Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: Shocking ! ລາວ ເກືອບແພ້ ໃຫ້ ບລູໄນ 10 ຄົນ
Anonymous

Date:
Shocking ! ລາວ ເກືອບແພ້ ໃຫ້ ບລູໄນ 10 ຄົນ


ທີມຊາດລາວ ທີ່ເຄີຍເຂົ້າຮອບ 4 ທີມສຸດທ້າຍໃນຊີເກມ ປີ 2009 

ມາມື້ນີ້ ເກືອບເສຍ ສາມຄະແນນ ໃຫ້ທີມຊາດ ບລູໄນ

ດີທີ່ແກ້ໜ້າໄວ້ໄດ້

ເບິດເວລາ ລາວ ສະເໝີກັບ ບລູໄນ ໄປ 2:2

furious



__________________
Anonymous

Date:

ອ່ານເກມແລ້ວລາວຕົກຮອບ ແນ່ນອນ  ບໍ່ໄປເຖີງໃສດອກ  ຍັງ ຕີມໍ ຟິລິບປິນ ແລະຫວຽດນາມ  ຖ້າບູໃນຜ່ານບໍ່ໄດ້ກະຢ່າຫວັງວ່າຈະໄດ້ເຂົ້າຮອບ  ບູໄນຖືວ່າອ່ານທີ່ສຸດໃນສາຍ. ໃນປີນີ້ລາວກະຖືວ່າ ບໍ່ໄດ້ພັດທະນາຫຍັງຫລາຍ  ສູ້ຕໍ່ໄປ ເປັນກຳລັງໃຈໃຫ້ທິມຊາດລາວ



__________________
Anonymous

Date:

ການ ທິມຊາດລາວ ເລ່ນບານ ຖ່ອຍຫລັງ ເປັນເພາະຫຍັງ  ເປັນເພາະຄົນລາວເຮົາໂຕນ້ອຍ ແລ່ນບໍ່ທັນ ປະເທດອື່ນເຂົາໂຕໃຫຍ່ກວ່າ ຫລືວ່າ ອາຫານບໍ່ພຽງພໍ ຫລືວ່າ ປະສົບການມີນ້ອຍ  ຫລືວ່າ ຫຍັງ ຂີ້ຄານ ຝືກ ໂຄດບໍ່ມີແນວທາງແກ້ໄຂ  ບໍ. ຊ້ວງສີ່ເກມ ຄືວ່າ ໂປຣໂມດ ຢ່າງຄືກຄັກແຕ່ກະເຂົ້າໄດ້ພຽງສີ່ທິມສຸດທ້າຍ ຫນື່ງໃນສາມບໍ່ເຄີຍໄດ້   ໃນວົງການລູກຫນັງລາວ ໄດ້ມີການຕ້ອງຕິ ກັນບໍ ຫລືວ່າ ເປັນແຕ່ຍ້ອງຢ່າງດຽວ

 

ສູ້ຕໍ່ໄປ ເປັນກຳລັງໃຈໃຫ້



__________________
Anonymous

Date:

 

ເທື່ອກ່ອນນີ້ ລາວ ແພ້ໃຫ້ ພະມ້າ ໂຄສລາວ ເວົ້າວ່າ ເປັນຍ້ອນຝົນຕົກ ເຮັດໃຫ້ນັກກິລາ ແລ່ນບໍ່ໄດ້ເຕັມທີ່ ແລະ ສົ່ງບ້ານບໍ່ໄດ້ຕາມແຜນ

ມື້ນີ້ ລາວ ເຕະ ກັບ ບລູໄນ ອາກາດສົດໃສ ບໍ່ມີຝົນຕົກ ບໍ່ຮູ້ວ່າ ເພິ່ນຊິອອກມາແກ້ຂ່າວແນວໃດອີກ no

ນັດຕໍ່ໆໄປ ລາວຕ້ອງຊະນະໃຫ້ໄດ້ໜົດ ຈຶ່ງຈະໄດ້ເຂົ້າຮອບ

ມັນກະສິເປັນໄປໄດ້ຢູ່ຫວານີ້ confuse



__________________
Anonymous

Date:

ໂຄດລາວຄືຊິບໍ່ວ່າຕິເກັບປະສົບໄວ້ກ່ອນນະ ເມື່ອຍຟັງລະຄຳນີ້ ຜ່ານມາປະສົບການເອົາໄປໄວ້ໃສຫມົດບໍ່ເຫັນເອົາມາໃຊ້ຈັກເທື່ອ ຂະໜາດວ່າ ເຕະ2ນັດ ຄົນໄດ້ປຽບໝົດ2ນັດກະຍັງຊະນະກະເຈົ້າບໍ່ໄດ້ ອ່ອນຊ້ອມຫລາຍno



__________________


Veteran Member

Status: Offline
Posts: 26
Date:

ເອົາຊະນະບຣູໄນບໍ່ໄດ້ກະກຽມກັບບ້ານເທົ່ານັ້ນແຫຼະ ສາຍທີ່ທີມຊາດລາວເຮົາຢູ່ຖືວ່າເປັນສາຍທີ່ອ່ອນຫຼາຍເມຶ່ອທຽບກັບອີກສາຍໜຶ່ງ
ສົງໃສວ່າທີມຊາດລາວຈະເອົາຊະນະໄດ້ພຽງແຕ່ຕີມໍ ເພາະວ່າ ອີກສອງທີມທີ່ເຫຼຶອມີແຕ່ທີມທີ່ມາດຕະຖານການຫຼິ້ນດີກວ່າທີມຊາດລາວເຮົາ

ຜົນການແຂ່ງຂັນທີ່ຂ້າພະເຈົ້າຢາກໃຫ້ເປັນອີງຕາມຄວາມສາມາດຂອງນັກກິລາລາວເຮົາຄື
ລາວ ສະເໝີ ມຽນມາ
ລາວ ຊະນະ ບຣູໄນ
ລາວ ຊະນະ ຕີມໍ
ລາວ ສະເໝີ ຟີລິບປິນ (ພໍສູ້ໄດ້)
ລາວ ເສຍ ຫວຽດນາມ (ອັນນີ້ຄິດວ່າຕ້ານບໍ່ໄຫວແນ່ນອນ)

ທັງໝົດໄດ້ 8 ຄະແນນ ຄິດວ່າພຽງພໍໃນການເຂົ້າຮອບ 2

__________________
Anonymous

Date:

Sc0us3r wrote:

ເອົາຊະນະບຣູໄນບໍ່ໄດ້ກະກຽມກັບບ້ານເທົ່ານັ້ນແຫຼະ ສາຍທີ່ທີມຊາດລາວເຮົາຢູ່ຖືວ່າເປັນສາຍທີ່ອ່ອນຫຼາຍເມຶ່ອທຽບກັບອີກສາຍໜຶ່ງ
ສົງໃສວ່າທີມຊາດລາວຈະເອົາຊະນະໄດ້ພຽງແຕ່ຕີມໍ ເພາະວ່າ ອີກສອງທີມທີ່ເຫຼຶອມີແຕ່ທີມທີ່ມາດຕະຖານການຫຼິ້ນດີກວ່າທີມຊາດລາວເຮົາ

ຜົນການແຂ່ງຂັນທີ່ຂ້າພະເຈົ້າຢາກໃຫ້ເປັນອີງຕາມຄວາມສາມາດຂອງນັກກິລາລາວເຮົາຄື
ລາວ ສະເໝີ ມຽນມາ
ລາວ ຊະນະ ບຣູໄນ
ລາວ ຊະນະ ຕີມໍ
ລາວ ສະເໝີ ຟີລິບປິນ (ພໍສູ້ໄດ້)
ລາວ ເສຍ ຫວຽດນາມ (ອັນນີ້ຄິດວ່າຕ້ານບໍ່ໄຫວແນ່ນອນ)

ທັງໝົດໄດ້ 8 ຄະແນນ ຄິດວ່າພຽງພໍໃນການເຂົ້າຮອບ 2


 ເຈົ້າຄິດຜິດແລ້ວ

ຂ້ອຍເບິ່ງເຕະບານວານນີ້ ຕິມໍ ຫຼຶ້ນໄດ້ດີຫຼາຍ

ເຂົ້າເຈົ້າໃຊ້ ໂຄສ ໍຊາວ ບລາສຊິວ ມາສອນ

ແຖມນັກເຕະສ່ວນຫຼາຍມາຈາກ ອົດສະຕາລີ ແລະ ຢູໂຣບ

ຕອນນີ້ ຕິມໍ ເປັນທີ່ ຫນຶ່ງໃນສາຍຢູ່ 



__________________
Anonymous

Date:

Anonymous wrote:

ທີມຊາດລາວ ທີ່ເຄີຍເຂົ້າຮອບ 4 ທີມສຸດທ້າຍໃນຊີເກມ ປີ 2009 

ມາມື້ນີ້ ເກືອບເສຍ ສາມຄະແນນ ໃຫ້ທີມຊາດ ບລູໄນ

ດີທີ່ແກ້ໜ້າໄວ້ໄດ້

ເບິດເວລາ ລາວ ສະເໝີກັບ ບລູໄນ ໄປ 2:2

furious


 ເວັ້າພາສາລາວໃຫ້ມັນເປັນແດ່ !

 

ແພ້ ກັບ ຊະນະ ຍັງແຍກບໍ່ອອກ

ຫຼືທໍາທ່ານິຍົມໄທ ?

ພາສາລາວມີເປັນຫຍັງບໍ່ໃຊ້ !?

 

ເຈົ້່າແຕ່ໃສ? ຮຽນຮອດຫ້ອງໃດ !!?

ຄືເປັນຕາ.... ສັ່ງສອນແທ້ !



__________________
Anonymous

Date:

ວັ້າພາສາລາວໃຫ້ມັນເປັນແດ່ !

 

ແພ້ ກັບ ຊະນະ ຍັງແຍກບໍ່ອອກ

ຫຼືທໍາທ່ານິຍົມໄທ ?

ພາສາລາວມີເປັນຫຍັງບໍ່ໃຊ້ !?

________________

ໂອຍອາວເອີຍຂ້ອຍມີແຮງນຳເຈົ້າເດຂອຍເຫັນເຈົ້າຂອງກະທູ້ນີ້ຂຽນ

ຂ້ອຍຮອດບໍ່ຢາກອ່ານແລ້ວໃນຫົວຂໍ້ຫັ້ນນາ ຈັກອັງກິດຈັກໄທຈັກລາວ

ໂອຍຄົນສຶກສາສຸງແຕ່ບໍ່ປັບປູງໂຕເອງນີ້ກະຍາກຊິເອົາໂຕລອດ

 

ຢ່າວ່າໄດບໍ່ຢາກອ່ານກະບໍ່ຕ້ອງອ່ານ ເພາະເຈົ້າຂຽນໃຫ້ຄົນອ່ານເດີຫຳເດີ

ເຈົ້າຄວນຮູ້ພາສາລາວຖ້າເຈົາເປັນລາວ



__________________
Anonymous

Date:

ພວກງົວລືມຕີນ ບໍ່ຮູ້ຮອດພາສາຂອງໂຕເອງ  ແລ່ນນຳພາສາໄທ!!!! ຈື່ໃວ້ພາສາພໍ່ແມ່ສັ່ງສອນມາ:

ແພ້  ແປວ່າ ຊະນະ

ບໍ່ແພ້ = ບໍ່ຊະນະ

ພ່າຍແພ້ = ເສັຽ = ບໍ່ແພ້

 

ຈໍາໃສ່ກະໂຫລກໃວ້



__________________
Anonymous

Date:

ທີມຊາດລາວ ທີ່ເຄີຍເຂົ້າຮອບ 4 ທີມສຸດທ້າຍໃນຊີເກມ ປີ 2009

ມາມື້ນີ້ ເກືອບເສຍ ສາມຄະແນນ ໃຫ້ທີມຊາດ ບລູໄນ

ດີທີ່ແກ້ໜ້າໄວ້ໄດ້

ເບິດເວລາ ລາວ ສະເໝີກັບ ບລູໄນ ໄປ 2:2

_____________________________

 

ເບິດ= ແມ່ນພາສາຕະຫລາດເດັກນ້ອຍລົມກັນຖ້າພາສາຂຽນ

ແມ່ນຂຽນວ່າ ໝົດ ຄືມາອ່ອນພາສາລາວແທ້ຫັດອ່ານແດ່ໜັງສື

ຫັ້ນນາເຂົາຂຽນເຂົາວ່າກັນແນວໃດ



__________________


Veteran Member

Status: Offline
Posts: 40
Date:

ຄິດພາບໄວ້ກ່ອນແລ້ວ ວ່າ ສປປລາວ ຊິຍ່ອງ ບຣູໄນ ປະມານ 3-0
ສຸດທ້າຍສະເໝີ 2-2 ແຖມເຂົາຍັງຕໍ່ໃຫ້ອີກຄົນໜຶ່ງ
ໂອ້ຍ....ຮູ້ສຶກຜິດຫວັງຫຼາຍ, ສປປລາວ ຫນ້າຈະເຮັດໄດ້ດີກວ່ານີ້

__________________

ເດັກວັດ

Anonymous

Date:

the beautyful game as its called. it dosn't matter about :size shape and race. the matter is play with your heart and your head.  80% of foot ball is play with you head and team work.if you loose your head no conection with your team mate you will get trash.

su  su su lao foot ball ! look for tomorow  forget about today! su



__________________
Anonymous

Date:

ຫມໍຜູ້ຕັ້ງຫົວຂໍ້  ມຶງເວົ້າພາສາໃຫ້ຖືກແດ່  ແພ້  ພາສາລາວແມ່ນຊນະຮູ້ໃວ້ ບັກຫຶກ!!!



__________________


Senior Member

Status: Offline
Posts: 239
Date:

ເປັນຫຍັງຄົນລາວ(ພວກທີ່ມັກມາອອກຄຳເຫັນໃນນີ້)ຄືເປັນຄົນແບບນີ້ ແຕ່ລະຄົນກະວ່າໂຕດີໂຕເກັ່ງ ບາດວ່າໃຊ້ສັບແຕ່ລະສັບເວົ້າກັນຂຽນກັນ ໃນແຕ່ລະຂໍ້ຄວາມ ພັດບໍ່ສຸພາບຈັກຄົນເລີຍ

ບອກກັນດີໆກະໄດ້ ຢ່າດ່າກັນຫຼາຍ ໃຜມາອ່ານກະອາຍເຂົາແດ່ ຜູ້ສອນໝູ່ນັ້ນຍິ່ງສຳຄັນໃນການໃຊ້ສັບ ຖ້າມີການສຶກສາແທ້ໆນັ້ນ ຄວນເອົາສິ່ງດີໆມາເວົ້າໃຫ້ໝູ່ຟັງເດີ

ຖ້າວ່າຮັກປະເທດຊາດ ຮັກພາສາລາວ ກະເວົ້າກັນດີໆແດ່

__________________

ສາມັນຊົນ

Anonymous

Date:

Anonymous wrote:

ຫມໍຜູ້ຕັ້ງຫົວຂໍ້  ມຶງເວົ້າພາສາໃຫ້ຖືກແດ່  ແພ້  ພາສາລາວແມ່ນຊນະຮູ້ໃວ້ ບັກຫຶກ!!!


 ມຶງກະຂຽນພາສາລາວໃຫ້ມັນຖືແດ່ບັກເຖົ້າ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard