Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເຈົ້າຫ້ນາທີ່ ພະນັກງານລັດ ໃຊ້ສິດກັບ ປຊຊ ເກີນຂອບເຂດ
Anonymous

Date:
ເຈົ້າຫ້ນາທີ່ ພະນັກງານລັດ ໃຊ້ສິດກັບ ປຊຊ ເກີນຂອບເຂດ

ພນັກງານລາວ ໃຊ້ສິທໃນທາງຜິດ

ເຈົ້າໜ້າທີ່ ທາງການລາວ ມັກໃຊ້ສິທ ຫລິ້ນພັກ ຫລິ້ນພວກ ເພື່ອຜົລ ປະໂຍຊນ໌ ສ່ວນຕົວ.ທ່ານ ຕົງເຍີທໍ ຮອງປະທານ ຜູ້ປະຈຳກາຣ ສູນກາງ ແນວລາວ ສ້າງຊາຕ ແລະ ອົງກາຣ ຈັດຕັ້ງ ມະຫາຊົນ ໄດ້ກ່າວ ຢູ່ກອງປະຊຸມ ສະພາ ແຫ່ງຊາຕ ຫວ່າງມໍ່ໆ ມານີ້ວ່າ ກາຣ ປະຕິບັຕ ໜ້າທີ່ ຄຸ້ມຄອງ ບໍຣິຫາຣ ຕາມຄຳຂວັນ ທີ່ວ່າ "ອຳນາຈແມ່ນ ຂອງ ປະຊາຊົນ ມາຈາກ ປະຊາຊົນ ເພື່ອປົກປ້ອງ ຜົລປະໂຍຊນ໌ ອັນຊອບທັມ ຂອງ ປະຊາຊົນ ຢ່າງແທ້ຈິງ" ນັ້ນ ຍັງບໍ່ທັນ ເຮັດໄດ້ ເທົ່າທີ່ຄວນ ເພາະຍັງມີ ເຈົ້າໜ້າທີ່ ບາງສ່ວນ ຍັງໃຊ້ສິທ ອຳນາຈ ຕໍ່ປະຊາຊົນ ເກີນຂອບເຂຕ ພ້ອມກັບມີ ກາຣລຳອຽງ ແລະ ຫາຜົລປະໂຍຊນ໌ ສ່ວນຕົວ ຢູ່ເປັນປະຈຳ ຈຶ່ງໄດ້ສເນີ ໃຫ້ພາກສ່ວນ ນິຕິບັນຍັຕ ໃຫ້ ເພີ່ມທະວີ ຕິດຕາມ ກວດກາ ຕາມມາຕກາຣ.

ທ່ານ ຕົງເຍີທໍ ຍັງໄດ້ເນັ້ນວ່າ ກາຣອະນຸມັຕ ໂຄງກາຣ ຂຸດຄົ້ນ ຊັພຍາກອນ ທັມຊາຕ ແລະ ກາຣໃຫ້ ສັມປະທານ ທີ່ດິນ ຈຳນວນ ຫລວງຫລາຍ ເທົ່າປັຈຈຸບັນ ຍັງມີ ປະກົດກາຣ ຕ່າງໆເຊັ່ນ: ເວລາຣັຖບາລ ອະນຸມັຕ ແລ້ວ ທາງກາຣ ຝ່າຍແຂວງ ແລະເມືອງ ບໍ່ຮູ້ນຳ ຫລືເວລາ ທີ່ທາງ ແຂວງ-ເມືອງ ມີກາຣ ອະນຸມັຕໃຫ້ ແຕ່ທາງ ສູນກາງ ຊໍ້າພັດ ບໍ່ຮູ້ຈັກນຳ ກໍມີ ທີ່ຄວນຈະໃຫ້ ມີກາຣ ແກ້ໄຂ.

ນອກຈາກນັ້ນ ກາຣຮັບ ແລະ ກາຣຄຸ້ມຄອງ ພນັກງານ ກໍເປັນ ລັກສະນະ ກາຣຫລິ້ນພັກ ຫລິ້ນພວກ ຊຶ່ງບາງກຸ່ມ ເຖິງຈະບໍ່ມີ ຄວາມຮູ້ ຄວາມສາມາຖ ກໍໄດ້ຮັບ ກາຣສົ່ງເສີມ ໃຫ້ໄດ້ຮັບ ຕຳແໜ່ງ ທີ່ ສຳຄັນ ໂດຽທີ່ບໍ່ມີ ກາຣອີງໃສ່ ຜົລງານ ແຕ່ຢ່າງໃດ.

ໃນຂນະດຽວກັນ ທ່ານກໍມີ ຄວາມເປັນຫ່ວງ ນໍາເຣື່ອງກາຣ ໃຫ້ຊາວ ຕ່າງປະເທສ ສັມປະທານ ທີ່ດິນ ຢ່າງຫລວງຫລາຍ ເປັນເວລາ ຫລາຍໆປີ ຕລອດຮອດ ບັນຫາ ກາຣຂຸດຄົ້ນ ແລະ ຕັດໄມ້ ກໍບໍ່ມີກາຣ ຄຸ້ມຄອງ ທີ່ສັກສິທ ແຕ່ຢ່າງໃດ ພ້ອມກັບ ບັນຫາອື່ນໆ ຫລາຍໆຢ່າງ ທີ່ ປະຊາຊົນ ມີຄວາມເປັນຫ່ວງ ແລະ ສົນໃຈ ຫລາຍໃນ ປັຈຈຸບັນ.

ກົດຟັງສຽງໄດ້ທີ່ນີ້:

__________________
Anonymous

Date:
RE: ເຈົ້າຫ້ນາທີ່ ພະນັກງານລັດ ໃຊ້ສິດກັບ ປຊຊ ເກີນຂອບເຂດ

yes, you said right , who is working in goverment orgenise like to show power .

__________________
Anonymous

Date:

ຖືກຄັກຖືກແນ່ປານກໍາປັ້ນຕີດິນ, ຖ້າມີຫໍາແທ້ ເວົ້າອອກມາແຈ້ງໆໂລດວ່າພະນັກງານກະຊວງໃດ໋ ກົມໃດ໋. ເວົ້າລວມໆແບບນີ້ ບໍ່ຄັກປານໃດ໋ເນີທ່ານຕົງເຍີທໍ !

__________________
Anonymous

Date:

ພວກສະມະຊິກເອເຊຍເສລີມາວຸ້ນວາຍຢູ່ຫຍັງພີ້ 

__________________
Anonymous

Date:

ຖຶກແລ້ວທ່ານ ທີ່ເອົາເລຶ່ອງແບບນີ້ຂຶ້ນມາ.

ໜຶ່ງໃນນັ້ນ ທີ່ຂ້າພະເຈົ້າເຫັນ ແມ່ນ

ບ້ານ ບຸ່ງຄຳ ເມຶອງວິບະບູລິ ແຂວງສະຫວັນນະເຂດ

ທີ່ມັກເຮັດແບບນີ້.

ຂໍຮ້ອງໃຫ້ອົງການທີ່ກ່ຽວຂ້ອງກວດກາ ລົງໄປກວດສອບໃຫ້ແນ່.

__________________
Anonymous

Date:

Anonymous wrote:

ຖຶກແລ້ວທ່ານ ທີ່ເອົາເລຶ່ອງແບບນີ້ຂຶ້ນມາ.

ໜຶ່ງໃນນັ້ນ ທີ່ຂ້າພະເຈົ້າເຫັນ ແມ່ນ

ບ້ານ ບຸ່ງຄຳ ເມຶອງວິບະບູລິ ແຂວງສະຫວັນນະເຂດ

ທີ່ມັກເຮັດແບບນີ້.

ຂໍຮ້ອງໃຫ້ອົງການທີ່ກ່ຽວຂ້ອງກວດກາ ລົງໄປກວດສອບໃຫ້ແນ່.

 ຄົນໃຕ້: ມັນບໍ່ແມ່ນແຕ່ແຂວງສະຫວັນນະເຂດເດີອາວ, ມັນເປັນເກືອບທຸກໆແຂວງ,ດຽວນີ້ມັນຊິເປັນແບບ. (ຄົນລວຍບໍ່ໄດ້ເຂົ້າຄຸກ ຄົນທຸກບໍ່ໄດ້ເຂົ້າໂຮງຫມໍ) ຕາຍກ່ອນ ເພາະບໍ່ມີເງິນ ພະນັກງານລັດນັບແຕ່ເຈົ້າແຂວງຈຳຮອດຫົວຫນ້າກຸ່ມກິນກັນແບບຕາເຫັນໆແຕ່ບໍ່ມີໃຜຫານວ່າເພີ່ນ.          ຂ້າພະເຈົ້າບໍ່ຈັກຊິວ່າເອົາຖືວ່າທີພະທີຈົວ.         

__________________

Senior Member

Status: Offline
Posts: 239
Date:

ຖ້າໄປໂຮງໝໍ ຕ້ອງໄດ້ເອົາເງີນໄປຈ່າຍກ່ອນແລ້ວຈື່ງໄດ້ຢາມາກິນ (ຖ້າຊິຕາຍແລ້ວກະຕາຍກ່ອນ)

ໄປເຮັດບັດປະຈຳຕົວ ຖ້າເສຍແຕ່ຄ່າທຳນຽມ(45000ກີບ)ຖ້າເອົາເດືອນໜຶ່ງ ແຕ່ຖ້າຈ່າຍຕື່ມອີກ(65000 ກີບ ລວມເປັນ110000 ກີບ) ຖ້າເອົາມື້ດຽວ

ລອງຄຶດເບິ່ງພີ່ນ້ອງເອົາປຽບກັນຊ້ຳໃດ

__________________

ສາມັນຊົນ

Anonymous

Date:

ພວກລັດຖະບານເວົ້າກະເວົ້າຊື້ໆ ພໍ່ໃຫ້ປະຊາຊົນເຊື່ອວ່າມີການຕິຊົມກັນ ແຕ່ສຸດທ້າຍບໍ່ມີໃຜເຮັດຫຍັງໄດ້ 

ປະຈຸບັນໃນຄະນະລັດຖະບານແບ່ງເປັນກຸ່ມພັກພວກກັນຢ່າງແໜ້ນໜາ ແລ້ວແບ່ງກັນກິນນັບແຕ່ລະດັບສູນກາງຈົນຮອດທ້ອງຖິ່ນ ບໍ່ສາມາດເວົ້າຫຍັງໃຫ້ກັນໄດ້ ນີ້ແລະຄືຄວາມດ້ອຍພັດທະນາທີ່ແທ້ຈິງຂອງປະເທດລາວ ຂັ້ນນໍາອ່ອນແອຍ່ອມບໍ່ມີໃຜຢ່ານໃຜ ຖ້າການນໍາເຂັ້ມແຂງແທ້ຕ້ອງອອກມາເວົ້າເລື່ອງນີ້ໂດຍກົງ ແລ້ວຈັດຕັ້ງໝ່ວຍກິດພິເສດອອກມາກວດສອບ ຜູ້ໃດຮັ່ງມີຜິດປົກກະຕິຕ້ອງກວດສອບສັບສິນໄດ້ມາຈາກໃສ ຢ່າງໃດ ຜິດວ່າໄປຕາມຜິດ ຖືກວ່າໄປຕາມຖືກ ຄວນຜະເດັດການທີ່ເປັນທໍາ ໄດ້ແລ້ວ ຖ້າບໍ່ຊັ້ນຄວາມເຄີຍຊິນສິການເປັນບາດແຜ່ຊໍາເຮື້ອທີ່ບໍ່ສາມາດປິ່ນປົ່ວໄດ້ ຢາກໃຫ້ທ່ານຜູ້ນໍາເຂັ້ມແຂງກວ່ານີ້ ແລ້ວເອົາຈິງເອົາຈັງກັບເລື່ອງນີ້ ຢ່າຊຸໄດ້ແຕ່ຍີ້ມແຕ່ຫົວ ເອົາໃຈຜູ້ນັ້ນເອົາໃຈຜູ້ນີ້ 

ຂໍໃຫ້ທ່ານຈົງລຸກຂື້ນດ້ວຍຄວາມໜັກແໜ້ນທ່ຽງທໍາແລະເອົາຈິງເອົາຈັງກັບເລື່ອງນີ້ແດ່ເຖາະ

ຊາດພັດທະນາໝາຍເຖິງປະຊາຊົນພາຍໃນຊາດມີຈິດສໍານຶກທາງສັງຄົມສູງ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ໃນການກະຈ່າຍຄວາມເປັນທໍາທາງເສດຖະກິດແລະການນໍາໃຊ້ຊັບພະຍາກອນຂອງປະເທດ ຂອງປະເທດໃຫ້ມີຄວາມຍຸດຕິທໍາ 

ສໍານຶກເຫຼົ່ນີ້ມີໜ້ອຍເຕັມທີໃນປະເທດລາວ ນີ້ແລະຄືຄວາມດ້ອຍພັດທະນາ 

 ເຫັນດີນໍາທຸກໆທ່ານ...

ອັນໃດໝູ່ກໍເວົ້າມາໝົດແລ້ວ..

ຄົນຮັກປະເທດລາວ ຢາກເວົ້າວ່າ...

ສຸດທ້າຍຕ້ອງເດີນຂະບວນ ປົດປ່ອຍ ປະເທດຊາດ ປຊຊ ອອກຈາກ ລະບອບຜີຍັກນີ້ !

( ເພາະຕ່າງຫຍັງກັບ ລະບົບຜະເດັດການພະມ້າ, ເກົາຫຼີເໝືອແລະ ສຄນຍ ອື່ນໆ ນັ້ນດອກ)

ຕ້ອງ ລໍຖ້າວິລະຊົນອີດສະລະຂີ່ມ້າຂາວມາຊ່ວຍໂຜດ ອີກລະນໍ ???????

__________________
Anonymous

Date:

ແມ່ນແລ້ວ

ເວລາໃດຜູ້ມີສິດມີອຳນາດ-ກ່າເປັນຝີໃສ່ກ້ອງຂີ້ຍ່າງເບັ່ງອື່ງຢາງ

ກົ່ງແຂນຂີ້ກາກໃສ່ປະຊາຊົນ.ຊັ້ນຄົນຜູ້ອອກແຮງງານ-ຜູ້ເຮັດໄຮ່ເຮັດສວນ

ຈາກຜູ້ຕາງໜ້າຫລານຊາຍຂອງຕົງເຢີທໍເລຍຮີເທີ

__________________
Anonymous

Date:

ບໍ່ຕ່າງຫຍັງກັບລະບອບສັກດີນາ ທີ່ມີລັດປົກຄອງແບບລາຊາທິປະໄຕ ເຊິ່ງປະຊາຊົນບໍ່ມີສິດ.

ລາວບໍ່ແມ່ນປະເທດຄອມມຸຍນິດ ບໍ່ແມ່ນປະເທດປະຊາທິປະໄຕ ຫຼື ສັງຄົມນິຍົມ.

ລັດທິມາກເລນິນ ທີ່ໃຊ້ໃນລາວ ກໍ່ເປັນພຽງຮູບນອກ ພາຍໃນແລ້ວສັກດິນາລ້ວນລ້ວນ.

ຄົນລັດຈະບໍ່ປະນາມຄົນລັດ ລັດເຮັດຫຍັງ ຖືກໝົດ.

ຄົນລົດທີ່ດິ ມີຄວາມຮູ້ ຄວາມສາມາດ ກໍ່ມີຫຼາຍ ແຕ່ເຮັດຫຍັງ ພວກກິນຊາດ ທຳລາຍ ປະຊາຊົນ ບໍ່ໄດ້.

ຮັກຊາດ ຮັກຄົນລາວ

ຂໍອະໄພຫາກເວົ້າຜິດໃຈ

__________________
Anonymous

Date:

ສະບາຍດີປີໃໝ່ທຸກທ່ານ

ປີໃໝ່ນີ້ ທ່ານຜູ້ນໍາຄືສິໄດ້ຂອງຂວັນຫຼາຍເນາະ ແຕ່ລະຄົນຄືສິລຸ້ນຢູ່ວ່າໃນຊອງຫັ້ນມີຈັກພັນລ້ານ ຢ່າສຸດີໃຈວ່າໄດ້ຂອງຂັວນເດີທ່ານ ຫັນມັນແມ່ນສິນບົນໃດທ່ານ ມັນສິເປັນຕົວທໍາລາຍສັກສີແລະຄວາມຍຶດໃນຫຼັກນິຕິລັດຂອງທ່ານໃດ ອໍຫຼືວ່າຫຼັກນິຕິລັດບໍ່ມີໃນທາດຂັນຂອງທ່ານມາແຕ່ໃດ???? 

ເຫັນແຕ່ຫົວສະອິກສະອ້ອຍຊັ້ນດອກ ເຂົາເອົາໃຈເອົາຂອງຂັວນໃຫ້ວ່າແຕ່ເຂົ້າຮັກ ວ່າແຕ່ເຂົານັບຖື ທີ່ແທ້ເປັນຂ້າທາດເຂົາບໍ່ຮູ້ເມື່ອ. 

__________________
Anonymous

Date:

ກົດໝາຍວ່າດ້ວຍ ການຄຸ້ມຄອງເສຖະກິດແລະແຜນການຂອງລັດແລະອື່ນໆໆໆໆໆໆ

ທັງຫຼາຍນັ້ນ ລ້ວນແຕ່ເປັນ ກົດໝາຍຄຸ້ມຄອງແລະແຜນການທີ່ດີໝົດ ເພາະ ບັນດາຄົນໃນວົງການ

ລ້ວນແຕ່ໄດ້ຮັບສິດຜົນປະໂຫຍດທັງນັ້ນ ສ່ວນຄົນນອກຈາກວົງການໄດ້ແຕ່ເບີ່ງ  ທ່ານເອີຍ ທຸກມື້ນີ້

ສັງຄົມໄດ້ຜັນປ່ຽນ ຢ່າງຈະແຈ້ງເຖີງການຈຳແນກ ຊົນຊັ້ນ ວັນະ!!!! ລູກຄົນລວຍ ລູກຄົນມີອຳນາດ

ໄປເຂົ້າໂຮງຮຽນພິເສດແລ້ວ  ຢູ່ໃສແລ້ວມະຕິຂອງພັກລັດ ເພື່ອຊາດແລະປະຊາຊົນ???????

__________________
Anonymous

Date:

Anonymous wrote:

ບໍ່ຕ່າງຫຍັງກັບລະບອບສັກດີນາ ທີ່ມີລັດປົກຄອງແບບລາຊາທິປະໄຕ ເຊິ່ງປະຊາຊົນບໍ່ມີສິດ.

ລາວບໍ່ແມ່ນປະເທດຄອມມຸຍນິດ ບໍ່ແມ່ນປະເທດປະຊາທິປະໄຕ ຫຼື ສັງຄົມນິຍົມ.

ລັດທິມາກເລນິນ ທີ່ໃຊ້ໃນລາວ ກໍ່ເປັນພຽງຮູບນອກ ພາຍໃນແລ້ວສັກດິນາລ້ວນລ້ວນ.

ຄົນລັດຈະບໍ່ປະນາມຄົນລັດ ລັດເຮັດຫຍັງ ຖືກໝົດ.

ຄົນລົດທີ່ດິ ມີຄວາມຮູ້ ຄວາມສາມາດ ກໍ່ມີຫຼາຍ ແຕ່ເຮັດຫຍັງ ພວກກິນຊາດ ທຳລາຍ ປະຊາຊົນ ບໍ່ໄດ້.

ຮັກຊາດ ຮັກຄົນລາວ

ຂໍອະໄພຫາກເວົ້າຜິດໃຈ

ບໍ່ຕ່າງຫຍັງກັບລະບອບສັກດີນາ ທີ່ມີລັດປົກຄອງແບບລາຊາທິປະໄຕ ເຊິ່ງປະຊາຊົນບໍ່ມີສິດ.

ລາວບໍ່ແມ່ນປະເທດຄອມມຸຍນິດ ບໍ່ແມ່ນປະເທດປະຊາທິປະໄຕ ຫຼື ສັງຄົມນິຍົມ.

ລັດທິມາກເລນິນ ທີ່ໃຊ້ໃນລາວ ກໍ່ເປັນພຽງຮູບນອກ ພາຍໃນແລ້ວສັກດິນາລ້ວນລ້ວນ.

ຄົນລັດຈະບໍ່ປະນາມຄົນລັດ ລັດເຮັດຫຍັງ ຖືກໝົດ.

ຄົນລົດທີ່ດິ ມີຄວາມຮູ້ ຄວາມສາມາດ ກໍ່ມີຫຼາຍ ແຕ່ເຮັດຫຍັງ ພວກກິນຊາດ ທຳລາຍ ປະຊາຊົນ ບໍ່ໄດ້.

------------

ທ່ານຂ້າງເທິງນີ້ເວົ້າຖືກຫຼາຍໆໆໆໆໆໆໆໆໆໆ

ອົດບໍ່ໄດ້ ຂໍຄອມເມັນຊົມເຊີຍໃຫ້ເປັນ ຂິດແດງ

ສີແຫ່ງທີ່ສຸດແຫ່ງ ເລືອດເນື້ອເຊື້ອສາຍ ຂອງຜູ່ອອກແຮງານ !

ຊົມເຊີຍ

__________________
Anonymous

Date:

ຂ້ອຍໂລດຢາກໃຫ້ ເປີດສູນສໍາມະນາຄືດັ່ງທີ່ພວກເພິ່ນເຄີຍເຮັດ ກັບບຝ່າຍວຽງຈັນໃນຊ່ວງປີ 75-85 ລອງເບິ່ງ ແລ້ວກະເຊີນພວກຫົວລ້ານ ທ້ອງປຸ້ງ ສົບໜາ ທີ່ຣວຍຜິດປົກກະຕິທັງຫຼາຍນີ້ ໄປສເວີຍສຸກຢູ່ຫັ້ນຈັກສິບປີລອງເບິ່ງ ຂ້ອຍຢ້ານບໍ່ຮອດປີຊໍ້າ ພວກເພິ່ນຊິເປັນຫົວໃຈວາຍຕາຍກ່ອນ. ທີໝູ່ແລ້ວວ່າຂາຍຊາດ ບາດທີໂຕແລ້ວພັດວ່າກຸ້ມຕົນເອງ ຫ່າກິນຫົວຄວາຍເອີຍ.

__________________
Anonymous

Date:

Anonymous wrote:

ພວກສະມະຊິກເອເຊຍເສລີມາວຸ້ນວາຍຢູ່ຫຍັງພີ້ 

 ເຂົາເຈົ້າເວົ້າມັນກະມີຄວາມຈິງຫັ້ນແລ້ວ ປະຊາຊົນລາວຮູ້ໝົດ ແຕ່ເຮັດຫຍັງບໍ່ໄດ້. ເຮັດໂດຍລັດ ເພື່ອຜົນປະໂຫຍດຂອງລັດ ເພື່ອລູກຫຼານຂອງລັດ ລ້ຳລວຍຕະຫຼອດການ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard