Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຕົ້ນໄມ້ ມະນີໂຄດລົ້ມ ເປັນລາງສັງຫອນເຕືອນພັຍ ໃຫ້ກັບປະເທສຊາດ
Anonymous

Date:
ຕົ້ນໄມ້ ມະນີໂຄດລົ້ມ ເປັນລາງສັງຫອນເຕືອນພັຍ ໃຫ້ກັບປະເທສຊາດ

Tree_3.jpg

ຕົ້ນໄມ້ ມະນີໂຄດລົ້ມ ເປັນລາງສັງຫອນເຕືອນພັຍ ກ່ຽວກັບປະເທສຊາຕ

ຂ່າວ: ຈຽງ​ສັກ

   ຕົ້ນ­ໄມ້​ມະ­ນີ​ໂຄດ​ ເປັນ­ຕົ້ນໄມ້​ ທີ່​ມີ​ອາ­ຍຸ​ຍາວ​ນານ​ ມາ​ຫລາຍຮຸ່ນ​ຄົນ ແລະ ປະ­ຊາ­ຊົນ​ຊາວ ເມືອງ​ໂຂງ ຕ່າງ​ກໍ່​ເຊື່ອ​ຖື​ ກັນ​ວ່າ ເປັນ­ຕົ້ນ​ໄມ້ ​ທີ່​ວິ­ເສດ, ສັກ­ສິດ,  ເກີດ​ຢູ່​ດອນ​ນ້ອຍ​ກາງ​ນ້ຳງອ ຍ​ຢູ່ ເບື້ອງ​ເທິງ​ ນ້ຳ­ຕົກ­ຕາດ​ ຄອນ​ພະເພັງ, ປະ­ຈຸ​ບັນ​ ຕົ້ນ​ມະ­ນີ​ໂຄດ​ ລົ້ມລົງ​ຢ່າງ​ຫນ້າ​ເສຍ­ດາຍ ຈິ່ງ​ເປັນທີ່​ສົນ­ໃຈ​ ຂອງ​ສັງ­ຄົມ.

   ເຊົ້າ​ວານ​ນີ້ ທ່ານ ສົມ​ຈີນ ອິນ​ທະ​ຈິດ ຫົວ­ຫນ້າ​ຫ້ອງ ­ການທ່ອງ​ທ່ຽວ ​ເມືອງ​ໂຂງ​ໃຫ້​ຮູ້​ວ່າ: ຄືນ​ວັນ​ທີ 19 ມີ­ນາ​ຜ່ານ​ມາ​ເວ­ລາ ປະ­ມານ 22:30 ນາ­ທີ, ເວ­ລາ​ນັ້ນ ສະ­ພາບ​ດິນ​ຟ້າ​ອາ­ກາດ​ ມີ​ຝົນ­ຕົກເລັກ​ນ້ອຍ, ລົມ​ພັດ​ຂ້ອນ​ຂ້າງແຮງ, ຂະ­ນະ​ດຽວ​ກັນ ​ປະ­ຊາ­ຊົນທີ່​ອາ­ໄສ​ຢູ່​ໃກ້​ຄຽງ​ ໄດ້​ຍິນ​ສຽງດັງ ​ຄ້າຍ­ຄື ​ມີ​ບາງ​ຢ່າງ ​ກະ­ທົບ​ລົງໃສ່​ ນ້ຳ​ຢ່າງ​ແຮງ, ຍ້ອນ​ທ້ອງ­ຟ້າ​ມືດ ​ບໍ່​ມີ​ແສງ​ບວກ ກັບ​ກະ­ແສ​ລົມ​ພັດ​ ຫອບ​ເອົາ​ສາຍ ຝົນ​ທີ່​ກຳ​ລົງ​ຕົກ​ຢູ່​ ນັ້ນ​ຈິ່ງ​ບໍ່​ມີ​ໃຜສົນ­ໃຈ​ ໃນ​ສິ່ງ​ທີ່​ເກີດ​ຂຶ້ນ ແລະ ບໍ່ຄິດ​ວ່າ​ແມ່ນ ​ຕົ້ນ­ໄມ້​ມະ­ນີ​ໂຄດ​ ລົ້ມລົງ.

   ຮຸ່ງ​ເຊົ້າ​ຂອງ​ວັນ​ທີ 20 ມີ­ນາ ປະ­ຊາ­ຊົນ ​ຈິ່ງ​ແຕກ​ຕື່ນ ​ຕົກ­ໃຈຍ້ອນ​ເຫັນ​ ສະ­ພາບ​ຂອງ​ຕົ້ນ­ໄມ້ ມະ­ນີ​ໂຄດ​ ອັນ​ເປັນ​ມິ່ງ­ຂວັນ​ຂອງ ຊາວ​ເມືອງ​ໂຂງ ​ທີ່​ເລົ່າ​ຂານ​ກັນມາ​ ໃນ​ຫລາຍ​ຮຸ່ນ​ຄົນ​ວ່າ​ ເປັນ­ຕົ້ນ ໄມ້​ທີ່​ສັກ­ສິດ​ ໄດ້​ລົ້ມ​ລົງ​ຢ່າງ​ບໍ່ຄາດ​ຝັນ, ສະ­ພາບ​ຂອງ​ຕົ້ນ­ໄມ້ ມະ­ນີ​ໂຄດ ​ໃນ​ເວ­ລາ​ນັ້ນ​ສ່ວນ ຮາກ​ເບື້ອງ​ຫນຶ່ງ ​ຍັງ​ເກາະ​ຕິດ​ກັບຫີນ, ສ່ວນ​ເບື້ອງ​ປາຍ ​ຈຸ່ມ​ລົງ​ນ້ຳ ຍ້ອນ​ລຳ­ຕົ້ນ​ລົ້ມ​ ກະ­ທົບ​ໃສ່​ຫີນແລະ ສ່ວນ​ປາຍ​ກະ­ທົບ​ລົງ ທ່າມກາງ​ກະ­ແສ­ນ້ຳ ​ທີ່​ໄຫລ​ແຮງ​ເຮັດໃຫ້ ​ງ່າ​ສ່ວນ​ຫນຶ່ງ​ ຫັກ​ກະ­ຈາຍອອກ​ ແລ້ວ​ໄຫລ​ຕາມ​ລຳ​ນ້ຳ​ ໄປ​ເກາະ​ຕິດ​ກັບ​ມອງ​ ຂອງ​ປະ­ຊາຊົນ​ ຢູ່​ທາງ​ຕອນ​ໃຕ້​ ຂອງ​ນ້ຳ­ຕົກຕາດ​ ຄອນ​ພະ​ເພັງ, ບາງ​ຄົນ​ບໍ່​ຮູ້​ວ່າ​ ເປັນ​ງ່າ­ໄມ້​ມະ­ນີ​ໂຄດ ​ຈິ່ງ​ປ່ອຍໄຫລ​ຖິ້ມ​ໄ ປ​ຕາມ​ນ້ຳ, ສ່ວນ​ຜູ້​ຮູ້​ ຂໍ້​ມູນ​ກໍ່​ເກັບ​ເອົາ​ມາ​ໄວ້​ ເປັນ​ສິ່ງຂອງ​ບູ­ຊາ ແລະ ແຈກ​ຢາຍ​ກັນ ເກັບ​ໄວ້​ຍ້ອນ​ເປັນ​ສິ່ງ​ຂອງ​ ທີ່​ຫາຍາກ ແລະ ເຊື່ອ​ກັນ​ວ່າ​ເປັນ​ໄມ້ ​ທີ່ສັກ­ສິດ, ສ່ວນ​ຫງ່າ​ໃຫຍ່​ຫ້ອງການ­ ທ່ອງ­ທ່ຽວ​ເມືອງ​ໂຂງ ​ເກັບໄວ້​ທີ່​ຫໍ​ວາງ­ສະ­ແດງ​ຂອງ​ເມືອງ.

   ໃນ​ວັນ​ດຽວ​ກັນ ທ້າວ ລິດ ທະ­ນູ​ທອງ (ເບ) ຊ່າງ​ພາບ​ ປະຈຳ​ນ້ຳ­ຕົກ­ຕາດ​ ຄອນ​ພະ​ເພັງ​ເລົ່າສູ່​ຟັງ​ວ່າ: ບາງ​ຄົນ​ຢາກ​ໄດ້​ເກັບໄວ້ ​ຈິ່ງ​ຂໍ​ບູ­ຊາ​ຕໍ່ໆກັນ ​ດ້ວຍ​ການຈ່າຍ​ເງິນ ​ຈຳ­ນວນ​ຫນຶ່ງ, ເມື່ອ ເປັນ​ແນວ​ນັ້ນ​ ອຳ­ນາດ​ການ​ປົກຄອງ ​ບ້ານ​ຈິ່ງ​ຕ້ອງ​ໄດ້​ເຂົ້າ​ມາ ຄວບ​ຄຸມ​ໂດຍ ​ການ​ວາງ​ກົດ​ລະບຽບ ​ຫ້າມ​ບູ­ຊາ ຫລື ຊື້ຂາຍ, ຖ້າ​ຫາກ​ໃຜ​ໄດ້​ມາ​ ກໍ່​ຕ້ອງ​ເກັບໄວ້, ແຕ່​ຕ້ອງ​ແຈ້ງ ​ຕໍ່​ອຳ­ນາດ​ການ ປົກ­ຄອງ​ບ້ານ​ໃຫ້​ຮັບ​ຮູ້.

   ເຖິງ​ຢ່າງ­ໃດ​ກໍ່ ​ຕາມ​ທຳ​ມະຊາດ ​ກໍ່​ຍ່ອມ​ເປັນ​ໄປ​ຕາມ​ກົດເກນ, ເພາະ​ລະ­ດູ­ຝົນ ​ປີ­ຜ່ານ­ມາ ປະ­ລິ­ມານ​ນ້ຳ­ຂອງ ​ມີ​ຫລາຍ​ກວ່າທຸກ​ປີ ​ເຮັດ​ໃຫ້​ນ້ຳ​ຖ້ວມ ​ເອົາ​ສ່ວນຮາກ​ ຂອງ​ຕົ້ນ­ໄມ້​ ມະ­ນີ​ໂຄດ ເພາະຕົ້ນ­ໄມ້​ຊະ­ນິດ​ນີ້ ​ບໍ່​ມີ​ຮາກ­ແກ້ວ, ມີ​ພຽງ​ຮາກ​ສ່ວນ​ຫນຶ່ງ ​ຢັ່ງ​ໄປຕາມ​ພະ​ລານ​ຫີນ ດັ່ງ­ນັ້ນ, ໃນ​ປີດຽວ​ກັນ​ ເຮັດ​ໃຫ້​ຕົ້ນ­ໄມ້​ເນີ້ງ​ລົງ ໃນ​ລະ­ດັບ​ປະ­ມານ 60 ອົງ­ສາ, ຍ້ອນ​ມີ​ຝົນ ແລະ ລົມ​ແຮງ​ ໃນ​ຄ່ຳຄືນ​ຂອງ​ວັນ​ທີ 19 ມີ­ນາ ຈິ່ງ​ເຮັດ ໃຫ້​ຕົ້ນ­ໄມ້ ​ມະ­ນີ​ໂຄດ​ ລົ້ມ​ລົງ​ຢ່າງຫນ້າ​ເສຍ­ດາຍ,ທ່ານ ສົມ​ຈີນ ກ່າວ.

   ອີກ​ປະ­ການ​ຫນຶ່ງ ຍ້ອນ​ຕົ້ນໄມ້​ດັ່ງ­ກ່າວ​ ເປັນ­ຕົ້ນ​ໄມ້​ທີ່​ມີ​ອາ­ຍຸຍາວ​ນານ ​ສືບ​ທອດ​ມາ​ຫລາຍຮຸ່ນ​ຄົນ, ໂດຍ​ສະ­ເພາະ​ແມ່ນ ຊາວ­ບ້ານ​ທ່າ​ຄໍ້ ຕັ້ງ­ແຕ່​ເກີດ​ມາ​ ກໍ່ໄດ້​ຍິນ​ຜູ້​ເຖົ້າ​ເລົ່າ​ສູ່​ຟັງ, ຕາມ​ປະຫວັດ​ການ​ເລົ່າ​ຂານ​ ກັນ​ມາ​ວ່າ ເປັນ­ຕົ້ນ​ໄມ້​ວິ­ເສດ ແລະ ສັກ­ສິດ ມີ​ອາ­ຍຸ​ຍາວ​ນານ​ຫລາຍ­ເຊັ່ນ­ຄົນ, ດັ່ງ­ນັ້ນ​ ຊາວ­ບ້ານ​ດັ່ງ­ກ່າວ​ ຈິ່ງ​ພາກັນ​ເຮັດ​ພິ­ທີ ​ທາງ​ສາ­ສະ­ຫນາ (ເຮັດ­ບຸນ​ຕັກ­ບາດ) ຕາມ​ຄວາມເຊື່ອ​ຖື​ ໃນ​ປະ­ຫວັດ​ຄວາມ​ເປັນ​ມາ ຂອງ​ຕົ້ນ­ໄມ້​ມະ­ນີ​ໂຄດ​ຕົ້ນ​ນີ້ (ເບ) ກ່າວ.

Link : http://www.ecom.org.la/teen/prints/1/7281

__________________
Anonymous

Date:
RE: ຕົ້ນໄມ້ ມະນີໂຄດລົ້ມ ເປັນລາງສັງຫອນເຕືອນພັຍ ໃຫ້ກັບປະເທສຊາດ

ຕົ້ນໃມ້ ມະນີໂຄດ ໃດ້ຍີນຕໍ່ ປຸແຕ່ປູ້ ພໍ່ແມ່ເພີ່ນເວົ້າໃຫ້ຟັງ ວ່າເປັນຕົ້ນໄມ້ສັກສິດ ເປັນມິ່ງບ້ານ ຄອງເມຶອງແທ້ໆ ຖ້າເປັນດັ່ງນັ້ນ ຜູ້ຂ້າຄິດວ່າ ມັນອາດເປັນສິ່ງທີ່ເຕຶອນພັຍ ເປັນຂ່າວທີ່ບ່ອນດີພໍປານໄດເດີ.

ຮັກແພງ

__________________
Anonymous

Date:

ພາຍໃນໄລຍະ 37 ປີ ຄົນລາວຂອງມິ່ງບ້ານຂັວນເມືອງໄປແລ້ວ 3 ຢ່າງ: ພະບາງ, ອັນຍະມະນີແລະກົກໄມ້ມະນີໂຄດ. ມັນແມ່ນກົດເກນທໍາມະຊາດຫລືແນວໃດກັນແທ້?

__________________
Anonymous

Date:

ອັນຍະມະນີ ທີ່ທ່ານວ່ານີ້ແມ່ນອັນໃດ ? ກະລຸນາເລົ່າສູ່ຟັງແດ່, ຂອບໃຈ

__________________
Anonymous

Date:

ໄດ້ຍິນພໍ່ຕູ້ອະນຸລັກເວົ້າວ່າເພັດເມັດນັ້ນ ນ້ອງສາວທ່ານໄກສອນເອົາໄປເກັບໄວ້ບ່ອນທີ່ປອດໄພແລ້ວ ບໍ່ໄດ້ເສຍຫາຍໄປໃສດອກ.

__________________
Anonymous

Date:

ໄປທ່ຽວຄອນພະເພັງກະຫຼາຍເທືອ ແຕ່ບໍ່ເຄີຍເຫັນຕົ້ນໄມ້ແບບໄກ້ໆຈັກເທືອ ເຫັນຈາກຮູບນີ້ແລ້ວງາມແທ້ໆ ເທິງປາຍໄມ້ແຕກອອກເປັນສາມງ່າແລະເປັນຝຸ່ມຍ້ອຍລົງມາ ມີນົກບັກຫຼາຍໆຈັບຢູ່ຕາມງ່າ ແລະຕົ້ມໄມ້ອອ່ມຂ້າງ ເປັນຮູບຄ້າຍກັບຕໍາລາໂລກພະສີອາຮິຍະເມດໄຕກ່າວໄວ້ ພຽງແຕ່ວ່າຕົ້ນໄມ້ມະນີໂຄດຕາມຕໍາລານັ້ນມີໃບແລະດອກເປັນ ເງິນ ເປັນຄໍາ ແລະເປັນແກ້ວມີຄ່າ.

ໜ້າເສີຍດາຍແທ້ໆທີ່ມັນລົ້ມ ແຕ່ໜ້າສັງເກດຂ່າວບອກວ່າມັນເນີ້ງອຽງ 60 ອົງສາແຕ່ດົນແລ້ວ ເປັນຫັງທາງການຈຶ່ງບໍ່ຫາແນວທາງຄໍາໄວ້ ໃນເມືອມັນເປັນໄມ້ຄູ່ບ້ານຄູ່ເມືອງ. ສິ່ງເຫຼົ່ານີ້ສະທ້ອນໃຫ້ເຫັນວ່າ ທາງການບໍ່ມີຄວາມລະອຽດອ່ອນພຽງພໍ. ເຊັ່ນດຽວກັບການບໍ່ລິຫານບ້ານເມືອງຄູ່ມີນີ້ ມີຫຼາຍບັນຫາທີ່ສໍາຄັນແຕ່ທາງການກະເມີນເສຍ ບາດສຸດທ້າຍແລ້ວຈະເສີຍໃຈພາຍຫຼັງ. 

__________________
Anonymous

Date:

ກົດເກນ ຂອງ ທຳມະຊາດ ມີເກີດ ຕອ້ງ ມີດັບ ການເວລາ ເປັນສິ່ງພິສູດ ສິ່ງໃດຈະເກີດ ມັນຕອ້ງເກີດ ຟ້າລິຂິດ ໄວ້ແລ້ວ ຈະໄປໂນ້ມນ້າວ ຈອ່ງດຶງກໍບໍ່ໄດ້ດອກ ໃນໂລກນີ້ ບໍ່ມີສິ່ງໃດ ຢູ່ຄ້ຳຟ້າ ແລະ ຈີລັງ   OK?

__________________
Anonymous

Date:

ໜ້າເສີຍດາຍແທ້ໆທີ່ມັນລົ້ມ ແຕ່ໜ້າສັງເກດຂ່າວບອກວ່າມັນເນີ້ງອຽງ 60 ອົງສາແຕ່ດົນແລ້ວ ເປັນຫັງທາງການຈຶ່ງບໍ່ຫາແນວທາງຄໍາໄວ້ ໃນເມືອມັນເປັນໄມ້ຄູ່ບ້ານຄູ່ເມືອງ. ສິ່ງເຫຼົ່ານີ້ສະທ້ອນໃຫ້ເຫັນວ່າ ທາງການບໍ່ມີຄວາມລະອຽດອ່ອນພຽງພໍ. ເຊັ່ນດຽວກັບການບໍ່ລິຫານບ້ານເມືອງຄູ່ມີນີ້ ມີຫຼາຍບັນຫາທີ່ສໍາຄັນແຕ່ທາງການກະເມີນເສຍ ບາດສຸດທ້າຍແລ້ວຈະເສີຍໃຈພາຍຫຼັງ.

----------------------------------------

ແຕ່ຕາມຂ່າວຊ່າລືກັນມາວ່າ ບໍ່ມີໃຜສາມາດເຂົ້າໄປຫາຕົ້ນໄມ້ຕົ້ນນີ້ໄດ້ບໍ່

ແມ່ນວ່າ ?

__________________
Anonymous

Date:

Anonymous wrote:

ໄດ້ຍິນພໍ່ຕູ້ອະນຸລັກເວົ້າວ່າເພັດເມັດນັ້ນ ນ້ອງສາວທ່ານໄກສອນເອົາໄປເກັບໄວ້ບ່ອນທີ່ປອດໄພແລ້ວ ບໍ່ໄດ້ເສຍຫາຍໄປໃສດອກ.

ຂ້ອຍຄິດວ່າແມ່ນເພັດໜ່ວຍໃໝ່ຊັ້ນດອກ, ເພັດໜ່ວຍນີ້ເຂົາຊ່າກັນມາໄດ້ສິບກວ່າປີແລ້ວ, ຜູ້ຮັ່ງຍ້ອນ ຊື່ ຂອງເພັດນ່ວຍນີ້ກໍ່ມີ ແລະຜູ້ທຸກຍ້ອນຈົນບໍ່ມີບ່ອນຈະຢູ່ກໍ່ມີ, ຄວາມຈິງມັນຢູ່ໃສ ?

__________________
Anonymous

Date:

ຕາມຊ່າລືວ່າ ຕ້ົນໄມ້ມະນີໂຄຕ ຖ່າຍຮູບບໍ່ຕິດພຸ້ນໃດ

__________________
Anonymous

Date:

ໄມ່ຂະຍຸງເກືອບໝົດແລ້ວຄືບໍ່ເຫັນໃຜຖ່າຍຮູບມາໃຫ້ເບີ່ງແດ່ມັນໄຫຼໄປທາງໃດໝົດຫຼືວ່າມັນບໍ່ສັກສິດຄືໄມ້ມະນີໂຄດບໍຈື່ງພາກັນເສີຍຢູ່

__________________
Anonymous

Date:

ສຸດທ້າຍຈະເຫຼືອ ແຕ່ພູຫົວໂຫຼ້ນເທົ່ານີ້ແລ້ວເມືອງລາວ ເວລາຂາຍໄດ້ ທຳລາຍໄດ້ ກໍລຸຍກັນໄປເລີຍ

ຄົນລາວເຮົາເຮັດເອງ ນີ້ລະຊາຕາກຳຂອງປະເທດຊາດ ເຖີງເຊ່ນລູກ ເຊັ່ນຫຼານ ກໍຕ້ອງຮັບແບກພະລະ

ໜີ້ສິນກັນຕໍ່ໆໄປ ເຖີງເມື່ອ ຊັບໃນດິນ ສິນໃນນ້ຳ  ຫາກໝົດໄປແລ້ວ

__________________
ຄົນແຂວງບໍ່ແກ້ວ

Date:

Anonymous wrote:

ພາຍໃນໄລຍະ 37 ປີ ຄົນລາວຂອງມິ່ງບ້ານຂັວນເມືອງໄປແລ້ວ 3 ຢ່າງ: ພະບາງ, ອັນຍະມະນີແລະກົກໄມ້ມະນີໂຄດ. ມັນແມ່ນກົດເກນທໍາມະຊາດຫລືແນວໃດກັນແທ້?

 ມີຕົ້ນໜຶ່ງເກີດຂຶ້ນມາແທນແລ້ວ, ຖ້າພວກທ່ານມີໂອກາດຂຶ້ນ

ໄປບ້ານນ້ຳເກິງເໜືອແຂວງບໍ່ແກ້ວແລ້ວໃຫ້ແວ່ເຂົ້າໄປວັດດອຍ

ດອຍແດງ, ວັດນີ້ເປັນວັດສັກສິດຕັ້ງຢູ່ເທິງພູແດງຫລືເອີ້ນຕາມພາສາທ້ອງ

ຖິ່ນວ່າ:ດອຍແດງ. ຕົ້ນໄມ້ມະນີໂຄດຕົ້ນນີ້ແມ່ນນັກບິນທ່ານ ນຶ່ງເອົາມາຈາກກຳປູເຈັຽແລະເອົາມາປູກຢູ່ເບື້ອງຕາເວັນຕົກຂອງ

ພຣະວິຫານດອຍແດງ.ປັດຈຸບັນຕົ້ນໄມ້ມະນີໂຄດຕົ້ນນີ້ໃຫຍ່ ອອກດອກງາມຕາແລະເປັນໝາກແລ້ວ. ສະນັ້ນຂໍເຊີນຊວນທ່ານຍິງທ່ານຊາຍທັງຫລາຍທີ່ຢູ່ໃກ້ແລະຢູ່ໄກ

ໄປແວ່ຊົມແລະໄປນົບໄຫວ້ສະຖານທີ່ສັກສິດແຫ່ງນັ້ນດ້ວຍ.   

__________________
Anonymous

Date:

ມີຄົນຫາຊື້ໄມ້ ມະນີໂຄດລົ້ມ 1kgຕໍ່80000000ກີບ

__________________
Anonymous

Date:

Anonymous wrote:

ໜ້າເສີຍດາຍແທ້ໆທີ່ມັນລົ້ມ ແຕ່ໜ້າສັງເກດຂ່າວບອກວ່າມັນເນີ້ງອຽງ 60 ອົງສາແຕ່ດົນແລ້ວ ເປັນຫັງທາງການຈຶ່ງບໍ່ຫາແນວທາງຄໍາໄວ້ ໃນເມືອມັນເປັນໄມ້ຄູ່ບ້ານຄູ່ເມືອງ. ສິ່ງເຫຼົ່ານີ້ສະທ້ອນໃຫ້ເຫັນວ່າ ທາງການບໍ່ມີຄວາມລະອຽດອ່ອນພຽງພໍ. ເຊັ່ນດຽວກັບການບໍ່ລິຫານບ້ານເມືອງຄູ່ມີນີ້ ມີຫຼາຍບັນຫາທີ່ສໍາຄັນແຕ່ທາງການກະເມີນເສຍ ບາດສຸດທ້າຍແລ້ວຈະເສີຍໃຈພາຍຫຼັງ.

----------------------------------------

ແຕ່ຕາມຂ່າວຊ່າລືກັນມາວ່າ ບໍ່ມີໃຜສາມາດເຂົ້າໄປຫາຕົ້ນໄມ້ຕົ້ນນີ້ໄດ້ບໍ່

ແມ່ນວ່າ ?

 ຜູ້ຂ້າຢູ່ພາກເໜືອຂອງປະເທດລາວ ຈຶ່ງບໍ່ມີໂອກາດໄດ້ໄປເຫັນຕົ້ນໄມ້ສັກສິດຕົ້ນນີ້ຈັກເທື່ອ, ໄດ້ໝູ່ເລົ່ມໃຫ້

ຟັງວ່າບໍ່ມີຜູ້ໃດສາມາດເຂົ້າໄປຫາຕົ້ນໄມ້ສັກສິດນີ້ໄດ້, ເພາະກະແສນ້ຳແຮງ, ແມ້ແຕ່ຈະໃຊ້ helicopter ໄປຢ່ອນລົງກໍ່ບໍ່ໄດ້

ວ່າຊັ້ນ, ແມ່ນແທ້ຫວ້າ ທ່ານຜູ້ຮູ້ລາຍລະອຽດກະລຸນາເລົ່າສູ່ຟັງແດ່ທ້ອນ.

ຂອບໃຈ

 ຕົ້ນໄມ້ຕົ້ນນີ້ມັນເກີດຢູ່ໜ້າຜາຈິ່ງບໍ່ມີຄົນເຊົ້າໄປໄດ້

__________________
Anonymous

Date:

Anonymous wrote:

ມີຄົນຫາຊື້ໄມ້ ມະນີໂຄດລົ້ມ 1kgຕໍ່80000000ກີບ

 ເພິ່ນປະກາດວ່າ ຖ້າໃຜພົບກິ່ງງ່າໃບຂອງຕົ້ນໄມ້ມະນີໂຄດໃຫ້ນໍາເອົາໄປແຈ້ງຫ້ອງປົກຄອງເມືອງ ຫ້າມຊື້ ຫ້າມຂາຍເປັນເດັດຂາດ, ຖ້າບຸກຄົນໃດຝ່າຝືນ ໃຫ້ຮັບຜິດຊອບເອົາເອງ.

__________________
Anonymous

Date:

sai or lam sab ee lee 

__________________
Anonymous

Date:

Phetsarath wrote:
Anonymous wrote:

biggrin ມັນເປັນລາງບອກວ່າ, ລະບອບຜະເດັດການ ຈະລົ້ມລະລາຍໄປຈາກລາວ ແລະ ຈະມີຜູ້ນຳເອົາລະບອບເສຣີປະຊາທິປະໄຕມາສູ່ພີ່ນ້ອງຊາວລາວ, ຄົນລາວຈະມີສິດທິເສຣີພາບ ແລະ ສັນຕິສຸກອັນຍາວນານວ່າຊັ້ນເດ.

GoGo

 ພວກກະບົດ

ມັນຫຼາຍປີກໍ່ລົ້ມລົງ ເປັນເລື່ອງທຳມະດາ ມັນບໍ່ແມ່ນລາງ ຫຼື ເຫດອັນໃດດອກ ຢ່າໄປ ງົມງາຍຫນຳມັນຫຼາຍ

__________________
Anonymous

Date:

that is nature 

smile

__________________
Anonymous

Date:

Anonymous wrote:

that is nature 

smile

 ປະກົດການນີ້ບໍ່ແມ່ນທັມມະດາແລ້ວ ເພາະຜູ້ຄົນລາວ-ໄທ ທັງປະເທດເຄີຍນັບຖືບູຊາ

ສະແດງວ່າມັນສັກສິດ  ເມື່ອມີເຫດແບບນີ້ກໍສະແດງວ່າປະເທດລາວຫລືການປົກຄອງຈະລົ້ມລະລາຍແລ້ວ

ເພາະນີ້ຄືລາງຮ້າຍທີ່ສັງຫອນ

__________________
Anonymous

Date:

ໃຊ້ສະໝອງສ່ວນໃດຄຶດ

__________________
Anonymous

Date:

ເພິ່ນຊິເອົາກະດູກກະໂຫລກຫົວຂອງໂຫ້ຈິມິນມາຕັ້ງຢູ່ແຂວງຄໍາມ່ວນ ຕົ້ນໄມ້ມະນີໂຄດກໍ່ເລີຍລົ້ມ.

-------------------------------------------------------

ຄິດໄປໄດ້ 

__________________
Anonymous

Date:

Anonymous wrote:

ເພິ່ນຊິເອົາກະດູກກະໂຫລກຫົວຂອງໂຫ້ຈິມິນມາຕັ້ງຢູ່ແຂວງຄໍາມ່ວນ ຕົ້ນໄມ້ມະນີໂຄດກໍ່ເລີຍລົ້ມ.

 ແຫຼະ ມັນໄປກ່ຽວຫຍັງກັບເພິ່ນ  ຫົວມີໄວ້ຄິດ ຢ່າເອົາໄວ້ຂັ້ນຫູ

__________________
Anonymous

Date:

Phetsarath wrote:
Anonymous wrote:

biggrin ມັນເປັນລາງບອກວ່າ, ລະບອບຜະເດັດການ ຈະລົ້ມລະລາຍໄປຈາກລາວ ແລະ ຈະມີຜູ້ນຳເອົາລະບອບເສຣີປະຊາທິປະໄຕມາສູ່ພີ່ນ້ອງຊາວລາວ, ຄົນລາວຈະມີສິດທິເສຣີພາບ ແລະ ສັນຕິສຸກອັນຍາວນານວ່າຊັ້ນເດ.

GoGo

 ພວກກະບົດ

          ພວກຕາຂາວ ຢ່າເວົ້າໃຫຍ່

__________________
Anonymous

Date:

ມັນເປັນກົດເກນຂອງທຳມະຊາດ( ເກີດ, ເຖົ້າແກ່, ເຈັບ, ຕາຍ ).

__________________
Anonymous

Date:

(ໃຫ້ກັບປະເທດຊາດ)..ບໍ່ແມ່ນ ໃຫ້ກັບປະເທສຊາດ  ປານນັ້ນວ່າໜັງສືພີມ..ສະກົດສ່ຳນີ້ກະຜິດລະ

__________________
Anonymous

Date:

ຊື່ຫົວຂໍ້ນີ້ ເກີນໄປເດີ ກະເດ້ຍກະດໍ້

__________________
Anonymous

Date:

JUST A FFFF TREE.biggrinbiggrinbiggrin

__________________
Anonymous

Date:

Just a bloody old tree from F-22 biggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrin

__________________
Anonymous

Date:

Hey hey you see RAT is God and ancient Egypt believed DOG was also God. India believe Krisna is also God ( Elephant ).biggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrin so tree is god too yeah.

__________________
Anonymous

Date:

Yes yes in Wikipedia they explain in ancient Egypt the dog god name ANUBIS. It pictured a man with a dog head is God. Anubis.

__________________
Anonymous

Date:

biggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrin luong not lung what kind of lao writing isn't it. How come Laos is in trouble when Business Insider stated that Laos is rank 4, in the countries with strong growth. 8,2 % in the world. It not logic what you are trying to spread here.

A tree is a tree is logic

200=11001000

__________________
Anonymous

Date:

GARBAGEbiggrinbiggrinbiggrin

__________________
Anonymous

Date:

Look in FRANCE now is a socialist government, don't you know. biggrinbiggrinbiggrin

__________________
Anonymous

Date:

biggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrin PROZAC IS GOOD FOR SICKO PRICKS, SOLIAN IS GOOD FOR PSYCHOPATH THAT'S VERY TRUE INDEED. PROZAC AND SOLIAN ARE DRUGS, DRUGS PRODUCED BY KNOWLEDGE AND SCIENCES NOT RAT IS GOD, TREE IS GOD, DOG  IS GOD biggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrin

__________________
Anonymous

Date:

LOOK THE GREEK DISCOVERED ELECTRICITY MORE THAN 2000 YEARS AGO, THEN BENJAMIN FRANKLIN (ENGLISH MAN) IN 1752 FOUND ELECTRICITY

AND IT WAS THOMAS ALVA EDISON-1879 ( AMERICAN MAN ) PRODUCED THE VERY FIRST LIGHT BULB...AND WE HAVE ELECTRICITY  TODAY THEY DON'T SIT AND WORSHIP A TREE OR RAT OR DOG. HOW COME THEY CAN BRING LIGTHNING IN THE SKY TO ELECTRICITY, IF THEY SEE LIGHTING IN SKY AS GOD ANGRY THEN WE NEVER HAVE ELECTRICITY.

__________________
Anonymous

Date:

Anonymous wrote:

Look in FRANCE now is a socialist government, don't you know. biggrinbiggrinbiggrin

ພັກຄັອມມຸຍໄດ້ຊະນະການເລືອກຕັ້ງແຕ່ບໍ່ໄດ້ໝາຍຄວາມວ່າປະເທດຝຣັ່ງຈະເປັນຄັອມມຸຍນິດໃດ໋ພໍ່ອາວ ແລະສໍາຄັນ ປະເທດຝຣັ່ງບໍ່ໄດ້ຢູ່ພາຍໃຕ້ການຊີ້ນໍາຂອງປະເທດອື່ນ ເຂົາເປັນເອກະຣາຊແລະຕັດສິນບັນຫາດ້ວຍຕົນເອງ.

 ກະຍ້ອນລັດທິສັງຄົມນິຍົມດີຫັ້ນຕົວະ ເຂົາຈັ່ງເລືອກ ພັກສັງຄົມນິຍົມ ບໍ່ແມ່ນຫວະ ? ມີແຕ່ພວກເຈົ້າຫັ້ນລະ ຫລັບຫູຫລັບຕາບູຊາແຕ່ທຶນນິຍົມ ແບບບໍ່ຈຳແນກອັນໃດຖືກອັນໃດຜິດ ! ຍາມໃດກໍ່ເສລີປະຊາທິປະໄຕເພີ້ຝັນຢູ່ບໍ່ເຊົາ ! ລັດທິໃດມັນກໍ່ມີດ້ານບວກ ດ້ານລົບໝົດ ບໍ່ແມ່ນວ່າ ຄັອມມູນິດ ສັງຄົມນິຍົມແລ້ວ ຫລັບຫູຫລັບຕາໂຈມຕີລູກດຽວ !

ໃຜຜູ້ໃດຢາກເປັນລັດທິໃດກະຊ່າງຫົວເຂົາ ຂໍແຕ່ວ່າໃຫ້ຕັ້ງໃຈນຳພາປະຊາຊາດໄປສູ່ຄວາມຜາສຸກແມ່ນວ່າຖືກຕ້ອງ.

ທຶນນິຍົມຫຼືສັງຄົມນິຍົມ ຜູ້ໃດຢາກນິຍົມຫຍັງຫຼືບໍ່ນິຍົມຫຍັງກະຊ່າງ ຂໍແຕ່ວ່າໃຫ້ປະຊາຊົນໄດ້ຢູ່ດີກິນດີ ມີການສຶກສາດີ ມີໂຮງໝໍມີຢາປົວດີ ມີນ້ຳໄຫຼໄຟສະຫວ່າງ ມີຫົນທາງໄປມາສະອາດສຸດແສນສະດວກ

ແລະມີການບໍລິການທຸກດ້ານທີ່ດີທັງທາງດ້ານສັງຄົມແລະສົງເຄາະດີ ແມ່ນໃຊ້ໄດ້.

ລັດທິໃດຫຼືສັງຄົນໃດ ທີ່ເຂົ້າມາບໍລິຫານແລ້ວສ້າງຜົນງານເຫຼົ່ານີ້ບໍ່ໄດ້ 

ສົມຄວນໃຫ້ກັດຫຳໂຕເອັງຕາຍ ຫຼືໄປໂຕນນ້ຳຕາຍໄດ້ເລີຍ. ບໍ່ສົມຄວນຈະຢູ່ຕໍ່ ແລ້ວແກ້ໜ້າໄປເລື້ອຍໆ.

__________________
Anonymous

Date:

Anonymous wrote:
Phetsarath wrote:
Anonymous wrote:

biggrin ມັນເປັນລາງບອກວ່າ, ລະບອບຜະເດັດການ ຈະລົ້ມລະລາຍໄປຈາກລາວ ແລະ ຈະມີຜູ້ນຳເອົາລະບອບເສຣີປະຊາທິປະໄຕມາສູ່ພີ່ນ້ອງຊາວລາວ, ຄົນລາວຈະມີສິດທິເສຣີພາບ ແລະ ສັນຕິສຸກອັນຍາວນານວ່າຊັ້ນເດ.

GoGo

 ພວກກະບົດ

ມັນຫຼາຍປີກໍ່ລົ້ມລົງ ເປັນເລື່ອງທຳມະດາ ມັນບໍ່ແມ່ນລາງ ຫຼື ເຫດອັນໃດດອກ ຢ່າໄປ ງົມງາຍຫນຳມັນຫຼາຍ

 ຍາມຕົ້ນບໍ່ທັນຕາຍ ກະວ່າເປັນຂອງມິ່ງບ້ານຂວັນເມືອງ ບາດຕົ້ນລົ້ມດັບຫາຍ ພັດວ່າໄປທົ່ວທີບ.

ກາຍເປັນເຄື່ອງມືໂຄສະນາທາງດ້ານການເມືອງໄປເລີຍ. ຖ້າຕົ້ນມະນີໂຄດນີ້ສັກສິດແທ້ ກໍຂໍໃຫ້ລົງທັນ

ພວກທີ່ດູໝິ່ນເຫຼົ່ານັ້ນດ້ວຍ.

__________________
Anonymous

Date:

Don't sit and worship rock,****,rat,bat,tree as god otherwise we never build a bicyclebiggrinbiggrinbiggrin watch Avatar just for fun ok.

 I'd rather worship Marxism and Leninism and hang that red flag around the country just to show the world that I'm smart A*****.

__________________
Anonymous

Date:

biggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrin

__________________
Anonymous

Date:

Anonymous wrote:

Tree_3.jpg

ຕົ້ນໄມ້ ມະນີໂຄດລົ້ມ ເປັນລາງສັງຫອນເຕືອນພັຍ ກ່ຽວກັບປະເທສຊາຕ

ຂ່າວ: ຈຽງ​ສັກ

   ຕົ້ນ­ໄມ້​ມະ­ນີ​ໂຄດ​ ເປັນ­ຕົ້ນໄມ້​ ທີ່​ມີ​ອາ­ຍຸ​ຍາວ​ນານ​ ມາ​ຫລາຍຮຸ່ນ​ຄົນ ແລະ ປະ­ຊາ­ຊົນ​ຊາວ ເມືອງ​ໂຂງ ຕ່າງ​ກໍ່​ເຊື່ອ​ຖື​ ກັນ​ວ່າ ເປັນ­ຕົ້ນ​ໄມ້ ​ທີ່​ວິ­ເສດ, ສັກ­ສິດ,  ເກີດ​ຢູ່​ດອນ​ນ້ອຍ​ກາງ​ນ້ຳງອ ຍ​ຢູ່ ເບື້ອງ​ເທິງ​ ນ້ຳ­ຕົກ­ຕາດ​ ຄອນ​ພະເພັງ, ປະ­ຈຸ​ບັນ​ ຕົ້ນ​ມະ­ນີ​ໂຄດ​ ລົ້ມລົງ​ຢ່າງ​ຫນ້າ​ເສຍ­ດາຍ ຈິ່ງ​ເປັນທີ່​ສົນ­ໃຈ​ ຂອງ​ສັງ­ຄົມ.

   ເຊົ້າ​ວານ​ນີ້ ທ່ານ ສົມ​ຈີນ ອິນ​ທະ​ຈິດ ຫົວ­ຫນ້າ​ຫ້ອງ ­ການທ່ອງ​ທ່ຽວ ​ເມືອງ​ໂຂງ​ໃຫ້​ຮູ້​ວ່າ: ຄືນ​ວັນ​ທີ 19 ມີ­ນາ​ຜ່ານ​ມາ​ເວ­ລາ ປະ­ມານ 22:30 ນາ­ທີ, ເວ­ລາ​ນັ້ນ ສະ­ພາບ​ດິນ​ຟ້າ​ອາ­ກາດ​ ມີ​ຝົນ­ຕົກເລັກ​ນ້ອຍ, ລົມ​ພັດ​ຂ້ອນ​ຂ້າງແຮງ, ຂະ­ນະ​ດຽວ​ກັນ ​ປະ­ຊາ­ຊົນທີ່​ອາ­ໄສ​ຢູ່​ໃກ້​ຄຽງ​ ໄດ້​ຍິນ​ສຽງດັງ ​ຄ້າຍ­ຄື ​ມີ​ບາງ​ຢ່າງ ​ກະ­ທົບ​ລົງໃສ່​ ນ້ຳ​ຢ່າງ​ແຮງ, ຍ້ອນ​ທ້ອງ­ຟ້າ​ມືດ ​ບໍ່​ມີ​ແສງ​ບວກ ກັບ​ກະ­ແສ​ລົມ​ພັດ​ ຫອບ​ເອົາ​ສາຍ ຝົນ​ທີ່​ກຳ​ລົງ​ຕົກ​ຢູ່​ ນັ້ນ​ຈິ່ງ​ບໍ່​ມີ​ໃຜສົນ­ໃຈ​ ໃນ​ສິ່ງ​ທີ່​ເກີດ​ຂຶ້ນ ແລະ ບໍ່ຄິດ​ວ່າ​ແມ່ນ ​ຕົ້ນ­ໄມ້​ມະ­ນີ​ໂຄດ​ ລົ້ມລົງ.

   ຮຸ່ງ​ເຊົ້າ​ຂອງ​ວັນ​ທີ 20 ມີ­ນາ ປະ­ຊາ­ຊົນ ​ຈິ່ງ​ແຕກ​ຕື່ນ ​ຕົກ­ໃຈຍ້ອນ​ເຫັນ​ ສະ­ພາບ​ຂອງ​ຕົ້ນ­ໄມ້ ມະ­ນີ​ໂຄດ​ ອັນ​ເປັນ​ມິ່ງ­ຂວັນ​ຂອງ ຊາວ​ເມືອງ​ໂຂງ ​ທີ່​ເລົ່າ​ຂານ​ກັນມາ​ ໃນ​ຫລາຍ​ຮຸ່ນ​ຄົນ​ວ່າ​ ເປັນ­ຕົ້ນ ໄມ້​ທີ່​ສັກ­ສິດ​ ໄດ້​ລົ້ມ​ລົງ​ຢ່າງ​ບໍ່ຄາດ​ຝັນ, ສະ­ພາບ​ຂອງ​ຕົ້ນ­ໄມ້ ມະ­ນີ​ໂຄດ ​ໃນ​ເວ­ລາ​ນັ້ນ​ສ່ວນ ຮາກ​ເບື້ອງ​ຫນຶ່ງ ​ຍັງ​ເກາະ​ຕິດ​ກັບຫີນ, ສ່ວນ​ເບື້ອງ​ປາຍ ​ຈຸ່ມ​ລົງ​ນ້ຳ ຍ້ອນ​ລຳ­ຕົ້ນ​ລົ້ມ​ ກະ­ທົບ​ໃສ່​ຫີນແລະ ສ່ວນ​ປາຍ​ກະ­ທົບ​ລົງ ທ່າມກາງ​ກະ­ແສ­ນ້ຳ ​ທີ່​ໄຫລ​ແຮງ​ເຮັດໃຫ້ ​ງ່າ​ສ່ວນ​ຫນຶ່ງ​ ຫັກ​ກະ­ຈາຍອອກ​ ແລ້ວ​ໄຫລ​ຕາມ​ລຳ​ນ້ຳ​ ໄປ​ເກາະ​ຕິດ​ກັບ​ມອງ​ ຂອງ​ປະ­ຊາຊົນ​ ຢູ່​ທາງ​ຕອນ​ໃຕ້​ ຂອງ​ນ້ຳ­ຕົກຕາດ​ ຄອນ​ພະ​ເພັງ, ບາງ​ຄົນ​ບໍ່​ຮູ້​ວ່າ​ ເປັນ​ງ່າ­ໄມ້​ມະ­ນີ​ໂຄດ ​ຈິ່ງ​ປ່ອຍໄຫລ​ຖິ້ມ​ໄ ປ​ຕາມ​ນ້ຳ, ສ່ວນ​ຜູ້​ຮູ້​ ຂໍ້​ມູນ​ກໍ່​ເກັບ​ເອົາ​ມາ​ໄວ້​ ເປັນ​ສິ່ງຂອງ​ບູ­ຊາ ແລະ ແຈກ​ຢາຍ​ກັນ ເກັບ​ໄວ້​ຍ້ອນ​ເປັນ​ສິ່ງ​ຂອງ​ ທີ່​ຫາຍາກ ແລະ ເຊື່ອ​ກັນ​ວ່າ​ເປັນ​ໄມ້ ​ທີ່ສັກ­ສິດ, ສ່ວນ​ຫງ່າ​ໃຫຍ່​ຫ້ອງການ­ ທ່ອງ­ທ່ຽວ​ເມືອງ​ໂຂງ ​ເກັບໄວ້​ທີ່​ຫໍ​ວາງ­ສະ­ແດງ​ຂອງ​ເມືອງ.

   ໃນ​ວັນ​ດຽວ​ກັນ ທ້າວ ລິດ ທະ­ນູ​ທອງ (ເບ) ຊ່າງ​ພາບ​ ປະຈຳ​ນ້ຳ­ຕົກ­ຕາດ​ ຄອນ​ພະ​ເພັງ​ເລົ່າສູ່​ຟັງ​ວ່າ: ບາງ​ຄົນ​ຢາກ​ໄດ້​ເກັບໄວ້ ​ຈິ່ງ​ຂໍ​ບູ­ຊາ​ຕໍ່ໆກັນ ​ດ້ວຍ​ການຈ່າຍ​ເງິນ ​ຈຳ­ນວນ​ຫນຶ່ງ, ເມື່ອ ເປັນ​ແນວ​ນັ້ນ​ ອຳ­ນາດ​ການ​ປົກຄອງ ​ບ້ານ​ຈິ່ງ​ຕ້ອງ​ໄດ້​ເຂົ້າ​ມາ ຄວບ​ຄຸມ​ໂດຍ ​ການ​ວາງ​ກົດ​ລະບຽບ ​ຫ້າມ​ບູ­ຊາ ຫລື ຊື້ຂາຍ, ຖ້າ​ຫາກ​ໃຜ​ໄດ້​ມາ​ ກໍ່​ຕ້ອງ​ເກັບໄວ້, ແຕ່​ຕ້ອງ​ແຈ້ງ ​ຕໍ່​ອຳ­ນາດ​ການ ປົກ­ຄອງ​ບ້ານ​ໃຫ້​ຮັບ​ຮູ້.

   ເຖິງ​ຢ່າງ­ໃດ​ກໍ່ ​ຕາມ​ທຳ​ມະຊາດ ​ກໍ່​ຍ່ອມ​ເປັນ​ໄປ​ຕາມ​ກົດເກນ, ເພາະ​ລະ­ດູ­ຝົນ ​ປີ­ຜ່ານ­ມາ ປະ­ລິ­ມານ​ນ້ຳ­ຂອງ ​ມີ​ຫລາຍ​ກວ່າທຸກ​ປີ ​ເຮັດ​ໃຫ້​ນ້ຳ​ຖ້ວມ ​ເອົາ​ສ່ວນຮາກ​ ຂອງ​ຕົ້ນ­ໄມ້​ ມະ­ນີ​ໂຄດ ເພາະຕົ້ນ­ໄມ້​ຊະ­ນິດ​ນີ້ ​ບໍ່​ມີ​ຮາກ­ແກ້ວ, ມີ​ພຽງ​ຮາກ​ສ່ວນ​ຫນຶ່ງ ​ຢັ່ງ​ໄປຕາມ​ພະ​ລານ​ຫີນ ດັ່ງ­ນັ້ນ, ໃນ​ປີດຽວ​ກັນ​ ເຮັດ​ໃຫ້​ຕົ້ນ­ໄມ້​ເນີ້ງ​ລົງ ໃນ​ລະ­ດັບ​ປະ­ມານ 60 ອົງ­ສາ, ຍ້ອນ​ມີ​ຝົນ ແລະ ລົມ​ແຮງ​ ໃນ​ຄ່ຳຄືນ​ຂອງ​ວັນ​ທີ 19 ມີ­ນາ ຈິ່ງ​ເຮັດ ໃຫ້​ຕົ້ນ­ໄມ້ ​ມະ­ນີ​ໂຄດ​ ລົ້ມ​ລົງ​ຢ່າງຫນ້າ​ເສຍ­ດາຍ,ທ່ານ ສົມ​ຈີນ ກ່າວ.

   ອີກ​ປະ­ການ​ຫນຶ່ງ ຍ້ອນ​ຕົ້ນໄມ້​ດັ່ງ­ກ່າວ​ ເປັນ­ຕົ້ນ​ໄມ້​ທີ່​ມີ​ອາ­ຍຸຍາວ​ນານ ​ສືບ​ທອດ​ມາ​ຫລາຍຮຸ່ນ​ຄົນ, ໂດຍ​ສະ­ເພາະ​ແມ່ນ ຊາວ­ບ້ານ​ທ່າ​ຄໍ້ ຕັ້ງ­ແຕ່​ເກີດ​ມາ​ ກໍ່ໄດ້​ຍິນ​ຜູ້​ເຖົ້າ​ເລົ່າ​ສູ່​ຟັງ, ຕາມ​ປະຫວັດ​ການ​ເລົ່າ​ຂານ​ ກັນ​ມາ​ວ່າ ເປັນ­ຕົ້ນ​ໄມ້​ວິ­ເສດ ແລະ ສັກ­ສິດ ມີ​ອາ­ຍຸ​ຍາວ​ນານ​ຫລາຍ­ເຊັ່ນ­ຄົນ, ດັ່ງ­ນັ້ນ​ ຊາວ­ບ້ານ​ດັ່ງ­ກ່າວ​ ຈິ່ງ​ພາກັນ​ເຮັດ​ພິ­ທີ ​ທາງ​ສາ­ສະ­ຫນາ (ເຮັດ­ບຸນ​ຕັກ­ບາດ) ຕາມ​ຄວາມເຊື່ອ​ຖື​ ໃນ​ປະ­ຫວັດ​ຄວາມ​ເປັນ​ມາ ຂອງ​ຕົ້ນ­ໄມ້​ມະ­ນີ​ໂຄດ​ຕົ້ນ​ນີ້ (ເບ) ກ່າວ.

Link : http://www.ecom.org.la/teen/prints/1/7281

 smilesmilesmilesmilesmilesmilesmilesmilesmilesmilesmilesmilesmilesmilesmile

__________________
Anonymous

Date:

ເປັນຕາຄຶດຢູ່ເດ  ບໍ່ເຊື່ອຢ່າລົບຫລູ່ເດີພີ່ນ້ອງ

ເຫດການຄ້າຍແບບນີ້ເຄີຍມີມາແລ້ວ

ຕອນພະທາດພະນົມຫລົ້ມ  ຍອດພະທາດລົ້ມມາທາງເມືອງລາວ(ທາດພະນົມແມ່ນຄົນລາວສ້າງ)

ອີກບໍ່ດົນ  ຣະບອບລາວເກົ່າກໍ່ລົ້ມລົງໄປນຳ 

ຄົນລາວແຕກມະລຸກພຸກຜ່າຍ  ໜີຈາກບ້ານຈາກເຮືອນໄປທົ່ວທີບທົ່ວແດນຈົນເມືອງລາວເກືອບຮ້າງ

ສ່ວນເຮື່ອງຕົ້ນມະນີໂຄດເຮົາບໍ່ຮູ້ວ່າຜົນຊິດີຫຼືຮ້າຍ

ອາດຊິດີກະໃດ້ 

ຕົ້ນອັນນີ້ບໍ່ຮູ້ວ່າແມ່ນໃຜເອົາໄປປູກໄວ້ຊັ້ນບໍ  ບ້ານເມືອງລາວເຮົາຈຶ່ງບໍ່ຈະເລີນທັນເຂົາຈັກເທື່ອ

ທັງທີ່ກ່ອນລ້ານຊ້າງຈະເປັນເມືອງຂື້ນຕໍ່ສຍາມ  ລາວເຮົາກໍ່ເຄີຍຮຸ່ງເຮືອງເປັນອະນາຈັກຍິ່ງໃຫຍ່ໃນພູມມີພາກນີ້ມາແລ້ວ

ຫລັງຈາກໄທຍມາປົ້ນເອົາດິນດອນຕ່ອນຫຍ້າມູນມັງຂອງສັກສິດ  ພາກຄົນລາວຈາກບ້ານຈາກເມືອງຄາວນັ້ນ

ລາວເຮົາກະມີແຕ່ຕົກຕ່ຳລົງໄປເລື້ອຍๆ  ຈົນທຸກມື້ນີ້ລາວເຮົາກະຍັງດ້ອຍພັດທະນາກົ່ວເພື່ອນບ້ານ

ບໍ່ແນ່ເດີ  ກົກໄມ້ກົກນີ້ລົ້ມໄປ  ລາວເຮົາອາດຈະພົ້ນຈາກຄຳສາບຂອງໃຜກະໃດ້

5555555  ຜູ້ຂ້າຄຶດເອງ  ຄຶດເຫຼັ້ນຊື່ๆ  ດອກເດີ 

__________________
Anonymous

Date:

Anonymous wrote:

ພາຍໃນໄລຍະ 37 ປີ ຄົນລາວຂອງມິ່ງບ້ານຂັວນເມືອງໄປແລ້ວ 3 ຢ່າງ: ພະບາງ, ອັນຍະມະນີແລະກົກໄມ້ມະນີໂຄດ. ມັນແມ່ນກົດເກນທໍາມະຊາດຫລືແນວໃດກັນແທ້?

 ມີຕົ້ນໜຶ່ງເກີດຂຶ້ນມາແທນແລ້ວ, ຖ້າພວກທ່ານມີໂອກາດຂຶ້ນ

ໄປບ້ານນ້ຳເກິງເໜືອແຂວງບໍ່ແກ້ວແລ້ວໃຫ້ແວ່ເຂົ້າໄປວັດດອຍ

ດອຍແດງ, ວັດນີ້ເປັນວັດສັກສິດຕັ້ງຢູ່ເທິງພູແດງຫລືເອີ້ນຕາມພາສາທ້ອງ

ຖິ່ນວ່າ:ດອຍແດງ. ຕົ້ນໄມ້ມະນີໂຄດຕົ້ນນີ້ແມ່ນນັກບິນທ່ານ ນຶ່ງເອົາມາຈາກກຳປູເຈັຽແລະເອົາມາປູກຢູ່ເບື້ອງຕາເວັນຕົກຂອງ

ພຣະວິຫານດອຍແດງ.ປັດຈຸບັນຕົ້ນໄມ້ມະນີໂຄດຕົ້ນນີ້ໃຫຍ່ ອອກດອກງາມຕາແລະເປັນໝາກແລ້ວ. ສະນັ້ນຂໍເຊີນຊວນທ່ານຍິງທ່ານຊາຍທັງຫລາຍທີ່ຢູ່ໃກ້ແລະຢູ່ໄກ

ໄປແວ່ຊົມແລະໄປນົບໄຫວ້ສະຖານທີ່ສັກສິດແຫ່ງນັ້ນດ້ວຍ.  

------------------------------------------------

ຮ່ວຍ  ບໍ່ແມ່ນໄທຍເອົາໄປປູກໄວ້ຊັ້ນບໍ້

ເໜືອຕົ້ນ1  ໃຕ້ຕົ້ນ1  ບໍ່ຮູ້ທາງຕະເວັນອອກມີອີກຕົ້ນຫຼືບໍ່

ກົກໄມ້ຂວາງໄດ໋ຫັ້ນ  ເຂົາລົງຄາຖາອາຄົມໄວ້  ບໍ່ໃຫ້ລາວຂື້ນລາວເກີນ

ໃຕ້ຕົ້ນອາດຊິມີກະດູກສັດຕູລາວໃນອະດີດຝັງໄວ້ນຳ  ເຊ່ນ ເຈົ້າຄຳຜົງ  ພະຍາຕາ ພະຍາວໍ 

ທ້າວຄຳຜົງແມ່ນລູກຊາຍພະຍາຕາ ຫລານເຂີຍເຈົ້ານະຄອນຈຳປາສັກ 

ພວກຕະກູນນີ້ເປັນລາວແລະກະບົດຕໍ່ລ້ານຊ້າງ  ຖືກວຽງຈັນຕາມໄລ່ຂ້າຕັ້ງແຕ່ຢູ່ຫນອງບົວລຳພູ  ຈົນຫລົບໄປລີ້ຢູ່ນຳເຈົ້ານະຄອນຈຳປາສັກ  ແລ້ວໄປສວາມີພັກຕໍ່ສຍາມ  ຊ່ອຍສຍາມຕີລ້ານຊ້າງຈົນໃດ້ຮັບຄວາມດີຄວາມຊອບ  ຖືກຍົກໃຫ້ເປັນເຈົ້າເມືອງອຸບົນ

ພວກນີ້ຄຽດແຄ້ນວຽງຈັນຫລາຍ  ລ້ານຊ້າງຫລົ້ມຈົມກະຍ້ອນພວກນີ້

ເປັນໄປໃດ້ບໍ່ທີ່ພວກເຂົາຈະຈອງເວນຈອງກຳກັບລາວຄືກັນ

ເຮື່ອງນີ້ຂ້ອຍຜູກຂື້ນຕາມປະວັດສາດເດີ  ຜູ້ໃດຊິເອົາໄປແຕ່ງນິຍາຍຫລືເອົາໄປສ້າງໜັງກະໃດ້  ບໍ່ຫວງລິຂສິດ  5555    

__________________
Anonymous

Date:

Anonymous wrote:

ເປັນຕາຄຶດຢູ່ເດ  ບໍ່ເຊື່ອຢ່າລົບຫລູ່ເດີພີ່ນ້ອງ

ເຫດການຄ້າຍແບບນີ້ເຄີຍມີມາແລ້ວ

ຕອນພະທາດພະນົມຫລົ້ມ  ຍອດພະທາດລົ້ມມາທາງເມືອງລາວ(ທາດພະນົມແມ່ນຄົນລາວສ້າງ)

ອີກບໍ່ດົນ  ຣະບອບລາວເກົ່າກໍ່ລົ້ມລົງໄປນຳ 

ຄົນລາວແຕກມະລຸກພຸກຜ່າຍ  ໜີຈາກບ້ານຈາກເຮືອນໄປທົ່ວທີບທົ່ວແດນຈົນເມືອງລາວເກືອບຮ້າງ

ສ່ວນເຮື່ອງຕົ້ນມະນີໂຄດເຮົາບໍ່ຮູ້ວ່າຜົນຊິດີຫຼືຮ້າຍ

ອາດຊິດີກະໃດ້ 

ຕົ້ນອັນນີ້ບໍ່ຮູ້ວ່າແມ່ນໃຜເອົາໄປປູກໄວ້ຊັ້ນບໍ  ບ້ານເມືອງລາວເຮົາຈຶ່ງບໍ່ຈະເລີນທັນເຂົາຈັກເທື່ອ

ທັງທີ່ກ່ອນລ້ານຊ້າງຈະເປັນເມືອງຂື້ນຕໍ່ສຍາມ  ລາວເຮົາກໍ່ເຄີຍຮຸ່ງເຮືອງເປັນອະນາຈັກຍິ່ງໃຫຍ່ໃນພູມມີພາກນີ້ມາແລ້ວ

ຫລັງຈາກໄທຍມາປົ້ນເອົາດິນດອນຕ່ອນຫຍ້າມູນມັງຂອງສັກສິດ  ພາກຄົນລາວຈາກບ້ານຈາກເມືອງຄາວນັ້ນ

ລາວເຮົາກະມີແຕ່ຕົກຕ່ຳລົງໄປເລື້ອຍๆ  ຈົນທຸກມື້ນີ້ລາວເຮົາກະຍັງດ້ອຍພັດທະນາກົ່ວເພື່ອນບ້ານ

ບໍ່ແນ່ເດີ  ກົກໄມ້ກົກນີ້ລົ້ມໄປ  ລາວເຮົາອາດຈະພົ້ນຈາກຄຳສາບຂອງໃຜກະໃດ້

5555555  ຜູ້ຂ້າຄຶດເອງ  ຄຶດເຫຼັ້ນຊື່ๆ  ດອກເດີ 

         ເຫັນດີນຳເດີ ພໍ່ຕູ້   ມັກຫຼາຍ" ບໍ່ແນ່ເດີ  ກົກໄມ້ກົກນີ້ລົ້ມໄປ  ລາວເຮົາອາດຈະພົ້ນຈາກຄຳສາບຂອງໃຜກະໃດ້ "

__________________
Anonymous

Date:

ຕົ້ນໄມ້ມະນີໂຄດເປັນຕົ້ນໄມ້ທີ່ຮັກຊາດຮັກບ້ານເກີດເມືອງນອນມັນບໍ່ຢາກໄປຢູູຫວຽດນາມຄືພວກໄມ້ດູ່ໄມ້ແຕ້.

__________________
Anonymous

Date:

Anonymous wrote:

ຕົ້ນໄມ້ມະນີໂຄດເປັນຕົ້ນໄມ້ທີ່ຮັກຊາດຮັກບ້ານເກີດເມືອງນອນມັນບໍ່ຢາກໄປຢູູຫວຽດນາມຄືພວກໄມ້ດູ່ໄມ້ແຕ້.

 images?q=tbn:ANd9GcSVSKqNYyhXauuRz903RBVXqgpuF_rM7MFWgq-XnmjpacnbbP5g

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard