Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເງິນເດືອນພະນັກງານ ຄວນຂຶ້ນກັບລະດັບການສຶກສາ
Anonymous

Date:
ເງິນເດືອນພະນັກງານ ຄວນຂຶ້ນກັບລະດັບການສຶກສາ


ທ່ານຄິດແນວໃດ ກັບຄົນທີ່ຣຽນຈົບສູງໆ ແຕ່ໄດ້ເງິນໃກ້ຄຽງກັບຄົນທີ່ຮຽນຈົບປະລິນຍາຕຣີ ຫຼືທຽບເທົ່າ

ຂ້ອຍເຫັນປະເທດອື່ນໆ ເຂົາເຈົ້າວັດການຈາກລະດັບການສຶກສາ

ຣຽນສູງໄດ້ເງິນເດືອນສູງ 

 



__________________
Anonymous

Date:
RE: ເງິນເດືອນພະນັກງານ ຄວນຂຶ້ນກັບລະດັບການສຶກສາ


ທີ່ຈິງແລ້ວກໍ່ຄວນໃຫ້ຕາມຣະດັບການສຶກສາ ຄວາມຊໍານານແລະໝ້າທີ່ຮັບຜິດຊອບ.



__________________
Anonymous

Date:

ແມ່ນແລ້ວເງິນເດືອນຂອງພະນັກງານ ຄວນຂື້ນກັບລະດັບການສຶກສາ,

1. ພະນັກງານ ຮັບຮູ້ພາສາຕ່າງປະເທດພາໃດພາສາໜື່ງທີ່ສັງຄົມຍອມຮັບ   ຕ້ອງມີການໄລ່ເງິນເພີ້ມຕາມຄວາມຮູ້

2. ຮຽນຮູ້ຈົບຄອມພີວເຕີ ມີໃບປະກາດທີ່ສາມາດໃຊ້ງານໄດ້   ຕ້ອງມີການໄລ່ເງິນເພີ້ມຕາມຄວາມຮູ້

3. ມີລະບຽບວິໃນ, ມີຕຳແໜ່ງ , ມີຄວາມຮັບຜິດຊອບຕໍ່ໜ້າທີ່ no



__________________
Anonymous

Date:

 

ຊິເຮັດແນວໃດໄດ້

ພວກທີ່ບໍ່ຈົບ ພາກັນໄປຊື້ໃບປະລິນຍາເຖືອນກັນທຶກໆ

ຜູ້ທີ່ຈົບແຕ່ສັດຕະວັດແພດ ຮຽນແພດຊັ້ນສູງ ເພິ່ນກໍ່ເອີ້ນເພິ່ນວ່າ ເພິ່ນໄດ້ດອກເຕີ້...

no



__________________
Anonymous

Date:

ຊິເຮັດແນວໃດ ກໍ່ພວກທີ່ຮຽນໄດ້ລະດັບ ຈາກມະຫາວິທະຍາໄລມາຢ່າງສົມບູນ ນີ້ກໍ່ຍັງເສຍປຽບຢູ່ຄືເກົ່າຫັ້ນລະບັນດາທ່ານເອີ່ຍ ຍ້ອນວ່າ:

1. ເພີ່ນໃຫ້ກັນຕາມໜ້າທີ່ຕຳແໜ່ງ

2. ຖ້າຈະເອົາຕາມລະດັບການສືກສາ ເພີ່ນກໍ່ບໍ່ໄດ້ເວົ້າເຖີງລະດັບຄວາມສາມາດ, ຄືດັ່ງບັນດາທ່ານຮູ້ ພວກຮຽນມາແຕ່ອະດີດ ສ. ໂຊວຽດ

ເລື່ອນຊັ້ນໃຫ້ກັນ ຄົນລະ 1 ຊັ້ນ ຊັ້ນຕົ້ນ ເປັນ ຊັ້ນກາງ, ຊັ້ນກາງ ເປັນປຣິນຍາຕຣີ, ... ກຊ ສືກສາເປັນຜູ້ອອກໃບຢັ້ງຢືນໃຫ້ສະບາຍ

ບໍ່ຕ້ອງໄປຮຽນໃຫ້ເຈັບຫົວ. ອີກຈຳນວນໜື່ງ ກໍ່ພາກັນຈັດບຳລຸງສອນໃຫ້ກັນເລັກໆ ນ້ອຍໆ ແລ້ວກໍ່ອອກໃບປະກາດໃຫ້ກັນ ຊັ້ນນັ້ນ ຊັ້ນນີ້

ບາດເຮັດວຽກ ແມ່ນພວກທີ່ໄປຮຽນໄດ້ລະດັບມາແທ້ ແທ້ ນີ້ ເປັນຜູ້ຮັບເຄາະ ຮັບກຳ ເຮັດແທນພວກດັ່ງກ່າວ.

ເປັນແນວນີ້ ຄຳຂວັນ 4 ບາດກ້າວບຸກທະລຸທີ 1 ທີ 2 ນັ້ນກໍ່ເວົ້າກັນພໍຄືຊື່ ຊື່ ບໍ່ພາກປະຕິບັດບໍ່ມີອັນປັບປຸງ

 

ສະນັ້ນຜູ້ທີ່ຮຽນໄດ້ລະດັບຄວາມຮູ້ຈົບຢ່າງສົມບູນມາຈາກມະຫາໄລແທ້ ແລະ ມີຄວາມສາມາດແທ້ກໍ່ຕ້ອງທຳໃຈ ຖ້າເຮັດນຳການຈັດຕັ້ງ

ຂອງລັດ, ແຕ່ຖ້າໄປເຮັດນຳເອກກະຊົນ ເຂົາຈະວັດກັນດ້ວຍຄວາມສາມາດແທ້




__________________
Anonymous

Date:

they do in laos, u can ask someone who work in govt

__________________
Anonymous

Date:

ອັນນີ້ເບີ່ງຕາມຄວາມເປັນຈີງດີກ່ວາ(ຄວາມຮູ້ຄວາມສາມາດ)ທີ່ແທ້ຈີງ ບາງເທື່ອໃບປະກາດກະມີຊື່ໆແຕ່ຄວາມຮູ້ພັດບໍ່ອັນນີ້ກໍ່ມີ

ດັ່ງຫລາຍໆຄົນ ມັກເວົ້າກັນວ່າ ມີໃບປະກາດປະລິຍາບໍ່ໄດ້ຫມາຍຄວາມວ່າເປັນຄົນທີ່ມີຄວາມຮູ້ສະເໝີໄປ...



__________________
Anonymous

Date:

Anonymous wrote:

ທ່ານຄິດແນວໃດ ກັບຄົນທີ່ຣຽນຈົບສູງໆ ແຕ່ໄດ້ເງິນໃກ້ຄຽງກັບຄົນທີ່ຮຽນຈົບປະລິນຍາຕຣີ ຫຼືທຽບເທົ່າ

ຂ້ອຍເຫັນປະເທດອື່ນໆ ເຂົາເຈົ້າວັດການຈາກລະດັບການສຶກສາ

ຣຽນສູງໄດ້ເງິນເດືອນສູງ 

 


 ຂຶ້ນກັບຫຍັງ ນັບແຕ່ເດືອນ 10 ມາຍັງບໍ່ໄດ້ຈັກກີບປານນີ້ ! ຮ້ອນໃຈແດ່ເດີ້ ກະຊວງການເງິນເອີຍ ! ຜູ້ອາໃສເງິນເດືອນແທ້ໆ ບໍ່ມີອາຊີບເສີມອື່ນ ຫລືບໍ່ມີທຸລະກິດນ້ອຍ ບໍ່ມີໄຮ່ນາງົວຄວາຍ ມັນຫັນໃຈປາແງບໆແລ້ວເດ່ນິ ! ເງິນເດືອນຂຶ້ນແຕ່ໄດ້ຊ້າປານນີ ຫລາຍຄອບຄົວເດືອດຮ້ອນເດີ້ ! ພວກທ່ານເງິນເຫລືອຖົງແລ້ວ ຢ່າເສີຍມັ່ງ ປານ ໝ ປະ ຫ ຫລາຍເດີ້ !nono ຈັກໜ້ອຍບັ້ງອົດແຕກ ແລ້ວຊິຫຍຸ້ງໄດ໋ !



__________________
Anonymous

Date:

Anonymous wrote:

ອັນນີ້ເບີ່ງຕາມຄວາມເປັນຈີງດີກ່ວາ(ຄວາມຮູ້ຄວາມສາມາດ)ທີ່ແທ້ຈີງ ບາງເທື່ອໃບປະກາດກະມີຊື່ໆແຕ່ຄວາມຮູ້ພັດບໍ່ອັນນີ້ກໍ່ມີ

ດັ່ງຫລາຍໆຄົນ ມັກເວົ້າກັນວ່າ ມີໃບປະກາດປະລິຍາບໍ່ໄດ້ຫມາຍຄວາມວ່າເປັນຄົນທີ່ມີຄວາມຮູ້ສະເໝີໄປ...


 ແມ່ນເວົ້າຖືກ

ຂພຈ ເຮັດນຳເອກະຊົນມາຕະຫລອດຊີບ

ເຂົາເບີ່ງທັງຄວາມຮູ້ ຄວາມສາມາດແທ້ໆ

ເງີນເດືອນຢູ່ໃນລະດັບ ສອງລ້ານ ກີບຂື້ນໃປ ກະມີ ໃບປະລິນຍາ ຕັ້ງ 2 ໃບ

ພາສາອງັກິດກະໄຫລປານນ້ຳ

ບາງຄົນໄດ້ທັງພາສາຝຮັ່ງອີກ



__________________
Anonymous

Date:

Anonymous wrote:

they do in laos, u can ask someone who work in govt


 ບັກຫຶກມືງເອີ່ຍແມ່ນໃຜໄດ້ບອກໃຫ້ມືງມາຕອບເດ່



__________________
Anonymous

Date:

Anonymous wrote:

ທ່ານຄິດແນວໃດ ກັບຄົນທີ່ຣຽນຈົບສູງໆ ແຕ່ໄດ້ເງິນໃກ້ຄຽງກັບຄົນທີ່ຮຽນຈົບປະລິນຍາຕຣີ ຫຼືທຽບເທົ່າ

ຂ້ອຍເຫັນປະເທດອື່ນໆ ເຂົາເຈົ້າວັດການຈາກລະດັບການສຶກສາ

ຣຽນສູງໄດ້ເງິນເດືອນສູງ 

 


 ກໍ່ເພາະບ້ານເຮົາລະບົບການສືກສາບໍ່ໄດ້ມາດຕະຖານເດ

ຖ້າຢາກເປັນແບບປະເທດອື່ນກໍ່ຕ້ອງຈັດການລະບົບສືກສາຄືນໃຫມ່

ໃຜຮຽນຈົບຂະແຫນ່ງໃດວິຊາໄດ້ອອກມາເຮັດວຽກຕ້ອງເຮັດໄດ້

ຕາມທີ່ຮຽນມາ ບໍ່ແມ່ນວ່າໄປຊື້ໃບປະກາດເພື່ອມາຕົບຕາຄົນອື່ນຊື່ๆ



__________________
Anonymous

Date:

Anonymous wrote:
Anonymous wrote:

ທ່ານຄິດແນວໃດ ກັບຄົນທີ່ຣຽນຈົບສູງໆ ແຕ່ໄດ້ເງິນໃກ້ຄຽງກັບຄົນທີ່ຮຽນຈົບປະລິນຍາຕຣີ ຫຼືທຽບເທົ່າ

ຂ້ອຍເຫັນປະເທດອື່ນໆ ເຂົາເຈົ້າວັດການຈາກລະດັບການສຶກສາ

ຣຽນສູງໄດ້ເງິນເດືອນສູງ 

 


 ກໍ່ເພາະບ້ານເຮົາລະບົບການສືກສາບໍ່ໄດ້ມາດຕະຖານເດ

ຖ້າຢາກເປັນແບບປະເທດອື່ນກໍ່ຕ້ອງຈັດການລະບົບສືກສາຄືນໃຫມ່

ໃຜຮຽນຈົບຂະແຫນ່ງໃດວິຊາໄດ້ອອກມາເຮັດວຽກຕ້ອງເຮັດໄດ້

ຕາມທີ່ຮຽນມາ ບໍ່ແມ່ນວ່າໄປຊື້ໃບປະກາດເພື່ອມາຕົບຕາຄົນອື່ນຊື່ๆ


 ຈະວ່າ ບໍ່ໄດ້ມາດຕະຖານກໍ່ບໍ່ຖືກ ມີແຕ່ວ່າເພີ່ນບໍ່ໃຊ້ມາດຕະຖານຈະຖືກກວ່າ, ເພາະຜູ້ໄດ້ມາດຕະຖານກໍ່ມີມາກມາຍກ່າຍກອງ

ສະຫລຸບແລ້ວບ້ານເຮົາ ຖ້າເຮັດວຽກນຳອົງການຂອງລັດ ແມ່ນເພີ່ນຈະຖືເອົາຜົນງານເປັນຫລັກ, ຕື່ມອີກ ຖືກໃຈນາຍ ບໍ່ຈົ່ມ ບໍ່ວ່າ

ພໍນາຍສັ່ງວຽກ ຈັກວ່າຕົນເອງເຂົ້າໃຈຫລືບໍ່ ເຮັດໄດ້ຫລືບໍ່ນັ້ນ ບໍ່ກ່ຽວ ຈ້າວ ຈ້າວ .... ໄວ້ກ່ອນແລ້ວ ຈາກນັ້ນກໍ່ໄປສວຍໃຊ້ຜູ້ອື່ນເຮັດໃຫ້

ຜູ້ເຮັດກໍ່ແມ່ນຜູ້ບໍ່ໄດ້ຂັ້ນເງີນເດືອນສູງນີ້ລະ. ແຖມອີກອັນໜື່ງ ຕ້ອງມີສາຍໄຟແຮງສູງອີກ ແມ່ນຂັ້ນຂື້ນໄວ



__________________
Anonymous

Date:

ຂ້າພະເຈ້າກະເປັນອີກ ຄົນຫນື່ງທີ່ໄດ້ ຕິດຕາມ ແລະ ອ່ານຂ່າວ ໃນເວິບບອກນີ້ ທຸກໆ ມື້ ຂ້າພະເຈ້າເຫັນດີ ນຳອັນທີ່ທ່ານສະເຫນີ ອັນວ່າເຮັດວຽກ ບາງທີ ຫົວຫນ້າທີ່ຈົບຊັ້ນຕ່ຳກວ່າລູກນ້ອງ ພັດ ບໍ່ຢາກໃຊ້ ເພາະວ່າອັນໃດ ບັນຫາ ຫຍັງ ກະບໍ່ເຂົ້າໃຈນຳເພີ່ນ ໄປໃຊ້ ຄົນທີ່ ເພີ່ນໄວ້ເນື້ອ ເຊື່ອໃຈ ຄວາມຮູ້ທໍ່ ອີຫຍັງ ນິກະຍົກຍໍກັນ ຂື້ນ ຂື້ນຂັ້ນ, ຂື້ນຕຳແໜ່ງ ບາດຄົນທີ່ມີຄວາມຮູ້ ຖືກຕ້ອງຕາມສາຍທີ່ຮຽນຈົບ ມາລະໄປຫ້ອງການ ນັ່ງເບີ່ງເພີ່ນ ຊື່ໆ ອັນເປັນເຫດໃຫ້ ພະນັກງານ ໝຸ່ມນ້ອຍ ທີ່ມີຄວາມຮູ້ຄວາມສາມາດ ນ້ອຍເນື້ອຕ່ຳໃຈ ນຳລະບົບຂອງ ເພີ່ນ ອີຫລີ nononono



__________________
Anonymous

Date:

Anonymous wrote:
Anonymous wrote:

they do in laos, u can ask someone who work in govt


 ບັກຫຶກມືງເອີ່ຍແມ່ນໃຜໄດ້ບອກໃຫ້ມືງມາຕອບເດ່


 ນີ້ເຂົາເອີ້ນວ່າລູກພໍ່ແມ່ບໍ່ສັ່ງ ບໍ່ສອນ

ຫາແຕ່ກວນຕີນຜູ້ອື່ນ



__________________
Anonymous

Date:

ຄົນເຮົານີຕ່າງລະດັບການສຶກສາຫຼາຍນໍ ຄົນຜູ້ມີການສຶກສາດີ ກໍຊ່າງໃຫ້ຂໍ້ຄິດ

ຄົນຜູ້ມີການສຶກສາຫນ້ອຍ ເວົ້າຫຍັງກໍບໍ່ສ້າງສັນ ຫຍັງເລີຍ



__________________
ຊະນະໄພ

Date:

ທີ່ຈິງແລ້ວການຈ່າຍເງີນເດືອນຂອງລັດຖະບານກໍ່ແມ່ນຈ່າຍຕາມລະດັບການສຶກສາທີ່ຮຽນຈົບມານັ້ນແລ້ວ ຊຶ່ງເພິ່ນແບ່ງອອກເປັນ 5 ຊັ້ນ ແລະແຕ່ລະຊັ້ນຈະມີ 15ຂັ້ນ; ຊັ້ນ1 ແມ່ນສຳລັບຜູ້ບໍ່ມີວຸດທິການສຶກສາ, ຊັ້ນ2 ແມ່ນຜູ້ທີ່ຮຽນຈົບລະດັບຊັ້ນຕົ້ນ, ຊັ້ນ3 ແມ່ນຜູ້ຮຽນຈົບຊັ້ນກາງ, ຊັ້ນ4 ແມ່ນຜູ້ຮຽນຈົບຊັ້ນສູງ ໂດຍມີລະບຽບບັງຄັບໄວ້ວ່າ (ຊັ້ນສູງ ຈະທຽບຊັ້ນ 4 ຂັ້ນ1, ປະລິນຍາຕີ ຊັ້ນ4 ຂັ້ນ2, ປະລິນຍາໂທ ຊັ້ນ4 ຂັ້ນ3, ປະລິນຍາເອກ ຊັ້ນ4 ຂັ້ນ4 ສຳລັບຜູ້ທີ່ເປັນພະນັກງານແລ້ວໄປຍົກລະດັບເພີ້ມເຕີມແມ່ນບວກໃຫ້ອີກ 1ຂັ້ນ), ການເລື່ອນຂັ້ນ ແມ່ນສອງປີໃດເລື່ອນໃຫ້ຂັ້ນນຶ່ງ, ຖ້າມີຄວາມຜິດໂຈະໄວ້ 1ຂັ້ນ. ລາຍລະອຽດເບິ້ງຕາມຕາຕະລາງລຸ່ນນີ້:

ສະນັ້ນກ່ອນຈະເວົ້າຫັຍງໄປກໍ່ຄວນຊອກຫາຂໍ້ມູນຄັກໆຈຶ່ງຄ່ອຍເວົ້າເດີ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard