Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ແດ່ວັນເກີດ ຂອງໃຜຜູ້ໜຶ່ງໃນວັນນີ້
ສາຍເຊລຳເພົາ

Date:
ແດ່ວັນເກີດ ຂອງໃຜຜູ້ໜຶ່ງໃນວັນນີ້

52076352380304362036.jpg

__________________
Anonymous

Date:

ສາຍເຊລຳເພົາ wrote:

52076352380304362036.jpg

 ສະແດງວ່າເຖົານີບໍຢາກໃຫ້ສລອງວັນເກີດ  ໃຫ້ສລອງແຕ່ວັນຕາຍເດີພີ່ນ້ອງ

__________________
Anonymous

Date:

Anonymous wrote:
ສາຍເຊລຳເພົາ wrote:

52076352380304362036.jpg

 ສະແດງວ່າເຖົ້ານີ້ບໍຢາກໃຫ້ສລອງວັນເກີດ  ໃຫ້ສລອງແຕ່ວັນຕາຍເດີພີ່ນ້ອງ

__________________
Anonymous

Date:

ສະແດງວ່າເຖົ້ານີ້ບໍຢາກໃຫ້ສລອງວັນເກີດ  ໃຫ້ສລອງແຕ່ວັນຕາຍເດີພີ່ນ້ອງ

____________________________________________

ຂ້ອຍເຂົ້າໃຈເຈົ້າວ່າເຈົ້າເປັນໄວໜຸ່ມແຕ່ວ່າເຈົ້າຮູ້ບໍ່ຜູ້ຂຽນກະວີນີ້ແມ່ນອາຈານໃຫຍ່ຢູ່ວັດ ກະດີແລ້ວເດທີ່ເພີ່ນຂຽນມາໃຫ້ອ່ານແລະຖ້າອ່ານແລ້ວຄິດໜ້ອຍໜຶ່ງກໍດີໃສ່ໂຕບໍ່ທຳມະດາ

__________________

Veteran Member

Status: Offline
Posts: 49
Date:

ແມງຜູ່ບິນຊ່ວງແຊ່ວ ຜະສົງດອກດວງຫອມ

ຊາດເຊັ່ນແນວແມງວັນ ເນົ່າເໝັ່ນຜະສົງພໍ້

ເຫາະຮ່ອມບິນວົນຜ້າຍ ໝາຍຊົມແຕ່ຂອງເນົ່າ

ບຸບຜາງາມອວດເອ້ ແມງວັນເຈົ້າບໍ່ສະຫງວນ...

ຄົນເຮົາເຂົ້າກັນໄດ້ດ້ວຍທາດ

ດີກໍ່ເຂົ້າຫາດີ ຈະໃຫ້ນ້ຳເຂົ້າກັບນ້ຳມັນມັນບໍ່ໄດ້

ດີແລ້ວທີ່ເຂົາໃຫ້ຂໍ້ຄິດດີໆ

ຂອບໃຈທີ່ເອົາລົງມາໃຫ້ອ່ານເດີ້

__________________
Kuam sook kue sing t tong karn.
Anonymous

Date:

Anonymous wrote:

ສະແດງວ່າເຖົ້ານີ້ບໍຢາກໃຫ້ສລອງວັນເກີດ  ໃຫ້ສລອງແຕ່ວັນຕາຍເດີພີ່ນ້ອງ

____________________________________________

ຂ້ອຍເຂົ້າໃຈເຈົ້າວ່າເຈົ້າເປັນໄວໜຸ່ມແຕ່ວ່າເຈົ້າຮູ້ບໍ່ຜູ້ຂຽນກະວີນີ້ແມ່ນອາຈານໃຫຍ່ຢູ່ວັດ ກະດີແລ້ວເດທີ່ເພີ່ນຂຽນມາໃຫ້ອ່ານແລະຖ້າອ່ານແລ້ວຄິດໜ້ອຍໜຶ່ງກໍດີໃສ່ໂຕບໍ່ທຳມະດາ

 ຜູ້ເຖົ້າກະເຮັດຄືກັນງານວັນເກີດ ຜູ້ນຳກະເຮັດ, ຍາຄູກະເຮັດ ຍັງບໍ່ເຄີຍເຫັນແຕ່ລືສີ

__________________
ສາຍເຊລຳເພົາ

Date:

ວັນເກີດທ່ານ ທ່ານດີໃຈ ທີ່ໄດ້ເກີດ

ແສນປະເສີດ ຫາກຜູ້ເກີດ ຮູ້ຈັກວັນ

ວັນເກີດທ່ານ ທ່ານຮູ້ຈາກ ຜູ້ໃດກັນ

ຫຼືທ່ານນັ້ນ ຮູ້ວັນເກີດ ດ້ວຍຕົນເອງ

__________________
Anonymous

Date:

ສາຍເຊລຳເພົາ wrote:

52076352380304362036.jpg

 this poetry is nothing But anti-social environment.

__________________
Anonymous

Date:

Anonymous wrote:
ສາຍເຊລຳເພົາ wrote:

52076352380304362036.jpg

 this poetry is nothing But anti-social environment.

 ວັນເກີດທ່ານ ເປັນວັນຕາຍ ຂອງແມ່ແທ້

ວັນເກີດແທ້ ຂອງມະນຸດ ມີໜຶ່ງຫົນ

ວັນເກີດທ່ານ ມີຄັ້ງດຽວ ໃນເມືອງຄົນ

ຢ່າສັບສົນ ວ່າວັນເກີດ ປະເສີດຈິງ

---------------------------

ແມ່ນກະທັງວັນເກີດຂອງທ່ານ ທ່ານຍັງບໍ່ຮູ້ວ່າທ່ານເກີດວັນໃດ, ທ່ານຮູ້ໄດ້ ກໍເພາະພໍ່ແມ່ຂອງທ່ານບອກ ທ່ານນັບວ່າດີທີ່ມີແມ່ ພໍ່ທີ່ສະຫຼາດໄດ້ຈົດຈຳວັນເກີດຂອງທ່ານມາບອກໃຫ້ທ່ານຮູ້ ຍັງມີອີກ ຫຼາຍທ່ານທີ່ບໍ່ຮູ້ວັນເກີດຂອງຕົນເອງ ເພາະພໍ່ແມ່ລືມ

- ຢ່າງໃດກໍຕາມ ເຖິງທ່ານຮູ້ວັນເກີດຕົນ ຫຼືບໍ່ຮູ້ກໍຕາມ ນັບວ່າດີແລ້ວ ທີ່ທ່ານເກີດມາເປັນຄົນດີ ຕໍ່ພໍ່ແມ່ ຄອບຄົວວົງສະກຸນ ແຕ່ມີຫຼາຍທ່ານ ຮູ້ວັນເກີດຕົນເຖິງຂະໜາດນັ້ນແລ້ວ ຍັງເນຣະຄຸນພໍ່ແມ່ຂອງຕົນເອງໄດ້ ໃຫຍ່ຂຶ້ນມາແທນທີ່ຈະທຳຄວາມດີຕອບແທນຄຸນພໍ່ແມ່ ທີ່ໃຫ້ຕົນເອງໄດ້ເກີດ ກັບສ້າງແຕ່ຄວາມຊົ່ວ ບາງຄົນບໍ່ໄດ້ທຳຄວາມ ຊົ່ວໃຫ້ຕົນເອງ ແລະຄອບຕົວວົງສະກຸນ ແຕ່ກໍເນຣະຄຸນ ຮອດວັນເກີດ ຕົນແທນທີ່ຈະໄປສະຫຼອງກັບພໍ່ກັບແມ່ ເຂົາບໍ່ທຳ ເຂົາໄປສະຫຼອງວັນເກີດຕົນຢູ່ທີ່ອີື່ນ ໃຫ້ພໍ່ແມ່ນຕ້ອງກຳກືນໃນວັນເກີດຂອງຕົນ ຮອດວັນເກີດຕົນ ຄວນທີ່ຈະໄຫວ້ພໍ່ແມ່ ແລະພຣະຣັດຕະໄຕ ບໍ່ສ້າງຕົນໃຫ້ເປັນຄົນດີ

- ວັນເກີດທ່ານມີສິດະຫຼອງໄດ້ ແຕ່ຄວນໃຫ້ມີນໍ້າໜັກໄປໃນທາງບຸນ ຫຼາຍຫວ່າທາງບາບ.

-  ມີບາງຄົນວ່າ ຜູ້ເຖົ້າກະເຮັດຄືກັນງານວັນເກີດ ຜູ້ນຳກະເຮັດ, ຍາຄູກະເຮັດ ແຕ່ການເຮັດຂອງບັນດາທ່ານຜູ້ນັ້ນ ເຂົາເຮັດແລ້ວ ເຂົາໄດ້ເຫັນຄຸນງາມຄວາມດີຂອງເຂົາບໍ ? ຫຼືບໍ່ໄດ້ເຫັນ ໂດຍສະເພາະ ພຣະເຮັດນັ້ນ ເພີ່ນໄດ້ຮ້ອງເຮັບປີເບີດສ໌ເດຍ໌ ບໍ່ຫຼືບໍ່ ຫາກເພີ່ນເຮັດ ດ້ວຍການ​ໃຫ້ທານ ຮັກສາສິນ ຟັງທັມ ກໍຄວນສົ່ງເສີມເພີ່ນ ແລະເຮົາກໍຄວນເອງແບບຢ່າງເພິ່ນ.

- ແນວຄວາມຄິດນີ້ ບໍ່ໄດ້ຟືນ ຫຼືຕ້ານກົດທຳມະຊາດ ຍັງສົ່ງເສີມ ແລະພັດທະນາທຳມະຊາດດ້ວຍ, ຫາກມະນຸດ ເອົາວັນເກີດຂອງຕົນ ເປັນວັນສ້າງຄຸນງາມຄວາມດີ ແຕ່ຕົນ ວົງຕະກູນ ແລະປະເທດຊາດ.

- ມີຫຼາຍຄົນ ບໍ່ມີຄົນງາມຄວາມດີຫຍັງເລີຍ ມາສະແດງສະຫຼອງວັນເກີດ ຊ້ຳບໍ່ພໍສວຍໂອກາດທຳຄວາມຊົ່ວໃນ ວັນເກີດຂອງຕົນ ພໍ່ແມ່ນຳ້ຕາຕົກຍ້ອນກໍຫຼາຍຄົນ

- ສະນັ້ນ ໃຜຈະສະຫຼອງວັນເກີດ ຄວນຄຳນຶງໃຫ້ຄັກ ບໍ່ແມ່ນຈະຕໍ່ຕ້ານວັນເກີດ ແຕ່ຈະຕໍ່ຕ້ານຄົນຊົ່ວ ສວຍໂອກາດທຳຄວາມ ຊົ່ວໃຫ້ພໍ່ແມ່ ໃນວັນເກີດເທົ່ານັ້ນ, ມີຫຼາຍຄົນ ຂາບພໍ່ແມ່ ຍັງບໍ່ເປັນ ກະຫ່າວສະຫຼອງວັນເກີດ

- ວັນເກີດຕົນ ແທນທີ່ຈະຢູ່ກັບພໍ່ແມ່ໃຫ້ຊື່ນໃຈ ແຕ່ກັບເຮັດໃຫ້ພໍ່ແມ່ເສົ້າໃຈນ້ຳຕາລົ່ນ ນີ້ຄວນປະນາມພວກເຂົາ

__________________
Anonymous

Date:

ຜົນສະທ້ອນມາຈາກທຸຣະກິຈຝ່າຍຕາເວັນຕົກທີ່ນິຍົມຂາຍເບີດເດເຄັກຄ໌(Birthday Cakes)..ໄດ້ຂາຍທຸກມື້ເພາະແຕ່ລະມື້ແມ່ນມື້ເກີດຂອງຄົນແລະສັດ…ແລະຝ່າຍອື່ນທີ່ຫາກິນນຳ..ຄົນຕາຍ…
ຊ້ຳພາກັນໂຄສະນາຂາຍ…ໂລງໃສ່ຄົນຕາຍ…ທັງຂາຍບ່ອນຝັງສົບ…ໂດຍອ້າງວ່າຫາກພວກທ່ານຊື້ບ່ອນຝັງໂຕເອງ..ໄວ້ແຕ່ດຽວນີ້…ຣາຄາຖືກກ່ວາ

ຫາກຖ້າຮອດປີ 2050 ຈັ່ງມາຊື້ຈະຕ້ອງຈ່າຍຫລາຍກ່ວານີ້..ຄົນລາວຢູ່ຕ່າງປະເທດນິຍົມເຜົາຄົນຕາຍ (Cremation) ເພາະເຊື່ອວ່າເກີດຊາດໜ້າຊິໄດ້ເປັນຜູ້ຈົບຜູ້ງາມ…

ງານສລອງມື້ເກີດເປັນງານເຫີ່ເຫີມໃນສັງຄົມຊົນຊັ້ນປົກຄອງຂອງເມືອງລາວ..ເວົ້າໂດຍສະເພາະແມ່ນໃນເຂດວຽງຈັນທນ໌
ຄັ່ນເວົ້າທົ່ວໄປ…ຈັ່ງລວມໄປຮອດຕ່າງແຂວງ

ແຕ່ກ່ອນໃຊ້ພາສາຝຣັ່ງເສດ..ເສດຝຣັ່ງວ່າ..ອັນນີ່ແວກແຊຣ໌..(Anniversaire) …ດຽວນີ້ມັກໃຊ້ແບບອັງກິດວ່າ
ເບີດ.ເດ.ຜາ.ດີ (Birthday Party)…ຫວຽດວ່າ..”ໄງ່-ຊິນ-ເຍິດ”

ພວກຜູ້ອາຍຸແກ່ຈະສວຍໂອກາດ..ຈຸ້ມຫົວກັນຫີ້ນໄພ້ຕອງ…ແລະໄພ້.ມ່າຈ່ອງ (Majohng)…ຈຳນວນໜຶ່ງສວຍໂອກາດ-ເມົາສຸຣາເມ…ເປັນໄລຍະ..ໄລຍະ..ຖັດຖາມາເຊ..ລະມານີ້..ຊີ້ຂາເກ່ເດ່

__________________

Member

Status: Offline
Posts: 21
Date:

As a Buddhist, I consider birthday the failure of past lives : the failure not to proceed myself out of Samsara (reincarnations cycle) / the failure not to reach Nirvana.

__________________
Anonymous

Date:

ຂໍນ້ອມນະມັດສະການອາຈານສາຍເຊລໍາເພົາ.
ອາຈານຂຽນກອນໄດ້ຄ່ອງແຄ້ວ ແລະມີເນື້ອໃນດີ ແຕ່ຮູບປະກອບບໍ່ເໝາະປານໃດ໋, ຂໍໃຫ້ອາຈານແກ້ໄຂ. ຂອບໃຈ

__________________
Anonymous

Date:

Anonymous wrote:
Anonymous wrote:
ສາຍເຊລຳເພົາ wrote:

52076352380304362036.jpg

 this poetry is nothing But anti-social environment.

 ວັນເກີດທ່ານ ເປັນວັນຕາຍ ຂອງແມ່ແທ້

ວັນເກີດແທ້ ຂອງມະນຸດ ມີໜຶ່ງຫົນ

ວັນເກີດທ່ານ ມີຄັ້ງດຽວ ໃນເມືອງຄົນ

ຢ່າສັບສົນ ວ່າວັນເກີດ ປະເສີດຈິງ

---------------------------

ແມ່ນກະທັງວັນເກີດຂອງທ່ານ ທ່ານຍັງບໍ່ຮູ້ວ່າທ່ານເກີດວັນໃດ, ທ່ານຮູ້ໄດ້ ກໍເພາະພໍ່ແມ່ຂອງທ່ານບອກ ທ່ານນັບວ່າດີທີ່ມີແມ່ ພໍ່ທີ່ສະຫຼາດໄດ້ຈົດຈຳວັນເກີດຂອງທ່ານມາບອກໃຫ້ທ່ານຮູ້ ຍັງມີອີກ ຫຼາຍທ່ານທີ່ບໍ່ຮູ້ວັນເກີດຂອງຕົນເອງ ເພາະພໍ່ແມ່ລືມ

- ຢ່າງໃດກໍຕາມ ເຖິງທ່ານຮູ້ວັນເກີດຕົນ ຫຼືບໍ່ຮູ້ກໍຕາມ ນັບວ່າດີແລ້ວ ທີ່ທ່ານເກີດມາເປັນຄົນດີ ຕໍ່ພໍ່ແມ່ ຄອບຄົວວົງສະກຸນ ແຕ່ມີຫຼາຍທ່ານ ຮູ້ວັນເກີດຕົນເຖິງຂະໜາດນັ້ນແລ້ວ ຍັງເນຣະຄຸນພໍ່ແມ່ຂອງຕົນເອງໄດ້ ໃຫຍ່ຂຶ້ນມາແທນທີ່ຈະທຳຄວາມດີຕອບແທນຄຸນພໍ່ແມ່ ທີ່ໃຫ້ຕົນເອງໄດ້ເກີດ ກັບສ້າງແຕ່ຄວາມຊົ່ວ ບາງຄົນບໍ່ໄດ້ທຳຄວາມ ຊົ່ວໃຫ້ຕົນເອງ ແລະຄອບຕົວວົງສະກຸນ ແຕ່ກໍເນຣະຄຸນ ຮອດວັນເກີດ ຕົນແທນທີ່ຈະໄປສະຫຼອງກັບພໍ່ກັບແມ່ ເຂົາບໍ່ທຳ ເຂົາໄປສະຫຼອງວັນເກີດຕົນຢູ່ທີ່ອີື່ນ ໃຫ້ພໍ່ແມ່ນຕ້ອງກຳກືນໃນວັນເກີດຂອງຕົນ ຮອດວັນເກີດຕົນ ຄວນທີ່ຈະໄຫວ້ພໍ່ແມ່ ແລະພຣະຣັດຕະໄຕ ບໍ່ສ້າງຕົນໃຫ້ເປັນຄົນດີ

- ວັນເກີດທ່ານມີສິດະຫຼອງໄດ້ ແຕ່ຄວນໃຫ້ມີນໍ້າໜັກໄປໃນທາງບຸນ ຫຼາຍຫວ່າທາງບາບ.

-  ມີບາງຄົນວ່າ ຜູ້ເຖົ້າກະເຮັດຄືກັນງານວັນເກີດ ຜູ້ນຳກະເຮັດ, ຍາຄູກະເຮັດ ແຕ່ການເຮັດຂອງບັນດາທ່ານຜູ້ນັ້ນ ເຂົາເຮັດແລ້ວ ເຂົາໄດ້ເຫັນຄຸນງາມຄວາມດີຂອງເຂົາບໍ ? ຫຼືບໍ່ໄດ້ເຫັນ ໂດຍສະເພາະ ພຣະເຮັດນັ້ນ ເພີ່ນໄດ້ຮ້ອງເຮັບປີເບີດສ໌ເດຍ໌ ບໍ່ຫຼືບໍ່ ຫາກເພີ່ນເຮັດ ດ້ວຍການ​ໃຫ້ທານ ຮັກສາສິນ ຟັງທັມ ກໍຄວນສົ່ງເສີມເພີ່ນ ແລະເຮົາກໍຄວນເອງແບບຢ່າງເພິ່ນ.

- ແນວຄວາມຄິດນີ້ ບໍ່ໄດ້ຟືນ ຫຼືຕ້ານກົດທຳມະຊາດ ຍັງສົ່ງເສີມ ແລະພັດທະນາທຳມະຊາດດ້ວຍ, ຫາກມະນຸດ ເອົາວັນເກີດຂອງຕົນ ເປັນວັນສ້າງຄຸນງາມຄວາມດີ ແຕ່ຕົນ ວົງຕະກູນ ແລະປະເທດຊາດ.

- ມີຫຼາຍຄົນ ບໍ່ມີຄົນງາມຄວາມດີຫຍັງເລີຍ ມາສະແດງສະຫຼອງວັນເກີດ ຊ້ຳບໍ່ພໍສວຍໂອກາດທຳຄວາມຊົ່ວໃນ ວັນເກີດຂອງຕົນ ພໍ່ແມ່ນຳ້ຕາຕົກຍ້ອນກໍຫຼາຍຄົນ

- ສະນັ້ນ ໃຜຈະສະຫຼອງວັນເກີດ ຄວນຄຳນຶງໃຫ້ຄັກ ບໍ່ແມ່ນຈະຕໍ່ຕ້ານວັນເກີດ ແຕ່ຈະຕໍ່ຕ້ານຄົນຊົ່ວ ສວຍໂອກາດທຳຄວາມ ຊົ່ວໃຫ້ພໍ່ແມ່ ໃນວັນເກີດເທົ່ານັ້ນ, ມີຫຼາຍຄົນ ຂາບພໍ່ແມ່ ຍັງບໍ່ເປັນ ກະຫ່າວສະຫຼອງວັນເກີດ

- ວັນເກີດຕົນ ແທນທີ່ຈະຢູ່ກັບພໍ່ແມ່ໃຫ້ຊື່ນໃຈ ແຕ່ກັບເຮັດໃຫ້ພໍ່ແມ່ເສົ້າໃຈນ້ຳຕາລົ່ນ ນີ້ຄວນປະນາມພວກເຂົາ

 ສາທຸ ສາທຸໆໆ

__________________
Anonymous

Date:

Anonymous wrote:

ຂໍນ້ອມນະມັດສະການອາຈານສາຍເຊລໍາເພົາ.
ອາຈານຂຽນກອນໄດ້ຄ່ອງແຄ້ວ ແລະມີເນື້ອໃນດີ ແຕ່ຮູບປະກອບບໍ່ເໝາະປານໃດ໋, ຂໍໃຫ້ອາຈານແກ້ໄຂ. ຂອບໃຈ

 ຂຈະເຣີນພອນ ທີ່ແນະນຳ ຂໍໃຫ້ທ່ານມີຄວາມສຸກຄວາມຈະເຣີນ ແລະມີປັນຍາ ສັດທາ ແກ້ກ້າເທີ້ນ ສາທຸ ວັນນີ້ວັນ ໑໕ ຄໍ່າເດືອນສາມ ຫາກມີໂອກາດໃຫ້ທ່ານເຂົ້າຫ້ອງພຣະ ອະນາໄມ ແລະໄວ້ພຣະຄາຣະວ່າ ພຣະພຸດ ພຣະທັມ ພຣະສົງ ບິດາ ມານດາເດີ

- ອັນໜຶ່ງກ່ຽວກັບຮູ້ນັ້ນ ສົງໃສໃນເວບນີ້ ບໍ່ສາມາດແກ້ໄຂໄດ້ແລ້ວ ເພາະບໍ່ສາມາດເຂົ້າໄປແກ້ໄຂໄດ້ ສົງໄສ ເຮົາບໍ່ໄດ້ເຂົ້າລະບົບເພິ່ນ, ອັນນີ້ ຫາກຈະຖືວ່າບໍ່ເໝາະສົມ ກໍຖືກ ຫາກຈະມອງແບບທາງກຳມັດຖານ ເພິ່ນວ່າໃຫ້ມອງແບບອະສຸພະ ກໍສາມາດເຮັດຫໃຫ້ເຮົາຄາຍຄວາມຫຼົງໄດ້ ອາດຈະເຖິງຂັ້ນຮູ້ທຳຂໍ້ໃດຂໍ້ ໜຶ່ງໄດ້ (ຈະໄປແກ້ໃນເວບອື່ນເດີ) ຈະເຣີນພອນ

__________________
Anonymous

Date:

ກາ​ນ​ທີ​ໃຜ​ຈະ​ຈັດ​ວັນ​ເກີດ​ຂ​ພ​ຈ​ກໍ​ເຫັນ​ດີ​ນຳ ແຕ່​ວ່າ​ຢາກ​ໃຫ້​ຜູ້​ຈັດ​ວັນ​ເກີດນັ້ນ​ໄດ້​ລະ​ລຶກ​ນຶກ​ເຖິງ​ຄຸນ​ຂອງ​ພໍ່​ແລະ​ແມ່ແດ່ ທີ​ເພີນ​ໃຫ້​ຊີ​ວິດ​ແລະ​ລ້ຽງ​ມາ​ຈົນ​ໃຫ​ຍ່​ກ້າ​ຫ​ນ້າ​ບານ​ເປັນ​ຫ​ນຸ່ມ​ເປັນ​ສາວ ຍ່າ​ພາ​ກັນ​ກິນ​ດືມ​ຈົນ​ລືມ​ຕົນ​ລືມ​ໂຕ​ຫລາຍ

*ໃນ​ວັນ​ເກີດ​ຄວນ​ປະ​ຕິດ​ບັດ​ກາຍ​ໃຈ​ໃຫ້​ສະ​ບາຍ ປັດ​ຈະ​ຈາກ​ສິ່ງ​ມືນ​ເມົາ ເທົ່າ​ນີ້ກໍ່​ມີ​ຄວາມ​ສຸກ​ແລ້ວ​ໃນ​ວັນ​ເກີດ​ຂອງ​ເຈົ້າ...

 ຊົມເຊີຍ ຄວາມຄິດເຫັນຂອງທ່ານ ນີ້ແລ້ວແນວຄິດຂອງກະວີບົດນີ້ ເຊິ່ງບໍ່ໄດ້ຫ້າມຄົນບໍ່ໃຫ້ຈັດວັນເກີດ ແຕ່ຈະສົ່ງເສີມໃຫ້ຄົນຈັດວັນເກີດ ທີ່ຖືກຕ້ອງ ແລະມີຄຸນຄ່າ ດັ່ງບົດກອນທີ່ວ່າ

- ວັນເກີດເຈົ້າ ເຈົ້າເຄີຍຂາບເພິ່ນບໍ ?

ວັນເກີດເຈົ້າ ເຈົ້າເຄີຍຂາບພຣະຫຼືບໍ ?

ວັນເກີດເຈົ້າ ຈະເຮັດຫຍັງເພື່ອແມ່ພໍ່

ຫຼືຈະລໍນຳ້ຕາຫຼັ່ງຫຼັງທ່ານຕາຍ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard