Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລັດເກັບເງິນພາສີອາກອນ ແລ້ວເອົາໄປເຮັດຫຍັງ
Anonymous

Date:
ລັດເກັບເງິນພາສີອາກອນ ແລ້ວເອົາໄປເຮັດຫຍັງ

ພະນັກງານບາງຄົນລວຍຫຼາຍ,ບາງຄົນຄືຍັງທຸກຢູ່

__________________
Anonymous

Date:

ສູມຫັວກັນແດກຫ່າ

__________________
Anonymous

Date:

ພາສີອາກອນບາງຄົນ ຂູດຮີດ ປະຊາຊົນ ທັງໆ ທີ່ເຂົາຄ້າຂາຍຖືກກົດໝາຍ

__________________
Anonymous

Date:

Anonymous wrote:

ພະນັກງານບາງຄົນລວຍຫຼາຍ,ບາງຄົນຄືຍັງທຸກຢູ່

 ລັດເກັບພາສີມາແລ້ວເອົາເງິນເຂົ້າຖົງໂຕເອງຫມົດ

__________________
ຄົນຫວັງດີ (ບໍ່ແມ່ນໂຈມຕີເດີ້)

Date:

ເກັບເອົາເຂົ້າຖົງໃນຖົງນອກຕົວະ ກະຊັ້ນເຮັດແນວໃດຫຼະມັນຈັ່ງ

ຊິຮັ່ງຊິລວຍ ເມື່ອລວຍພໍແລ້ວກໍ່ປຽ່ນຕຳແໜ່ງໃຫ້ຜູ້ໃໝ່ຂື້ນມາແທນ ເທົ່ານີ້

ເອງມັນເປັນເລື້ອງຈິດຈອ້ຍແມ່ນບໍ່??

ຖ້າເອົາໄປສ້າງໂຄງການໃດນື່ງ ກໍ່ອາດເປັນພຽງແຕ່ຕົວເລກມາ

ຫຼອກລວງຕາປຊຊ ຊື່ໆ.ຜູ້ທີ່ເກັບກຳລາຍໄດ້ສະທິຕິແຫ່ງຊາດ

ກໍ່ສາມາດດັດແປງຕົວເລກໄດ້ຕາມເຄີຍ ເພາະຂາດການກວດ

ກາຈາກຫຼາຍພາກສວ່ນທີ່ບໍ່ຂື້ນກັບພັກ ຄມນ

__________________
Anonymous

Date:

ທັງຜູ້ທີ່ຂຽນຕົວໜັງສືສີແດງ ແລະ ສີຟ້າຫັ້ນ

ເວົ້າບໍ່ຖືກ ພວກເພີ່ນເອົາໄປຟາກໄວ້ນຳກົມຕາດີນ

ແດ່ ຟາກໄວ້ນຳຮ້ານຂາຽໂຕໂຢຕາ ????

__________________
Anonymous

Date:

ເພີ່ນກະປຸກເຮືອນໃຫ້ເມຍນ້ອນຊັ້ນຕົວະ

__________________
Anonymous

Date:

Anonymous wrote:

ພະນັກງານບາງຄົນລວຍຫຼາຍ,ບາງຄົນຄືຍັງທຸກຢູ່

ພະນັກງານພາສີບໍ່ໄດ້ລວຍທຸກຄົນໃດ໋ພໍ່ອາວ ຜູ່ຂີ່ລົດອີ່ຮ້າງໄປການກໍ່ມີຫລາຍ, ຜູ່ມີເງິນຊື້ລົດເລັກສັດໃຫ້ກິກຂີ່ໄປມ່າຍຜູ່ບ່າວກໍ່ມີແຕ່ຜູ່ທີ່ມີຕໍາແນ່ງດີ ພະນັກງານຊັ້ນຕົ້ນກໍ່ກືນນໍ້າລາຍຈົນຄໍແຫ້ງພຸ້ນລະ.

__________________
Anonymous

Date:

ບັກນີ້ຂຽນສີເຈັບຕາຮູ້ບໍ່

__________________
Anonymous

Date:

ລັດເກັບເງິນພາສີອາກອນ ແລ້ວເອົາໄປ:

1. ຈ່າຍເງິນເດືອນໃຫ້ພະນັກງານຂອງລັດ

2. ສ້າງຖະໜົນຫົນທາງ (ປານນັ້ນກໍຍັງບໍ່ພໍ ຕ້ອງຂໍຢືມນຳຕ່າງປະເທດ ຫລືບໍ່ກໍຂໍໃຫ້ຕ່າງປະເທດຊ່ອຍລ້າໆ)

3. ແລະອື່ນໆ

ແຕ່ກໍບໍ່ພຽງພໍດອກ ເພາະພາສີຈຳນວນໜຶ່ງຖືກພວກພະນັກງານຊົ່ວງາບກິນ ແລະອີກຈຳນວນໜຶ່ງກໍຖືກປະຊາຊົນຜູ້ຊົ່ວຊ້າຫຼີກໜີພາສີ ບໍ່ຍອມຈ່າຍຢ່າງຄົບຖ້ວນ.

ດັ່ງນັ້ນ, ປະຊາຊົນຜູ້ຮັກຊາດ ແລະພະນັກງານທີ່ມີຈັນຍາບັນຕ້ອງເອົາໃຈໃສ່ເກັບພາສີໃຫ້ເຂົ້າຄັງລັດໃຫ້ຄົບຖ້ວນ! ຄັນບໍ່ຊັ້ນຈະຖືກກ່າວຫາວ່າເປັນ ຜູ້ສໍ້ຫຼວງບັງລາດ ແລະ ຜູ້ສໍ້ລາດບັງຫຼວງ!!!

__________________
Anonymous

Date:

ທ່ານເວົ້າມານັ້ນມັນຖືກຕອ້ງພຽງແຕ່ເຄີ່ງນື່ງເດີ້

ສວ່ນເຫຼືອເຄີ່ງນື່ງເພີ່ນກໍເອົາໄປຝາກທະນາຄານເອົາຂີ້ດອກອອກມາລ້ຽງສາວນອ້ຍ

ສວ່ນໃຫ່ຍແມ່ນເອົາຝາກໄວ້ນຳໃບຕຣາດິນຢູ່ນະຄອນຫຼວງຫຼືຕົວເມືອງໃຫ່ຍ ນັບເປັນເຫັກຕ້າຂື້ນເມືອພຸ້ນເດີ້.ນອກນັ້ນກໍ່ເອົາມາເຮັດເຮືອນວິລາໄດ້ຫຼາຍ

ຫຼັງແລະກໍ່ລົດຂີ່ຄັນງາມໆຫຼາຍຄັນຫັ້ນເດ ! ຊິໃຫ້ເພີ່ນເອົາ ເງີນເດືອນຊັ້ນເບາະມາຊື້ເອງ.ຂພຈ.ຄິດວ່າ

ເງີນເດືອນກິນຂອງພັກລັຖຜູ້ນຳ ສປປ ລາວ ຖ້າທຽບໃສ່ປະເທດອື່ນໄກຫຼືໃກ້ຄຽງແມ່ນເພີ່ນຈະມີລາຍໄດ້ ກີນແບບສະບາຍ ສະບາຍ ພາສີອາກອນລາຍໄດ້-ລາຍຮັບ ປຊຊ ບໍ່ສົນໃຈນຳດອກ ກໍ່ຍອ້ນວ່າພັກຜູ້ນຳສະຫຼາດນັ້ນຫລະ

ຈື່ງເຮັດໃຫ້ ປຊຊ ສວ່ນໃຫ່ຍທຸກຍາກປາກໝອງຢູ່ດຽວນີ້. ຢາກໃຫ້ພັກຣັຖເປີດຫູມືນຕາເບີ່ງ ສະພາບເປັນຈີງຂອງ ປຊຊ ແດ່ ຢ່າໃຫ້ຕ່າງປະເທດໄກໃກ້ເຂົາດູຖູກນີນທາຄົນລາວຫຼາຍ ອາຍເຂົາເດີ້. ຂພຈ ຢາກໃຫ້ຄົນຂັ້ນຣັຖມົນຕຮີຫຼືຢ່າງນອ້ຍກໍ່ ລາວໃນ ຊວ່ຍແນະນຳໃຫ້ເຂົາເຈົ້າເຂົ້າມາອ່ານເບີ່ງແດ່ວ່າຄົນລາວຫວ່ງລາວຫຼາຍເທົ່າໃດ? ກຽດສັກສີແລະຄວາມພູມໃຈທີ່ເກີດເປັນຄົນ

ລາວນັ້ນ ຢ່າໃຫ້ເຂົາເວົ້າຍ່ຳຍີເດີ້.ນີ້ແມ່ນຫວັງດີ ບໍ່ໄດ້ປອ້ຍດ່າ ຫຼືວ່າເຫົ່າຫອນໃດໆ ຈະແມ່ນ

ລາວໃນຫຼືລາວນອກ ກໍ່ຕາມ ພວກເຮົາຕອ້ງສາມັກຄີຮັກແພງກັນ ຊອ່ຍຕຳນິຕິຕຽນກັນເອົາໄວ້.

ບໍ່ແມ່ນຈະຊອກຫາແຕ່ເລື້ອງຜິດຖຽງກັນແບບເດັກນອ້ຍບໍ່ຮູ້ ຂີ້ໝູ ຂີ້ໝາກັນ.

ຈາກ ລາວແທ້ໆໆ

__________________
Anonymous

Date:

ບາງຄົນບາງພວກ,ເກັບເຂົ້າຖົງຕົວເອງຫຼາຍກ່ວາ,ບາງຄົນໄດ້ແຕ່ອ້າປາກເບີ່ງ,ເພາະຍັງບໍ່ທັນຮອດ ຜຽນໂຕເອງ

__________________
Vi

Date:

ຖ້າ ເງິນພາສີ ເກັບແລ້ວ ເຂົ້າງົບປະມານລັດ ແລະ ໃຊ້ໃນທາງ ທີ່ຖືກຕ້ອງ ກະບໍ່ວ່າ ຫຍັງ

ຂ້ອຍ ເສຍພາສີ ເດືອນ ໜຶ່ງ 20 % = 1.2 ລ້ານ ກີບ ... ກະເສຍດາຍຫລາຍ ແຕ່ ລັດເພິ່ນ ເກັບ ພາສີ ນຳ ຕ່າງປະເທດ ພຽງ ແຕ່ 10 % ເທົ່ານັ້ນ ... ຄວນຈະມີ ການ ທົບທວນໃໝ່ ເລື່ອງນີ້

__________________
Anonymous

Date:

[spoiler]ເຈົ້າເສັຍພາສີຫລາຍກະໄດ້ບຸນຫລາຍເດີວີ, ເງິນພາສີທີ່ເພິ່ນເກັບໄດ້ນັ້ນເພິ່ນກະເອົາໄປສ້າງຖະໝົນ ໂຮງຮຽນ ໂຮງໜໍ ຕຶກອາຄານຕ່າງໆແລະນອກນັ້ນເພິ່ນກໍ່ເອົາໄປລ້ຽງຄົນເຖົ້າ ຄົນເສັຍອົງຄະແລະນັກຮົບເກົ່າ, ເວລາເຈົ້າອອກກິນບໍານານເຈົ້າກະໄດ້ຮັບເງິນບໍານານຍູຍ່າງເອີ້ນສາວນ້ອຍມານວດຂາໃຫ້, ບໍ່ແມ່ນຫວາ?

__________________
Anonymous

Date:

ພວກທີ່ເວົ້າມາຂ້າງເທີງແມ່ນພວກທີ່ບໍ່ທັນເຂົ້າໃຈບັນຫາແຈ້ງ ເວົ້າດ້ວຍຄວາມມີອະຄະຕິແລະເວົ້າຕາມຂະບວນການເທົ່ານັ້ນ ບາງຄົນຂຽນພາສາລາວກໍ່ບໍ່ຖືກເຮັດຈັ່ງໃດຊີ່ໄປເຂົ້າໃຈຂັ້ນຕອນການເຮັດວຽກຂອງພາກລັດ. ຄຳວ່າພາສີມີຫຼາຍປະເພດ ແລະຫຼາຍພາກສ່ວນເປັນຜູ້ຮັບຜິດຊອບຈັດເກັບ ເຊັ່ນ: ກົມພາສີ ເກັບແຕ່ສີນຄ້າຂາເຂົ້າເທົ່ານັ້ນ, ກົມອາກອນ ເກັບພາສີ ອາກອນທຸກໆປະເພດຢູ່ພາຍໃນ, ກົມຊັບສີນ ເກັບຈາກການຂາຍຊັບສິນຂອງລັດ, ກົມທີ່ດິນ ເກັບຈາກການຊື້ຂາຍທີ່ດິນ ນອກນັ້ນຍັງມີ ກະຊວງການຕ່າງປະເທດເກັບຄ່າວີຊາ, ອອກPassport, ກະຊວງປ້ອງກັນຄວາມສະຫງົບ ເກັບຈາກການປັບໃໝນັກໂທດ, ຄ່າຄຸ້ມຄອງຄົນຕ່າງດ້າວ, ກະຊວງໂຍທາເກັບຈາກການອອກທະບຽນ, ໃບຂັບຂີ່, ຄ່າຜ່ານທາງ, ຄ່າຊັ່ງນ້ຳໜັກ, ກະຊວງການຄ້າ ເກັບຈາກການອະນຸຍາດນຳເຂົ້າ ສົ່ງອອກສີນຄ້າ, ກະຊວງກະສິກຳ ເກັບຈາກການສຳປະທານປ່າໄມ້, ກະຊວງພະລັງງານເກັບຈາກການສຳປະທານບໍ່ແຮ່ ແລະຍັງກະຊວງອື່ນໆອີກ. ທັງໝົດແມ່ນໄດ້ມີລະບຽບກົດໝາຍຄຸ້ມຄອງ ແລະອົງການກວດກາລັດກວດກາຢ່າງເປັນປະຈຳ. ແຕ່ກໍ່ປາສະຈາກບໍ່ໄດ້ທີ່ມີການ ຕົກເຮ່ຍເສຍຫາຍບາງເລັກນ້ອຍ. ສະນັ້ນຢ່າໄປຖີ້ມໂທດໃສ່ແຕ່ພາສີຜູ້ດຽວຍັງມີຫຼາຍກະຊວງທີ່ເຮັດໜ້າທີ່ເກັບລາບຮັບເຂົ້າງົບ ປະມານ ແຕ່ວ່າງົບປະມານທີ່ນຳມາພັດທະນາປະເທດສ່ວນໃຫ່ຍແມ່ນໄດ້ຈາກພາສີເກັບໃຫ້ເດີຊິບອກໃຫ້ ຄັນວ່າພາສີໂກງກິນ ຄືພວກເຈົ້າເວົ້າລັດຖະບານຊິເອົາເງີນມາຈາກໃສມາພັດທະນາປະເທດຊາດ ສ່ວນພວກທີ່ຕິໝູ່ດີໆເວລາຊື້ເຄື່ອງມາຈາກ ຕ່າງປະເທດຜ່ານດ່ານພາສີຢ່າລືມໄປຂໍເສຍພາສີແດ່ຢ່າມົວແແຕ່ລັກໜີພາສີ

__________________
Anonymous

Date:

ເຫັນດີນຳທີ່ທ່ານຂຽນມາ,ກົດໝາຍ ການຈັດຕັ້ງຕ່າງໆແມ່ນດີໝົດ,ແຕ່ຄົນບາງກຸມບາງພວກ ບໍ່ເຮັດຕາມກົດໝາຍ ເຫັນແກ່ຕົວຫຼາຍກ່ວາຜົນປະໂຫຍດຂອງຊາດ,ກໍ່ຄືໄກ່ເຫັນຕີນງູ,ງູເຫັນນົມໄກ່

__________________
ຍອມຮັບຄວາມຈີງນຳບໍ່ໄດ້

Date:

ກະຊັ້ນຂໍໃຫ້ທ່ານຊວ່ຍອະທິບາຍອີກຕື່ມໄດ້ບໍ່ ວ່າບັນດານາຍຍົກຣັຖມົນຕຣີທັງຫຼາຍແມ່ນເພີ່ນເຮັດ

ແນວໃດຈີ່ງຄອ່ຍມີເຮືອນຊານຫຼາຍຫຼັງ ມີທີ່ດີນຫຼາຍຕອນ ມີລົດຂີ່ຫຼາຍຄັນ ແລະບາງທ່ານກໍ່ລ້ຳລວຍມີເງີນຄຳກີນຈົນຮອດມື້ຕາຍແລະກີນໄປຈົນເຖີງລຸ້ນລູກລຸ້ນຫຼານກໍ່ບໍ່ໝົດ.ແລ້ວທ່ານລອງຄຶດ

ເບີ່ງວ່າມີໃຜແດ່ໃນຈຳນວນບັນດາທ່ານທີ່ ຂພຈ ບໍ່ຢາກປະສົງອອກຊື່ຫຼືນາມແຕ່ຢ່າງໃດ ຈະກ້າ ບໍ່?ໃຫ້ແຈ້ງຫຼືເປີດເຜີຍລາຍໄດ້ລາຍຈ່າຍລາຍລະອຽດຕໍ່ຊື່ມວນຊົນ ດັ່ງທີ່ມີຫຼາຍປະເທດ ບໍ່ວ່າຈະຢູ່ ສະຫະລັດອາເມຣິກາ, ຢູໂຣບ, ກໍດີ ພວກບັນດາທ່ານຜູ້ນຳເຂົາຕະຫຼອດຮອດປຊຊ ທຸກທ້າຍປີໃດແມ່ນຕອ້ງໄດ້ນຳເອົາ ກຳໄລຫຼືທືນມາແຈ້ງນຳພາສີອາກອນທີ່ບອ່ນເຂົາເຈົ້າອາໃສຢູ່ ມັນກໍ່ເປັນເລື່ອງທຳມະດາ.ອັ້ນນີ້ຫຼື ເພີ່ນເອີ້ນວ່າສີນທັມປະຕິວັດ?

__________________
Anonymous

Date:

ຂພຈ ຄິດວ່າຄົນເຮົາເກິດມາຄືຈະບໍ່ໄດ້ແບກຖົງເງິນຖົງຄຳມານຳເນາະ,ປົດປອ່ຍ1975 ແລ້ວໆກະຍັງທຸກຢູ່ໃຜກໍ່ຮູ້,ນອກຈາກ ວ່າພໍ່ແມ່ເພິ່ນມີມາແຕ່ກອ່ນ,ອີກບັນຫາ

ໜື່ງ ເຮືອນທີ່ລັດປຸກໃຫ້ເພິ່ນ,ລົດທີ່ເພີ່ນຂີ່ປ້າຍກະຊວງ ແມ່ນມາຈາກເງິນຄຳພາສີປະຊາຊົນທັງນັ້ນ,ແຕ່ເສັ້ນຊທາງບ້ານຂ້າ ຂພຈ ຍັງທາງແດງຢູ່,

ບາງເທື່ອ ຄົນຕ່າງປະເທດຖາມ ກະຍັງອາຍບໍ່ກ້າຕອບ ເຮັດການເງິນເດືອນບໍ່ຮອດລ້ານ,

ນຳ້ມັນກະແພງວ່າເອົາຫຍັງມາກິນ,ບາງຄົນຂີ່ລົດງາມໆປາ້ຍກະຊວງ 6 ສູບ 8 ສູບເຂົາເຈົ້າຄືມາມີເງີນຫຼາຍແທ້

ຢາກຖາມທ່ານຜູ້ຮູ້ທັງຫຼາຍແບບນີ້ຫຼະ

ຂໍຂອບໃຈເຈົ້າຂອງ Web ນັ້ຫຼາຍໆ

__________________
Lao Satff

Date:

ຂພຈ ເຮັດວຽກ ຢູ່ ນຳ ລັດວິສະຫະກິດ ແຫ່ງນຶ່ງ

ຂພຈ ໄດ້ເງິນເດືອນ 16 ລ້ານ ... ເສຍພາສາ 25 %

ບາດຕ່າງປະເທດ ເຮັດວຽກ ໄດ້ເງິນ 80 ລ້ານ ຕໍ່ເດືອນ ....ເສຍພາສາ 10 % , ໄດ້ຫລາຍ ແຕ່ ເປີເຊັນ ເສຍໜ້ອຍ ...ສະຫວັດດີ ການທຸກຢ່າງ ກະດີກວ່າຄົນລາວ , ເອົາປຽບຄົນລາວ .... ເຄີຍສະເໜີ ໄປທາງ ກຳມະບານ ຂອງ ບໍລິສັດ ...ເລື່ອງມັນ ກະງຽບ ເພາະ ເຂົາ ເອົາເງິນ ອັດປາກກຳມະບານ ຢູ່ ຫັນ ... ມີແຕ່ບອກ ໃຫ້ ຄົນລາວ ອົດທົນ ....ອອກການ ເຮັດວຽກ ແປດປີ ກໍ່ໄດ້ ແຕ່ 5.53 % x ຈຳນວນເດືອນ

ບາດ ບ່ອນອຶ່ນໄດ້ 15 % x ຈຳນວນເດືອນ

ເປັນຫຍັງ ຄືບໍ່ ເກັບນຳ ຕ່າງປະເທດ 25 ຫລື 30 %  ເລີຍ ...ລັດກະໄດ້ເງິນຫລາຍ ...ເງິນເດືອນ ລັດທະກອນ ກໍ່ຈະເພິ່ມຂຶ້ນ .... ບາດມາ ຂູ່ ເລືອດ ນຳແຕ່ ຄົນລາວ .... ມີຫຍັງ ກໍ່ຕ້ອງ ໄດ້ອົດທົນ ເພື່ອ ຄອບຄົວ ແລະ ປະເທດຊາດ

ຢາກໃຫ້ ພິຈາລະນາ ກົດໝາຍແຮງງານ ຄືໃໝ່

__________________
Anonymous

Date:

Lao Satff wrote:

 Do not worry be happy government will taking care of you soon at year 2030 Lao is small country but fully of electricity power,

seven million people will no work at all government will make the checks for everyone without doing not thing foreigners will work for you, the monies will come from

Hydro electricity dams that is why Lao government building lot of Hydro dams because of this goal,

I know because i working with Lao government i want to let people

 UNDERSTAND THAT GOAL!! BUT THE GOVERNMENT STILL WANT GAVE SECRET!!

__________________
Anonymous

Date:

ຄັນຊັ້ນຂໍຖາມຄືນແດ່ ນາຍົກປະເທດໃດທຸກຍາກ ຖ້າມີຄວາມສາມາດເປັນຮອດນາຍົກຂອງປະເທດໄດ້ ສໍ່າເຮືອນກັບລົດຊິບໍ່ມີ ປັນຍາຊື້ມາຂີ່ຊັ້ນບໍ່ທ່ານເອີຍ

__________________
Anonymous

Date:

ຖ້າຫາກວ່າປີ 1975 ທຸກສໍ່າໃດ ປີນີ້ກໍ່ຍັງທຸກຄືເກົ່າກໍ່ແມ່ນຄົນໂງ່ເທົ່ານັ້ນແລ້ວ ແລະຖ້າຫາກໃຜຫາກຄິດຄືທ່ານຜູ້ນີ້ກໍ່ສະແດງ ວ່າຢາກໃຫ້ປະເທດຊາດລົ້ມຈົມເທົ່ານັ້ນແລ້ວ ຂໍໃຫ້ທ່ານກໍ່ສົມທຽບເບິ່ງວ່າປະຊາຊົນລາວປະຈຸບັນຍັງທຸກຍາກຄືເກົ່າບໍ່ ສ່ວນຫຼາຍແມ່ນມີຖານະການເປັນຢູ່ທີ່ດີຂຶ້ນ ຖ້າບໍ່ເຊື່ອກໍ່ໄປເບິ່ງດ້ວຍຕາຕົນເອງຢູ່ເຂດຊົນນະບົດ ສ່ວນພວກທີ່ຍັງທຸກ ສ່ວນຫຼາຍກໍ່ຍ້ອນໂງ່ ແລະຂີ້ຄ້ານທຳາຫາກິນ ບັນນີ້ມີຢູ່ໝົດທຸກໆປະເທດດອກ ຄັນຊັ້ນຊີ່ມີຂໍທານຢູ່ປະເທດອາເມລິກາ, ຝຣັ່ງ, ອັງກິດ ຊັ້ນບໍ່

__________________
Anonymous

Date:

Anonymous wrote:
Anonymous wrote:
Anonymous wrote:
Lao Satff wrote:

ຂພຈ ເຮັດວຽກ ຢູ່ ນຳ ລັດວິສະຫະກິດ ແຫ່ງນຶ່ງ

ຂພຈ ໄດ້ເງິນເດືອນ 16 ລ້ານ ... ເສຍພາສາ 25 %

ບາດຕ່າງປະເທດ ເຮັດວຽກ ໄດ້ເງິນ 80 ລ້ານ ຕໍ່ເດືອນ ....ເສຍພາສາ 10 % , ໄດ້ຫລາຍ ແຕ່ ເປີເຊັນ ເສຍໜ້ອຍ ...ສະຫວັດດີ ການທຸກຢ່າງ ກະດີກວ່າຄົນລາວ , ເອົາປຽບຄົນລາວ .... ເຄີຍສະເໜີ ໄປທາງ ກຳມະບານ ຂອງ ບໍລິສັດ ...ເລື່ອງມັນ ກະງຽບ ເພາະ ເຂົາ ເອົາເງິນ ອັດປາກກຳມະບານ ຢູ່ ຫັນ ... ມີແຕ່ບອກ ໃຫ້ ຄົນລາວ ອົດທົນ ....ອອກການ ເຮັດວຽກ ແປດປີ ກໍ່ໄດ້ ແຕ່ 5.53 % x ຈຳນວນເດືອນ

ບາດ ບ່ອນອຶ່ນໄດ້ 15 % x ຈຳນວນເດືອນ

ເປັນຫຍັງ ຄືບໍ່ ເກັບນຳ ຕ່າງປະເທດ 25 ຫລື 30 %  ເລີຍ ...ລັດກະໄດ້ເງິນຫລາຍ ...ເງິນເດືອນ ລັດທະກອນ ກໍ່ຈະເພິ່ມຂຶ້ນ .... ບາດມາ ຂູ່ ເລືອດ ນຳແຕ່ ຄົນລາວ .... ມີຫຍັງ ກໍ່ຕ້ອງ ໄດ້ອົດທົນ ເພື່ອ ຄອບຄົວ ແລະ ປະເທດຊາດ

ຢາກໃຫ້ ພິຈາລະນາ ກົດໝາຍແຮງງານ ຄືໃໝ່

 Do not worry be happy government will taking care of you soon at year 2030 Lao is small country but fully of electricity power,

seven million people will no work at all government will make the checks for everyone without doing not thing foreigners will work for you, the monies will come from

Hydro electricity dams that is why Lao government building lot of Hydro dams because of this goal,

I know because i working with Lao government i want to let people

 Do not worry be happy government will taking care of you soon at year 2030 Lao is small country but fully of electricity power,

seven million people will no work at all government will make the checks for everyone without doing not thing foreigners will work for you, the monies will come from

Hydro electricity dams that is why Lao government building lot of Hydro dams because of this goal,

I know because i working with Lao government i want to let people

__________________

 UNDERSTAND THAT GOAL!! BUT THE GOVERNMENT STILL WANT GAVE SECRET!!

 DREAMING??????????????????????????????????????????????????????????????????????

__________________
Anonymous

Date:

ສຸດທ້າຍກໍ່ money money money

__________________
Anonymous

Date:

Anonymous wrote:

ຄັນຊັ້ນຂໍຖາມຄືນແດ່ ນາຍົກປະເທດໃດທຸກຍາກ ຖ້າມີຄວາມສາມາດເປັນຮອດນາຍົກຂອງປະເທດໄດ້ ສໍ່າເຮືອນກັບລົດຊິບໍ່ມີ ປັນຍາຊື້ມາຂີ່ຊັ້ນບໍ່ທ່ານເອີຍ

 ເຈົ້າເວົ້າຖືກສໍ່າເອົາຄ້ອນຕີດິນ. ຜູ່ບັນດາປະເທດທຶນນິຍົມ ຖ້າບໍ່ມີຖານະດີບໍ່ສາມາດລົງສະ

ໜັກເຂົ້າເລືອກຕັ້ງໄດ້ ແຕ່ມັນແຕກຕ່າງກັບຜູ່ນໍາລາວບາງຄົນ.

__________________
Anonymous

Date:

ແມ່ນ ຖືກບໍ່ຜິດເໝືອນກັບຜູ້ຂຽນໂຕໜັງສືສີຟ້າ ຖ້າຈະເວົ້າເຖີງຄວາມແຕກຕ່າງຂອງບັນດາທ່ານຜູ້ນຳຢູ່ຕ່າງ

ປະເທດ ແຕ່ພວກເຂົາເຈົ້າບໍ່ໄດ້ນຳໄຊ້ອຳນາດຫຼືອິຕິພົນໄປໃນທາງຜິດ ດັ່ງທີ່ຜູ້ນຳຫຼີ້ນພັກຫຼີ້ນ

ພວກຂອງສປປລ. ແຕ່ຖ້າຫາກທ່ານໃດກ້າສ່ຽງຕໍ່ບັນຫາສໍ້ຣາດບັງຫຼວງກໍ່ສະແດງວ່າທ່ານນັ້ນ

ມີຫວັງຕົກຕັ່ງນັ່ງແນ່ນອນ ແລະກໍ່ຈະຖືກປັບໄໝຕັດສິນລົງໂທດຕາມກໍລະນີໜັກເບົາ ແລ້ວເຂົາຈະບໍ່ກ່າວເຖີງດອກວ່າ ເຈົ້າມີຄຸນງາມຄວາມດີພຽງໃດ ເພະແຕ່ລະຄົນແມ່ນຢູ່ພາຍໃຕ້ກົດ

ໝາຍຄຸ້ມຄອງເອົາໄວ້ໝົດ. ແລະມັນກໍ່ຈະແຕກຕ່າງກັບກົດໝາຍຄຸ້ມຄອງຢູ່ລາວເຮົາ ມີກົດໝາຍອອກມາ ແຕ່ເອົາໄປໃຫ້ຄວາຍໃຊ້ ບໍ່ດັ່ງນັ້ນກໍ່ປິດບັງເອົາພັກເອົາພວກໃວ້ເພື່ອບໍ່ໃຫ້

ມັນເສັຍຫາຍໜັກເກີນໄປ ເພາະສະນັ້ນ ຂພຈ ຂໍສະຫຼຸບຍໍ້ຄືແນວນີ້ ບັນດາຜູ້ນຳຕ່າງປະເທດ

ທືນນິຍົມສວ່ນຫຼາຍເຂົາເຈົ້າແມ່ນປັນຍາຊົນທີ່ມີຄວາມຮູ້ສູງ ມີພື້ນຖານເສຖກິດດີພຽງພໍ ແລະ

ບາງຄົນກໍ່ເປັນມະຫາເສດຖີມາແລ້ວກໍ່ມີ .ບໍ່ແມ່ນຊິຄືຢູ່ບ້ານເຮົາ ແຕ່ກອ່ນໜີໄປລີ້ຢູ່ດົງຢູ່ປ່າ

ເຮັດການປະຕິວັດໄດ້ສາມສິບກວ່າປີ ບໍ່ມີຮອດເວລາເຂົ້າສຶກສາຮ່ຳຮຽນ ແລ້ວບອກວ່າເພີ່ນສະຫຼາດສອ່ງໃສ ແມ່ນເພີ່ນອົມອີຫຍັງມາເວົ້າໃຫ້ ປຊຊລ ເຮົາເຊື່ອເອົາແທ້

ເອົາວ່າ? ແບບນີ້ ຂພຈ ວ່າບໍ່ແມ່ນສະຫຼາດເພາະສະນັ້ນຂີ້ລັກ ຫຼືອີກຄຳນື່ງແມ່ນຫຼອກລວງ ແລະລວງຈົນເຖີງຂັ້ນວ່າຜູ້ຂຽນເຂົ້າມາໂຕ້ຕອບຂ້າງເທີງນີ້ເຊື່ອໄປຕາມກັນ. ກະລຸນາໃຫ້ມືນຕາຫຼຽວຊ້າຍ ຫຼຽວຂວາແດ່ກອ່ນຈະເວົ້າຫຼືຂຽນປອ້ງກັນການກະທຳທີ່ບໍ່ດີຕໍ່ ບ້ານເມືອງເຮົາ ຫຼືວ່າເຈົ້າເອງກໍ່ແມ່ນຄົນນື່ງທີ່ນອນຢູ່ໃນຈຳນວນທີ່ໄດ້ຮັບຜົນປະໂຫຍດດັ່ງ

ກ່າວມານັ້ນ.

__________________
ລາວຮັກຊາດ

Date:

ຂ້ອຍບໍ່ໄດ້ມີສ່ວນກ່ຽວຫຍັງກັບພວກເພີ່ນແຕ່ກ່ຽວຂ້ອງໃນນາມປັນຍາຊົນຂອງລາວ ສັງເກດວ່າການມີຄວາມເຫັນຂອງພວກ ເຈົ້າແມ່ນເວົ້າດ້ວຍຄວາມກຽດຊັງ ຫຼືວ່າເຈົ້າແມ່ນພວກເຈົ້ານາຍເກົ່າສະໃໝພຣະຣາຊະອານາຈັກລາວ ທີ່ເຄີຍສໍ້ລາດບັງຫຼວງມາກ່ອນເລີຍຄິດວ່າຄົນອື່ນຊີ່ເຮັດຄືຕົນເອງ ຢາກໃຫ້ເຈົ້າເບິ່ງ Cable TV ຊ່ອງ History ( The Secret War, The Secret Place on Earth) ທີ່ນຳເອົາ ເລື້ອງສົງຄາມປິດລັບຢູ່ລາວທີ່ໃຊ້ເວລາ 9 ປີ ແລະຖີ້ມລະເບີດໃສ່ລາວທຸກໆ 8 ນາທີ ມື້ໜຶ່ງຫຼາຍກ່ວາ 400 ຖ້ຽວບິນ ໂດຍ CIA ຊຶ່ງອະດີດຫົວໜ້າCIA ກ່າວວ່າໄດ້ໃຊ້ເງີນ 545 ລ້ານໂດລາຊື້ຈ້າງລັດຖະບານຣາຊະອານາຈັກລາວເຊິ່ງກາຍເປັນຕົ້ນເຫດຂອງ Corruption ການໃນລາວຈົນຮອດ 1975. ຖ້າຫາກວ່າຜູ້ນຳລາວໃນປະຈຸບັນຫາກຊົ່ວຄືເຈົ້າເວົ້າປະເທດກໍຄືຊີ່ບໍ່ພັດທະນາຈົນຮອດປານນີ້ດອກ ຈົ່ງຍອມຮັບຄວາມຈິງສາໃນປະເທດໃດກໍ່ຫາກມີຄົນດີ ແລະຄົນຊົ່ວ, ຄົນບໍ່ດີສໍ້ໂກງບ້ານເມືອງກຳຫາກຊີ່ຕາມສະໜອງດອກ

ສ່ວນລະດັບການສຶກສາກໍ່ເຊັ່ນກັນຢ່າດູຖູກເພິ່ນຫຼາຍ ເຈົ້າຜູ້ເວົ້າຈົບຫຍັງມາ? ການນຳຫຼາຍຄົນກໍ່ຈົບ Phd or Master

__________________
Anonymous

Date:

ລາວຮັກລາວເວົ້າຖືກຕ້ອງ, ຍ້ອນເຈົ້ານາຍໃນລະບອບເກົ່າສໍ້ລາດບັງຫລວງ ສ້າງຮັ່ງຄູນມີແກ່ຕົນ ພວກນັກຮຽນ ນັກສຶກສາ ປັນຍາຊົນ  ກໍາມະກອນສາມລໍ້ ຈຶ່ງໄດ້ໄປແຫ່ເອົາພວກອ້າຍນ້ອງເຂົ້າມາ. ແຕ່ແລ້ວ ພວກອ້າຍນ້ອງກໍ່ບໍ່ໄດ້ເຮັດຕາມຄໍາເວົ້າຂອງເຂົາ, ເລື້ອງການສໍ້ລາດບັງຫລວງໃນປັດຈຸບັນນີ້ລະບາດກ່ວາສະໃໝລັດຖະບານວຽງຈັນຫລາຍເທົ່າ ກິນແຕ່ຂັ້ນລຸ່ມຈົນຮອດຂັ້ນເທິງ ກິນແບບບໍ່ອາຍສົບບໍ່ອາຍປາກຈັກນ້ອຍເລີຍ.

ແມ່ນແທ້, ຢູ່ໃນວົງການນໍາມີແຕ່ຄົນມີຄວາມຮູ້ລະດັບສາດສະດາຈານ ດອັກເຕີ ເອກ ໂທ ຕີ ແຕ່ເຂົາເຈົ້້າບໍ່ສາມາດໃຊ້ຄວາມຮູ້ທີ່ສຶກສາມາປະກອບສ່ວນເຂົ້າໃຈວຽກງານຕົວຈິງໄດ້ເຕັມສ່ວນ ຍ້ອນສິດອໍານາດສູງສຸດແມ່ນຢູ່ໃນກໍາມືຂອງກຸ່ມຜູ່ນໍາຜະເດັດການ. ຖ້ານັກວິຊາການຍ່າງນໍາກົນນັກການເມືອງ ຜົນງານຈະອອກມາແນວໃດ໋?

__________________
Anonymous

Date:

ລາວຮັກຊາດ wrote:

ຂ້ອຍບໍ່ໄດ້ມີສ່ວນກ່ຽວຫຍັງກັບພວກເພີ່ນແຕ່ກ່ຽວຂ້ອງໃນນາມປັນຍາຊົນຂອງລາວ ສັງເກດວ່າການມີຄວາມເຫັນຂອງພວກ ເຈົ້າແມ່ນເວົ້າດ້ວຍຄວາມກຽດຊັງ ຫຼືວ່າເຈົ້າແມ່ນພວກເຈົ້ານາຍເກົ່າສະໃໝພຣະຣາຊະອານາຈັກລາວ ທີ່ເຄີຍສໍ້ລາດບັງຫຼວງມາກ່ອນເລີຍຄິດວ່າຄົນອື່ນຊີ່ເຮັດຄືຕົນເອງ ຢາກໃຫ້ເຈົ້າເບິ່ງ Cable TV ຊ່ອງ History ( The Secret War, The Secret Place on Earth) ທີ່ນຳເອົາ ເລື້ອງສົງຄາມປິດລັບຢູ່ລາວທີ່ໃຊ້ເວລາ 9 ປີ ແລະຖີ້ມລະເບີດໃສ່ລາວທຸກໆ 8 ນາທີ ມື້ໜຶ່ງຫຼາຍກ່ວາ 400 ຖ້ຽວບິນ ໂດຍ CIA ຊຶ່ງອະດີດຫົວໜ້າCIA ກ່າວວ່າໄດ້ໃຊ້ເງີນ 545 ລ້ານໂດລາຊື້ຈ້າງລັດຖະບານຣາຊະອານາຈັກລາວເຊິ່ງກາຍເປັນຕົ້ນເຫດຂອງ Corruption ການໃນລາວຈົນຮອດ 1975. ຖ້າຫາກວ່າຜູ້ນຳລາວໃນປະຈຸບັນຫາກຊົ່ວຄືເຈົ້າເວົ້າປະເທດກໍຄືຊີ່ບໍ່ພັດທະນາຈົນຮອດປານນີ້ດອກ ຈົ່ງຍອມຮັບຄວາມຈິງສາໃນປະເທດໃດກໍ່ຫາກມີຄົນດີ ແລະຄົນຊົ່ວ, ຄົນບໍ່ດີສໍ້ໂກງບ້ານເມືອງກຳຫາກຊີ່ຕາມສະໜອງດອກ

ສ່ວນລະດັບການສຶກສາກໍ່ເຊັ່ນກັນຢ່າດູຖູກເພິ່ນຫຼາຍ ເຈົ້າຜູ້ເວົ້າຈົບຫຍັງມາ? ການນຳຫຼາຍຄົນກໍ່ຈົບ Phd or Master

 ເລື້ອງພັດທະນາບໍ່ພັດທະນາມັນໄປຕາມຍຸກຕາມສະໄໝ ແຕ່ວ່າຄວາມຈະເລີນ,ລາຍໄດ້ກະຈາຍເຖີງປະຊາຊົນບໍ່

ຄືຄຳວ່າ(ຄົນລວຍບໍ່ໄດ້ເຂົ້າຄຸກ,ຄົນທຸກບໍ່ໄດ້ເຂົ້າໂຮງໝໍ)

__________________
Anonymous

Date:

ດີ

__________________
Anonymous

Date:

ຂ້ານ້ອຍຢາກໄດເອກະສານກ່ຽວກັບເກັບພາສີຂອງລັດ ບໍ່ຮູ້ວ່າມີໃຫ້ ດາວໂຫຼດບໍ ? ຢູ່ໃສ ? ຊ່ວຍຂ້ານ້ອຍແດ່ທ່ານ ຂອບໃຈຫຼາຍໆ

__________________
Anonymous

Date:

Anonymous wrote:

ຂ້ານ້ອຍຢາກໄດເອກະສານກ່ຽວກັບເກັບພາສີຂອງລັດ ບໍ່ຮູ້ວ່າມີໃຫ້ ດາວໂຫຼດບໍ ? ຢູ່ໃສ ? ຊ່ວຍຂ້ານ້ອຍແດ່ທ່ານ ຂອບໃຈຫຼາຍໆ

 ລອງໄປຊອກເບິ່ງຢູ່ລິ້ງນີ້ເດີ:

http://www.lao44.org/2008-07-22-13-04-34.html?func=search

__________________
Anonymous

Date:

ຂອບໃຈຫຼາຍໆ ທ່ານ

__________________
Anonymous

Date:

ກົດໝາຍແທ້ແມ່ນ ຂອງປະເທດຈີນ,ກົດໝາຍຫີນແມ່ນຂອງພະມ້າ,ກົດໝາຍລ້າໆແມ່ນຂອງປະເທດໄທ

ກົດໝາຍເຫັນໃຈ ແມ່ນຂອງປະເທດລາວ

__________________
Anonymous

Date:

Anonymous wrote:

ພະນັກງານບາງຄົນລວຍຫຼາຍ,ບາງຄົນຄືຍັງທຸກຢູ່

 ລັດເກັບເງິນພາສີອາກອນແລ້ວເອົາໄປເຣັດຫຍັງ? ຊິຕອນໃຫ້ກະຈ່າງແຈ້ງ...

1. ເກັບເອົາລາຍເຂົ້າງົບປະມານ ເພື່ອເອົາໄປຈ່າຍເງິນເດືອນໃຫ້ພະນັກງານ

ເພື່ອເອົາໄປສ້າງຖະໜົນຫົນທາງໃຫ້ແຈເລີນຣຸ່ງເຣືອງ ຍົກຕົວຢ່າງ ເສັ້ນທາງແຫ່ງປະຫວັດຕິສາດຂອງປະເທດລາວ ເສັ້ນທາງຊີເກມຫັ້ນເດ... ເຫັນບໍ່ ສ້າງໃດ້ເກືອບປີແລ້ວ ກັບມາສ້າງຄືນໃໝ່ອີກແລ້ວ ນີ້ແລະຣູ້ໂລດວ່າເງິນພາສີອາກອນໄປຢູ່ໃສ່...ຄົນລາວ 5ລ້ານຄົນ ມີແຕ່ກຸ່ມ ກຸ່ມດ່ຽວໄດ້ ( ທາຍາດອາສູນ)ບໍ່ຄຶດວ່າຄົນລາວ5ລ້ານຄົນເບິ່ງເຂົາຢູ່...

__________________
Anonymous

Date:

Anonymous wrote:

ພະນັກງານບາງຄົນລວຍຫຼາຍ,ບາງຄົນຄືຍັງທຸກຢູ່

 ຍ້ອນຫຍັງຮູ້ແລ້ວບໍ? ຕອບ: ດວງ

ຄວາມໝາຍຂອງດວງແຍກອອກເປັນ3ປະເພດຄື:

ດ: ເດັກໃຄ

ວ: ວີ້ງຢ່າງໄລ

ງ: ເງິນມີໃໝ

ເຂົ້າໃຈ

__________________
Anonymous

Date:

ກົດນີ້ເດີຖ້າຢາກຮູ້ວ່າເງິນພາສີທີ່ເພິ່ນເກັບໄດ້ຈາກປະຊາຊົນນັ້ນ ເພິ່ນ

ເອົາໄປເຮັດຫຍັງແດ່?

__________________
Anonymous

Date:

ເອົາເພີ່ນກາບໍ່ຮູ້ຫວາ ເພິ່ນເວົ້າມານະ ງາມໂພດ  ເພິ່ນບໍ່ຮູ້ດອກ ສັນດານຜູ້ນຳລາວນະ  ບໍ່ຕ້ອງໄປເວົ້າໃຫ້ ພະນັກງານ,ປະຊາຊົນ ພໍ່ຄ້າ ກາແນວສັນດານຜູ້ນຳລາວກາເປັນແບບນີ້ແລ້ວໃຜມັນຈະຢາກ ຈ່າຍໃຫ້. ຜູ້ນຳລາວນະ ໜ້າດ້ານທີ່ນື່ງ ເພາະກິນແບບໜ້າດ້ານ ພວກລູກຫຼານ ທີ່ມັກເວົ້າວ່າເປັນລູກຫຼານການປະຕິວັດແນ່ ເປັນນິກປະຕິວັດເກົາແນ່ ສັນດ້ານໝາທັງນັ້ນ ດຽວພວກນີ້ຢາກໄດ້ລົດ ກາໄປຂໍເອົາ ຢາກໄດ້ບ້ານ ກາໄປຂໍລັດເອົາ ຢາກໄດ້ສຳປະທານລັດກາໄປຂໍລັດອີກ ລະໃນເອກະສານຂໍຫັນ ມັນຈະຂຢນໃສ່ໃນຫັນສະເໜີວ່າ ຕາມນະໂຍບາຍ ທີ່ພັກ-ລັດ ມີຕໍ່ພະນັກງານນັກຮົບ ທີ່ໄດ້ເສຍສະລະ, ຮ່ວມການປະຕິວັດກູ້ຊາດ ເບິ່ງມັນເວົາ ລະລູກພວກນີ້ເຂົາຮຽນ ກາໄປຂໍ່ລົດຂອງລັດມາຂີ່ຮັບສາວ ຮັບບາວ ຖ້າຢາກເຫັນສັນດານການນຳຂອງລາວ ກາໄປເບິ່ງແຖວໂຮງຮຽນ ມສ ບໍ່ສັນກາແຖວນ້ຳພຸ ປາຍກະຊວງ ປາຍທະຫານ ແຕ່ເດັກນ້ອຍໃຊ້. ນີ້ລະສັນດານ ພັກ-ລັດ ທີ່ເຕົາລົບ ແລະ ນັບຖືຢ່າງສູງຂອງພວກເຮົາ. ເຊິ່ງບໍ່ແມ່ນຂ້ອຍເວົ້າໃຫ້ການນຳທຸກຄົນ ຂ້ອຍການຮູ້ຈັກສະມາຊິກສະພາຫຼາຍຄົນທີ່ປົກປ້ອງປະຊາຊົນ ເຫັນການນຳ ພັກ-ລັດ ເຮັດບໍ່ຖື ສັນດານບໍ່ດີ ເພີນການຟ້ອງສານ ແຕ່ບໍ່ຮູ້ວ່າເປັນຫຍັງຢູ່ລາວ ມັນບໍ່ເປັນຂ່າວ  ຄືສິມີແຕ່ຢູ່ນີ້ລະ ທີ່ຈະເວົ້າສັນດານ ພັກ-ລັດຂອງເຮົາໄດ້ 

ສະຫຼຸບທີ່ເວົ້າມານັ້ນ ພັກ-ລັດ ສັນດານບໍ່ດີ 70 ເປີຊັນ ໝາດີດີນີ້ລະ 

 ສັດແທ້ໆ ລະບອບປະເທດນີ້ 

__________________
Anonymous

Date:

Anonymous wrote:

ບັກນີ້ຂຽນສີເຈັບຕາຮູ້ບໍ່

ກົມປ່າໄມ້,ກົມພາສີ ກິນແຕ່ຂອງດີໆ. ສ່ວນ ອ້າຍມີ,ອ້າຍສີຄືຂ້ອຍ ເປັນແພດ,ເປັນຄູ ນັ່ງຫົດຮູ່ບໍ່ຮູ້ວ່າ ເດືອນໄດ ຈະໄດ້ຮັບເງິນເດືອນ. ໂອ່ຍໆ ສົງສານໂຕເອງ ທີ່ບໍ່ມີເສັ້ນສາຍເປັນຜູ້ມີອຳນາດ.

__________________

Veteran Member

Status: Offline
Posts: 29
Date:

ຈັກເດະ!!!cry

__________________
wanxiang

Veteran Member

Status: Offline
Posts: 29
Date:

ຮູ້ແຕ່ວ່າ ຂ້ອຍລະເບື່ອຄົນໄທ

ເພາະວ່າ ຄົນໄທບໍ່ຮູ້ຄຳວ່າຈິງໃຈ
ຄົນໄທເຂົ້າມາໃນເວັບນີ້ເພື່ອຈຸດປະສົງຫຍັງ? ເພື່ອປຸກລະດົມໃຫ້ຄົນລາວຜິດກັນເອງຫວະ ຫລືວ່າຈຸດປະສົງອື່ນ ລັດຖະບານລາວ ຂ້ອຍວ່າພວກເພີ່ນເຮັດວຽກຖືກຕ້ອງແລ້ວ 
ບໍ່ມີຝ່າຍນັ້ນຝ່າຍນີ້  ຫລືວ່າເຈົ້າຢາກເປັນຄືລັດຖະບານໃນປະຈຸບັນ ປະເທດຈະເລີນ ປະຊາຊົນບໍ່ມີຄວາມສຸກ ຂັດແຍ່ງ ອິດສາບັງບ່ຽດ ເວົ້າມາລະຢາກຫົວ
''ສ ນ ຫນ''

__________________
wanxiang

Veteran Member

Status: Offline
Posts: 29
Date:

ຂ້ອຍຍອມພໍມີພໍກິນ ບໍ່ຮັ່ງບໍ່ລວຍຄືກັບຄົນອື່ນ ບໍ່ແຂ່ງໃຜ ບໍ່ອິດສາບັງບຽດໃຜ ທຸກຄືນນອນຫລັບຝັນດີ ກອດລູກກອດເມຍ ດີິກວ່າລວຍແລ້ວນອນມືກ່າຍຫນ້າຜາກທຸກຄືນbiggrin

-- Edited by stupid_guy on Wednesday 29th of June 2011 10:51:31 PM

__________________
wanxiang
ເຈົ້າພໍ່ຊຽ໋ງໄຮ້

Date:

Anonymous wrote:

ຂພຈ ຄິດວ່າຄົນເຮົາເກິດມາຄືຈະບໍ່ໄດ້ແບກຖົງເງິນຖົງຄຳມານຳເນາະ,ປົດປອ່ຍ1975 ແລ້ວໆກະຍັງທຸກຢູ່ໃຜກໍ່ຮູ້,ນອກຈາກ ວ່າພໍ່ແມ່ເພິ່ນມີມາແຕ່ກອ່ນ,ອີກບັນຫາ

ໜື່ງ ເຮືອນທີ່ລັດປຸກໃຫ້ເພິ່ນ,ລົດທີ່ເພີ່ນຂີ່ປ້າຍກະຊວງ ແມ່ນມາຈາກເງິນຄຳພາສີປະຊາຊົນທັງນັ້ນ,ແຕ່ເສັ້ນຊທາງບ້ານຂ້າ ຂພຈ ຍັງທາງແດງຢູ່,

ບາງເທື່ອ ຄົນຕ່າງປະເທດຖາມ ກະຍັງອາຍບໍ່ກ້າຕອບ ເຮັດການເງິນເດືອນບໍ່ຮອດລ້ານ,

ນຳ້ມັນກະແພງວ່າເອົາຫຍັງມາກິນ,ບາງຄົນຂີ່ລົດງາມໆປາ້ຍກະຊວງ 6 ສູບ 8 ສູບເຂົາເຈົ້າຄືມາມີເງີນຫຼາຍແທ້

ຢາກຖາມທ່ານຜູ້ຮູ້ທັງຫຼາຍແບບນີ້ຫຼະ

ຂໍຂອບໃຈເຈົ້າຂອງ Web ນັ້ຫຼາຍໆ

 ຈັງແມ່ນເຈົ້າເວົ້າຖືກໃຈຂ້ອຍແດ່...

__________________
Anonymous

Date:

stupid_guy wrote:

ຮູ້ແຕ່ວ່າ ຂ້ອຍລະເບື່ອຄົນໄທ

ເພາະວ່າ ຄົນໄທບໍ່ຮູ້ຄຳວ່າຈິງໃຈ
ຄົນໄທເຂົ້າມາໃນເວັບນີ້ເພື່ອຈຸດປະສົງຫຍັງ? ເພື່ອປຸກລະດົມໃຫ້ຄົນລາວຜິດກັນເອງຫວະ ຫລືວ່າຈຸດປະສົງອື່ນ ລັດຖະບານລາວ ຂ້ອຍວ່າພວກເພີ່ນເຮັດວຽກຖືກຕ້ອງແລ້ວ 
ບໍ່ມີຝ່າຍນັ້ນຝ່າຍນີ້  ຫລືວ່າເຈົ້າຢາກເປັນຄືລັດຖະບານໃນປະຈຸບັນ ປະເທດຈະເລີນ ປະຊາຊົນບໍ່ມີຄວາມສຸກ ຂັດແຍ່ງ ອິດສາບັງບ່ຽດ ເວົ້າມາລະຢາກຫົວ
''ສ ນ ຫນ''

 ບັກນີ້ເປັນໜຶ່ງໃນບັນດາພວກຂວງອີກແລ້ວ ເຂົາລົມກັນເລື່ອງລັດເກັບເອົາພາສີອາກອນແລ້ວເອົາໄປເຮັດຫຍັງ ມັນໄປເວົ້າທາງອື່ນ

ບໍ່ເຫັນມັນຈະກ່ຽວກັນ ມຶງລອງບອກກູເບິ່ງມັນກ່ຽວກັນແນວໃດ ເພາະກູອ່ານເບິ່ງ ກູບໍ່ເຫັນຄຳໃດມັນກ່ຽວກັນ ກູເລີຍງົງ 

__________________
Anonymous

Date:

Anonymous wrote:

ພວກທີ່ເວົ້າມາຂ້າງເທີງແມ່ນພວກທີ່ບໍ່ທັນເຂົ້າໃຈບັນຫາແຈ້ງ ເວົ້າດ້ວຍຄວາມມີອະຄະຕິແລະເວົ້າຕາມຂະບວນການເທົ່ານັ້ນ ບາງຄົນຂຽນພາສາລາວກໍ່ບໍ່ຖືກເຮັດຈັ່ງໃດຊີ່ໄປເຂົ້າໃຈຂັ້ນຕອນການເຮັດວຽກຂອງພາກລັດ. ຄຳວ່າພາສີມີຫຼາຍປະເພດ ແລະຫຼາຍພາກສ່ວນເປັນຜູ້ຮັບຜິດຊອບຈັດເກັບ ເຊັ່ນ: ກົມພາສີ ເກັບແຕ່ສີນຄ້າຂາເຂົ້າເທົ່ານັ້ນ, ກົມອາກອນ ເກັບພາສີ ອາກອນທຸກໆປະເພດຢູ່ພາຍໃນ, ກົມຊັບສີນ ເກັບຈາກການຂາຍຊັບສິນຂອງລັດ, ກົມທີ່ດິນ ເກັບຈາກການຊື້ຂາຍທີ່ດິນ ນອກນັ້ນຍັງມີ ກະຊວງການຕ່າງປະເທດເກັບຄ່າວີຊາ, ອອກPassport, ກະຊວງປ້ອງກັນຄວາມສະຫງົບ ເກັບຈາກການປັບໃໝນັກໂທດ, ຄ່າຄຸ້ມຄອງຄົນຕ່າງດ້າວ, ກະຊວງໂຍທາເກັບຈາກການອອກທະບຽນ, ໃບຂັບຂີ່, ຄ່າຜ່ານທາງ, ຄ່າຊັ່ງນ້ຳໜັກ, ກະຊວງການຄ້າ ເກັບຈາກການອະນຸຍາດນຳເຂົ້າ ສົ່ງອອກສີນຄ້າ, ກະຊວງກະສິກຳ ເກັບຈາກການສຳປະທານປ່າໄມ້, ກະຊວງພະລັງງານເກັບຈາກການສຳປະທານບໍ່ແຮ່ ແລະຍັງກະຊວງອື່ນໆອີກ. ທັງໝົດແມ່ນໄດ້ມີລະບຽບກົດໝາຍຄຸ້ມຄອງ ແລະອົງການກວດກາລັດກວດກາຢ່າງເປັນປະຈຳ. ແຕ່ກໍ່ປາສະຈາກບໍ່ໄດ້ທີ່ມີການ ຕົກເຮ່ຍເສຍຫາຍບາງເລັກນ້ອຍ. ສະນັ້ນຢ່າໄປຖີ້ມໂທດໃສ່ແຕ່ພາສີຜູ້ດຽວຍັງມີຫຼາຍກະຊວງທີ່ເຮັດໜ້າທີ່ເກັບລາບຮັບເຂົ້າງົບ ປະມານ ແຕ່ວ່າງົບປະມານທີ່ນຳມາພັດທະນາປະເທດສ່ວນໃຫ່ຍແມ່ນໄດ້ຈາກພາສີເກັບໃຫ້ເດີຊິບອກໃຫ້ ຄັນວ່າພາສີໂກງກິນ ຄືພວກເຈົ້າເວົ້າລັດຖະບານຊິເອົາເງີນມາຈາກໃສມາພັດທະນາປະເທດຊາດ ສ່ວນພວກທີ່ຕິໝູ່ດີໆເວລາຊື້ເຄື່ອງມາຈາກ ຕ່າງປະເທດຜ່ານດ່ານພາສີຢ່າລືມໄປຂໍເສຍພາສີແດ່ຢ່າມົວແແຕ່ລັກໜີພາສີ

 ຄົນໃຕ້: ຂ້າພະເຈົ້າກໍພໍເຂົ້າໃຈບາງບັນຫາກ່ຽວກັບເກັບແລະການນຳໃຊ້ເງິນພາສີຂອງລັດຖະບານ

ເງິນພາສີສ່ວນໃຫຍ່ກໍນຳເຂົ້າເປັນງົບປະມານຂອງລັດຫັ້ນແລ້ວແຕ່ປານນັ້ນກໍຍັັງ

ຂາດດູນເປັນໄຫງ່ເຫື່ອງຈາກລາຍຮັບຫຼັກຂອງປະເທດບໍ່ພຽງພໍກັບລາຍຈ່າຍ.ຂ້າພະເຈົ້າກໍເຫັນໃຈລັດຖະບານຄືກັນ.

ການໃຊ້ຈ່າຍເງິນພາສີສ່ວນໃຫຍ່ກໍມີການບິແບ່ງແຕ່ລະກະຊວງທະບວງກົມຕະຫຼອດຮອດແຂວງທົ່ວປະເທດ.

ຂ້າພະເຈົ້າກໍເຫັັນດີແລະກໍບໍ່ຖືວ່າເປັນການສໍ້ລາດບັງຫຼວງດອກ.ການໃຊ້ຈ່າຍງົບປະມານທຸກໆເທື່ອແມ່ນຕ້ອງໄດ້ຜ່ານສະພາ.

ແແຕ່ອັນເປັນຫນ້າກຽດແຮງກໍຄືພະນັກງານບາງກະຊວງ,ກົມ,ຕະຫຼອດຮອດພະແນກການທີ່ປະຈຳຢູ່ຂັ້ນແຂວງມັນກິນກັນແບບ.

ຮົ່ວມາແຕ່ຫຼົບ.ຄັນນາຍຊິເວົ້າໃຫ້ລູກນ້ອງໂຕພັດກິນຫຼາຍກວ່າ. ຂ້າພະເຈົ້າຈະຍົກຕົວຢ່າງຫຶ່ງຄື: ພະແນກປ່າໄມ້ແລະການຄ້າແຂວງ.

ມີການຮ່ວມຫົວກັບພໍ່ຄ້າໄມ້ເພື່ອປັບໂຄຕ້າໄມ້ຈາກ 100 ຄິວທີ່ຖືກຕ້ອງຕາມກົດຫມາຍແລະເພີ່ມເຂົ້າໄປອີກ100ຄິວແຍ່ງກັນເຂົ້າກະເປົ໋າຫຼືໄຊ້ອີກວິທີຫນຶ່ງຄືມີການສອດໃສ້. ອັນນີ້ແມ່ນເປັນທີ່ຮູ້ຈັກຂອງບັນດາພໍ່ຄ້າໄມ້. ຖ້າບໍ່ລັກບໍ່ມີກຳໄລເພີ່ນວ່າຊັ້ນ.

ຄັນເວົ້າຫຼາຍມັນຄືຫຼາຍເງິນເດືອນແປດແສນຊື້ລັດວີໂກ້ສອງສາມຄັນ

ຄິດເບິ່ງນຳກັນແດ່ພີ່ນ້ອງ.

__________________
Anonymous

Date:

ເວົ້າຖືກໃຈຂ້ອຍຫຼາຍ ຂ້ອຍເງິນເດືອນ 10ລ້ານ ຫັກພາສີ ຫີແມ່ມັນຫັຍງ ຮອດ 2ລ້ານ ເປັນຕາໜ້າ

__________________
Anonymous

Date:

ຢູ່ຄັງເງິນແຫ່ງຊາດມີແຕ່ຕົວເລກ,ເງິນແທ້ຫາຍໝົດconfuseconfuseconfuse

ຄົນໃຕ້: ກ່ອນອື່ນຂ້າພະເຈົ້າຕ້ອງກາບຂໍອາໃພທີ່ Copy Comment ຂອງທ່ານມາລົງໃນທີ່ນີ້.ທີ່ຈິງຂ້າພະເຈົ້າກໍບໍ່ແມ່ນນັກກົດຫມອກກົດຫມູ່ຫຍັງດອກເປັນພຽງ ພະນັກງານບໍລິສັດເອກະຊົນຫາກິນເງິນເດືອນໄປແຕ່ລະເດືອນບາງເດືອນກໍພໍເຫຼືອເລັກໆນ້ອຍໆປານນັ້ນລະ.ແຕ່ກໍຕິດໃຈຄຳເວົ້າທີ່ທ່ານວ່າ:

(ແຕ່ກໍ່ປາສະຈາກບໍ່ໄດ້ທີ່ມີການ ຕົກເຮ່ຍເສຍຫາຍບາງເລັກນ້ອຍ) ຄົງຈະຫຼາຍຮ້ອຍລ້ານຢູ່ໃດນໍ????

(ແຕ່ກໍ່ປາສະຈາກບໍ່ໄດ້ທີ່ມີການ ຕົກເຮ່ຍເສຍຫາຍບາງເລັກນ້ອຍ.

ສະນັ້ນຢ່າໄປຖີ້ມໂທດໃສ່ແຕ່ພາສີຜູ້ດຽວຍັງມີຫຼາຍກະຊວງທີ່ເຮັດໜ້າທີ່ເກັບລາບຮັບເຂົ້າງົບ ປະມານ ແຕ່ວ່າງົບປະມານທີ່ນຳມາພັດທະນາປະເທດສ່ວນໃຫ່ຍແມ່ນ

ໄດ້ຈາກພາສີເກັບໃຫ້ເດີຊິບອກໃຫ້ ຄັນວ່າພາສີໂກງກິນ ຄືພວກເຈົ້າເວົ້າລັດຖະບານຊິເອົາເງີນມາຈາກໃສມາພັດທະນາປະເທດຊາດ ສ່ວນພວກທີ່ຕິໝູ່ດີໆເວລາຊື້ເຄື່ອງມາຈາກ ຕ່າງປະເທດຜ່ານດ່ານພາສີ

ຢ່າລືມໄປຂໍເສຍພາສີແດ່ຢ່າມົວແແຕ່ລັກໜີພາສີ)

ແນ່ນອນຖ້າປະເທດໃດທີ່ບໍ່ມີການເກັບພາສີລາຍໄດ້ປະເທດນັ້ນຈະເອົາເງິນໃສມາພັດທະນາປະເທດຕົນເອງ(ຄົນໃຕ້ບໍ່ຖຽງ)ແຕ່ສິ່ງທີ່ຢາກເວົ້າກໍຄື:ພະນັກງານລັດໂດຍສະເພາະແມ່ນບັນດາກະຊວງ,ກົມຕະຫຼອດຮອດພະແນກການຂັ້ນແຂວງທີ່ເປັນຫຼັກໃນການຈັດເກັບລາຍຮັບເຂົ້າງົບປະມານນັ້ນລະຕົວການຈັດເກັບລາຍຮັບເຂົ້າຖົງຕົນເອງ.  ແຖມຍັງມີພຶດຕິກຳເລວຊາມ,ຕຳຊ້າໂດຍທີ່ພັກລັດສ້າງມາເສັຍເງິນງົບປະມານລ້າໆ.ມັນເປັນຢູ່ບ່ອນໃດຂ້າພະເຈົ້າຈະອະທິບາຍ:  1. ຕົນເອງເປັນຜູ້ຮູ້ກົດຫມາຍແຖມຍັງເປັນຄົນຜິດກົດຫມາຍເອງ (ສໍລາດບັງຫຼວງ)                                                            2.ກູເຮັດຜິດແຕ່ຖືກກົດຫມາຍ. ມຶງເຮັດຜິດຕິດຄຸກ.                       3.ເມັຍກູເປັນແມ່ຄ້າກູເປັນພາສີຜິດໃຜ (ງາມຫນ້າ)                       4.ກູເປັນພະນັກງານປ່າໄມ້ເອົາໄມ້ໄປຂາຍແບ່ງນາຍກິນ (ຜິດໃຜ)        5.ປະຊາຊົນລູງສີ,ສູງສາລັກຕັດໄມ້ກູຢຶດແລ້ວກູຂາຍປັນກັບນາຍ(ຜິດໃຜ  6.ປະຊາຊົນເອົາໄມ້ໄຜ່ມາປູເຮືອນກູເອົາໄມ້ຂະຍູງມາເຮັດຂັ້ນໃດ(ຜິດແມ່ໃຜ)   ຂ້າພະເຈົ້າບໍ່ໄດ້ເວົ້າໃສ່ຮ້າຍພະນັກງານລັດທັງຫມົດແຕ່ຕົວຢ່າງນີ້ຄື ພວກທີ່ທ່ວງດຶງຄວາມຈະເລີນຂອງປະເທດຊາດ.ກົມກວດກາພັກລັດຄວນເບິ່ງຄືນ.ຖ້າໃຫ້ຄົນໃຕ້ກວດພວກນີ້  ຮັບຮອງວ່າຈະເອົາໄປໄຖນາແທນພໍ່ຕູ້ສີຢູ່ດອນໂຂງແທ້ໆ.                  ຕຳໃຈໃຜກໍຂໍອາໃພເດີ                            

__________________
1 2  >  Last»  | Page of 2  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard