Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຄ່າຟາກລົດ ເຂດໂຮງໝໍມະໂຫສົດ.
Anonymous

Date:
ຄ່າຟາກລົດ ເຂດໂຮງໝໍມະໂຫສົດ.


ຕອນເຊົ້າ ວັນ ທີ 8/10/2011 ຂ້ອຍໄປຈອດລົດຢູ່ຕໍ່ໜ້າໂຮງໝໍ ມະໂຫສົດ ຕຶກພາຍນອກຕີເບາະ ຂ້າງ ສຸກເສີນ ທາງແຄມຂອງ ມີຄົນມາຖາມເອົາເງິນຄ່າຈອດ 25000 ກີບ(ລົດໃຫຍ່), ຂ້ອຍວ່າ ຫະ ທໍ່ໃດເກາະບໍ່ແນ່ໃຈ ຊາວຫ້າພັນກີບອ້າຍ. ຂ້ອຍ ວ່າ ມັນແພງໂພດ ຂ້ອຍບໍ່ຈ່າຍ ນີ້ມັນເຂດໂຮງບໍ່ແມ່ຫວາ ຂ້ອຍເອົາຄົນເຈັບມາ  ໝໍນັບວ່າຊ່ວງບຸນວ່າຊັ້ນ, ຂ້ອຍວ່າຂ້ອຍບໍ່ຈ່າຍ ມັນແພງໂພດ ຢູ່ບຶດໜຶ່ງ ມັນກັບມາ ແລ້ວເວົ້າວ່າ ເອົາຫ້າພັນສາອ້າຍ.

ຂ້ອຍເລີຍຈ່າຍ ຫ້າພັນໃຫ້ໝໍນັ້ນໄປ ແລ້ວ ມັນກໍ່ຈີກປິ້ໃຫ້ ຂ້ອຍເບິ່ງປິ້ ບໍ່ມີ ລາຄາ ຖາມມັນວ່າ ເປັນຫຍັງບໍ່ໃສ່ລາຄາ ມັນວ່າ ບໍ່ໃສ່ກໍ່ໄດ້  ຂ້ອຍຄ້ານລ້ຳໄລ ຍ່າງໜີ ບໍ່ມີອາລົມຊິຖຽງມັນອີກ.

ພວກທ່ານ ເຫັນວ່າແນວໃດ ການເກັບເງິນ ຄ່າຟາກລົດ ຄືວ່າເຮັດ ພໍໃຜພໍມັນແທ້ ສວຍໂອກາດ ແທ້ໆ.


ເຊີນທ່ານ ປະກອບຄຳເຫັນ



__________________
Anonymous

Date:

ອັນນີ້ກໍແມ່ນສໍ້ລາດບັງຫລວງຄືກັນ ຂ້ອຍຢາກໃຫ້ລັດຖະບານຕ້ອງເບີໂທ ຫລືຕູ້ໄປສະນີ

ໂດຍສະເພາະເລື່ອງທຸຈຣິດນີ້ ຖ້າປະຊາຊົນເຫັນວ່າບໍ່ມີຄວາມເປັນທັມແລ້ວແຈ້ງເຂົ້າໄປ

ຫາສູນປະຕິບັດການຮ້ອງຮຽນນີ້ໄດ້ເລີຍ. ອັນນີ້ເວົ້າໃນແງ່ຂອງຄວາມເປັນຖ້າລັດຖະບານ

ຈິງໃຈຈະປາບປາມເລື່ອງນີ້ ແລະ ຖ້າລັດຖະບານບໍ່ເຮັດແລ້ວຊິໃຫ້ປະຊາຊົນເພີ່ງໃຜ?



__________________
Anonymous

Date:

ຂ້ອຍກະບໍ່ເຂົ້າໃຈຄືກັນເປັນຫຍັງເພິນຄືມາຂູດຮີບປະຊາຊົນແທ້ ເສຍຄ່າທາງທຸກປີ, ເສຍອາກອນທຸກເດືອນ ປານນັ້ນຍັງມາເກັບເງິນຄ່າຈອດລົດຕາມທ້ອງຖະໜົນຫຼວງອີກ ມື້ນັ້ນຂ້ອຍໄປຊື້ໝໍ້ໄຟລົດຢູ່ໜ້າຮ້ານ ຊາບຸຊາບຸ ບຸບເຝ້ ແຖວສີຫອມ ຂ້ອຍກະລົງໄປຊື້ໝໍ້ໄຟລົດຕາມປົກກະຕິ ພໍຂ້ອຍກັບມາຮອດຂ້ອຍກະເຫັນຜູ້ຍິງມາເກັບຄ່າຈອດລົດ ລະກະເອົາປີ້ມາໃຫ້ ຂ້ອຍຖາມວ່າເກັບເຮັດຫຍັງຂ້ອຍມາຊື້ໝໍ້ໄຟລົດຊື່ໆຈອດລົດບໍ່ຮອດ10ນາທີຊ້ຳ 

ເປັນຫຍັງເຈົ້າເມືອງຈິ່ງໃຫ້ມີການສຳປະທານຄ່າຈອດລົດຕາມທ້ອງຖະໜົນຫຼວງອີກຢູ່



__________________
ຊາວລາວ ຜູ້ພົບເຫັນ

Date:

ຫາກພາກສ່ວນທີ່ກ່ຽວຂ້ອງ ເຫັນຄວາມສຳຄັນ ເຫັນໃຈພີ່ນ້ອງປະຊາຊົນລາວ ໃຫ້ສົມກັບທີ່ພີ່ນ້ອງໄວ້ວາງໃຈ ຫວັງເພີ່ງຜູ້ທີ່ມີສິດແລະໜ້າທີ່ໃນການເຂົ້າມາເຮັດເປັນກົດລະບຽບ ຫລືເປັນມາດຕະການ ຄົງຈະດີ ແລະ ໜ້າຊົມເຊີມ



__________________
Anonymous

Date:

ຊາວລາວ ຜູ້ພົບເຫັນ wrote:

ຫາກພາກສ່ວນທີ່ກ່ຽວຂ້ອງ ເຫັນຄວາມສຳຄັນ ເຫັນໃຈພີ່ນ້ອງປະຊາຊົນລາວ ໃຫ້ສົມກັບທີ່ພີ່ນ້ອງໄວ້ວາງໃຈ ຫວັງເພີ່ງຜູ້ທີ່ມີສິດແລະໜ້າທີ່ໃນການເຂົ້າມາເຮັດເປັນກົດລະບຽບ ຫລືເປັນມາດຕະການ ຄົງຈະດີ ແລະ ໜ້າຊົມເຊີຍ


 



__________________
Anonymous

Date:

ອີກບ່ອນໜື່ງ ຄີວລົດສາຍເໜືອຫັ້ນນາ ໄປສົ່ງເຄື່ອງ ຈອດນາທີດຽວຍັງບໍ່ໄດ ບາງຄັ້ງນັ່ງຄາບລົດຈັກຢູ່ຍັງມາເວົ້າໃຫ້ ເຮດໃຫ້ບໍ່ຢາກໄປເລີຍ ໜ້າລຳຄານ



__________________


Senior Member

Status: Offline
Posts: 268
Date:

ຢ່າວ່າແຕ່ບ່ອນອື່ນເລີຍ ບາງຫ້ອງການຂອງລັດຍັງເກັບ ຈອດລົດຍ່າງເຂົ້າໄປເອົາເອກະສານບໍ່ຮອດນາທີຊ້ຳ ຍັງມາເກັບ

__________________
ຊະນະໄພ

Date:

ຕາມທັດສະນະຂ້ອຍຄິດວ່າປ/ຊລາວ100%ບໍ່ເຫັນດີກັບການເກັບຄ່າຈອດລົດ (ບໍ່ແມ່ນຄ່າຝາກລົດ) ຂ້ອຍເອງກໍ່ສຸດທີ່ລຳຄານ ບາງບ່ອນເວົ້າກໍ່ບໍ່ມ່ວນອີກ ແລະບໍ່ສົນໃຈມາໂບກລົດໃຫ້ເລີຍ ບັນຫານີ້ໄດ້ຍິນສຽງຈົ່ມວ່າຂອງ ປ/ຊ ມາຫຼາຍປີແລ້ວ ແຕ່ຫາກບໍ່ມີການແກ້ໄຂ ປັບປຸງເລີຍ ທາງຫຼວງແທ້ໆຍັງມາເກັບຄ່າຈອດລົດ ສະນັ້ນ ທາງການ (ພະແນກໂຍທາທິການ ແລະຂົນສົ່ງ + ອພບ)ຄວນຈັດສັນຄືນໃໝ່ວ່າຈຸດໃດ ຄວນກຳນົດໃຫ້ເປັນບ່ອນຈອດລົດຟຣີ, ຈອດເສຍເງີນ ລາຄາເທົ່າໃດຕິດປະກາດໄວ້ພ້ອມເພື່ອຄວາມໂປ່ງໃສ, ບ່ອນໃດທາງແຄບກໍ່ບໍ່ຄວນໃຫ້ຈອດ ຄັນຈະໃຫ້ຄັກແທ້ຄວນຕິດຕັ້ງເຄື່ອງເກັບເງີນຄ່າຈອດລົດແບບອັດຕະໂນມັດ ເງີນດັ່ງກ່າວຈຶ່ງບໍ່ຮົ່ວໄຫູເຂົາກະເປົາຫົວໜ້າໂຍທາ ແລະອພບ.



__________________
Anonymous

Date:

ຫາກພາກສ່ວນທີ່ກ່ຽວຂ້ອຍໄດ້ຍິນ ໄດ້ຮູ້ ຫວັງວ່າຈະສາມາດຮັກສາຊື່ສຽງ ແລະ ຈັນຍາບັນ ເອົາໄວ້ໃຫ້ອົງກອນ



__________________
Anonymous

Date:

Anonymous wrote:

ຫາກພາກສ່ວນທີ່ກ່ຽວຂ້ອຍໄດ້ຍິນ ໄດ້ຮູ້ ຫວັງວ່າຈະສາມາດຮັກສາຊື່ສຽງ ແລະ ຈັນຍາບັນ ເອົາໄວ້ໃຫ້ອົງກອນ


 ເປັນໄປໄດ້ຍາກ biggrin



__________________
Anonymous

Date:

ຊະນະໄພ wrote:

ຕາມທັດສະນະຂ້ອຍຄິດວ່າປ/ຊລາວ100%ບໍ່ເຫັນດີກັບການເກັບຄ່າຈອດລົດ (ບໍ່ແມ່ນຄ່າຝາກລົດ) ຂ້ອຍເອງກໍ່ສຸດທີ່ລຳຄານ ບາງບ່ອນເວົ້າກໍ່ບໍ່ມ່ວນອີກ ແລະບໍ່ສົນໃຈມາໂບກລົດໃຫ້ເລີຍ ບັນຫານີ້ໄດ້ຍິນສຽງຈົ່ມວ່າຂອງ ປ/ຊ ມາຫຼາຍປີແລ້ວ ແຕ່ຫາກບໍ່ມີການແກ້ໄຂ ປັບປຸງເລີຍ ທາງຫຼວງແທ້ໆຍັງມາເກັບຄ່າຈອດລົດ ສະນັ້ນ ທາງການ (ພະແນກໂຍທາທິການ ແລະຂົນສົ່ງ + ອພບ)ຄວນຈັດສັນຄືນໃໝ່ວ່າຈຸດໃດ ຄວນກຳນົດໃຫ້ເປັນບ່ອນຈອດລົດຟຣີ, ຈອດເສຍເງີນ ລາຄາເທົ່າໃດຕິດປະກາດໄວ້ພ້ອມເພື່ອຄວາມໂປ່ງໃສ, ບ່ອນໃດທາງແຄບກໍ່ບໍ່ຄວນໃຫ້ຈອດ ຄັນຈະໃຫ້ຄັກແທ້ຄວນຕິດຕັ້ງເຄື່ອງເກັບເງີນຄ່າຈອດລົດແບບອັດຕະໂນມັດ ເງີນດັ່ງກ່າວຈຶ່ງບໍ່ຮົ່ວໄຫູເຂົາກະເປົາຫົວໜ້າໂຍທາ ແລະອພບ.


 

ທຸກຄົນເວົ້າມາແມ່ນຖືກຕ້ອງ ແລະເປັນຄວາມຈິງ !

- ຄັນເກັບຄ່າຈອດລົດ ຕາມສະຖານທີີ່ເອກຊົນຈັດໄວ້ ຕາມຕລາດ ຫ້າງຮ້ານ ແລະບອ່ນຈໍາເພາະໃດໜຶ່ງ ແມ່ນສົມຄວນ

( ແຕ່ລັດກໍຕ້ອງຄວບຄຸມ ບໍ່ແມ່ນຢາກເວົາເອົາທໍ່ໃດກໍ "ເວົ້າເອົາເອງ!" ແມ່ນບໍ່ຖືກ.

- ຖ້າເປັນສະຖານທີ່ລັດຖະການ ບໍລິສັດທາງບໍລິການມະຫາຊົນ(ຂອງຫຼວງ) ນັ້ນ ເກັບຄ່າຈອດລົດແມ່ນ " ເຮັດບໍ່ຖືກ ! "

ເພາະລົດກໍເສັຍພາສີທາງປະຈໍາປີຢູ່ແລ້ວ, ອັນນີ້ ຍັງບໍ່ມີປະເທດໃດເຮັດ ເນີ !

ຄັນລາວເຮັດມັນກໍໂພດໄປແທ້ ! ເປັນຫຍັງລັດຖະບານຈຶ່ງບໍ່ມືນຕາເບິ່ງໂລກແດ່ ?

ເປັນຫຍັງເຮັດຕ່າງຊາດ ເຂົາແທ້ ?,

ມັນແມ່ນຄວາມສະຫຼາດສ່ອງໃສແນວໃດ ? ຫຼື ພຽງເກັບເງິນເຫຼັກໆນ້ອຍໆ (ແຕ່ຮົ່ວໄຫຼໝົດ) ອັນນີ້ເຮັດໃຫ້ປະເທດລາວຈະເລີນໄວ້ຂຶ້ນຍ້ອນບໍ່ ?

* ເຮົາເປັນປະຊາຊົນ ມີສ່ວນປະກອບໃນງານສ້າງຊາດບ້ານເມືອງຢູ່ໃນໂຕທຸກມື້ທຸກວັນ ໃນການດໍາຣົງຊີວິດປະຈໍາວັນຢູ່ແລ້ວ,

ບໍ່ເວົ້າພວກເຮັດຄ້າຂາຍທີ່ຕ້ອງເສັຽພາສີເປັນປະຈໍາ,

 

ເວົ້າມາ ກໍຢາກໃຫ້ພັກລັກຫັນມາພິຈາລະນາໄວໆ !

ບ່ອນໃດມັນໂພດໄປກໍຕ້ອງແກ້ໄຂໃຫ້ມັນໄດ້,

ອັນເຮັດບໍ່ໄດ້ຄົງບໍ່ມີ ຖ້າອັນເປັນຜົນຕໍສ່ວນຮວມແລ້ວ ເຊື່ອວ່າທຸກຄົນຄົງເຫັນດີ,

ຮັກແພງ ປະຊາຊາຊົນ ( ຊັງແຕ່ນາຍລາວ )



__________________
Anonymous

Date:

ຮັກແພງບັນດາທ່ານທີ່ອອກຄວາມເຫັນມານັ້ນ ທຸກທ່ານມີເຫດຜົນແລະເອົາໄປປະຕິບັດໄດ້ແທ້ຖ້າພາກສ່ວນທີ່

ກ່ຽວຂ້ອງຈິງໃຈເຮັດ, ຖ້າແກ້ໄຂພວກເຂົາພັດບໍ່ມີເງິນໃສ່ຫວຍຫັ້ນຕິພີ່ນ້ອງເອີຍ ວ່າມາລະຊັງຫລາຍທີ່ສໍ້ລາດບັງ

ຫລວງນີ້ນາ. ເປີດປະຊຸມສະພາສະໄໝໜ້າຊ່ວຍໃຫ້ພີ່ນນ້ອງໂທລະສັບສາຍດ່ວນໄປວ່ານຳຜູ້ແທນ ຈະດີກວ່າ



__________________
Anonymous

Date:

ຊາໃຈຂ້ອຍແທ້ພວກເພິ່ນເກັບຄ່າຈອດລົດຢູ່ທີ່ບ່ອນໃດສົມຄວນພໍເກັບກໍ່ເຫມາະ
ສົມຂອງການປະຕິບັດຂອງເພິ່ນຢູ ຂໍແພງແຕ່ໃຫ້ເພິ່ນເອົາເງິນເຫຼົ່ານັ້ນໄປສ້າງ
ບ້ານເມືອງໃຫ້ດີໃຫ້ງາມຂຶ້ນແລະຊ່ອຍຜົນລະເມືອງຜູ້ທີ່ທຸກຍ້າກປາກຫມອງໃຫ້ຂະ
ເຈົ້າມີຢູ່ມີກິນຫັ້ນດອກ!



__________________
Anonymous

Date:

ເພາະເຈົ້າເມືອງຫນ້າເງິນ ແນວວ່າເຊັນຈວດຈຽດກະໄດ້ເງິນໂລດເນາະ ບໍ່ໄດ້ເດືອດຮ້ອນຫຍັງ ມີແຕ່ພວກສູພຸ້ນເດືອດຮ້ອນ



__________________
Anonymous

Date:

ຫັ້ນຫຼະມີຄົນພາເຂົາເຮັດ



__________________


Senior Member

Status: Offline
Posts: 268
Date:

Anonymous wrote:

ຫັ້ນຫຼະມີຄົນພາເຂົາເຮັດ


ໃຜພາເຮັດ ຜູ້ສະຫຼາດສ່ອງໃສຫັນວາ

__________________
Anonymous

Date:

In the Western countries, nearly all car parks are not free, in the big shopping centers, along the streets in CBD area, they have machines that allow you to put coins or bank note, to pay for parking, very few shopping mall car parks are free, very few. so if you want to park you car without paying, you must park far away from the city centre. Many of my friends live in Paris France, they never have car because no where to park...and they are not rich enough to buy house with garage.

So even in Public hospitals car parks are not free, only the area for hospital staff (people work in that hospital) the rest everywhere they have machines for you to pay.



__________________
Anonymous

Date:

Anyone know how to post photo or video of a paying machine for people to see then please do so. Automatic coin and bank note machines in shopping malls, along the streets. please post some photos.



__________________
Anonymous

Date:

OH man have a look at this video in youtube

How to rip-off a parking meter in Chicago Usa, very funny man.



__________________
Anonymous

Date:

biggrinbiggrinbiggrin



__________________
Anonymous

Date:

[vide

ບ່ອນຈອດລົດທັນສະໄໝແລະປອດໄພ

 

 

 

o=]



__________________
Anonymous

Date:

[video=]



__________________
Anonymous

Date:



__________________
Anonymous

Date:

ຄົນໄທໄຕ້

ຂ້ອຍເຫັນວ່າຖ້າຈອດຄາວດຽວແະມີການພົວພັນໄກ້ໆກັບລົດກໍບໍ່ຄວນຟ້າວເກັບເທື່ອ



__________________
Anonymous

Date:

ປີກາຍນີ້ ຂພຈ ໄປຝາກຢູ່ຕໍ່ໜ້າຫໍພະແກ້ວ ເພື່ອເຂົ້າໄປສົງພຣະ ຄັນລະ 30,000 ກີບ ຈອດບໍ່ຮອດ 1 ຊົ່ວໂມງຊ້ຳ

ໂຄດແພງ ປີນີ້ເລີຍບໍ່ໄປໄກ້ ເອົາແທ້ເອົາວ່າ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard