Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລາວຍອມຮັບວ່າ ມີການສໍ້ລາດບັງຫລວງ ໃນກົມພາສີ ຫລາຍຂຶ້ນ
Anonymous

Date:
ລາວຍອມຮັບວ່າ ມີການສໍ້ລາດບັງຫລວງ ໃນກົມພາສີ ຫລາຍຂຶ້ນ

ເຈົ້າໜ້າທີ່​ຂັ້ນສູງ​ໃນ​ກົມ​ພາສີກະຊວງ​ການ​ເງິນ​ຂອງ​ລາວໄດ້​ໃຫ້ການ​ຍອມຮັບ​ວ່າການປະຕິບັດໜ້າທີ່ຂອງ​ພະນັກງານໃນ​ກົມ​ພາສີ​ໃນ​ປັດຈຸບັນ​ນີ້ ​ໄດ້ເກີດ​ປະກົດ​ການ​ຫຍໍ້​ທໍ້ເພີ້ມຂຶ້ນນັບ​ມື້ ​ໂດຍ​ສະ​ເພາະ​ແມ່ນ​ການປະຕິບັດໜ້າທີ່​ຢ່າງ​ບໍ່​ໂປ່​ງ​ໃສ​ດ້ວຍ​ການ​ຍອມຮັບເອົາ​ສິນ​ບົນເພື່ອ​ແລກ​ກັບການ​ຊ່ວຍ​​ໃຫ້​ມີ​ການ​ຫລົບຫລີກ ການ​ຊໍາລະພາສີຢ່າງ​ຖືກ​ຕ້ອງ​ຂອງ​ບັນດາ​ຜູ້​ປະກອບ​ການ​ໃນ​ທຸລະ​ກິດ​ຕ່າງໆນັ້ນ ຖື​ເປັນ​ກໍລະນີ​ບັນຫາທີ່​ມີ​ທ່າ​ອ່ຽງຮຸນ​ແຮງ​ຫລາຍ​ຂຶ້ນ.

​ແຕ່​ຢ່າງ​ໃດ​ກໍ​ຕາມເຈົ້າໜ້າທີ່​ຂັ້ນສູງ​ຂອງ​ລາວຄົນ​ດັ່ງກ່າວ​ນີ້ກໍ​ຍັງ​ຄົງ​ເຊື່ອໝັ້ນວ່າ ລັດຖະບານ​ລາວ​ມີ​ຄວາມ​ອາດສາມາດທີ່​ຈະ​ຄວບ​ຄຸມ ​ແລະ​ປາບ​ປາມການ​ສໍ້​ລາດ​ບັງ​ຫລວງພາຍ​ໃນ​ກົມ​ພາສີ ໃນ​ປັດຈຸບັນນີ້ ຍັງ​ເປັນ​ການ​ກະທໍາ​ໂດຍ​ພະນັກງານໃນ​ຂັ້ນພື້ນຖານ​ເທົ່າ​ນັ້ນ ຫາກ​ແຕ່​ວ່າເມື່ອ​ເປັນ​ສະພາບ​ການທີ່​ໄດ້​ເກີດ​ຂຶ້ນ​ໂດຍ​ທົ່ວ​ໄປ ຈຶ່ງ​ເຮັດ​ໃຫ້​ເກີດ​ເປັນ​ບັນຫາ​ຫາງ​ສຽງຈາກ​ປະຊາຊົນ ຢ່າງ​ກວ້າງ​ຂວາງ ດັ່ງ​ທີ່​ເຈົ້າຽ້າທີ່​ລາວຄົນ​ດັ່ງກ່າວ​ນີ້ ​ໄດ້​ໃຫ້ການ​ຊີ້​ແຈງ​ວ່າ:

“ອັນ​ນີ້ມັນ​ກະ​ເປັນ​ລັກສະນະ​ຫາງ​ສຽງ ກະ​ເປັນ​ຫາງ​ສຽງທີ່​ວ່າ​ກະທົບ ​ເພາະວ່າ
​ເຮົາ​ເຮັດໜ້າທີ່​ບໍລິການ ​ເກັບ​ລາຍ​ຮັບ​ເດ້ ມັນ​ກະ​ມີ​ການ​ກະທົບ​ຫາງ​ສຽງຈາກ​
ສັງຄົມ ຫາງ​ສຽງຈາ​ກຫົວໜ່ວຍທຸລະ​ກິດ ຊຶ່ງ​ກະບໍ່ປະຕິ​ເສດ ​ແຕ່​ວ່າກະບໍ່ແມ່ນ
​ເປັນ​ອັນ​ທີ່​ວ່າ​ເຮັດ​ໃຫ້​ເສຍ​ຫາຍ​ມະຫາສານ.”

VOA News

__________________
Anonymous

Date:
RE: ລາວຍອມຮັບວ່າ ມີການສໍ້ລາດບັງຫລວງ ໃນກົມພາສີ ຫລາຍຂຶ້ນ

ທ່ານອາຊາງ ລາວລີ ເຮັດຫຍັງຢູ່? ຖ້າຮູ້ວ່າກົມໃດກອງໃດມີການ ສໍ້ລາດບັງຫລວງກໍ່ຄວນມີການປາບປາມຈັບກຸມຊັ້ນຕົວະ ຊິປ່ອຍ ໃຫ້ເຂົາກິນຈົນບ້ານເມືອງຫລົ້ມຈົມພຸ້ນຫວາຈຶ່ງຈະມືນຕາ?

__________________
Anonymous

Date:

ພະວັດດຽວກັນ ຍ່ອມເທດສະໜາບົດດຽວກັນ ຍ່ອມຮູ້ໃຈກັນດີ ວ່າ ໃຜບາດໃຫຍ່ ໃຜບາດນ້ອຍ ແລະ ພະລູກນ້ອງຍ່ອມຮູ້ດີ ວ່ານິໃຈເຈົ້າອາວາດແນວໃດ

__________________
Anonymous

Date:

Why not adapted the law like China and Singapore ? if find-out they're corrupted, put them to death.

__________________
Anonymous

Date:

Anonymous wrote:

 ສົມທຽບໄດ້ດີເວີຍ ! ຖືກຕ້ອງຫລາຍ biggrinbiggrin ຂໍເສີມ ໄກ່ເຫັນຕີນງູ ງູເຫັນນົມໄກ່ ແລ້ວໃຜຊິເວົ້າໃຜໄດ້ ໃຜຊິຟັງໃຜ ຢ້ານໃຜ ? ກໍ່ມີແຕ່ປ່ອຍເລີຍຕາມເລີຍທໍ່ນັ້ນລະ ມືໃຜຍາວຂ້ຽວສາວໄດ້ສາວເອົາ ທໍ່ນັ້ນລະ yawn ປົງເຖີດໂຍມ ຈັກໜ້ອຍເປັນຄວາມດັນ ! ພະຍາດເສດຖີທັງຫລາຍ( ຕັ່ງຊົ້ງ ຄວາມດັນ ໄຂມັນອຸດຕັນເສັ້ນເລືອດຫົວໃຈ ເບົາຫວານ ) ຫາກຊິລົງໂທດພວກເພິ່ນເອງດອກ !

ສາສະໜານີ້ບໍ່ໄດ້ສອນໃຫ້ປົງດອກທ່ານ ມີແຕ່ໃຫ້ແບກໄວ້ເທົ່ານັ້ນ ໃຜແບກໄດ້ດົນ ແມ່ນຈະໄດ້ກ້ອນໃຫຍ່ ໃຜແບກບໍ່ໄດ້ດົນ ກະໄດ້ໄປບວດ ແລະ ເລົ່າບົດສູດມົນບົດເກົ່າ ທີ່ເລົ່າກັນມາຕັ້ງແຕ່ຕົ້ນ

__________________
Anonymous

Date:

ພວກນີ້ ມັກດູດເງິນເຈົ້າແບບຜິດກົດໜາຍ ຈົນເລືອດອອກຊິບໆ

__________________
Anonymous

Date:

ພວກພາສີຮັ່ງມີເບີ 1 ແມ່ນພວກຫົວໜ້າດ່ານ, 2 ຄະນະດ່ານ, 3 ໜ່ວຍງານກວດກາຂອງດ່ານ, 4 ຫົວໜ້າພາສີເຂດ, 5 ຫົວໜ້າພະແນກຕ້ານ ແລະສະກັດກັ້ນ. ດ່ານທີ່ສ້າງລາຍໄດ້ອັນດັບ 1. ດ່ານແດນສະຫັວນ, 2 ດ່ານຂົວມິດຕະພາບ1, 3 ດ່ານຂົວມິດຕະພາບ2, 4 ດ່ານຫຼັກຊາວ, 5ດ່ານວັງເຕົ່າ, 6 ດ່ານທ່າແຂກ, 7 ດ່ານບໍ່ເຕັນ, 8 ດ່ານ ປາກຊັນ. ຄາດກັນວ່າດ່ານເບີ 1 ຫາ 3 ສ້າງລາຍໄດ້ເຂົ້າຖົງຕົນເອງຄົນລະ 100,000 ຫາ 200,000 ໂດລາ/ເດືອນ, 4 ຫາ 7 ປະມານ 80,000 ຫາ 120,000ໂດລາ/ເດືອນ ເບີ8 ປະມານ 50,000ໂດລາ/ເດືອນ. ລາຍໄດ້ສ່ວນຫຼາຍໄດ້ຈາກການລັກລອບປ່ອຍໄມ້ອອກ.

__________________
Anonymous

Date:

ຂ້ອຍຄິດວ່າເຂົາກະຕ້ອງແບ່ງໃຫ້ນາຍເຂົາກິນນໍາຫັ້ນລະ ເຂົາຈຶ່ງຢູ່ໄດ້ກິນໄດ້ແບບນີ້ ຄັນນາຍເໜືອຫົວບໍ່ໄດ້ກິນນໍາ ເຂົາເດັ້ງແຕ່ດົນແລ້ວ.

__________________
Observer

Date:

ຂອບໃຈສຳລັບຂໍ້ມູນທີ່ຂ້າພະເຈົ້າຢາກຮູ້ມາແຕ່ດົນ

ສົມພໍໃຜເປັນພາສີ ມີແຕ່ຜູ້ລວຍໆ. ຂະຫນາດຜູ້ຫາກໍ່ເຮັດບໍ່ຮອດປີມີ ລົດ Fancy ຂີ່ລະ ສາຍຄໍຄຳສ່ຳຕີນລົດໄຟ biggrin

__________________
Anonymous

Date:

Anonymous wrote:

ພວກພາສີຮັ່ງມີເບີ 1 ແມ່ນພວກຫົວໜ້າດ່ານ, 2 ຄະນະດ່ານ, 3 ໜ່ວຍງານກວດກາຂອງດ່ານ, 4 ຫົວໜ້າພາສີເຂດ, 5 ຫົວໜ້າພະແນກຕ້ານ ແລະສະກັດກັ້ນ. ດ່ານທີ່ສ້າງລາຍໄດ້ອັນດັບ 1. ດ່ານແດນສະຫັວນ, 2 ດ່ານຂົວມິດຕະພາບ1, 3 ດ່ານຂົວມິດຕະພາບ2, 4 ດ່ານຫຼັກຊາວ, 5ດ່ານວັງເຕົ່າ, 6 ດ່ານທ່າແຂກ, 7 ດ່ານບໍ່ເຕັນ, 8 ດ່ານ ປາກຊັນ. ຄາດກັນວ່າດ່ານເບີ 1 ຫາ 3 ສ້າງລາຍໄດ້ເຂົ້າຖົງຕົນເອງຄົນລະ 100,000 ຫາ 200,000 ໂດລາ/ເດືອນ, 4 ຫາ 7 ປະມານ 80,000 ຫາ 120,000ໂດລາ/ເດືອນ ເບີ8 ປະມານ 50,000ໂດລາ/ເດືອນ. ລາຍໄດ້ສ່ວນຫຼາຍໄດ້ຈາກການລັກລອບປ່ອຍໄມ້ອອກ.

 ເຮັດແນວໃດພວກຕາຍດັບຕາຍວາຍເລົ່ານີ້ຈະໝົດຈາກ ສປປລາວ ເຮົາດ່ວນທ່ີສຸດ. ພວກເຮົາໄດ້ແຕ່ເຫົານຳຫລັງເຂົາ. ເບື່ອເດ ພວກເຂົາມີເສັ້ນໃຫຍ່ກວ່າໂສ້ມັດຊ້າງພຸ້ນນາ

__________________
Anonymous

Date:

ຜູ່ມີສິດອໍານາດມີບາລະມີສູງເຊື້ອເຊີນຄົນຕ່າງຊາດເຂົ້າມາກອບ ໂກຍເອົາຄວາມອຸດົມສົມບູນຂອງຊັບພະຍາກອນທໍາມະຊາດແລະແບ່ງຜົນກໍາໄລນໍາເຂົາເຈົ້າເດືອນລະ 20% ກໍ່ຄວນຈະຖືກປະນາມຄືກັນ ຂ້ອຍວ່າ.

__________________
Anonymous

Date:

ຂ້ອຍໄດ້ຍິນນິທານເລື່ອງໜື່ງມາ ມີໝາໂຕໜື່ງ ເຈົ້າຂອງເອົາເຂົ້າມາໃຫ້ຖ້ວຍບັກໃຫຍ່ໂດຍຫວັງວ່າຈະໃຫ້ຫຼາຍໂຕໄດ້ກິນນຳ ແຕ່ວ່າໝາໂຕນັ້ນບໍ່ໃຫ້ສັດອື່ນໃດກິນເລີຍ ມັນກິນອີ່ມແລ້ວ ມັນກໍ່ນັງເຝົ້ານອນເຝົ້າ ບໍ່ຍອມໜີໄປໃສ ຖ້າມີສັດມາໃກ້ມັນກໍ່ຮ້ອງຂູ່ ໃກ່ຊິມາກິນມັນກໍ່ໄລ່ກັດ ແມ່ນແຕ່ມັນກິນຈົນທ້ອງຊິແຕກແລ້ວ ກິນຈົນບໍ່ກິນອີກແລ້ວ ມັນກໍ່ຍັງນັ່ງເຝົ້າ ເບິ່ງໝາໂຕອື່ນ ສັດໂຕອື່ນຫິວຕາຍ ທັງທີ່ຕົນມີຂອງກິນເຫຼືອຢູ່ເຕັມ

ແລ້ວ ຖ້າເຮົາຈະເອົາມາປຽບກັບປັດຈຸບັນນີ້ ຈະປຽບທຽບໄດ້ບໍ່

__________________
Anonymous

Date:

ພວກທ່ານ ເວົ້າເກີນເຫດ ພ/ງ ພາສີ ບໍ່ໄດ້ເງິນຫລາຍ ປານນັ້ນດອກ ພະນັກງານພາສີ ທຸກຍາກກໍຍັງມີຫລາຍ ແຕ່ລະ ໜ່ວຍງານມີ ການຈັດຕັ້ງ ມີຄະນະພັກເພື່ອຄວບຄຸມ  ແລະ ກວດກາ ສ່ວນຫົວໜ້າດ່ານ ຫລື ຫົວໜ້າ ຂະແໜງອື່ນໆ ເຮັດຫຍັງບໍ່ໄດ້ຕາມໃຈດອກ ນອກຈາກ ຈະລັກເຮັດລັກທຳ ແຕ່ຖ້າສືບຮູ້ ຕອ້ງກັບບ້ານເກົ່າ ? ທຸກໆອາທິດ ມີການສຳຫລວດ ສອ່ງແສງ ຖາມຂອ້ຍ ຜູ້ທີ່ເຮັດວຽກ ຢູ່ນີ້.

__________________
Anonymous

Date:

Anonymous wrote:

Why not adapted the law like China and Singapore ? if find-out they're corrupted, put them to death.

If Laos doing like China, 3/4 of Laos government officers and its employees will be putting them to death,plus Laos will lost many of top rank army and police also.

__________________
ຊະນະໄພ

Date:

ທີ່ຈິງແລ້ວມັນກໍ່ເປັນຄວາມຈິງຄືຫາງສຽງເວົ້າຫັ້ນແລ້ວແຕ່ກໍ່ຢ່າໄປຕີລວດກວດພຽງພາສີໝົດທຸກຄົນ, ຕາມທີ່ຂ້ອຍຮູ້ເພາະຂ້ອຍເອງເຮັດທຸລະກິດນຳເຂົ້າ-ສົ່ງອອກຈຶ່ງຕິດພັນກັບພາສີ ແລະຮູ້ສະພາບຕົວຈິງໃນວົງການພາສີດີພໍສົມຄວນ ຂ້ອຍຈຶ່ງຍາກແບ່ງປັນຂໍ້ມູນດັ່ງນີ້:

1. ພາສີມີປະມານ 800ຄົນໃນທົ່ວປະເທດ ແຕ່ພວກທີ່ຮັ່ງມີຍ້ອນໜ້າທີ່ມີປະມານ 15% ພວກນີ້ແມ່ນພວກນາຍດ່ານສາກົນ, ສາກວດ ແລະຈະປະຈຳຢູ່ດ່ານເປັນເວລາດົນເປັນຢ່າງນ້ອຍ 5-10ປີຂຶ້ນໄປ ທີ່ສຳຄັນພວກນີ້ແມ່ນນາມສະກຸນໃຫ່ຍ, ເປັນລູກ ຫຼານ ຂອງຜູ້ໃຫ່ຍລະດັບກຳມະການສູນກາງພັກຂຶ້ນໄປຈຶ່ງບໍ່ມີໃຜເຮັດຫັຍງໄດ້ ສ່ວນຜູ້ບໍ່ມີເສັ້ນເປັນພາສີຈົນເຖົ້າກໍ່ຍັງທຸກຄືເກົ່າ; 

2. ການລັກລອບໜີພາສີບໍ່ສາມາດເກີດຂຶ້ນໄດ້ຖ້ານັກທຸລະກິດບໍ່ໃຫ້ການຮ່ວມມື ລວມທັງໜ່ວຍງານອື່ນອີກຄື: ການຄ້າ, ຕຳລວດເສດຖະກິດ, ອາກອນ, ປ່າໄມ້, ສາງສີນຄ້າ ແລະນັກທຸລະກິດທີ່ເຮັດໄດ້ກໍ່ມີເສັ້ນຄືກັນອີກ;

3. ການລັກລອບໜີພາສີມີການເຮັດເປັນຂະບວນການຄືດ່າຕົ້ນທາງ ແລະພະແນກກວດກາຮ່ວມມືກັນຈຶ່ງລອດ;

4. ຜູ້ໃຫ່ຍຂອງກົມພາສີ ແລະກະຊວງການເງີນກໍ່ຮູ້ໝົດ ຜ່ານມາມີການຈັບກຸມສີນຄ້າໜີພາສີໄດ້ແຕ່ບໍ່ມີການລົງໂທດພະນັກງານທີ່ກ່ຽວຂ້ອງຈຶ່ງເຮັດໃຫ້ເຂົາບໍ່ເກງກົວກົດໝາຍ;

5. ການສໍ້ລາດບັງຫລວງໃນລາວມີຢູ່ທຸກກະຊວງ, ທຸກແຂວງ, ທຸກຮູບແບບ ຂັ້ນເທິງກໍ່ຮູ້ດີແຕ່ບໍ່ມີການແກ້ໄຂ ແລະພາສີແມ່ນກອງຂີ້ໝາຂອງເພິ່ນ ໝາຍຄວາມວ່າພາກັນວ່າໃຫ້ແຕ່ພາສີເພື່ອໃຫ້ສັງຄົມເຂົ້າໃຈວ່າບ່ອນອື່ນດີໝົດແຕ່ໃນຄວາມຈິງບ່ອນອື່ນໜັກກ່ວາພາສີ ຕົວຢ່າງ: ໂຄງການກໍ່ສ້າງໂຄງລ່າງຂອງລັດຖະບານມັນມະຫາສານ ມັນມີມູນຄ່າ 10ຕື້ຂຶ້ນໄປຄູນໃຫ້ 15% ເບິ່ງໄດ້ເທົ່າໃດ ທຽບໃສ່ພາສີໂກງຈິບຈ້ອຍໄປເລີຍ.

6. ຂ້ອຍຂໍນິຍາມການທຸຈະລິດວ່າມີສອງປະເພດໃຫ່ຍ ຄື: 1. ສໍ້ລາດ ບັງຫຼວງ ອັນນີ້ຖືວ່າລະດັບນ້ອຍ ສ່ວນພວກກ່ຽວຂ້ອງມີ ພາສີ, ອາກອນ, ການຄ້າ, ປ່າໄມ້, ຕຳລວດ ແລະອື່ນໆ ຊຶ່ງເປັນເຈົ້າໜ້າທີ່ຊັ້ນຜູ້ນ້ອຍເຮັດກັນ;

2. ສໍ້ຫຼວງ ບັງລາດ ນີ້ແມ່ນລະດັບມະຫາສານ ແລະອັນຕະລາຍທີ່ສຸດ ໄດ້ແກ່ພວກທີ່ນຳໃຊ້ເງີນກູ້ຢືມຕ່າງປະເທດ, ເງີນງົບປະມານແຜ່ນດີນ ໄປແບ່ງປັນກັນກິນ ຄືໂຄງການກໍ່ສ້າງຕ່າງໆ ກະຊວງທີ່ກ່ຽວຂ້ອງໂດຍກົງແມ່ນກະຊວງໂຍທາ, ປ້ອງກັນປະເທດ, ສຶກສາໂດຍສະເພາະແມ່ນວຽກງານກິລາ, ສາທາ, ຕ່າງປະເທດ ແລະອື່ນໆ. ນີ້ແມ່ນຄວາມເຫັນສ່ວນຕົວ ຖືກຫຼືຜິດຂໍອະໄພໂທດນຳ ທີ່ເວົ້າມາກໍ່ແມ່ນຢາກໃຫ້ການນຳຂັ້ນສູງຂອງລັດຖະບານຮັບຮູ້ ຍອມຮັບຄວາມຈິງ ແລະພາກັນແກ້ໄຂ ຖ້າເຮັດບໍ່ໄດ້ຄວາມເຊື່ອໝັ້ນຂອງປະຊາຊົນທີ່ມີຕໍ່ພັກ ແລະລັດຖະບານຈະໝົດໄປໃນທີ່ສຸດ.

__________________
Anonymous

Date:

ຂໍຊົມເຊີຍທ່ານຊະນະໄພ ອ່ານຄໍາເຫັນຂອງທ່ານແລ້ວເຫັນແຈ້ງຈ່າງປ່າງປານເປີດໄຟໃນມຸ້ງ.

__________________
Anonymous

Date:

ຂໍຊົມເຊີຍຄຳເຫັນທ່ານຊະນະໄພ ມີເຫັດຜົນແລະເບີ່ງແຈ້ງຈາງປ່າງ

- ຜູ້ຂ້າຄິດວ່າຖ້າເພິ່ນບໍ່ຮີບປັບປຸງເລື່ອງໄຫໃຫຍ່ລົ້ນໄຫນ້ອຍບໍເຕັມນີ້ ກໍໜ້າເປັນຫ່ວງຕໍ່ປະເທດຊາດ

ບ້ານເມືອງອີຫລີ. ບໍ່ຢາກເຫັນຄົນລາວເຮົາຂັດແຍ້ງກັນອີກມັນຊິດຳລົງຊີວິດລຳບາກຫລາຍຖ້າ

ມັນມີຄວາມວຸ້ນວາຍ

__________________
Anonymous

Date:

ພາສີ = ໂຈນ = ມາເຟັຍ

ເງິນທີ່ໄດ້ມາຟີຣ ກໍພາກັນ ກຶນເຫລົ້າ ສີ້ຫີ ລໍ້ຫລອກເດັກມັທຍົມ ເສັຍຜູ້ເສັຍຄົນ ສຸດທ້າຍກາຍເປັນກະລີ່ 

ພວກນີ້ທຳລາຍຊາດທູກດ້ານ ທັງທາງຕົງ ແລະທາງອ້ອມ

ໂອ່ ລືມໃປ ເດືອນແລ້ວຫາກໍໃປຂື້ນເຮືອນໃໝ່ ພາສີ ມູນ່າຫລາຍຕື້ ແລະລ້າງລົດ land cruiser ຄັນໃໝ່ 

ເງິນທັງໝົດໄດ້ຈາກຄໍຣັບຊັນ. ປປຊ ລາວ ຕຽມໂຕຫລຸດພົ້ນຈາກຄວາມທູກຢາກ ປີ 2020 ພາຍໄຕ້ການນຳພາຂອງ ມ່າເພັ້ຍ

__________________
Anonymous

Date:

Anonymous wrote:

ພວກທ່ານ ເວົ້າເກີນເຫດ ພ/ງ ພາສີ ບໍ່ໄດ້ເງິນຫລາຍ ປານນັ້ນດອກ ພະນັກງານພາສີ ທຸກຍາກກໍຍັງມີຫລາຍ ແຕ່ລະ ໜ່ວຍງານມີ ການຈັດຕັ້ງ ມີຄະນະພັກເພື່ອຄວບຄຸມ  ແລະ ກວດກາ ສ່ວນຫົວໜ້າດ່ານ ຫລື ຫົວໜ້າ ຂະແໜງອື່ນໆ ເຮັດຫຍັງບໍ່ໄດ້ຕາມໃຈດອກ ນອກຈາກ ຈະລັກເຮັດລັກທຳ ແຕ່ຖ້າສືບຮູ້ ຕອ້ງກັບບ້ານເກົ່າ ? ທຸກໆອາທິດ ມີການສຳຫລວດ ສອ່ງແສງ ຖາມຂອ້ຍ ຜູ້ທີ່ເຮັດວຽກ ຢູ່ນີ້.

---------------------------------------

ໃນພາກທິດສະດີ ຂພຈ ເຫັນດີກັບຄວາມເຫັນຂອງ ທ່ານ ແຕ່ຕົວຈິງມັນບໍ່ເປັນແນວນັ້ນທ່ານເອີຍ ມຶນຕາເບິ່ງຕື່ມແດ່, ຖ້າທ່ານໄດ້ມີໂອກາດໄປ

ຫລາຍແຂວງໃນປະເທດລາວ ທ່ານກໍ່ຈະສັງເກດເຫັນວ່າ ຫ້ອງການທ່ີມີລົດໃຫຍ່ຈອດຢູ່ຫລາຍກວ່າໝູ່ຈະແມ່ນ ຫ້ອງການການເງິນແລະພາສີ

ຢູ່ຫລວງພະບາງຈົນໄດ້ເອົາຂ້າມໄປຈອດໄວ້ເດິນກິລາເກົ່າ.

-----------------------------------------

__________________
Anonymous

Date:

ພວກໂຈນປົ້ນແຜ່ນຂໍໃຫ້ພວກມັນຕາຍດັບໃຫລຕາຍ ໃຫ້ມົດ

__________________
Anonymous

Date:

mafia the grand

__________________
Anonymous

Date:

Anonymous wrote:

ພວກທ່ານ ເວົ້າເກີນເຫດ ພ/ງ ພາສີ ບໍ່ໄດ້ເງິນຫລາຍ ປານນັ້ນດອກ ພະນັກງານພາສີ ທຸກຍາກກໍຍັງມີຫລາຍ ແຕ່ລະ ໜ່ວຍງານມີ ການຈັດຕັ້ງ ມີຄະນະພັກເພື່ອຄວບຄຸມ  ແລະ ກວດກາ ສ່ວນຫົວໜ້າດ່ານ ຫລື ຫົວໜ້າ ຂະແໜງອື່ນໆ ເຮັດຫຍັງບໍ່ໄດ້ຕາມໃຈດອກ ນອກຈາກ ຈະລັກເຮັດລັກທຳ ແຕ່ຖ້າສືບຮູ້ ຕອ້ງກັບບ້ານເກົ່າ ? ທຸກໆອາທິດ ມີການສຳຫລວດ ສອ່ງແສງ ຖາມຂອ້ຍ ຜູ້ທີ່ເຮັດວຽກ ຢູ່ນີ້.

 ຂ້ອຍບໍ່ຖາມເຈົ້າດອກ ເພາະຂ້ອຍຮູ້ພວກນີ້ດີ ອັນຕົວ ຜຂ ກະເລາະແຕ່ເໜືອຫາໄຕ້ຄືກັນ.

  ທຸກໆອາທິດ ມີການສຳຫລວດ ສອ່ງແສງຫວະ

ສຳຫລວດປັນເງິນກັນຫັ້ນຕີ໋

ເບີ່ງຄັກໆແລ້ວເປັນບຸກຄລາກອນ ທ່ີບໍ່ມີຄຸນະພາບ. ເຫັນຫລາຍດ່ານພາກັນຫລີ້ນເກມຄອມ, ລະບົບ filing ເອກະສານບໍ່ເປັນລະບຽບ. ຫ້ອງການສົກປົກ. ນິສັຍຂີ້ອວດ ເບືອ່ພວກນີ້ແຮງອີ່ຫລີ

 ເຈົ້າຫວະ ໄປສຳຫລວດ ສ່ອງແສງ ໄປສອງເບິ່ງຫອຍ

ສາວນ້ອຍລະຕິ ? ຈິ່ງບໍ່ເຫັນເຂົ້າໂກງກີນ

__________________
Anonymous

Date:

Anonymous wrote:

ຂ້ອຍໄດ້ຍິນນິທານເລື່ອງໜື່ງມາ ມີໝາໂຕໜື່ງ ເຈົ້າຂອງເອົາເຂົ້າມາໃຫ້ຖ້ວຍບັກໃຫຍ່ໂດຍຫວັງວ່າຈະໃຫ້ຫຼາຍໂຕໄດ້ກິນນຳ ແຕ່ວ່າໝາໂຕນັ້ນບໍ່ໃຫ້ສັດອື່ນໃດກິນເລີຍ ມັນກິນອີ່ມແລ້ວ ມັນກໍ່ນັງເຝົ້ານອນເຝົ້າ ບໍ່ຍອມໜີໄປໃສ ຖ້າມີສັດມາໃກ້ມັນກໍ່ຮ້ອງຂູ່ ໃກ່ຊິມາກິນມັນກໍ່ໄລ່ກັດ ແມ່ນແຕ່ມັນກິນຈົນທ້ອງຊິແຕກແລ້ວ ກິນຈົນບໍ່ກິນອີກແລ້ວ ມັນກໍ່ຍັງນັ່ງເຝົ້າ ເບິ່ງໝາໂຕອື່ນ ສັດໂຕອື່ນຫິວຕາຍ ທັງທີ່ຕົນມີຂອງກິນເຫຼືອຢູ່ເຕັມ

ແລ້ວ ຖ້າເຮົາຈະເອົາມາປຽບກັບປັດຈຸບັນນີ້ ຈະປຽບທຽບໄດ້ບໍ່

ຖີກຕ້ອງທີ່ສຸດ

__________________
Anonymous

Date:

ພວກທ່ານ ເວົ້າເກີນເຫດ ພ/ງ ພາສີ ບໍ່ໄດ້ເງິນຫລາຍ ປານນັ້ນດອກ ພະນັກງານພາສີ ທຸກຍາກກໍຍັງມີຫລາຍ ແຕ່ລະ ໜ່ວຍງານມີ ການຈັດຕັ້ງ ມີຄະນະພັກເພື່ອຄວບຄຸມ  ແລະ ກວດກາ ສ່ວນຫົວໜ້າດ່ານ ຫລື ຫົວໜ້າ ຂະແໜງອື່ນໆ ເຮັດຫຍັງບໍ່ໄດ້ຕາມໃຈດອກ ນອກຈາກ ຈະລັກເຮັດລັກທຳ ແຕ່ຖ້າສືບຮູ້ ຕອ້ງກັບບ້ານເກົ່າ ? ທຸກໆອາທິດ ມີການສຳຫລວດ ສອ່ງແສງ ຖາມຂອ້ຍ ຜູ້ທີ່ເຮັດວຽກ ຢູ່ນີ້.

 ຂ້ອຍບໍ່ຖາມເຈົ້າດອກ ເພາະຂ້ອຍຮູ້ພວກນີ້ດີ ອັນຕົວ ຜຂ ກະເລາະແຕ່ເໜືອຫາໄຕ້ຄືກັນ.

  ທຸກໆອາທິດ ມີການສຳຫລວດ ສອ່ງແສງຫວະ

ສຳຫລວດປັນເງິນກັນຫັ້ນຕີ໋

ເບີ່ງຄັກໆແລ້ວເປັນບຸກຄລາກອນ ທ່ີບໍ່ມີຄຸນະພາບ. ເຫັນຫລາຍດ່ານພາກັນຫລີ້ນເກມຄອມ, ລະບົບ filing ເອກະສານບໍ່ເປັນລະບຽບ. ຫ້ອງການສົກປົກ. ນິສັຍຂີ້ອວດ ເບືອ່ພວກນີ້ແຮງອີ່ຫລີ

_______________________________________________

ເຈົ້າເວົ້າມາແມ່ນຄວາມຈິງໝົດ ພວກພາສີລວມທັງອາກອນ ແມ່ນພວກທີ່ລັກລອບສໍ້ກົງອີຫລີທຸກທິດຕ້ອງປັນເງິນກັນ ສຳຫລວດສ່ອງແສງວ່າອາທິດຜ່ານມານັ້ນໄດ້ທໍ່ໃດແລ້ວກໍປັນກັນ ແລ້ວກໍເຕືອນກັນເຮັດໃຫ້ແນບບແນນ

ຂ້າພະເຈົ້າຄິດວ່າ ຄວນຈ້າງອົງການຂອງສາກົນເຂົ້າມາກວດສອບ ແລ້ວໃຫ້ລົງໂທດຜູ້ທີ່ກະທຳຜິດ ໂດຍການຍຶດຊັບສິນທັງໝົດເຂົ້າລັດ ແລ້ວຕັດສິດທາງການເຂົ້າເປັນພະນັກງານທັນທີ

__________________
KPS

Veteran Member

Status: Offline
Posts: 66
Date:

ເຫັນດີນໍາສະຫາຍເອີຍ, ພະນັກງານພາສີເປັນຕາຊັງທີ່ສຸດ ທີ່ຂ້າພະເຈົ້າເຄີຍພົບມາ
ໄປພົວພັນວຽກ ປານໄປຂໍທານເພີ່ນ ຄັນບ່ອນເງີນໃຫ້ຈື່ງເວົ້າດີຂື້ນໝ້ອຍນຶ່ງ

__________________
Anonymous

Date:

ມັນມີມາແຕ່ສະໄຫມໃດແລ້ວອັນພວກກິນບ້ານກິນແຜ່ນດິນ. ຫາກໍ່ຊິອອກມາຍອມຮັບບໍ? ຈັງແມ່ນນໍປະເທດລາວ

__________________
Anonymous

Date:

Anonymous wrote:

Why not adapted the law like China and Singapore ? if find-out they're corrupted, put them to death.

Vietnam is Lao big brother , WHY WHY WHY Lao doesn't follow vietnam foot step to curb the corruption inner Govt official its self , did every body see vietnam ? they developing their country go forward far far ahead from Lao many time , because they eliminate its Govt official from corruption.

when talking about Lao i am sad , i don't know when they are going to open their eyes see the world .

__________________
Anonymous

Date:

ການລໍ້ລາດບັງຫລວງ ບໍ່ແມ່ນມີແຕ່ກົມພາສີດອກເດີ ພວກທ່ານ, ທຸກກົມທີ່ຂື້ນກັບກະຊວງການເງິນຫັນ ພາກັນກິນເປັນກຸ້ມ ປານປວກກິນໄມ້ດູ່...

__________________

Member

Status: Offline
Posts: 7
Date:

ການລໍ້ລາດບັງຫລວງpen ta sang! Ku yark ton hum tan hu mun vai dae, buk thao e nai ha mun ja dai thong yai Kia ni,

__________________
Ok
Anonymous

Date:

ມີແຕ່ຍອມຮັບ ແຕ່ບໍ່ມີການປັບປຸງແກ້ໃຂ! ມັນກໍ່ບໍ່ມີຄວາມຫຍັງດອກ ພະຍາເອີຍ!

__________________
Anonymous

Date:

Anonymous wrote:

ມີແຕ່ຍອມຮັບ ແຕ່ບໍ່ມີການປັບປຸງແກ້ໃຂ! ມັນກໍ່ບໍ່ມີຄວາມຫຍັງດອກ ພະຍາເອີຍ!

ເພິ່ນຮັບມາໄດ້ຫຼາຍທົດສະວັຕແລ້ວ ແລະເພິ່ນກໍ່ຈະຮັບຕໍ່ໆໄປອີກຈົນກ່ວາຈະມີພະເຈົ້າ3ຫໍາມາຮັບແທນພຸ້ນລະ ເພິ່ນຈຶ່ງຈະເຊົາຮັບ.

__________________
Anonymous

Date:

ສີນວນ ແກ້ວໂກມິນ ຍັງເປັນຫົວໜ້າດ່ານສາກົນວັງເຕົ່າ ຢູ່ເບາະ? ໃຜຮູ້ຊ່ອຍອັບເດດໃຫ້ແດ່, ຂອບໃຈ.

__________________
Anonymous

Date:

ສາມເດືອນກ່ອນ ທ່ານ Huynh Phong Tranh ຫົວໜ້າກົມກວດກາແຫ່ງລັດວຽດນາມມາເຮັດວຽກຢູ່ລາວ 3 ວັນ ແຕ່ວັນທີ 16-19 ເດືອນກຸມພາ, ຜູ່ໃດ໋ກະຫໍາຫົດ ຟ້າວເຊັດສົບເຊັດປາກ. ຄັນເພິ່ນມາເຮັດວຽກດົນກ່ວານັ້ນ ຢ້ານມີຫຼາຍຄົນຕົກຕັ່ງຢູ່ເດີ !

ໝາຍຄວາມວ່າແນວໃດ ວຽດມາກວດກາການສໍ້ຫລວງບັງລາດໃນລາວ? ລາວຄວນຈະໄປກວດຜູ່ນໍາວຽດຄືກັນເດີຊັ້ນ.

__________________
Anonymous

Date:

Anonymous wrote:

ເຈົ້າໜ້າທີ່​ຂັ້ນສູງ​ໃນ​ກົມ​ພາສີກະຊວງ​ການ​ເງິນ​ຂອງ​ລາວໄດ້​ໃຫ້ການ​ຍອມຮັບ​ວ່າການປະຕິບັດໜ້າທີ່ຂອງ​ພະນັກງານໃນ​ກົມ​ພາສີ​ໃນ​ປັດຈຸບັນ​ນີ້ ​ໄດ້ເກີດ​ປະກົດ​ການ​ຫຍໍ້​ທໍ້ເພີ້ມຂຶ້ນນັບ​ມື້ ​ໂດຍ​ສະ​ເພາະ​ແມ່ນ​ການປະຕິບັດໜ້າທີ່​ຢ່າງ​ບໍ່​ໂປ່​ງ​ໃສ​ດ້ວຍ​ການ​ຍອມຮັບເອົາ​ສິນ​ບົນເພື່ອ​ແລກ​ກັບການ​ຊ່ວຍ​​ໃຫ້​ມີ​ການ​ຫລົບຫລີກ ການ​ຊໍາລະພາສີຢ່າງ​ຖືກ​ຕ້ອງ​ຂອງ​ບັນດາ​ຜູ້​ປະກອບ​ການ​ໃນ​ທຸລະ​ກິດ​ຕ່າງໆນັ້ນ ຖື​ເປັນ​ກໍລະນີ​ບັນຫາທີ່​ມີ​ທ່າ​ອ່ຽງຮຸນ​ແຮງ​ຫລາຍ​ຂຶ້ນ.

​ແຕ່​ຢ່າງ​ໃດ​ກໍ​ຕາມເຈົ້າໜ້າທີ່​ຂັ້ນສູງ​ຂອງ​ລາວຄົນ​ດັ່ງກ່າວ​ນີ້ກໍ​ຍັງ​ຄົງ​ເຊື່ອໝັ້ນວ່າ ລັດຖະບານ​ລາວ​ມີ​ຄວາມ​ອາດສາມາດທີ່​ຈະ​ຄວບ​ຄຸມ ​ແລະ​ປາບ​ປາມການ​ສໍ້​ລາດ​ບັງ​ຫລວງພາຍ​ໃນ​ກົມ​ພາສີ ໃນ​ປັດຈຸບັນນີ້ ຍັງ​ເປັນ​ການ​ກະທໍາ​ໂດຍ​ພະນັກງານໃນ​ຂັ້ນພື້ນຖານ​ເທົ່າ​ນັ້ນ ຫາກ​ແຕ່​ວ່າເມື່ອ​ເປັນ​ສະພາບ​ການທີ່​ໄດ້​ເກີດ​ຂຶ້ນ​ໂດຍ​ທົ່ວ​ໄປ ຈຶ່ງ​ເຮັດ​ໃຫ້​ເກີດ​ເປັນ​ບັນຫາ​ຫາງ​ສຽງຈາກ​ປະຊາຊົນ ຢ່າງ​ກວ້າງ​ຂວາງ ດັ່ງ​ທີ່​ເຈົ້າຽ້າທີ່​ລາວຄົນ​ດັ່ງກ່າວ​ນີ້ ​ໄດ້​ໃຫ້ການ​ຊີ້​ແຈງ​ວ່າ:

“ອັນ​ນີ້ມັນ​ກະ​ເປັນ​ລັກສະນະ​ຫາງ​ສຽງ ກະ​ເປັນ​ຫາງ​ ສຽງທີ່​ວ່າ​ກະທົບ ​ເພາະວ່າ
​ເຮົາ​ເຮັດໜ້າທີ່​ ບໍລິການ ​ເກັບ​ລາຍ​ຮັບ​ເດ້ ມັນ​ກະ​ມີ​ການ​ກະທົບ​ຫາງ​ສຽງຈາກ​
ສັງຄົມ ຫາງ​ສຽງຈາ​ກຫົວໜ່ວຍທຸລະ​ກິດ ຊຶ່ງ​ ກະບໍ່ປະຕິ​ເສດ ​ແຕ່​ວ່າກະບໍ່ແມ່ນ
​ເປັນ​ອັນ​ທີ່​ວ່າ​ ເຮັດ​ໃຫ້​ເສຍ​ຫາຍ​ມະຫາສານ.”

VOA News

ຢາກສະເຫນີ ໃຫ້ເອາກະທູ້ໂຕນີ້ ມາໃຫ້ເບິ່ງຄືນນຳແດ່

__________________
Anonymous

Date:

ຕົວຢ่าງຫວຽດ

ເຮັດແທ້ເດີ

30223073142922727222.jpg

__________________
Anonymous

Date:

jup mun pai thon humbiggrin.gif

__________________
Anonymous

Date:

19970565400082397125.jpg

__________________
Anonymous

Date:

__________________
Anonymous

Date:

ພວກໂຕ ທ່ວງຄວາມຈະເລີນ

furiousfuriousfurious

__________________
Anonymous

Date:

Anonymous wrote:
Anonymous wrote:

Why not adapted the law like China and Singapore ? if find-out they're corrupted, put them to death.

Vietnam is Lao big brother , WHY WHY WHY Lao doesn't follow vietnam foot step to curb the corruption inner Govt official its self , did every body see vietnam ? they developing their country go forward far far ahead from Lao many time , because they eliminate its Govt official from corruption.

when talking about Lao i am sad , i don't know when they are going to open their eyes see the world .

 viets are not big brother of Lao, they are you're dog eating masters who made you into slaves. Viets go far far far ahead of Lao many times cause they come and take everything away from Laos, land, trees, natural resources, everything. Stupid asss don't know it and keep giving it to them. Viets are more corrupt than anyone in this world, even when they come to US they are corrupt, shiet.

Death penalty doesn't stop anyone from being corrupt. You need an open system to prevent the corruption from even starting, not try to punish people after the fact that it's already too late. You will not get the money back or reverse the damage of corruption after, it is a lost cause. Prevention by not allowing it to start in the first place. Open system of gov't so everyone can see what is going on before corruption can happen.

I do agree to kill off 3/4 of the Lao gov't cause that's the only way to change Laos. Get rid of the commies who keep destroying the country.

__________________
Anonymous

Date:

Anonymous wrote:

ພວກໂຕ ທ່ວງຄວາມຈະເລີນ

furiousfuriousfurious

 ຖ່ວງ  ບໍ່ແມ່ນ ທ່ວງ

ຖ່ວງດຶງ  ຈ່ອງດຶງ

ທ່ວງທ່າ  ທ່ວງທີ  ວາດຊົງ

__________________
Anonymous

Date:

Anonymous wrote:

ພວກທ່ານ ເວົ້າເກີນເຫດ ພ/ງ ພາສີ ບໍ່ໄດ້ເງິນຫລາຍ ປານນັ້ນດອກ ພະນັກງານພາສີ ທຸກຍາກກໍຍັງມີຫລາຍ ແຕ່ລະ ໜ່ວຍງານມີ ການຈັດຕັ້ງ ມີຄະນະພັກເພື່ອຄວບຄຸມ  ແລະ ກວດກາ ສ່ວນຫົວໜ້າດ່ານ ຫລື ຫົວໜ້າ ຂະແໜງອື່ນໆ ເຮັດຫຍັງບໍ່ໄດ້ຕາມໃຈດອກ ນອກຈາກ ຈະລັກເຮັດລັກທຳ ແຕ່ຖ້າສືບຮູ້ ຕອ້ງກັບບ້ານເກົ່າ ? ທຸກໆອາທິດ ມີການສຳຫລວດ ສອ່ງແສງ ຖາມຂອ້ຍ ຜູ້ທີ່ເຮັດວຽກ ຢູ່ນີ້.

 ຖ້າແມ່ນຜູ້ອື່ນມາອະທິບາຍແລະແກ້ຄຳກ່າວຫາ  ກໍ່ຈະຍັງພໍເກັບເອົາມາຄຶດ

ແລະພິດຈາຣະນາ

ແຕ່ນີ້ແມ່ນບຸກຄົນໃນກໍຣະນີເອງອອກມາແກ້ໂຕ  ຈະໃຫ້ເຊື່ອໄດ້ປານໃດ  000000 ອ່ານວ່າ ສູນໆໆໆໆໆ

__________________
Anonymous

Date:

Anonymous wrote:

ຂ້ອຍໄດ້ຍິນນິທານເລື່ອງໜື່ງມາ ມີໝາໂຕໜື່ງ ເຈົ້າຂອງເອົາເຂົ້າມາໃຫ້ຖ້ວຍບັກໃຫຍ່ໂດຍຫວັງວ່າຈະໃຫ້ຫຼາຍໂຕໄດ້ກິນນຳ ແຕ່ວ່າໝາໂຕນັ້ນບໍ່ໃຫ້ສັດອື່ນໃດກິນເລີຍ ມັນກິນອີ່ມແລ້ວ ມັນກໍ່ນັງເຝົ້ານອນເຝົ້າ ບໍ່ຍອມໜີໄປໃສ ຖ້າມີສັດມາໃກ້ມັນກໍ່ຮ້ອງຂູ່ ໃກ່ຊິມາກິນມັນກໍ່ໄລ່ກັດ ແມ່ນແຕ່ມັນກິນຈົນທ້ອງຊິແຕກແລ້ວ ກິນຈົນບໍ່ກິນອີກແລ້ວ ມັນກໍ່ຍັງນັ່ງເຝົ້າ ເບິ່ງໝາໂຕອື່ນ ສັດໂຕອື່ນຫິວຕາຍ ທັງທີ່ຕົນມີຂອງກິນເຫຼືອຢູ່ເຕັມ

ແລ້ວ ຖ້າເຮົາຈະເອົາມາປຽບກັບປັດຈຸບັນນີ້ ຈະປຽບທຽບໄດ້ບໍ່

 ນິທານເຮື່ອງນີ້ບໍເຂົ້າກັບເຫດການທີ່ກຳລັງໂສເຫຼ້ກັນຢູ່

ເພາະຕາມສະພາບການສໍ້ຣາຊຂອງພວກນີ້  ຄືແບ່ງກັນກິນ 

ກິນຕັ້ງແຕ່ໂຕນ້ອຍໆ ຫາໂຕໃຫຍ່ ກິນຖ້ວນທົ່ວໜ້າ

ໂຕນ້ອຍກໍ່ກິນໜ້ອຍ  ໂຕໃຫຍ່ກໍ່ກິນຫຼາຍ

ທີ່ທາງເທິງອີກຜູ້ໜຶ່ງເລົາວ່າ ໄກ່ເຫັນຕີນງູູູ  ງູູູເຫັນນົມໄກ່  ນັ້ນຫຼະແມ່ນຖືກຕ້ອງ

ຕ່າງຄົນຕ່າງເຫັນຂີ້ພື້ນກັນ  ຈຶ່ງບໍ່ມີໃຜກ້າດຶງໜ້າກາກໃຜ

ແຕ່ວ່າ ຍ້ອນຄຳວິຈານຂອງປະຊາຊົນ  ພວກຂີ້ສໍ້ ຈຶ່ງອອກມາຍອມຮັບວ່າມີແທ້

ບັກເອີ່ຍປາກຍອມຮັບວ່າໃນກຸ່ມເຂົາມີຄົນສໍ້ນັ້ນແຫຼະ  ຄືໂຕພໍ່ຂີ້ສໍ້

ເຂົາປັດຄວາມຜິດໄປໃສ່ຜູ້ອື່ນ  ເຮັດໃຫ້ຄົນຫຼົງເຊື່ອວ່າເຂົາເປັນຜູ້ບໍຣິສຸດ

ເຄີຍໄດ້ຍິນບໍ່  ຕຳຫຼວດໃນບາງປະເທດເປັນຄົນຄຸມບ່ອນຫຼຶ້ນການພະນັນຜິດກົດໝາຍ

ຫຼືຫົວໜ້າຄ້າຢາເສບພະຕິດເອງ

ມື້ດີຄືນດີກະໄປຈັບບ່ອນການພະນັນນ້ອຍ ໆ ຂອງໂຕເອງ

ເພື່ອຜົນງານຫຼືເບນບ່ຽງຈຸດສົນໃຈໃນໂຕເຂົາ

ຈັບຢາຄືກັນ  ເຂົາຮູ້ຕື້ນເລິກໜາບາງຂອງຄູ່ເເຂ່ງ  ບາງເທື່ອຈຶ່ງອອກໄປຈັບປາບປາມ

ແລ້ວຍຶດຂອງກາງ  ຂອງກາງທີ່ຍຶດເອົາໄປໃສ ຄຶດເອົາຕາມສະບາຍ

ບາງເທື່ອກະຍອມຈັບຂອງໂຕເອງ  ຈັບພວກນ້ອຍໆ ເຮັດພໍຄື 

ພວກທີ່ຖືກຈັບບໍ່ຮູ້ດອກວ່ານາຍໃຫຍ່ແມ່ນໃຜ

ເຖິງຮູ້ກໍ່ບໍຕ້ອງຢ້ານການຖືກຈັບ  ເພາະຈັບພໍຄື ຖືກຂັງບໍ່ດົນ  ຊື່ນາມສະກຸນຍັງຖືກຂັງຢູ່

ແຕ່ໂຕຄົນ ພຸ້ນ  ນອນຕີພຸງຢູ່ກັບເມັຽນ້ອຍພຸ້ນ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard