Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລາວ ເຊັນໂທຣ ແອລາຍ ຈະນຳເຮືອບິນເຂົ້າມາອີກ 3 ລຳ
Anonymous

Date:
ລາວ ເຊັນໂທຣ ແອລາຍ ຈະນຳເຮືອບິນເຂົ້າມາອີກ 3 ລຳ


ລາວ ເຊັນໂທຣ ແອລາຍ ຈະນຳເຮືອບິນເຂົ້າມາອີກ 3 ລຳ

ບໍ­ລິ­ສັດ​ລາວ ເຊັນ​ໂທຣ ແອ​ລາຍ ມະ­ຫາ­ຊົນ ຈັດ​ຖະ­ແຫຼງ​ຂ່າວ​ສາຍ​ການ­ບິນ​ລາວ ເຊັນ​ໂທຣ ແອ​ລາຍ ໃນ​ວັນ​ທີ 5  ມັງ­ກອນ​ຜ່ານ​ມາ ທີ່​ຫ້ອງ​ປະ­ຊຸມ​ທະ­ນາ­ຄານ​ພົງ​ສະ­ຫວັນ ໂດຍ​ມີ​ອຳ­ນວຍ​ການ​ບໍ­ລິ­ສັດ ນັກ​ບິນ ພະ­ນັກ­ງານ​ບໍ­ລິ­ການ​ເທິງ​ເຮືອ­ບິນ ພະ­ນັກ­ງານ​ທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ​ນາງ ສະ­ຫວັນ​ພອນ ພົງ​ສະ­ຫວັນ ອຳ­ນວຍ​ການ​ໃຫຍ່​ບໍ­ລິ­ສັດ​ລາວ ເຊັນ​ໂທຣ ແອ​ລາຍ ມະ­ຫາ­ຊົນ ໄດ້​ກ່າວ​ວ່າ ປັດ­ຈຸ­ບັນ ບໍ­ລິ­ສັດ​ລາວ ເຊັນ​ໂທຣ ແອ​ລາຍ ມະ­ຫາ­ຊົນ ໄດ້​ສຳ­ເລັດ​ການ​ກຽມ​ຄວາມ​ພ້ອມ​ໃນ​ດ້ານ​ຕ່າງ​ເກືອບ 100% ບໍ­ລິ­ສັດ​ລາວ ເຊັນ​ໂທຣ ແອ​ລາຍ ມະ­ຫາ­ຊົນ ໄດ້​ຈັດ​ຊື້​ເຮືອ­ບິນ​ໄອ​ພົ່ນ​ລຸ້ນ​ໂບ​ອິງ 737-400 ຂະ­ໜາດ 168-170 ບ່ອນ​ນັ່ງ ເປັນ​ເຮືອ­ບິນ​ທັນ​ສະ­ໄໝ​ຈາກ​ຕ່າງ­ປະ­ເທດ ຈຳ­ນວນ 2 ລຳ ມາ​ເຖິງ​ນະ­ຄອນ­ຫຼວງ​ວຽງ​ຈັນ ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ ເຊິ່ງ​ເຮືອ­ບິນ​ທັງ 2 ລຳ ໄດ້​ຜ່ານ​ຂະ​ບວນ​ການ​ກວດ­ກາ ແລະ ໄດ້​ຮັບ​ໃບ­ຢັ້ງ­ຢືນ​ເດີນ​ອາ­ກາດ (C of A) ແລະ ໃບ­ຢັ້ງ­ຢືນ​ການ​ໂອນ​ທະ­ບຽນ​ເປັນ​ລາວ (C of R) ຢ່າງ​ສົມ­ບູນ ເຮືອ­ບິນ 2 ລຳ ເປັນ​ພຽງ​ສ່ວນ​ໜຶ່ງ​ໃນ​ແຜນ­ການ​ຈັດ​ຊື້​ເຮືອ­ບິນ​ຂອງ​ບໍ­ລິ­ສັດ ເພື່ອ​ມາ​ໃຫ້​ບໍ­ລິ­ການ​ລະ­ຫວ່າງ​ປະ­ເທດ ໃນ​ເບື້ອງ​ຕົ້ນ​ບໍ­ລິ­ສັດ​ຍັງ​ມີ​ແຜນ​ຈະ​ຈັດ​ຊື້​ເຮືອ­ບິນ​ລຸ້ນ​ໂບ​ອິງ 737-800 ເພີ່ມ​ອີກ​ໃນ­ຕໍ່­ໜ້າ ສຳ­ລັບ​ເປົ້າ​ໝາຍ​ຂອງ​ບໍ­ລິ­ສັດ​ຮອດ​ປີ 2015 ມີ​ແຜນ​ຈະ​ຈັດ​ຊື້​ເຮືອ­ບິນ​ໄອ​ພົ່ນ​ຊູ​ຄອຍ ຊຸບ​ເປີ ເຈ໋ດ ອີກ​ຈຳ­ນວນ 9 ລຳ ໃນ​ນັ້ນ 3 ລຳ​ທຳ​ອິດ ຕາມ​ແຜນ​ແມ່ນ​ຈະ​ນຳ​ເຂົ້າ​ມາ​ໃນ​ທ້າຍ​ປີ 2012.

ສຳ­ລັບ​ແຜນ­ການ​ບິນ​ໃນ​ເບື້ອງ​ຕົ້ນ ບໍ­ລິ­ສັດ​ມີ​ແຜນ​ຈະ​ບິນ​ໄປ​ບັນ­ດາ​ປະ­ເທດ​ໃກ້​ຄຽງ​ໃນ​ອາ​ຊຽນ ເຊັ່ນ ໄທ ຫວຽດ­ນາມ ກຳ­ປູ­ເຈຍ ສປ ຈີນ ມາ​ເລ​ເຊຍ ແລະ ມີ​ແຜນ​ຂະ­ຫຍາຍ​ໄປ​ປະ­ເທດ​ອື່ນໆ​ໃນ­ຕໍ່­ໜ້າ ຊຶ່ງ​ການ­ຈຳ­ໜ່າຍ​ປີ້​ຍົນ ຄາດ​ວ່າ​ຈະ​ເລີ່ມ​ຈຳ­ໜ່າຍ​ປີ້​ໃນ​ໄວໆ​ນີ້ ປັດ­ຈຸ­ບັນ ບໍ­ລິ­ສັດ​ລາວ ເຊັນ​ໂທຣ ແອ​ລາຍ ມະ­ຫາ­ຊົນ ມີ​ຄວາມ​ພ້ອມ​ທາງ​ດ້ານ​ລະ­ບົບ​ການ​ບໍ​ລິ​ການ­ຈຳ­ໜ່າຍ​ປີ້​ຍົນ​ຜ່ານ​ບໍ­ລິ­ສັດ​ຕົວ​ແທນ ທັງ​ຢູ່​ພາຍ​ໃນ ແລະ ຕ່າງ­ປະ­ເທດ ແລະ ຍັງ​ມີ​ແນວ­ທາງ​ທີ່​ຈະ​ນຳ​ໃຊ້​ລະ­ບົບ​ການ​ຂາຍ​ປີ້​ຍົນ​ທີ່​ສາ­ມາດ​ເຊື່ອມ​ຕໍ່​ກັບ​ຕົວ​ແທນ​ຈຳ­ໜ່າຍ​ປີ້​ຍົນ​ທົ່ວ​ໂລກ​ລະ­ບົບ Global Distribution System ໃນ­ຕໍ່­ໜ້າ ທັງ​ນີ້​ບໍ­ລິ­ສັດ​ລາວ ເຊັນ​ໂທຣ ແອ​ລາຍ ມະ­ຫາ­ຊົນ ມີ​ຄວາມ​ມຸ່ງ​ໝັ້ນ​ເພື່ອ​ປະ­ກອບ­ສ່ວນ​ອັນ​ສຳ­ຄັນ​ເຂົ້າ​ໃນ​ພາ­ລະ­ກິດ​ປົກ​ປັກ​ຮັກ­ສາ ແລະ ພັດ­ທະ­ນາ​ປະ­ເທດ​ຊາດ ທັງ​ໃຫ້​ບໍ­ລິ­ການ​ຮັບ​ໃຊ້​ສັງ­ຄົມ​ດ້ວຍ​ຄຸນ​ນະ​ພາບ​ທີ່​ດີ­ເລີດ.



__________________
Anonymous

Date:
RE: ລາວ ເຊັນໂທຣ ແອລາຍ ຈະນຳເຮືອບິນເຂົ້າມາອີກ 3 ລຳ


 

ເປັນຂ່າວທີ່ໜ້າຍິນດີ, ຖ້າເພິ່ນຖ່າຍໃຫ້ເຫັນໄມຂອງນັກຂ່າວ ທຊລ ໄມຂອງນັກຂ່າວວຽງຈັນໃໝ່ ແລະໄມໂຄໂຟນຂອງນັກຂ່າວຕ່າງປະເທດຫຼາຍໆປະເທດ ຄົງຈະມີສີສັນກ່ວານີ້. congratulion



__________________
Anonymous

Date:

ຂໍສະແດງຄວາມຍິນດີນຳຂໍໃຫ້ທຸລະກິດຂອງບໍລິສັດຈະເລີນຮຸ່ງເຮືອງ ມີໂອກາດກໍຊິໃຊ້ບໍລິການທຸລະກິດຄົນລາວນີ້ລະ, ຢາກໃຫ້ຂະຫຍາຍໄປທາງຍູໂຣບ

ອະເມລິກາໄວໆແດ່ເພາະທາງນັ້ນມີຄົນລາວຈຳນວນຫລາຍຄອຍຢາກໃຊ້ບໍລິການຢູ່



__________________
Anonymous

Date:


ຊາມຊາເພິ່ນສົ່ງມາ ເບິ່ງຄລິບນີ້ຮອງທ້ອງກ່ອນ.






__________________


Veteran Member

Status: Offline
Posts: 26
Date:

ຊິຊື້ມາອີກຈັກ 10 ລຳ ຖ້າລາຄາປີ້ຍົນຍັງແພງຢູ່ກະບໍ່ມີຄວາມໝາຍ

__________________
Anonymous

Date:

you don't want to support lao , or you don't want to fly with us you don't have too , thank you !! who care ?....



__________________
Anonymous

Date:

Anonymous wrote:

you don't want to support lao , or you don't want to fly with us you don't have too , thank you !! who care ?....




ຖ້າທ່ານເປັນຕົວແທນຂອງສາຍການບິນ ທ່ານຄວນຈະຊອກຫາອະທິບາຍທີ່ດີກ່ວານີ້ມາຊີ້ແຈງ. ຖ້າທ່ານບໍ່ແມ່ນຕົວແທນຂອງສາຍການບິນ ທ່ານຄວນໃຊ້ຄໍາວ່າ "with them" ແທນຄໍາວ່າ "with us" ຂອບໃຈ.

__________________
Anonymous

Date:

ເປັນຫຍັງຈຶ່ງບໍ່ຊື້ຍົນBoeingຫລືAirbus.



__________________
Anonymous

Date:

Anonymous wrote:

ເປັນຫຍັງຈຶ່ງບໍ່ຊື້ຍົນBoeingຫລືAirbus.


 ຢາກຊື້ຊູຄອຍ ມັນເປັນຫຍັງ 



__________________
Anonymous

Date:

Anonymous wrote:

ເປັນຫຍັງຈຶ່ງບໍ່ຊື້ຍົນBoeingຫລືAirbus.


 ອາດຈະເປັນຍ້ອນລາຄາຕ່າງກັນ: ຊູຄອຍ ລາຄາ 31,7 ລ້ານໂດລາສະຫະລັດ ສ່ວນໂບອິງ ລາຄາ 59 ລ້ານໂດລາສະຫະລັດ.



__________________
Anonymous

Date:

you don't want to support lao , or you don't want to fly with us you don't have too , thank you !! who care ?....

 


 

ຂະໜາດຍົນຍັງບໍ່ໄດ້ບິນຍັງຟັງບໍ່ເຂົ້າຫູແລ້ວ ຄວນບໍລິການໃຫ້ດີໆເວົ້າໃຫ້ມ່ວນແດ່ຖ້າແມ່ນຕົວແທນສາຍການບິນແທ້ກະດາຍ



__________________
Anonymous

Date:

 

ໃຜຮູ້ຊ່ອຍບອກແດ່ວ່າ ຜູ່ຈັດການໜຸ່ມ ງາມແລະໜ້າຮັກຄົນນີ້ມີສາຍພົວພັນຫຍັງກັບທ່ານອັອດ ພົງສະຫວັນ? ຂອບໃຈ.



__________________
Anonymous

Date:

why you asked you already have a wife and family.



__________________
Anonymous

Date:
RE:ລາວ ເຊັນໂທຣ ແອລາຍ ຈະນຳເຮືອບິນເຂົ້າມາອີກ 3 ລຳ


 

ຂ້ອຍຍັງເປັນໂສດ, ເຫັນນາມສະກຸນຄືກັນກໍ່ເລີຍຢາກຮູ້ວ່າເພິ່ນເປັນນ້ອງສາວຂອງທ່ານອັອດບໍຫຼືເປັນພີ່ນ້ອງກັນ ເທົ່ານັ້ນດອກ ບໍ່ມີປັນຍາໄປອາດເອື້ອມເພິ່ນດອກ.



__________________


Senior Member

Status: Offline
Posts: 269
Date:
RE: ລາວ ເຊັນໂທຣ ແອລາຍ ຈະນຳເຮືອບິນເຂົ້າມາອີກ 3 ລຳ


Anonymous wrote:

you don't want to support lao , or you don't want to fly with us you don't have too , thank you !! who care ?....

 


 

ຂະໜາດຍົນຍັງບໍ່ໄດ້ບິນຍັງຟັງບໍ່ເຂົ້າຫູແລ້ວ ຄວນບໍລິການໃຫ້ດີໆເວົ້າໃຫ້ມ່ວນແດ່ຖ້າແມ່ນຕົວແທນສາຍການບິນແທ້ກະດາຍ


 ​ໃຜ​ເວົ້າ​ວ່າ​ຍົນ​ລາວບໍລິການບໍ່ດີ ຂ້ອຍ​ຂຶ້ນ​ເທື່ອ​ໃດ​ເບຍ​ເຫຼືອ​ຂໍ​ກິນ​ຟຣີນຳ​ສາວ​​ເດີນ​ອາກາດ​ໄດ້​ສະບາຍ ​ໃຈດີ​ສຸດໆ​ເລຍ​ຍົນ​ລາວ



__________________
Anonymous

Date:

 

ໄປຮຽນ

ວິຊາເຫາະເຫີນເດີນອາກາດ

ນຳພະລືສີແຖວຖ້ຳທ່າແຂກ

 

ຮຽນຈຸບຍາມໃດ

ບໍ່ຕ້ອງຂີ່ເຮືອບິນໃຫ້ມັນຍາກ

ດຳດິນບິນບົນເຫັນຕີນສິ້ນແມ່ອອກປີວແວ໊ບໆ

 

ແມ່ອອກກ່າເຫາະໄດ້ຄືກັນ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard