Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ໃຜຮູ້ແດ່ວ່າ ຈ້າງເຂົ້າເຮັດການຢູ່ ທະນາຄານ ການຄ້າ ເຂົາເອົາເທົ່າໃດ
Anonymous

Date:
RE: ໃຜຮູ້ແດ່ວ່າ ຈ້າງເຂົ້າເຮັດການຢູ່ ທະນາຄານ ການຄ້າ ເຂົາເອົາເທົ່າໃດ


I like the person who reply the comment as Buffulo, awesome answer.. lol...

 

I am so sick with the holder of this topic... 



__________________
Anonymous

Date:

ຄວາມຈິງແລ້ວ ບໍ່ເປັນຄືຫລາຍໆທ່ານ ກ່າວມາດອກ ! ບໍ່ໄດ້ຈ້າງໄດ້ວານ ອັນໃດດອກ ໃນການເຂົ້າ ເຮັດວຽກ ພວກທ່ານ ຖືກລູກຫລານ ຕົວະເອົາເງິນ ໄປຫລິ້ນຊື່ໆ.

---------------------------------------------------

ເພິ່ນຜູ້ນີ້ຄືສິມີຍານວິເສດສ່ອງຮູ້ເຫັນໝົດທຸກຢ່າງ ຈົນກະທັ້ງຮູ້ວ່າພວກທີ່ມີລູກຫຼານເຮັດວຽກຢູ່ທະນາຄານການຄ້າຕົວະຫຼອກລວງເອົາເງິ່ນພໍ່ແມ່ໄປຫຼິ້ນໄປກິນ ເງິນຕັ້ງວ່າ 200.000 ບາດ. ພໍ່ແມ່ກະຄືສິໂງ່ຈ້າແທ້ໆ ແລະລຼກເອງກະຄືສິອັບປີຄະໝາດທີ່ກ້າຕົວະພໍ່ແມ່ເອົາເງິນຂະໜາດນັ້ນໄປຫຼິ້ນ. ທ່ານຜູ້ສະແດງຄວາມຄິດເຫັນນີ້ຄືສິບໍ່ຊ້ຄວາມຄິດຈັກດີ້ເລຍ ທ່ານຢ່າລືມເດີວ່າຄົນທີ່ເຂົ້ມາໃນເວັບແຫ່ງນີ້ປັນຍາຊົນກະມີຫຼາຍ ແລະກະຄິດຢ່າງຮອບຄອບກ່ອນທີ່ຈະຂຽນຫຍັງລົງໄປ ທ່ານຢ່າພະຍາຍາມບ່ຽນເບນຄວາມຈິງໃນສັງຄົມເລີຍ ແຕ່ຄວນໃຫ້ການສອດສອງດູແລແລະໃຫ້ການຕິຕຽນໃນສິ່ງທີ່ບໍ່ດີບໍ່ງາມເພາະການຈ້າງເອົາຄົນເຂົ້າເຮັດວຽກ ຄືການຂາຍຊາດກິນແລະເປັນບາດແຜຊໍາເຮື້ອຂອງຄວາມດ້ອຍພັດທະນາ ຄິດວ່າທ່ານກະຄືສິເປັນຄົນໜຶ່ງທີ່ ຢາກເຫັນຊາດບ້ານເມືອງມີຄວາມເປັນທໍາ ຫຼືວ່າທ່ານເປັນບຸດຄົນທີ່ບໍ່ມີສັຈໃນຕົວເອງແລ້ວພະຍາຍາມປົກປິດຄວາມຈິງ ເລື່ອງການຈ້າງເຂົ້າເຮັດວຽກນັ້ນ ມັນຄືກັນກັບຊ້າງຕາຍເປັນໂຕທ່ານຈະເອົາຂີ້ໝາມາຖົມມັນສິປົກປິດໄດ້ຢູ່ບໍ????????



__________________
Anonymous

Date:

andy wrote:

3 ປີຫັຼງຄືມີແຕ່ 100.000 ບາດ ມາປີນີ້ຂຶ້ນຮອດ 200.000 ບາດແລ້ວ ຕາຍແລ້ວປະເທດຊາດ ລູກຊາວນາໜາເຕົ່າ ທີ່ພໍ່ແມ່ ອຸດໝູນສົ່ງເສີມໃຫ້ໄດ້ມາຮຽນຢູ່ ມະຫາວິທະຍາໄລ ຊິ້ນເປືອງເງິນທອງ ເປັນຈຳນວນຫຼາຍຖ້າທຽບກັບລາຍໄດ້ຂອງພວກເຂົາເຫຼົ່ານັ້ນ ບາດຮຽນຈົບອອກມາແລ້ວ ພັດຕ້ອງໄດ້ເສຍເງິນຈ້າງເຂົ້າເຮັດວຽກບ່ອນດີໆ ມີອານາຄົດ ເພາະບໍ່ແພ້ເສັ້ນ ແພ້ສາຍ ແພ້ລູກຜູ້ນີ້ ລູກຜູ້ນັ້ນ ຄິດແລ້ວເສົ້າ ປະເທດຊາດຍັງຈະຕົກຢູ່ໃນວົງກົດແຫ່ງນີ້ອີກເຫິງນານປານໃດ ຈຶ່ງຈະມີໝວ່ຍງານມາກວດສອບ ແລະແກ້ໄຂ ບັນຫາແລະຫຼຸດຊ່ອງຫວ່າງດັ່ງກ່າວໄດ້.


    ບາງບອ່ນ 125,000,000 ກີບ ກະຍັງມີ ພໍ່ອາວເອີຍ



__________________
Anonymous

Date:

Leedonsouk wrote:

ບໍ່ມີຄວາມສາມາດ ແລ້ວໂທດແຕ່ຄົນອື່ນ 15.gif

 

ແລ້ວເປັນຫຍັງຫລາຍຄົນຄືເປັນບ້າຫຍາກເຂົ້າແຕ່ທະນາຄານ

 

ວຽກອື່ນເຮັດແລ້ວມັນທຸກ, ມັນບໍ່ລວຍວະ



-- Edited by Leedonsouk on Tuesday 7th of February 2012 12:37:40 AM

ເຈົ້າເວົ້າກໍ່ມີເຫດຜົນດີ ແລະຫຼາຍຄົນເວົ້າກໍ່ຖືກແຕ່ວ່າພວກເຮົາຕ້ອງຍອມຮັບຄວາມຈິງວ່າທຸກມື້ນີ້ເຮັດຫັຍງກໍ່ມີການແຂ່ງຂັນສູງ ເລີ້ມຕົ້ນຈາກການແລ່ນ (ຈ້າງ)ເອົາລູກເຂົ້າຮຽນໃນຄະນະດີໆ ຂອງມະຫາວິທະຍາໄລດີໆ, ຈົບແລ້ວຊອກຫາກົມດີໆຂອງກະຊວງດີໆໃຫ້ລູກໄດ້ເຮັດວຽກ ແຕ່ລະປີມີນັກສຶກສາຈົບໃໝ່ຫຼາຍໝື່ນຄົນ ແຕ່ຕຳແໜ່ງງານຮອງຮັບບໍ່ເກີນ 3.000ຄົນ ນີ້ຄືປັນຫາຂອງປະເທດດ້ອຍພັດທະນາ ຄົນສ່ວນໃຫ່ຍສ່ວງເສັງກັນເຂົ້າເຮັດວຽກລັດ ເພາະວຽກເອກະຊົນບໍ່ທັນມີຄວາມໝັນຄົງ ແລະບໍ່ຫຼວງຫຼາຍ ສ່ວນອັນທີ່ມີຕຳແໜ່ງຫວ່າງພັດແມ່ນ ຕຳແໜ່ງກຳມະກອນກວມເອົາ90% ກົງກັນຂ້າມກັບປະເທດພັດທະນາແລ້ວຄົນຮຽນເກັ່ງແມ່ນບໍລິສັດເອກະຊົນໄປຈອງໄວ້ແຕ່ຍັງຮຽນບໍ່ທັນຈົບ ສ່ວນພວກຂີ້ລ້າຍແມ່ນໄປເຮັດວຽກລັດ ເງີນເດືອນກໍ່ໜ້ອຍກ່ວາເອກະຊົນອີກ. ສ່ວນການພັດທະນາຊັບພະຍາກອນມະນຸດພັດບໍ່ສາມາດຕອບສະໜອງໃຫ້ແກ່ຕຳແໜ່ງງານໄດ້ຄືເນັ້ນໃສ່ການສຶກສາຂັ້ນສູງແທນທີ່ຈະເນັ້ນໃສ່ໂຮງຮຽນ ວິຊາຊີບທີ່ມີຕຳແໜ່ງງານຮອງຮັບຢູ່ແລ້ວ ຄັນຊີ່ໃຫ້ພວກຈົບຕີ ຫຼື ໂທ ມາເຮັດເຂົາກໍ່ບໍ່ຢາກເຮັດແລ້ວ.

ສ່ວນການທີ່ພວກເຮົາມາເວົ້າໂຈມຕີກັນເລື້ອງຈ້າງເຂົ້າເຮັດວຽກນັ້ນຂ້ອຍຄິດວ່າຄືຊີ່ມີແທ້ແຕ່ເປັນການຖືກຫຼອກຈາກພວກສວຍໂອກາດ ຫຼື ແອບອ້າງ(ນາຍໜ້າ)ຫຼາຍກ່ວາ ຍ້ອນຫັຍງຈຶ່ງເວົ້າແນວນີ້:

ຄຳຕອບ: 1. ຜູ້ທີ່ມີອຳນາດອະນຸມັດໃຫ້ຮັບເອົາພະນັກງານໃໝ່ແມ່ນຄະນະພັກຂອງກະຊວງທີ່ກ່ຽວຂ້ອງມີລັດຖະມົນຕີຊ່ວຍເປັນປະທານ (ປະກອບດ້ວຍ 7ທ່ານຂຶ້ນໄປ) ສະນັ້ນເປັນໄປບໍ່ໄດ້ທີ່ທ່ານເຫຼົ່ານີ້ຈະຮຽກເກັບເງີນ; 2. ຜູ້ມີອຳນາດໃນການຈັດການສອບເສັງຄັດເລືອກແມ່ນຫົວໜ້າກົມຈັດຕັ້ງ ແລະພະນັກງານເປັນປະທານ ແລະປະກອບດ້ວຍຮອງຫົວໜ້າກົມຂອງທຸກໆກົມເປັນຄະນະ ສະນັ້ນພວກນີ້ກໍ່ຄືຊີ່ບໍ່ເອົາເງີນດອກ 3. ຜູ້ທີ່ຮຽກເກັບເງີນຕົວຈິງອາດຈະແມ່ນພະນັກງານຂອງກົມຈັດຕັ້ງ ແລະພະນັກງານ ທີ່ມີໜ້າທີ່ ສັງລວມບັນດາລາຍຊື່ ແລະເປັນຜູ້ປະສານກັບນັກສອບເສັງ ພວກນີ້ຮູ້ຈັກວ່າແມ່ນໃຜແດ່ເສັງຜ່ານແລ້ວ ແລະຖືກຮັບຮອງໂດຍຄະນະກຳມະການແລ້ວ ຈຶ່ງນຳໄປແອບອ້າງວ່າຈ່າຍມາເທົ່າໃດຈຶ່ງຈະ ໄດ້ເຂົ້າທັ້ງໆທີ່ບໍ່ຈ່າຍຈັກກີບກໍ່ໄດ້ເຂົ້າຢູ່ແລ້ວ ຝ່າຍຜູ້ຢາກເຂົ້າກໍ່ຍອມຈ່າຍ ເຫດການແບບນີ້ເກີດຂຶ້ນຄືຕອນທີ່ມີຂ່າວວ່າຈ້າງເອົາວີຊາເຂົ້າສະຫະລັດກໍ່ມີລັກສະນະແບບນີ້ແຫຼະ. ຄັນບໍ່ຢາກໃຫ້ມີເຫດການນີ້ເກີດຂຶ້ນກໍ່ພາກັນເອົາຫຼັກຖານໄປຟ້ອງ ທ່ານ ບຸນທອງ ຈິດມະນີ ເບິ່ງເພິ່ນຊີ່ເຮັດແນວໃດ ອັນນີ້ມີແຕ່ຄົນເວົ້າພັດບໍ່ມີໃຜຮ້ອງຟ້ອງແລ້ວຊີ່ເຮັດແນວໃດແກ້ໄດ້.

ສ່ວນການຮັບເອົາລູກ ຫຼານຕົນເອງເຂົ້າການແມ່ນມີ 100% ຕົວຢ່າງ: ກະຊວງການເງີນມີຜູ້ໃຫ່ຍລະດັບຫົວໜ້າກົມ ແລະເປັນຄະນະພັກກະຊວງ ທ່ານນີ້ແມ່ນເຫັນແກ່ຕົວທີ່ສຸດ ທັ້ງໆທີ່ລະບຽບ ພັກກໍ່ຫ້າມໄວ້ລາວກໍ່ບໍ່ສົນໃຈການກະທຳຂອງລາວແມ່ນໂພດແທ້ໆ ລາວເອົາ ນ້ອງຊາຍເຂົ້າເປັນພາສີຢູ່ຫຼວງພະບາງ, ເອົາລູກສາວ, ລູກເຂີຍ, ລູກຊາຍ ເປັນພາສີຢູ່ເຂດ5ນະຄອນຫຼວງ ພວກເຈົ້າວ່າໂພດບໍ່? ຈັກໜ່ອຍຊີ່ເອົາລູກໃພ້ເຂົ້າອີກ.



__________________
Anonymous

Date:

@ the last comment, good comment but don't forget that in Lao is not easy to sue the public issues. the people who want the job why they will sue to the court. i think the high committee they all about this and they may think is not important to them to worry and other possibility they don't work according to their duty and responsibility. thier brain might freeze already.   



__________________
ລາວແທ້

Date:

ການທີ່ເຣັາຈະເວົ້າຫຍັງກໍຄວນມີຫລັກຖານທີ່ຖືກຕ້ອງກ່ອນຈຶ່ງເວົ້າ, ບໍ່ແມ່ນຍາມໃດກໍຊິເອົາແຕ່ເລື່ອງເຂົາວ່າ, ຈັກໃຜວ່າກັນແທ້, ເຣັດໃຫ້ເສຍພາບພົດຂອງລາວໝົດ, ຄັນບໍ່ຍາກເສຍເງິ່ນກໍເຂົ້າໄປສະໝັກເອງ, ໄປສອບເສັງຕາມຄວາມສາດເອົາເອງຕົວ, ບໍ່ຕ້ອງໄປເສຍຫົວໃຫ້ນາຍໜ້າຕົວເບາະ ແນວຕົນເອງໂງກໍເລີຍເສຍເງິນໃຫ້ນາຍໜ້າພວກບໍ່ດີ ພັດມາຖີ້ມໃສ່ຜູ້ອື່ນ ເຈົ້ແມ່ນເຈົ້າຄຶດຕື້ນເນາະ

ບໍ່ເຫັນບໍ່ດ່ຽວນີ້ແຕ່ລະກະຊວງເສັງເອົາພະນັກງານບັກຫລາຍ ມີຄວາມສາດມາດໄປເສັງເຂົ້າລະບໍ່ຊິມານັ່ງຄິດແຕ່ອນວນີ້ບໍ່ທັນເພິ່ນດອກ



__________________


Member

Status: Offline
Posts: 21
Date:

ດຽວນີ້ ການຈ້າງເຮັດການ ກາຍເປັນອາຊີບໄປແລ້ວ ສຳລັບກຸ່ມຄົນທີ່ຮູ້ຈັກ ແລ່ນພົວພັນ ເຈົ້າໜ້າທີ່ ໃນບໍລິສັດຂອງລັດລັດ.
ສາມາດສະຫຼຸບໄດ້ 3 ວິທີ:

1. ດ້ວຍເສັ້ນສາຍ. (ກຳລັງນຳໃຊ້ຢ່າງແຜ່ຫຼາຍ)
2. ດ້ວຍການຊື້ຈ້າງ.(ບາງໂອກາດ)
3. ດ້ວຍຄວາມຮູ້.(ບໍ່ຄ່ອຍຈະມີແລ້ວ)

***ຄວາມຮູ້ສຶກສ່ວນຕົວທີ່ພົບເຫັນ***

__________________


Veteran Member

Status: Offline
Posts: 25
Date:

****

__________________
Anonymous

Date:

Anonymous wrote:

ຢາກຝາກຖາມພວກທີ່ເຂົ້າມາສະແດງຄວາມຄິດເຫັນໃນເວັບບອດແຫ່ງນີ້ວ່າ ພວກເຈົ້າເປັນຄົນລາວ ທີ່ຮັກຊາດຢ່າງທີ່ແທ້ຈິງແລະຫວາ???!!! ທີ່ກ້າເອົາຊື່ສຽງຂອງຊາດໂຕເອງ ມາເວົ້າໃນທາງທີ່ຜິດແບບນີ້, ເຖິງວ່າເຫດການມັນຈະແບບນີ້ ແຕ່ທຸກຄົນຄວນຈະຄິດດີໆກ່ອນເວົ້າຫຍັງອອກມາ (ມັນມີຫົນທາງແກ້ໄຂທີ່ດີກວ່າ), ເພາະເທົ່າທີ່ອ່ານມາຂ້າງເທິງນີ້ ແມ່ນມີການກ່າວຫາບຸກຄົນອື່ນໂດຍທີ່ ບໍ່ຮູ້ເລີຍວ່າເຂົາມີສ່ວນກ່ຽວພັນນຳຫຼືບໍ່...   ອີກທັງຍັງເປັນການກ່າວປະຈານຊາດໂຕເອງ ໃຫ້ບຸກຄົນພາຍນອກ ແລະຜູ້ບໍ່ຫວັງດີຕ່າງໆ ສວຍໃຊ້ໂອກາດໃນທາງທີ່ບໍ່ດີນີ້..

 

 


 

ເຈົ້າຄິດວ່າ ຊ້າງຕາຍທັງໂຕ ເອົາໃບບົວປົກມັນຊິມິດບໍ່?

ເລື້ອງນີ້ມັນມີມູນແຫລະ ສັງຄົມຈິງສະທ້ອນອອກມາ

ຄົນຢູ່ໃນວົງການເຂົາເຈົ້າຮູ້ດີ ໂດຍສະເພາະຜູ້ມີຍົດຕຳແຫນ່ງໃຫຍ່

ຫັ້ນລະໂຕດີ ເຈົ້ານີ້ຄືຊິຖືກອົບຮົມມາໃຫ້ປົກປິດສີ່ງທີ່ບໍ່ດີ

ບໍ່ໃຫ້ສັງຄົມຮູ້ເນາະເພື່ອຈະໄດ້ຮັກສາຫນ້າໂຕເອງຫລອກຜູ້ອື່ນໄປວັນໆ

ແຕ່ພາຍໃນເຫນົ່າເຫມັນຍີ່ງກວ່າຊາກສົບ

 

 

 

 



__________________
Love laos

Date:

ພະນັກງານ ທະນາຄານການຄ້າ ຕາມທີ່ເຫັນມາ ແມ່ນມີຄວາມສາມາດຫມົດ, ຜູ້ທີ່ບໍ່ມີຄວາມຮູ້ ຈ້າງຫລາຍປານໃດເພິ່ນກະຄືສິບໍ່ເອົາເດີ້ທ່ານ!

__________________
ຜ່ານມາເຫັນ

Date:

ເຈົ້າຂອງກະທູ້ເອີ້ຍ ຕັ້ງກະທູ້ນີ້ເຂົ້າຄ່າຍດູມິ່ນສະຖາບັນເພິ່ນເດີ້, ຖ້າບໍ່ມີຂໍ້ມູນຫລັກຖານກໍ່ບໍ່ຄວນເວົ້າ ດຽວຄຸກຖາມຫາເດີ້...ເຈົ້າຂອງເວັບນີ້ກໍ່ຄວນກວດກາ ຄຳເວົ້າຫລືຖ້ອຍຄຳ ທີ່ເປັນການດູຫມິ່ນປະຫມາດຜູ້ອື່ນແດ່ເດີ້!

__________________
Anonymous

Date:

200.000ບາດ ຈ້າງມາແລ້ວຈ



__________________
Anonymous

Date:

ບໍ່ມີ Qualifications ຫຍັງເບາະຈຶ່ງຈະຢາກຈ້າງເຂົ້າ? ທ່ານຢາກເຮັດໜ້າທີ່ຫຍັງ Banking teller, Loan officer, Personal banker, Financial advisor ຫລື Bank manager?

__________________
Anonymous

Date:

ໄດ້ອ່ານແລ້ວມັນໜ້າສົງສານ ສະຫຼຸບວ່າ: ການຈ້າງເຂົ້າເຮັດວຽກຢູ່ທະນາຄານການຄ້າຕ່າງປະເທດ ແມ່ນມີຈິງ ມັນບໍ່ແມ່ນແຕ່ຈ້າງເຂົ້າເຮັດວຽກ ຈ້າງເຂົ້າຮຽນຢູ່ທີ່ ມະຫາວິທະຍາໄລແຫ່ງຊາດ ກະຍັງມີ ແລະ ຈ້າງເລື່ອນຕຳແໜ່ງໃນພະນັກງານທະຫານຕຳຫຼວດກະຍັງມີ ຍ້ອນວ່າໄດ້ຍິນກັບຫູ ໄດ້ຮູ້ເຫັນດ້ວຍຕານຳຄົນຮັກຄົນແພງ. ຜູ້ທີ່ເວົ້າວ່າບໍ່ມີນັ້ນແຫລະເປັນຄົນຫູໜວກຕາບອດ ໄປຢູ່ໃສມາຄືບໍ່ຮູ້ບໍ່ເຫັນເຫດການຢູ່ປະເທດຊາດຂອງຕົນເອງແທ້ໆ. ດີແຕ່ຂ້າພະເຈົ້າເຮັດທຸລະກິດສ່ວນຕົວ ບໍ່ໄດ້ໄປຈ້າງເຂົ້າເຮັດວຽກຢູ່ໃສ, ແຕ່ໃນຈິດໃຈກະບໍ່ຢາກໃຫ້ມີເຫດການຈັ່ງຊີ້ເກີດຂຶ້ນກັບຄົນລາວເຮົາທຸກຄົນ ເພາະວ່າ ຂ້ອຍເປັນຄົນລາວ ຂ້ອຍຮັກຄົນລາວ ຢາກໃຫ້ມີຄວາມຍຸຕິທຳຢູ່ໃນແຜ່ນດິນລາວ

ຈາກ: ຕົວແທນຄົນສູ້ຊີວິດ 



__________________
ຊະນະມານ

Date:

ຫຼານຊາຍຂອງຂ້ອຍ ມັນເສັງເຂົ້າເຮັດວຽກຢູ່ທະນາຄານນີ້ ໂດຍບໍ່ໄດ້ຈ້າງຈັກກີບດຽວ. ມັນສາມາດເຂົ້າເຮັດວຽກຢູ່ໜ່ວຍໄອທີຂອງທະນາຄານດ້ວຍຄວາມສາມາດຂອງມັນເອງ. ຂ້ອຍໂລດພຸມໃຈຮ່ວມກັບພໍ່ແມ່ມັນ. ແຕ່ກໍໜ້າເສຍໃຈນຳພວກໂງ່ພວກຈ້າພວກຊົ່ວຊ້າຊອກແຕ່ຫາຈ້າງເຂົ້າເຮັດວຽກ, ພວກທີ່ຊອກຈ້າງນີ້ ຖືວ່າແມ່ນພວກສໍ້ລາດບັງຫຼວງນໍ້າເບີໜຶ່ງ ກ່ອນມັນຈະຈ້າງເຂົ້າເຮັດວຽກ ມັນກໍໄດ້ຈ້າງເອົາຄະແນນຂຶ້ນຫ້ອງຕັ້ງແຕ່ສະໄໝຮຽນປະຖົມເປັນຕົ້ນມາ. ຍ້ອນພໍ່ແມ່ພວກມັນກໍເປັນຄົນໂງ່ຄົນຈ້າຄົນຊົ່ວຊ້າສາມາດ ສອນລູກແຕ່ແນວບໍ່ດີ ສອນເປັນຄົນຂີ້ສໍ້ຕໍແຫຼຕັ້ງແຕ່ສະໄໝຍັງນ້ອຍ ດັ່ງນັ້ນ ຄົນພວກນີ້ຈຶ່ງຊອກແຕ່ຫາຈ້າງ ແລະກໍຖືກປ່ອງກັບພວກທີ່ສວມຄາບເຈົ້ານາຍໃຫຍ່ທີ່ສາມາດເອົາຄົນເຂົ້າເຮັດວຽກເຮັດການ ຄັນມີເງິນເປັນຫຼາຍລ້ານມາໃຫ້... ແຕ່ເມື່ອສືບສາວທາວເອົາເລື່ອງແລ້ວ ຄົນພວກນີ້ລ້ວນແຕ່ພວກຂີ້ຕົວະຂີ້ຕົ້ມ ຫຼາຍຄົນເສຍເງິນຍ້ອນ ໂດຍບໍ່ມີໂອກາດໄດ້ເຂົ້າການ. ສ່ວນພວກທີ່ມີອຳນາດວາດສະໜາໃນກົກຊີ້ຕາຍປາຍຊີ້ເປັນ ມາຊອກຫາລາຍໄດ້ພິເສດນຳການຮັບຈ້າງເອົາຄົນເຂົ້າເຮັດວຽກກໍຄົງມີໜ້ອຍເຕັມທີ່. ຖ້າແມ່ນມີ ກໍຖືວ່າຄົນພວກນີ້ຊົ່ວຊ້າຍິ່ງກວ່າພວກຕີນຈຸ້ມເສຍອີກ!

ພາກັນມາສົ່ງເສີມໃຫ້ລູກຫຼານພວກເຮົາຕັ້ງໃຈຮໍ່າຮຽນ ແລະມີຄວາມສູ້ຊົນໃນການສ້າງອະນາຄົດຂອງຕົນເອງ. ຫາກພາກັນຊອກແຕ່ຊື້ຈ້າງເອົາຄະແນນ, ຊື້ຈ້າງເຂົ້າເຮັດວຽກ ປະເທດຊາດກໍຈະມີຄົນບໍ່ດີນັບມື້ິນັບຫຼາຍຂຶ້ນ! ເຮົາຕ້ອງພາກັນຕໍ່ຕ້ານປາກົດການຫຍໍ້ທໍ້ນີ້ ແລະບໍ່ໃຫ້ມັນປາກົດມີໃນສັງຄົມຂອງພວກເຮົາ.



__________________
Anonymous

Date:

  no  ເວລາກຳລັງຈະຢາຍບົດສອບເສັງ ຜູ້ທີ່ຕັກເຕືອນກ່ຽວກັບການວ່າຈ້າງເຂົ້າເຮັດວຽກ ກະມີຕຳແຫນ່ງເຖີງວ່າການອຳນວຍການ ແຕ່ຜູ້ເວົ້າຊ້ຳພັດເປັນຜູ້ເຮັດເອງສາ   ຈັງໃດກະອີ່ຕົນຜູ້ທີ່ຕັ້ງໃຈຮຽນແດ່ ແມ່ນຢູ່ວ່າບໍ່ມີເງີນທີ່ສາມາດຈະຈ້າງ ແຕ່ພວກເຈົ້າຈະເອົາຜູ້ທີ່ບໍ່ມີສະຫມອງແຕ່ມີເງີນຫລາຍຫັ້ນຫວາ ເຂົ້າມາພັດທະນາອົງກອນຂອງພວກເຈົ້າ



__________________
Anonymous

Date:

Anonymous wrote:

ຄວາມຈິງແລ້ວ ບໍ່ເປັນຄືຫລາຍໆທ່ານ ກ່າວມາດອກ ! ບໍ່ໄດ້ຈ້າງໄດ້ວານ ອັນໃດດອກ ໃນການເຂົ້າ ເຮັດວຽກ ພວກທ່ານ ຖືກລູກຫລານ ຕົວະເອົາເງິນ ໄປຫລິ້ນຊື່ໆ.


 ຄົນລາວເຮົາໂງ່ປານນັ້ນພຸ້ນຫວະ ຖືກເຂົາຕົວເອົາເງີນໄປຫຼີ້ນຊື່ໆ  ແຕ່ມີບາງຄົນເທົ່ານັ້ນເດີທ່ານທີ່ໂງ່  ແຕ່ຂ້ອຍບໍ່ໄດ້ໂງ່ ແຕ່ຫາກຍອມ

ເສຍປຽບໃຫ້ເຂົາ ຂ້ອຍໄດ້ເຮົາເຮັດວຽກຢູ່ທະນາຄານ ການຄ້າຕ່າງປະເທດນີ້ ຂ້ອຍເສຍເງີນຈ້າງເຂົ້າ 200,000 ฿  ຍ້ອນຂ້ອຍ ບໍ່ມີເສັ້ນໃຫຍ່ ຂ້ອຍຈົບມາຈາກ ວິທະຍາໄລ ຄອມເຊັນເຕີ



__________________


Member

Status: Offline
Posts: 5
Date:

ແນວນີ້ລະສັງຄົມປະຈຸບັນ ເງິນສາມາດຊື້ໄດ້ເກືອບທຸກຍ່າງ 



__________________
KK


Veteran Member

Status: Offline
Posts: 44
Date:

ທ່ານທັງຫລາຍເອີຍ ເຂົາມີເງີນກະໃຫ້ເຂົາໄປ ລອງມາປ່ຽນຄວາມຄິດນຳກັນເບີ່ງແມ້ ເຂົາມີເງີນ
ຫລາຍເຮົາກະຫາວິທີແນວໃດຈະໄດ້ເງີນນຳເຂົາລະບໍ່ມັນຈັງຊີລວຍ...ບໍ່ມີໂອກາດໄດ້ຮຽນຫລືເຮັດ
ວຽກທະນາຄານ ກະຮຽນແນວມັນຊີໄດ້ເງີນນຳເຂົາຫັນແລ້ວ...ເຂົາຫາເງີນໄດ້ຫລາຍເຮົາກະຫາວິ
ທີໃຫ້ເຂົາມາຈ່າຍຫລາຍເພື່ອແບ່ງປັນສູ້ສັງຄົມ...ຄົນລວຍແຫ່ງມັກໃຊ້ເງີນເຮັດແທນ...
ຂ້າພະເຈົ້າເປັນສະຖາປະນິກ ບໍ່ຕ້ອງໃຊ້ເສັ້ນສາຍກະຍັງໄດ້ເງີນນຳພວກທະນາຄານຫລາຍສີບພັນບາດ
ຫັນເດ...ເຂົາມີເງີນກະຢາກໄດ້ເຮືອນງາມ ເຂົາກະຈ້າງເຮົາອອກແບບຊັ້ນຕະຫວາ...(ຕົວຢ່າງໃຫ້ເບີ່ງ)..

__________________
mmmm

Date:

1 000 000 000 ໄດ້ເຂົ້າບໍ່ ຂ້ອຍມີຕັງ



__________________
Anonymous

Date:

mmmm wrote:

1 000 000 000 ໄດ້ເຂົ້າບໍ່ ຂ້ອຍມີຕັງ


 ມຶງມີຕັງກະເອົາໄປຕິດແມງຈັກຈັ່ນພຸ້ນ

ຢູ່ພີ້ເຂົາບໍ່ເອົາຕັງ ເຂົາແຕ່ເງິນ

ຈັ່ງແມ່ນກູເບື່ອພວດລາວກະຈາ



__________________
Anonymous

Date:

ວ່າໄດ້ຈ້າງທັງໝົດກໍ່ບໍ່ແມ່ນ ບ່ອນບໍ່ໄດ້ຈ້າງກໍ່ມີແທ້, ແຕ່ຖ້າຢາກເຮັດຢູ່ບ່ອນດີ ຫລາຍຄົນຕ້ອງການຢາກເຂົ້າສັງກັດກໍ່ຕ້ອງໄດ້ຈ້າງຄືວ່າ.

ການຊື້ການຈ້າງນີ້ມັນມີຕັ້ງແຕ່ເລື່ອງເລັກນ້ອຍຂື້ນຫາໃຫຍ່ ຜູ້ເຂົ້າເຮັດວຽກແລ້ວຢາກໄດ້ຊັ້ນ ຢາກໄດ້ຕຳແໜ່ງກໍ່ຕ້ອງໄດ້ຊື້ເອົາ, ຢາກເປັນຫົວໜ້າລັດວິສະຫະກິດ ຖ້າບໍ່ມີເສັ້ນມີສາຍ ກໍ່ຕ້ອງຊື້ດ້ວຍລາຄາແພງຄືກັນ, ແຕ່ຄົນເຂົາກໍ່ຊື້ເພາະກຸ້ມຄ່າ ເມື່ອໄດ້ເປັນແລ້ວກໍ່ຟັນຄືນຈົນມຸ່ນອຸ້ຍປຸ້ຍຄືບັນດາທ່ານຍົກບັນຫາຂື້ນມານີ້ລະ.

ເວົ້າມາແລ້ວເມື່ອຍມະໂນ



__________________


Newbie

Status: Offline
Posts: 1
Date:

ການຈ້າງເຂົ້າເຮັດວຽກນັ້ນບໍ່ແມ່ນຈ້າງສະເພາະແຕ່ທະນະຄານການຄ້າເທົ່ານັ້ນຍັງມີຫຼາຍບ່ອນທີ່ຈ້າງເຮັດວຽກໂດຍສະເພາະວຽກລັດຖະກອນກໍ່ຍັງໄດ້ຈ້າງເຮັດຄືກັນເພາະການຈ້າງນັ້ນຈະເຮັດໃຫ້ຫົວໜ້າຈົ່ງຕົວເລກລັດຖະກອນໃຫ້ກ່ອນສ່ວນຜູ້ທີ່ເປັນອາສາສະມັກທີ່ບໍ່ໄດ້ຈ້າງນັ້ນຕ້ອງໄດ້ໃຊ້ເວ ລາລໍຖ້າຕົວເລກລັດຖະກອນອີກຕໍ່ໄປຜູ້ທີ່ມີຄວາມມັກແລະອົດທົນມີເງີນຈຶ່ງຈະທົນໄດ້ສ່ວນຜູ້ທີ່ບໍ່ມີເງີນໃຊ້ຄືລູກຊາວສ່ວນຄົງອົດທົນບໍ່ໄດ້ດອກ. ພວກເຈົ້ານາຍໃນສປປລາວທຸກຄົນແມ່ນຖືກຈ້າງເກືອບວ່າບໍ່ມີເລີຍກໍ່ແມ່ນຖ້າເວົ້າເຖີງເລື່ອງນີ້ຈະກ່າວເຖີງເບື້ອງຫຼັງໃຫ້ຟັງກໍ່ຄືສະໄໝການຕໍ່ສູ້ປົດປ່ອຍປະເທດຊາດນັ້ນບໍ່ແມ່ນວ່າພວກເຈົ້ານາຍເປັນພວກຕໍ່ສູ້ປົດປ່ອຍປະເທດຊາດໄດ້ເຊັ່ນ: ທ່ານ ໄກສອນ ພົມວິຫານ, ທ່ານ ສຸພານຸວົງ ຖ້າບໍ່ມີປະຊາຊົນພວກເພີ່ນບໍ່ສາມາດປົດປ່ອຍປະເທດໄດ້ດອກພວກເຂົາໃຊ້ປະຊາຊົນເປັນຈຳນວນຫຼວງຫຼາຍໃນການປົດປ່ອຍປະເທດຊາດບໍ່ວ່າຊົນເຜົ່າໃດປະຊາຊົນທຸກຊົນເຜົ່າໄດ້ເສຍສະລະຊີວິດເພື່ອຊາດກໍ່ຄືເພື່ອລູກຫຼານຂອງເຂົາເຈົ້ານັ້ນກໍ່ຄືພວກເຮົານີ້ແລະແຕ່ເມື່ອປົດປ່ອຍປະເທດຊາດສຳເລັດແລ້ວຄວາມຫວັງຂອງປະຊາຊົນກໍ່ຜັງທະລາຍລົງຢ່າງໄວວາຄືພວກເຂົາບໍ່ສົນໃຈວ່າປະຊາຊົນໄດ້ໃຊ້ເລືອດເນື້ອເພື່ອຊາດຫຼາຍເທົ່າໃດລາວເປັນປະ ເທດປະຊາທີ່ປະໄຕ ປະຊາຊົນລາວ ເປັນຫຍັງໃນປະຈຸບັນນີ້ພວກເຈົ້ານາຍຈື່ງບໍ່ສົນໃຈລູກປະຊາຊົນຜູ້ທີ່ທຸກຍາກເລີຍດຽວນີ້ເຮັດວຽກກໍ່ຕ້ອງໄດ້ຈ້າງ, ຢາກຮຽນມະຫາໄລກໍ່ຕ້ອງໄດ້ຈ້າງອີກ, ທຸກຢ່າງລ້ວນແຕ່ຈ້າງເຂົ້າໝົດຖ້າບໍ່ຈ້າງກໍ່ຕ້ອງຮຽນສາຍພິເສດເທົ່ານັ້ນອີກອັນໜື່ງທີ່ນັກໜ່ວງທີ່ສຸດກໍ່ຄື ຕຳຫຼວດນັ້ນແລະດຽວນີ້ໃຜຢາກເປັນຕຳຫຼວດແມ່ນເຂົ້າຍາກທີ່ສຸດອາວຂ້ອຍຈ້າງ 10,000,000 ກີບເພີນລໍຖ້າຮອດມື້ນີ້ຍັງບໍ່ມີຕົວເລກໃຫ້ຖາມ ຍາມໃດກໍ່ໃຫ້ລໍຖ້າອີກພວກລູກຊາວນາຊາວສ່ວນທຸກຄົນຄົງຊີເໝື່ອນໆກັນໝົດມື້ນີ້ມາເວົ້າຄວາມຮູ້ສຶກຂອງຕົນເອງເທົ່ານັ້ນທີ່ແທ້ຈິງແລ້ວກໍ່ເປັນ ແນວນີ້ແລະປະເທດເຮົາພວກເຮົາໂຊກບໍ່ດີເກີດມາເປັນລູກປະຊາຊົນບໍ່ມີອຳນາດໃດໆເລີຍທີ່ຈະຕໍ່ສູ້ໄດ້ຖ້າໃຜຢາກຕໍ່ສູ້ກໍ່ໃຫ້ລະວັງຕົວໃຫ້ດີດຽວຈະ ຫາຍຕົວໂດຍບໍ່ມີໃຜ້ຮູ້ເຫດການເສຍດາຍເລືອດເນື້ອປະຊາຊົນຜູ້ທີ່ມີນໍ້າໃຈຮັກຊາດຖ້າຂ້ອຍມີປະລາມະນູຂ້ອຍຈະເທີ້ງໃຫ້ປະເທດຊາດໝົ່ນໝົດ ເພາະເບື່ອຍຊີວິດທີເປັນແນວນີ້ຍາມໃດກໍ່ຖືກພວກເຈົ້ານາຍຢຽບຫົວຫຍິບປາກສະເໝີເວົ້າແນວນີ້ພວກເຈົ້ານາຍເຫັນເຂົາກໍ່ຫົວເຮົາເທົ່ານັ້ນແລະ. ເຈົ້ານາຍຂອງສປປລາວແມ່ນເຈົ້ານາຍທີ່ຫາລໍ້າຫາລອຍໃຫ້ຄອບຄົວເທົ່ານັ້ນບໍ່ແມ່ນເຮັດວຽກເພື່ອປະຊາຊົນປານນັ້ນຍັງເວົ້າວ່າເຮັດວຽກລັດແມ່ນ ເພື່ອປະຊາຊົນພູ້ນໄດ໋ຂໍໃຫ້ທຸກຄົນໂຊກດີໃນປີໃໝ່ 2013 ນີ້ກີນເບຍຫຼາຍໃຫ້ລະບາຍຄວາມແຄ້ນຂອງຕົວໃຫ້ໝົດໄປຊ໋າ.

__________________
s
Anonymous

Date:

tongmiao wrote:

ການຈ້າງເຂົ້າເຮັດວຽກນັ້ນບໍ່ແມ່ນຈ້າງສະເພາະແຕ່ທະນະຄານການຄ້າເທົ່ານັ້ນຍັງມີຫຼາຍບ່ອນທີ່ຈ້າງເຮັດວຽກໂດຍສະເພາະວຽກລັດຖະກອນກໍ່ຍັງໄດ້ຈ້າງເຮັດຄືກັນເພາະການຈ້າງນັ້ນຈະເຮັດໃຫ້ຫົວໜ້າຈົ່ງຕົວເລກລັດຖະກອນໃຫ້ກ່ອນສ່ວນຜູ້ທີ່ເປັນອາສາສະມັກທີ່ບໍ່ໄດ້ຈ້າງນັ້ນຕ້ອງໄດ້ໃຊ້ເວ ລາລໍຖ້າຕົວເລກລັດຖະກອນອີກຕໍ່ໄປຜູ້ທີ່ມີຄວາມມັກແລະອົດທົນມີເງີນຈຶ່ງຈະທົນໄດ້ສ່ວນຜູ້ທີ່ບໍ່ມີເງີນໃຊ້ຄືລູກຊາວສ່ວນຄົງອົດທົນບໍ່ໄດ້ດອກ. ພວກເຈົ້ານາຍໃນສປປລາວທຸກຄົນແມ່ນຖືກຈ້າງເກືອບວ່າບໍ່ມີເລີຍກໍ່ແມ່ນຖ້າເວົ້າເຖີງເລື່ອງນີ້ຈະກ່າວເຖີງເບື້ອງຫຼັງໃຫ້ຟັງກໍ່ຄືສະໄໝການຕໍ່ສູ້ປົດປ່ອຍປະເທດຊາດນັ້ນບໍ່ແມ່ນວ່າພວກເຈົ້ານາຍເປັນພວກຕໍ່ສູ້ປົດປ່ອຍປະເທດຊາດໄດ້ເຊັ່ນ: ທ່ານ ໄກສອນ ພົມວິຫານ, ທ່ານ ສຸພານຸວົງ ຖ້າບໍ່ມີປະຊາຊົນພວກເພີ່ນບໍ່ສາມາດປົດປ່ອຍປະເທດໄດ້ດອກພວກເຂົາໃຊ້ປະຊາຊົນເປັນຈຳນວນຫຼວງຫຼາຍໃນການປົດປ່ອຍປະເທດຊາດບໍ່ວ່າຊົນເຜົ່າໃດປະຊາຊົນທຸກຊົນເຜົ່າໄດ້ເສຍສະລະຊີວິດເພື່ອຊາດກໍ່ຄືເພື່ອລູກຫຼານຂອງເຂົາເຈົ້ານັ້ນກໍ່ຄືພວກເຮົານີ້ແລະແຕ່ເມື່ອປົດປ່ອຍປະເທດຊາດສຳເລັດແລ້ວຄວາມຫວັງຂອງປະຊາຊົນກໍ່ຜັງທະລາຍລົງຢ່າງໄວວາຄືພວກເຂົາບໍ່ສົນໃຈວ່າປະຊາຊົນໄດ້ໃຊ້ເລືອດເນື້ອເພື່ອຊາດຫຼາຍເທົ່າໃດລາວເປັນປະ ເທດປະຊາທີ່ປະໄຕ ປະຊາຊົນລາວ ເປັນຫຍັງໃນປະຈຸບັນນີ້ພວກເຈົ້ານາຍຈື່ງບໍ່ສົນໃຈລູກປະຊາຊົນຜູ້ທີ່ທຸກຍາກເລີຍດຽວນີ້ເຮັດວຽກກໍ່ຕ້ອງໄດ້ຈ້າງ, ຢາກຮຽນມະຫາໄລກໍ່ຕ້ອງໄດ້ຈ້າງອີກ, ທຸກຢ່າງລ້ວນແຕ່ຈ້າງເຂົ້າໝົດຖ້າບໍ່ຈ້າງກໍ່ຕ້ອງຮຽນສາຍພິເສດເທົ່ານັ້ນອີກອັນໜື່ງທີ່ນັກໜ່ວງທີ່ສຸດກໍ່ຄື ຕຳຫຼວດນັ້ນແລະດຽວນີ້ໃຜຢາກເປັນຕຳຫຼວດແມ່ນເຂົ້າຍາກທີ່ສຸດອາວຂ້ອຍຈ້າງ 10,000,000 ກີບເພີນລໍຖ້າຮອດມື້ນີ້ຍັງບໍ່ມີຕົວເລກໃຫ້ຖາມ ຍາມໃດກໍ່ໃຫ້ລໍຖ້າອີກພວກລູກຊາວນາຊາວສ່ວນທຸກຄົນຄົງຊີເໝື່ອນໆກັນໝົດມື້ນີ້ມາເວົ້າຄວາມຮູ້ສຶກຂອງຕົນເອງເທົ່ານັ້ນທີ່ແທ້ຈິງແລ້ວກໍ່ເປັນ ແນວນີ້ແລະປະເທດເຮົາພວກເຮົາໂຊກບໍ່ດີເກີດມາເປັນລູກປະຊາຊົນບໍ່ມີອຳນາດໃດໆເລີຍທີ່ຈະຕໍ່ສູ້ໄດ້ຖ້າໃຜຢາກຕໍ່ສູ້ກໍ່ໃຫ້ລະວັງຕົວໃຫ້ດີດຽວຈະ ຫາຍຕົວໂດຍບໍ່ມີໃຜ້ຮູ້ເຫດການເສຍດາຍເລືອດເນື້ອປະຊາຊົນຜູ້ທີ່ມີນໍ້າໃຈຮັກຊາດຖ້າຂ້ອຍມີປະລາມະນູຂ້ອຍຈະເທີ້ງໃຫ້ປະເທດຊາດໝົ່ນໝົດ ເພາະເບື່ອຍຊີວິດທີເປັນແນວນີ້ຍາມໃດກໍ່ຖືກພວກເຈົ້ານາຍຢຽບຫົວຫຍິບປາກສະເໝີເວົ້າແນວນີ້ພວກເຈົ້ານາຍເຫັນເຂົາກໍ່ຫົວເຮົາເທົ່ານັ້ນແລະ. ເຈົ້ານາຍຂອງສປປລາວແມ່ນເຈົ້ານາຍທີ່ຫາລໍ້າຫາລອຍໃຫ້ຄອບຄົວເທົ່ານັ້ນບໍ່ແມ່ນເຮັດວຽກເພື່ອປະຊາຊົນປານນັ້ນຍັງເວົ້າວ່າເຮັດວຽກລັດແມ່ນ ເພື່ອປະຊາຊົນພູ້ນໄດ໋ຂໍໃຫ້ທຸກຄົນໂຊກດີໃນປີໃໝ່ 2013 ນີ້ກີນເບຍຫຼາຍໃຫ້ລະບາຍຄວາມແຄ້ນຂອງຕົວໃຫ້ໝົດໄປຊ໋າ.


 ອ່ານແລ້ວກໍ່ໜ້າເຫັນໃຈລູກປະຊາຊົນຄົນທໍາມະດາທີ່ບໍ່ມີເຊື້ອສາຍປະຕິວັດ

ບໍ່ມີເງິນຢິບຍື່ນໃຫ້ຜູ່ມີສິດອໍານາດ.

ຖ້າທ່ານຈະປະກອບຄໍາເຫັນໃນຄັ້ງໜ້າ ຢ່າຂຽນຕໍ່ກັນຍາວຫຼາຍ ໝັ່ນລົງແຖວ

ແດ່ຈຶ່ງຈະສະດວກສໍາລັບຜູ່ອ່ານ, ຂອບໃຈ.



__________________
ນິລະນາມ

Date:

ການຊື້ ຫລື ຈ້າງ ເຂົ້າເຮັດການ ຢູ່ທະນາຄານການຄ້າຕ່າງປະເທດລາວ ກາຍມາເປັນ ວັດທະນາທຳ ແລະ ທຳນຽມມາຫລາຍປີແລ້ວ ,ແຕ່ກະມີຈຳນວນໜື່ງທີ່ ເສັງເຂົ້າໄດ້ໂດຍຕົນເອງ ແຕ່ຫາກຕ້ອງມີຄວາມຮູ້ສູງແທ້ , ຍ້ອນວ່າ ທະນາຄານການຄ້າຕ່າງປະເທດລາວ ມີເງີນຜົນຕອບແທນທີ່ສູງກວ່າບັນດາທະນາຄານ ທຸລະກິດລັດ  ຫລື ລັດວິສາຫະກິດອື່ນໆ ທີ່ເປັນ ຂອງລັດຖະບານລາວ ໃນໜື່ງເດືອນ ລາຍຮັບຂອງທະນາຄານ ປະກອບ ດ້ວຍ ເງີນເດືອນພື້ນຖານ ບວກ ເງີນມາປະຈຳການ ບວກ ເງິນ ເງີນນະໂຍບາຍຕ່າງ ລວມ ແລ້ວ ສຳຫລັບ ວິຊາ ການ ປະມານ ເດືອນລະປະມານ ເຈັດ ຫາ ແປດລ້ານກີບ ,ຖ້າມີນຳແໜ່ງໜ່ວຍງານ ປະມານ ສີບເອັດ ຫລື ສີບສອງລ້ານກີບຕໍ່ເດືອນ ລະດັບຫົວໜ້າ ສາຂາ ແຕ່ລະແຂວງ ປະມານ ສີບຫ້າ ຫາ ສີບຫົກລ້ານກີບຕໍ່ເດືອນ ,ນອກນັ້ນຍັງມີເງີນ ທ້າຍປີ ເງີນເດືອນສີບສາມ ປະມານ ຫ້າ ຫາ ຫົກ ລ້ານກີບ ເງີນ ໂບນັດປະຈຳປີອີກ ຊາວ ຫາ ຊາວຫ້າລ້ານກີບ ສຳຫລັບ ວິຊາການ ດັ່ງນັ້ນ ການຊື້ ຫລື ຈ້າງ ເຂົ້າ ເຮັດການຢູ່  B C E L ຈື່ງມີ ລາຄາ ສູງ ໄປຕາມໄລຍະຂອງຜົນຕອບແທນ ແຕ່ລະປີ ປະຈຸບັນນີ້ຄົນທີ່ໃຫ້ຂໍ້ມູນມາບອກວ່າ ລາຄາ ສາມແສນບາດ ຫາ ສີ່ແສນບາດ ແລ້ວ ຄວາມຮູ້ບໍ່ກ່ຽວເງິນລູກດ່ຽວ ຈ້າງເຂົ້າ ສາມແສນບາດ ປີດ່ຽວກະກຸ້ມທືນແລ້ວ ,ຍ້ອນສາຍເຫດທີ່ກ່າວມານີ້ຈື່ງເຮັດໃຫ້ ການຊື້ຈ້າງມີມູນຄ່າສູງຂື້ນທຸກປີ



__________________
the one who was death

Date:

Andy not too long it will be as what you thougth! Because nowaday laos is already be china!



__________________
ຄົນຊຸກລໍ້

Date:

ຄະນະອຳນວຍການຊຸດໃຫມ່ ລາຄາໃຫມ່ 300,000 bath to 400,000 bath

 ຕິດຕໍ່ ພະແນກຈັດຕັ້ງ ສຳນັກງານໃຫຍ່ ຫລື ຫົວຫນ້າ ສາຂາ ທົ່ວປະເທດ 

ຈ່າຍເງິນລ່ວງຫນ້າ ຮອດມຶ້ເສັງຈື່ງມາເອົາຂໍ້ ສອບ , ເສັງຜ່ານ ມາເອົາຄຳຕອບ

ໃວ້ລໍຖ້າສຳພາດ ເທົ່ານີ້ກໍ່ໄດ້ເຮັດແລ້ວ ວຽກທະນາຄານການຄ້າຕ່າງປະເທດລາວ




__________________
Anonymous

Date:

ຄົນຊຸກລໍ້ wrote:

ຄະນະອຳນວຍການຊຸດໃຫມ່ ລາຄາໃຫມ່ 300,000 bath to 400,000 bath

 ຕິດຕໍ່ ພະແນກຈັດຕັ້ງ ສຳນັກງານໃຫຍ່ ຫລື ຫົວຫນ້າ ສາຂາ ທົ່ວປະເທດ 

ຈ່າຍເງິນລ່ວງຫນ້າ ຮອດມຶ້ເສັງຈື່ງມາເອົາຂໍ້ ສອບ , ເສັງຜ່ານ ມາເອົາຄຳຕອບ

ໃວ້ລໍຖ້າສຳພາດ ເທົ່ານີ້ກໍ່ໄດ້ເຮັດແລ້ວ ວຽກທະນາຄານການຄ້າຕ່າງປະເທດລາວ



 Oh! my Buddha. ພິລືກພິໂລປານນີ້ພຸ້ນຫວາ?. ທຸກມື້ນີ້ມັນກໍ່ເປັນແບບນີ້ໝົດລະຢູ່ບ້ານເຮົານ່າພີ້ນ້ອງເອີຍ, ຖ້າເສັ້ນບໍ່ໃຫຍ່ ກໍ່ຕ້ອງມີເງີນເທົ່ານັ້ນ

ຈະອາໄສຄວາມເກັ່ງມາວັດກັນນີ້ແມ່ນຍາກທີ່ຈະບັນລຸຜົນ ຍົກເວັ້ນແຕ່ເຮັດນຳເອກກະຊົນເພາະເຂົາຕ້ອງການຄົນເກັ່ງມາຊ່ວຍວຽກເຂົາ. ຖ້າເປັນລັດ ຫລື

ລັດວິສະຫະກິດ ແມ່ນອອກມາໃນຮູບແບບນີ້ລະ, ໄດ້ເຂົ້າເຮັດວຽກແລ້ວ ຖ້າຢາກມີຕຳແໜ່ງກໍ່ຕ້ອງໄດ້ຊື້ອີກ. ແຕ່ສຳລັບພວກເສົ້ນໃຫຍ່ແລ້ວບໍ່ກ່ຽວເລື່ອງ

ຄວາມຮູ້ຄວາມສາມາດ ຢາກໄດ້ຕຳແໜ່ງໃດແມ່ນອອກໃບແຕ່ງຕັ້ງໄປເລີຍ



__________________
ສັດປີກ

Date:

ນີ້ຄືເລື້ອງຈີ່ງທີ່ເກີດຂື້ນແທ້ໃນຕ່າງແຂວງ ຫລານຂ້ອຍມີສອງຄົນ 

ຄົນທີ່ໜື່ງຈົບຊັ້ນສູງ ຈາກສະຖາບັນ ທະນາຄານ ໄດ້ໃບປະກາດແດງ

ຄະແນນ ສູງສົມຄວນ ໄປສະໝັກເຂົ້າເຮັດວຽກຢູ່ ທະນາຄານການຄ້າ

ສາຂາ ໃນຕ່າງແຂວງ ທະນາຄານບໍ່ຮັບແບບຟອມສະໝັກຍ້ອນຈົບຊັ້ນສູງ ບອກວ່າຮັບແຕ່ປະລິນຍາຕີ , ສະແດງວ່າສະຖາບັນການທະນາຄານນີ້ ສ້າງມາເພື່ອ

ຫຍັງຮຽນຈົບລະ ທະນາຄານລັດບໍ່ຮັບແບບຟອມ ພວກຂ້ອຍເສຍເງີນເທົ່າໃດຈື່ງສົ່ງລູກຫລານຈົນຮຽນຈົບສາມປີ 

ເຮືອນກະເຊ່າ,ເຂົ້າກະຊື້ ບາດສຸດທ້າຍຖືກປະຕິເສດ.ບາດໄປສະໝັກຢູ່ທະນາຄານ ພົງສະຫວັນ ເຂົ້າເອີ້ນເຂົ້າ ສຳພາດ ພັດໄດ້ເຮັດວຽກ,ບາດມີນາງຄົນໜື່ງຢູ່ແຖວ

ບ້ານຂ້ອຍນີ້ ລາວຮຽນຈົບຊັ້ນສູງຈາກ ວິທະຍາໄລ ໃນແຂວງສຳພັດໄດ້ເຮັດວຽກຢູ່ ທະນາຄານການຄ້າ ຍ້ອນຈ້າງເຂົ້າ

 ຫລານອີກຄນໜື່ງ ຈົບປະລິນຍາຕີແຕ່ເສັງບໍ່ຜ່ານຮອບຄັດເລືອກ,ກໍ່ ໄປສະມັກທະນາຄານ ເອຊີລີດາ ພັດໄດ້ເຮັດ , ຫມູ່ຂອງຫລານຂ້ອຍເປັນລູກຄົນມີເງິນ ມີ ຫນ້າ ມີຕາໃນແຂວງ

ຮຽນຈົບຊັ້ນສູງຈາກ ວິທະຍາໄລ ໃນແຂວງ ພັດໄດ້ເຂົ້າເຮັດການ ທະນາຄານການຄ້າ

 




__________________
Anonymous

Date:

ຢາກປ່ຽນວຽກ ແລະ ຢາກເຮັດຢູ່ທະນາຄານຄືກັນ ແຕ່ບໍ່ຮູ້ວ່າ ຄວ່ມເປັນຈິງຈະງາມດັ່ງພາບພົດບໍ່ ແລະ ໃນອານາຄົດຈະເປັນແນວໃດ....ເຫັນໃນເວັບຂອງເພື່ອນບ້ານຈົ່ມກັນແທ້ເລື່ອງທະນາຄານ, ຢ້ານເປັນແບບດຽວກັນ ບໍ່ກ້າຕັດສິນໃຈ . http://topicstock.pantip.com/silom/topicstock/2011/08/B10969197/B10969197.html



__________________
Anonymous

Date:

Anonymous wrote:
Anonymous wrote:

ຄວາມຈິງແລ້ວ ບໍ່ເປັນຄືຫລາຍໆທ່ານ ກ່າວມາດອກ ! ບໍ່ໄດ້ຈ້າງໄດ້ວານ ອັນໃດດອກ ໃນການເຂົ້າ ເຮັດວຽກ ພວກທ່ານ ຖືກລູກຫລານ ຕົວະເອົາເງິນ ໄປຫລິ້ນຊື່ໆ.


 ຄົນລາວເຮົາໂງ່ປານນັ້ນພຸ້ນຫວະ ຖືກເຂົາຕົວເອົາເງີນໄປຫຼີ້ນຊື່ໆ  ແຕ່ມີບາງຄົນເທົ່ານັ້ນເດີທ່ານທີ່ໂງ່  ແຕ່ຂ້ອຍບໍ່ໄດ້ໂງ່ ແຕ່ຫາກຍອມ

ເສຍປຽບໃຫ້ເຂົາ ຂ້ອຍໄດ້ເຮົາເຮັດວຽກຢູ່ທະນາຄານ ການຄ້າຕ່າງປະເທດນີ້ ຂ້ອຍເສຍເງີນຈ້າງເຂົ້າ 200,000 ฿  ຍ້ອນຂ້ອຍ ບໍ່ມີເສັ້ນໃຫຍ່ ຂ້ອຍຈົບມາຈາກ ວິທະຍາໄລ ຄອມເຊັນເຕີ


 ແມ່ນຄວາມພໍ່ຕູ້ເວົ້າຢູ່ຂ້າງເທີງຫັ້ນລະ ເພີ່ນວ່າບໍ່ແມ່ນຊື້ຈ້າງຫຍັງດອກ ເພີ່ນເອີ້ນວ່າຊ່ວຍເຫລືອກັນ ແບບຕ່າງຝ່າຍຕ່າງມີຜົນປະໂຢດວ່າຊັ້ນ



__________________
Anonymous

Date:

ຊີຫາຈ້າງເຂົ້າ ເຮັດຫັຍງ ຖາມໂຕເອງເບິ່ງກ່ອນ ວ່າມີ ອັນໃດທີເຮັດໃຫ້ ທາງພາກສ່ວນຮັບເອົາເປັນພະນັກງານ

ໂຕເອງ ສ້າງ ລາຍຮັບໄດ້ຫລາຍປານໃດ

ໂຕເອງ ລຸດລາຍຈ່າຍໃຫ້ ອົງການໄດ້ຫລາຍປານໃດ

ເຮັດໃດ້ ໃຜໆ ກະຢາກໄດ້ພະນັກງານແນວນີ້ລະ

ເດີ້  ມີຫຍັງກະໂທສອບຖາມໄດ້ເດີ້ 109 ເດີ້



__________________
Anonymous

Date:

ຈົບເລີຍເນາະ... ຄັກຫລາຍ...



__________________
Anonymous

Date:

ຍິງ: ແອງ ເອີຍ, ໂຮມ ນັຍ ດີ ອໍ ເອົາ ?

ຊາຍ: ໂຮມ ນັຍ ດີ ຕັບ ຕັບ ເດີ ແອມ ເອີຍ.



__________________
Anonymous

Date:

Anonymous wrote:

ຄວາມຈິງແລ້ວ ບໍ່ເປັນຄືຫລາຍໆທ່ານ ກ່າວມາດອກ ! ບໍ່ໄດ້ຈ້າງໄດ້ວານ ອັນໃດດອກ ໃນການເຂົ້າ ເຮັດວຽກ ພວກທ່ານ ຖືກລູກຫລານ ຕົວະເອົາເງິນ ໄປຫລິ້ນຊື່ໆ.


 ບໍ່ໄດ້ຈ້າງແທ້ ຖ້າເປັນຕະກູນຂອງຕົນເອງແມ່ນບໍ່ລະ ນີ້ຄືລາວນໍ



__________________
Anonymous

Date:

Observer wrote:

ຂໍຊົມເຊີນພວກທ່ານທີ່ນຳເອົາຄວາມຈິງມາເປີດເຜີຍສູ່ສັງຄົມ

 

ທຸກທ່ານກໍ່ຮູ້ດີ (ສຳລັບປະຊາຊົນທີ່ບໍ່ມີອຳນາດຄືຂ້າພະເຈົ້າ) ວ່າເຮົາບໍ່ສາມາດເຮັດຫຍັງໄດ້ດອກນອກຈາກອົດທົນຢູ່ກັບຄວາມຈິງໃນສັງຄົມລາວປັດຈຸບັນທີ່ວ່າ ຄຸນ້ອຍຕັກບໍ່ເຕັມ ຄູໃຫຍ່ລົ້ນ

 

ຂໍຂອ

ເມື່ອປ່ຽບທຽບປະເທດລາວກັບບັນດາປະເທດເອເຊຍຕາເວັນອອກສ່ຽງໃຕ້ຈະເຫັນວ່າປະເທດລາວຍັງດ້ອຍພັດທະນາຫຼາຍຍ້ອນເຮົາຍັງມີເລື່ອງນີ້ຫຼາຍຜູ້ທີ່ຕັ້ງໃຈ
ຮຽນກໍ່ມີຄວາມທໍ່ທ້ອຍບໍ່ມີກຳລັງໃຈບໍ່ມີແຮງຈູງໃຈໃນການຮຽນຜູ້ທີ່ຮຽນບໍ່ເກັ່ງກັບໄດ້ເຮັດວຽກບ່ອນດີໆຜູ້ທີ່ຮຽນເກັ່ງກັບບໍ່ມີວຽກເຮັດຖ້າຫາກວ່າ
ບຸກຄະລາກອນພາຍໃນບໍລິສັດມີແຕ່ຄົນມີຄວາມສາມາດເຮັດໃຫ້ຈະສາມາດແຂ່ງກັບບັນດາປະເທດອື່ນໄດ້
ປະເທດມີແຕ່ຄົນທີ່ມີຄວາມຮູ້ປະເທດເຮົາກໍ່ຊິພັດທະນາໄດ້ຫຼາຍກ່ວານີ້


__________________
Anonymous

Date:

ຂອບໃຈພີ່ນອ້ງລາວໃນເດີ້ ຂອ້ຍເອງກໍມີລູກຫຼານຢູ່ລາວເຂົາບອກວ່າຮຽນມາແລ້ວ

ກໍໃດ້ຈ້າງເຂົ້າເຮັດການຂອ້ຍເອງກໍບໍ່ເຊື່ອເພາະວ່າຂອ້ຍບໍ່ເຄືຍເຫັນມາດຽວນີ້

ເຫັນພວກເຈົ້າເວົ້າມາມັນແມ່ນຄວາມຈິງ ຂອ້ຍເອງກໍສົງສານພວກເຈົ້າເຕັມທີ

ເພາະສນັ້ນຂໍໃຫ້ພີ່ນອ້ງລາວເຮົາທຸກຄົນຈົ່ງໍຸກຂື້ນມາຕໍ່ສູ້ກັບມັນຢ່າຍອມມັນ

ເວລານີ້ພວກເຮົາຢູ່ທາງນອກກາໍລັງທໍາທຸກສິ່ງທຸກຢ່າງເພື່ອຊອ່ຍເຫຼືອພວກທາ່ນທີ່ຢູ່ທາງໃນ ຢ່ານອ້ຍໃຈສູ້ຕໍ່ໄປຮັກພີ່ນອ້ງລາວໃນເຮົາທຸກຄົນ

The hitman

 



__________________
Anonymous

Date:

ດຽວນີ້ຄົນມັນຫລາຍ ຮຽນຈົບແຕ່ລະປີບໍ່ແມ່ນຫນ້ອຍ ສິໃຫ້ມັນເຂົ້າງ່າຍຄືຕະກີ້ມັນກະເປັນໄປບໍ່ໄດ້ ນອກຈາກວ່າເຈົ້າຕ້ອງເກັ່ງ ແລະ ມີຄວາມອົດທົນ ຈືງຈະໄດ້ເຮັດວຽກດີ

ສ່ວນພວກທີ່ຈົບມາແລ້ວຍັງບໍ່ໄດ້ເຮັດວຽກ ຕ້ອງຮຽນຫລາຍໆ ຖ້າຄວາມຮູ້ມີ ບໍ່ຖ້າຈ້າງເຂົ້າ ເຮັດຢູ່ໃສເຂົາກະເອົາ ( ສ່ວນພວກທີ່ຈ້າງເຂົ້າຄິດສະວ່າພວກທີ່ຂີ້ຄ້ານຮຽນ )



__________________
Anonymous

Date:

ເລື່ອງການເສັງເຂົ້າລັດຖະກອນເດ ທ່ານທັງຫຼາຍ ເປັນແນວໃດ ຢູ່ບັນດາແຂວງຂອງພວກທ່ານ ຄືກັນກັບຢູ່ແຂວງຂ້າພະເຈົ້າບ?  ຂໍຄຳເຫັນນຳບັນດາທ່ານທັງຫຼາຍແດ່ ( ຢ່າຟ້າວດ່າກັນເດີ , ສົນທະນາ ເພື່ອຫາທາງແກ້ໄຂ )



__________________
Anonymous

Date:

 

 

    200,000 B   ແມ່ນກ່ອນໜ້ານັ້ນ,  ສໍາລັບປະຈຸບັນ ແມ່ນ 400,000-500,000 B ພຸ້ນ



__________________
Anonymous

Date:

Anonymous wrote:

ຄວາມຈິງແລ້ວ ບໍ່ເປັນຄືຫລາຍໆທ່ານ ກ່າວມາດອກ ! ບໍ່ໄດ້ຈ້າງໄດ້ວານ ອັນໃດດອກ ໃນການເຂົ້າ ເຮັດວຽກ ພວກທ່ານ ຖືກລູກຫລານ ຕົວະເອົາເງິນ ໄປຫລິ້ນຊື່ໆ.


 ບັກອັນນີ້ມັນເມົາແຕ່ເລັຽຫີແກວກໍ່ເລີຍບໍ່ຮູ້ວ່າບັນຫາບູດເນົ່າຫັຍງ? ທີ່ເປັນຊຳ

ເຮື້ອເຫຼື້ອລັງຢູ່ກັບສັງຄົມບໍລິຫານຂອງປະເທດລາວ ເວົ້າລວມ

ເວົ້າສະເພາະແມ່ນຢູ່ກົງຈັກບໍລິຫານວ່າມັນເກີດຫັຍງຂື້ນກັບປະເທດ ໃນເວທີສາກົນ

ເຂົາຊາບກັນດີບໍ່ຕ້ອງ ຕົວະຄົນອື່ນອີກຕໍ່ໄປມັນຟັງບໍ່ຂື້ນຖ້າຍັງມີຄວາມເປັນມະໜຸດຢູ່

ຖ້າເປັນເສດມະໜຸດສຸດແລ້ວແຕ່ເຊີນ...ໂງ່ຈ້າຕໍ່ໄປໄດ້ເລີຍ.



__________________
Anonymous

Date:

Anonymous wrote:

ທ່ານຢາກເຂົ້າເຮັດຢູ່ສາຂາໃດ໋, ຕໍາແໝ່ງໃດ່? ຖ້າຢາກເຮັດຢູ່ວຽງກໍ່ໂທໄປຖາມ

ທ່ານອ່ອນແກ້ວ ດໍາຣົງບຸນ ເບີໂທ: 21 - 2132001

ຖ້າຢາກເຮັດຢູ່ສະຫວັນ ກໍ່ໂທຖາມທ່ານ ພູຂົງ ຈັນທະຈັກ 41-211722

ຖ້າຢາກເຮັດຢູ່ອຸດົມໄຊ ກໍ່ໂທຖາມທ່ານ ວັນຄໍາ ວໍຣະວົງ   81-211260

ໂຊກດີເດີທ່ານ.

 

 


 ຂ້ອຍກໍໄດ້ຍິນຫຼາາຍຄົນເວົ້າ ວ່າຈ້າງ 200,000 (ສອງແສນບາດ). ແຕ່ປີກ່ອນໆ ແສນໜຶ່ງກໍໄດ້.

ສະແດງວ່າດຽວນີ້ ມີນາຍໜ້າແລ່ນທາງນອກ ແລ້ວແບ່ງປັນເງິນຄ່າຈ້າງນັ້ນກັບຄົນພາຍໃນ

(ທະນາຄານ). ເມື່ອໄດ້ເຂົ້າເປັນພະນັກງານແລ້ວ ມັນກໍດິ້ນລົນວົນວາຍ ຫາວິທີຖອນທຶນຄືນ.

ສະນັ້ຍນຈຶ່ງມີປາກົດການເກີດຂຶ້ນໃຫ້ເຫັນເລື້ອຍໆ: ເງິນບໍ່ຄົບ (ເວລາລູກຄ້າໄປຖອນເງິນສົດ), ແລະອື່ນໆ.

ພວກທີ່ຄັດເລືອເອົາ, ຈ້າງເຂົ້າ ນັ້ນ ແມ່ນຈໍານວນທີ່ເຫຼືອຈາກລູກຫຼານ ເສັ້ນສາຍຂອງພະນັກ ງານຜູ້ໃຫຍ່ໃນທະນາຄານແລ້ວ (ທີ່ມັນເອີ້ນວ່າຕົວເລກນະໂຍບາຍຫັ້ນເດ).

ສູ່ມື້ນ້ນີ້ ເດັກນ້ອຍຄົນລຸ້ນໃໝ່ ຍັງມີທະດສະນະຄະຕິ ແລະຄ່ານິຍົມ ທີ່ຜິດພາດຢູ່ ກ່ຽວກັບ

ການເຮັດວຽກການເງິນ, ບັນຊີ ແລະເຮັດການນໍາທະນາຄານ. ເຂົາຄິດວ່າຍັງພໍຫາກິນເສດ

ກິນເລີຍໄດ້ງ່າຍໆ ຄືແຕ່ກອ່ນຢູ່.  ສະນັ້ນເຂົາຈິ່ງກ້າທຸ້ມເງິນຈ້າງເຂົ້າ, ກ້າຈ້າງເຂົ້າຮຽນຝ່າຍ

ການເງິນ-ບັນຊີ  (ສະຖາບັນການເງິນ-ທະນາຄານ ຢູດົງໂດກ ແລະ ວິທະຍາໄລດົງຄໍາຊ້າງ

ເຂົ້າຈ້າງເປັນແສນບາດຈຶ່ງໄດ້ຮຽນ).

 



__________________
Anonymous

Date:

ຍຸກສະໄໝນີ້ປະຕິເສດບໍ່ໄດ້ ຢາກເວົ້າຫຍັງກໍ່ໃຫ້ເວົ້າອອກມາໂລດ ບາງເທື່ອຜູ້ໃຫຍ່ເພີ່ນໄດ້ອ່ານ ກໍ່ເປັນອັນເຕືອນສະຕິໄປໃນຕົວ ວ່າການປຸກສຳນຶກຮັກຊາດ,ຮັກການພັດທະນາແນວໃດ? ບໍ່ແມ່ນແຕ່ເມົານຳແຕ່ເງິນບໍ່ລັບຫູລັບຕາ

 

 



__________________
Lao Hakzad

Date:

ຜູ້ທີ່ມາຕຳນິສ່ອງແສງສິ່ງບໍ່ດີຂອງຊາດເພື່ອໃຫ້ຜູ້ບໍລິຫານປັບປຸງນີ້ແລະຄົນຮັກຊາດ, ບໍ່ແມ່ນອັນໃດທີ່ກ່າວຕຳນິປະເທດຊາດ, ເຫັນວ່າບໍ່ຖືກຫູແລ້ວວ່າບໍ່ຮັກຊາດບໍ່ແມ່ນ, ດຽວນີ້ຄົນລາວຈຳນວນໜຶ່ງພະຍາຍາມເລຍແຂ່ງເລຍຂາ, ປົກປ້ອງລະບອບປົກຄອງທີ່ໂຄດເຮຍນີ້ ແລ້ວຄິດວ່າຕົວເອງຮັກຊາດວາ, ມຶງນັ້ນແລະ ທີ່ເປັນສັດຕູຂອງຊາດ,ຍ້ອນເປັນປົກປ້ອງສິ່ງບໍ່ຖືກຕ້ອງ. 



__________________
«First  <  1 2 | Page of 2  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard