Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ໃຜມີ ຮູບ ນາງສັງຂານລາວ ປີ 2011 ແດ່ .... ສາມາດເບິ່ງຢູ່ໃສ
Vi

Date:
ໃຜມີ ຮູບ ນາງສັງຂານລາວ ປີ 2011 ແດ່ .... ສາມາດເບິ່ງຢູ່ໃສ


ຍິນດີວ່າ ປີ 2011 ນີ້ ໄດ້ມີການ ຈັດການປະກວດ ນາງສັັັັັງຂານໃນຫລາຍໆ ແຫ່ງ .... ໃຜມີຮູບແດ່ .... ຢາກເຫັນແຮງໆ

ຂອບໃຈ



__________________
Anonymous

Date:
RE: ໃຜມີ ຮູບ ນາງສັງຂານລາວ ປີ 2011 ແດ່ .... ສາມາດເບິ່ງຢູ່ໃສ


ຈາກບ້ານໃດ ເມືອງໃດ ແຂວງໃດ ?



__________________
Anonymous

Date:

IMG_0066.jpg

ການປະກວດ ນາງສັງຂານ ຫລວງພະບາງ ປະຈໍາປີ 2554, ເພື່ອຄົ້ນຫາ ຍິງສາວຜູ້ມີຄວາມງາມ ອັນພຽບພ້ອມ ມາເປັນ ນາງສັງຂານ, ເພື່ອສືບທອດປະເພນີອັນດີງາມ ເຊິ່ງບັນພະບຸລຸດ ນໍາພາປະຕິບັດ ມາແຕ່ດົນນານ, ໄດ້ສິ້ນສຸດລົງ ເປັນທີ່ ຮຽບຮ້ອຍແລ້ວ, ເຊິ່ງໃນປີນີ້ ມີຜູ້ເຂົ້າ ປະກວດ ທັງຫມົດ 37 ຄົນ, ການປະກວດ ໄດ້ເລີ້ມຂຶ້ນ ແຕ່ຕົ້ນ ເດືອນ ເມສາ ທີ່ຜ່ານມາ, ຈົນມາເຖິງຄືນຂອງ ວັນທີ່ 13 ຄະນະກໍາມະການ ຄັດເລືອກ ນາງສັງຂານປະຈໍາ ປີ 2554 ໄດ້ຕັດສິນໃຫ້ ນາງສາວ ຈິດລັດດາ ເປັນນາງສັງຂານ ປະຈໍາປີນີ້, ລາວເປັນລູກຫລານ ຂອງບ້ານ ອາຮາມ ອາຍຸ 18 ປີ, ປະຈຸບັນ ກໍາລັງຮຽນ ຢູ່ ມັດທະຍົມ ສົມບູນ ສັນຕິພາບ.



__________________
ຈິດບໍ່ເຕັມ

Date:

ຂ້ອຍຈື່ບໍ່ໄດ້ວ່າເຄີຍອ່ານຢູ່ເວັບໃດ໋ ເພິ່ນວ່າມາດຖານອັນສໍາຄັນຂອງຜູ່ທີ່ຈະມາເປັນນາງສັງຂານຄືຕ້ອງເປັນສາວພົມມະຈະຣີ ແຕ່ຜູ່ສາວຍຸກມິລິນຽມນີ້ມີແຟນມີກິກເກືອບໝົດທຸກຄົນ ເຮັດໃດ໋ຈຶ່ງຈະຮູ້ວ່າສາວນັ້ນເປັນສາວພົມມະຈຣີຫລືບໍ່? ຂໍໂທດເດີຖ້າຄໍາຖາມນີ້ລາມົກເກີນໄປ



__________________
ສາຍເຊລໍາເພົາ

Date:

ຈິດບໍ່ເຕັມ wrote:

ຂ້ອຍຈື່ບໍ່ໄດ້ວ່າເຄີຍອ່ານຢູ່ເວັບໃດ໋ ເພິ່ນວ່າມາດຖານອັນສໍາຄັນຂອງຜູ່ທີ່ຈະມາເປັນນາງສັງຂານຄືຕ້ອງເປັນສາວພົມມະຈະຣີ ແຕ່ຜູ່ສາວຍຸກມິລິນຽມນີ້ມີແຟນມີກິກເກືອບໝົດທຸກຄົນ ເຮັດໃດ໋ຈຶ່ງຈະຮູ້ວ່າສາວນັ້ນເປັນສາວພົມມະຈຣີຫລືບໍ່? ຂໍໂທດເດີຖ້າຄໍາຖາມນີ້ລາມົກເກີນໄປ


 ຂໍອະໄພ ທີ່ເຂົ້າມາຕອບ ເລື່ອງນີ້ກໍບໍ່ເປັນເລື່ອງເສັຍຫາຍ ຫຍັງດອກ ຊິໃຫ້ຄຳຕອບເດີ ຢ່າວ່າກັນ

1. ປີໃດ ແຫ່ນາງສັງຂານ ຜົນຕົກ ແມ່ນສາວພຣົມມະຈາຣີ

2. ປີໃດ ແຫ່ນາງສັງຂານ ຝົນບໍ່ຕົກ ແມ່ນບໍ່ແມ່ນສາວພຣົມມະຈັນ

ວ່າຈັ່ງ ຊັ້ນກະພິຈາຣະນານໍາກັນເດີ ອັນນີ້ຜູ້ເຖົ້າເວົ້າໃຫ້ຟັງ

 



__________________
Anonymous

Date:

ຢູ່ບ້ານຂ້ອຍເພິ່ນໃຫ້ໄປຍ່ຽວໃສ່ດິນຊາຍກ່ອນ, ໃຜຍ່ຽວຮູນ້ອຍຜູ່ນັ້ນໄດ້ເປັນນາງສັງຂານ.



__________________
Anonymous

Date:

ຍັງຂ້ອຍຜູ້ໜຶ່ງເດີເປັນສາວ ພົມມະຈາລີ ຊິບອກໃຫ້ຢ່າຄິດວ່າຊິມົ້ວໝົດທຸກຄົນເດີທ່ານ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard