Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເປັນທາດດໍາເພິ່ນຈິ່ງບໍ່ຫຼົກຫຍ້າມັນແດ່
Anonymous

Date:
ເປັນທາດດໍາເພິ່ນຈິ່ງບໍ່ຫຼົກຫຍ້າມັນແດ່


ເປັນຫຍັງເພິ່ນບໍ່ຫຼົກຫຍ້າອອກແດ່ ຫຼື ວ່າຢ້ານຜິດຜີບ້ານຜີເມືອງ

 

166620-66-7761.jpg



__________________


Senior Member

Status: Offline
Posts: 239
Date:

ແມ່ນລະ ຖ້າຢາກໃຫ້ວັດຖຸຢູ່ໄດ້ດົນໆກະຄວນຮັກສາມັນແດ່

__________________

ສາມັນຊົນ

ງານ

Date:

ຍ້ອນວ່າຂີ້ຄ້ານno



__________________
Anonymous

Date:

ບໍ່ກ່ຽວນຳຂີ້ຄ້ານດອກ ມັນມີປະຫວັດທີ່ບໍ່ດີກ່ຽວກັບທາດດຳ ເພິ່ນຈຶ່ງບໍ່ຫຼົກຂ້ອຍກະບໍ່ຈື່ລະເຄີຍໄດ້ຍິນຜູ້ເຖົ້າຜູ້ແກ່ເວົ້າໃຫ້ຟັ່ງ aww



__________________
Anonymous

Date:

ຖືກຕ້ອງ ບໍ່ແມ່ນບໍ່ບົວລະບັດຮັກສາເທົ່ານັ້ນ

ຄົນລາວເຣົາທີ່ຣູ້ປະຫວັດຢາກທັບມ້າງມັນຖີ້ມ

ຊ້ຳ ແແແແແແແແແແແແແແແແແແແແແແແແຕ່ຕ້ອງ

ຈຳໃຈປະໃວ້ໃຫ້າມັນເພພັງຕາມທຳມະຊາດ

ບໍ່ວ່າພວກພະລາຊະວັງຂອງໄທ ລັຖະບານຂອງໄທ

ສະເຫີມາຂໍສ້ອມແຊມຣັກສາໃຫ້ ຈະເຣັດໃຫ້ບໍລິເວດ

ທາດດຳເປັນສວນດອກໃມ້ງາມໆໃຫ້ ບໍ່ວ່າລັຖະບານ

ລາວເມື່ອກ່ອນ ແລະ ປະຈຸບັນບໍ່ມີມື້ຍອມໃຫ້ມາພັດທະນາ

ເດັດຂາດ ຄວາມຄຽດແຄ້ນນີ້ຟັງຢູ່ໃນໃຈຂອງຄົນລາວບໍ່ມີ

ມື້ໃດລືມໃດ້ ຜູ້ບໍ່ຣູ້ກ່ຽວດກັບເລື້ອງທາດດຳ ຄວນຊອກຣູ້



__________________
Anonymous

Date:

Anonymous wrote:

ຖືກຕ້ອງ ບໍ່ແມ່ນບໍ່ບົວລະບັດຮັກສາເທົ່ານັ້ນ

ຄົນລາວເຣົາທີ່ຣູ້ປະຫວັດຢາກທັບມ້າງມັນຖີ້ມ

ຊ້ຳ ແແແແແແແແແແແແແແແແແແແແແແແແຕ່ຕ້ອງ

ຈຳໃຈປະໃວ້ໃຫ້າມັນເພພັງຕາມທຳມະຊາດ

ບໍ່ວ່າພວກພະລາຊະວັງຂອງໄທ ລັຖະບານຂອງໄທ

ສະເຫີມາຂໍສ້ອມແຊມຣັກສາໃຫ້ ຈະເຣັດໃຫ້ບໍລິເວດ

ທາດດຳເປັນສວນດອກໃມ້ງາມໆໃຫ້ ບໍ່ວ່າລັຖະບານ

ລາວເມື່ອກ່ອນ ແລະ ປະຈຸບັນບໍ່ມີມື້ຍອມໃຫ້ມາພັດທະນາ

ເດັດຂາດ ຄວາມຄຽດແຄ້ນນີ້ຟັງຢູ່ໃນໃຈຂອງຄົນລາວບໍ່ມີ

ມື້ໃດລືມໃດ້ ຜູ້ບໍ່ຣູ້ກ່ຽວດກັບເລື້ອງທາດດຳ ຄວນຊອກຣູ້


ເບິ່ງເຈົ້າຂຽນ ເຈົ້າຄືຊິຮູ້ເລື່ອງດີເນາະ ຂຽນໃຫ້ໄດ້ອ່ານໄດ້ຮູ້ນຳແດ່ດຸ ດຽວຈະຕິດຕາມອ່ານ
ຂອບໃຈລ່ວງໜ້າ.


__________________
Anonymous

Date:



__________________


Veteran Member

Status: Offline
Posts: 42
Date:

ບອກລັດຖະບານທຸບຖິ້ມສາ, ເອົາໄວ້ກໍ່ເຈັບແກນຕາຄົນລາວລາ



__________________
Anonymous

Date:

ບໍ່ວ່າແຕ່ລັຖະບານເທົ່າທີ່ຢາກທັບຖີ້ມ ຄົນລາວເຣົາ

ຣຸ່ນເກົ່າແກ່ກໍ່ຢາກທັບຖິ້ມຄືກັນ ແຕ່ຈຳໃຈຕ້ອງປະໃຫ້

ມັນພັງເອງ ອັນນີ້ກໍ່ແມ່ນຜົນງານຂອງພວກຫມາສຍາມ

ເຊັ່ນກັນ ເທົ່ານີ້ກ່ອນ



__________________
Anonymous

Date:

Anonymous wrote:

ບໍ່ວ່າແຕ່ລັຖະບານເທົ່າທີ່ຢາກທັບຖີ້ມ ຄົນລາວເຣົາ

ຣຸ່ນເກົ່າແກ່ກໍ່ຢາກທັບຖິ້ມຄືກັນ ແຕ່ຈຳໃຈຕ້ອງປະໃຫ້

ມັນພັງເອງ ອັນນີ້ກໍ່ແມ່ນຜົນງານຂອງພວກຫມາສຍາມ

ເຊັ່ນກັນ ເທົ່ານີ້ກ່ອນ


 ເອົາໃວຫ້ລູກຫຼານເບິ່ງຫັນແລະມັນດີແລ້ວ.... ມັນເປັນສ່ວນໜື່ງຂອງປະຫວັດສາດ ຊາດເຮົາເຊັ່ນກັນ..



__________________
Anonymous

Date:

ໃຜຮູ້ປະຫວັດທາດດໍາແດ່ ຊ່ວຍເອົາມາເຜີຍແຜ່ໃຫ້ຮູ້ແດ່ 



__________________
Anonymous

Date:

ທາດດຳ ຈາກ wikipedia

ທາດດຳ ເປັນໄລຍະເວລາຫຼາຍສິບປີແລ້ວເປັນສີດຳຢູ່ຢ່າງນັ້ນ, ບໍ່ມີໃຜໄປປົວໄປແປງ ບໍ່ມີໃຜທາສີ ຄົນລາວສ່ວນໜຶ່ງກັບມາຈາກໄທ ເພື່ອມາສ້າງວຽງຈັນ ກໍບໍ່ໄດ້ທຳການກໍ່ສ້າງ ແລະ ບູລະນະສ້ອມແປງ ເພາະເປັນທີ່ດິນຂອງຄົນຝຣັ່ງ ຊືບັກໂຕໂລນີ(ຖະໜົນເສັ້ນນັ້ນຈຶ່ງມີຊື່ນັ້ນ) ພາຍລຸນມາຝຣັ່ງກໍຂາຍທີ່ດິນນັ້ນໃຫ້ສະຖານທູດອາເມຣີກາ ແຕ່ຄົນລາວຂະນະນັ້ນ ຂໍຮ້ອງບໍ່ໃຫ້ຂາຍດິນທີ່ເປັນສ່ວນພຣະທາດໃຫ້ແກ່ອາເມຣິກາ ທາດດຳນຶ່ງຢູ່ໃນເຂດສາທາລະນະ ຢ່າງໃດກໍຕາມເປັນເວລາຫຼາຍກວ່າຮ້ອຍປີ ທີ່ບໍ່ມີການບັນທຶກໄວ້ກ່ຽວກັບພຣະທາດດຳນັ້ນ ຄົນທັງຫຼາຍເຫັນວ່າມີສີດຳ ກໍພາກັນຮຽກທາດດຳມາຮອດບັດນີ້ ທີ່ຈຶງແລ້ວທາດດຳ ແລະ ບໍລິເວນໂດຍຮອບແຕ່ຖະໜົນລ້ານຊ້າງ ຖະໜົນເສດຖາ ແລະ ຫ້ອງການຕຳຫຼວດທາດດຳ ແລະ ສະຖານທູດອາເມຣິກາລ້ວນແຕ່ແມ່ນບໍລິເວນວັດ ທີ່ມີຊື່ວ່າ "ວັດພຣະຣາດຊະນັດດາ" ທີ່ພຣະເຈົ້າໄຊເສດຖາທິລາດ ສ້າງອຸທິດໃຫ້ຫຼານສາວຂອງພຣະອົງ, ຂໍ້ທີ່ບັນດາທ່ານທີ່ຢູໃນບໍຣິເວນນັ້ນຄວນຄຳນືງຄື ຫາກມີວັດຕ້ອງມີສີມ ສິມສ່ວນໃຫຍ່ມັກຈະສ້າງໄວ້ດ້ານຂ້າງ ແລະດ້ານຫຼັງຂອງສິມ ສະນັ້ນການປຸກເຮືອນຫຼືສ້າງອາຄານຄວນລະວັງ ຢ່າງໃຫ້ກວມສີມ ທິດໃດທີ່ຄວນຈະເປັນທີຕັ້ງຂອງສີນັ້ນ ຄື ໑ ທິດຕາເວັນອອກ ເພາະການສ້າງສິມມັກປິ່ນໜ້າໄປຕາເວັນອອກ ເໝືອນວັດເພັຍວັດ, ວັດຊຽງຍືນ, ວັນອົງຕື້, ອິນແປງ, ວັດມີໄຊ ແລະ ວັດຊຽງຍືນ ຫາກເປັນເຊັ່ນນັ້ນສີມ ກໍຄວນຢູ່ຂ້າງທາດດຳໄປທາງຖະໜົນລ້ານຊ້າງ ເພາະທາດ ຫຼື ພະທາດຈະຢູ່ດ້ານຫຼັງຂອງສີມສະເໝີ ຫຼືບໍດັ່ງນັ້ນສີກໍຈະປີ່ນໜ້າລົງນ້ຳຂອງ ເຊັ່ນວັດສີສະເກດ ວັດທາດຫຼວງໃຕ້, ວັດທາດຫຼວງເໜືອ ແລະ ວັດໂພນໄຊ, ດຽວນີ້ບໍ່ມີໃຜເອົາໃຈມໃສ່ເບິ່ງແຍງ ຖ້າເປັນເຊັ່ນນັ້ນ ກໍບໍ່ເຫິງດອກພະທາດແຫ່ງຈະເພພັງລົງ(ເພາະບໍ່ມີຫຍັງໝັ້ນຄົງເລີຍແມ່ນແຕ່ຢ່າງໜຶ່ງ)ເວົ້າເຖິງທາດດຳ ກໍບໍ່ເວັ້ນທີ່ຈະກ່າວເຖິງທາດຂາວ. ທາດຂາວນັ້ນກໍຢູ່ວັດທາດຂາວນັ້ນແລ ແຕ່ບໍ່ໄດ້ມີການທາສີ ກໍກາຍເປັນສີດຳໄປແລ້ວດີແຕ່ມີການຮຽກວາທາດຂາວມາກ່ອນ ເຖິງວ່າດຳກໍຮຽກວ່າຂາວມາຮອດບັດນີ້.



__________________


Senior Member

Status: Offline
Posts: 120
Date:

ແມ່ນໃດເນາະບໍ່ຄ່ອຍສັງເກດມີແຕ່ເຄີຍເຫັນ ຖ້າໃຜມີປະຫວັດອັນລະອຽດ ຊ່ວຍກາລຸນາເລົ່າສູ່ຜູ້ບໍ່ຮູ້ໄດ້ຟັງ ແລະເຂົ້າໃຈຕື່ມແດ່.


__________________


Senior Member

Status: Offline
Posts: 268
Date:

ຊ່ວຍບອກໃຫ້ຂ້ານ້ອຍຮູ້ນຳແດ່ທ່ານ ວ່າປະຫວັດເປັນມາແນວໃດ ຢາກຮູ້

__________________


Member

Status: Offline
Posts: 23
Date:

ຂ້ອຍກໍຢາກຮູ້ຄືກັນ

__________________
Anonymous

Date:

ຢາກຮູ້ຄືກັນ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard