Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ສາເຫດ ແຮງງານລາວ ໄດ້ຮັບຄ່າຈ້າງໂຄດຕໍ່າ ແມ່ນຍ້ອນ...?
Anonymous

Date:
ສາເຫດ ແຮງງານລາວ ໄດ້ຮັບຄ່າຈ້າງໂຄດຕໍ່າ ແມ່ນຍ້ອນ...?

ໂຄງການໃຫຍ່ໆຂອງຕ່າງປະເທດ ທີ່ເຂົ້າມາລົງທຶນຢູ່ລາວ ເຊິ່ງເມື່ອອີງຕາມລະບຽບການແລ້ວ ຕ້ອງເອົາສີມືແຮງງານລາວເຂົ້າບັນຈຸຢູ່ໜ່ວຍງານເພື່ອສ້າງ ວຽກເຮັດງານທຳໃຫ້ຄົນທ້ອງຖິ່ນ. ຂະນະທີ່ແຮງງານເຫຼົ່າ ນີ້ບໍ່ມີຄ່າແຮງງານຫຼາຍເຖິງວ່າຄວາມສາມາດ ແລະ ປະສົບການຈະມີກໍຕາມ. ທັງນີ້ກໍຍ້ອນ ແຮງງານລາວ ບໍ່ມີໃບຢັ້ງຢືນຄວາມສາມາດ ເຊິ່ງອາດເປັນປັດໄຈໜຶ່ງເຮັດໃຫ້ຕ່າງປະເທດບໍ່ໝັ້ນໃຈ ແລະ ຕີລາຄາສີມື ແຮງງານລາວວ່າ: ບໍ່ເກັ່ງ.

ທ່ານ ຄຳພຽງ ແກ້ວລັງສີ ອຳນວຍການສູນເຝິກວິຊາຊີບ ລາວ-ເກົາຫລີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ອະທິບາຍວ່າ: “ຕ່າງປະເທດຕີລາຄາ ສີມືແຮງງານລາວຕ່ຳ ຈຶ່ງໄດ້ຄ່າແຮງງານບໍ່ຫຼາຍເຖິງວ່າສາມາດເຮັດວຽກເກັ່ງ ຫຼື ມີປະສົບການກໍຕາມກໍບໍ່ສາມາດສ້າງຄວາມເຊື່ອໝັ້ນໄດ້ເນື່ອງຈາກ ຢູ່ບ້ານ ເຮົາຍັງບໍ່ມີໃບຢັ້ງຢືນໃຫ້ ເຊິ່ງໃບຢັ້ງຢືນສີມືແຮງງານແຕກຕ່າງກັບໃບປະກາດ, ຮຽນຈົບຊັ້ນໃດບໍ່ວ່າຕົ້ນ, ກາງ ຫຼື ສູງ ກໍມີໃບປະກາດໃຫ້. ສຳລັບໃບຢັ້ງຢືນ ຈະໄດ້ຮັບກໍຕໍ່ເມື່ອຜ່ານການທົດສອບຈາກ 4 ລະດັບ ຄືສີມືແຮງງານລະດັບ 1 ເອີ້ນວ່າ ເຄິ່ງຊຳນານງານ,ສີມືແຮງງານລະດັບ 2 ເອີ້ນວ່າ ຊຳນານງານ, ສີມືແຮງ ງານລະດັບ 3 ເອີ້ນວ່າ ນາຍຊ່າງ ແລະ ສີມືແຮງງານລະດັບ 4 ແມ່ນ ຜູ້ຄວບຄຸມວຽກ (ທຽບເທົ່າຊັ້ນຕົ້ນ, ກາງ ແລະ ສູງ ໃນລະບົບອາຊີວະສຶກສາ ກະຊວງ ສຶກສາທິການ ແລະ ກິລາ). ການທົດສອບສີມືແຮງງານ ແມ່ນການຢັ້ງຢືນຄວາມສາມາດທາງສີມືແຮງງານໃຫ້ແກ່ຜູ້ອອກແຮງງານໂດຍສະເພາະການທົດສອບ ຜູ້ ທີ່ມີປະສົບການໃນວຽກງານສະເພາະມາຫລາຍປີແຕ່ບໍ່ມີໃບຢັ້ງຢືນ”.

ທ່ານ ຄຳພຽງ ອະທິບາຍຕື່ມວ່າ: “ຝົນເດືອນກໍລະກົດທີ່ຈະເຖິງນີ້, ຈະທົດສອບສີມືແຮງງານ ເຊິ່ງຜູ້ທີ່ມີຄວາມສາມາດ, ຊຳນານໃນອາຊີບ ສາມາດເຂົ້າມາທົດ ສອບ ໄດ້ຢູ່ສູນເຝິກວິຊາຊີບລາວ-ເກົາຫລີ ຕາມເງື່ອນໄຂ, ລະບຽບການ ແລະ ມາດຕະຖານສີມືແຮງງານໃນວິຊາສະເພະນັ້ນໆ ໂດຍຈະຢັ້ງຢືນສີມື ແຮງງານ ແຕ່ລະດັບ 1 ຮອດລະດັບ 4. ໃບທົດສອບສີມືແຮງງານນຳໃຊ້ຫຼັກສູດສະເພາະຕາມຄວາມຮຽກ ຮ້ອງຕ້ອງການຂອງຜູ້ໃຊ້ແຮງງານເປັນຕົ້ນ: ການເຝິກຍົກ ລະດັບ, ເຝິກປ່ຽນວຽກ, ເຝິກເຂົ້າເຮັດວຽກ, ເຝິກໄປ ອອກແຮງງານຢູ່ຕ່າງປະເທດ. ການທົດສອບດັ່ງກ່າວຢູ່ພາຍໃຕ້ຫລັກການມາດຕະຖານສີມືແຮງງານ ແລະ ບົດທົດສອບສີມືແຮງງານ ທີ່ໄດ້ຮັບຮອງຈາກກົມພັດທະນາສີມືແຮງງານ ແລະ ຈັດຫາແຮງງານ, ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ. ໃບຢັ້ງຢືນ ສີມືແຮງງານ ຍັງໄດ້ຮັບການຮັບຮູ້ ແລະ ສາມາດນຳໃຊ້ ຢູ່ປະເທດທີ່ເປັນສະມາຊິກ ລຸ່ມແມ່ນ້ຳຂອງ”.

ສູນເຝິກວິຊາຊີບລາວ-ເກົາຫລີ ຂຶ້ນກັບກົມພັດທະນາສີມືແຮງງານ ແລະ ຈັດຫາແຮງງານ ຕັ້ງຢູ່ບ້ານ ຄຳຮຸ່ງ ເມືອງໄຊທານີ ນະຄອນຫລວງວຽງຈັນ ໄດ້ເປີດ ບໍລິການເມື່ອປີ 2005 ເຊິ່ງປັດຈຸບັນ ມີ 8 ສາຂາອາຊີບຄືຊ່າງສ້ອມແປງ ແລະ ນຳໃຊ້ຄອມພິວເຕີ, ຊ່າງສ້ອມແປງ ແລະ ບົວລະບັດຮັກສາລົດ, ຊ່າງຕັດ ຫຍິບ, ຊ່າງໄມ້, ຊ່າງໄຟຟ້າເອເລັກໂຕຣນິກ, ຊ່າງສ້ອມແປງເອເລັກໂຕຣນິກ, ຊ່າງເສີມຄວາມງາມ ແລະ ຊ່າງປຸງແຕ່ງອາຫານ ທຽບເທົ່າຊັ້ນຕົ້ນ, ກາງ ແລະ ຊັ້ນສູງ ປະກອບມີຫລັກສູດສີມືແຮງງານ ໃຊ້ເວລາການເຝິກ ແຕ່ 6 ເດືອນ ຫາ 3 ປີ.

__________________
Anonymous

Date:
RE: ສາເຫດ ແຮງງານລາວ ໄດ້ຮັບຄ່າຈ້າງໂຄດຕໍ່າ ແມ່ນຍ້ອນ...?

ຖືກຫລາຍແມ່ນຈ້າງລາຍວັນເດີ. ສອງອາທິດກ່ອນໄປມ້ຽນໄມ້ໃຫ້ເພິ່ນແຕ່ເຊົ້າຮອດຄໍ່າ ໃຫ້ເງິນຂ້ອຍແຕ່ 20000 ກີບເທົ່ານັ້ນ, ບາດລູກຊາຍເພິ່ນຢືນຄໍ້າແອວເບິ່ງຊື່ໆ ໄມ້ຕ່ອນນຶ່ງກະບໍ່ຈັບກະຍັງໄດ້ 10000 ໂດລາ. Not Fair

__________________
Anonymous

Date:

Anonymous wrote:

 ອັນນີ້ແລ້ວເພິ່ນເອີ້ນວ່າໂງ່ເຕັມໆ ຊີ່ໄປສົມທຽບກັນໄດ້ແນວໃດແນວຜູ້ເປັນເຈົ້າຂອງໂຄງການ ກັບລູກຈ້າງ ແຕ່ວ່າເຈົ້າບໍ່ແມ່ນກຳມະກອນດອກເຈົ້າມາເວົ້າເພື່ອທັບຖົມ ປັ່ນປ່ວນຊື່ໆດອກ ຂ້ອຍນີ້ມີປະສົບການຈິງເພາະຂ້ອຍເຮັດທຸລະກິດຂົນສົ່ງ, ກຳມະກອນລາວຫິ້ຼນໂຕທີ່ສຸດ ໂກງລາຄາ, ເຮັດວຽກອໍ້ແອ້ ຊັກຊ້າ, ເຂົ້າຊ້າເລີກໄວ, ພາກັນຊຸມແຕ່ເຫຼົ້າ, ເຮັດວຽກແບບຖ່ວງດຶງເວລາ ແທນທີ່ຊີ່ຟ້າວເຮັດໃຫ້ແລ້ວໄວໆເພື່ອໄປເຮັດອັນໃໝ່ ອັນນີ້ບໍ່ສົນໃຈເລີຍຂ້ອຍລະໃຈຊີ່ຂາດເພາະຢ້ານສົ່ງອອກບໍ່ທັນເວລາບອກເອົາກຳມະກອນມາເພີ້ມກໍ່ບໍ່ເອົາ ຫວງໄວ້ ແລະສຸດທ້າຍຄ່າແຮງເພິ່ນແພງສຸດໆເລີຍ. ແມ່ນຢູ່ອັດຕາຄ່າແຮງທາງການກຳນົດໄວ້ແມ່ນຖືກ ແຕ່ໃຊ້ໄດ້ແຕ່ກຳມະກອນໂຮງງານຕັດຫຍິບເທົ່ານັ້ນ, ສ່ວນກຳມະກອນກໍ່ສ້າງຕໍ່າສຸດ 500.000ກີບ/ວັນ, ສ່ວນກຳມະກອນຢູ່ສາງສີນຄ້າມີລາຍໄດ້ສະເລ່ຍ 1 ຫາ 2 ລ້ານກີບ/ວັນ.

__________________
Anonymous

Date:

ແມ່ນແທ້ຫວາພໍ່ອາວ? ຖ້າເຮັດວຽກກໍາມະກອນໄດ້ຫລາຍປານນັ້ນກະຊິໄດ້ອອກໂຮງຮຽນໄປເຮັດນໍາເຂົາໃດນີ້.

__________________
Anonymous

Date:

Anonymous wrote:

ໂຄງການໃຫຍ່ໆຂອງຕ່າງປະເທດ ທີ່ເຂົ້າມາລົງທຶນຢູ່ລາວ ເຊິ່ງເມື່ອອີງຕາມລະບຽບການແລ້ວ ຕ້ອງເອົາສີມືແຮງງານລາວເຂົ້າບັນຈຸຢູ່ໜ່ວຍງານເພື່ອສ້າງ ວຽກເຮັດງານທຳໃຫ້ຄົນທ້ອງຖິ່ນ. ຂະນະທີ່ແຮງງານເຫຼົ່າ ນີ້ບໍ່ມີຄ່າແຮງງານຫຼາຍເຖິງວ່າຄວາມສາມາດ ແລະ ປະສົບການຈະມີກໍຕາມ. ທັງນີ້ກໍຍ້ອນ ແຮງງານລາວ ບໍ່ມີໃບຢັ້ງຢືນຄວາມສາມາດ ເຊິ່ງອາດເປັນປັດໄຈໜຶ່ງເຮັດໃຫ້ຕ່າງປະເທດບໍ່ໝັ້ນໃຈ ແລະ ຕີລາຄາສີມື ແຮງງານລາວວ່າ: ບໍ່ເກັ່ງ.

ທ່ານ ຄຳພຽງ ແກ້ວລັງສີ ອຳນວຍການສູນເຝິກວິຊາຊີບ ລາວ-ເກົາຫລີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ອະທິບາຍວ່າ: “ຕ່າງປະເທດຕີລາຄາ ສີມືແຮງງານລາວຕ່ຳ ຈຶ່ງໄດ້ຄ່າແຮງງານບໍ່ຫຼາຍເຖິງວ່າສາມາດເຮັດວຽກເກັ່ງ ຫຼື ມີປະສົບການກໍຕາມກໍບໍ່ສາມາດສ້າງຄວາມເຊື່ອໝັ້ນໄດ້ເນື່ອງຈາກ ຢູ່ບ້ານ ເຮົາຍັງບໍ່ມີໃບຢັ້ງຢືນໃຫ້ ເຊິ່ງໃບຢັ້ງຢືນສີມືແຮງງານແຕກຕ່າງກັບໃບປະກາດ, ຮຽນຈົບຊັ້ນໃດບໍ່ວ່າຕົ້ນ, ກາງ ຫຼື ສູງ ກໍມີໃບປະກາດໃຫ້. ສຳລັບໃບຢັ້ງຢືນ ຈະໄດ້ຮັບກໍຕໍ່ເມື່ອຜ່ານການທົດສອບຈາກ 4 ລະດັບ ຄືສີມືແຮງງານລະດັບ 1 ເອີ້ນວ່າ ເຄິ່ງຊຳນານງານ,ສີມືແຮງງານລະດັບ 2 ເອີ້ນວ່າ ຊຳນານງານ, ສີມືແຮງ ງານລະດັບ 3 ເອີ້ນວ່າ ນາຍຊ່າງ ແລະ ສີມືແຮງງານລະດັບ 4 ແມ່ນ ຜູ້ຄວບຄຸມວຽກ (ທຽບເທົ່າຊັ້ນຕົ້ນ, ກາງ ແລະ ສູງ ໃນລະບົບອາຊີວະສຶກສາ ກະຊວງ ສຶກສາທິການ ແລະ ກິລາ). ການທົດສອບສີມືແຮງງານ ແມ່ນການຢັ້ງຢືນຄວາມສາມາດທາງສີມືແຮງງານໃຫ້ແກ່ຜູ້ອອກແຮງງານໂດຍສະເພາະການທົດສອບ ຜູ້ ທີ່ມີປະສົບການໃນວຽກງານສະເພາະມາຫລາຍປີແຕ່ບໍ່ມີໃບຢັ້ງຢືນ”.

ທ່ານ ຄຳພຽງ ອະທິບາຍຕື່ມວ່າ: “ຝົນເດືອນກໍລະກົດທີ່ຈະເຖິງນີ້, ຈະທົດສອບສີມືແຮງງານ ເຊິ່ງຜູ້ທີ່ມີຄວາມສາມາດ, ຊຳນານໃນອາຊີບ ສາມາດເຂົ້າມາທົດ ສອບ ໄດ້ຢູ່ສູນເຝິກວິຊາຊີບລາວ-ເກົາຫລີ ຕາມເງື່ອນໄຂ, ລະບຽບການ ແລະ ມາດຕະຖານສີມືແຮງງານໃນວິຊາສະເພະນັ້ນໆ ໂດຍຈະຢັ້ງຢືນສີມື ແຮງງານ ແຕ່ລະດັບ 1 ຮອດລະດັບ 4. ໃບທົດສອບສີມືແຮງງານນຳໃຊ້ຫຼັກສູດສະເພາະຕາມຄວາມຮຽກ ຮ້ອງຕ້ອງການຂອງຜູ້ໃຊ້ແຮງງານເປັນຕົ້ນ: ການເຝິກຍົກ ລະດັບ, ເຝິກປ່ຽນວຽກ, ເຝິກເຂົ້າເຮັດວຽກ, ເຝິກໄປ ອອກແຮງງານຢູ່ຕ່າງປະເທດ. ການທົດສອບດັ່ງກ່າວຢູ່ພາຍໃຕ້ຫລັກການມາດຕະຖານສີມືແຮງງານ ແລະ ບົດທົດສອບສີມືແຮງງານ ທີ່ໄດ້ຮັບຮອງຈາກກົມພັດທະນາສີມືແຮງງານ ແລະ ຈັດຫາແຮງງານ, ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ. ໃບຢັ້ງຢືນ ສີມືແຮງງານ ຍັງໄດ້ຮັບການຮັບຮູ້ ແລະ ສາມາດນຳໃຊ້ ຢູ່ປະເທດທີ່ເປັນສະມາຊິກ ລຸ່ມແມ່ນ້ຳຂອງ”.

ສູນເຝິກວິຊາຊີບລາວ-ເກົາຫລີ ຂຶ້ນກັບກົມພັດທະນາສີມືແຮງງານ ແລະ ຈັດຫາແຮງງານ ຕັ້ງຢູ່ບ້ານ ຄຳຮຸ່ງ ເມືອງໄຊທານີ ນະຄອນຫລວງວຽງຈັນ ໄດ້ເປີດ ບໍລິການເມື່ອປີ 2005 ເຊິ່ງປັດຈຸບັນ ມີ 8 ສາຂາອາຊີບຄືຊ່າງສ້ອມແປງ ແລະ ນຳໃຊ້ຄອມພິວເຕີ, ຊ່າງສ້ອມແປງ ແລະ ບົວລະບັດຮັກສາລົດ, ຊ່າງຕັດ ຫຍິບ, ຊ່າງໄມ້, ຊ່າງໄຟຟ້າເອເລັກໂຕຣນິກ, ຊ່າງສ້ອມແປງເອເລັກໂຕຣນິກ, ຊ່າງເສີມຄວາມງາມ ແລະ ຊ່າງປຸງແຕ່ງອາຫານ ທຽບເທົ່າຊັ້ນຕົ້ນ, ກາງ ແລະ ຊັ້ນສູງ ປະກອບມີຫລັກສູດສີມືແຮງງານ ໃຊ້ເວລາການເຝິກ ແຕ່ 6 ເດືອນ ຫາ 3 ປີ.

 ຄຳຖາມນີ້ ມັນຊິຕອບຍາກຫຍັງ ! ມັນກໍ່ແມ່ນຄົນລາວກົດຂີ່ຂູດຮີດຄົນລາວນຳກັນເອງນິລະ ! ພວກເຈົ້າຂອງໂຮງງານ ພວກລວຍແລ້ວ ມັນບໍ່ສົນຄວາມຍຸຕິທຳດອກ ມັນສົນແຕ່ວ່າ ກູຊິຂູດຮີດຄົນບໍ່ມີທາງສູ້ແນວໃດ ຈັ່ງຊິໄດ້ຈ່າຍເງິນເດືອນໃຫ້ມັນໜ້ອຍໆ ໃຊ້ວຽກມັນຫລາຍໆ ເພື່ອຈະໄດ້ກຳໄລຫລາຍໆ ທໍ່ນັ້ນ ! ຄັນພວກກຳມະບານ ພວກກົມແຮງງານລົງມາກວດ ເອົາຊອງຂາວອ່າວໜາ ຍັດປາກ ແລ້ວກໍ່ຈົບ ! ງ່າຍຄືຊິຕາຍນິ nononobiggrinbiggrinbiggrin

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard