Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ກົດໝາຍກ່ຽວກັບການປອມແປງເງິນເຈ້ຍ
ບຸນຮຽງ

Date:
ກົດໝາຍກ່ຽວກັບການປອມແປງເງິນເຈ້ຍ


laoissaraa3b.jpg

 

ນີ້ແມ່ນເງິນໃບ 50 ອັດທີ່ເພິ່ນພິມອອກມາໃຊ້ໃນປີ 1946-1947 ທີ່ມີຄໍາເຕືອນວ່່າ: " ບຸກຄະລະຜູ່ໃດ໋

ປອມເງິນເຈັ້ຽຂອງລັຖະບານ ຫຼືເອົາເງິນເຈັ້ຽປອມເຫຼົ່ານັ້ນອອກໃຊ້ຈ່າຽໃນປະເທດລາວໂດຽເຈຕນາ ຈະຖືກ

ລົງໂທດຕິການສັບພະທຸກຕັ້ງແຕ່ 5 ປີ ເຖິງໝົດຊົ່ວຊີວາ ທັງຈະຖືກຮິບຊັບສິນອີກຕາມກົດໝາຍເລກທີ່ 5

ລົງວັນທີ 18 ເດືອນມະກະລາຄົມ 2489 ".

ທ່ານໃດ໋ຮູ້ກົດໝາຍທີ່ເພິ່ນໃຊ້ໃນປັດຈຸບັນນີ້ ຊ່ອຍເວົ້າສູ່ຟັງແດ່, ຂອບໃຈ. ທີ່ຖາມນີ້ກໍ່ເພື່ອຢາກປຽບທຽບ

ຊື່ໆເດີ ບໍ່ໄດ້ມີຈຸດປະສົງຈະປອມແປງເງິນແຕ່ຢ່າງໃດ໋.

ກົດບ່ອນນີ້ຖ້າຢາກເບິ່ງເງິນອັດໃບອື່ນໆ.

ກົດນີ້ຖ້າຢາກເບິ່ງຮູບເງິນຝັກ ເງິນຮາງ ເງິນໝາກຄໍ້ທີ່ບັນພະບຸລຸດລາວໃຊ້ກ່ອນຝຣັ່ງເຂົ້າມາຄອບຄອງປະເທດລາວ.



__________________
Anonymous

Date:

ລອງກົດເບິ່ງຕາມນີ້ http://lao44.org/2008-07-22-13-04-34.html?func=startdown&id=164  ໃຫ້ອ່ານ ມາດຕາ 60



__________________
lilililili

Date:

ຂ້ອຍໄດ້ເລື້ອຍເງິນທີ່ເຂົາຂຽນແນວນັ້ນແນວນີ້ໃສ່ ໄປປ່ຽນຢູ່ທະນາຄານເພິ່ນກໍ່ຍັງຮັບປ່ຽນໃຫ້, ເພິ່ນບໍ່ໄດ້ເອົາຜິດເອົາແມ່ນຫຍັງໃດ໋ລະ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard