Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ປຽບທຽບລະຫວ່າງວັດ ແລະ ໂຮງຮຽນ
Anonymous

Date:
ປຽບທຽບລະຫວ່າງວັດ ແລະ ໂຮງຮຽນ

ສັງເກດເຫັນວ່າຢູ່ປະເທດເຮົາມີວັດເກີອບທຸກບ້ານຖ້າບ້ານໃຫຍ່ແດ່ກໍ່ຈະມີຮອດສອງວັດ ແຕ່ລະວັດຖ້າຕີເປັນມູນຄ່າໃນການກໍ່ສ້າງຄົງຈະຫຼາຍຮ້ອຍລ້ານກີບມີແຕ່ວັດງາມໆ ແຕ່ເບິ່ງກັບໄປຫາໂຮງຮຽນ ໂດຍສະເພາະໂຮງຮຽນປະຖົມບາງແຫ່ງບໍ່ມີຮອດຕັ່ງນັ່ງ ທັ່ງໆທີ່ເປັນບ່ອນໃຫ້ຄວາມຮູ້ຄວາມສາມາດເພື່ອນໍາຄວາມຮູ້ໄປໃຊ້ໃນອານາຄົດ. ຍີ່ປຸ່ນຊ່ວຍລາວສ້າງໂຮງຮຽນ ປະຖົມຫຼາຍຮ້ອຍຫຼັງ ແຕ່ຄົນລາວຈະມັກໄປທານໃຫ້ກັບວັດ ເພື່ອຫວັງວ່າອານາຄົດຈະໄດ້ເກີດມາເປັນຄົນລວຍມັນບໍ່ຖືກກັບສະພາບຄວາມເປັນຈິງໃນຍຸກສັດຕະວັດທີ 21. ຖ້າເປັນແບບນີ້ຢາກຂໍ້ຮ້ອງໃຫ້ເຈົ້າອາວາດວັດທັງຫຼາຍຈົ່ງແບ່ງເງິນທີ່ໄດ້ຈາກການກິນທ່ານມາສ້າງໂຮງຮຽນ ໃຫ້ມັນສວຍງາມແລະມີສິ່ງອໍານວຍຄວາມສະດວກຄືກັນກັບວັດເພື່ອໃຫ້ເດັກນ້ອຍລຸ້ນໃໝ່ເຮົາໄດ້ຮັບການສຶກສາທີ່ດີ

__________________

Senior Member

Status: Offline
Posts: 268
Date:

ຜິດລະເດີທ່ານ ວັນເປັນສິ່ງຍຶດໜຽວຈິດໃຈຂອງປະຊາຊົນ ເປັນສັດທາຂອງປະຊາຊົນເປັນຜູ້ສ້າງຂື້ນມາ ເປົ້າໝາຍເພື່ອທະນຸບຳລຸງພຸດທະສາສະໜາ ແຕ່ ໂຮງຮຽນເປັນບ່ອນເສີມປັນຍາຄວາມຮູ້ ງົບປະມານສ້າງ ມາຈາກເງິນພາສີຂອງປະຊາຊົນ ແລະ ເງິນ ຄ່າທຳນຽມເຂົ້າຮຽນຂອງປະຊາຊົນ ແລະ ສ່ວນໜື່ງອາດມາຈາກການບໍລິຈາກຂອງຜູ້ຮັ່ງຜູ້ມີທັງຫຼາຍ ແຕ່ທ່ານຢາກໃຫ້ເອົາເງິນທີ່ເຂົານົບໃສ່ຫົວ ເພື່ອອຸທິດສ້າງ ສະຖາວັດຖຸມາສ້າງເປັນໂຮງຮຽນ ມັນຊິຖືກບໍ ແລະ ຖ້າເຮັດແນວນັ້ນໄດ້ແທ້ ລັດກະຄືຊິບໍ່ມີງົບປະມານອອກມາສ້າງໂຮງຮຽນແຫຼະເນາະ ໃຫ້ວັດເຮັດເປັນຊອງແບບຊອງຜ້າປ່າ ແລ້ວ ເອົາໄປແຈກຢາຍເພື່ອເອົາເງິນມາສ້າງໂຮງຮຽນ
ດີໆໆໆໆໆໆ

__________________
Anonymous

Date:

ນີ້ຄືຄວາມຈິງຂອງສັງຄົມ. ບັນດາທ່ານ ຜູ້ທີ່ມີຄວາມຮັບຜິດຊອບຂອງການນຳ ທັງຫຼາຍຄວນສຶກສາ

ບັນຫານີ້ໄຫ້ລະອຽດ ແລ້ວເກັບກຳຄວາມຄິດ ຄວາມເຫັນທີ່ແທ້ຈິງຂອງປະຊາຊົນ ແລ້ວຄິດແກ້ໄຂໃນ

ແນວທາງທີ່ສອດຄ່ອງ. ຄວນຈຳແນກ ສາດສະໜາ ແລະ ການເມືອງ, ປະຊາຊົນ ແລະ ລັດຖະ

ບານໃຫ້ດີໆ.  ສາດສະໜາເປັນສິ່ງຊະກະຣະບູຊາ ແຫ່ງຄວາມເຊື່ອຖື ຂອງມະນຸດ ອາດຈະເຊື່ອຖືໃນຮູບແບບ

ການໃດກໍແລ້ວແຕ່. ຖ້າເຫຼື້ອມໃສທາງສາດສະໜາ ກໍຄືເຫຼື້ອມໃສ ໃຈສະທາ ສຶກສາສິນທຳປະຈຳໃຈ

ພ້ອມທັງເປັນສິຣິມຸງຄຸນແກ່ປະເທດຊາດອີກ ເຊິ່ງແມ່ນນຶ່ງ ທີ່ເປັນເອກະຣັກຂອງຊາດ  ເຊ່ນ ຕົວຢ່າງ

ເມືອງມໍລະດົກໂລກ ຫຼວງພຣະບາງ ທຸກວັນນີ້. ສ່ວນເລື້ອງໂຮງຮຽນ ຫຼືໂຮງໝໍ ເປັນພາກສ່ວນສຶກສາ

ຮ່ຳຮຽນ ເອົາຄວາມຮູ້ຄວາມສະຫຼາດ ເພາະປະເທດຊາດ ຕ້ອງການຄົນທີ່ມີຄວາມຮູ້ ຄວາມສະຫຼາດມາ

ພັດທະນາຊາດ ຊາດກໍຈະ ຈະເລີນໄດ້ ເຫດສະນັ້ນ ຖ້າຕ້ອງການ ພັດທະນາ ທີ່ມີຄຸນນະພາບແທ້ຈິງ

ລັດຖະບານບານກໍຕ້ອງລົງທຶນພັດທະນາ ຊັບພະຍາກອນມະນຸດເສັຍກ່ອນ ກ່ອນອຶ່ນໝົດ. ທຶນພັດທະ

ນາ ຊັບພະຍາກອນມະນຸດ ບໍ່ຂື້ນກັບຄວາມພໍໃຈໂມທະນາຂອງປະຊາຊົນ  ແຕ່ກົງກັນຂ້າມຊີວິດຂອງ

ປະຊາຊົນ ຂື້ນກັບການພັດທະນາຊາດທີ່ລັດຖະບານຕ້ອງໄດ້ເອົາໃຈໃສ່ ບໍ່ໝາຍຄວາມວ່າ ປະຊາຊົນ

ຈະອີ່ມໜຳສຳລານໄດ້ ໃນເມື່ອທຸກໆຄົນຕ້ອງໄປກິນເຂົ້າຢູ່ວັດນຳພຣະສົງ. ວິທີການແບບອຶ່ນທີ່ຈະ

ອາໃສທຶນຈາກ ປະຊາຊົນ ສຳລັບ ຂພຈ ແມ່ນການກົດຂີ່ ຂູດຮີດ ປະຊາຊົນ ໄປແລ້ວ.

ຢູ່ເຂດຊົນນະບົດ ສັງເກດ ໂຮງຮຽນຕ່າງໆ ທີ່ລັດຖະບານຂອງຢີ່ປຸ່ນຊ່ວຍເຫຼືອ ເປີດໃຊ້ໄດ້ພຽງ1ປີ

ຈາກນັ້ນ ໂຕະ ຕັ່ງ ອຸປະກອນໄຊ້ຕ່າງໆ ຫາຍຊາກສົບໄປໝົດ  ນີ້ບໍ ຈະໃຫ້ປະຊາຊົນຍໍມືໂມຖະນາ??

ໃຜຮັບຜິດຊອບ? ປົກຄອງບ້ານໄປໃສ? ປົກຄອງຕາແສງຫຼືເມືອງ ແລະ ກອງຫຼອນ ກອງປ້ອງກັນ

ຄວາມສະຫົງບໄປໃສໝົດ?

__________________
Anonymous

Date:

ຄັນຄົນສ່ວນຫຼາຍຄິດຄືທ່ານແຕ່ລະວັດແບ່ງເງິນກິນທານຈໍານວນໜ້ອຍໜຶ່ງເພື່ອນໍາໄປພັດທະນາໂຮງຮຽນ ບ້ານໃຜບ້ານມັນ ບໍ່ແມ່ນຈະລໍຖ້າແຕ່ລັດທະບານ ປ້ານນີ້ບ້ານໃດທີ່ມີວັດງາມໆໂຮງຮຽນກະຄືຊິງາມນໍາແມ່ນບໍ່ ແລະ ວັດອາດຈະຊື້ເຄື່ອງອຸປະກອນກິລາບໍລິຈາກໃຫ້ໂຮງຮຽນບ້ານຂອງຕົນເອງເດັກນ້ອຍກະຄືຊິໄດ້ຫຼີ້ນກິລາ 

__________________
Anonymous

Date:

ເອົາໄປ ຂາຍຊື້ຍາບ້າ ລະທ່ານ ເພາະວ່າຫີວ ມານານແລ້ວ

__________________
Anonymous

Date:

Anonymous wrote:

  ຍີ່ປຸ່ນສ້າງໃຫ້ບັກງາມໆ ໂຕະຕັ່ງຄົບຊຸດ ພໍຜ່ານໄປ 1 ປີ ໂຕະຕັ່ງເປເພ ບາງສ່ວນກໍ່ຖືກລັກ ກໍ່ສະແດງ ວ່າເດັກນ້ອຍ ຫຼື ກຸ່ມຄົນທີ່ລັກແລະເຮັດໃຫ້ເປເພເຂົາເຈົ້າຄືຊິບໍ່ໄດ້ເຂົ້າວັດເນາະເພາະບໍ່ຢ້ານບາບມັນເລີຍລັກ ມາເບິ່ງກັບກັນ ວ່າເປັນຫຍັງເດັກນ້ອຍມັນຈິ່ງບໍ່ຢາກເຂົ້າວັດຫຼືວ່າພະເພິ່ນບໍ່ມີວິທີໃນການສອນເພື່ອໃຫ້ປະຕິບັດຕາມຄໍາສັງສອນ ຂອງພະພຸດທະເຈົ້າມັນເລີຍບໍ່ຢ້ານບາບ. ແລ້ວຈະແກ້ແບບໃດໃຫ້ເດັກນ້ອຍມັນມັກໄປວັດຮຽນຄໍາສອນຂອງພະຜູ້ເປັນເຈົ້າເພື່ອບໍ່ໃຫ້ມັນໄປເປັນຄົນ ເສເພ ກິນເຫຼົ້າກິນຢາ

__________________

Senior Member

Status: Offline
Posts: 268
Date:

Anonymous wrote:

ຄັນຄົນສ່ວນຫຼາຍຄິດຄືທ່ານແຕ່ລະວັດແບ່ງເງິນກິນທານຈໍານວນໜ້ອຍໜຶ່ງເພື່ອນໍາໄປພັດທະນາໂຮງຮຽນ ບ້ານໃຜບ້ານມັນ ບໍ່ແມ່ນຈະລໍຖ້າແຕ່ລັດທະບານ ປ້ານນີ້ບ້ານໃດທີ່ມີວັດງາມໆໂຮງຮຽນກະຄືຊິງາມນໍາແມ່ນບໍ່ ແລະ ວັດອາດຈະຊື້ເຄື່ອງອຸປະກອນກິລາບໍລິຈາກໃຫ້ໂຮງຮຽນບ້ານຂອງຕົນເອງເດັກນ້ອຍກະຄືຊິໄດ້ຫຼີ້ນກິລາ 

ການໂມທະນາສ້າງວັດເປັນການໃຫ້ທານ ໃຫ້ແລ້ວບໍ່ຫວັງຫຍັງຕອບແທນ ການບໍລິຈາກສ້າງໂຮງຮຽນເປັນການຊ່ວຍສັງຄົມ ໃຫ້ແລ້ວຈະໄດ້ຜົນຕອບແທນຄື ລູກຫຼານມີບ່ອນຮ່ຳບ່ອນຮຽນ

ຖ້າຫາກບິແບ່ງເອົາເງິນວັດໄປສ້າງໂຮງຮຽນ ຜູ້ທີ່ໂມທະນາທານກະຄືຊິໄດ້ເອົາທູບເອົາທຽນໄປໄຫວ້ໂຮງຮຽນແຫຼະທ່ານ

ອີກຢ່າງໜື່ງການສຶກສາສົງກະຍັງມີ ຖ້າຢາກໄດ້ເງິນກິນທານມາສ້າງໂຮງຮຽນ ໃຫ້ນັກຮຽນທັງໝົດໄປບວດຊາ ແລ້ຈຶງຈະບໍ່ຈຳເປັນມາລົງທຶນເອົາເງິນປາປຸກຕຶກນັກຮຽນອີກ

__________________
Anonymous

Date:

Anonymous wrote:
Anonymous wrote:

ນີ້ຄືຄວາມຈິງຂອງສັງຄົມ. ບັນດາທ່ານ ຜູ້ທີ່ມີຄວາມຮັບຜິດຊອບຂອງການນຳ ທັງຫຼາຍຄວນສຶກສາ

ບັນຫານີ້ໄຫ້ລະອຽດ ແລ້ວເກັບກຳຄວາມຄິດ ຄວາມເຫັນທີ່ແທ້ຈິງຂອງປະຊາຊົນ ແລ້ວຄິດແກ້ໄຂໃນ

ແນວທາງທີ່ສອດຄ່ອງ. ຄວນຈຳແນກ ສາດສະໜາ ແລະ ການເມືອງ, ປະຊາຊົນ ແລະ ລັດຖະ

ບານໃຫ້ດີໆ.  ສາດສະໜາເປັນສິ່ງຊະກະຣະບູຊາ ແຫ່ງຄວາມເຊື່ອຖື ຂອງມະນຸດ ອາດຈະເຊື່ອຖືໃນຮູບແບບ

ການໃດກໍແລ້ວແຕ່. ຖ້າເຫຼື້ອມໃສທາງສາດສະໜາ ກໍຄືເຫຼື້ອມໃສ ໃຈສະທາ ສຶກສາສິນທຳປະຈຳໃຈ

ພ້ອມທັງເປັນສິຣິມຸງຄຸນແກ່ປະເທດຊາດອີກ ເຊິ່ງແມ່ນນຶ່ງ ທີ່ເປັນເອກະຣັກຂອງຊາດ  ເຊ່ນ ຕົວຢ່າງ

ເມືອງມໍລະດົກໂລກ ຫຼວງພຣະບາງ ທຸກວັນນີ້. ສ່ວນເລື້ອງໂຮງຮຽນ ຫຼືໂຮງໝໍ ເປັນພາກສ່ວນສຶກສາ

ຮ່ຳຮຽນ ເອົາຄວາມຮູ້ຄວາມສະຫຼາດ ເພາະປະເທດຊາດ ຕ້ອງການຄົນທີ່ມີຄວາມຮູ້ ຄວາມສະຫຼາດມາ

ພັດທະນາຊາດ ຊາດກໍຈະ ຈະເລີນໄດ້ ເຫດສະນັ້ນ ຖ້າຕ້ອງການ ພັດທະນາ ທີ່ມີຄຸນນະພາບແທ້ຈິງ

ລັດຖະບານບານກໍຕ້ອງລົງທຶນພັດທະນາ ຊັບພະຍາກອນມະນຸດເສັຍກ່ອນ ກ່ອນອຶ່ນໝົດ. ທຶນພັດທະ

ນາ ຊັບພະຍາກອນມະນຸດ ບໍ່ຂື້ນກັບຄວາມພໍໃຈໂມທະນາຂອງປະຊາຊົນ  ແຕ່ກົງກັນຂ້າມຊີວິດຂອງ

ປະຊາຊົນ ຂື້ນກັບການພັດທະນາຊາດທີ່ລັດຖະບານຕ້ອງໄດ້ເອົາໃຈໃສ່ ບໍ່ໝາຍຄວາມວ່າ ປະຊາຊົນ

ຈະອີ່ມໜຳສຳລານໄດ້ ໃນເມື່ອທຸກໆຄົນຕ້ອງໄປກິນເຂົ້າຢູ່ວັດນຳພຣະສົງ. ວິທີການແບບອຶ່ນທີ່ຈະ

ອາໃສທຶນຈາກ ປະຊາຊົນ ສຳລັບ ຂພຈ ແມ່ນການກົດຂີ່ ຂູດຮີດ ປະຊາຊົນ ໄປແລ້ວ.

ຢູ່ເຂດຊົນນະບົດ ສັງເກດ ໂຮງຮຽນຕ່າງໆ ທີ່ລັດຖະບານຂອງຢີ່ປຸ່ນຊ່ວຍເຫຼືອ ເປີດໃຊ້ໄດ້ພຽງ1ປີ

ຈາກນັ້ນ ໂຕະ ຕັ່ງ ອຸປະກອນໄຊ້ຕ່າງໆ ຫາຍຊາກສົບໄປໝົດ  ນີ້ບໍ ຈະໃຫ້ປະຊາຊົນຍໍມືໂມຖະນາ??

ໃຜຮັບຜິດຊອບ? ປົກຄອງບ້ານໄປໃສ? ປົກຄອງຕາແສງຫຼືເມືອງ ແລະ ກອງຫຼອນ ກອງປ້ອງກັນ

ຄວາມສະຫົງບໄປໃສໝົດ?

  ຍີ່ປຸ່ນສ້າງໃຫ້ບັກງາມໆ ໂຕະຕັ່ງຄົບຊຸດ ພໍຜ່ານໄປ 1 ປີ ໂຕະຕັ່ງເປເພ ບາງສ່ວນກໍ່ຖືກລັກ ກໍ່ສະແດງ ວ່າເດັກນ້ອຍ ຫຼື ກຸ່ມຄົນທີ່ລັກແລະເຮັດໃຫ້ເປເພເຂົາເຈົ້າຄືຊິບໍ່ໄດ້ເຂົ້າວັດເນາະເພາະບໍ່ຢ້ານບາບມັນເລີຍລັກ ມາເບິ່ງກັບກັນ ວ່າເປັນຫຍັງເດັກນ້ອຍມັນຈິ່ງບໍ່ຢາກເຂົ້າວັດຫຼືວ່າພະເພິ່ນບໍ່ມີວິທີໃນການສອນເພື່ອໃຫ້ປະຕິບັດຕາມຄໍາສັງສອນ ຂອງພະພຸດທະເຈົ້າມັນເລີຍບໍ່ຢ້ານບາບ. ແລ້ວຈະແກ້ແບບໃດໃຫ້ເດັກນ້ອຍມັນມັກໄປວັດຮຽນຄໍາສອນຂອງພະຜູ້ເປັນເຈົ້າເພື່ອບໍ່ໃຫ້ມັນໄປເປັນຄົນ ເສເພ ກິນເຫຼົ້າກິນຢາ

 ເທົ່າທີ່ເຫັນຢູ່ໃນບັນດາປະເທດຈະເລີນນໍ ບັນຫາລອບລັກ ຄະໂມຍນ້ອຍໃຫ່ຍ ທັງຫຼາຍນີ້ ນັບແຕ່ຕັ່ງ

ນັ່ງຂອງສ່ວນລວມ ຈົນເຖີງ ຂັ້ນກິນເງີນລັດຖະບານແມ່ນພາກສ່ວນອຳນາດການປົກຄອງ ເຈົ້າໜ້າທີ່ ທັງຫຼາຍ ນຳຕົວສົ່ງຕໍ່ໃຫ້ຂັ້ນເທີງຕັດສິນລົງໂທດໄປຕາມກໍລະນີໜັກເບົາ ເຂົາກໍບໍ່ໄດ້ຖາມໃດ໋ ວ່າພຣະສົງຢູ່ວັດບໍ່ໄດ້ສັ່ງສອນບໍ ຫຼື ຖາມຜູ້ກ່ຽວ ວ່າບໍ່ໄດ້ເຂົ້າວັດບໍ ແລະເປັນຫັຍງບໍ່ຢ້ານບາບ? ຄິດວ່າ ຄົງບໍ່ມີສາດສະໜາໃດດອກໃນໂລກນີ້ ສັ່ງສອນມະນຸດໃຫ້ໄປລອບລັກ. ເລື້ອງນີ້ບໍ່ກ່ຽວແລ້ວກັບສາດສໜາ ມັນເປັນເລື້ອງສ່ວນຕົວຂອງ

ບຸກຄົນ ຈະຂັບລົດລ່ວງໄຟແດງກໍສຸດແລ້ວ ສ່ວນບາບກຳ ກໍຄື ໂຊກດີກໍຖືກຕຳລວດປັບໃໝ ຖ້າ

ໂຊກຮ້າຍກໍຕຳກັນຕາຍເອງແລ້ວແຕ່ໂຍມເດີ

__________________
Anonymous

Date:

You are christiane, you don't know and don't understand any things. i know people posted about these. just only christiane people only, the buddhisim people they don't do like this. what you want to do christiane.

 ຂ້ອຍບໍ່ກໍ່ພຸດຄືກັນນີ້ລະແຕ່ຂ້ອຍຢາກໃຫ້ປັບວິທີການສອນທໍາມະໜ້ອຍໜຶ່ງເພື່ອໃຫ້ມັນແທດເໝາະກໍາສະພາບ ສັງຄົມປະຈຸບັນ ຄືເຮັດໃຫ້ໂຮງຮຽນກັບວັດມີຄວາມໄກ້ຊິດກັນເພາະເມື່ອກ່ອນຮຽນໜັງສືກະຮຽນຢູ່ວັດແຕ່ດຽວນີ້ຮູ້ສຶກວ່າມັນ ຈະຍັບອອກຈາກກັນເນື້ອງຈາກມັນບໍ່ມີຈິດຈະກໍາຮ່ວມກັນ ເດັກນ້ອຍດຽວນີ້ມັນກໍ່ບໍ່ຢາກເຂົ້າວັດມັນອ້າງວ່າບໍ່ມີເວລາວ່າຊັນ ຄັນເດັກນ້ອຍຢູ່ໃນຊົນນະບົດໄຄແດ່. ຂ້ອຍເຫັນຢູ່ວຽງມີພະອົງໜຶ່ງຊື່ ພະອາຈານຈ່ອຍ ເພິ່ນຈະລົງໄປເວົ້າຢູ່ແຕ່ລະໂຮງຮຽນເລີຍ ແຕ່ບໍ່ແມ່ນເພິ່ນໄປເທດຄືຢູ່ວັດ ເພິ່ນຈະລົງໄປເວົ້າຕາມຄວາມເປັນຈິ່ງຂອງສັງຄົມແລ້ວແຝງທໍາມະເຂົ້າໄປນໍາ ມີ ເວລາເວົ້າຕະຫຼົກ ເຮຮາໄປພ້ອມ ແລ້ວເພິ່ນຈະແຈກປື້ມທີ່ເພິ່ນເປັນຄົນແຕ່ງໃຫ້ພ້ອມ. ຫຼືເປັນເພາະເພິ່ນເປັນຄົນມີຄວາມຮູ້ບໍ່ຈັກເພິ່ນຈິ່ງສາມາດເຮັດໄດ້ເພາະເພິ່ນຈົບປະຣິນຍາໂທ ຝ່າຍສົງມາສາມາດໃຊ້ຄອມພິວເຕີໄດ້ຄອງຄຽວ. ຂ້ອຍຄິດວ່າຖ້າເຮັດໄດ້ຄືເພິ່ນໃນການເຜີຍແຜ່ສາດສະໜ້າ ຈະມີຄວາມກ່າວໜ້າກວ່າຢູ່ແຕ່ວັດແລ້ວໃຫ້ອອກຕົນຍານໂຍມໄປຫາ

__________________
Anonymous

Date:

ຖ້າ ຂຈ ເຂົ້າໃຈ ບໍ່ຜິດ ຢູ່ຕ່າງປະເທດ ກິດຈະກຳທາງສາດສະໜາ ແມ່ນ ເກຶອບວ່າ ເປັນ ວຽກທຸລະກິດ ໄປໝົດ.

ໃນເຄສຂອງລາວນັ້ນ ເປັນຫຍັງ ຮ.ຮ ສ້າງໃຫ້ແລ້ວບໍ່ຮັກສາ ນັ້ນ ຍ້ອນລະດັບ ແນວຄິດຈິດໃຈ ຍັງບໍ່ມີການພັດທະນາ ເທົ່າທີ່ຄວນ.

ດີແລ້ວ ເອົາວັດ ເຮັດ ຮ.ຮ ເລີຍ

__________________
Anonymous

Date:

ຂ້ອຍບໍ່ມີເຈດຕະນາທີ່ຈະທໍາສາຍສາດສະໜາພຸດເດີເພາະຂ້ອຍກໍ່ຖີພຸດຄືກັນ ຂໍຕໍານິແນວນີ້ເນື້ອງຈາກພະບານເຮົາສ່ວນຫຼາຍແລ້ວຍັງບໍ່ມີຄວາມຮູ້ເທົ່າທີ່ຄວນໃນການຈະສິດສອນອອກຕົນ ຍາດໂຍມເຊັ່ນ: ຂ້ອຍເຄີຍໄປຫຼາຍວັດແລ້ວໃຫ້ຄູບາແປຄໍາເທດເປັນພາສາລາວໃຫ້ຟັງແຕ່ພະສ່ວນຫຼາຍແລ້ວແປບໍ່ໄດ້ ແລ້ວຈະໃຫ້ຄົນທົ່າໄປຮູ້ໄດ້ແນວໃດວ່າຄໍາເທດຕ້ອງການສື່ເຖິ່ງຫຍັງ. ພະບາງຮູບກໍ່ພາກັນຊື້ຮອດເລກ ແຖມເຮັດເປັນຜູ້ຮູ້ດີບອກເລກອີກ ສະແດງວ່າຕັດກິເຫຼດຍັງບໍ່ຂາດແລ້ວຈະມີແນວຄິດໃນການພັດທະນາໄດ້ແນວໃດ.

__________________
Anonymous

Date:

konlaoderm wrote:

ຜິດລະເດີທ່ານ ວັນເປັນສິ່ງຍຶດໜຽວຈິດໃຈຂອງປະຊາຊົນ ເປັນສັດທາຂອງປະຊາຊົນເປັນຜູ້ສ້າງຂື້ນມາ ເປົ້າໝາຍເພື່ອທະນຸບຳລຸງພຸດທະສາສະໜາ ແຕ່ ໂຮງຮຽນເປັນບ່ອນເສີມປັນຍາຄວາມຮູ້ ງົບປະມານສ້າງ ມາຈາກເງິນພາສີຂອງປະຊາຊົນ ແລະ ເງິນ ຄ່າທຳນຽມເຂົ້າຮຽນຂອງປະຊາຊົນ ແລະ ສ່ວນໜື່ງອາດມາຈາກການບໍລິຈາກຂອງຜູ້ຮັ່ງຜູ້ມີທັງຫຼາຍ ແຕ່ທ່ານຢາກໃຫ້ເອົາເງິນທີ່ເຂົານົບໃສ່ຫົວ ເພື່ອອຸທິດສ້າງ ສະຖາວັດຖຸມາສ້າງເປັນໂຮງຮຽນ ມັນຊິຖືກບໍ ແລະ ຖ້າເຮັດແນວນັ້ນໄດ້ແທ້ ລັດກະຄືຊິບໍ່ມີງົບປະມານອອກມາສ້າງໂຮງຮຽນແຫຼະເນາະ ໃຫ້ວັດເຮັດເປັນຊອງແບບຊອງຜ້າປ່າ ແລ້ວ ເອົາໄປແຈກຢາຍເພື່ອເອົາເງິນມາສ້າງໂຮງຮຽນ
ດີໆໆໆໆໆໆ

 ຫຼວງຕາບົວຢູ່ປະເທດໄທ ກ່ອນຕາຍໄດ້ຂຽນພິນາຍກໍາເພື່ອນໍາຄໍາຈໍານວນ 12 T ແລະ ເງິນສົດໃນບັນຊີຈໍານວນໜຶ່ງເພື່ອນໍາໄປເຂົ້າຄັງເງິນແຫ່ງຊາດ ໃນກໍລະນີນີ້ຢາກຖາມທ່ານວ່າຜູ້ທີ່ທານໄປຈະໄດ້ ບຸນຫຼືບໍ່ ແລະ ອີກຄໍາຖາມນຶ່ງຖ້າຄູ່ບາຢູ່ວັດນັ້ນມີແນວຄິດທີ່ຈະນໍາເງິນຈໍານວນໃດນຶ່ງ ທີ່ອອກຕົນຍານໂຍມມາທານແບ່ງໄປສ້າງໂຮງຮຽນພາຍໃນບ້ານແດ່ ຈະບາບບໍ່ ຫຼື ຈະສ້າງແຕ່ວັດສ່ວນລູກຫຼາຍໂຮງຮຽນຊິເຂົ້າລໍຖ້າລັດຖະບານມາສ້າງໃຫ້ ,ສ້າງແຕ່ວັດເພື່ອຂໍ້ພອນເອົາໄວ້ເກີດຊາດໜ້າຈະຮັ່ງມີ

__________________

Senior Member

Status: Offline
Posts: 239
Date:

ແລະທ່ານທີ່ວ່ານີ້ ເຄີຍລອງຖາມບໍວ່າຄັງເງີນໃນວັດແທ້ໆນັ້ນມັນມີເງີນຈັກລ້ານພໍຊິໄປສ້າງໂຮງຮຽນໄດ້ແດ່

ແລະທາງໂຮງຮຽນ ແລະ ທາງອຳນາດການປົກຄອງເຄີຍໄປປຶກສາຫາລືນຳຍາທ່ານຢູ່ວັດຢູ່ບໍເລື່ອງນີ້ ຫຼື ມີແຕ່ຈົ່ມຢູ່ລ້າໆບໍ

ໄປເບີ່ງແດ່ຍາທ່ານງອນ ດຳລົງບຸນ ຢູ່ແຂວງສະຫວັນນະເຂດນະ ເພີ່ນພາສ້າງ ໂຮງໝໍ ໂຮງຮຽນ ຕັ້ງຫຼາຍໆບ່ອນກະບໍ່ມີໃຜເວົ້າເຖິງ

ແຕ່ບ່ອນທີ່ເພີ່ນໄປເຮັດແຕ່ລະບ່ອນນັ້ນຕ້ອງມີຄົນໃນຊຸມຊົນ ໃນພື້ນທີ່ນັ້ນໆ ໄປປືກສາຫາລື ໃຫ້ການສະໜັບໜຸນ ແລະໃຫ້ການຮ່ວມມື ທຸກດ້ານ ບໍ່ວ່າທາງດ້ານວັດຖຸ ແລະ ຈິດໃຈ

ເປັນຫຍັງທາງພາກອຳນາດການປົກຄອງບ້ານເຮັດແລ້ວເຂົາບໍ່ຢາກບໍລິຈາກນຳນະ ຍ້ອນຫຍັງຮູ້ບໍ? ຂຈພ ຄິດວ່າ ຍ້ອນຂາດສິນ ຂາດທັມ ນັ້ນແຫຼະ ພໍໃຫ້ຖືເງີນລວມກະເອົາເງີນລວມໄປໃຊ້ສ່ວນຕົວ

ຖ້າວ່າເຂດໃດຂາດເຂີນແທ້ໆລອງໄປປືກສາຍາທ່ານຕາມທີ່ຢູ່ໃກ້ໆເດີ ຖ້າວ່າທາງພາກສ່ວນບໍ່ເຮັດໃຫ້ແທ້ໆນັ້ນ

__________________

ສາມັນຊົນ

Anonymous

Date:

ຂ້ອຍບໍ່ກໍ່ພຸດຄືກັນນີ້ລະແຕ່ຂ້ອຍຢາກໃຫ້ປັບວິທີການສອນທໍາມະໜ້ອຍໜຶ່ງເພື່ອໃຫ້ມັນແທດເໝາະກໍາສະພາບ ສັງຄົມປະຈຸບັນ ຄືເຮັດໃຫ້ໂຮງຮຽນກັບວັດມີຄວາມໄກ້ຊິດກັນເພາະເມື່ອກ່ອນຮຽນໜັງສືກະຮຽນຢູ່ວັດແຕ່ດຽວນີ້ຮູ້ສຶກວ່າມັນ ຈະຍັບອອກຈາກກັນເນື້ອງຈາກມັນບໍ່ມີຈິດຈະກໍາຮ່ວມກັນ ເດັກນ້ອຍດຽວນີ້ມັນກໍ່ບໍ່ຢາກເຂົ້າວັດມັນອ້າງວ່າບໍ່ມີເວລາວ່າຊັນ ຄັນເດັກນ້ອຍຢູ່ໃນຊົນນະບົດໄຄແດ່. ຂ້ອຍເຫັນຢູ່ວຽງມີພະອົງໜຶ່ງຊື່ ພະອາຈານຈ່ອຍ ເພິ່ນຈະລົງໄປເວົ້າຢູ່ແຕ່ລະໂຮງຮຽນເລີຍ ແຕ່ບໍ່ແມ່ນເພິ່ນໄປເທດຄືຢູ່ວັດ ເພິ່ນຈະລົງໄປເວົ້າຕາມຄວາມເປັນຈິ່ງຂອງສັງຄົມແລ້ວແຝງທໍາມະເຂົ້າໄປນໍາ ມີ ເວລາເວົ້າຕະຫຼົກ ເຮຮາໄປພ້ອມ ແລ້ວເພິ່ນຈະແຈກປື້ມທີ່ເພິ່ນເປັນຄົນແຕ່ງໃຫ້ພ້ອມ. ຫຼືເປັນເພາະເພິ່ນເປັນຄົນມີຄວາມຮູ້ບໍ່ຈັກເພິ່ນຈິ່ງສາມາດເຮັດໄດ້ເພາະເພິ່ນຈົບປະຣິນຍາໂທ ຝ່າຍສົງມາສາມາດໃຊ້ຄອມພິວເຕີໄດ້ຄອງຄຽວ. ຂ້ອຍຄິດວ່າຖ້າເຮັດໄດ້ຄືເພິ່ນໃນການເຜີຍແຜ່ສາດສະໜ້າ ຈະມີຄວາມກ່າວໜ້າກວ່າຢູ່ແຕ່ວັດແລ້ວໃຫ້ອອກຕົນຍານໂຍມໄປຫາ

ທີ່ທ່ານເວົ້າຖິງພະອາຈານຈ່ອຍ ທ່ານໝາຍຖີງພະອາຈານຈ່ອຍ ສຸກສະຫວັດດີ ຫວ່າ ຕອນນີ້ເພີ່ນຢູ່ອາເມລິກາ ແມ່ນບໍ່ 

__________________

Senior Member

Status: Offline
Posts: 239
Date:

ເລື່ອງນີ້ມັນກະຄວນປັບປຸງຫຼັກສູດການຮຽນພຸ້ນໃດ ຂພຈ ວ່າ ກະລອງສະເໜີໄປທາງພາກສ່ວນທີ່ກ່ຽວຂ້ອງເບີ່ງດູລະ

ຊິໃຫ້ເວລາໃນການຮຽນ-ການສອນກັບວິຊາກ່ຽວສີລທັມຈັກຊົ່ວໂມງໃນພາຍໃນອາທິດນັ້ນໆ ແລະ ຄວນໃຫ້ພຣະມາເທດຈັກຄັ້ງໃນເດືອນນັ້ນໆ

ມັນກະຂື້ນກັບຜູ້ບໍລິຫານພາກສ່ວນທີ່ກ່ຽວຂ້ອງຄືກັນ ຂພຈວ່າ ແຕ່ພາກສ່ວນທີ່ກ່ຽວຂ້ອງເຄີຍຄຶດເຫັນບໍບັນຫານີ້ ຖ້າໄປວ່າແຕ່ພຣະບໍ່ໄປຫາກະບໍ່ເປັນ

ເລື່ອງບຸກຄະລາກອນຂອງສົງກໍ່ສຳຄັນເຮົາຢາກຮູ້ວ່າເພີນມີຫຼືບໍ່ນັ້ນກະໃຫ້ໄປລອງຖາມພາກສ່ວນຂອງເພີ່ນແດ່

ຜູ້ທີ່ມີຄວາມຮູ້ຫຼາຍໆຄືພຣະອາຈານຈ່ອຍ ຫຼື ອາດບໍ່ຮູ້ເທົ່າພຣະອາຈານຈ່ອຍ ແຕ່ກໍ່ອາດພໍໄດ້ກະມີໃດ

ຕົວຢ່າງຢູ່ແຂວງສະຫວັນນະເຂດນະເຫັນເພີ່ນໄປຫາເຜີຍແຜ່ຫຼາຍໆອົງຢູ່ໃດ ແຕ່ທາງສະຖານທີ່ຊິລົງໄປນັ້ນມີເວລາແບ່ງໃຫ້ເພີ່ນບໍລະ

__________________

ສາມັນຊົນ

ສາຍເຊລຳເພົາ

Date:

thone wrote:

ແລະທ່ານທີ່ວ່ານີ້ ເຄີຍລອງຖາມບໍວ່າຄັງເງີນໃນວັດແທ້ໆນັ້ນມັນມີເງີນຈັກລ້ານພໍຊິໄປສ້າງໂຮງຮຽນໄດ້ແດ່

ແລະທາງໂຮງຮຽນ ແລະ ທາງອຳນາດການປົກຄອງເຄີຍໄປປຶກສາຫາລືນຳຍາທ່ານຢູ່ວັດຢູ່ບໍເລື່ອງນີ້ ຫຼື ມີແຕ່ຈົ່ມຢູ່ລ້າໆບໍ

ໄປເບີ່ງແດ່ຍາທ່ານງອນ ດຳລົງບຸນ ຢູ່ແຂວງສະຫວັນນະເຂດນະ ເພີ່ນພາສ້າງ ໂຮງໝໍ ໂຮງຮຽນ ຕັ້ງຫຼາຍໆບ່ອນກະບໍ່ມີໃຜເວົ້າເຖິງ

ແຕ່ບ່ອນທີ່ເພີ່ນໄປເຮັດແຕ່ລະບ່ອນນັ້ນຕ້ອງມີຄົນໃນຊຸມຊົນ ໃນພື້ນທີ່ນັ້ນໆ ໄປປືກສາຫາລື ໃຫ້ການສະໜັບໜຸນ ແລະໃຫ້ການຮ່ວມມື ທຸກດ້ານ ບໍ່ວ່າທາງດ້ານວັດຖຸ ແລະ ຈິດໃຈ

ເປັນຫຍັງທາງພາກອຳນາດການປົກຄອງບ້ານເຮັດແລ້ວເຂົາບໍ່ຢາກບໍລິຈາກນຳນະ ຍ້ອນຫຍັງຮູ້ບໍ? ຂຈພ ຄິດວ່າ ຍ້ອນຂາດສິນ ຂາດທັມ ນັ້ນແຫຼະ ພໍໃຫ້ຖືເງີນລວມກະເອົາເງີນລວມໄປໃຊ້ສ່ວນຕົວ

ຖ້າວ່າເຂດໃດຂາດເຂີນແທ້ໆລອງໄປປືກສາຍາທ່ານຕາມທີ່ຢູ່ໃກ້ໆເດີ ຖ້າວ່າທາງພາກສ່ວນບໍ່ເຮັດໃຫ້ແທ້ໆນັ້ນ

 ນີ້ຄືການເວົ້າຄວາມຈິງ ຊົມເຊີຍ- 

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard