Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຝຶກຊ້ອມການບິນ ຍົນ A320
Anonymous

Date:
ຝຶກຊ້ອມການບິນ ຍົນ A320

ມື້ນີ້ ຍົນສາຍການບິນລາວ A320 ບິນວົກໄປວຽນມາ ຂຶ້ນໆ ລົງໆ ກາຍຫຼັງຄາບ້ານຂ້ອຍ

ສົງກະໃສ ເພິ່ນຝຶກຊ້ອມນັກບິນໃໜ່

ຄັກເນາະ

ຍົນກະໃໜ່ ນັກບິນກະໃໜ່ biggrin ເປັນຕາຂີ່ດີ 

__________________
Anonymous

Date:

ເພື່ອຈະຊ້ອມໄດ້ ເຄື່ອງຍົນ A320 ຄົງໄດ້ຍົກເຄື່ອງໃໝ່

__________________
Anonymous

Date:

ບ້ານເຈົ້າຢູ່ໄກ້ ໄປຂີ່ເພື່ອຂ້ອຍແດ່ເດີ ຂີ່ຈັກສີ່ຫ້າຮອບພຸ້ນລະ, ຖ້າເປັນໄປໄດ້ກະຂີ່ມາກາຍຫລັງຄາບ້ານຂ້ອຍແດ່

ພໍ່ໄດ້ໂຊກໄດ້ລາບຄືເພິ່ນ.

__________________
Anonymous

Date:

ຂ້ອຍລະຢ້ານຍົນມັນຊິຕົກໃສ່ຫົວຂ້ອຍ biggrin

__________________
Anonymous

Date:

ວຽງຈັນເມືອງທໍ່ສອກ ເຮັດຫຍັງຢູ່ແຈໃດກໍ່ຮຼ້ໝົດ ນ້ອຍອີ່ຫຼີໆໆໆໆໆໆໆໆໆໆໆໆ

__________________
Anonymous

Date:

ອັນບິນຂຶ້ນບິນລົງຫັ້ນ ມັນບໍ່ແມ່ນ ເອ320 ຂອງການບິນລາວ ແມ່ນຍົນຂອງ ລາວເຊັນໂທຣແອລາຍ ຍົນບໍລິສັດນີ້ມາຮອດກ່ອນຂອງການບິນລາວເກືອບເປັນເດືອນ ຫວ່າງບຸນທາດຫຼວງຫັ້ນ ກະຊອ້ມບິນຂຶ້ນບິນລົງໝົດມື້ໝົດຄືນ ອາດເປັນເພາະອຸ່ນຈັກຍົນກ່ອນເປີດບໍລິການ ຄິດວ່າ

__________________
Anonymous

Date:

ຄົນລາວ  ປາກຍາວຄ່າສອກ ອີ່ຫຼີເນາະ

ຄົນອື່ນເຮັດຫຍັງ ກະຈອບແຕ່ຊິກັດ

ຂໍໃຫ້ບາບກັດຫົວຜູ້ກັດຄືນຊະ.... ສາທຸ

ເປັນຫຍັງຄືບໍ່ຊົມເຊີຍ  ຍ້ອງນ້ຳໃຈກັນແດ່

ຍົກສູງຄວາມສາມາດຂອງຄົນລາວແດ່ລ່ະບໍ່ ປະເທດລາວຈຶ່ງຊິຈະເລີນທໍ່ ປະເທດອື່ນເຂົາແດ່ ...

__________________
Anonymous

Date:

ຂໍຊົມເຊີຍ ! ເຮັດອັນໃດ ມັນກະຕອ້ງໄດ້ຝຶກແອບ ກ່ອນ ແນວມັນໃໝ່  ມັນຍັງບໍ່ລື້ງກັນເທືອ່ ອັນນັ້ນເປັນ ເລື່ອງທຳມະດາ ມີແຕ່ອັນ ດຽວ ທີ່ບໍ່ໄດ້ ຝຶກຊອ້ມ   ຢູ່ຮ້ານປີງແບ້ ດອນກອຍ  ປຶບປັບເຮັດ ໄດ້ໂລດ .

__________________
Anonymous

Date:

Anonymous wrote:

ຄົນລາວ  ປາກຍາວຄ່າສອກ ອີ່ຫຼີເນາະ

ຄົນອື່ນເຮັດຫຍັງ ກະຈອບແຕ່ຊິກັດ

ຂໍໃຫ້ບາບກັດຫົວຜູ້ກັດຄືນຊະ.... ສາທຸ

ເປັນຫຍັງຄືບໍ່ຊົມເຊີຍ  ຍ້ອງນ້ຳໃຈກັນແດ່

ຍົກສູງຄວາມສາມາດຂອງຄົນລາວແດ່ລ່ະບໍ່ ປະເທດລາວຈຶ່ງຊິຈະເລີນທໍ່ ປະເທດອື່ນເຂົາແດ່ ...

 ມັກຍ້ອງກະສິຍ້ອງ ...

ດີແລ້ວທີ່ຄົນລາວເຮົາມີຄວາມສາມາດຂັບເຮື່ອບິນນີ້ໄດ້ ແຕ່ບັນຫາມີຢູ່ວ່າ ປະສົບການມີຫນ້ອຍເກີນໄປທີ່ຈະມາຮັບຫນ້າທີ່ນີ້.

ເພາະຊີວິດແລະຊັບສິນຂອງປະຊາຊົນທັງລາວແລະຕ່າງປະເທດທີ່ຈະມາຊົມໃຊ້ຍົນລຳນີ້ ແມ່ນມີແນວສ່ຽງຕໍ່ການເສຍຫາຍແລະອັນຕະລາຍສູງ  ມາດຕະຖານສາກົນເຂົາບັງຄັບໃຫ້ມີຊົ່ວໂມງບິນຢ່າງຫນ້ອຍ 500-600 ຊົ່ວໂມງ ກ່ອນຈະໄດ້ໃບອະນຸຍາດຂັບຍົນໂດຍສານໄດ້.

ແລ້ວເຈົ້າຄິດວ່າ  ຊົ່ວໂມງບິນຂອງນັກບິນລາວບໍ່ຮອດຫວ໋າ  ແຕ່ລະຄົນ ເປັນນັກບິນມາແລ້ວ ຢ່າງໜ້ອຍສິບປີ  ບໍ່ຕ້ອງຄິດວ່າ ຊົ່ວໂມງບິນຈັກຮ້ອຍ   ແຕ່ເປັນໝື່ນຊົ່ວໂມງຢ່າງຕໍ່າ  ປະສົບການຫຼາຍແບບນີ້ ສາມາດປ່ຽນຊະນິດຍົນໄດ້ສະບາຍ  

ຕັ້ງແຕ່ຂ້ອຍເກີດມາ ຍັງບໍ່ເຄີຍໄດ້ຍິນວ່າ ຍົນລາວຕົກ ຫຼື ເກີດອຸບັດເຫດຮ້າຍແຮງຈັກເທື່ອ   ມີພຽງເທື່ອດຽວໃນປີ 1992 ທີ່ຍົນ ວາຍ12 ທີ່ບັນຈຸຜູ້ໂດຍສານໄດ້ພຽງ 12 ຄົນ  ຕົກທີ່ຊຳເໜືອ    ນັ້ນກໍ່ເປັນເພາະ ເຮືອບິນນ້ອຍຕ້ອງບິນດ້ວຍສາຍຕາເປົ່າ ແຕ່ດຽວນີ້ ຍົນໃຫຍ່ທັນສະໄໝໝົດແລ້ວ  

ນັກບິນເອງກໍ່ໄດ້ຜ່ານການຝຶກແອບຢ່າງດີ  ຄົງຈະບໍ່ມີຂ່າວຮ້າຍໆແບບນັ້ນອີກດົນເຕີບ

ສື່ມວນຊົນບ້ານເຮົາບໍ່ສາມາດເອົາຂ່າວທີ່ທາງຂັ້ນເທິງບໍ່ອະນຸຍາດ
ມາຂ່າວ, ແຕ່ກົມການບິນລາວກໍ່ບໍ່ສາມາດບິດປັງກົມການບິນສາ
ກົນໄດ້ ອຸບັດເຫດນ້ອຍໃຫຍ່ເກີດຂຶ້ນຢູ່ໃສກໍ່ຕ້ອງໄດ້ລາຍງານຕາມ
ກົດສາກົນ.

http://journals.worldnomads.com/safetyhub/story/61776/Laos/Is-It-Safe-To-Fly-In-Laos

__________________
Anonymous

Date:

ຕັ້ງແຕ່ຂ້ອຍເກີດມາ ຍັງບໍ່ເຄີຍໄດ້ຍິນວ່າ ຍົນລາວຕົກ ຫຼື ເກີດອຸບັດເຫດຮ້າຍແຮງຈັກເທື່ອ   ມີພຽງເທື່ອດຽວໃນປີ 1992 ທີ່ຍົນ ວາຍ12 ທີ່ບັນຈຸຜູ້ໂດຍສານໄດ້ພຽງ 12 ຄົນ  ຕົກທີ່ຊຳເໜືອ    ນັ້ນກໍ່ເປັນເພາະ ເຮືອບິນນ້ອຍຕ້ອງບິນດ້ວຍສາຍຕາເປົ່າ ແຕ່ດຽວນີ້ ຍົນໃຫຍ່ທັນສະໄໝໝົດແລ້ວ  

ນັກບິນເອງກໍ່ໄດ້ຜ່ານການຝຶກແອບຢ່າງດີ  ຄົງຈະບໍ່ມີຂ່າວຮ້າຍໆແບບນັ້ນອີກດົນເຕີບ

ຍົນ Y-12 ແມ່ນຍົນຈີນ ຕົກຫຼາຍເທື່ອຢູ່ໃດ໋ພໍ່ອາວ. ເດືອນທັນວາ
ປີ 1990 ກະຕົກຕາຍ 18, ເດືອນພຶດສະພາ ປີ 1998 ຍົນ
Yak-40 ກະຕົກ ທະຫານວຽດຕາຍ 26. ເດືອນຕຸລາ ປີ 2000
ຍົນ Y-12 ກະຕົກຢູ່ຊໍາເໜືອ ຕາຍ 8 ແລະເດືອນກຸມພາ ປີ 2002 Y-12 ກໍາລັງຊິຂຶ້ນກະຖືກລົມນັອກເອົາ ແຕ່ທຸກຄົນປອດໄພ. ມາຮອດເດືອນເມສາ ປີ 2002 ເພິ່ນຈຶ່ງເຊັນ
ສັນຍາຈ້າງເມການິກຝຣັ່ງມາສ້ອມແປງຮັກສາໃຫ້ ຄວາມປອດໄພ
ຈຶ່ງມີຫຼາຍຂຶ້ນ.
http://www.travelfish.org/feature/50

ນັບແຕ່ A320 ໄດ້ບິນຂຶ້ນສູ່ທ້ອງຟ້າໃນປີ 1988 ຈົນມາຮອດມື້
ນີ້ໄດ້ຍິນຂ່າວວ່າຕົກພຽງແຕ່ 20 ກ່ວາເທື່ອ. ຕອນຕົກຢູ່ New Zealand ກັບຕົກຢູ່ Brazil ກະແມ່ນເປັນຍ້ອນນັກບິນບໍ່ເຂົ້າໃຈ
ພາສາຄັອມພິວເຕີຊື່ໆ.

__________________
Anonymous

Date:

ຍົນຍັກ 40 ທີ່ຂົນນາຍທະຫານຊັ້ນຜູ່ໃຫຍ່ຈໍານວນ 26 ທ່ານ ຈາກໂພນສະຫວັນຫາຊຽງຂວາງຕົກນັ້ນ

ເປັນຍ້ອນພະຍຸຝົນຕົກແຮງຫລາຍ ບໍ່ແມ່ນເປັນຍ້ອນຜີບ້ານຜີເມືອງເຮັດຄືຄົນເຂົາຊ່າດອກ. ສ່ວນຍົນ

An-26 ທີ່ຕົກຢູ່ຫົວເດີ່ນຍົນວັດໄຕໃນປີ ເດືອນກໍລະກົດ 1979 ນັ້ນມັນແມ່ນຍົນເກົ່າໂພດ ເອົາໄປໃຫ້

ໄທແປງເຂົາກະແປງບໍ່ໄດ້ ຈັ່ງວ່າມາຮອດຫົວເດີ່ນກະພໍດີ, ຍົນຄັນນີ້ມີລາວບໍ່ດີຕັ້ງແຕ່ມື້ບິນມາແຕ່ຮາໂນ໊ຍ

ພຸ້ນນະ ຊິລົງເດີ່ນວັດໄຕ ພະຍາຍາມຈັ່ງໃດ໋ກະລົງບໍ່ໄດ້ ຈົນໄດ້ເອົາໄປລົງຢູ່ເດີ່ນອຸຕາລະດິດ ເມືອງໄທ.

ຕອນນັ້ນມີຜູ່ໂດຍສານປະມານ 68 ຄົນ ເປັນຈັ່ງບຸນ ທຸກຄົນປອດໄພ.

__________________
Anonymous

Date:

New edition: ແປງຄໍາຜິດ

ຍົນຍັກ 40 ທີ່ຂົນນາຍທະຫານຊັ້ນຜູ່ໃຫຍ່ຂອງວຽດນາມຈໍານວນ 26 ທ່ານ ຈາກໂພນສະຫວັນຫາຊຽງຂວາງຕົກນັ້ນ

ເປັນຍ້ອນພະຍຸຝົນຕົກແຮງຫລາຍ ບໍ່ແມ່ນເປັນຍ້ອນຜີບ້ານຜີເມືອງເຮັດຄືຄົນເຂົາຊ່າດອກ. ສ່ວນຍົນ

An-26 ທີ່ຕົກຢູ່ຫົວເດີ່ນຍົນວັດໄຕໃນ ເດືອນກໍລະກົດ ປີ 1979 ນັ້ນມັນແມ່ນຍົນເກົ່າໂພດ ເອົາໄປໃຫ້

ໄທແປງເຂົາກະແປງບໍ່ໄດ້ ຈັ່ງວ່າມາຮອດຫົວເດີ່ນກະພໍດີຕົກ, ຍົນຄັນນີ້ມີລາງບໍ່ດີຕັ້ງແຕ່ມື້ບິນມາແຕ່ຮາໂນ໊ຍ

ພຸ້ນນະ ຊິລົງເດີ່ນວັດໄຕ ພະຍາຍາມຈັ່ງໃດ໋ກະລົງບໍ່ໄດ້ ຈົນໄດ້ໄປຂໍລົງຢູ່ເດີ່ນອຸຕາລະດິດ ເມືອງໄທ.

ຕອນນັ້ນມີຜູ່ໂດຍສານປະມານ 68 ຄົນ ເປັນຈັ່ງບຸນ ທຸກຄົນປອດໄພ.

__________________
Anonymous

Date:

ເປັນຕາຫົວ ຄົນຖຽງກັນເລື່ອງຂີ່ຍົນຢູ່ນີ້ ບໍ່ຮູ້ວ່າພວກເພິ່ນປີໝຶ່ງເພິ່ນພາກັນຂີ່ຈັກຊົ່ວໂມງ ຜູ້ເຂົາຂີ່ທັງຍົນລາວທັງຍົນຕ່າງປະເທດບໍ່ເຫັນເຂົາຊິຢ້ານວ່າກ້າຂີ່ບໍ່ກ້າຂີ່ biggrinbiggrinbiggrinbiggrinbiggrinbiggrin

 ລົມກັນຫລິ້ນເດີທ່ານ ...ຢ່າຟ້າວມາອັດກັນແມ້

ເຫັນຍົນບິນຂື້ນບິນລົງຢູ່ບໍ່ເຊົາກະເລີຍລຳຄານ ແຕ່ກະດີໃຈທີ່ລາວເຮົາມີຍົນດີມາບໍລິການພ້ອມທັງມີນັກບິນ

ທີ່ເປັນຄົນລາວເຮົາຂັບ ລົມກັນໄປກັນມາກະໄດ້ຂໍ້ມູນເພີ້ມເຕີມ ກ່ຽວກັບການບິນຢູ່ບ້ານເຮົາ ອີກທັງຮູ້ວ່າ

ຜູ້ທີ່ມາຮ່ວມວົງສົນທະນານີ້ ມີທັງຜູ້ເວົ້າຈິງອິງໃສ່ຂໍ້ມູນ ແລະຜູ້ອວດຄຸຍໂມ້ທັງໆ ທີ່ໂຕເອັງບໍ່ຮູ້ອີ່ສັງ ...

ຖ້າທ່ານໃດເປັນນັກບິນລາວທີ່ມາອ່ານຢູ່ນີ້ ກະຂໍສັນລະເສີນໃນຄວາມສາມາດ ແລະກະຂໍຝາກຊຶ່ສຽງຂອງ

ການບິນລາວໄວ້ໃນກຳມືຂອງທ່ານເດີ.

__________________
ປະຊາຊົນ

Date:

ເຫັນດີ ໃນການສົນທະນາທີໃຫ້ທັງແງ່ຄິດແລະຄວາມຮູ້ເພີ້ມເຕີມເດີ ບັນດາທ່ານ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard