Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: 6 ບ້ານໃນເຂດເມືອງໄຊເສດຖາ ແລະເມືອງສິສັດຕະ ນາກ ໃຫ້ແກ່ກຸ່ມບໍລິສັດຈີນ
Vi

Date:
6 ບ້ານໃນເຂດເມືອງໄຊເສດຖາ ແລະເມືອງສິສັດຕະ ນາກ ໃຫ້ແກ່ກຸ່ມບໍລິສັດຈີນ

ລາວອະນຸມັດ ໂຄງການພັດທະນາ ເຂດບຶງທາດຫຼວງ ໃຫ້ແກ່ກຸ່ມບໍລິສັດຈີນ ສໍາລັບພື້ນທີ່ ທີ່ຈະຖືກເວນຄືນໃຫ້ກັບກຸ່ມບໍລິສັດຈາກຈີນ ທີ່ລົງທຶນພັດທະນາໂຄງການດັ່ງ
ກ່າວນີ້ ຈະກວາມເອົາພຶ້ນທີ່ໃນເຂດ 6 ບ້ານໃນເຂດເມືອງໄຊເສດຖາ ແລະເມືອງສິສັດຕະ
ນາກ ກໍຄືບ້ານເມືອງນ້ອຍຊຽງດາ, ບ້ານໂນນຫວາຍ, ບ້ານໂນນຄໍ້, ບ້ານໂພນທັນ, ບ້ານ
ໂພນປ່າເປົ້າ ແລະບ້ານດອນກອຍ.

Link: http://www.voanews.com/lao/news/Laos-Govt-grants-Chinese-company-develop-VT-Thatluang-Marsh-Park-137093758.html

ກຽມ ຖືກຍ້າຍ ອີກແລ້ວ ພີ່ນ້ອງ

__________________
Anonymous

Date:
RE: 6 ບ້ານໃນເຂດເມືອງໄຊເສດຖາ ແລະເມືອງສິສັດຕະ ນາກ ໃຫ້ແກ່ກຸ່ມບໍລິສັດຈີນ

6 ບ້ານນີ້ເຄີຍເປັນຂອງຈີນຊັ້ນເບາະຈັ່ງວ່າເວນຄືນ? ຄືເວົ້າເປັນຕານ່າຍແທ້? ນີ້ລະເຂົາວ່າຢາກໄດ້ຂອງໝູ່

ທວງເອົາທວງເອົາ.

__________________
Anonymous

Date:

ຖ້າໂຄງການ ນີ້ແລ້ວ ....ຄືຊິມີ ແຕ່ ຄົນຈີນໄປຢູ່ ... ຄົນລາວ ເຮົາ ໄດ້ ຫຍັງແດ່ ກັບໂຄງການນີ້ ທ່ານ ຜູ້ທີ່ ອານຸມັດ ເອີຍ ...

ໃນອານາຄົດ ... ແລ້ວ ຄົນຣຸ້ນຫລັງ ... ຊິມີຫຍັງ ເຫລືອ ຖ້າທ່ານ ໃຫ້ ຕ່າງຊາດ ມາສຳປະທານ ໝົດ ...

__________________
Anonymous

Date:

ກູຊັງເດ່ ບ່ອນອື່ນມີບໍ່ອຶດບໍ່ຍາກ ເປັນຫຍັງຕ້ອງມາເອົາບ່ອນທີ່ ປຊ ເຂົາມີບ່ອນຢູ່ທຳກິນທີ່ຖາວອນໝັ້ນຄົງແລ້ວ ໃຫ້ເຂົາຢ້າຍໄປຕັ້ງສູນໃໝ່ອີກ ນີ້ຫວາແຜນຫຼຸດຜົ້ນຄວາມທຸກຍາກ ມີແຕ່ສິ ເພີ້ມຄວາມທຸກຍາກຫັ້ນຕິ ຜູ້ທີ່ຈະບໍ່ທຸກຍາກແມ່ນ ຈີນ ຫວຽດ ກັບລູກເຈົ້າຫຼານນາຍ

__________________
ເຂົ້າໜົມປານ

Date:

ທ່ານໄດ້ເຄີຍເຂົ້າໄປເບີ່ງຮູບພາບຂອງບັນດາປະເທດອ້ອມຂ້າງເຮົາບໍ່????

ການທີ່ມີນັກລົງທືນເຂົ້າມາລົງທືນໃນປະເທດນັ້ນໆໃນທົ່ວໂລກນີ້ແມ່ນມີການ

ຍາດແຍ້ງກັນຫລາຍໂດຍສະເພາະໃນອາເຊຍເຮົານີ້ບໍ່ວ່າຈະເປັນຫວຽດນາມ,ໄທ,

ກຳປູເຈຍ,ມ້ຽນມາ...  ກໍ່ຕ້ອງການຄວາມຊ່ວຍເຫຼືອຈາກປະເທດທີນຳໜ້າເພຶ່ອການ

ບໍ່ຂາດໂຕນຂອງປະເທດໃນທະວີບ, ໂຄງການພັດທະນາ ເຂດບຶງທາດຫຼວງ ກໍ່ແມ່ນອັນ

ໜື່ງທີ່ຈະສາມາດສ້າງເປັນແຫຼ່ງເສດຖະກິດຂອງບ້ານເຮົາພ້ອມທັງຄວາມຈະເລີນ

ມາສູ່ບ້ານເຮົາ,ເວົ້າເລື່ອງການເສຍເຂດແດນມັນກະບໍ່ໄດ້ເສຍໄປໃສເຂົາມາສ້າງໃຫ້

ສຸດທ້າຍກະແມ່ນຂອງເຮົາຢູ່.ເວົ້າເລື່ອງການຍົກຍ້ານຖີ່ນຖານຂອງປະຊາຊົນຜູ້ທີຖືກໂຄງການ

ຜູ້ຂ້າກະຂໍສະແດງຄວາມເສຍໃຈນຳ,ແຕ່ເພື່ອຄວາມຈະເລີນຮຸ່ງເຮື່ອງຂອງຊາດ,ເພື່ອອານົດ

ຄົດລູກຫລານທ່ານໃນພາຍພາກໜ້າກະອົດສາຊ່ວຍກັນ,ໃຜໆກະຢາກເຫັນຄວາມຈະເລີນ

ຂອງບ້ານເກີດເມືອງນອນຂອງຕົນ.

ອັນສຸດທ້າຍແມ່ນຢາກເວົ້າເລື່ອງຂອງຄົນຕ່າງຊາດທີ່ມາອາໃສຢູ່ບ້ານເຮົານີ້ຖ້າຫາກພວກເຂົາ

ເຮັດຜິດຫຼືກະທຳການໃດບໍ່ເໝາະສົມກະແຈ້ງເຈົ້າໜ້າທີໂລດເພຶ່ອໃຫ້ເພີ່ນດຳເນີນຄະດີຕາມກົດ

ໝາຍບ້ານເມືອງເຮົາ.

__________________
Anonymous

Date:

ຕາຍມຶງຕາຍ ປະຊາຊົນຕາດໍາໆ ມຶງຕາຍ, ບໍ່ມີບ່ອນທໍານາ, ບໍ່ມີບ່ອນປູກ, ແຕ່ວ່າມີບ່ອນຝັງ ຍົກເອົາ ພັກແລະລັດ ພວກຢູ່ຫໍຄໍາ ເອົາລົງໄປຝັງ ແລ້ວຕໍາດີນ ຫລຶຢຽບດີນໃຫ້ແໝ້ນ ຢ່າໃຫ້ມັນມາຜຸດ ມາເກີດອີກ ພີ່ນ້ອງ.

__________________
Anonymous

Date:

ບໍ່ຮູ້ວ່າ ເພິ່ນ ຊິເອົາ ເຂດໃດແດ່ ....ເອົາບາງເຂດບໍ່ ຫລື ວ່າ ເອົາໝົດເລີຍ ... 

__________________
Anonymous

Date:

ກະໄດ້ເງິນແຕ່ພວກມັນເອງຫັ້ນລະ ປະຊາຊົນຊິເປັນແນວໃດກະຢ່າ ບໍ່ສົນຕິ?smile

__________________
Anonymous

Date:

ທີ່ຈິງແລ້ວການໃຫ້ຕ່າງຊາດມາສຳປະທານກໍ່ເປັນການດີຫັ້ນແລ້ວເພາະວ່າຖ້າ ຫາກລາວຫາກຊີ່ພາກັນເຮັດເອງອີກ200ປີກໍ່ຍັງຊີ່ທຸກຄືເກົ່າຫັ້ນແລ້ວ ຢ່າສູ່ພາກັນໄປເສຍດາຍທ້ອນສຳດິນນາດິນສວນອ້ອມບຶງທາດຫຼວງນັ້ນປະໄວ້ກໍ່ຈະເປັນແນວນັ້ນຕະລອດໄປ ເວົ້າອີກແນວນຶ່ງກໍ່ເປັນຕາໜ້າອາຍຕ່າງຊາດທີ່ເຫັນປະຊາຊົນພາກັນໄປຫາກິນ ຕາມບຶງທາດຫຼວງທີ່ເປັນບຶງເກັບນ້ຳເສຍຈາກໃນເມືອງ ເພິ່ນມາສ້າງຕຶກ ສ້າງສິ່ງອຳນວຍຄວາມສະດວກຄິດວ່າຄືຊີ່ດີກ່ວາການມາສຳປະທານຕັດໄມ້ ແລະຂຸດແຮ່ຫຼາຍ100ເທົ່າ ສ່ວນວ່າສ້າງແລ້ວໃຜຊີ່ມາຢູ່ນັ້ນຂ້ອຍເອງຄິດວ່າ ຈະຕ້ອງແມ່ນຄົນມີເງີນຈຶ່ງມາຢູ່ໄດ້ ຖ້າຢູ່ແລ້ວມາຂໍສິດເປັນພົນລະເມືອງ ລາວກໍ່ຊີ່ເປັນຫັຍງດີກ່ວາໃຫ້ຫວຽດ, ຈີນ, ໄທ ຂີ້ທຸກມາຢູ່ເລາະຫາບເຄື່ອງຂາຍ. ມັນບໍ່ມີແຕ່ປະເທດລາວດອກເຮັດແນວນີ້ ໝົດໂລກເຂົາກໍ່ໃຫ້ຕ່າງປະເທດມາລົງທຶນພັດທະນາຄືກັນຫັ້ນແລ້ວ ເບິ່ງໃກ້ໆເຮົາຕຶກສູງໆຢູ່ໄທ, ຈີນ, ຫວຽດນາມ ແມ່ນຕ່າງຊາດເປັນເຈົ້າ ຂອງໝົດ ການພັດທະນາແນວນີ້ແມ່ນສາມາດເຮັດໃຫ້ດິນລາວມີຄ່າຂຶ້ນ ຊາວນາ ຊາວສວນ ກໍ່ມີສິດໄດ້ເປັນເສດຖີຈາກການຂາຍດີນ ຖ້າບໍ່ເຊື່ອລອງໄປເບິ່ງເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ແຕ່ກ່ອນມີແຕ່ຄົນທຸກຍາກ ອຶດຢູ່ ອຶດກິນ ດຽວນີ້ຈີນມາພັດທະນາປະຊາຊົນ ກາຍເປັນເສດຖີໄປເລີຍ ດີນບໍ່ແກ້ວແພງກ່ວາດິນຫຼາຍໆແຂວງອີກ ແຕ່ວ່າມັນກໍ່ຕ້ອງມີຜູ້ໄດ້ຮັບຜົນກະທົບແດ່ຈຳນວນນຶ່ງສຳລັບຜູ້ທີ່ຖືກໂຄງການ.

ຢ່າສູ່ພາກັນໄປຟັງຄວາມເອເຊຍເສລີ ແລະລາວນອກຈຳນວນນຶ່ງຫຼາຍ ພວກເຂົາເວົ້າປິ້ນໄປປິ້ນມາ ບຶດນຶ່ງກໍ່ພາກັນດ່າລັດຖະບານວ່າປົກຄອງ ມາ35ປີກໍ່ຍັງທຸກຄືເກົ່າ ບາດເພິ່ນຊີ່ພັດທະນາພັດວ່າລັດຖະບານຂາຍດິນໃຫ້ຕ່າງຊາດ ຈັກຊີ່ເອົາຄວາມໃດແທ້ ສະຫຼຸບແລ້ວແມ່ນຢ້ານປະເທດລາວຊີ່ຈະເລີນ.

__________________
ເຂົ້າໜົມປານ

Date:

ໂອຍຢາກກົດ LIKE ໃຫ້ແດ່ທ່ານ... ສຳຫລັບ ຂຜຈ ເອງກະອີກຜູ້ໜື່ງແລະທີເຫັນດີນຳໂຄງການນີ້,ຈື່ງຢາກ

ຊັກຊວນໃຫ້ອ້າຍນ້ອງເຮົາຄິດໄກໆຂື້ນຕື່ມເນາະເພື່ອລູກເພື່ອຫລານຫາກຈະດີເອງດອກ.smilesmilesmilebiggrinbiggrin

__________________
Anonymous

Date:

ຢ່າສູ່ພາກັນໄປຟັງຄວາມເອເຊຍເສລີ ແລະລາວນອກຈຳນວນນຶ່ງຫຼາຍ

ທ່ານເວົ້າຄືວ່າຄົນຢູ່ນີ້ບໍມີສະໝອງຄິດຈຶ່ງໄປຟັງຄົນນັ້ນຄົນນີ້. ຖ້າດິນໃຜຖືກສໍາປະທານແລ້ວກາຍເປັນເສດຖີ ກໍ່ແມ່ນເຂົາໂຊກດີ, ແຕ່ສ່ວນຫລາຍແລ້ວ ບໍ່ໄດ້ເປັນເສດຖີຄືຝັນຫັ້ນຕິມັນລໍາບາກນະທ່ານ.

__________________
Observer

Date:

ຂ້າພະເຈົ້າກໍ່ເຫັນດີຢ່າງຍິງກັບທ່ານ

ແຕ່ຂໍຢ່າງດຽວ ຂໍໃຫ້ຄ່າທົດແທນຕໍ່ປະຊາຊົນທີ່ຖືກກະທົບໃຫ້ມັນສົມເຫດສົມຜົນກໍ່ພໍ ບໍ່ແມ່ນຊິໃຫ້ພວກລັດຖະບານຫນ້າເງິນມາກິນເງິນຂອງປະຊາຊົນກໍ່ແລ້ວກັນ

ຂອບໃຈ

__________________
Anonymous

Date:

ພໍ່ຂ້າພະເຈົ້າຊິລວຍແລ້ວ ມີດິນນາຢູ່ຫັ້ນເປັນເຮັກຕ້າ

__________________
Anonymous

Date:

ບໍ່ຕ້ອງເປັນຫ່ວງເດີເລື້ອງຄ່າຊົດເຊີຍນາເພາະວ່າໂຄງການນີ້ແມ່ນເພີ່ນມີການຈັດສັນໄຫ້ຢ່າງເຕັມທີ່ແລະຖືກ

ຕ້ອງເດີ້ ສໍາລັບດີນໄຮ່ນາ,ດີນສວນ,ດີນປູກຝັງແມ່ນເພີ່ນຊົດເຊີຍໄຫ້ 150000/1ຕາແມັດ ແຕ່ຖ້າແມ່ນດີນ

ປູກສ້າງ,ດີນໄຊ້ສອຍແມ່ນເພີ່ນຊົດເຊີຍໄຫ້ 300000/1ຕາແມັດ ເດີພີ່ນ້ອງເດີ.

__________________
Anonymous

Date:

Anonymous wrote:

 ເຮຶອນໄມ້,ເຮືອນກໍ່ເດ ເພິ່ນໄລ່ແນວໃດ

 ອັນັ້ນແມ່ນຕີລາຄາຕາມສະພາບຕົວຈິງ

__________________
Anonymous

Date:

ເຂດເພິ່ນໃຫ້ສໍາປະທານແມ່ນເຂດແຖວກາງເບິ່ງ ເນື້ອງຈາກວ່ານັບຈາກໜ້າທາງຄູເມືອງລົງໄປ 200 ແມັດ ນັ້ນແມ່ນປະຊາຊົນສາມາດມີສິດເປັນເຈົ້າຂອງໄດ້ ຖ້າບໍ່ເຊື້ອກໍ່ລອງໄປເບິ່ງເອົາຕົວຈິງກໍ່ແລ້ວກັນ ບໍ່ມີການຍ້າຍປະຊາຊົນຄືຫຼາຍຄົນຄິດດອກ

__________________
Anonymous

Date:

ພວກທີ່ບໍ່ເຄີຍຖືກໂຄງການໄປເອົາດີນ ອາດຈະເວົ້າໄດ້ງ່າຍວ່າເປັນການພັດທະນາປະເທດ

ພວກເຈົ້າຮູ້ເບາະວ່າ ດຽວນີ້ນັກລົງທືນຈີນ,ຫວຽດ,ໄທຍ ຢາກໄດ້ດີນຢູ່ໃສ ມັນຈີ້ເອົາໂລດ

ແລ້ວແທນຄືນດ້ວຍລາຄາຖືກ, 1m2 20,000 ກີບ ເຊີ່ງເອົາເງີນທີ່ຊົດເຊີຍໃຫ້ ໄປຊື້ດີນຄືນ

ບ່ອນໄດກໍ່ບໍ່ໄດ້ ຫັ້ນຫວາວ່າຕອບແທນຄຸ້ມຄ່າແລ້ວ, ຢືດດີນໄປ2ແຮັກຕາ ໄດ້ເງີນບໍ່ຮອດ20ລ້ານກີບ

ໄປຊື້ດີນຢູ່ໃສໄດ້.

ການພັດທະນາຂອງລາວດຽວນີ້ ແມ່ນໃຫ້ພວກຕ່າງຊາດມາຂົ່ມເຫັງແລະຍາດດີນປະຊາຊົນໂດຍແທ້ຈີງ

ບໍ່ແມ່ນການພັດທະນາເພື່ອໃຫ້ປະເທດຊາດແລະປະຊາຊົນຮັ່ງມີ. ຄວນຈະໃຫ້ເຂົາຊື້ດີນໃນລາຄາ

ຕະຫຼາດ ຖ້າຢືດໄປສອງເຮັກຕ້າ ກໍ່ຕ້ອງທົດແທນມູນຄ່າໃຫ້ສາມາດໄປຊື້ດີນໄດ້ສອງເຮັກຕ້າຢູ່

ທີ່ຕັ້ງທີ່ໃກ້ຄຽງກັບບ່ອນຖືກຢືດ.

__________________
Anonymous

Date:

ດຽວນີ້ຕ່າງຊາດມັນຢາກໄດ້ດີນຢູ່ໃສ ມັນຈີ້ເອົາໆ ໂດຍເອົາເງີນຈ້າງຜູ້ໃຫຍ່ເຊັນໃຫ້

ແລ້ວແທນຄືນດີນຂອງປະຊາຊົນຖືກ ຈົນບໍ່ສາມາດເອົາໄປເຮັດຫຍັງໄດ້.

ຂັ້ນເທີງຄວນຈະພິດຈາລະນາຄືນ ບໍ່ຄວນຈະອະນຸຍາດໃຫ້ຕ່າງຊາດມາຂົ່ມເຫັງ

ປະຊາຊົນໂຕເອງຄືແນວນີ້. ບໍ່ເຊື່ອລອງໄປກວດກາແຂວງຊຽງຂວາງເບີ່ງມີມາເຟຍ

ຫວຽດໃຫຍ່ທີ່ມັນສຳປະທານດີນ ດ້ວຍລາຄາເຮັກຕ້າບໍ່ຮອດລ້ານ ມັນກ້ວນເອົາຈົນຊິ

ໝົດແຂວງຈົນມັນກາຍເປັນມາເຟຍໃຫຍ່ແລະແຂວງຊຽງຂວາງມັນຈົນຊິເປັນແຄ້ວນມັນແລ້ວ.

ສ່ວນຢູ່ທາງໃຕ້ກໍ່ມີຍັກໃຫຍ່ເຈົ້າທີ່ປະຈຳຫັ້ນ, ດຽວນີ້ລາມມາຮອດແຂວງກຳແພງ

ການທີ່ໃຫ້ຕ່າງຊາດມາສຳປະທານ ຢາກໄດ້ບ່ອນໃດແລ້ວຈີ້ເອົາໆ ໂດຍຄ່າຕອບແທນຖືກຄືແນວນີ້

ເຮັດໃຫ້ປະຊາຊົນເດືອດຮ້ອນ ນີ້ຫວາວ່າພັກລັດເຮັດເພື່ອປະເທດຊາດແລະປະຊາຊົນ.

ຫຼັບຫູຫຼັບຕາເຊັນອອກມາໄດ້ ເບື່ອໜ່າຍອີ່ຫຼີ .​ຖ້າຍັງສືບຕໍ່ເຮັດຄືແນວນີ້ ຂ້ອຍແນ່ໃຈວ່າບໍ່ດົນ

ປະຊາຊົນເຂົາກໍ່ຄົງຊິບໍ່ຍອມງ່າຍໆ

__________________
Anonymous

Date:

ປະເທດຊາດ ຈະເລີນ ແຕ່ ປະຊາຊົນ ທຸກຄືເກົ່າ ເງິນເດືອນ ກະໜ້ອຍ ...

ຄ່າຄອງ ຊິບ ສູງ ...ຄ່າໄຟ ກໍ່ ແພງຫລາຍ ...ໃຫ້ສຳປະທານ ສ້າງເຂື່ອນ ແຕ່ ຄ່າໄຟ ຊ້ຳພັດແພງ ກວ່າເກົ່າ

__________________
Anonymous

Date:

Anonymous wrote:
Anonymous wrote:
Anonymous wrote:

ບໍ່ຕ້ອງເປັນຫ່ວງເດີເລື້ອງຄ່າຊົດເຊີຍນາເພາະວ່າໂຄງການນີ້ແມ່ນເພີ່ນມີການຈັດສັນໄຫ້ຢ່າງເຕັມທີ່ແລະຖືກ

ຕ້ອງເດີ້ ສໍາລັບດີນໄຮ່ນາ,ດີນສວນ,ດີນປູກຝັງແມ່ນເພີ່ນຊົດເຊີຍໄຫ້ 150000/1ຕາແມັດ ແຕ່ຖ້າແມ່ນດີນ

ປູກສ້າງ,ດີນໄຊ້ສອຍແມ່ນເພີ່ນຊົດເຊີຍໄຫ້ 300000/1ຕາແມັດ ເດີພີ່ນ້ອງເດີ.

 ເຮຶອນໄມ້,ເຮືອນກໍ່ເດ ເພິ່ນໄລ່ແນວໃດ

 ອັນັ້ນແມ່ນຕີລາຄາຕາມສະພາບຕົວຈິງ

 ເພິ່ນທົດແທນ 300 000 / 1 ມ2 ..... ແຕ່ວ່າ ເຮົາໄປ ຊອກຊື້ດິນ ໃນລາຄານີ້ ບໍ່ ໄດ້ ...

ຂ້ອຍຖາມ ບ່ອນ ໃດ ກະເລີ່ມຕົ້ນ 800 000 ກີບ = 100 $ / 1m2 ....ດິນຢູ່ລາວ ດຽວນີ້ ແພງຫລາຍ

__________________
So true

Date:

ເອົາເງີນຈ້າງຜູ້ໃຫຍ່ເຊັນໃຫ້

damn ! So true bro

__________________
Anonymous

Date:

300,000ກີບຕໍ່/ຕາແມັດ , ພັດແມ່ນດີນໃນເມືອງທີ່ໂຄງການມາເອົາ

ຂ້ອຍຖາມແດ່ເຈົ້າໄປຖາມຊື້ດີນຢູ່ເມືອງໄຊເສດຖາ,.....ໄດ້ຢູ່ໃສ 300,000ກີບ

ນີ້ແຫລະທີ່ເຂົາວ່າໃຫ້ຕ່າງຊາດມາຂົ່ມເຫັງປະຊາຊົນໂຕເອງ ເຂົາຢູ່ໃນເມືອງດີໆ

ໄລ່ເຂົາໜີແລ້ວບໍ່ຮັບຜິດຊອບ, ໃຫ້ເງີນຊົດເຊີຍແບບເສຍຫຍ້າຖົມຂີ້ໝາ ແລະຂ້ອຍ

ຊິບອກເຈົ້າອັນຫນື່ງເວລານາຍໃຫຍ່ອະນຸມັດ ເພີ່ນຮອດບໍ່ຖາມເຖີງຊໍ້າວ່າພວກນາຍທຶນ

ຊິຊົດເຊີຍໃຫ້ຊໍ່າໄດ ໄປຕົກລົງໄດ້ລະເຮັດໂລດ. ນີ້ແຫລະຄືຄວາມເຫັນແກ່ໂຕ ບໍ່ມີຄວາມຫ່ວງ

ໃຫຍ່ຕໍ່ປະຊາຊົນ ສົນແຕ່ເງີນໃນຊອງທີ່ເຂົາເອົາມາໃຫ້ເວລາໄປຂໍອະນຸຍາດ. ຊື້ນາຍໃຫຍ່ແລ້ວ

ເຂົາກໍ່ໄປຊື້ນາຍບ້ານ ຕາມລຳດັບແລ້ວບັງຄັບໃຫ້ປະຊາຊົນຍອມເຊັນເຫັນດີ. ນີ້ຄືຄວາມເປັນຈີງ

ບໍ່ແມ່ນແຕ່6ໝູ່ບ້ານດອກ, 6ເສດຖະກິດທີ່ເພີ່ນປະກາດໃໝ່ ບ່ອນລະ2000ເີຮັກຕ້າ ເຈົ້າຄິດເອົາ

ບາດນີ້ ວ່າຊິບໍ່ດີຖືກດີນຜູ້ໃດກໍ່ຜູ້ຫນື່ງ ແລ້ວກໍ່ຈະລາມໄປເລື້ອຍໆ ຕໍ່ໄປບໍ່ບ້ານເຈົ້າກໍ່ບ້ານຂ້ອຍ.

ເບື່ອພວກກີນບ້ານກິີນເມືອງ ເດ້.

__________________
Anonymous

Date:

Anonymous wrote:

ທີ່ຈິງແລ້ວການໃຫ້ຕ່າງຊາດມາສຳປະທານກໍ່ເປັນການດີຫັ້ນແລ້ວເພາະວ່າຖ້າ ຫາກລາວຫາກຊີ່ພາກັນເຮັດເອງອີກ200ປີກໍ່ຍັງຊີ່ທຸກຄືເກົ່າຫັ້ນແລ້ວ ຢ່າສູ່ພາກັນໄປເສຍດາຍທ້ອນສຳດິນນາດິນສວນອ້ອມບຶງທາດຫຼວງນັ້ນປະໄວ້ກໍ່ຈະເປັນແນວນັ້ນຕະລອດໄປ ເວົ້າອີກແນວນຶ່ງກໍ່ເປັນຕາໜ້າອາຍຕ່າງຊາດທີ່ເຫັນປະຊາຊົນພາກັນໄປຫາກິນ ຕາມບຶງທາດຫຼວງທີ່ເປັນບຶງເກັບນ້ຳເສຍຈາກໃນເມືອງ ເພິ່ນມາສ້າງຕຶກ ສ້າງສິ່ງອຳນວຍຄວາມສະດວກຄິດວ່າຄືຊີ່ດີກ່ວາການມາສຳປະທານຕັດໄມ້ ແລະຂຸດແຮ່ຫຼາຍ100ເທົ່າ ສ່ວນວ່າສ້າງແລ້ວໃຜຊີ່ມາຢູ່ນັ້ນຂ້ອຍເອງຄິດວ່າ ຈະຕ້ອງແມ່ນຄົນມີເງີນຈຶ່ງມາຢູ່ໄດ້ ຖ້າຢູ່ແລ້ວມາຂໍສິດເປັນພົນລະເມືອງ ລາວກໍ່ຊີ່ເປັນຫັຍງດີກ່ວາໃຫ້ຫວຽດ, ຈີນ, ໄທ ຂີ້ທຸກມາຢູ່ເລາະຫາບເຄື່ອງຂາຍ. ມັນບໍ່ມີແຕ່ປະເທດລາວດອກເຮັດແນວນີ້ ໝົດໂລກເຂົາກໍ່ໃຫ້ຕ່າງປະເທດມາລົງທຶນພັດທະນາຄືກັນຫັ້ນແລ້ວ ເບິ່ງໃກ້ໆເຮົາຕຶກສູງໆຢູ່ໄທ, ຈີນ, ຫວຽດນາມ ແມ່ນຕ່າງຊາດເປັນເຈົ້າ ຂອງໝົດ ການພັດທະນາແນວນີ້ແມ່ນສາມາດເຮັດໃຫ້ດິນລາວມີຄ່າຂຶ້ນ ຊາວນາ ຊາວສວນ ກໍ່ມີສິດໄດ້ເປັນເສດຖີຈາກການຂາຍດີນ ຖ້າບໍ່ເຊື່ອລອງໄປເບິ່ງເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ແຕ່ກ່ອນມີແຕ່ຄົນທຸກຍາກ ອຶດຢູ່ ອຶດກິນ ດຽວນີ້ຈີນມາພັດທະນາປະຊາຊົນ ກາຍເປັນເສດຖີໄປເລີຍ ດີນບໍ່ແກ້ວແພງກ່ວາດິນຫຼາຍໆແຂວງອີກ ແຕ່ວ່າມັນກໍ່ຕ້ອງມີຜູ້ໄດ້ຮັບຜົນກະທົບແດ່ຈຳນວນນຶ່ງສຳລັບຜູ້ທີ່ຖືກໂຄງການ.

ຢ່າສູ່ພາກັນໄປຟັງຄວາມເອເຊຍເສລີ ແລະລາວນອກຈຳນວນນຶ່ງຫຼາຍ ພວກເຂົາເວົ້າປິ້ນໄປປິ້ນມາ ບຶດນຶ່ງກໍ່ພາກັນດ່າລັດຖະບານວ່າປົກຄອງ ມາ35ປີກໍ່ຍັງທຸກຄືເກົ່າ ບາດເພິ່ນຊີ່ພັດທະນາພັດວ່າລັດຖະບານຂາຍດິນໃຫ້ຕ່າງຊາດ ຈັກຊີ່ເອົາຄວາມໃດແທ້ ສະຫຼຸບແລ້ວແມ່ນຢ້ານປະເທດລາວຊີ່ຈະເລີນ.

 it is the most intelligent and reasonable comment in this side! thanks..

__________________
Anonymous

Date:

ຄັ່ນວ່າ

ບ່ອນໃດກ່າຕ່າງດ້າວຢູ່ໝົດ

ຄົນລາວ

ບໍ່ມີບ່ອນຊິຢູ່ຊິກິນ

ຈັ່ງຂໍເຊີນ

ຜູ້ນຳພັກລັດໄປຂີ່ລົດໄຟ-ຢູ່ສະຖານີລົດຟືນວັດທາດຝຸ່ນ

__________________

Senior Member

Status: Offline
Posts: 140
Date:

Anonymous wrote:

ບໍ່ຕ້ອງເປັນຫ່ວງເດີເລື້ອງຄ່າຊົດເຊີຍນາເພາະວ່າໂຄງການນີ້ແມ່ນເພີ່ນມີການຈັດສັນໄຫ້ຢ່າງເຕັມທີ່ແລະຖືກ

ຕ້ອງເດີ້ ສໍາລັບດີນໄຮ່ນາ,ດີນສວນ,ດີນປູກຝັງແມ່ນເພີ່ນຊົດເຊີຍໄຫ້ 150000/1ຕາແມັດ ແຕ່ຖ້າແມ່ນດີນ

ປູກສ້າງ,ດີນໄຊ້ສອຍແມ່ນເພີ່ນຊົດເຊີຍໄຫ້ 300000/1ຕາແມັດ ເດີພີ່ນ້ອງເດີ.

 ທ່ານຄືຮູ້ດີແທ້

ຂໍຖາມແດ່ ເລີ້ມຈາກຈຸດໃດຫາຈຸດໃດທີ່ເພິ່ນເອົາຫັ້ນ

ຂພຈ ກະຢູ່ດອນກອຍ ແຕ່ຄືບໍ່ຮູ້

ຢາກຮູ້ເພາະຖ້າຖືກກໍ່ຈະໄດ້ຊອກບ່ອນໃໝ່ຊັ້ນດອກ

nononono

__________________

Senior Member

Status: Offline
Posts: 140
Date:

Anonymous wrote:

ພວກທີ່ບໍ່ເຄີຍຖືກໂຄງການໄປເອົາດີນ ອາດຈະເວົ້າໄດ້ງ່າຍວ່າເປັນການພັດທະນາປະເທດ

ພວກເຈົ້າຮູ້ເບາະວ່າ ດຽວນີ້ນັກລົງທືນຈີນ,ຫວຽດ,ໄທຍ ຢາກໄດ້ດີນຢູ່ໃສ ມັນຈີ້ເອົາໂລດ

ແລ້ວແທນຄືນດ້ວຍລາຄາຖືກ, 1m2 20,000 ກີບ ເຊີ່ງເອົາເງີນທີ່ຊົດເຊີຍໃຫ້ ໄປຊື້ດີນຄືນ

ບ່ອນໄດກໍ່ບໍ່ໄດ້ ຫັ້ນຫວາວ່າຕອບແທນຄຸ້ມຄ່າແລ້ວ, ຢືດດີນໄປ2ແຮັກຕາ ໄດ້ເງີນບໍ່ຮອດ20ລ້ານກີບ

ໄປຊື້ດີນຢູ່ໃສໄດ້.

ການພັດທະນາຂອງລາວດຽວນີ້ ແມ່ນໃຫ້ພວກຕ່າງຊາດມາຂົ່ມເຫັງແລະຍາດດີນປະຊາຊົນໂດຍແທ້ຈີງ

ບໍ່ແມ່ນການພັດທະນາເພື່ອໃຫ້ປະເທດຊາດແລະປະຊາຊົນຮັ່ງມີ. ຄວນຈະໃຫ້ເຂົາຊື້ດີນໃນລາຄາ

ຕະຫຼາດ ຖ້າຢືດໄປສອງເຮັກຕ້າ ກໍ່ຕ້ອງທົດແທນມູນຄ່າໃຫ້ສາມາດໄປຊື້ດີນໄດ້ສອງເຮັກຕ້າຢູ່

ທີ່ຕັ້ງທີ່ໃກ້ຄຽງກັບບ່ອນຖືກຢືດ.

 ແມ່ນຄວາມທ່ານ

ເອົາໃປເອົາມາຄົນລາວບໍ່ມີຮອດດິນຊິຢູ່

ເພາະຂາຍໃຫ້ຕ່າງຊາດໝົດ

ນີ້ລະ ຄືເຫດຜົນທີ່ເຮັດໃຫ້ດິນຢູ່ລາວມີລາຄາແພງຫລາຍ

ຂພຈ ກະອຸກໃຈຄືກັນ ເກີດຢູ່ລາວ

ໃຫຍ່ຢູ່ລາວພັດບໍ່ມີບ່ອນຊິຢູ່

ບາດຕ່າງຊາດ ມັນລະຢູ່ແຕ່ບ່ອນທຳເລດີໆ ແລະ ທັງໃດ້ຫາຢູ່ຫາກິນອີກ

__________________
Anonymous

Date:

oy: dee jai xom xeuy i will see new thing happen soon instead of nong phuck tob for the past 6th century. maybe longer....

__________________
Anonymous

Date:

ເຫັນຫລາຍຄົນເວົ້າກັນປາກຕໍ່ປາກວ່າຢູ່ທ່າງພາກໃຕ້ຊອງລາວວ່າມີຫມໍໄສຍາສາດ(ຫມໍມົນ)ທີ່ເກັ່ງກ້າສາມາດເຮັດໃຫ້ຕາຍໂດຍບໍ່ຮູ້ສາເຫດ ຫລື ອື່ນໆ ກາລອງໄປທາງນີ້ເບິ່ງດູ ມັນຄືເຮັດແຕ່ເຮົາຝ່າຍດຽວແທ້

__________________
Anonymous

Date:

ຖ້າຄວາມຕ້ອງການທີ່ແທ້ຈິງຂອງປະຊາຊົນຊາວນະຄອນຫລວງ
ວຽງຈັນ, ເວົ້າສະເພາະແມ່ນປະຊາຊົນໃນ 6 ໝູ່ບ້ານ ຢາກ ນອນດື່ມເບຍເຢັນໆຢູ່ເທິງເຮືອຕາກອາກາດລ່ອງລອຍຢູ່ໃນທະເລ
ສາບນ້ອຍ(Lagoon) ແລ້ວກະຂຶ້ນໄປນອນອົບອາຍນໍ້າຮ້ອນໃຫ້
ມືອ່ອນບີບນວດທົ່ວຕົນໂຕ ມີເຫື່ອແຮງແລ້ວກະໄປເຕັ້ນລີລາດ
ອາບແສງສີ ມັນກໍ່ເປັນການດີທີ່ມີນາຍທຶນຕ່າງຊາດມາສ້າງໃຫ້
ແບບນີ້. ແຕ່ຂ້ອຍຄິດວ່າ ຄົນໃນນະຄອນຫລວງຕ້ອງການໂຮງ
ງານປະກອບເຄື່ອງໄຟຟ້າ ຕ້ອງການຕຶກໄອທີເພື່ອເຂົ້າເຮັດວຽກ
ໃນຂະແໜງ technical support ຫລື customer support
ຕ້ອງການໂຮງງານອຸດສະຫະກໍາ-ກະສິກໍາ ຫລາຍກ່ວາສະຖານ
ທີ່ທ່ອງທ່ຽວ ສະຖານທີ່ບັນເທີງ ສະຖານທີ່ຫັດກາຍບໍລິຫານ
ໂຮງແຮມ 5 ດາວ ແລະຮ້ານສັບພະສິນຄ້າ Guo Ping Huang ຈະສ້າງຂຶ້ນໃນເນື້ອທີ່ 365 ເຮັກຕາ.

__________________
Anonymous

Date:

ບາດ​ເຂົາ​ສ້າງ​​ແລ້ວ ​ຮອດ​ເວລາ​ນັ້ນ ປະຊາຊົນ​ຊາວ​ນະຄອນຫຼວງກໍ​ພາກັນ​ເປັນ​ເສດຖີ​ນ້ອຍ​ໄປ​ຕາມໆ​ກັນ ​ເພາະ​ຫຼຸດພົ້ນຈາກ​ຄວາມທຸກ​ຈົນ​ແລ້ວ!!! ບາດນັ້ນ ໝົດ​ທຸກ​ຄົນ​ກໍ​ຍູ່​ທ່າ​ງທ່ຽວ​ຍຸ່ທ່າ​ງຫຼິ້ນ​ໄດ້​ຕາມ​ໃຈ​ມັກ!!! ຄັກ​ບໍ່​ພີ່ນ້ອງ​ເອີຍ!

__________________
Anonymous

Date:

Anonymous wrote:

ກູຊັງເດ່ ບ່ອນອື່ນມີບໍ່ອຶດບໍ່ຍາກ ເປັນຫຍັງຕ້ອງມາເອົາບ່ອນທີ່ ປຊ ເຂົາມີບ່ອນຢູ່ທຳກິນທີ່ຖາວອນໝັ້ນຄົງແລ້ວ ໃຫ້ເຂົາຢ້າຍໄປຕັ້ງສູນໃໝ່ອີກ ນີ້ຫວາແຜນຫຼຸດຜົ້ນຄວາມທຸກຍາກ ມີແຕ່ສິ ເພີ້ມຄວາມທຸກຍາກຫັ້ນຕິ ຜູ້ທີ່ຈະບໍ່ທຸກຍາກແມ່ນ ຈີນ ຫວຽດ ກັບລູກເຈົ້າຫຼານນາຍ

ເຈົ້າເວົ້າຖືກຕ້ອງແລ້ວ

ມັນແມ່ນແນວນັ້ນແທ້ຈິງ !

__________________
Anonymous

Date:

ໂອຍຍ, ບ້ານຂ້ອຍຢູ່ແຖວນັ້ນລະສິບໍ່ໄດ້ຢາຍໜີວະນຶ ແຫງທຸກແຫງຍາກຢູ່ ຈັ່ງແມ່ນຊາດວາດສະໜາ....

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard