Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ນັກຮຽນມະຫາໄລ ຍອມທຸກຢ່າງເພື່ອໃຫ້ເສັງຜ່ານ
Anonymous

Date:
RE: ນັກຮຽນມະຫາໄລ ຍອມທຸກຢ່າງເພື່ອໃຫ້ເສັງຜ່ານ


Anonymous wrote:

ນັກສຶກສານອນກັບອາຈານກະມີ ເປັນບັນຫາທົ່ວໄປ


ທັງຄຣູອາຈານແລະນັກຮຽນຂາດສິລທັມທັງສອງຝ່າຍ. ເຄີຍໄດ້ຍິນທ່ານພັນຄໍາ ວິພາວັນ ເວົ້າຢູ່ວ່າມີນັກຮຽນຈໍານວນນຶ່ງເສັງບໍ່ຜ່ານ ແຕ່ໃຫ້ຜູ່ປົກຄອງໄປຂໍຜ່ານນໍາຄຣູອາຈານ, ຖ້າເປັນແນວນັ້ນ ຊັບພະຍາກອນບ້ານເຮົາກໍ່ບໍ່ມີຄຸນນະພາບລະ, ແມ່ນບໍ່ທ່ານສີສຸກ?

__________________
Anonymous

Date:

ນັກສຶກສານອນກັບອາຈານກະມີ ເປັນບັນຫາທົ່ວໄປ



__________________
Anonymous

Date:

 ຖ້າອາຈານຢາກຮູ້ຕອນເສັງລະໄປເບິ່ງຮ້ານອັດເອກະສານອ້ອມຂ້າງໂຮງຮຽນ

ມີອັດເຈ້ຍເລກເຈ້ຍນ້ອຍ



__________________
Anonymous

Date:

Anonymous wrote:

ສະບາຍດີທ່ານຄົນໃຕ້

ດົນແລ້ວບໍ່ເຫັນທ່ານມາປະກອບຄໍາເຫັນ ຫຍຸ້ງຍາກນໍາວຽກງານເບາະທ່ານຫລື

ຫຍຸ້ງນໍາກິກ? ຄວາມຈິງແລ້ວ ເຂົາບໍ່ຄວນຂາຍເຄື່ອງດື່ມຂອງເມົາໃຫ້ຜູ່ທີ່ມີອາຍຸ

ຕໍ່າກ່ວາ ໒໑ປີ.


 ກ່ອນອື່ນຕ້ອງຂໍຂອບໃຈທ່ານທີ່ອຸດສາຖາມໃຖ່ເຖິງຄົນໃຕ້. ແຕ່ກໍຍອມຮັບວ່າຊ່ວງນີ້ຫຍຸ້ງຍາກຫຼາຍຝົນກໍຕົກຫນັກ,ຄາດຳນາແດ່ກໍເລີຍບໍ່ຄ່ອຍມີເວລາມາລົມກັບເພື່ອນໆຂອງສາມະຄົມລາວ. ແຕ່ກໍຍັງດີທີ່ເພີ່ນຕັດທາງປູຢາງໃຫມ່ຈາກເມືອງເກົ່າເຖິງວັດພູຈຳປາສັກແລ້ວ. ໄປມາກໍສະດວກໄຊ້ເວລາພຽງ 20 ນາທີ່ກໍຮອດປາກເຊແລ້ວ. ຄົນໃຕ້ກໍພໍມີເວລາຫຼອຍເມັຍມາແດ່ອາໃສຊ່ວງເວລາມາຂາຍປາພອນ,ປາເພັ້ຍ. ພໍໄດ້ເງິນກິນເບັຍນຳກິກຊັ້ນດອກ. ຖ້າທ່ານມີເວລາກໍເຊີນມາຢາມຄົນໃຕ້ແດ່ຊິກ້ອຍປາພອນແຊບໆກັບເຫຼົ້າຂາວປຸກໆນັ່ງກິນຢູ່ຖຽງນານ້ອຍ.ລົມພັດເຢັນໆ. ບະເຂົ້າບັັນຍາກາດຢູ້ໃດ. ທາງເທື່ອອາດຈະແຊບກວ່າກິນ ສະເຕັກ ກັບເຫຼົ້າວາຍໃນຫ້ອງແອເຍັນໆບໍ່ຈັກຫັ້ນ.

ຄົົນໃຕ້ຍັງຄິດເຖິງພີ່ນ້ອງຄົນລາວທຸກໆຄົນຢາກໃຫ້ມາສັງສັນບົນຜືນແຜ່ນດິນທີ່ເຕັມໄປດ້ວຍອ້ອມກອດທີ່ອົບອຸ່ນຂອງແຜ່ນ ດິນແມ່.



__________________
Anonymous

Date:

ສະບາຍດີທ່ານຄົນໃຕ້

ດົນແລ້ວບໍ່ເຫັນທ່ານມາປະກອບຄໍາເຫັນ ຫຍຸ້ງຍາກນໍາວຽກງານເບາະທ່ານຫລື

ຫຍຸ້ງນໍາກິກ? ຄວາມຈິງແລ້ວ ເຂົາບໍ່ຄວນຂາຍເຄື່ອງດື່ມຂອງເມົາໃຫ້ຜູ່ທີ່ມີອາຍຸ

ຕໍ່າກ່ວາ ໒໑ປີ.



__________________
Anonymous

Date:

ແຕ່ຍັງບໍ່ທັນເຖິງຍາມສອບເສັງ ເຂົາກ່າປະຕິບັດກັນຢູ່ແລ້ວ



__________________
Anonymous

Date:

Anonymous wrote:
Anonymous wrote:

 

ຂ້ອຍໄດ້ຍິນວ່າ ມີນັກຮຽນທີ່ຮຽນຢູ່ມະຫາໄລຫຼາຍຄົນ ທີ່ຍອມເຮັດທຸກຢ່າງ ເພື່ອໃຫ້ຕົນເອງເສັງຜ່ານ

ບໍ່ວ່າຈະເປັນ ການເອົາເງິນໄປຈ້າງອາຈານ ການລ້ຽງອາຈານ ການຕິດສິນບົນ ຫຼື ແມ້ກະທັ້ງ ການ ຍອມແລກໂຕ ເພື່ອໃຫ້ໄດ້ມາ ຂອງການເສັງຜ່ານ

ເລື້ອງນີ້ ມີຄວາມຈິງແນວໃດ ຢາກໃຫ້ ຜູ້ຮູ້ ມາຊ່ອຍອະທິບາຍໃຫ້ຟັງແດ່


 ຂ້ອຍຄິດວ່າເປັນພຽງຂ່າວລືເພາະບໍ່ເຄີຍໄດ້ຍິນທ່ານພັນຄໍາ ວິພາວັນ ໃຫ້ຂ່າວແບບນີ້

ກັບສື່ມວນຊົນ. ນັກຮຽນທີ່ຮຽນຈົບຈາກໂຮງຮຽນມະຫາວິທະຍາໄລແຫ່ງຊາດ ມະຫາ

ວິທະຍາໄລສຸພານຸວົງ ມະຫາສະຫວັນນະເຂດ ມະຫາວິທະຍາໄລຈໍາປາສັກແລະໂຮງຮຽນ

ມະຫາວິທະຍາໄລແພດສາດແຕ່ລະຄົນແມ່ນຈົບຍ້ອນສາມາດເສັງຜ່ານຕາມມາດຖານ

ຂອງກະຊວງສຶກສາທິການ.

ຖ້າທ່ານມີຄໍາຖາມ ກະລຸນາໂທມາທີ່ເບີ:


ໂທຣ: +856 21 216013 / +856 21 216014



 ຄົນໃຕ້: ທີ່ຈິງມັນກໍບໍ່ໂຫດຮ້າຍຈົນຕ້ອງລົງທຶນເອົາໂຕເຂົ້າແລກດອກ. ແຕ່ກໍຍອມຮັບບາງສິ່ງຢ່າງທີ່ເກີດໃຫ້ມີປະກົດການ

ຫຍໍ້ທໍ້ຕໍ່ລະບົບການສຶກສາໃນບ້ານເຮົາບາງເທື່ອອາດມີຫຼາຍປັດໃຈທີ່ກໍ່ໃຫ້ເກີດປະກົດການເຫຼົ່ານີ້ເຊັ່ນ: ດ້ານເສດຖະກິດ, ສັງຄົມ,ການຮັບຮູ້ຂໍ້ມູນຂ່າວສານແລະສື່ສານທີ່ທັນສະໄຫມໄດ້ເຂົ້າມາມີອິດທິພົນແລະບົດບາດສຳຄັນຕໍ່ຂະບວນການໆສຶກສາ.

ຕົວຢ່າງ: ນັກຮຽນມໍ 6-7 ບາງຄົນກໍຫນັ່ງດື່ມເບຍຕຳຈອກກັບອາຈານເສີຍ, ບາງເທື່ອເວລາເຂົ້າໂຮງຮຽນກໍໂຕນຫ້ອງໄປ

ຫາຫຼິ້ນທາງອື່ນ. ບໍ່ມີຄວາມເກງກວາ ອາຈານ. ມີອາຈານບາງຄົນກໍຮັບສິນບົນຈາກນັກຮຽນເພື່ອໃຫ້ເສງຜ່ານຫຼືບໍ່ຜ່ານກໍ

ຕ້ອງໃຫ້ຜ່ານ (ແຕ່ເພີ່ນມັກໃຊ້ຄຳວ່າສົມມະນາບຸນຄຸນແທນຄຳວ່າສິນບົນ)ສິ່ງຕ່າງໆເຫຼົ່ານີ້ອາດເປັນການທ່ວງດຶງການ

ພັດທະນາການສຶກສາໃນປະເທດເຮົາກໍເປັນໄດ້.



__________________
Anonymous

Date:

Anonymous wrote:

 

ຂ້ອຍໄດ້ຍິນວ່າ ມີນັກຮຽນທີ່ຮຽນຢູ່ມະຫາໄລຫຼາຍຄົນ ທີ່ຍອມເຮັດທຸກຢ່າງ ເພື່ອໃຫ້ຕົນເອງເສັງຜ່ານ

ບໍ່ວ່າຈະເປັນ ການເອົາເງິນໄປຈ້າງອາຈານ ການລ້ຽງອາຈານ ການຕິດສິນບົນ ຫຼື ແມ້ກະທັ້ງ ການ ຍອມແລກໂຕ ເພື່ອໃຫ້ໄດ້ມາ ຂອງການເສັງຜ່ານ

ເລື້ອງນີ້ ມີຄວາມຈິງແນວໃດ ຢາກໃຫ້ ຜູ້ຮູ້ ມາຊ່ອຍອະທິບາຍໃຫ້ຟັງແດ່


 ຂ້ອຍຄິດວ່າເປັນພຽງຂ່າວລືເພາະບໍ່ເຄີຍໄດ້ຍິນທ່ານພັນຄໍາ ວິພາວັນ ໃຫ້ຂ່າວແບບນີ້

ກັບສື່ມວນຊົນ. ນັກຮຽນທີ່ຮຽນຈົບຈາກໂຮງຮຽນມະຫາວິທະຍາໄລແຫ່ງຊາດ ມະຫາ

ວິທະຍາໄລສຸພານຸວົງ ມະຫາສະຫວັນນະເຂດ ມະຫາວິທະຍາໄລຈໍາປາສັກແລະໂຮງຮຽນ

ມະຫາວິທະຍາໄລແພດສາດແຕ່ລະຄົນແມ່ນຈົບຍ້ອນສາມາດເສັງຜ່ານຕາມມາດຖານ

ຂອງກະຊວງສຶກສາທິການ.

ຖ້າທ່ານມີຄໍາຖາມ ກະລຸນາໂທມາທີ່ເບີ:


ໂທຣ: +856 21 216013 / +856 21 216014




__________________
Anonymous

Date:

ຖ້າຊິທ້ວງຫມູ່ ໃຫ້ໂຕເອງຂຽນຖືກຮູ້ບໍ່!!!



__________________
Anonymous

Date:

ມະຫາວິທຍາໄລ   ບໍ່ແມ່ນ ມະຫາວິດທະຍາໄລ  ຫລືໄປແລ່ນເວົ້ານຳກົ້ນເດັກໄທວ່າ ມະຫາໄລ!! ເຂົ້າໃຈ!!



__________________
Anonymous

Date:

Anonymous wrote:
Anonymous wrote:

ມະຫາວິດທະຍາໄລບໍ່ແມ່ນມະຫາໄລເດີ້!
ໃຫ້ອົດສາພາກັນເວົ້າພາສາລາວໃຫ້ຖືກຕ້ອງແດ່!


 

ວິດ ຄືກັນກັບ ວິດຖ່າຍຫັ້ນບໍ biggrin


 ມະຫາວິທະຍາໄທ



__________________
Anonymous

Date:

Anonymous wrote:

ມະຫາວິດທະຍາໄລບໍ່ແມ່ນມະຫາໄລເດີ້!
ໃຫ້ອົດສາພາກັນເວົ້າພາສາລາວໃຫ້ຖືກຕ້ອງແດ່!


 

ວິດ ຄືກັນກັບ ວິດຖ່າຍຫັ້ນບໍ biggrin



__________________
Anonymous

Date:

ຍອມທຸກຢ່າງຫຼືວ່ເສັຽຊຫລະຫມົດທຸກຢ່າງ???
ແລ້ວທຸກຢ່າງຄືສິິ່ງໃດແນ່ລອງໄລ່ໃຫ້ຮູ້ຈັກນຳດູ້!



__________________
Anonymous

Date:

ມະຫາວິດທະຍາໄລບໍ່ແມ່ນມະຫາໄລເດີ້!
ໃຫ້ອົດສາພາກັນເວົ້າພາສາລາວໃຫ້ຖືກຕ້ອງແດ່!



__________________
Anonymous

Date:

ຖ້າອາຈານງາມເຊັກຊີຄື Ngoc Trinh ກະຢາກເອົາໂຕເຂົ້າແລກຢູ່.



__________________
Anonymous

Date:

 

ຂ້ອຍໄດ້ຍິນວ່າ ມີນັກຮຽນທີ່ຮຽນຢູ່ມະຫາໄລຫຼາຍຄົນ ທີ່ຍອມເຮັດທຸກຢ່າງ ເພື່ອໃຫ້ຕົນເອງເສັງຜ່ານ

ບໍ່ວ່າຈະເປັນ ການເອົາເງິນໄປຈ້າງອາຈານ ການລ້ຽງອາຈານ ການຕິດສິນບົນ ຫຼື ແມ້ກະທັ້ງ ການ ຍອມແລກໂຕ ເພື່ອໃຫ້ໄດ້ມາ ຂອງການເສັງຜ່ານ

ເລື້ອງນີ້ ມີຄວາມຈິງແນວໃດ ຢາກໃຫ້ ຜູ້ຮູ້ ມາຊ່ອຍອະທິບາຍໃຫ້ຟັງແດ່



__________________
«First  <  1 2 | Page of 2  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard