Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ແມ່ນໝ່ວຍງານໃດເປັນ ຜູ້ກວດສອບ ຄວາມປອດໄພຢູ່ໃນລົດບັດຕຽງນອນ ພາຍໃນບ້ານເຮົາ


Senior Member

Status: Offline
Posts: 120
Date:
ແມ່ນໝ່ວຍງານໃດເປັນ ຜູ້ກວດສອບ ຄວາມປອດໄພຢູ່ໃນລົດບັດຕຽງນອນ ພາຍໃນບ້ານເຮົາ


ເລື່ອງນີ້ເກີດຂຶ້ກັບຂ້າພະເຈົ້າເອງ ເລື່ອງມີຢູ່ວ່າຂ້າພະເຈົ້າໄດ້ ໂທຈອງລົດປະເພດຕຽງນອນ ແຕ່ລັດລົດຂຶ້ນຢູ່ເຊໂນ ເພື່ອຂຶ້ນມາວຽງຈັນ ຂອງບໍລິສັດຂົນສົ່ງ ແສງຈະເລີນ ຂ້າພະເຈົ້າໂທຈອງແລະໄດ້ບອກຢ່າງລະອຽດວ່າ ມີຜູ້ສູງອາຍຸຮ່ວມເດີນທາງໄປດ້ວຍ ແລະຂໍຕຽງຢູ່ຊັ້ນລຸ່ມ ແຕ່ທາງພະນັກງານ ຂອງບໍລິສັດກໍ່ໂທຕອບກັບມາວ່າໄດ້ເດີ້ ທີ່ທີ່ທ່ານຈອງຢູ່ຊັ້ນສອງ ກໍ່ບໍ່ໄດ້ບອກລາຍລະອຽດເພີ່ມເຕີມ ມີແຕ່ບອກໃຫ້ອອກມາລັດລົດໂລດ ແລ້ວໂທຫາເປັນໄລຍະກັບຄົນຂັບລົດ ພໍລົດມາເຖິງແລ້ວຂ້າພະເຈົ້າຍ່າງຂຶ້ນລົດແລ້ວຊອກຫາຕຽງນອນຂອງຕົນເອງເລີຍ: 1. ຖ້າເກີດອຸບັດຕິເຫດຫືຼລົດຢຽບເບກ ກະທັນຫັນ ຄົນທີ່ນອນຢູ່ຕຽງດັ່ງກ່າວແມ່ນຖືກຊັດໄປທາງໝ້າ ແລ້ວທ່ານວ່າຈະເກີດຫຍັງຂຶ້ນ. 2. ຮູ້ຈັກຢາກແຕ່ກອບໂກຍເອົາຜົນກັບໄລ ຖາມແດ່ເຈົ້່າຂອງກິດຈະການ ຍັງມີຈັນຍາບັນໃນການດຳເນີນທຸລະກິດຢູ່ບໍ່ ຫຼືວ່າຮູ້ແຕ່ຈະເອົາເງິນຢ່າງດຽວ ໃຜຈະເປັນແນວໃດແມ່ນບໍ່ສົນໃຈ ເພາະບໍ່ແມ່ນຄົນໃນຄອບຄົວຂອງຕົນເອງ. ຫືຼວ່າຈະປ່ອຍໃຫ້ອຸບັດຕິເຫດເກີດຂຶ້ນແລ້ວຈຶ່ງຄ່ອຍມາປ້ອງກັນ. ຂໍໃຫ້ໝ່ວຍງານທີ່ກ່ຽວຂ້ອງໄປກວດກາເບິ່ງ ລະບົບລົດຂົນສົ່ງປະເພດຕຽງນອນນັ້ນ ຢູ່ບ້ານເຮົາແມ່ນເອົາຫັຍງມາເປັນມາດຖາດ ວັດແທກເຖິງຄວາມປອດໄພ ຂອງຜູ້ບໍລິໂພກ ທີ່ເສຍເງິນຊື້ການ ບໍບິການທີ່ດ້ອຍຄຸນນະພາບ ແລະ ຂາດຈັນຍາບັນຮັບຜິດຊອບຕໍ່ສັງຄົມ. [spoiler]

__________________
Anonymous

Date:
RE: ແມ່ນໝ່ວຍງານໃດເປັນ ຜູ້ກວດສອບ ຄວາມປອດໄພຢູ່ໃນລົດບັດຕຽງນອນ ພາຍໃນບ້ານເຮົາ


 

ສ່ວນຫຼາຍ ແມ່ນເກີດຄະດີ ແລະ ມີຄົນຕາຍກ່ອນ ແລ້ວ ເພິ່່ນຈຶ່ງຊິມາແກ້ 



__________________
Anonymous

Date:

Andy ເທື່ອໝ້າຊື້ສາຍຮັດແບບນີ້ໄປໃຊ້, ປອດໄພ 99%

Car-Seatbelt-Seat-Safety-Belt-Manufacturer-ESB-021-.jpg



__________________
Anonymous

Date:

ຢູ່ເມືອງນອກ ບໍ່ວ່າຈະເປັນອະເມຣິກາ  ການາດາ ແລະອື່ນໆ ເຂົາຈະບໍ່ມີຮົດບັສສູງ ແຖມມີຕຽງນອນເດັດຂາດ    ມີແຕ່ຢູ່ລາວຮຽນແບບໄທນີ້ລະ....ບໍ່ເຫັນບໍ່ຣົດຕຽງນອນຄວໍ່າມຢູ່ທາງໄປສາຮະວັນ  ຄົນຕ່າງປະເທດມາຮັນນີມູນຕາຍທັງຄູ່ຫັ້ນນະ.  ຣົດສູງ ມີຕຽງອີກ ແມ່ນຣົດຕຽມມໍຣະນະໄດ້ທຸກເວລາ!!!!



__________________
Anonymous

Date:

Yes...sir...u r right about double deckers tour bus.  In US, Canada,France,Germany etc.

They don't use this kind of bus, only in UK that they used as a city bus though, not tour bus with flat bed.  Lao used it bcoz they thought it was a fancy kind of tranportation from Thailand, they don't even think about the hazard of it.  On top of that the rule of the road is terrible and the road itself is unsafe.

In the US they have very strict rule & laws of the road and safety comes first.  In Lao, nobody cares, they just want to gobble up the money that's all.  I bet if the accident happens 4 a few times, they still wouldn't change anything.



__________________
Anonymous

Date:

ບໍ່ສະເພາະແຕ່ລົດຕຽງນອນສາຍໃຕ້ເທົ່ານັ້ນເດີ ລົດເມສາຍເໜືອກໍ່ສຸດອັນຕະລາຍ ລົດເມຂະໜາດ 45 ບ່ອນນັ່ງ ແຕ່ເອົາຄົນຂື້ນ 60ກ່ວາຄົນ, ບວກກັບເຄື່ອງທີ່ບັນທຸກເຕັມຫັຼງລົດ ພ້ອມຍັງຂື້ນພູລົງຜາອີກ  ມັນເກີນຂະໜາດຂອງລົດທີ່ຈະຮັບໄດ້



__________________
Anonymous

Date:






__________________


Senior Member

Status: Offline
Posts: 120
Date:

ແຕ່ບໍ່ແມ່ນຂອງບໍລິສັດນີ້ ແຕ່ບໍ່ຮູ້ວ່າຄັນນີ້ເປັນຄືກັນບໍ່ ທ່ານເບິ່ງຮູບດ້ານນອກສວຍງາມ ແລ້ວທ່ານສັງເກດເບິ່ງຢູ່ຊັ້ນທີ 2 ຢູ່ທີ່ແວ່ນດ້ານໝ້າຂອງລົດ ແມ່ນຈະມີຕຽງຢູ່ສອງເບື້ອງ ຊ້າຍແລະຂວາ ແລ້ວ ທ່ານລອງນຶກເບິ່ງວ່າຖ້າທ່ານເອງ ຫຼືຄົນໃນຄອບຄົວຂອງທ່ານ ຫາກນອນຢູ່ໃນຕຽງຊັ້ນ ສອງນັ້ນແລ້ວປິ່ນປາຍຕີນທັງສອງຂ້າງຂອງທ່ານ ເດ່ໄປທາງດ້ານໝ້າຂອງກະຈົກ ທີ່ບໍ່ມີຫຍັງມາຂັ້ນໄວ້ ມີພຽງແຕ່ແວ່ນໂຂ້ໂຫຼ້ ແລ້ວທ່ານຄິດວ່າ ທ່ານມາຝາກຄວາມສ່ຽງເຖິງ99% ຂອງຄວາມຕາຍ ( ຖ້າໃນກໍລະນີຫາກເກີດ ອຸບັດຕິເຫດ ) ຂໍວອນໃຫ້ໝ່ວຍງານທີ່ກຽ່ວຂ້ອງ ຊ່ວຍກາລຸນາກວດສອບແດ່ ກ່ອນທີ້່ຈະມີໂສກຂະນາດສະກຳເກີດຂຶ້ນ. ບໍລິສັດ ແສງຈະເລີນ ລົດເລກທະບຽນ : 4368

__________________
ຜູ້ຫວັງດີ

Date:
ບັນຫາລົດເມ


ຄວນຈະມີການກວດກາເບີ່ງໂຮງງານປະກອບລົດເມຄືນໃຫມ່   ຕາມຂ້າພະເຈົ້າສືບມາ ສ່ວນໃຫ່ຍລົດຕຽງນອນ ແມ່ນດັດເອົາເອງພາຍໃນປະເທດເຮົາ ໂດຍໃຊ້ການຊຳນານ ແບບບໍ່ໄດ້ຮຽນມາ ແລະ ບໍ່ໄດ້ຜ່ານເຕັກນິກ   ຄວາມຍາວຂອງລົດກໍ່ຍາວໂພດ ບໍ່ມີປະເທດໃດມີ ດັດແປງເພື່ອຫາແຕ່ກຳໄລ ເພື່ອຕ້ອງການ ໃຫ້ໄດ້ຜູ້ໂດຍສານຫລາຍ ໂດຍບໍ່ຄຳນຶງເຖິງຄວາມປອດໄພ   ສ່ວນໃຫ່ຍລົດປະເພດດັ່ງກ່າວແມ່ນ ເຮັດມາຈາກ ບ່ອນຕໍ່ລົດ ຂອງ ບໍລິສັດ ຈິດປະສງ



__________________
Anonymous

Date:
RE: ແມ່ນໝ່ວຍງານໃດເປັນ ຜູ້ກວດສອບ ຄວາມປອດໄພຢູ່ໃນລົດບັດຕຽງນອນ ພາຍໃນບ້ານເຮົາ


images?q=tbn:ANd9GcSDgtqb2cpvn0sfdxZuUe_at2yop1qtMjcehjUgDEa5RkGFAqeR



__________________
Anonymous

Date:

Sleeping-Bus-Vientiane-to-Pakse.jpg



__________________
Anonymous

Date:

ອຸບັດຕິເຫດກໍ່ຄືອຸບັດຕິເຫດ ແລະບໍ່ມີໃຜປາຖະໜາໃຫ້ເກີດ ລວມທັງເຈົ້າຂອງທຸລະກິດດ້ວຍ!

ເຈົ້າຂອງກະທຸໃຈແຄບເກີນໄປບໍ? ຂ້າພະເຈົ້າບໍໄດ້ເຮັດທຸລະກິດລົດເມແຕ່ຢ່າງໃດ ແຕ່ຢາກຖາມທ່ານຜູ້ຕັ້ງກະທູ້ຄືນວ່າ ຍົນຂົນສົ່ງໂດຍສານໂບອິງທີ່ໄດ້ມາດຕະຖານສາກົນເວລາມັນເກີດອຸບັດຕິເຫດຊົນໂລກ ຜູ້ໂດຍສານຖືກຊັດໄປທາງຫນ້າແລ້ວທ່ານຄິດວ່າຈະເກີດຫຍັງຂື້ນ?

ຂໍໃຫ້ທ່ານຕອບຄຳຖາມນີ້ກ່ອນ ແລ້ວຄ່ອຍວ່າກັນ!

ຂອບໃຈ! 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard