Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ພວກທ່ານຄິດແນວໃດກັບໂຄງການພັດທະນາຫາດດອນຈັນ?
Anonymous

Date:
ພວກທ່ານຄິດແນວໃດກັບໂຄງການພັດທະນາຫາດດອນຈັນ?


ສຳລັບຂ້າພະເຈົ້າແລ້ວການພັດທະນາແມ່ນຄຳເວົ້າທີ່ຂ້າພະເຈົ້າມັກທີ່ສຸດ, ແລະຫມູ່ບ້ານຂອງຂ້າພະເຈົ້າໄດ້ຖືກໂຄງການແລະຈະໄດ້ຮັບການພັດທະນາເຊິ່ງພວກຂ້າພະເຈົ້າໃນຫມູ່ບ້ານ

ກໍ່ດີໃຈແລະພໍໃຈເນື່ອງຈາກວ່າຂັ້ນເທິງໄດ້ລົງມາເຜີຍແຜ່ພໍ່ແມ່ປະຊາຊົນກ່ຽວກັບທີ່ຢູ່ອາໃສແຫ່ງໃຫມ່ແລະນັ້ນກໍ່ແມ່ນຢູ່ແຖວຫລັກ18, ຈະໄດ້ຄ່າຕອບແທນເຮືອນແລະລາຍໄດ້ທີໄດ້ຮັບຈາກການເຮັດສວນ 10 ປີ(ແຕ່ບໍ່ໄດ້ທົດແທນຄ່າດິນ) ເຊິ່ງຈະໄດ້ຄິດໄລ່ຕາມຄວາມເຫມາະສົມຖ້າຫາກການຄິດໄລ່ພິດພາດຫລືບໍ່ເຫັນແມ່ນໃຫ້ສະເຫນີຂັ້ນເຖິງເພື່ອວັດແທກໃຫມ່ສະນັ້ນພວກຂ້າພະເຈົ້າກໍ່ເຫັນດີແລະບໍ່ຂັດຄ້ານຫຍັງ, ແຕ່ກົງກັນຂ້າມກັບການເຜີຍແພ່ ເຊິ່ງໄດ້ມີຂຶ້ນໃນທ້າຍເດືອນ 3 ທີວັດທາດຂາວ, ມາຮອດປັດຈຸບັນປະຊາຊົນຈຳນວນຫລາຍທີ່ບໍ່ພໍໃຈກັບການຄິດໄລ່ຂອງພວກເຂົາ ແລະກໍ່ໄດ້ຮຽກຮ້ອງໃຫ້ມີການວັດແທກໃຫມ່ ແຕ່ພວກເຂົາກ່າວວ່າຖ້າຫາກມີການວັດແທກຄືນໃຫມ່ແຕ່ສຳພັດລາຄາລຸດລົງເຈົ້າບໍ່ສາມາດເອົາໂຕເກົ່າໄດ້ໃດ? ລອງຄິດເບິ່ງໃຜຈະກ້າໃຫ້ແທກໃຫມ່. ພວກເຂົາມີແຕ່ນັ່ງຢັນວ່າພວກເຂົາເຮັດຖືກຕ້ອງຫມົດແລ້ວ ເຈົ້າຕ້ອງເຊັນຖ້າບໍ່ເຊັນຈະບໍ່ແກ້ໄຂຫຍັງໃຫ້ນຳຫລັງບາງທີ່ກໍ່ຈະ-ໍໄດ້ເງິນຊ້ຳ, ມີຄອບຄົວຫນຶ່ງບໍ່ພໍໃຈ ສະນັ້ນລາວຮຽກຮ້ອງໃຫ້ມີການວັດແທກໃຫມ່ ແລະເຂົາເຈົ້າກໍ່ມາແທກ ເຊິ່ງຜົນໄດ້ຫນ້າຈະແມ່ນໄດ້ເພີ່ມຂຶ້ນແຕ່ສຳພັດຫລຸດລົງ ຈາກໄດ້ ປະມານ 13000 ໂດລາ ພັດເຫລືອ ປະມານ 10000 ໂດລາ ແລະເທື່ອລ້າສຸດໄດ້ ປະມານ 5000 ໂດລາ ເຖິງຢ່າງໃດກໍ່ຕາມການໄລ່ອອກມາແບບຍີ້ແຕ່ລາວກໍ່ບໍ່ຍອມເອົາເງິນ ແລະກໍ່ເຫລືອພຽງແຕ່ເຮືອນຂອງລາວຫລັງດຽວທີ່ຕັ້ງຢູ່ເຂດກຳລັງກໍ່ສ້າງດຸດແລະຈົກ ນີ້ເປັນພຽງສ່ນຫນ້ອຍໆທີ່ຂ້າພະເຈົ້າຍົກມາ ທີ່ຈິ່ງມັນຍັງມີເລື່ອງທີ່ຫນ້າຄິດອີກຫລາຍຢ່າງເຊັ່ນ ວິຊາອາຊີບ ເພາະເກືອບ 90% ແມ່ນຊາວສວນຜັກ ແລະ ສຳລັບຜູ້ເຮັດວຽກຢູ່ໃນເມື່ອງຕ້ອງຄິດຫນັກເພາະບ່ອນທີ່ຖືກຍົກຍ້າຍໄປແມ່ນຫລັກ 27 ແລະຫ່າງຈາກຕົວເມືອງເຖິງ 30 ຫລັກ ນອກນັ້ນຍັງແມ່ນບັນຫາການພັກອາໃສໃນເບື້ອງຕົ້ນອີກເພາະພວກເຂົາຈ່າຍໃຫ້ຄອບຄົວລະ 3 ເດືອນສຳລັບຄ່າເຊົ່າ 2000 ບາດຕໍ່ເດືອນ ຖ້າກາຍນັ້ນຕໍຈ່າຍເອງ ສຳລັບບ່ອນເກັບໄມ້ເຮືອນແລະເຄື່ອງເຮືອນລວມເຖິງສິ່ງຂອງຕ່າງແມ່ນລວມຢູ່ນຳ ແລະມີຄອບຄົວຈຳນວນຫນຶ່ງແມ່ນໄດ້ຖືກຍ້າຍອອກໄປແລ້ວ.

ນີ້ເຂົາເອິ້ນການພັດທະນາບໍຖ້າເຮັດປະຊາຊົນເດືອດຮ້ອນບໍ່ໃຫ້ມີສິດມີສຽງຫຍັງເນື່ອງຈາກຜູ້ທີ່ອາໃສຢູ່ຫັ້ນລ້ວນແລ້ວແມ່ນຊາວສວ່ນ…

 

 



__________________
Anonymous

Date:
RE: ພວກທ່ານຄິດແນວໃດກັບໂຄງການພັດທະນາຫາດດອນຈັນ?


http://laovoices.com/2011/04/26/lao-chinese-joint-venture-to-develop-vientianes-don-chan-island/



__________________
Anonymous

Date:

http://g.co/maps/eqf2t

map here



__________________
Anonymous

Date:

ນີ້ແມ່ນນັກລົງທຶນຈາກອ້າຍຈີນເຮົາເອງ



__________________
Anonymous

Date:

ອ່ານເບີ່ງແລ້ວໜ້າເຫັນໃຈເຂົາເຈົ້າເຮັດໃຫ້ຊີວິດຊາວສວນຕ້ອງຂາດສະບັ້ນລົງ

ເຮັດໃຫ້ຄວາມບາດໝາງຕ້ອງມີກັບຄົນລາວຫລາຍຂຶ້ນຖ້າມີຂໍ້ມູນຕາມທີ່ວ່າມາຂ້າງ

ເທິງນິ້, ຖ້າເປັນແບບນີ້ຂັ້ນເທິງຄວນຫາວິທີທາງທີ່ເມ!ະສົມໃຫ້ເຂົາເຈົ້າບໍ່ຄວນວາງເສີຍ

ເພາະນີ້ແມ່ນວຽກງານແນວຄິດຈິດໃຈ

 

ສາທຸຢ່າມີແນວບໍ່ດີເກີດຂຶ້ນທ້ອນເບື່ອສົງຄາມມາແລ້ວ



__________________
Anonymous

Date:

ພັດທະນາອີ່ຫຍັງປຸກໃຫ້ຄົນລວຍຊື້,ໂດຍສະເພາະຈາກຈີນ



__________________
Anonymous

Date:

ຍັງໄຄກ່ວາຢູ່ບ້ານຂ້ອຍທີ່ມີການຄິດໄລ່ໃຫ້

ບາດເຂົາຕັດທາງໃໝ່ຢູ່ບ້ານຂ້ອຍຖືກນາອີ່ແມ່ຕັ້ງເປັນເຄີ່ງທົ່ງເຂົາຄືບໍ່ໄລ່ອີ່ຫຍັງໃຫ້ເລີຍ

ອັນນີ້ເຂົາກໍເອີ້ນວ່າພັດທະນາຄືກັນບໍ?



__________________
Anonymous

Date:

 

ສົງໃສ ເຣັດຟ້າວໆ ແບບນີ້ ສຸດທ້າຍ ຈະໄດ້ຕຶກຂີ້ຣ້າຍ ຄືຕຶກດອນຈັນອີກແລ້ວ 



__________________
Anonymous

Date:

ເຂົາເອິ້ນວ່າຫາເງິນເຂົ້າກະເປົາໂຕ ໂດຍເອົາປຽບປະຊາຊົນ (ຂະບວນຄໍລົບຊັນນີ້ແມ່ນຂະບວນໃຫຍ່ຫລາຍ) ເພາະພວກເຂົາແບ່ງເອົາເງິນມາປິດປາກພວກຂັ້ນເທິງໄວ້ຫມົດແລ້ວ, ປະຊາຊົນຈະຍືນຄຳຮ້ອງໄປຫລາຍເທົ່າໄດກະບໍ່ຕ່າງຫຍັງຍືນໃຫ້ໄປເປັນອັນອ່ອຍໄຟລ້າໆ



__________________
Anonymous

Date:

ສຳລັບຂ້ອຍນີ້ບໍ່ພໍໃຈແຕ່ ເຮັດໂຮງແຮມດອກຈັນພຸ້ນນ່າ ດິນບໍ່ອຶດບໍ່ຢາກເປັນຫຍັງໄປເຮັດໃສ່ຫັ້ນ ທັງບຸກລຸກວີຖືຊີວິດທີ່ເປັນສີສັນຂອງວຽງຈັນ ຄວນຈະໃຫ້ມັນເປັນແບບເກົ່າຫັ້ນຕະຫຼອດໄປແຖວນັ້ນ



__________________
Anonymous

Date:

ກະຍ້ອນຄວາມເຫັນແກ່ໂຕ ໂດຍໃຊ້ອຳນາດມືດເອົາປຽບອຳນາດຂອງປະຊາຂົນ

ຖ້າຫາກໃຜບໍ່ເຫັນດີກໍ່ຈະໄດ້ຖືກໄປທ່ຽວຫ້ອງກົງ ຫັນຕິ 555

ບໍ່ຕ່າງຫຍັງກັບ 5+5 ດອກ



__________________
Anonymous

Date:

ໄປເຫັນບົດກະວີຂອງທ່ານໜື່ງຢູ່ເວັບໃບລານກະເລີຍເອົາມາໃຫ້ພີ່ ນ້ອງອ່ານນຳກັນ ___________________ ຊ່ວຍກັນຄົນລະແຮງ.............ເພື່ອຊີ້ແຈງກຸ່ມແກ້ງຊົ່ວ ຕັນຫາຄິດມືດມົວ.................ເຫັນແກ່ຕົວມົວແຕ່ກິນ ລວງລາດແລະລັກຣັຖ...........ຄວນຂະຈັດໃຫ້ໝົດສິ້ນ ຖ້າຍັງມີໃນແຜ່ນດິນ.............ທຸກທ້ອງຖິ່ນບໍ່ສິ້ນຈົນ ຫລຸດພົ້ນຄວາມທຸກຍາກ........ຕ້ອງລໍາບາກຫາກກຸ່ມຄົນ ບໍ່ຮ່ວມແຮງແລະຄິດຄົ້ນ........ຂະຈັດຄົນໂຈນປຸ້ນເມືອງ ນະໂຍບາຍຂອງພັກຣັຖ.........ຕ້ອງປະຕິບັດທຸກມູມເມືອງ ຖ້າຍັງບໍ່ຕິເຕື້ອງ....................ໂຈນປູ້ນເມືອງຈະເຟື້ອງຟູ

__________________
Anonymous

Date:

ຊ່ວຍກັນຄົນລະແຮງ.............ເພື່ອຊີ້ແຈງກຸ່ມແກ້ງຊົ່ວ

 ຕັນຫາຄິດມືດມົວ.................ເຫັນແກ່ຕົວມົວແຕ່ກິນ

ລວງລາດແລະລັກຣັຖ...........ຄວນຂະຈັດໃຫ້ໝົດສິ້ນ

 ຖ້າຍັງມີໃນແຜ່ນດິນ.............ທຸກທ້ອງຖິ່ນບໍ່ສິ້ນຈົນ

ຫລຸດພົ້ນຄວາມທຸກຍາກ........ຕ້ອງລໍາບາກຫາກກຸ່ມຄົນ

 ບໍ່ຮ່ວມແຮງແລະຄິດຄົ້ນ........ຂະຈັດຄົນໂຈນປຸ້ນເມືອງ

ນະໂຍບາຍຂອງພັກຣັຖ.........ຕ້ອງປະຕິບັດທຸກມູມເມືອງ

 ຖ້າຍັງບໍ່ຕິເຕື້ອງ....................ໂຈນປູ້ນເມືອງຈະເຟື້ອງຟູ



__________________
Anonymous

Date:

ຂໍຊົມເຊີຍທີ່ເອົາບົດກະວີ ທີມີແງ່ຄິດມາປັນກັນອ່ານ

ຖ້າຄົນລຸ້ນໃຫມ່ຍັງເປັນແນວນີ້ປະເທດຊາດເຮົາ 2050 ກະຄືຈະບໍ່ໄປຮອດໃສ່ດອກ



__________________
Anonymous

Date:

CHON FALANG CHON AMERICA BOR?????? DEOW NEE KON LAO POK KORNG KON LAO...CHON FALANG CHON AMERICA EEDSAAARRRRRR.....biggrinbiggrinbiggrin CHON JAY =BIG BANDITS KA MEE FOLLOWERS LOT AND LOT.biggrinbiggrinbiggrin CHON JAY TAI MOD HAENG DEE HAI PATHET NOY.



__________________
Anonymous

Date:

People from far away, came to your house with their guns and bullets and told you, we are now control your house, your land. Submit. what are they?



__________________
Anonymous

Date:

They are farther from heaven man...hahaha.



__________________
Anonymous

Date:

ພວກທ່ານເຄີຍໄດ້ຍິນບໍ່ຄຳວ່າຫວຽດຊື້ເຫລັກ ເຈັກຊື້ດິນ 66666



__________________
Anonymous

Date:

Uhm China, in Australia particularly in Western Australia China bought a lot of share in Minining Industry there, even rich Australia wanted chinese money....MONEY MONEY...



__________________
Anonymous

Date:

ມີເຮືອນຫລັງຫນຶ່ງທີ່ບໍ່ພໍໃຈກັບຄ່າຕອບແທນຕໍ່ເຮືອນ ກຳລັງຖືກລົດຈົກ ຈົກອ້ອມແລ້ວ ຖືກຕັດໄຟຕັດນ້ຳ So sad for normal people's empower



__________________
Anonymous

Date:

ຄິດວ່າຄົນສ່ວນໃຫຍ່ເຫັນໃຈຜູ່ທີ່ຖືກຜົນກະທົບ ແຕ່ກໍເຮັດຫຍັງບໍ່ໄດ້ຫຼາຍ ເພາະບໍ່ມີອຳນາດ

ໃຫໃຫຍ່ລົ້ນ ໃຫນ້ອຍບໍ່ເຕັມ



__________________
Anonymous

Date:

ຂ້າພະເຈົ້າຄິດວ່າ ລັດຖະບານສະໄຫມນີ້ຫນ້າເງິນເກີນໄປໂດຍບໍ່ຄຳນຶງເຖິງສະຕາປະຊາຊົນເລີຍ ບໍ່ຕ່າງຍັງກັບຕັດຕີນຕັດມືປະຂາຊົນ ເພາະພວກເຂົາເຄີຍເຮັດສວນເກືອບທັງຊີວິດ ແຕ່ຍ້າຍພວກເຂົາໄປບ່ອນໃຫມ່ນັ້ນມີແຕ່ປ່າ

ນີ້ວ່າຄືການພັດທະນາເພື່ອປະເທດຊາດ ເພື່ອປະຊາຊົນ ຢາກຫົວເດ 6666666



__________________


Newbie

Status: Offline
Posts: 4
Date:

ກະລູນາ ເບິ່ງປະຊາຊົນເຣົາກ່ອນ ກະເປົ່າຂອງທ່ານ ບໍ່ມີວັນແຫ່ງ ຫັວໃຈຂອງທ່ານ ເດ໋ ເບິ່ງເອາ

__________________
banditbannork
Anonymous

Date:

Owner of one house did not accept for compensation so that his house was clashed by bulldozer!!

As below a cut text from International News

The government has assigned local authorities to work closely with villagers to calculate the amount of compensation for each villager based on their proposals.



__________________
Anonymous

Date:

Uhmm, China money is everywhere, tonight I just watched Current Affair, they showned you Angola Economy is booming 8% growth because of China money, they showned you new cities are built right now in Angola...Black african said in this report , they said we black people were lazy, and now chinese come and help us many things, now we know how to build houses...China did not play Politics likes the West, they just come in and build the country. 1 Angola official said it's China who has money now. Everywhere, the same money money...



__________________
Anonymous

Date:

Yes, not only the black Angola men said in this report, that Angola people were lazy, there are lot of land but they only planted few things for their need, but now China comes in and chinese farmers plant all kind of crops, and provide not only enough for Angola people to eat but also for sale, all kind of vegetables. Angola people said 40 years of war, now Angola needs new Infra-strutures, streets, roads, and new cities, China has the money, and will to do it. Conclusion of this report, BBC said Angola now is much better than before.



__________________
Anonymous

Date:

Anonymous wrote:

Yes, not only the black Angola men said in this report, that Angola people were lazy, there are lot of land but they only planted few things for their need, but now China comes in and chinese farmers plant all kind of crops, and provide not only enough for Angola people to eat but also for sale, all kind of vegetables. Angola people said 40 years of war, now Angola needs new Infra-strutures, streets, roads, and new cities, China has the money, and will to do it. Conclusion of this report, BBC said Angola now is much better than before.


Well, you must know the fact is Laos is not the same as Angola... Geographically, people.... U d better read the history of building empire that US, Japan, Britain, France, Spain did before to conquer the world and you will then know that Some country in Asia is doing the samethings like those western right now.

__________________
Anonymous

Date:

It's a report if you don't like complaint to Western media who was in Angola...Nobody said Laos is Angola, just a report to show you MONEY TALK that's all. What about Western countries always talk, and spread RUBBISH about ASIA. This is also in the news, how about China said something back to Western countries, first America, China said NAUGHTY BOY FORGET ABOUT BORROW MORE MONEY FROM CHINA, and this is chinese view they said USA used money for WARS, KILLING...CHINA USED MONEY FOR DEVELOPMENT.

I am sure you are not White american, just lao-american, so don't get this as an INSULT to americans, just REALITY NOW.

Wao Hai Moo dai, Moo ka wao hai jao dai kue kan=Boomerang affect that's all. Fuok chong hong bor wa pen kon ejung TAI MOD HAENG DEE, Bor Kub Lok.



__________________
Anonymous

Date:

  yawn This is just a test.  It is a test ONLY.   Please, ignore it.yawn

 


Photobucket



__________________


Veteran Member

Status: Offline
Posts: 49
Date:

ເລື່ອງນີ້ເຮົາບໍ່ຂໍເວົ້າ ຢ້ານຟ້າສິຜ່າຫົວເປັດ
ແຕ່ ຂພຈ ມັກຮູບນີ້ຫຼາຍ

__________________
Kuam sook kue sing t tong karn.
Anonymous

Date:

ທ່ານໄດ້ຍິນບໍ່ຂ່າວ ,ຈີນຊື້ເອົາໝົດແລ້ວ

ລູກເສດຖີໃນລາວມີຫຼາຍຂື້ນ

ຍ້ອນ



__________________
Anonymous

Date:

ຍ້ອນພວກມັນໂລບມາກປາກປຽກ ຈີນກະເລີຍ Take it EaSy



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard