Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລັດເກັບເງິນພາສີອາກອນ ແລ້ວເອົາໄປເຮັດຫຍັງ
ຮູ້ຕົວວ່າຖືກລ້າງສະຫມອງ

Date:
RE: ລັດເກັບເງິນພາສີອາກອນ ແລ້ວເອົາໄປເຮັດຫຍັງ


ການປົກຄອງຂອງລາວມັນກໍ່ບໍ່ຕ່າງຫຍັງ (ມີສ່ວນແຕ່ກຕ່າງຫນ້ອຍຫນື່ງຕາມຍຸກສະໄຫມ) ກັບການປົກຄອງແບບລາຊາທິປະໄຕ ຫຼື ສັກດີນາ ເພາະວ່າອຳອາດຜູກຂາດກັບຄົນທີ່ມີອຳ

ນາດ ຄົນດຽວ ບໍ່ມີການກວດສອບຫຼືຄັດຄ້ານ.

ພັກລັດເພີ່ນແນວແນວຄິດຊາດນິຍົມ ແບບນິຍົມຄອມມຸນິດ ມາຫຼໍ່ຫຼອມປະຊາຊົນເພື່ອບໍ່ໄດ້ມີ

ແນວຄິດແຕກຕ່າງ. ຖ້າຜູ້ໃດຄິດຕ່າງກໍ່ຫມາຍເຖີງແນວຄິດການເມືອງບໍ່ດີ. ໃຫ້ພວກທ່ານສັງ

ເກດຄຳຂວັນຂອງພັກລັດ, ການລາຍງານຂ່າວ , ວິທີການຂຽນບົດສະເຫນີ ຫຼື ບົດລາຍງານ ຕ່າງໆ ສາມສິບປີມານີ້ບໍ່ມີຫຍັງປ່ຽນແປງ.

 



__________________
Anonymous

Date:

ວາວ !!!! ຄົນໃຕ້ເວົ້າຖືກໃຈຫຼາຍ ຂໍຊົມເຊີຍ ຂ້ອຍເຫັນຢູ່ສອງດ່ານນີ້ລະ ຄືດ່ານທ່າແຂກ ໄປຫານະຕອນພະນົມ ແລະ ດ່ານທີ່ເຂົ້າມາແຕ່ກໍາປູເຈຍ(ທີ່ຈະມາຫານາກະສາ ທາງພາກໃຕ້) ເຫັນເຈົ້າຫນ້າທີ່ຕໍາຫຼວດກວດຄົນເຂົ້າເມືອງເກັບເງິນນໍາຜູ້ຄົນທີ່ຜ່ານດ່ານໄປມາຄົນລະ 10,000 ຫຼື 20,000 ກີບໂດຍທີ່ບໍ່ມີໃບຮັບເງິນອີຫຍັງໃຫ້ເລີຍ ອ້າງວ່າເປັນຄ່າທໍານຽມ ບໍ່ຮູ້ວ່າຄ່າທໍານຽມນີ້ເຂົ້າຖົງພວກມັນເອງ ຫຼື ເຂົ້າຄັງຂອງປະເທດ ຖ້າເຂົ້າຄັງຂອງປະເທດມັນຈະເອົາຫຍັງມາກວດວ່າແຕ່ລະມື້ໄດ້ຄ່າທໍານຽມໄປເທົ່າໃດ ນີ້ກໍ່ແມ່ນໜຶ່ງໃນການຂູດຮີດແລະໃຊ້ອໍານາດໂກງກິນຂອງພວກເຈົ້າໜ້າທີ່ລັດ ເບິ່ງເອົາພີ່ນ້ອງເອີຍເລື່ອງຊໍ່ານີ້ລັດທະບານຍັງແກ້ບໍ່ໄດ້ແລ້ວ ເລື່ອງອື່ນແຮງບໍ່ຕ້ອງໄປເວົ້າມັນ



__________________
Anonymous

Date:

ລັດບໍ່ໄດ້ໂກງພາສີດອກເພາະພາສີເປັນເງິນທີ່ຂື້ນບັນຊີ ການໂກງມີຈໍານວນນ້ອຍ ແຕ່ພວກທີ່ຢູ່ໃນຄນະລັດຖະບານມີເງິ່ມາແຕ່ໃສ ຂໍ່ອະທິບາຍດັ່ງນີ້:

ປະຈຸບັນລັດເປີດປະເທດໃຫ້ຕ່າງຊາດມາລົງທຶນໃນປະເທດລາວໃນທຸກຂະແໜ່ງການ ມີຕ່າງປະເທດຈໍານວນຫຼວງຫຼາຍທີ່ຢາກມາລົງທຶນຢຼ່ລາວໂດຍສະເພາະ ຈີນ, ວຽດນາມ, ໄທແລະອື່ນໆ ສະນັ້ນຄົນໃນຄະນະລັດຖະບານທີ່ມີສິດອະນຸຍາດຈຶ່ງໃຊ້ອໍານາດແລະຕໍາແໜ່ງຂອງຕົນເປັນເງື່ອນໄຂໃນການຕໍ່ລອງ ວ່າໃຜຈະ ໄດ້ຮັບການອະນຸມັດແມ່ນຂຶ້ນກັບເງິນໄຕ້ໂຕະຫຼືສິນບົນ ຕົວຢ່າງການໃຫ້ສໍາປະທ່ານທີ່ດິນ, ສໍາປະທານປ່າໄມ້, ບໍແຮ່, ການສ້າງເຂື່ອນ ແລະໂຄງການອື່ນໆ 

ສິ່ງເຫຼົ່ານີ້ໝາຍຄວາມວ່າພວກຄະນະລັດຖະບານເອົາຊັບພະຍາກອນຂອງປະເທດເປັນເດີມພັນເພື່່ອຫາຜົນປະໂຫຍດໃສ່ຕົນເອງນັ້ນເອງ  ປະຈຸບັນທ່ານທັ້ງຫຼາຍຄົງຈະໄດ້ຍິນບັນຫາການຍຶດທີ່ດິນຂອງປະຊາຊົນ ແລະການສໍາປະທານທີ່ດິນກໍ່ເປັນປັນຫາໃນທົ່ວປະເທດໃນຕອນນີ້ ເລື່ອງບໍແຮແລະການສ້າງເຄື່ອນກໍ່ເຊັ່ນກັນ 

ນອກຈາກນີ້ ຍັງມີນັກທຸລະກິດທັ້ງຄົນລາວແລະຄົນຕ່າງປະເທດ ທັ້ງພາຍໃນແລະພາຍນອກ ປະຈົບສໍພໍລັດຖະບານເພື່ອໃຫ້ຄວາມສະດວກດ້ານການດໍາເນີນການຕ່າງໆ (ອັນີ້ແມ່ນການໂກງຂັ້ນນໍາ) ສ່ວນການໂກງຂອງຂັ້ນນ້ອຍແມ່ນ: ຕົວຢ່າງ ພວກກວດກາດ້ານຄຸນນະພາບຂອງການສຶກສາ ພຽງແຕ່ໄປໃນນາມ ແລ້ວໂຮງຮຽນເອກະຊົນກໍ່ພາໄປກິນເຂົ້າຢູ່ຮ້ານອາຫານແລ້ວກໍ່ເອົາເງິ່ນໃສ່ຊອງໃຫ້ ເລື່ອງການກວດກາບໍ່ມີຫຍັງເກີດຂຶ້ນ. ທ່ານຢາກໄດ້ໃບຂັບຂີ່ ທ່ານກໍ່ເອົາເງິນຈ້າງເອົາ ທ່ານຢາກເຮັດວຽກນໍາລັດທ່ານກະເອົາເງິນຈ້າງເອົາ ສິ່ງຕ່າງໆ ເຫຼົ່ານີ້ແລະຄືການໂກງກິນຢູ່ປະເທດລາວ 

ເມື່ອພວກນີ້ເຂົາມີເງິນແລ້ວມີໂອກາດຊ່ອງທາງດ້ານທຸລະກິດເຂົາກໍ່ເອົາເງິນໂກງນີ້ແລະມາລົງທຶນຕໍ່ເຊັ່ນໃນດ້ານ ອະສັງຫາລິມະຊັບ ດ້ານນໍາເຂົ້າສົ່ງອອກແລະອື່ນ.

ຖ້າທ່ນຄິດວ່າສິ່ງເຫຼົ່ານີ້ຄືບັນຫາ ທ່ານຕ້ອງເລີ່ມຈາກຕົວທ່ານເອງກ່ອນ ຄື້ທ່ານຕ້ອງບໍ່ເອົາເງິນຊື້ສິ່ງທີ່ທ່ານຕ້ອງການ ດ້ານການບໍລິການຂອງລັດ ໝາຍຄວາມວ່າທ່ານຕ້ອງສູ້ຊົນດ້ວຍຄວາມສາມາດຂອງທ່ານເອງ ເຊັ່ນທ່ານຢາກໄດ້ໃບຂັບຂີ່ທ່ານຕ້ອງເສັງໃຫ້ໄດ້ ທ່ານຕ້ອງການເຮັດວຽກທ່ານຕ້ອງສະແວງຫາດ້ວຍຄວາມສາມາດຂອງທ່ານເອງ 

ເຮົາຕ້ອງສ້າງຄຸນຄ່າທາງວັດທະນະທໍາໃໝ່ເລີ່ມຕົ້ນຈາກຕົວເຮົາເອງ ຖ້າເຮົາຍັງບໍ່ຊື່ສັດແລ້ວເຮົາສິໃຫ້ຜູ້ອື່ນຊື່ສັດໄດ້ແນວໃດ 

ແຕ່ຄະນະລັດຖະບານ ໃນຖານະທີ່ທ່ານກໍາອຳນາດໃນການຈັດການຊັບພະຍາກອນຂອງປະເທດ ທ່ານຕ້ອງຮູ້ໜ້າທີ່ແລະຄວາມຮັບຜິດຊອບຕໍ່ສະຕາກໍາຂອງປະເທດ ຖ້າທ່ານຂຶ້ນມາມີອໍານາດພຽງເພື່ອສະແຫວງຫາຜົນປະໂຫຍດໃສ່ແຕ່ຕົວທ່ານເອງແລະຄອບຄົວ ວົງສາຄະນາຍາດຂອງທ່ານແລ້ວ ທ່ານຄວນຄິດຄືນໃໝວ່າທ່ານເໝາະສົມແລ້ວບໍ່ທີ່ມາຢູ່ຕໍາແໜ່ງນີ້ ຖ້າວ່າບັນດາຄະນະລັດຖະບານມີຄວາມຊື່ສັດຕໍ່ປະເທດໂດຍບໍ່ກິນສິນບົນກໍ່ຈະສາມາດສັນຫາຫຼືອະນຸມັດການລົງທຶນໃຫ້ກັບ ບໍລິສັດທີ່ດີໄດ້ແລະມີຄວາມຮັບຜິດຊອບຕໍ່ບັນຫາຕ່າງໆທີ່ຈະຕາມມາ 

ປັນຫາໃນປະຈຸບັນທີ່ບໍ່ສາມາດແກ້ໄຂໄດ້ກໍ່ຍ້ອຍວ່າຄະນະລັດຖະບານເອົາເງິນພວກບໍລິສັດມາກິນ ກໍເລີຍເປັນຂີ້ຂ້າເຂົາ ຖ້າເຂົາເຮັດຫຍັງພິດບໍຖືກບໍຕ້ອງກະບໍ່ກ້າແກ້ໄຂໃຫ້ຖືກຕ້ອງຍ້ອນເປັນຂ້ອຍຂ້າແລະທາດເງິນທີ່ເຂົາໃຫ້ສິນບັນ

ຂພຈ ວ່າຖ້າລັດໜັກແໜ້ນກວ່ານີ້ ເງິນຈໍນວນມາຫາສານຈະເຂົົ້າສູ່ລະບົບແລະລົກລະດັບເງິນເດືອນແລະສັກສີຂອງພະນັກງານຂັ້ນລາງຂຶ້ນມາໄດ້ດີກວ່ານີ້ ຫຼາຍເທົ່າ ແລະລາວກໍ່ຈະພັດທະນາໄປໄກ ກວ່າທີ່ເປັນຢູ່ 



__________________


Member

Status: Offline
Posts: 5
Date:

ເອົາໄປຊື້ລົດຂີ່ ກູເຫັນລົດໄຫຍ່ຊິລົ້ນປະເທດແລ້ວ

-- Edited by nuna on Thursday 13th of September 2012 08:47:25 PM

__________________
Anonymous

Date:

ເຖິງ ທ່ານຜູ້ນຳ ແລະ ທ່ານພະນັກງານລັດຖະກອນ ບາງຄົນທີ່ມັກສໍ້ລາດບາງຫລວງທີ່ເຄົາລົບ ແລະ ນັບຖື ກຽດສັກສີອັນດີງາມທີ່ວິລະຊົນລາວເຮົາເຄີຍສ້າງຂຶ້ນມາມັນກຳລັງຖືກພວກທ່ານທຳລາຍໄປແລ້ວ. ດ້ວຍຄວາມເຄົາລົບ ຖ້າພວກທ່ານບໍ່ຢ່າກໃຫ້ປະເທດອື່ນດູຖູກປະເທດລາວອັນເປັນທີ່ຮັກຂອງພວກເຮົາ ທ່ານຊ່ອຍກາລຸນາຮັກປະເທດໂຕເອງ ແລະ ເຄົາລົບປະຊາຊົນລາວ ໃຫ້ຫລາຍກ່ວານີ້.



__________________
Anonymous

Date:

Anonymous wrote:
Anonymous wrote:

ພວກທີ່ເວົ້າມາຂ້າງເທີງແມ່ນພວກທີ່ບໍ່ທັນເຂົ້າໃຈບັນຫາແຈ້ງ ເວົ້າດ້ວຍຄວາມມີອະຄະຕິແລະເວົ້າຕາມຂະບວນການເທົ່ານັ້ນ ບາງຄົນຂຽນພາສາລາວກໍ່ບໍ່ຖືກເຮັດຈັ່ງໃດຊີ່ໄປເຂົ້າໃຈຂັ້ນຕອນການເຮັດວຽກຂອງພາກລັດ. ຄຳວ່າພາສີມີຫຼາຍປະເພດ ແລະຫຼາຍພາກສ່ວນເປັນຜູ້ຮັບຜິດຊອບຈັດເກັບ ເຊັ່ນ: ກົມພາສີ ເກັບແຕ່ສີນຄ້າຂາເຂົ້າເທົ່ານັ້ນ, ກົມອາກອນ ເກັບພາສີ ອາກອນທຸກໆປະເພດຢູ່ພາຍໃນ, ກົມຊັບສີນ ເກັບຈາກການຂາຍຊັບສິນຂອງລັດ, ກົມທີ່ດິນ ເກັບຈາກການຊື້ຂາຍທີ່ດິນ ນອກນັ້ນຍັງມີ ກະຊວງການຕ່າງປະເທດເກັບຄ່າວີຊາ, ອອກPassport, ກະຊວງປ້ອງກັນຄວາມສະຫງົບ ເກັບຈາກການປັບໃໝນັກໂທດ, ຄ່າຄຸ້ມຄອງຄົນຕ່າງດ້າວ, ກະຊວງໂຍທາເກັບຈາກການອອກທະບຽນ, ໃບຂັບຂີ່, ຄ່າຜ່ານທາງ, ຄ່າຊັ່ງນ້ຳໜັກ, ກະຊວງການຄ້າ ເກັບຈາກການອະນຸຍາດນຳເຂົ້າ ສົ່ງອອກສີນຄ້າ, ກະຊວງກະສິກຳ ເກັບຈາກການສຳປະທານປ່າໄມ້, ກະຊວງພະລັງງານເກັບຈາກການສຳປະທານບໍ່ແຮ່ ແລະຍັງກະຊວງອື່ນໆອີກ. ທັງໝົດແມ່ນໄດ້ມີລະບຽບກົດໝາຍຄຸ້ມຄອງ ແລະອົງການກວດກາລັດກວດກາຢ່າງເປັນປະຈຳ. ແຕ່ກໍ່ປາສະຈາກບໍ່ໄດ້ທີ່ມີການ ຕົກເຮ່ຍເສຍຫາຍບາງເລັກນ້ອຍ. ສະນັ້ນຢ່າໄປຖີ້ມໂທດໃສ່ແຕ່ພາສີຜູ້ດຽວຍັງມີຫຼາຍກະຊວງທີ່ເຮັດໜ້າທີ່ເກັບລາບຮັບເຂົ້າງົບ ປະມານ ແຕ່ວ່າງົບປະມານທີ່ນຳມາພັດທະນາປະເທດສ່ວນໃຫ່ຍແມ່ນໄດ້ຈາກພາສີເກັບໃຫ້ເດີຊິບອກໃຫ້ ຄັນວ່າພາສີໂກງກິນ ຄືພວກເຈົ້າເວົ້າລັດຖະບານຊິເອົາເງີນມາຈາກໃສມາພັດທະນາປະເທດຊາດ ສ່ວນພວກທີ່ຕິໝູ່ດີໆເວລາຊື້ເຄື່ອງມາຈາກ ຕ່າງປະເທດຜ່ານດ່ານພາສີຢ່າລືມໄປຂໍເສຍພາສີແດ່ຢ່າມົວແແຕ່ລັກໜີພາສີ


 ຄົນໃຕ້: ຂ້າພະເຈົ້າກໍພໍເຂົ້າໃຈບາງບັນຫາກ່ຽວກັບເກັບແລະການນຳໃຊ້ເງິນພາສີຂອງລັດຖະບານ

ເງິນພາສີສ່ວນໃຫຍ່ກໍນຳເຂົ້າເປັນງົບປະມານຂອງລັດຫັ້ນແລ້ວແຕ່ປານນັ້ນກໍຍັັງ

ຂາດດູນເປັນໄຫງ່ເຫື່ອງຈາກລາຍຮັບຫຼັກຂອງປະເທດບໍ່ພຽງພໍກັບລາຍຈ່າຍ.ຂ້າພະເຈົ້າກໍເຫັນໃຈລັດຖະບານຄືກັນ.

ການໃຊ້ຈ່າຍເງິນພາສີສ່ວນໃຫຍ່ກໍມີການບິແບ່ງແຕ່ລະກະຊວງທະບວງກົມຕະຫຼອດຮອດແຂວງທົ່ວປະເທດ.

ຂ້າພະເຈົ້າກໍເຫັັນດີແລະກໍບໍ່ຖືວ່າເປັນການສໍ້ລາດບັງຫຼວງດອກ.ການໃຊ້ຈ່າຍງົບປະມານທຸກໆເທື່ອແມ່ນຕ້ອງໄດ້ຜ່ານສະພາ.

ແແຕ່ອັນເປັນຫນ້າກຽດແຮງກໍຄືພະນັກງານບາງກະຊວງ,ກົມ,ຕະຫຼອດຮອດພະແນກການທີ່ປະຈຳຢູ່ຂັ້ນແຂວງມັນກິນກັນແບບ.

ຮົ່ວມາແຕ່ຫຼົບ.ຄັນນາຍຊິເວົ້າໃຫ້ລູກນ້ອງໂຕພັດກິນຫຼາຍກວ່າ. ຂ້າພະເຈົ້າຈະຍົກຕົວຢ່າງຫຶ່ງຄື: ພະແນກປ່າໄມ້ແລະການຄ້າແຂວງ.

ມີການຮ່ວມຫົວກັບພໍ່ຄ້າໄມ້ເພື່ອປັບໂຄຕ້າໄມ້ຈາກ 100 ຄິວທີ່ຖືກຕ້ອງຕາມກົດຫມາຍແລະເພີ່ມເຂົ້າໄປອີກ100ຄິວແຍ່ງກັນເຂົ້າກະເປົ໋າຫຼືໄຊ້ອີກວິທີຫນຶ່ງຄືມີການສອດໃສ້. ອັນນີ້ແມ່ນເປັນທີ່ຮູ້ຈັກຂອງບັນດາພໍ່ຄ້າໄມ້. ຖ້າບໍ່ລັກບໍ່ມີກຳໄລເພີ່ນວ່າຊັ້ນ.

ຄັນເວົ້າຫຼາຍມັນຄືຫຼາຍເງິນເດືອນແປດແສນຊື້ລັດວີໂກ້ສອງສາມຄັນ

ຄິດເບິ່ງນຳກັນແດ່ພີ່ນ້ອງ.


 ທ່ານເວົ້າຖືກແທ້ ຂໍຍົກຍ້ອງ ທີ່ມີຄວາມຄິດທີ່ຖືກໃຈ ພະນັກງານຜູ້ນ້ອຍ ແລະພໍ່ແມ່ປະຊາຊົນ ມາຮ້ານນັດພົບແດ່ເດີ ທ່ານຈະແຖມເບຍໃຫ້ 1 ລັງ ໂຕເບີ 10



__________________
Anonymous

Date:

Anonymous wrote:

ຖ້າຫາກວ່າປີ 1975 ທຸກສໍ່າໃດ ປີນີ້ກໍ່ຍັງທຸກຄືເກົ່າກໍ່ແມ່ນຄົນໂງ່ເທົ່ານັ້ນແລ້ວ ແລະຖ້າຫາກໃຜຫາກຄິດຄືທ່ານຜູ້ນີ້ກໍ່ສະແດງ ວ່າຢາກໃຫ້ປະເທດຊາດລົ້ມຈົມເທົ່ານັ້ນແລ້ວ ຂໍໃຫ້ທ່ານກໍ່ສົມທຽບເບິ່ງວ່າປະຊາຊົນລາວປະຈຸບັນຍັງທຸກຍາກຄືເກົ່າບໍ່ ສ່ວນຫຼາຍແມ່ນມີຖານະການເປັນຢູ່ທີ່ດີຂຶ້ນ ຖ້າບໍ່ເຊື່ອກໍ່ໄປເບິ່ງດ້ວຍຕາຕົນເອງຢູ່ເຂດຊົນນະບົດ ສ່ວນພວກທີ່ຍັງທຸກ ສ່ວນຫຼາຍກໍ່ຍ້ອນໂງ່ ແລະຂີ້ຄ້ານທຳາຫາກິນ ບັນນີ້ມີຢູ່ໝົດທຸກໆປະເທດດອກ ຄັນຊັ້ນຊີ່ມີຂໍທານຢູ່ປະເທດອາເມລິກາ, ຝຣັ່ງ, ອັງກິດ ຊັ້ນບໍ່


 ເລື້ອງທຸກກະທຸກຄືເກົ່ານັ້ນແລະພໍ່ອາວເອີຍພຽງແຕ່ຄວາມທຸກມັນຄົນລະແບບ ທຸກແຕ່ກ່ອນບໍ່ມີເຂົ້າມີນ້ຳ ເຄື່ອງນຸ່ງຂອງຖື ແຕ່ທຸກໃນຊູ່ມື້ນີ້ແມ່ນທຸກບໍ່ມີຣົດຂີ່ ຄ່າໄຟ ຄ່ານ້ຳ ,ສົ້ງເສື້ອ,ໂທຮະສັບໃຫມ່ໃຊ້ ສັງຄົມມີແຕ່ແນວອັນຕະຣາຍ ແລະເປິເປື້ອນ ບັນຫາຢາເສບຕິດ ໂສເພນີ ຄົນຕ່າງດ້າວເຕັມເມືອງ ເງີນພາສີເຂົ້າຄັງບໍ່ຮອດເຄິ່ງ. ,ໂດຍສະເພາະແຂວງຈຳປາສັກ ພາສີອາກອນເງີນເດືອນມັນຊິຫລາຍປານໃດ ມີຣົດວີໂກ້ຂີ່ເກືອບຄູ່ຄົນ ເອົາເງີນມາແຕ່ໃສຊື້ ຄັນບໍ່ແມ່ນສໍ່ລາດ



__________________
Anonymous

Date:

Anonymous wrote:

ວາວ !!!! ຄົນໃຕ້ເວົ້າຖືກໃຈຫຼາຍ ຂໍຊົມເຊີຍ ຂ້ອຍເຫັນຢູ່ສອງດ່ານນີ້ລະ ຄືດ່ານທ່າແຂກ ໄປຫານະຕອນພະນົມ ແລະ ດ່ານທີ່ເຂົ້າມາແຕ່ກໍາປູເຈຍ(ທີ່ຈະມາຫານາກະສາ ທາງພາກໃຕ້) ເຫັນເຈົ້າຫນ້າທີ່ຕໍາຫຼວດກວດຄົນເຂົ້າເມືອງເກັບເງິນນໍາຜູ້ຄົນທີ່ຜ່ານດ່ານໄປມາຄົນລະ 10,000 ຫຼື 20,000 ກີບໂດຍທີ່ບໍ່ມີໃບຮັບເງິນອີຫຍັງໃຫ້ເລີຍ ອ້າງວ່າເປັນຄ່າທໍານຽມ ບໍ່ຮູ້ວ່າຄ່າທໍານຽມນີ້ເຂົ້າຖົງພວກມັນເອງ ຫຼື ເຂົ້າຄັງຂອງປະເທດ ຖ້າເຂົ້າຄັງຂອງປະເທດມັນຈະເອົາຫຍັງມາກວດວ່າແຕ່ລະມື້ໄດ້ຄ່າທໍານຽມໄປເທົ່າໃດ ນີ້ກໍ່ແມ່ນໜຶ່ງໃນການຂູດຮີດແລະໃຊ້ອໍານາດໂກງກິນຂອງພວກເຈົ້າໜ້າທີ່ລັດ ເບິ່ງເອົາພີ່ນ້ອງເອີຍເລື່ອງຊໍ່ານີ້ລັດທະບານຍັງແກ້ບໍ່ໄດ້ແລ້ວ ເລື່ອງອື່ນແຮງບໍ່ຕ້ອງໄປເວົ້າມັນ


 ຍັງມີອີກດ່ານໜື່ງທ່ານເອີຍ ຄື ດ່ານເສັ້ນທາງໄປວັດພູຈຳປາສັກ ເຂດເມືອງໂພນທອງ  ຂາໄປມັນເກັບ 10.000 ກີບ ສຳລັບລົດກະບະ ແຕ່ມັນມາແປກຢູ່ບ່ອນວ່າ  ທ່ານຈະໄປກັບ ຫຼື ບໍ່ກັບມັນກໍ່ຈີກປີ້ໃຫ້ 2 ອັນໂລດ 20.000 ກີບ .ຖ້າວ່າທ່ານກັບມາເປັນມື້ໃໝ່ ທ່ານຕ້ອງເສຍຄ່າປີ້ໃໝ່ 10.000 ກີບ ,ມັນບອກວ່າ ປີ້ໂຕນີ້ ມັນກາຍ ກຳນົດແລ້ວ ມັນມີກຳນົດໃຫ້ ພາຍໃນ 24 ຊົ່ວໂມງ ມັນວ່າ, ເຫດຜົນກໍ່ຄືວ່າ : ແນວວ່າລັດຖະບານເຮົາບໍ່ໄດ້ລົງທືນສ້າງເສັ້ນທາງເສັ້ນນີ້  ບໍລິສັດ ແກ້ວດວງດີ ເປັນຜູ້ສ້າງ ຊຳບໍ່ພໍລັດຖະບານຍັງໝາຍເອົາດີນຂອງປະຊາຊົນ ສອງພາກທາງເບື້ອງລະ 100 m ບໍ່ໃຫ້ປະຊາຊົນສ້າງຫຍັງໃສ່ . ນີ້ແລ້ວເຂົາວ່າເຈົ້ານາຍກີນບ້ານກີນເມືອງ .



__________________
Anonymous

Date:

Anonymous wrote:

ພະນັກງານບາງຄົນລວຍຫຼາຍ,ບາງຄົນຄືຍັງທຸກຢູ່


 100% of the government officers are corrupted so what is new when every body are corrupted. It is no wonder, Laos is still under developed and the poorest country.Name one person in Laos who is not corrupted ?



__________________
Anonymous

Date:

Anonymous wrote:
Anonymous wrote:
Anonymous wrote:

ພວກທີ່ເວົ້າມາຂ້າງເທີງແມ່ນພວກທີ່ບໍ່ທັນເຂົ້າໃຈບັນຫາແຈ້ງ ເວົ້າດ້ວຍຄວາມມີອະຄະຕິແລະເວົ້າຕາມຂະບວນການເທົ່ານັ້ນ ບາງຄົນຂຽນພາສາລາວກໍ່ບໍ່ຖືກເຮັດຈັ່ງໃດຊີ່ໄປເຂົ້າໃຈຂັ້ນຕອນການເຮັດວຽກຂອງພາກລັດ. ຄຳວ່າພາສີມີຫຼາຍປະເພດ ແລະຫຼາຍພາກສ່ວນເປັນຜູ້ຮັບຜິດຊອບຈັດເກັບ ເຊັ່ນ: ກົມພາສີ ເກັບແຕ່ສີນຄ້າຂາເຂົ້າເທົ່ານັ້ນ, ກົມອາກອນ ເກັບພາສີ ອາກອນທຸກໆປະເພດຢູ່ພາຍໃນ, ກົມຊັບສີນ ເກັບຈາກການຂາຍຊັບສິນຂອງລັດ, ກົມທີ່ດິນ ເກັບຈາກການຊື້ຂາຍທີ່ດິນ ນອກນັ້ນຍັງມີ ກະຊວງການຕ່າງປະເທດເກັບຄ່າວີຊາ, ອອກPassport, ກະຊວງປ້ອງກັນຄວາມສະຫງົບ ເກັບຈາກການປັບໃໝນັກໂທດ, ຄ່າຄຸ້ມຄອງຄົນຕ່າງດ້າວ, ກະຊວງໂຍທາເກັບຈາກການອອກທະບຽນ, ໃບຂັບຂີ່, ຄ່າຜ່ານທາງ, ຄ່າຊັ່ງນ້ຳໜັກ, ກະຊວງການຄ້າ ເກັບຈາກການອະນຸຍາດນຳເຂົ້າ ສົ່ງອອກສີນຄ້າ, ກະຊວງກະສິກຳ ເກັບຈາກການສຳປະທານປ່າໄມ້, ກະຊວງພະລັງງານເກັບຈາກການສຳປະທານບໍ່ແຮ່ ແລະຍັງກະຊວງອື່ນໆອີກ. ທັງໝົດແມ່ນໄດ້ມີລະບຽບກົດໝາຍຄຸ້ມຄອງ ແລະອົງການກວດກາລັດກວດກາຢ່າງເປັນປະຈຳ. ແຕ່ກໍ່ປາສະຈາກບໍ່ໄດ້ທີ່ມີການ ຕົກເຮ່ຍເສຍຫາຍບາງເລັກນ້ອຍ. ສະນັ້ນຢ່າໄປຖີ້ມໂທດໃສ່ແຕ່ພາສີຜູ້ດຽວຍັງມີຫຼາຍກະຊວງທີ່ເຮັດໜ້າທີ່ເກັບລາບຮັບເຂົ້າງົບ ປະມານ ແຕ່ວ່າງົບປະມານທີ່ນຳມາພັດທະນາປະເທດສ່ວນໃຫ່ຍແມ່ນໄດ້ຈາກພາສີເກັບໃຫ້ເດີຊິບອກໃຫ້ ຄັນວ່າພາສີໂກງກິນ ຄືພວກເຈົ້າເວົ້າລັດຖະບານຊິເອົາເງີນມາຈາກໃສມາພັດທະນາປະເທດຊາດ ສ່ວນພວກທີ່ຕິໝູ່ດີໆເວລາຊື້ເຄື່ອງມາຈາກ ຕ່າງປະເທດຜ່ານດ່ານພາສີຢ່າລືມໄປຂໍເສຍພາສີແດ່ຢ່າມົວແແຕ່ລັກໜີພາສີ


 ຄົນໃຕ້: ຂ້າພະເຈົ້າກໍພໍເຂົ້າໃຈບາງບັນຫາກ່ຽວກັບເກັບແລະການນຳໃຊ້ເງິນພາສີຂອງລັດຖະບານ

ເງິນພາສີສ່ວນໃຫຍ່ກໍນຳເຂົ້າເປັນງົບປະມານຂອງລັດຫັ້ນແລ້ວແຕ່ປານນັ້ນກໍຍັັງ

ຂາດດູນເປັນໄຫງ່ເຫື່ອງຈາກລາຍຮັບຫຼັກຂອງປະເທດບໍ່ພຽງພໍກັບລາຍຈ່າຍ.ຂ້າພະເຈົ້າກໍເຫັນໃຈລັດຖະບານຄືກັນ.

ການໃຊ້ຈ່າຍເງິນພາສີສ່ວນໃຫຍ່ກໍມີການບິແບ່ງແຕ່ລະກະຊວງທະບວງກົມຕະຫຼອດຮອດແຂວງທົ່ວປະເທດ.

ຂ້າພະເຈົ້າກໍເຫັັນດີແລະກໍບໍ່ຖືວ່າເປັນການສໍ້ລາດບັງຫຼວງດອກ.ການໃຊ້ຈ່າຍງົບປະມານທຸກໆເທື່ອແມ່ນຕ້ອງໄດ້ຜ່ານສະພາ.

ແແຕ່ອັນເປັນຫນ້າກຽດແຮງກໍຄືພະນັກງານບາງກະຊວງ,ກົມ,ຕະຫຼອດຮອດພະແນກການທີ່ປະຈຳຢູ່ຂັ້ນແຂວງມັນກິນກັນແບບ.

ຮົ່ວມາແຕ່ຫຼົບ.ຄັນນາຍຊິເວົ້າໃຫ້ລູກນ້ອງໂຕພັດກິນຫຼາຍກວ່າ. ຂ້າພະເຈົ້າຈະຍົກຕົວຢ່າງຫຶ່ງຄື: ພະແນກປ່າໄມ້ແລະການຄ້າແຂວງ.

ມີການຮ່ວມຫົວກັບພໍ່ຄ້າໄມ້ເພື່ອປັບໂຄຕ້າໄມ້ຈາກ 100 ຄິວທີ່ຖືກຕ້ອງຕາມກົດຫມາຍແລະເພີ່ມເຂົ້າໄປອີກ100ຄິວແຍ່ງກັນເຂົ້າກະເປົ໋າຫຼືໄຊ້ອີກວິທີຫນຶ່ງຄືມີການສອດໃສ້. ອັນນີ້ແມ່ນເປັນທີ່ຮູ້ຈັກຂອງບັນດາພໍ່ຄ້າໄມ້. ຖ້າບໍ່ລັກບໍ່ມີກຳໄລເພີ່ນວ່າຊັ້ນ.

ຄັນເວົ້າຫຼາຍມັນຄືຫຼາຍເງິນເດືອນແປດແສນຊື້ລັດວີໂກ້ສອງສາມຄັນ

ຄິດເບິ່ງນຳກັນແດ່ພີ່ນ້ອງ.


ຄົນໃຕ້: ກ່ອນອື່ນຂ້າພະເຈົ້າຕ້ອງກາບຂໍອາໃພທີ່ Copy Comment ຂອງທ່ານມາລົງໃນທີ່ນີ້.ທີ່ຈິງຂ້າພະເຈົ້າກໍບໍ່ແມ່ນນັກກົດຫມອກກົດຫມູ່ຫຍັງດອກເປັນພຽງ ພະນັກງານບໍລິສັດເອກະຊົນຫາກິນເງິນເດືອນໄປແຕ່ລະເດືອນບາງເດືອນກໍພໍເຫຼືອເລັກໆນ້ອຍໆປານນັ້ນລະ.ແຕ່ກໍຕິດໃຈຄຳເວົ້າທີ່ທ່ານວ່າ:

(ແຕ່ກໍ່ປາສະຈາກບໍ່ໄດ້ທີ່ມີການ ຕົກເຮ່ຍເສຍຫາຍບາງເລັກນ້ອຍ) ຄົງຈະຫຼາຍຮ້ອຍລ້ານຢູ່ໃດນໍ????

 

(ແຕ່ກໍ່ປາສະຈາກບໍ່ໄດ້ທີ່ມີການ ຕົກເຮ່ຍເສຍຫາຍບາງເລັກນ້ອຍ.

ສະນັ້ນຢ່າໄປຖີ້ມໂທດໃສ່ແຕ່ພາສີຜູ້ດຽວຍັງມີຫຼາຍກະຊວງທີ່ເຮັດໜ້າທີ່ເກັບລາບຮັບເຂົ້າງົບ ປະມານ ແຕ່ວ່າງົບປະມານທີ່ນຳມາພັດທະນາປະເທດສ່ວນໃຫ່ຍແມ່ນ

ໄດ້ຈາກພາສີເກັບໃຫ້ເດີຊິບອກໃຫ້ ຄັນວ່າພາສີໂກງກິນ ຄືພວກເຈົ້າເວົ້າລັດຖະບານຊິເອົາເງີນມາຈາກໃສມາພັດທະນາປະເທດຊາດ ສ່ວນພວກທີ່ຕິໝູ່ດີໆເວລາຊື້ເຄື່ອງມາຈາກ ຕ່າງປະເທດຜ່ານດ່ານພາສີ

ຢ່າລືມໄປຂໍເສຍພາສີແດ່ຢ່າມົວແແຕ່ລັກໜີພາສີ)

ແນ່ນອນຖ້າປະເທດໃດທີ່ບໍ່ມີການເກັບພາສີລາຍໄດ້ປະເທດນັ້ນຈະເອົາເງິນໃສມາພັດທະນາປະເທດຕົນເອງ(ຄົນໃຕ້ບໍ່ຖຽງ)ແຕ່ສິ່ງທີ່ຢາກເວົ້າກໍຄື:ພະນັກງານລັດໂດຍສະເພາະແມ່ນບັນດາກະຊວງ,ກົມຕະຫຼອດຮອດພະແນກການຂັ້ນແຂວງທີ່ເປັນຫຼັກໃນການຈັດເກັບລາຍຮັບເຂົ້າງົບປະມານນັ້ນລະຕົວການຈັດເກັບລາຍຮັບເຂົ້າຖົງຕົນເອງ.  ແຖມຍັງມີພຶດຕິກຳເລວຊາມ,ຕຳຊ້າໂດຍທີ່ພັກລັດສ້າງມາເສັຍເງິນງົບປະມານລ້າໆ.ມັນເປັນຢູ່ບ່ອນໃດຂ້າພະເຈົ້າຈະອະທິບາຍ:  1. ຕົນເອງເປັນຜູ້ຮູ້ກົດຫມາຍແຖມຍັງເປັນຄົນຜິດກົດຫມາຍເອງ (ສໍລາດບັງຫຼວງ)                                                            2.ກູເຮັດຜິດແຕ່ຖືກກົດຫມາຍ. ມຶງເຮັດຜິດຕິດຄຸກ.                       3.ເມັຍກູເປັນແມ່ຄ້າກູເປັນພາສີຜິດໃຜ (ງາມຫນ້າ)                       4.ກູເປັນພະນັກງານປ່າໄມ້ເອົາໄມ້ໄປຂາຍແບ່ງນາຍກິນ (ຜິດໃຜ)        5.ປະຊາຊົນລູງສີ,ສູງສາລັກຕັດໄມ້ກູຢຶດແລ້ວກູຂາຍປັນກັບນາຍ(ຜິດໃຜ  6.ປະຊາຊົນເອົາໄມ້ໄຜ່ມາປູເຮືອນກູເອົາໄມ້ຂະຍູງມາເຮັດຂັ້ນໃດ(ຜິດແມ່ໃຜ)   ຂ້າພະເຈົ້າບໍ່ໄດ້ເວົ້າໃສ່ຮ້າຍພະນັກງານລັດທັງຫມົດແຕ່ຕົວຢ່າງນີ້ຄື ພວກທີ່ທ່ວງດຶງຄວາມຈະເລີນຂອງປະເທດຊາດ.ກົມກວດກາພັກລັດຄວນເບິ່ງຄືນ.ຖ້າໃຫ້ຄົນໃຕ້ກວດພວກນີ້  ຮັບຮອງວ່າຈະເອົາໄປໄຖນາແທນພໍ່ຕູ້ສີຢູ່ດອນໂຂງແທ້ໆ.                  ຕຳໃຈໃຜກໍຂໍອາໃພເດີ                            



 ເຮົາເວົ້າອອກມານີ້ເຈົ້ານາຍເຂົາບໍ່ສົນໃຈດອກທ່ານເອີຍ ເຂົາຄິດໄດ້ແຕ່ວ່າ ແນວໃດເຂົາຊິມີເງີນ,ມີເຮືອນ ,ມີລົດ Prado ລຸ້ນອອກມາໃໝ່ລາຄາ 86.000 $ ນັ້ນເດ ເຂົາກໍ່ພໍ່ໃຈແລ້ວ .



__________________
ລຸງຈານໂກ້ຍ

Date:

ລຸງຈານ ສະໜັບສະໜູນ ຄົນໃຕ້ເປັນພີເສດ  ເຮືອນຮົ່ວມາແຕ່ລົບ ຖ້າຫຼັງຄາ ບໍ່ຮົ່ວ ພື້ນກາສີ ບໍ່ປຽກຝົນ

ລຸງຈານທຳ ງານເປັນ ຄູບ້ານນອກ ມາໄດ້ 42ປີແລ້ວ  ຢາກໃຫ້ຄົນໃຕ້ເວົ້າ ຫຼາຽໆ ຫຼ່ອນ ໆ ກ່ອນນີ້ແດ່



__________________
Anonymous

Date:

ຖາມເພິ່ນເບິ່ງ!

 



__________________
Anonymous

Date:

Anonymous wrote:

ຖາມເພິ່ນເບິ່ງ!

 


 ນັກ ມາຍາກົນ ພ້ອມດ້ວຍຄອບຄົວ



__________________
«First  <  1 2 | Page of 2  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard