັກລັດບໍ່ມີມາດຕະການໃດໆເລີຍ

ເປັນຫຍັງມັນຊິບໍ່ມີເຫດຜົນ

ປະເທດໄທ ເປັນຄົວໂລກ ຜະລິດອາຫານຫຼາກຫຼາຍຢ່າງ ສົ່ງໄປຂາຍຢູ່ທົ່ວໂລກ ລວມທັງປະເທດລາວ

ຕັ້ງແຕ່ເກືອ ຈົນຮອດ ລົດໃຫຍ່ ໄທຜະລິດໄດ້ໜົດ

ຖາມວ່າປະເທດລາວ ຜະລິດຫຍັງໄດ້ແດ່ ທີ່ສາມາດຂາຍຕ່າງປະເທດໄດ້ 

ກາມີແຕ່ເບຍລາວ

ແລ້ວທຸກຢ່າງເຮົາຊື້ຈາກໄທ ແນ່ນອນມັນກໍ່ຕ້ອງແພງກ່ວາໄທ ຢູ່ແລ້ວ

ອັນນີ້ເດັກນ້ອຍປະຖົມເຂົາເຈົ້າກໍ່ຕອບໄດ້

ພັກລັກເພິ່ນກໍ່ຊ່ອຍຢູ່ແລ້ວ ເຊັ່ນການຄວບຄຸມອັດຕາເງິນເຟີ້ ຕອນນີ້ເຮັດໃຫ້ເງິນເຟ້ຢູ່ລະດັບ ສີ່ 

__________________
Anonymous

Date:

koi ka wah keu jao hanh leo yu la bor pen , som nam nah, hehe!!!

__________________
Anonymous

Date:

Anonymous wrote:

koi ka wah keu jao hanh leo yu la bor pen , som nam nah, hehe!!!

ແມ່ປ້ານີ້ກະໂພດ ແທນທີ່ຊິມາອອກຄໍາເຫັນເພື່ອແກ້ບັນຫາ ຊໍ້າພັດມາຕອກຍໍ້າກັນຕື່ມອີກ. ຂ້ອຍວ່າ ຖ້າເພິ່ນລົດພາສີໃຕ້ໂຕະລົງແດ່ ສິນຄ້າຄົງບໍ່ແພງຂຶ້ນນັບມື້ແບບນີ້.

__________________
Anonymous

Date:

ສີ່ງທີ່ເຮົາສາມາດຜະລິດເອງໃດ້ ກະໜ້າຈະຄຸ້ມຄອງແດ່ເນາະ

__________________
Anonymous

Date:

ເລື້ອງຂອງແພງທີ່ເປັນສີນຄ້ານຳເຂົ້າກະບໍ່ວ່າດອກ ແຕ່ວ່າຂອງທີ່ຜະລິດຢູ່ລາວໄດ້ເປັນຫຍັງຍັງແພງກວ່າເຂົາເປັນທົບ

ເຊັ່ນວ່າໃຂ່ໄກ່ ຢູ່ໄທຍ ໜ່ວຍໜຶ່ງມີແຕ່ ສອງ ສາມ ບາດ ຕີເປັນເງິນລາວ ແນວໃດກະບໍ່ຮອດພັນກີບ ແຕ່ວ່າຢູ່ລາວເຮົາ ໃຂ່ໜ່ວຍທໍ່ຫຳລີງກະ 1000 ກີບຄືເກົ່າ ຫຼື ຖືກກວ່ານັ້ນເລັກນ້ອຍເທົ່ານັ້ນ, ເຂົ້າລາດໜ້າຈານໜຶ່ງສະເລ່ຍແລ້ວ 12 000 ກີບ ແຖວໂຮງໝໍ150 ຕຽງ 15 000 ກີບ ຕີເປັນເງິນບາດກະ ປະມານ60ບາດ ຄັນຢູ່ໄທຍບໍ່ແມ່ນເຂົາຕີນທຳນາຍົກລົງຕັ່ງລະບໍ!

ເຂົ້າລາດໜ້າກະເພົາໝູ ບໍ່ຕ້ອງໃຊ້ເຄື່ອງນຳເຂົ້າກະເຮັດໄດ້ ເຄື່ອງປຸງກະແພງບໍ່ຫຼາຍ ແຕ່ວ່າເຂົ້າ ຜັກ ບ້ານເຮົາກະຜະລິດໄດ້ ມັນແພງນຳຫຍັງວ່າຕີ! ກະຄ່າເຊົ່າຫັ້ນແລ້ວ ຄ່າຖະບຽນ ພາສີ ພາຂີ້ ເອົາແຕ່ສູຊິເກັຍ ຊິ ຂູດຮີດກິນສັງຄົມ ສູບໍ່ເຫນຄວາມອ່ອນແອຂອງຊາດ ຫຍັງ ຄຶດແຕ່ຢາກຮັ່ງຢາກມີ ສູແຂ່ງກັນແຕ່ແນວບໍ່ເປັນຕາຊິແຕກ

ແລະອື່ນໆ ອີກ ທີ່ສູເບິ່ງຂ້າມ,....

__________________
Anonymous

Date:

ປະເທດໄທ ມີພົນລະເມືອງ ຫລາຍສິບລ້ານ ໝົດປະເທດ ກະໂຕເມືອງບາງກອກເອງ ມີປະມານ ສິບປາຍລ້ານ ມາເບິ່ງປະເທດລາວເຮົາ ແລ້ວ ໝົດປະເທດ ບໍ່ເຖິງສິບລ້ານ ນັ້ນບໍ່ໜ້າຈະ ເອົາມາ ທຽບກັນ ຕອ້ງໄປປຽບທຽບ ກັບປະເທດ ທີ່ມີ ພົນລະເມືອງຊຳ່ກັນ ແລະ ການຂະຫຍາຍຕົວ ຂອງ ເສດຖະກິດຊຳ່ກັນ ມັນຈຶ່ງແມ່ນ ແລ້ວຈຶ່ງຮູ້ວ່າ ລາວເຮົາມີຄວາມ ກ້າວໜ້າ ຫລື ຖອຍຫລັງ?

__________________
Anonymous

Date:

ຄ່າແຮງງານບ້ານເຮົາຖືກກວ່າເຂົາ ຄ່າຂອງກິນໃສ່ປາກຈໍ້ຫວໍ້ ພັດວ່າແພງກວ່າເຂົາ ກະຊິມີແຕ່ຂາຍມູນກິນຫັ້ນຕົວະ
ແລະຫາເຫດອື່ນອີກກະມີເຊັ່ນ ການເກັບຄ່າບໍລິການພາກລັດ ຢູ່ຕາມຫ້ອງລ້າຫ້ອງການ ສຳນັກງານຕ່າງໆ ເຫັນວ່າແພງແບບບໍ່ມີເຫດຜົນ ໃບແຈ້ງໂທດໃບດຽວ 10 000 ກີບ ກ່ອນນັ້ນຕ້ອງໃດ້ຂຽນໃບຄຳຮ້ອງກ່ອນ ໃບຄຳຮ້ອງກະ 10 000 ກີບ  ເຈ້ຍໃບດຽວ ປະກອບເອກສານ ໝົດເງິນເປັນແສນ ຈັກຄ່າຈ້ຳກາ ຈັກຄ່າ ເອກະສານ ,..... ສະໝັກແລ້ວ ຄັນໄດ້ ຄ່າແຮງງານກະມີແຕ່ ເດືອນໜຶ່ງ ເຈັດ ແປດ ແສນ ລ້ານໜຶ່ງ ແຖວືໆ ນີ້ແລະ!
ສູຢາກໃຫ້ຈຸກູ ຊັກຕາຍຕໍ່ໜ້າຕໍ່ຕາສູ ພຸ້ນບໍ ສູຈັ່ງຊິເຫັນວ່າຈຸກູລຳບາກສຳ່ໃດ!?????
ຢ່າເກັບຄ່າບໍລິການພາກລັດແພງຫຼາຍ ຫ້ອງການບໍ່ແມ່ນບໍລິສັດບັກໃດບັກໜຶ່ງລົງທຶນຕີ໊!!!Anonymous wrote:

ປະເທດໄທ ມີພົນລະເມືອງ ຫລາຍສິບລ້ານ ໝົດປະເທດ ກະໂຕເມືອງບາງກອກເອງ ມີປະມານ ສິບປາຍລ້ານ ມາເບິ່ງປະເທດລາວເຮົາ ແລ້ວ ໝົດປະເທດ ບໍ່ເຖິງສິບລ້ານ ນັ້ນບໍ່ໜ້າຈະ ເອົາມາ ທຽບກັນ ຕອ້ງໄປປຽບທຽບ ກັບປະເທດ ທີ່ມີ ພົນລະເມືອງຊຳ່ກັນ ແລະ ການຂະຫຍາຍຕົວ ຂອງ ເສດຖະກິດຊຳ່ກັນ ມັນຈຶ່ງແມ່ນ ແລ້ວຈຶ່ງຮູ້ວ່າ ລາວເຮົາມີຄວາມ ກ້າວໜ້າ ຫລື ຖອຍຫລັງ?

__________________
Anonymous

Date:

ຖ້າຈະສົມທຽບໃສ່ປະເທດທີ່ມີປະຊາກອນໄລ່ເລ່ຍກັນກະຊິມີແຕ່ປະເທດລິເບຍຫັ້ນລະຊັ້ນນະ, ຂ້ອຍຄິດວ່າທຽບໃສ່ປະເທດທີ່ມີເສດຖະກິດແຂງແຮງກ່ວາຫັ້ນລະດີ ຄືກັນກັບຕອນເຮົາຮຽນໜັງສືຫັ້ນລະເນາະ ຖ້າໄປທຽບໃສ່ຜູ່ໄດ້ທີລາກທ້າຍໝູ່ ປານໃດລະເຮົາຊິຮຽນເກັ່ງ ຕ້ອງທຽບໃສ່ຜູ່ທີ່ໄດ້ທີ1 ພຸ້ນລະເນາະເຮົາຈັ່ງຊິມີກໍາລັງໃຈຮຽນ.

__________________
Anonymous

Date:

ຄ່ານ້ຳດື່ມເດ! ປູນຊິເມັນເດ! ເັີນິເຈີເດ! ຢູ່ລາວກະຜະລິດໄດ້ ກະຍັງແພງກວ່າເຂົາຢູ່ດີ ເຈົ້າຊິຫາຂໍ້ອ້າງຫຍັງອີກ ອາດຍາສິ ລະບອບໃໝ່ຮູຂີ້ເໝັນ

__________________
Anonymous

Date:

ແມ່ນແລ້ວ ຄ່າບໍລິການພາກລັດ ແພງແບບບໍ່ມີເຫດຜົນ ເລີ້ມແຕ່ຄ່າຝາກລົດ ມອອກບັດ ປປຊມ ເຮັດເອກະສານ ຕ່າງ ໆ ນອກຈາກຊ້າຍັງແພງອີກ ມີແຕ່ແນວແປກໆ ບ້ານເຮົານະ!

__________________
Anonymous

Date:

Anonymous wrote:

ແມ່ນແລ້ວ ຄ່າບໍລິການພາກລັດ ແພງແບບບໍ່ມີເຫດຜົນ ເລີ້ມແຕ່ຄ່າຝາກລົດ ມອອກບັດ ປປຊມ ເຮັດເອກະສານ ຕ່າງ ໆ ນອກຈາກຊ້າຍັງແພງອີກ ມີແຕ່ແນວແປກໆ ບ້ານເຮົານະ!

ພວກຮູຂີ້ຄອງເມືອງ ມັນກະເປັນຈັ່ງຊີ້ລະ  ...ຟ້າກະບໍ່ພ່າຫົວມັນໃຫ້ຕາຍແລ້ວເຫມິດສະ

ສົມແຕ່ໄປຢູ່ປ່າ  ເວົ້າມາລະເບື່ອ.

__________________
Anonymous

Date:

Anonymous wrote:

ຖ້າຈະສົມທຽບໃສ່ປະເທດທີ່ມີປະຊາກອນໄລ່ເລ່ຍກັນກະຊິມີແຕ່ປະເທດລິເບຍຫັ້ນລະຊັ້ນນະ, ຂ້ອຍຄິດວ່າທຽບໃສ່ປະເທດທີ່ມີເສດຖະກິດແຂງແຮງກ່ວາຫັ້ນລະດີ ຄືກັນກັບຕອນເຮົາຮຽນໜັງສືຫັ້ນລະເນາະ ຖ້າໄປທຽບໃສ່ຜູ່ໄດ້ທີລາກທ້າຍໝູ່ ປານໃດລະເຮົາຊິຮຽນເກັ່ງ ຕ້ອງທຽບໃສ່ຜູ່ທີ່ໄດ້ທີ1 ພຸ້ນລະເນາະເຮົາຈັ່ງຊິມີກໍາລັງໃຈຮຽນ.

 ຢ່າສູ່ຄຶດໃຫຍ່ຫລາຍ ຖ້າເຮັດບໍ່ໄດ້ຈັກຫນ້ອຍກະສິໄດ້ກັດຫຳໂຕເອັງຕາຍ ...555

ທຽບໃສ່ຂະເຫມນ ກະໃຫ້ມັນທັນເຂົາຫັ້ນເທາະ  ...ຕື່ນສະ ຢ່າຝັນຫລາຍ.

__________________
Anonymous

Date:

ກໍຍອັນກົດໜາຍບໍແນ່ນອນປະເທດລາວຈິງເປັນຈັ່ງສີ

__________________
Anonymous

Date:

ມັນເປັນຍ້ອນຄົນລາວເຮົາເອງນີ້ແລ້ວ ມັນຂີ້ຄ້ານມັກງ່າຍບໍ່ມີປັນຍາຕໍ່ວ່າກັບພວກຜູ່ປົກຄອງ ສຸດທ້າຍເຂົາກະໄດ້ໃຈບໍ່ສົນຫັຽງຂໍພຽງແຕ່ກູມີກິນກະພໍ ສ່ວນຜູ່ອື່ນກິນຂີ້ກະຕາມມັນ. ຕື່ນເຖີດຄົນລາວ ເຖິງຄາວແລ້ວທີ່ເຮົາຄວນອອກມາຫາຄວາມເປັນທັມໃຫ້ກັບຕົວເອງ.

__________________
Anonymous

Date:

ປະເທດແລະພົນລະເມືອງ

United Arab Emirates( UAE )8,264,070 

ຄົນ 

Switzerland7,952,600 

ຄົນ 

Israel7,869,900 

ຄົນ 

Hong Kong (China)[11]7,103,700 

ຄົນ 

Lao(2010)  6,465,800  ຄົນ 

Denmark5,584,758 

ຄົນ 

Slovakia5,445,324 

ຄົນ 

Finland 

5,410,000 

ຄົນ 

Singapore5,183,700 

ຄົນ 

Norway5,013,900 

ຄົນ 

Ireland4,588,252 

ຄົນ 

New Zealand 4,436,260 

ຄົນ 

__________________
Anonymous

Date:

ປະເທດແລະພົນລະເມືອງ

United Arab Emirates( UAE )8,264,070 ຄົນ 

Switzerland 7,952,600 ຄົນ 

Israel 7,869,900 ຄົນ 

Hong Kong 7,103,700 ຄົນ 

Lao(2010)  6,465,800  ຄົນ 

Denmark5,584,758 ຄົນ 

Slovakia5,445,324 ຄົນ 

Finland 

5,410,000 

ຄົນ 

Singapore5,183,700 

ຄົນ 

Norway5,013,900 ຄົນ 

Ireland4,588,252 ຄົນ 

New Zealand 4,436,260 ຄົນ 

__________________
Anonymous

Date:

ລາວເຮົາການຜລິດຍັງຕ່ຳຫລາຍ
ປະກອບກັບສະພາບຄວາມອຸດົມສົມບຸນຂອງປະເທດກະບໍ່ອຳນວຍ
ຍົກຕົວຢ່າງການຜລິດໄຂ່ຕ້ອງມີຫົວອາຫານ ສ່ວນປະກອບຂອງຫົວອາຫານຕ້ອງມີທາດໂປຣຕິນ
ທາດໂປຣຕິນທີ່ຫາໄດ້ໃນລາຄາຕ່ຳນັ້ນແມ່ນປາຈາກທະເລ
ຢູ່ບ້ານເຮົາສິໃຫ້ຄົນກິນກະຍັງບໍ່່ພໍກັນແລ້ວ.

__________________
ດ້າຍລັງລາວ

Date:

ຕົ້ນທຶນການຜະລິດສູງ ລາຄາສິນຄ້າໃນທ້ອງຕະລາດກໍ່ແພງລະ.

__________________
Anonymous

Date:

ໄຜວ່າ ວຽງຈັນເສົ້າ ເຊົາສາເດີ ຢ່າໄດ້ວ່າ ຈັກໜອ່ຍລົດໄຟຫົວແຫລມ ມາຮອດແລ້ວ ຕຶກເວີນທເຣດ ກະຊິໄດ້ ມັນບໍ່ເສົ້າ ແລ້ວລະເດີ ?

__________________
Anonymous

Date:

ຢູ່ໄທ ເຂົ້າ ຫລື ນ້ຳມັນຂື້ນ 1 ບາດ ລັດຖະບານກະເຈົ້າກະຫາທາງແກ້ໄຂແລ້ວ

ແຕ່ເຮົາ ເຟີ້ຖວຍ 15.000 -18.000 ລັດຖະບານກໍ່ບໍ່ເຫັນສິເຮັດຫຍັງ

__________________
Anonymous

Date:

ໄມ່ເດ! ຢູ່ລາວແຫ່ງຫຼາຍເມື່ອທຽບໃສ່ປະຊາກອນ! ແຕ່ວ່າລາຄານີ້ ແມ່ນວ່າ ບໍ່ມີປັນຍາຊື້ມາເຮັດເຮືອນ ສ່ວນຫຼາຍມັນເອົາໄປເຮັດຫຍັງ ຢູ່ໃສ

ສາມາດເວົ້າໄດ້ວ່າເປັນນຳການບໍລິຫານລ້ວນໆ

ນຳ້ດື່ມຕຸກນ້ອຍໜຶ່ງ0.5 ລິດ 3 000 ກີບ ສ່ວນຢູ່ໄທ ຂະໜາດຕຸກໃຫຍ່ 1.5 ລິດ ເຂົາຍັງຄວບຕຸມໃຫ້ຊາຍໃນລາຄາພຽງແຕ່ 7 ຫຼື 8 ບາດເທົ່ານັ້ນ. ນີ້ກໍສາມາດເວົ້າໄດ້ວ່າເຂົາບໍ່ຮູ້ເຮັດວຽກ ບໍ່ຄວບຄຸມລາຄາ ຮູ້ຈັກແຕ່ເກັບເງິນຢ່າງດຽວ ພວກຂີ້ຄ້ານ ພວກບໍ່ຮູ້ຈັກວຽກ.

ແລະສຳລັບເລີ້ອງທີ່ວ່າປຽບທຽບໃສ່ໄທຍກໍ່ຍ້ອນວ່າມັນງ່າຍແກ່ການປຽບທຽບ ເຮົາຮູ້ໄທຍຫຼາຍກວ່າໝູ່ ຫຼາຍສິ່ງຫຼາຍຢ່າງຄ້າຍຄືກັນ. ຂອບໃຈ

__________________
Anonymous

Date:

ຍ້ອນມີຄົນຈຳນວນໜຶ່ງໄດ້ເງິນລ້າໆ ແບບຖືກກົກໝາຍ ໄປໃສ ມັນກະຊື້ ແບບຜີເຂົ້າ ຊື້ທຸ່ມຕະຫຼາດ ເຮັດໃຫ້ຊອງແພງແບບຜີເຂົ້າ ບໍ່ມີເຫດຜົນ,.......

__________________
Anonymous

Date:

ກົດໜາຍ ບໍແນ່ນອນ ພັກລັດບໍ່ມີມາດຕະການໃດໆປະເທດລາວຈິງເປັນຈັ່ງສີ ຄ່າຄອງຊີບຢູ່ລາວແພງ.....ຄ່າຄອງຊີບຢູ່ລາວແພງ....... ບໍ່ມີກົດໜາຍ

__________________
Anonymous

Date:

In USA too, there are plenty of houses and materials to build house but I am on food bill and no job, can't even borrow 500 dollar from bank, so every country the same the rich have every thing the poor have just enough to survive biggrinbiggrinbiggrinhmmhmmhmmyawnyawnyawncrycrycry

Just in the same bags. the rich has Mercedes benz the poor have bicycle.

ຄັນໃຫ້ເຈົ້າຢືມ ເຈົ້າຈະໃຊ້ຄືນແນວໃດເພາະເຈົ້າບໍ່ມີວຽກເຮັດແລະບໍ່ເຮັດວຽກ? ຢູ່ບ້ານເຮົາກໍ່ຄືກັນ ບໍ່ມີໃຜເອົາເງິນໃຫ້ຄົນທຸກຢືມດອກ, ຂະນາດມີໃບຕາດິນໄປຈໍາເພື່ອກູ້ເງິນມາແປງເຮືອນເພິ່ນຍັງບອກວ່າຖ້າເປັນໜີ້ຜະລິດຈະພິຈາລະນາໃຫ້ ແຕ່ສໍາລັບໜີ້ຄົງທີ່ຫົວໜ້າຄົງບໍ່ອະນຸຍາດ.

__________________
Anonymous

Date:

Anonymous wrote:

In USA too, there are plenty of houses and materials to build house but I am on food bill and no job, can't even borrow 500 dollar from bank, so every country the same the rich have every thing the poor have just enough to survive biggrinbiggrinbiggrinhmmhmmhmmyawnyawnyawncrycrycry

Just in the same bags. the rich has Mercedes benz the poor have bicycle.

 ຖ້າເຈົ້າເປັນ unemployed homeowner ເພິ່ນກໍ່ມີ program ພິເສດເພື່ອໃຫ້ເຈົ້າກູ້ຢືມເງິນດ້ວຍອັດຕາດອກເບັ້ຽຕໍາ. ເຈົ້າ google ເບິ່ງເດີ ບາງທີຣັຖເຈົ້າຢູ່ມີໂຄງການນີ້.

__________________
Anonymous

Date:

Anonymous wrote:

In USA too, there are plenty of houses and materials to build house but I am on food bill and no job, can't even borrow 500 dollar from bank, so every country the same the rich have every thing the poor have just enough to survive biggrinbiggrinbiggrinhmmhmmhmmyawnyawnyawncrycrycry

Just in the same bags. the rich has Mercedes benz the poor have bicycle.

ຄົນຢູ່ອາເມຣິກາເອີ້ນໂຄງການປະຊາສົງເຄາະດ້ານອາຫານວ່າ Food stamp program ແຕ່ເຈົ້າພັດເອີ້ນວ່າ Food bill, ແປກດີ ! ຕອນເຈົ້າເຮັດວຽກເປັນຊ່າງກໍ່ສ້າງເຮືອນຫັ້ນ ເຈົ້າຮັບຄ່າແຮງເປັນເງິນສົດເບາະຈຶ່ງບໍ່ມີສິດຮັບເງິນວ່າງງານຈາກກົມແຮງງານ? ຖ້າເຈົ້າໄດ້ເສັຽພາສີຣາຍໄດ້ໃຫ້ຣັຖ ເຈົ້າຄວນມີສິດໄດ້ຮັບ Unemployed Benefits ຄືຄົນອື່ນ.

__________________
Anonymous

Date:

from food stamp you buy basic things for living and receive the bill or food bill. At the moment in Florida they are talking about food stamp to junk food bill. You can not use food stamp to buy junk food.

__________________
Anonymous

Date:

Anonymous wrote:

Anonymous wrote:

ແມ່ນແລ້ວ ຄ່າບໍລິການພາກລັດ ແພງແບບບໍ່ມີເຫດຜົນ ເລີ້ມແຕ່ຄ່າຝາກລົດ ມອອກບັດ ປປຊມ ເຮັດເອກະສານ ຕ່າງ ໆ ນອກຈາກຊ້າຍັງແພງອີກ ມີແຕ່ແນວແປກໆ ບ້ານເຮົານະ!

ພວກຮູຂີ້ຄອງເມືອງ ມັນກະເປັນຈັ່ງຊີ້ລະ  ...ຟ້າກະບໍ່ພ່າຫົວມັນໃຫ້ຕາຍແລ້ວເຫມິດສະ

ສົມແຕ່ໄປຢູ່ປ່າ  ເວົ້າມາລະເບື່ອ.

The best comment ever

ຍ້ອງກັນລົງໄປເຈົ້າ ຈັກນ່ອຍກະບໍ່ໄດ້ໃບຍ້ອງຍໍທັງຜູ່ຍ້ອງແລະຜູ່ມັກຍ້ອງໃດຫັ້ນ.

__________________
Anonymous

Date:

Anonymous wrote:

Anonymous wrote:

ແມ່ນແລ້ວ ຄ່າບໍລິການພາກລັດ ແພງແບບບໍ່ມີເຫດຜົນ ເລີ້ມແຕ່ຄ່າຝາກລົດ ມອອກບັດ ປປຊມ ເຮັດເອກະສານ ຕ່າງ ໆ ນອກຈາກຊ້າຍັງແພງອີກ ມີແຕ່ແນວແປກໆ ບ້ານເຮົານະ!

ພວກຮູຂີ້ຄອງເມືອງ ມັນກະເປັນຈັ່ງຊີ້ລະ  ...ຟ້າກະບໍ່ພ່າຫົວມັນໃຫ້ຕາຍແລ້ວເຫມິດສະ

ສົມແຕ່ໄປຢູ່ປ່າ  ເວົ້າມາລະເບື່ອ.

ໄດ້ໃຊ້ຜັກຊີຢູ່ເບາະ? ຄັນຊິອອກຄໍາເຫັນແບບບໍ່ສ້າງສັນແບບນີ້ ກະໃຊ້ແນ່ຜັກຊີຫັ້ນ ລອງໃຊ້ໂຕນີ້ເນີ: http://tools.rosinstrument.com

__________________
Anonymous

Date:

ບໍ່ມີໃຜສົນໃຈດອກບັນຫາຂງປະຊາຊົນ ເຂົາເຈົ້າຄານັບເງິນດອນລາຢູ່

__________________

Member

Status: Offline
Posts: 6
Date:

ບໍ່ລົງມາເບີ່ງຢູ່ພາກໄຕ້ຂອງລາວແດ່ ແຂວງອັດຕະປື ຊີ້ນງົວ ໂລລະ 70.000 ກີບ, ຊີ້ນໝູ 60.000 ກີບ

__________________
kaipone
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard