Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: Libya ແລະ ຄວາມຈິງ
ແກນນຳ

Date:
Libya ແລະ ຄວາມຈິງ

ສະບາຍດີເພື່ອນສະຫາຍ ແລະ ນັກການເມືອງ
ມື້ນີ້ທີ່ຂ້າພະເຈົ້າໄດ້ມາສ້າງຫົວຂໍ້ນີ້ເພື່ອ ແລກປ່ຽນແລະຖາມເຖິງ
ຕົ້ນປາຍສາຍເຫດແລະ ຄວາມເປັນຈິງ ກ່ຽວກັບເຫດການທີ່ເກີດຂຶ້ນຢູ່ປະເທດ ລີເບຍ ນັ້ນແມ່ນ
1 ມີກູ່ມປະຊາຊົນທີ່ປະກອບອາວຸດເພື່ອຕໍ່ຕ້ານ ແລະ ຂັບໄລ່ລະລັດຖະບານໂດຍປົກຄອງໂດຍທ່ານ ກາດັບຟີ ມາເນີ່ນນານ
2 ໃນໄລຍະການຕໍ່ຕ້ານທີ່ຜ່ານມາ ທາງລັດຖະບານໄດ້ອອກມາປະກາດວ່າ ກຸ່່ມປະຊາຊົນດັ່ງກ່າວໄດ້ຖືກຈ້າງມາໂດຍ ກຸ່ມຕໍ່ຕ້ານທາງສາສະໜາ
3 ລັດຖະບານໄດ້ມີການຕໍສູ້ ກັບ ກຸ່ມຕໍ່ຕ້ານ ແລະ ເຮັດໃຫ້ປະຊາຊົນຕາຍເປັນຈຳນວນຫຼວງຫຼາຍ
4 ໂລກໄດ້ຟ້ອງ ແລະ ຄັດຄ້ານກ່ຽວກັບການກະທຳຂອງລັດຖະບານກະດັບຟີ
5 ສະຫາປະຊາຊາດ ນຳໜ້າໂດຍກອງກຳລັງອາກາດຂອງ ຝຣັ່ງໄດ້ກຳລັງນຳທາງບຸກໂຈມຕີປະເທດລີບີຢູ່

ການກະທຳດັ່ງກ່າວມັນແມ່ນມາຈາກຕົ້ນປາຍສາເຫດຍ້ອນເລື່ອງໃດແທ້

1 ອາເມລິກາຕອນນີ້ ມີບັນຫາທາງດ້ານເສດຖະກິດ ແລະ ການເງິນ
2 ອາເມລິກາ ຕ້ອງຫາວິທີເພື່ອໃຫ້ເກີດສົງຄາມເພື່ອ ຂາຍອາວຸດ (ອັນເປັນເຮັດເສດຖະກິດອາເມລິກາຂະຫຍາຍ)
3 ກຸ່ມຕໍ່ຕ້ານດັ່ງກ່າວແມ່ນກຸ່ມຮຸນແຮງທາງດ້ານສາສະໜາແທ້ບໍ່ ຫຼື ແມ່ນແຜນການທຳສົງຄາມເພື່ອ ບໍ່ນ້ຳມັນຂອງ ບັນດາປະເທດມະຫາອຳນາດໃຫຍ່
4 ຝຣັ່ງຜູ້ທີ່ເປັນນາຍທິນໃຫຍ່ ໃນບໍ່ນ້ຳມັນໃນປະເທດລິບີ ຕ້ອງການຢາກໄດ້ເປັນເຈົ້າຂອງເລີຍເຂົ້າບຸກຢ່າງໄວ

ຖ້າສົງຄາມເກີດຂຶ້ນຜົນປະໂຫຍດຈະແມ່ນ ປະເທດຂາຍສິນຄ້າ ຂາຍອາວຸດ ແມ່ນ USA
ຖ້າຜູ້ນຳລິບີແພ້ ບໍ່ນ້ຳມັນ ແລະ ສັບສິນທາງທຳມະຊາດຂອງປະເທດຈະກາຍເປັນຂອງ ມະຫາອຳນາດໃຫຍ່ ຫຼື ປະເທດທີ່ເຂົ້າຮ່ວມເຮັດສົງຄາມໃນຄັ້ງນີ້

__________________
Anonymous

Date:

ແກນນຳ wrote:

ຂື້ນຕົ້ນກໍ່ຮູ້ແລ້ວວ່າທ່ານແມ່ນຄອມມູນິດ ຄຳວ່າສະຫາຍ
ເບິດໂລກເຂົາກໍ່ຮູ້ຢູ່ແລ້ວວ່າຢູ່ລີເບັຽແມ່ນລະບອບຜະເດັດການ ເຂັນຂ້າປະຊາຊົນ ມັນບໍ່ແມ່ນແຕ່ເລືອງສິນຄ້າ

__________________
Anonymous

Date:

ຂ້ອຍບໍ່ເຂົ້າໃຈຜູ້ຕັ້ງກະທູ້ນີ້ຂຽນພາສາລາວບໍ່ຖືກ ຄຳວ່າ ແພ້ ໄປແກ້ໃໝ່ເດີ ມັນບໍ່ແມ່ນພາສາໄທ
ນີ້ລະເຮັດໃຫ້ພາສາລາວຕາຍໄປ

__________________
Anonymous

Date:

ຢາກໂລມນຳນ້ອຍນື່ງ:  ເລື້ອງແທ້ ກໍຄືຄວາມຫັວງທາງກຳໄລ, ສອງ Gaddafi ອາດີດກໍມີບາດແຜກັບ USA ຢູ່ແລ້ວ ແລະ ສາມ ກໍໄດ້ໂອ
ກາດ ໄຫ້ກອງກຳລັງທາງອາກາດ ໄຫ້ທົດສອບ ອາວຸດນຳ ແມ່ນບໍ? ຖ້າເມືອງໄທ ມີບໍ່ນ້ຳມັນຫຼາຍໆ ຄື Libyen ຄິດວ່າ ຟ່າຍເສື້ອແດງຄົງຈະ
ໄດ້ຮັບການສະນັບສະນຸນດີ ແຕ່ຍ້ອນໄທມີແຕ່ນ້ຳມັນຫອຍ ກໍເລີຍເປັນເຫດໄຫ້ພວກຕາເວັນຕົກບໍ່ມີຄວາມສົນໃຈ ສ່ວນຄຳວ່າເພື່ອສິດຂອງ
ປະຊາຊົນນັ້ນ ເປັນພຽງສາກບັງໜ້າຊື່ໆດອກ  ພວກທ່ານຄິດແນວໃດ?

__________________
ແກນນຳ

Date:

Anonymous wrote:

ຂ້ອຍບໍ່ເຂົ້າໃຈຜູ້ຕັ້ງກະທູ້ນີ້ຂຽນພາສາລາວບໍ່ຖືກ ຄຳວ່າ ແພ້ ໄປແກ້ໃໝ່ເດີ ມັນບໍ່ແມ່ນພາສາໄທ
ນີ້ລະເຮັດໃຫ້ພາສາລາວຕາຍໄປ

http://www.activeboard.com/forum.spark?aBID=119371&topicID=41840305&p=3

__________________
Anonymous

Date:

Anonymous wrote:

ຂ້ອຍບໍ່ເຂົ້າໃຈຜູ້ຕັ້ງກະທູ້ນີ້ຂຽນພາສາລາວບໍ່ຖືກ ຄຳວ່າ ແພ້ ໄປແກ້ໃໝ່ເດີ ມັນບໍ່ແມ່ນພາສາໄທ
ນີ້ລະເຮັດໃຫ້ພາສາລາວຕາຍໄປ

ເຈົ້າເອງຫັ້ນແລ້ວງົງນະເພາະຄຳອັນນີ້ມີທັງພາສາລາວແລະໄທແຕ່ມີຄວາມຫມາຍຕ່າງກັນ! ຄຳວ່າແພ້ຄົນລາວຫມາຍເຖິງຊະນະຫຼືວ່າກ່ຽວກັບບັນຫາຂອງທ້ອງສ່ວນຫຼາຍກຽ່ວກັບແມ່ມານທີ່ມີບັນຫານຳທ້ອງຫຼືແພ້ທ້ອງ!
ສຳລັບຄົນໄທແມ່ນຫມາຍເຖິງກັບການເສັຽຫຼືບໍ່ຊະນະ!

__________________
Anonymous

Date:

Well, ຖ້າຢາກຮູ້ຄວາມຈິງ ຄວນຈະຕັ້ງຄໍາຖາມຕາມຄວາມເປັນຈິງ. ເລື່ອງທີ່ເກີດຂຶ້ນແມ່ນຄົນໃນປະເທດລິເບັຍເປັນຜູ່ກໍ່ ຄົນພາຍນອກພຽງແຕ່ສວຍໂອກາດຄືກັນກັບເຫດການທີ່ເກີດຂຶ້ນໃນປະເທດເຮົາ. ທ່ານ Qaddafi ຢາກເອົາປະເທດລິເບັຍເຂົ້າເປັນສະຫະພັນອາຟຣິກາ ແຕ່ຄົນສ່ວນຫລວງຫລາຍໃນປະເທດລິເບັຍຢາກເຂົ້າກັບໂລກອາຣັບຫລືບໍ່ຊັ້ນກໍ່ເຂົ້າກັບຢູໂຣບ. ນັບແຕ່ທ່ານQaddafi ໄດ້ຂຶ້ນຄອງອໍານາດ ເພິ່ນເຫັນຜິວດໍາດີກ່ວາ, ແຕ່ກ່ອນພົນລະເມືອງຂອງລິເບັຍມີບໍ່ຫລາຍ ມີປະມານ 3,637,488 ຄົນ, ຍ້ອນທ່ານ Qaddafi ຮັບເອົາຄົນມາຈາກ Chad, Niger, Mali, Ghana, Kenya and Southern Sudan ເຂົ້າມາຢູ່ ພົນລະເມືອງເຂົາຈຶ່ງເພີ້ມຂຶ້ນເປັນ 6,420,000 ຄົນ. ເມື່ອເປັນແນວນັ້ນ ຄົນພື້ນຖານຈຶ່ງສວຍໂອກາດຕອນຊາວໂລກຫັນມານິຍົມສິດປະຊາທິປະໄຕລຸກຂຶ້ນໂຄ່ນລົ້ມທ່ານ Qaddafi ແລະເຫດການທີ່ເກີດຂຶ້ນທີ່ເກີດຂຶ້ນກໍ່ຄືທ່ານຮູ້ຫັ້ນລະ.

__________________
Anonymous

Date:

ນັກຂ່າວຕໍານິທ່ານ Sarkozy
http://www.france24.com/en/20110311-Sarkozy-Libya-Solo-DSK-Socialist-Primaries

__________________
Anonymous

Date:

ຄຳຖາມຂອງທ່ານຂໍ້ 3 ແລະ ຂໍ້ 4 ແມ່ນຖືກທີສຸດ
ມັນແມ່ນຄວາມຕອ້ງການຂອງຕາເວັນຕົກ ແລະ ເມ
ກາ, ເປັນຮ່ວງນຳຝັຣງ ແລະ ປະເທດຕາເວັນຕົກອື່ນ
ໂດຍສະເພານັກທ່ອງທ່ຽວ ມັນແນ່ນອນພວກເພີ່ນກຳ
ລັງເຂົ້າສູ່ສົງຄາມສາດສະນາດ ຂອງໂລກມຸດສລີມ
ກອງປະສຸມສັນນິບາດອາຣັບ ຢູ່ອີຍິບກໍ່ບໍ່ພໍໃຈກັບເລື້ອງ
ນີ້ຢູ່ແລ້ວ ສົງຄາມນີ້ບໍ່ມີມື້ສີ້ນສຸດ. ສົງຄາມອີຣັກເມກາວ່າ
ຂະໃຫ້ແລ້ວໃນສາມເດືອນ ນີ້ມັນກໍ່ໄດ້ຫລາຍປີແລ້ວຍັງ
ບໍ່ທັນມີທ່າທີຈະແລ້ວເທື່ອ ໂອບາມາ ກໍ່ປະກາດຈະຖອນ
ທະຫານອອກຈາກອີຣັກກໍ່ຄືມິດໄປແລ້ວ.
ເປັນຮ່ວງພີ່ນອ້ງລາວນອກ ຈະຖືກລູກຫລົງ.

__________________
Anonymous

Date:

ຄວາມຈິງແລ້ວຂ້ອຍກໍ່ບໍ່ມັກລະບອບຜະເດັດການປານໃດ, ແຕ່ຂ້ອຍຮູ້ສຶກວ່າບັນດາປະເທດຕາເວັນຕົກ ຫລິ້ນແບບ ໝາໝູ່ໄລ່ກັດ. ບັນດາປະເທດເຫລົ່ານີ້ເບິ່ງພຽງດ້ານດຽວຂອງຄວາມເປັນຈິງ, ພວກຕາເວັນຕົກຈະຊ້ຳເຕີມທຸກປະເທດທີ່ ເປັນປໍລະປັກກັບ ອາເມລິກາ ແລະ ຈະເຂົ້າຂ້າງທຸກປະເທດທີ່ເປັນມິດກັບອາເມຮິກາເຊັ່ນກັນ, ຕົວຢ່າງບໍ່ໄກຈາກປະເທດເຮົາເປັນຕົ້ນ. ອົງການສະຫະປະຊາຊາດເອງກໍ່ສ້າງຂື້ນມາເພື່ອສະຫະລັດອາເມລິກາພຽງຢ່າງດຽວ ເພາະ ບາງຄັ້ງເຖິງແມ່ນວ່າ ສະຫະປະຊາຊາດຈະຄັດຄ້ານ ອາເມລິກາ ກໍ່ບໍ່ມີຜົນຫຍັງ ຕົວຢ່າງ ກໍ່ຄືການເຮັດສົງຄາມໃນ ອີຣັກ. ປະເທດ ອົສຕຼາລີ ເອງກໍ່ເຫົ່າຫອນ ຕາມຫລັງ ອັງກິດ ຄືກັບໝາລ່າສັດຂອງນາຍພານ-ດ່າວ່າ ຜູ້ນຳ ລີບີ ເປັນຜະເດັດການຂ້າຄົນຂອງໂຕເອງ, ໂດຍບໍ່ເບິ່ງວ່າ ການທີ່ຄົນ ເອີຣົບໄປຕັ້ງຖິ່ນຖານຢູ່ ອົສຕຼາລີ ເຂົາໄດ້ຂ້າຄົນພື້ນເມືອງໄປທໍ່ໃດ; ຖ້າມື້ໃດມື້ໜຶ່ງ ພວກຄົນພື້ນເມືອງຂອງ ອົສຕຼາລີ ຫລື້ ອາເມລິກາ ຈັບອາວຸດຂື້ນມາຂັບໄລ່ພວກຜິວຂາວໃຫ້ອອກນອກປະເທດ, ທ່ານລອງຄິດເບິ່ງວ່າ ອົງການສະຫະປະຊາຊາດຊິເຂົ້າຂ້າງຄົນພື້ນເມືອງເຫລົ່ານີ້ບໍ່ ແລະ ຂ້ອຍບໍ່ເຊື່ອວ່າຄົນຜິວຂາວເຫລົ່ານີ້ຊິບໍ່ຕໍ່ສູ້ຫຍັງເລີຍ.

__________________
Anonymous

Date:

ຄຳວ່າສຳພັນທະມິດ ກໍເຂົ້າໃຈໄດ້ແລ້ວ ຄືຄວາມເປັນຈິດນຶ່ງໃຈດຽວ  ໂລກຍຸກນີ້ ຕ້ອງການກຸ່ມກ້ອນສຳພັນເພື່ອຈະມີບົດ
ບາດຫຼືຄວາມເຂັ້ມແຂງຂອງຕົວເອງ ເຫດສະນັ້ນ 3 ຊາດອິນດູຈີນ ເຮົາກໍ່ຕ້ອງສົ່ງເສີມໄຫ້ເຂັ້ມແຂງກ່ວາເດີມແມ່ນບໍ?

__________________
Anonymous

Date:

ໄປຫວ່ງຫຍັງ ບັນຫາປະເທດອື່ນ ປະເທດລາວ ພວກເຈົ້າຍັງແກ້ໄຂບໍ່ຕົກ

__________________

Veteran Member

Status: Offline
Posts: 78
Date:

ຖ້າບໍ່ຖອດຖອນບົດຮຽນທີ່ມີຜົນຈາກປະເທດອື່ນ ເຮົາກໍ່ຈະບໍ່ມີຊ່ອງທາງແກ້ໄຂບັນຫາທີ່ກໍາລັງເກີດຂຶ້ນໃນປະເທດເຮົາ.

__________________
Anonymous

Date:

ຢູ່ບ້ານເຮົານັ້ນຕ້ອງແກ້ໃຂບັນຫາຄົນລ່ວງໄຟແດງນັ້ນເສັຍກ່ອນ ຖ້າແກ້ໄຂບໍ່ໄດ້ແລ້ວ ບັນຫາອື່ນນັ້ນບໍ່ຕ້ອງຄິດເຖີງ
ເລີຍ ນີ້ຄືສະແດງໄຫ້ເຫັນເຖີງຄວາມລະເມີດກົດລະບຽບໃນສັງຄົມ ລະເມີດມາດຕາການຂອງກົດໝາຍກໍຄື້ກົດຈະລາຈອນ no

__________________
Anonymous

Date:

ກົດບ່ອນນີ້ຖ້າຢາກຟັງຄົນລາວຢູ່ນອກປະເທດວິເຄາະບັນຫາໃນປະເທດລີເບັຍ.
ກົດບ່ອນນີ້ຖ້າຢາກຟັງສະມາຊິກພັກປະຊາຊົນປະຕິວັດລາວວິຈານກຸ່ມສໍາພັນທະມິດທີ່ຮຸກຮານລິເບັຍ.

__________________
Anonymous

Date:

oppression  create opposition . just time will tell nothing can withstand the law of nature . negative and positive have to well balance to create progressive society .

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard