Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ທ່ານຄິດແນວໃດກັບການພາກບານເຕະຂອງໂຄສົກລາວ
Anonymous

Date:
ທ່ານຄິດແນວໃດກັບການພາກບານເຕະຂອງໂຄສົກລາວ

ຂ້ອຍໄດ້ຕິດຕາມບານເຕະລາວແຕ່ກ່ອນຊີເກມເກືອບທຸກນັດທີ່ທີມຊາດລາວແຂ່ງ

ຖ້າທ່ານໃດເບິ່ງຄລີບນັດກ່ອນໆກໍ່ອາດຈະຮູ້ສຶກ

ຂ້ອຍຄີດວ່າຄົນພາກລາວເວົ້າເຂົ້າຂ້າງໂຕເອງຫລາຍໂພດ ຂ້ອຍເປັນຄົນລາວເຊຍທີມລາວຂ້ອຍຍັງອາຍແທນ

ຍົກຕົວຢ່າງກະແມ່ນ ຍາມຄູ່ຕໍ່ສູ້ຍິງເຂົ້າຄົນພາກກະມິດຈີ່ລີ່ໄປເລີຍ

- ຍາມນັກເຕະລາວເສຍຟາວຫຼືວ່າໄດ້ບັດເຫຼືອງ ກະວ່າບ່ໜ້າໄດ້ ໄປຕິກຳມະການວ່າບໍ່ຍຸດຕິທຳ ທັງໆທີ່ມັນໜ້າຈະໃຫ້ຢູ່ແລ້ວ

ບາງຄັ້ງກໍ່ຫາວ່າທີມຄູ່ຕໍ່ສູ້ໃຊ້ມານຢາຕົບຕາກຳມະການ

- ເວົ້າໃນທຳນອງທີ່ວ່າທີມຄູ່ສູ້ອາດໂກງອາຍຸ ພຽງເພາະວ່າໂຕເຂົາເຈົ້າໃຫຍ່ກວ່ານັກເຕະລາວ

- ຮ້ອງເຮວ່າເຂົ້າແລ້ວເຂົ້າແລ້ວຫຼາຍລູກ ທັ້ງໆທີ່ມັນບໍ່ໄດ້ເຂົ້າ (ປາກໄວກວ່າຕາ)

...etc

ອັນນີ້ເຂົາບໍ່ເອີ້ນວ່າພາກ ເຂົາເອີ້ນວ່າເຊຍ

ແຕ່ກໍ່ຂໍຢ່າໃຫ້ມັນໂພດເກີນໄປ

ກະຢາກໃຫ້ພາກໃຫ້ມັນໄດ້ມາດຕະຖານແດ່ ບໍ່ແມ່ນວ່າອັນໃດທີມໂຕເອງກະເກ່ງໝົດ ຖືກໝົດ

ຂ້ອຍຄິດວ່າຄວນຈະມີການປັບປຸງໃນການພາກໃຫ້ດີກວ່ານີ້

ພວກທ່ານເດຄິດແນວໃດ

__________________
Anonymous

Date:

Anonymous wrote:

 ໂຄສົກຍັງຕ້ອງໄດ້ໄປຮຽນຕື່ມ ພາກບໍ່ເປັນກາງ ຮູ້ຍິນຕອນຣຶ່ງເພິ່ນເວົ້າວ່າໄທຫຼິ້ນບານບໍ່ງາມ ມຽນມາຍັງດີກວ່າ ແນວນີ້ກະຍັງເວົ້າ ບໍ່ງາມຈັ່ງໃດມັນມີໂອກາດຊິກິນຫົວມຶງຫຼາຍເທື່ອແລ້ວຄັນມັນບໍ່ພາດ ພາກເຕະບານບໍ່ວິຊາການຈັກດີ້ ແນ່ນອນຕ້ອງພາກເຂົ້າຂ້າງທີມປະເທດຕົວເອງແນ່ໜ້ອຍໜຶ່ງ ແຕ່ບໍ່ແມ່ນວ່າເຂົ້າຂ້າງເອົາແທ້ເອົາວ່າ ຕ່າງປະເທດຄັນເຂົາເຂົ້າໃຈພາສາລາວ ເຂົາກະຊິໃຫ້ຊ້ຳບໍ່ອາຍເຂົາຫວາ no

ແຕ່ເກີດມາຍັງບໍ່ທັນເຫັນໂຄສົກພາກເຕະບານຄົນໃດພາກເປັນຕາຟັງເລີຍ

__________________
Anonymous

Date:

ພໍ່ຕູ້ເຈົ້າຄືສິບໍ່ເຄີຍເບິ່ງເຕະບານທີມຊາດ ຍົກຕົວຢ່າງທີມຊາດໄທເຕະແລ້ວໄທຖ່າຍທອດສົດ ນັກພາກໄທຍັງພາກເຂົ້າຂ້າງທາງໂຕເອງ

__________________
Anonymous

Date:

ຜູ້ພາກ ແມ່ນ ທ່ານສອນຮ່ວງ ພິທີກອນກິລາ

ລາວເວົ້າດີ ແຕ່ເວົ້າຫຼາຍໂພດ

ໂດຍສະເພາະ ເມື່ອເວລາ ລາວ ເຈີກັບໄທ

ຂ້ອຍຄິດວ່າ ຄົນພາກ ຄວນພາກໄປຕາມເຫດການ ທີ່ເກີດຂຶ້ນ

ອັນນີ້ ເອາແຕ່ຄວາມຄິດຕົວເອງ ມາວິເຄາະ ແລ້ວຢາກໃຫ້ຄົນອື່ນເຊື່ອນໍາ

__________________
ສົມຄວນຄິດ

Date:

ເຫັນດີເປັນຢ່າງຫຍິ່ງ ກັບຄວາມເຫັນຂອງບັນດາທ່ານ ແລະ ຂ້າພະເຈົ້າຄິດວ່າ ຫລາຍໆທ່ານທີ່ໄດ້ຕິດຕາມຊົມການຖ່າຍທອດສົດ ກໍຄືຈະມີຄວາມຄິດຄືກັນ ໂດຍສະເພາະ ຕໍ່ກັບພຶດຕິກຳໃນໂຕ ແລະ ຄວາມສາມາດຂອງໂຄສົກກິລາລາວ. ຖ້າໂຄສົກເຫລົ່ານັ້ນ ໄດ້ຮັບຊາບການຕິຊົມດັ່ງກ່າວນີ້ ກໍຄວນນຳໄປພິຈາລະນາ ແລະ ບັນດາຜູ້ໃຫຍ່ທີ່ກ່ຽວຂ້ອງ ກໍຄວນເບື່ງບັນຫານີ້ດ້ວຍ.  ສົມຄວນຄິດ

__________________
Anonymous

Date:

ຂ້ອຍຄິດວ່າ ຄົນພາກ ຕ້ອງມີອັກຄະຕິ ຫຼື ມີບາດຫມາງຫຍັງ ກັບຄົນໄທ ແນ່ນອນ

ເພາະເວົ້າໃສ່ເຂົາເຈົ້າຫຼາຍໂພດ

ຄວນໃຫ້ໃບແດງໂຄສົກພາກ doh

__________________
Anonymous

Date:

-ເຫັນໄດ້ວ່າຜູ້ພາກບາງຄັ້ງກໍຍັງບໍ່ຈື່ຮອດຊື່ຜູ້ຫຼິ້ນຂອງລາວ ຍົກຕົວຢ່າງ: ໝາຍເລກ 7 ຊຶ່ (ທ. ທານິນ), ຍັງໄປເອີ້ນຊື່ຜູ້ກ່ຽວວ່າ (ໂຢທິນ) ຕະຫຼອດ...ອີກບັນຫານື່ງຈັກແມ່ນອີຫຍັງຜູ້ພາກມີແຕ່ຮ້ອງ: ໂອ່ຍໆໆໆໆ ຕະຫຼອດບໍ່ເຂົ້າໃຈວ່າ ເຈັບຫຍັງຫຼາຍບໍ...

-ອີກບັນຫານຶ່ງ ຜູ້ອ່ານຂ່າວກິລາຢູ່ໂທລະພາບລາວ ເຫັນແລ້ວບໍ່ຢາກເບີ່ງຮອດຂ່າວຊໍ້າ ເພາະວ່າເຫັນໜ້າຜູ້ອ່ານຂ່າວບໍ່ມີຊີວິດຊີວາ ເວົ້າຈາກໍບໍ່ເປັນຕາໜ້າຕິດຕາມຊົມ..ຄວນປັບປຸງຕື່ມ...

__________________
Anonymous

Date:

-ເຫັນໄດ້ວ່າຜູ້ພາກບາງຄັ້ງກໍຍັງບໍ່ຈື່ຮອດຊື່ຜູ້ຫຼິ້ນຂອງລາວ ຍົກຕົວຢ່າງ: ໝາຍເລກ 7 ຊື່ (ທ. ທານິນ), ຍັງໄປເອີ້ນຊື່ຜູ້ກ່ຽວວ່າ (ໂຢທິນ) ຕະຫຼອດ...ອີກບັນຫານື່ງຈັກແມ່ນອີຫຍັງຜູ້ພາກມີແຕ່ຮ້ອງ: ໂອ່ຍໆໆໆໆ ຕະຫຼອດບໍ່ເຂົ້າໃຈວ່າ ເຈັບຫຍັງຫຼາຍບໍ...

-ອີກບັນຫານຶ່ງ ຜູ້ອ່ານຂ່າວກິລາຢູ່ໂທລະພາບລາວ ເຫັນແລ້ວບໍ່ຢາກເບີ່ງຮອດຂ່າວຊໍ້າ ເພາະວ່າເຫັນໜ້າຜູ້ອ່ານຂ່າວບໍ່ມີຊີວິດຊີວາ ເວົ້າຈາກໍບໍ່ເປັນຕາໜ້າຕິດຕາມຊົມ..ຄວນປັບປຸງຕື່ມ...

__________________
Anonymous

Date:

Anonymous wrote:

ພໍ່ຕູ້ເຈົ້າຄືສິບໍ່ເຄີຍເບິ່ງເຕະບານທີມຊາດ ຍົກຕົວຢ່າງທີມຊາດໄທເຕະແລ້ວໄທຖ່າຍທອດສົດ ນັກພາກໄທຍັງພາກເຂົ້າຂ້າງທາງໂຕເອງ

 ມັນຫົວແຂງຈັ່ງຊີ້ແລະມັນບໍ່ຈະເລີນກັບເຂົາຈັກເທື່ອ

ໃຫ້"ພໍ່ຕູ້ເຈົ້າ"ປຽບທຽບຕອນໄທພາກ ກັບຕອນລາວພາກລອງເບິ່ງດຸ

ວ່າຄຸນະພາບມັນຕ່າງກັນປານໄດ

ໄທພາກຕອນລາວຍິງເຂົ້າ

ລາວພາກຕອນໄທຍິງເຂົ້າ

__________________
Anonymous

Date:

Anonymous wrote:

ພໍ່ຕູ້ເຈົ້າຄືສິບໍ່ເຄີຍເບິ່ງເຕະບານທີມຊາດ ຍົກຕົວຢ່າງທີມຊາດໄທເຕະແລ້ວໄທຖ່າຍທອດສົດ ນັກພາກໄທຍັງພາກເຂົ້າຂ້າງທາງໂຕເອງ

 ເມື່ອເວົ້າແບບນີ້ແລ້ວ ເຈົ້າບໍ່ຕ້ອງຍົກເອົາຜູ້ອື່ນມາປຽບທຽບ ໃຜຊິເປັນຈັັ່ງໃດກະຢ່າເຂົາ ເວົ້າສະເພາະແຕ່ຂອງເຮົານີ້ກ່ອນ ແນວໃດຈຳເປັນຕ້ອງປັບປຸງກະບອກກັນ ພາກອອກອາກາດລະດັບໂລກປານນີ້ ການເວົ້າຕ້ອງລະວັງ ຊິເວົ້າເປັນກັນເອງຄືພາກເຕະບານທີມວິທະຍາໄລຫ້ອງ A ເຕະກັບຫ້ອງ B ກະບໍ່ໄດ້ລະເນາະ

__________________
Anonymous

Date:

ເອົາໄປເອົາມາພາກຄືກັບວ່າມຶ່ງເຊຍຢູ່ເຮືອນມຶງເອງນິ no

__________________
Anonymous

Date:

Anonymous wrote:
Anonymous wrote:

ພໍ່ຕູ້ເຈົ້າຄືສິບໍ່ເຄີຍເບິ່ງເຕະບານທີມຊາດ ຍົກຕົວຢ່າງທີມຊາດໄທເຕະແລ້ວໄທຖ່າຍທອດສົດ ນັກພາກໄທຍັງພາກເຂົ້າຂ້າງທາງໂຕເອງ

 ມັນຫົວແຂງຈັ່ງຊີ້ແລະມັນບໍ່ຈະເລີນກັບເຂົາຈັກເທື່ອ

ໃຫ້"ພໍ່ຕູ້ເຈົ້າ"ປຽບທຽບຕອນໄທພາກ ກັບຕອນລາວພາກລອງເບິ່ງດຸ

ວ່າຄຸນະພາບມັນຕ່າງກັນປານໄດ

ໄທພາກຕອນລາວຍິງເຂົ້າ

ລາວພາກຕອນໄທຍິງເຂົ້າ

ລາວພາກຕອນມາເລເຕະເຂົ້າກະຄືກັນ

ບາດທາງຄູ່ຕໍ່່ສູ້ເຕະເຂົ້າແລະງຽບເລີຍ ຖ້າຕ່າງຊາດເບິ່ງເຂົາຄືຊິຫົວຂວັນ

__________________
Anonymous

Date:

ສັງເກດເບິ່ງໂລດວ່າບ້ານເຮົາເປັນຫຍັງຈຶ່ງບໍ່ພັດທະນາ ບໍ່ຕ້ອງເວົ້າໄປໄກ ເວົ້າເລື່ອງພາກເຕະບານກະພໍແລ້ວ ການພາກໃນລັກສະນະແບບນີ້ມີມາແຕ່ດົນແລ້ວ ຜູ້ພາກກະບໍ່ເຫັນຂໍ້ຜິດພາດຂອງຕົນແລະພັດທະນາ ຜູ້ຮັບຜິດຊອບໃນການອອກອາກາດ ໂດຍສະເພາະແມ່ນສະຖານີໂທລະພາບແຫ່ງຊາດບໍ່ຫົວຊາ ບໍ່ສັງເກດ ບໍ່ພັດທະນາ ເລືອກຄົນບໍ່ຖືກວຽກງານ ແນວນີ້ລະເພິ່ນວ່າ ບໍ່ພັດທະນາ

__________________
Anonymous

Date:

kid wa tong pup pugk kan pak ek tong pak hi pan kang tee sud how khon thai ka beng kur kan junk di jar aow jai soi der

__________________

Senior Member

Status: Offline
Posts: 428
Date:

ພວກເຈົ້າຊ່າງປຽບທຽບນໍ ເຫັນດີ ນໍາຄລິບທີ່ເອົາມາລົງ ການພາກແຕ່ງຕ່າງກັນຫຼາຍ
ຕ້ອງມີການຍ້ອງກັນແນ່ ເຖິງແມ່ນວ່າ ຈະເປັນຝ່າຍກົງກັນຂ້າມກັນກໍ່ຢ່າ

__________________
Anonymous

Date:

Bor Pen Yang Koi Pub pung Pai Der Pee Nong Loa Tue Na Uor Mai.

Khon Thai Si Sa Ket.

__________________
Anonymous

Date:

ຄົນທີ່ຕັ້ງກະທູ້ນີ້ມີພໍ່ຫລືແມ່ເປັນຄົນໄທຍບໍ ຂ້ອຍວ່າຄົນພາກຂອງລາວນະດີແລ້ວ ແຕ່ຖ້າຈະພັດທະນາກໍ່ຄົງຈະເປັນເລື້ອງຄວາມຮູ້ທັກສະການພາກຢ່າງອື່ນໃຫ້ດີຂື້ນ ບໍ່ແມ່ນໃຫ້ລາວໄປເຂົ້າຂ້າງໄທ  ນັກພາກສ່ວນຫລາຍເຂົາຂ້າງຕົນເອງ

ອັນນີ້ບໍ່ວ່າກັນ ເພາະເຂົາກະຮັກຊາດເຂົາ ຮັກຄວາມເປັນຊາດເຂົາ ບໍ່ວ່າແຕ່ພາກເຕະບານ  ພາກມວຍຍິງ ເຂົ້າຂ້າງຕົນເອງ ສຳຫລັບໄທຍ ທັງຂີ້ຫລັກ ທັງເຂົ້າ

ຂ້າງຕົນເອງ  ເປັນຕົ້ນແມ່ນບັກຫນ້າດຳ ໆ ຄືລິງນະເປັນຕາຊັງຂະຫນາດ ພາກເຂົ້າຂ້າງຕົນເອງ  ຄົນລາວຫນ້າຈະຍົກຍ້ອງໃຫ້ກຽດຄົນລາວກັນເອງ ບໍ່ ສິມາວິຈານລາວໃຫ້ກຽດໄທຍ ແຄມັນຫຍັງຄົນໄທຍ ມັນກະບໍ່ໄດ້ວິເສດວິໂສຫຍັງ

 ເອົາອີກແລ້ວ ພໍ່ຕູ້ນີ້ໄປປຽບທຽບອີກແລ້ວ ພໍ່ຕູ້ນີ້ເປັນໜຶ່ງໃນບັນດາພວກທີ່ເຮັດໃຫ້ຄົນທັງສອງປະເທດຜິດກັນອີກລະ ກະລຸນາວາງກອບຄວາມເຂົ້າໃຈຂອງຕົນໃຫ້ຖືກຕ້ອງແນ່ ຂອງເຮົາມັນບົກຜ່ອງ ເຮົາຕ້ອງປັບປຸງຂອງເຮົາ ບໍ່ແມ່ນວ່າ ທີ່ເຂົາຫັ້ນເດຄືເຮັດ ຖ້າເຮົາໄປເຮັດຈັ່ງຊັ້ນມັນກະຊ່ຳວ່າ ເຮົາບໍ່ຕ່າງຈາກເຂົາດອກ 

__________________

Member

Status: Offline
Posts: 12
Date:

lao tong garn nuck vikhor gila leu khosok gila khonmai phoo mi khouam samart

__________________
Anonymous

Date:

Anonymous wrote:

ຄົນທີ່ຕັ້ງກະທູ້ນີ້ມີພໍ່ຫລືແມ່ເປັນຄົນໄທຍບໍ ຂ້ອຍວ່າຄົນພາກຂອງລາວນະດີແລ້ວ ແຕ່ຖ້າຈະພັດທະນາກໍ່ຄົງຈະເປັນເລື້ອງຄວາມຮູ້ທັກສະການພາກຢ່າງອື່ນໃຫ້ດີຂື້ນ ບໍ່ແມ່ນໃຫ້ລາວໄປເຂົ້າຂ້າງໄທ  ນັກພາກສ່ວນຫລາຍເຂົາຂ້າງຕົນເອງ

ອັນນີ້ບໍ່ວ່າກັນ ເພາະເຂົາກະຮັກຊາດເຂົາ ຮັກຄວາມເປັນຊາດເຂົາ ບໍ່ວ່າແຕ່ພາກເຕະບານ  ພາກມວຍຍິງ ເຂົ້າຂ້າງຕົນເອງ ສຳຫລັບໄທຍ ທັງຂີ້ຫລັກ ທັງເຂົ້າ

ຂ້າງຕົນເອງ  ເປັນຕົ້ນແມ່ນບັກຫນ້າດຳ ໆ ຄືລິງນະເປັນຕາຊັງຂະຫນາດ ພາກເຂົ້າຂ້າງຕົນເອງ  ຄົນລາວຫນ້າຈະຍົກຍ້ອງໃຫ້ກຽດຄົນລາວກັນເອງ ບໍ່ ສິມາວິຈານລາວໃຫ້ກຽດໄທຍ ແຄມັນຫຍັງຄົນໄທຍ ມັນກະບໍ່ໄດ້ວິເສດວິໂສຫຍັງ

ຄົນພາກຄົນນີ້ເປັນ"ພໍ່່ຫຼືແມ່ເຈົ້າ"ບໍ່ ຈິ່ງພະຍາຍາມປົກປ້ອງ ບໍ່ຢາກໃຫ້ຄົນພາກພັດທະນາໂຕເອງ

ມັນບໍ່ພັດທະນາໂຕເອງແນວນີ້ແລະຄົນອື່ນເຂົາຈຶ່ງດູຖູກຫົວຂວັນ

__________________
Anonymous

Date:

ຖ້າເປັນໄດ້ກະດີ ຄົນພາກບານລາວຄືຄົນລາວ ແນ່ນອນຂ້ອຍເຂົ້າຂ້າງຢູ່ແລ້ວ ລາວມີຫນ້າທີ່ພາກລາວກະພາກຕາມຄວາມສາມາດ

ທີ່ເຂົາມອບຫມາຍໃຫ້ ຖືວ່າດີລະ  ເລື້ອງລາວສິພັດທະນາຫລືບໍ່ນັ້ນມັນເລື້ອງຂອງລາວ

ແລະເລື້ອງຂອງລາວ ບໍ່ຈຳເປັນຕ້ອງເອົານັກພາກໄທຍມາປຽບທຽບ

__________________
Anonymous

Date:

ອັນນັ້ນກະແມ່ນບ້ານເຂົາ ຢ່າເອົາມາປຽບທຽບກັນ

ທີ່ເຮົາເວົ້າດຽວນີ້ແມ່ນໂຄສົກພາກບານບໍ່ເປັນກາງ ແລະ ອີກແນວໜື່ງກໍ່ແມ່ນ ເອົາຄວາມຄຶດສ່ວນໂຕມາເວົ້າຫຼາຍໂພດ ເວົ້າໄປຄືພາກຢູ່ເຮືອນເພິ່ນນິລະ

ປລ1 .ເຈົ້າຂອງກະທູ້ເວົ້າມາແມ່ນຖືກແລ້ວລະ ຂະໜາດຂ້າພະເຈົ້າເຊຍລາວ ຂ້າພະເຈົ້າຍັງອາຍກັບຄຳເວົ້າຂອງໂຄສົກແທນເລີຍ

ປລ2.ທີ່ວ່າໄທພາກເຂົ້າຂ້າງໂຕເອງນັ້ນ ຂ້າພະເຈົ້າຄິດວ່າ ຄົນລາວເຂົາເຈົ້າຄິດແນວໃດ ຮູ້ສືກແນວໃດກະຄືຂິຮູ້ກັນດີ

__________________
Anonymous

Date:

ບາງຄັ້ງຂ້າພະເຈົ້າປິດສຽງໂທລະພາບເພາະບໍ່ຢາກຟັງຜູ້ພາກທີ່ເວົ້າບໍ່ເປັນຕາຟັງເວົ້າຜິດເວົ້າຖືກ ຕົວຢ່າງ ນັກເຕະທີມຊາດລາວແທ້ໆກໍຍັງບໍ່ຈື່ຊື່ ແລະ ເບີເສື້ອ, ບາດນັກເຕະປະເທດອື່ນຄືມາຈື່ດີແທ້ເຊັ່ນວ່າ ໝາຍເລກ 8 ມຽນມາ ນີ້ອັນຕະລາຍອີຫຼີໃຫ້ຈັບໃຫ້ດີໆ...ແລະ ປະເທດອື່ນໆອີກ...

ບໍ່ແມ່ນແຕ່ພາກຕອນທີມຊາດລາວເຕະດອກ ຕາມທີ່ໄດ້ຕິດຕາມມາເຊັ່ນເຕະບານໂລກເປັນຕົ້ນກະພາກບໍ່ເປັນຕາຟັງຍາມໃດກະມີແຕ່ຮ້ອງໆໆໆໆ ແລະ ເວົ້າໄປທົ່ວທີບບໍ່ມີສາລະ...

__________________
Anonymous

Date:

ການພາກລາຍການກິລານັ້ນບໍ່ມີນັກພາກປະເທດໃດດອກບໍ່ເຂົ້າຂ້າງປະເທດໂຕເອງ(ບໍ່ມິຄົນຊາດໃດຮັກປະເທດລາວເທົ່າກັບຄົນລາວ

ລາວດັ່ງນັ້ນຈົ່ງພ້ອມກັນເຊຍລາວ)ບໍ່ແມ່ນວ່າພາກເພຶ່ອຕອກຢ້ຳຊາດໂຕເອງເຊັ່ນເວລາເຂັາໄດ້ປະຕູຊິບັງຄັບໃຫ້ໂຄສົກເວົ້າວ່າງາມຫຼາຍ

ເອົາອິກລູກໜຶ່ງເດີ.ຂໍສະແດງຄວາມຊົມເຊຍອ້າຍສອນຮ່ວງທີ່ມີນ້ຳໃຈເປັນລາວເວລາພາກກໍຮັກລາວສຳລັບພວກທິ່ສະແດງຄວາມເຫັນໃນທາງລົນຕໍ່ນັກພາກນັ້ນຢ່າເຂົາ

ຳພີ່ນ້ອງລາວເຮິຍເພາະເຂົາບໍ່ແມ່ນຄົນລາວແທ້ໆ (ລາວປອມ)

__________________
Anonymous

Date:

ເຕະບານໂລກທີມ ອຸລຸກໄວ ພົບກັບ ທີມ ຮອນລັງ ບໍ່ຮູ້ວ່າຜູ້ພາກລາວຊິເຂົ້າຂ້າງໃຜ..ຄິດວ່າຕ້ອງເຂົ້າຂ້າງ ຮອນລັງ

__________________
Anonymous

Date:

ຕາມທີ່ເຄີຍໄດ້ເບິ່ງການແຂ່ງຂັນກິລາລະຫວ່າງປະເທດມາຫລາຍປະເພດ ບໍ່ວ່າຈະເປັນຕີມວຍ ຕີກັອບ ບານບ້ວງ ບ້ານສົ່ງ ເຕະບານ hockey basball football...ນັກພາກກິລາ(sport commentator)ເຂົາຈະວິເຄາະໄປຕາມເກມດ້ວຍຄວາມເປັນກາງແລະຍຸຕິທໍາ.

ຢູ່ຕ່າງປະເທດ ຜູ່ທີ່ຈະຮັບວຽກນັກພາກກິລາສາກົນຕ້ອງມີເງື່ອນໄຂດັ່ງນີ້:

1. ຈົບມັດທະຍົມປາຍ.

2. ຢ່າງນ້ອຍຕ້ອງຈົບປະລິນຕີຂະແໝງກິລາແລະອອກອາກາດ.

3. ຕ້ອງໄດ້ຜ່ານການຝຶກງານໃນຂະແໝງນີ້ຢ່າງນ້ອຍສອງປີ.

4. ຕ້ອງມີປະສົບການ 5 ປີຂຶ້ນໄປໃນການພາກກິລາອາຊີບ.

5. ຕ້ອງໄດ້ເປັນສະມາຊິກຂອງນັກພາກສາກົນ.

__________________
Anonymous

Date:

Anonymous wrote:

ການພາກລາຍການກິລານັ້ນບໍ່ມີນັກພາກປະເທດໃດດອກບໍ່ເຂົ້າຂ້າງປະເທດໂຕເອງ(ບໍ່ມິຄົນຊາດໃດຮັກປະເທດລາວເທົ່າກັບຄົນລາວ

ລາວດັ່ງນັ້ນຈົ່ງພ້ອມກັນເຊຍລາວ)ບໍ່ແມ່ນວ່າພາກເພຶ່ອຕອກຢ້ຳຊາດໂຕເອງເຊັ່ນເວລາເຂັາໄດ້ປະຕູຊິບັງຄັບໃຫ້ໂຄສົກເວົ້າວ່າງາມຫຼາຍ

ເອົາອິກລູກໜຶ່ງເດີ.ຂໍສະແດງຄວາມຊົມເຊຍອ້າຍສອນຮ່ວງທີ່ມີນ້ຳໃຈເປັນລາວເວລາພາກກໍຮັກລາວສຳລັບພວກທິ່ສະແດງຄວາມເຫັນໃນທາງລົນຕໍ່ນັກພາກນັ້ນຢ່າເຂົາ

ຳພີ່ນ້ອງລາວເຮິຍເພາະເຂົາບໍ່ແມ່ນຄົນລາວແທ້ໆ (ລາວປອມ)

 ຄິດແບບເຈົ້າ ປະເທດຊາດຫຼົ້າຈົມ  ຂ້ອຍນີ້ລະຄົນລາວຢູ່ວຽງຈັນ ຂ້ອຍວ່າໂຄສົກພາກບໍ່ເໝາະສົມ ຂ້ອຍຢາກໃຫ້ປັບປຸງຄົນພາກ ຫຼື ປ່ຽນຄົນພາກ ເຈົ້າມີປັນຫາຫວາ

__________________
Anonymous

Date:

ພາກຄືນັ່ງຢູ່ຖຽງນາຜູ້ດຽວ ບໍ່ວົນກັບໂລກພາຍນອກ no

__________________
Anonymous

Date:

ພໍ່ຕູ້ຢູ່ເທິງນີ້ໃຊ້ຄໍາສັບວ່າ (ລາວປອມ) ມັນໝາຍຄວາມວ່າແນວໃດ ຫຼື ວ່າຜູ້ກ່ຽວເອງບໍທີ່ບໍ່ແມ່ນລາວ

__________________
Anonymous

Date:

ບັກໃດມັນຂຽນເຂົ້າຂ້າງໂຄສົກ ບັກນັ້ນມັນເປັນໂຄສົກແນ່ນອນ biggrin

__________________
Anonymous

Date:

ຂ້ອຍວ່າການແຂ່ງຂັນບານເຕະສະໂມສອນຂອງລາວເຮົາເອງ ຜູ້ພາກບານເຕະຂອງໂທລະພາບໝົດທຸກຄົນເວົ້າບໍ່ເປັນຕາຟັງຈັກຄົນ ຜູ້ຈ່ອຍໆຫັ້ນຍັງໄຄກວ່າຜູ້ອ່າວຕຸ້ຍແລະເຕ້ຍນ້ອຍນຶ່ງຫັ້ນ ຜູ້ນີ້ແຮ່ງບໍ່ມີບ່ອນເອົາເລີຍເວົ້າໄປໂລໆເລໆ ແລະ ກະຮ້ອງຢູ່ຄົນດຽວຄືຢູ່ຖຽງນານິລະ...

__________________
Anonymous

Date:

This is normal for him to take on his side, that 's human norm, It's happenning everywhere on Earth. And indeed, the commentators need more trainning on this too.

__________________
Anonymous

Date:

Experience got learning, I think Thai commentator have many failure too.

Your all comments can improve him to good commentator or narrator.

at the good point, atleast everyone know the think be good or bad.

It's a good chance for improvment. :)

__________________
Anonymous

Date:

__________________
Anonymous

Date:

__________________
Anonymous

Date:

__________________
Anonymous

Date:

__________________
Anonymous

Date:

__________________
Anonymous

Date:

__________________
Anonymous

Date:

__________________
Anonymous

Date:

__________________
Anonymous

Date:

__________________
Anonymous

Date:

__________________
Anonymous

Date:

__________________
Anonymous

Date:

Anonymous wrote:

ຖ້າເປັນໄດ້ກະດີ ຄົນພາກບານລາວຄືຄົນລາວ ແນ່ນອນຂ້ອຍເຂົ້າຂ້າງຢູ່ແລ້ວ ລາວມີຫນ້າທີ່ພາກລາວກະພາກຕາມຄວາມສາມາດ

ທີ່ເຂົາມອບຫມາຍໃຫ້ ຖືວ່າດີລະ  ເລື້ອງລາວສິພັດທະນາຫລືບໍ່ນັ້ນມັນເລື້ອງຂອງລາວ

ແລະເລື້ອງຂອງລາວ ບໍ່ຈຳເປັນຕ້ອງເອົານັກພາກໄທຍມາປຽບທຽບ

ມັນຮັກຊາດແນວໃດ ຊື່ນັກເຕະລາວແທ້ໆ ມັນກະຍັງບໍ່ຈື່

(ຕົວຢ່າງ ນັກເຕະຊື່ ທານິນແທ້ໆ ມັນກະຍັງວ່າ ໂຍທິນ ຕັ້ງຫຼາຍໆເທື່ອ ) ຢ່າງນ້ອຍກະສະຫຼະເວລາມາເລົ່າຊື່ນັກເຕະໃຫ້ຈື່ກ່ອນ ເພິ່ນອຸດສ່າຈ້າງໂຕເອງປານນັ້ນ

ຄັນມັນບໍ່ປັບປຸງການພາກຂອງມັນ ກະໃຫ້ມັນໄປຈົ່ມຢູ່ໃນບ້ານໂຕເອງຊະ

ບໍ່ແມ່ນເພິ່ນໃຫ້ພາກແລ້ວກະຊິເວົ້າໄປໂລໆເລໆ ຕາມໃຈຕົວເອງໝົດ ພາກຜິດພາກຖືກ ຫຼາຍຕໍ່ຫຼາຍຄັ້ງ

ພວກໂທລະທັດກະຈັ່ງແມ່ນອຶດເງິນຈ້າງນັກພາກດີໆ ຫຼື  ໃຫ້ການສຶກສານັກພາກໂຕເອງ ນໍ້

(ອັນໄທຫັ້ນ ສິບປີກ່ອນມັນກະພາກເປັນຕາຕົບປາກແບບນີ້ແລະ ຄົນໄທເອງກະຍັງຊັງ ແຕ່ດຽວນີ້ມັນກະພາກໃຄແດ່ແລ້ວ)

__________________
Anonymous

Date:

ນັກພາກຄົນນີ້

- ພາກແບບເປັນຕາຈິກກອກ

- ພາກແບບບໍ່ມີຄວາມຮັບຜິດຊອບ

ເວົ້າຜິດແລະບໍ່ແກ້ ເວົ້າແລະກະຂ້າມໄປເລີຍແບບໜ້າຕາເສີຍ

- ພາກແບບບໍ່ໃຫ້ກຽດຄົນຟັງ ປານພາກໃຫ້ເດັກນ້ອຍຟັງ

- ສຳອອຍ (ຕິວ່າກຳມະການຊ້າ ຕິວ່າກຳມະການບໍ່ທັນເກມ ແລະອື່ນໆ...)

__________________
Anonymous

Date:

ມີເບີສະຖານີໂທລະພາບແຫ່ງຊາດບໍ່ ໂທບອກເຂົາໃຫ້ປັບປຸງໂຄສົກພາກແດ່ 

__________________
Anonymous

Date:

ແມ່ນຄວາມເຈົ້າ ຂອ້ຍວ່ ນັກພາກລາວ ເຮັດບໍ່ຄືບ້ານຄືເມືອງເພິ່ນ ບໍ່ວ່າ ແຕ່ນັກພາກ ຢາກເວົ້າຮອດ ວົງການໂທລະພາບ ບ້ານເຮົາ ມັນຄືຕ່າງກັບ ບ້ານເພິ່ນແທ້ ຊາດນີ້ຊິບໍ່ ມີທາງ ພັດທະນາໃຫ້ທັນເຂົາແດ່ບໍ  ເວົ້າບ່ອນໝົດ ເບິ່ງ ໂທລະທັດ ລາວ ກັບໄທ ມັນລະຕ່າງກັນ ປານຟ້າກັບດິນ. ຮອດຍາມເພິ່ນ ຂ່າວ ຕ່າງປະເທດ ຮອດ ບໍ່ເວົ້າບໍ່ວ່າ ຫຍັງກ່ອນ ຟາດອອກມາ ຈັກເວົ້າເລື່ອງຫຍັງ ເອົາເຄິ່ງກາງໄປໂລດ ຈັ່ງ ແມ່ນບໍ່ຄືຊາດ ເພິ່ນ ຂ້ອຍ ກໍ່ແມ່ນຄົນລາວຜູ້ໜຶ່ງ ກໍ່ຄິດລະອາຍ

__________________
Anonymous

Date:

Anonymous wrote:

ມີເບີສະຖານີໂທລະພາບແຫ່ງຊາດບໍ່ ໂທບອກເຂົາໃຫ້ປັບປຸງໂຄສົກພາກແດ່ 

 Go to http://www.lntv.org.la to get their telephone number 

__________________
Anonymous

Date:

ຖ້າຂ້ອຍມີບັນຫາເຈົ້າຊິເຮັດຫັຍງຢາກກິນຕີນບໍ?.ຂ້ອຍກໍ່ຢູ່ວຽງຈັນຄິກັນ.ເຈົ້າສະແດງຄວາມຄິດແບບສ້າງສັນເປັນບໍ?.ມີລະດັບການສຶກສາຢູ່ບໍ?ເຮັດວຽກຫັຍງຈີ່ງຂຽນລົງຈັ່ງຊິ້ຂ້ອຍບໍ່ເຄີຍມີອັກຄະຕິຕໍ່ຜູ້ໃດ

__________________
1 2  >  Last»  | Page of 2  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard