Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເຂົ້າເຮັດວຽກກະຊວງໃດ ຂອງລາວ ຈະຈະເລີນດີທີ່ສຸດ
Anonymous

Date:
ເຂົ້າເຮັດວຽກກະຊວງໃດ ຂອງລາວ ຈະຈະເລີນດີທີ່ສຸດ

ຂ້ອຍຢາກເຊົາ ເຮັດວຽກກັບເອກະຊົນ ແລະຢາກເຂົ້າໄປເຮັດວຽກກັບ ລັດຖະບານ

ບໍ່ຮູ້ວ່າ ຈະເຂົ້າເຮັດວຽກກະຊວງໃດດີ ທີ່ ຈະເຮັດໃຫ້ຕົນ ມີຄວາມກ້າວຫນ້າ ມີຫນ້າທີ່ ຕໍາແຫນ່ງດີ ແລະ ໄດ້ເງິນດີ (ບໍ່ແມ່ນເງິນເດືອນ)

ໝູ່ເພື່ອຜູ້ໃດຮູ້ ກະລຸນາແນະນໍາແນ່

__________________
Anonymous

Date:
RE: ເຂົ້າເຮັດວຽກກະຊວງໃດ ຂອງລາວ ຈະຈະເລີນດີທີ່ສຸດ

ເຂົ້າເຮັດວຽກ ກະຊວງ ໂຍທາທິການແລະຂົນສົ່ງ ເດີ  ທ່ານຈະມີແຕ່ຄວາມສຸກຄວາມຈະເລີນ  ຮັບຮອງວ່າ ລວຍ ລວຍ ລວຍ

__________________
Anonymous

Date:

ກະຊວງການເງິນ,ກົມພາສີເດີ້ທ່ານ!!! ບໍ່ຕ້ອງຮຽນສູງ,ລຸງທີ່ມີຮູບຕິດໃນໃບ 50.000 ມີໃຊ້ສະບາຍ. ຖ້າໜ່ວຍງານກວດສອບລົງໄປກວດຜົນຂອງການນຳເຂົ້ານ້ຳມັນແຕ່ລະຊາຍແດນເພິ່ນຈະພົບວ່າຜົນຂອງການນຳເຂົ້າສົມທຽບກັບຕົວເລກສົ່ງອອກຈາກຕົ້ນທາງຈະຕ່າງກັນປະມານ 40/60. ນັ້ນກໍ່ໝາຍຄວາມວ່າລັດຖະບານຈະເສຍຜົນປະໂຫຍດຈາກການເກັບພາສີນ້ຳມັນເຖິງ 40%. ຕົວຢ່າງລັດຖະບານເກັບພາສີນ້ຳມັນ 300 ກີບ/ລິດ. ກໍ່ໃຫ້ທ່ານໄປຄຳນວນເອົາລະທ່ານວ່າປະຊາຊົນຕ້ອງຈົກເງິນຊື້ນ້ຳມັນເທື່ອນເປັນຈຳນວນເງິນເທົ່າໃດ.

__________________
Anonymous

Date:

ໝູ່ຂ້ອຍເຮັດວຽກຢູ່ກະຊວງການເງິນ ໄດ້ໄປແຕ່ຕ່າງປະເທດ

ເປັນຕາອອນຊອນອີ່ຫຼີ່ aww

__________________
Anonymous

Date:

Anonymous wrote:

ຂ້ອຍຢາກເຊົາ ເຮັດວຽກກັບເອກະຊົນ ແລະຢາກເຂົ້າໄປເຮັດວຽກກັບ ລັດຖະບານ

ບໍ່ຮູ້ວ່າ ຈະເຂົ້າເຮັດວຽກກະຊວງໃດດີ ທີ່ ຈະເຮັດໃຫ້ຕົນ ມີຄວາມກ້າວຫນ້າ ມີຫນ້າທີ່ ຕໍາແຫນ່ງດີ ແລະ ໄດ້ເງິນດີ (ບໍ່ແມ່ນເງິນເດືອນ)

ໝູ່ເພື່ອຜູ້ໃດຮູ້ ກະລຸນາແນະນໍາແນ່

 ເຮັດຢູ່ກະຊວງຄໍຣັບຊັ່ນ biggrin

__________________
Anonymous

Date:

Anonymous wrote:

ຂ້ອຍຢາກເຊົາ ເຮັດວຽກກັບເອກະຊົນ ແລະຢາກເຂົ້າໄປເຮັດວຽກກັບ ລັດຖະບານ

ບໍ່ຮູ້ວ່າ ຈະເຂົ້າເຮັດວຽກກະຊວງໃດດີ ທີ່ ຈະເຮັດໃຫ້ຕົນ ມີຄວາມກ້າວຫນ້າ ມີຫນ້າທີ່ ຕໍາແຫນ່ງດີ ແລະ ໄດ້ເງິນດີ (ບໍ່ແມ່ນເງິນເດືອນ)

ໝູ່ເພື່ອຜູ້ໃດຮູ້ ກະລຸນາແນະນໍາແນ່

 ເກີດເປັນມື້ຄືດແຕ່ແນວນັ້ນ.. ເຮັດໃດປະເທດຈື່ງສິຈະເລີນ...

__________________
Anonymous

Date:

Anonymous wrote:

ກະຊວງການເງິນ,ກົມພາສີເດີ້ທ່ານ!!! ບໍ່ຕ້ອງຮຽນສູງ,ລຸງທີ່ມີຮູບຕິດໃນໃບ 50.000 ມີໃຊ້ສະບາຍ. ຖ້າໜ່ວຍງານກວດສອບລົງໄປກວດຜົນຂອງການນຳເຂົ້ານ້ຳມັນແຕ່ລະຊາຍແດນເພິ່ນຈະພົບວ່າຜົນຂອງການນຳເຂົ້າສົມທຽບກັບຕົວເລກສົ່ງອອກຈາກຕົ້ນທາງຈະຕ່າງກັນປະມານ 40/60. ນັ້ນກໍ່ໝາຍຄວາມວ່າລັດຖະບານຈະເສຍຜົນປະໂຫຍດຈາກການເກັບພາສີນ້ຳມັນເຖິງ 40%. ຕົວຢ່າງລັດຖະບານເກັບພາສີນ້ຳມັນ 300 ກີບ/ລິດ. ກໍ່ໃຫ້ທ່ານໄປຄຳນວນເອົາລະທ່ານວ່າປະຊາຊົນຕ້ອງຈົກເງິນຊື້ນ້ຳມັນເທື່ອນເປັນຈຳນວນເງິນເທົ່າໃດ.

 ພວກເພີ້ຝັນເກີດເປັນມື້ຫາແຕ່ເລື້ອງບໍ່ເປັນຕາຊິແຕກມາວ່າກັນ ເວົ້າຄືບ້ານເມືອງບໍ່ມີກົດໝາຍ ຄັນສໍ້ໂກງງ່າຍຄືພວກເຈົ້າຄິດພວກພາສີກໍ່ພາກັນເປັນເສດຖີໝົດແລ້ວ ປະເທດຊາດກໍ່ລົ້ມຈົມ ແຕ່ດົນແລ້ວຊີ່ເອົາເງີນມາແຕ່ໃສພັດທະນາປະເທດ ຈົ່ງຮູ້ໄວ້ແດ່ພາສີເປັນກົມທີ່ເກັບເງີນເຂົ້າ ຄັງລັດຖະບານເປັນອັນດັບສອງຮອງຈາກກົມສ່ວຍສາອາກອນ ສ່ວນການນຳເຂົ້ານໍ້າມັນນັ້ນ ລິດໜຶ່ງກໍ່ໂກງບໍ່ໄດ້ດອກເພາະນໍ້າມັນເປັນສິນຄ້າຄວບຄຸມຕ້ອງມີໂກຕານຳເຂົ້າຈາກກະຊວງ ການຄ້າ ແລະມີການກວດສອບຕະລອດ ອີກຢ່າງນຶ່ງທາງບໍລິສັດນໍ້າມັນເຊື້ອໄຟກໍ່ບໍ່ມີນະໂຍບາຍ ລັກລອບພາສີ ເພາະຖ້າມີທາງບໍລິສັດພວກເຮົາຈະເປັນຜູ້ເສຍຜົນປະໂຫຽດ ພວກເຈົ້າເວົ້າແນວນີ້ ມັນເສຍຫາຍບໍລິສັດພວກເຮົາ ແລະຈົ່ງເຂົ້າໃຈການລັກລອບຫນີພາສີບໍ່ສາມາດກະທຳໄດ້ໂດຍ ເຈົ້າຫນ້າທີ່ພາສີຝ່າຍດຽວຖ້າຜູ້ນຳເຂົ້າ ສົ່ງອອກບໍ່ຮູ້ເຫັນເປັນໃຈນຳ ບໍລິສັດໃຫ່ຍເຂົາບໍ່ເຮັດດອກ ເພາະບໍ່ຈັກຊີ່ລົງບັນຊີຮ່ວງໃດຂອງບໍລິສັດ ສ່ວນພາສີປະຈຳດ່ານເຊື້ອໄຟໃຜຖືກຊັບຊ້ອນໄປຢູ່ກໍ່ ປານໄປເຝົ້າຫ້ອງການບໍ່ຕ້ອງຄິດຈະມີລາຍໄດ້ພິເສດຈາກການນຳເຂົ້ານຳມັນ ຄົນຄິດຄືພວກເຈົ້າ ໄປເຮັດວຽກຢູ່ໃສກໍ່ບໍ່ໄດ້ດອກແນວຄິດຫາແຕ່ຊິສໍ້ໂກງຄົນໜັກແຜ່ນດິນ

ເວົ້າຄື ຊື່ໆດອກ ທີ່ຈິງພວກພາສີແຫຼະ ໂຄດສໍ້ໂຄງ ເອົາເງິນຈາກປະຊາຊົນ 

ອ້າປາກ ກໍ່ເຫັນລີ້ນໄກ່ແລ້ວ 

ຂ້ອຍບໍ່ຂໍເວົ້າລວມ 

ແຕ່ຢາກເວົ້າສະເພາະ ພວກ ກິນບໍ່ຣູ້ຈັກອື່ມ

__________________
Anonymous

Date:

Dear Laohomlao's members

Last couple of weeks I traveled to
Quebec city(Canada),I met a Lao nationalist
like us.He suspected that the Vietnamese
students might used Lao students' grant to come
to study abroad because,he said,that the
past five or six years he did not see Lao
student coming to Quebec any more.
Could you investigate this matter from
our source in Laos?
Regards,

ທີ່ ເກເບກ ປທ ການາດາ ມີ ນັກຊາດນິຍົມລາວໄດ້ພົບພໍ້ກັນແລ້ວຍົກເອົາບັນຫານັກສືກສາ ວຽດນາມລອກຄາບມາໃນນາມນັກສືກສາ ລາວ ທີ່ ປທ ການາດາ
ເພາະ ຫ້າຫົກປິຜ່ານມາບໍ່ມີໃຜເຫັນນັກສຶກສາ ມາຮຽນແຫ່ງນີ້ເລີຍ

ໃຜສາມາດ ກວດສອບເລື້ອງນີ້ໄດ້ ທີ່ ສປປລ ຊ່ວຍ ໃຫ້ຄວາມກະຈ່າງແຈ້ງດ້ວຍກອບໄຈ

ປ່າໄມ່ ພວກໂຈນແກວກະມາລັກຕັດໄປຫົມດແລ້ວ
ຍັງຫ້ນາດ້ານຊີມາຫູບເອົາທືນນັກສືກສາ ຂອງລາວ ຮຽນໃນຕ່າງແດນອີກບໍ??

ຣມຕ ກະຊວງສືກສາທີ່ການຊ່ວຍເປັນທັມຊອກຫາຄວາມຈີງໃຫ້ ດ້ວຍເດີ ສະຫາຍ

__________________
Dît Mê Thang Keo Hao Kot

ປ່າໄມ້ຫົມດດົງ
ຫມາຫົມດບ້ານ
ທຶນນັກສຶກສາຍັງເສຶອກລອກຄາບເປັນລາວແຍ້ງຊີງໄປແດກອິກ

ຊວຍກູຊວຍ ຍຸກໂຈນຂ້າຄອງເມືອງ

__________________
Anonymous

Date:

ພາສີບໍ່ລວຍດອກແຕ່ມີພໍຊື້ຢູ່ຊື້ກີນພໍຊື້ລົດຂີ່ແຕ່ວ່າຫາງສຽງສັງຄົມແມ່ນໂຈມຕີເຂົາຫຼາຍ ພວກທີ່ລ້ຳລວຍແລະສໍ້ໂກງລະດັບຊາດແທ້ໆແມ່ນ ຜູ້ມີອຳນາດຕົວໃຫ່ຍໆໃຜແຕະຕ້ອງ ບໍ່ໄດ້ພຸ້ນແລ້ວເພິ່ນເອົາກັນເປັນລ້ານໆໂດລາ. ສະເພາະກົມວິຊາການທີ່ຕິດອັນດັບໃນ ການສໍ້ລາດບັງຫຼວງແຕ່ສັງຄົມບໍ່ພາກັນກ່າວຫາແລະກວດສອບອັນດັບ:1.ກົມຂົວທາງ, 2.ກົມຊົນລະປະທານ, 3.ກົມຂົນສົ່ງ, 4.ກົມພະລັງງານ, (ເຂົາເອົາກັນເປັນເປີເຊັນ ແຕ່ລະໂຄງການຈ່າຍເປັນຕື້ໆ ແລະເງີນທີ່ມາຈ່າຍແຕ່ ໂຄງການແມ່ນເງີນກູ້ຢືມ ທີ່ພວກເຮົາທຸກຄົນຕ້ອງເປັນໜີ້ຕ່າງຊາດ) 5.ກົມບໍ່ແຮ່, 6.ກົມລົງທຶນ, 7.ກົມສ່ວຍສາ ອາກອນ.  ສ່ວນພວກຂູດຮີດ ອັນດັບ: 1.ກົມຕຳລວດປາບປາມຢາເສບຕິດ, 2.ກົມສືບສວນຄະດີອາຍາ, 3.ໄອຍະການ, 4.ສານປະຊາຊົນ ພວກນີ້ຟັນແຕ່ລະຄະດີ ແມ່ນຫູດັບບາງຄົນ ຈົນໝົດຄົວເຮືອນເສຍຮອດຂອງເມຍໃຫ້ເຂົາອີກ. ນອກນັ້ນຍັງມີ ນາຍທະຫານທີ່ຮັບຜິດຊອບທຸລະກິດຂອງກະຊວງລ້ຳລວຍຈົນບໍ່ຈັກຊີ່ເວົ້າ, ຖັດລົງມາ ແມ່ນບັນດາອາຈານມະຫາວິທະຍາໄລ, ອຳນວຍການໂຮງໝໍຕ່າງໆມີລາຍຮັບເປັນຕື້ໆ ພັດບໍ່ມີໃຜຄິດເຖິງ. ການຊ່ວຍກັນກວດສອບ ແມ່ນດີແລະໃຫ້ຖືກເປົ້າຄັກໆ ເພື່ອສັງຄົມຈະໄດ້ຮັບຂໍ້ມູນທີ່ຖືກຕ້ອງ

 ຮູ້ຈັ່ງຊີ້ລະ ດີແລ້ວ, ແຕ່ຈະໃຫ້ດີທີ່ສຸດແມ່ນໃຫ້ແນະນະວິທີປາບປາມ ແລະ ຊ່ວຍກັນກຳຈັດໃຫ້ຫມົດສິ້ນຈາກສັງຄົມລາວ. ຂ້າພະເຈົ້າຈະເປັນ 1 ໃນນັ້ນທີ່ຈະຮ່ວມທີມນຳ.

__________________
Anonymous

Date:

Anonymous wrote:

ພາສີບໍ່ລວຍດອກແຕ່ມີພໍຊື້ຢູ່ຊື້ກີນພໍຊື້ລົດຂີ່ແຕ່ວ່າຫາງສຽງສັງຄົມແມ່ນໂຈມຕີເຂົາຫຼາຍ ພວກທີ່ລ້ຳລວຍແລະສໍ້ໂກງລະດັບຊາດແທ້ໆແມ່ນ ຜູ້ມີອຳນາດຕົວໃຫ່ຍໆໃຜແຕະຕ້ອງ ບໍ່ໄດ້ພຸ້ນແລ້ວເພິ່ນເອົາກັນເປັນລ້ານໆໂດລາ. ສະເພາະກົມວິຊາການທີ່ຕິດອັນດັບໃນ ການສໍ້ລາດບັງຫຼວງແຕ່ສັງຄົມບໍ່ພາກັນກ່າວຫາແລະກວດສອບອັນດັບ:1.ກົມຂົວທາງ, 2.ກົມຊົນລະປະທານ, 3.ກົມຂົນສົ່ງ, 4.ກົມພະລັງງານ, (ເຂົາເອົາກັນເປັນເປີເຊັນ ແຕ່ລະໂຄງການຈ່າຍເປັນຕື້ໆ ແລະເງີນທີ່ມາຈ່າຍແຕ່ ໂຄງການແມ່ນເງີນກູ້ຢືມ ທີ່ພວກເຮົາທຸກຄົນຕ້ອງເປັນໜີ້ຕ່າງຊາດ) 5.ກົມບໍ່ແຮ່, 6.ກົມລົງທຶນ, 7.ກົມສ່ວຍສາ ອາກອນ.  ສ່ວນພວກຂູດຮີດ ອັນດັບ: 1.ກົມຕຳລວດປາບປາມຢາເສບຕິດ, 2.ກົມສືບສວນຄະດີອາຍາ, 3.ໄອຍະການ, 4.ສານປະຊາຊົນ ພວກນີ້ຟັນແຕ່ລະຄະດີ ແມ່ນຫູດັບບາງຄົນ ຈົນໝົດຄົວເຮືອນເສຍຮອດຂອງເມຍໃຫ້ເຂົາອີກ. ນອກນັ້ນຍັງມີ ນາຍທະຫານທີ່ຮັບຜິດຊອບທຸລະກິດຂອງກະຊວງລ້ຳລວຍຈົນບໍ່ຈັກຊີ່ເວົ້າ, ຖັດລົງມາ ແມ່ນບັນດາອາຈານມະຫາວິທະຍາໄລ, ອຳນວຍການໂຮງໝໍຕ່າງໆມີລາຍຮັບເປັນຕື້ໆ ພັດບໍ່ມີໃຜຄິດເຖິງ. ການຊ່ວຍກັນກວດສອບ ແມ່ນດີແລະໃຫ້ຖືກເປົ້າຄັກໆ ເພື່ອສັງຄົມຈະໄດ້ຮັບຂໍ້ມູນທີ່ຖືກຕ້ອງ

 ຍັງຂາດ ອຳນາດການປົກຄອງບາງບ່ອນ ເປີດໃຫ້ມີການເກັບຄ່າຈອດລົດຕາມທ້ອງຖະໜົນຫຼວງ ລົດໄຫຍ່ຄັນໜຶ່ງ

3000 ກີບ ເດືອນໜຶ່ງໄດ້ຈັກກີ່ຕື້ກີບ ທັ້ງໆທີ່ບ່ອນນັ້ນບໍ່ແມ່ນດິນຂອງໃຜເປັນຫຍັງຕ້ອງມາເກັບເງິນຄ່າຈອດລົດ?

__________________

Senior Member

Status: Offline
Posts: 239
Date:

ຕ້ອງຂະຫຍັນໝັ່ນພຽນເດີທ່ານ ຮູ້ເກັບກຳ ຮັກສາ ແລະໃຫ້ຄົບຄົນຄົນດີ ເປັນໝູ່ເດີ ຖ້າໄດ້ວຽກດີແຕ່ມີໝູ່ຮ່ວມງານບໍ່ດີຊວຍ

__________________

ສາມັນຊົນ

Anonymous

Date:

thone wrote:

ຕ້ອງຂະຫຍັນໝັ່ນພຽນເດີທ່ານ ຮູ້ເກັບກຳ ຮັກສາ ແລະໃຫ້ຄົບຄົນຄົນດີ ເປັນໝູ່ເດີ ຖ້າໄດ້ວຽກດີແຕ່ມີໝູ່ຮ່ວມງານບໍ່ດີຊວຍ

 laosbombs.jpglaosbombs.jpg

__________________
Anonymous

Date:

ທ່ານທີ່ເວົ້າມານັ້ນອາດຈະເຫັນແຕ່ພາສີລວຍ ທີ່ຈິງພະນັກງານລັດຖ້າໄດ້ຢູ່ບ່ອນກ່ຽວກັບການເອື້ອໂອກາດໃຫ້ທຸລະກິດແມ່ນມີຊ່ອງທາງຫມົດ ບໍ່ວ່າແຕ່

ພາສີ ,ຫນ່ວຍງານທີ່ລວຍສຸດໆ ກະແມ່ນ ກວດກາພັກລັດ ເພາະກວດພວກລວຍ ບໍ່ເຫັນເຮັດຫຍັງເຂົາໄດ້

__________________
ສີໂຄດ

Date:

ສະບາຍດີ ທຸກຄົນ ຕາມທີ່ຂ້າພະເຈົ້າ ອ່ານຄວາມຄິດເຫັນຂອງແຕ່ລະຄົນ ຜ່ານມາ ກະອົດເວົ້ານຳບໍ່ໄດ້ ຟັງໄປແລ້ວ ເລື່ອງລາວສ່ວນ ໄຫຍ່ເປັນເລື່ອງຂອງຄວາມຢາກ ເປັນເລື່ອງຂອງ ກິເດດ ເປັນເລື່ອງຂອງ ຄວາມຕ້ອງການ ຂອງຄົນເຮົາ ທັງນັ້ນ ແຕ່ເຖິງຢ່າງໃດກໍຕາມ ຂ້າພະເຈົ້າຢາກເວົ້າວ່າ ຄົນເຮົາ ຈະໄປແລ່ນ ນຳຄວາມຢາກ ຂອງຕົນ ມັນກະປຽບ ເໝືອນ ຕັກເອົານ້ຳ ໄປຖອກໃສ່ທະເລນັ້ນແລ້ວ ຕັກໃສ່ເທົ່າໃດ ມັນກະບໍ່ມີວັນເຕັມດອກ ເພາະສະນັ້ນແລ້ວ ຢ່າພາກັນ ແລ່ນຕາມຄວາມຢາກ ຂອງຕົນຫລາຍ ມັນຈະກາຍເປັນທຸກແກ່ ຕົນ ແລະ ຄົນອື່ນ ໃນສັງຄົມ ອິກ ໄຫ້ຄຳນຶກວ່າທຸກຄົນໝີບໍ່ພົ້ນ ຄວາມຕາຍ ເງີນຄຳເປັນຂອງນອກກາຍ ຕາຍໄປເອົາຫຍັງໄປ ນຳບໍ່ໄດ້ດອກ ນອກຈາກ ການກະທຳ ດີ.ຊົ່ວ ໃນຕອນເຮົາມີຊີວິດຢຸ່ ເທົ່ານັ້ນທີ່ຕິດ ຕົວຂອງເຮົາໄປ ຫລັງຈາກເຮົາຊິ້ນລົມຫາຍໃຈ  ໂອຍໂລດມະນຸດມາຊ່າງວຸ້ນວາຍຫລາຍ

ນີ້ລະ ເພີ່ນວ່າ:

ຄົນເຮົາຫລົງອຳນາດ ແລ້ວລືມຕາຍ

ຫລົງກາຍແລ້ວລືມ ແກ່

__________________
Anonymous

Date:

Anonymous wrote:

ຂ້ອຍຢາກເຊົາ ເຮັດວຽກກັບເອກະຊົນ ແລະຢາກເຂົ້າໄປເຮັດວຽກກັບ ລັດຖະບານ

ບໍ່ຮູ້ວ່າ ຈະເຂົ້າເຮັດວຽກກະຊວງໃດດີ ທີ່ ຈະເຮັດໃຫ້ຕົນ ມີຄວາມກ້າວຫນ້າ ມີຫນ້າທີ່ ຕໍາແຫນ່ງດີ ແລະ ໄດ້ເງິນດີ (ບໍ່ແມ່ນເງິນເດືອນ)

ໝູ່ເພື່ອຜູ້ໃດຮູ້ ກະລຸນາແນະນໍາແນ່

 do you want to earn more money from corruption?

__________________
Anonymous

Date:

ວີທີ ແກ້ໄຂ ປາບການ ສໍ້ລາດ ບັງຫຼວງ ທຸກຄົນພ້ອມໃຈກັນ ລົງສູ້ ທ້ອງ ຖນົນ ຮຽກຮ້ອງຄວາມ

ເປັນທັມ ເໝືອນດັ່ງຊາດອື່ນເຂົາເຮັດ ໃນທົ່ວໂລກ  ທຸກຄົນເປັນນື່ງດຽວໃຈດຽວກັນ ຢ່າງເດັດ

ດຽວ ໜຽວແໜ້ນ ເປັນແກ່ນສານ  ບໍ່ວາດຫວັນ ຕໍ່ອຸປສັກໃດໆ ທັງປວງ............!!!!

__________________
Anonymous

Date:

Anonymous wrote:

ຂ້ອຍຢາກເຊົາ ເຮັດວຽກກັບເອກະຊົນ ແລະຢາກເຂົ້າໄປເຮັດວຽກກັບ ລັດຖະບານ

ບໍ່ຮູ້ວ່າ ຈະເຂົ້າເຮັດວຽກກະຊວງໃດດີ ທີ່ ຈະເຮັດໃຫ້ຕົນ ມີຄວາມກ້າວຫນ້າ ມີຫນ້າທີ່ ຕໍາແຫນ່ງດີ ແລະ ໄດ້ເງິນດີ (ບໍ່ແມ່ນເງິນເດືອນ)

ໝູ່ເພື່ອຜູ້ໃດຮູ້ ກະລຸນາແນະນໍາແນ່

  ມັນເປັນໄປໄດ້ບໍ່ຄົນສາມັນທຳມະດາຊິເຂົ້າຮັບແໜ່ງຕາມກະຊວງຖະບວງກົມຕ່າງ ໆ ທັງຫລາຍ ຕາມເຫັນມານີ້ສ່ວນຫລາຍຕ້ອງພີ່ນ້ອງປ້ອງປາຍຂອງ

ຜູ່ມີອຳນາດຈື່ງຈະໄດ້ເຂົ້າຮັບຕຳແໜ່ງດີດີ ຖ້າບໍ່ແມ່ນເຊື້ອສາຍລາຍລ່ອງກໍຕ້ອງໄຊ້ເງີນຊື້ເອົາຕຳແໜ່ງ

__________________

Veteran Member

Status: Offline
Posts: 67
Date:

ເປັນນາຍ ກຳກັບຢູ່ດ່ານ ລວຍສຸດ... :D

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard