Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເບິ່ງໃບຫນ້າຜັູນ່ຳຄົນໃຫມ່ນີ້ເຕັມໄປດວ້ຍລັກສູດທັມະທັມໂມ
Anonymous

Date:
ເບິ່ງໃບຫນ້າຜັູນ່ຳຄົນໃຫມ່ນີ້ເຕັມໄປດວ້ຍລັກສູດທັມະທັມໂມ

ເບິ່ງໃບຫນ້າຜັູນ່ຳຄົນໃຫມ່ນີ້ເຕັມໄປດວ້ຍລັກສູດທັມະທັມໂມ ແຕ່ລະວັງ
ຫົວຄິດຂອງທ່ານລວັນແຕ່ນຳໄຊ້ທິດສະດີ ມາກຣເລນິນ

thongsing.jpg

__________________
Anonymous

Date:
RE: ເບິ່ງໃບຫນ້າຜັູນ່ຳຄົນໃຫມ່ນີ້ເຕັມໄປດວ້ຍລັກສູດທັມະທັມໂມ

He looks like he can eat you alive!!!!! worry.gif

__________________
Anonymous

Date:

ທັມມະ ກັບ ທິດສະດີ ມາກ ເລນິນ ຂາວ ກັບ ດຳ
ລັດເຊຍເຂົາຍັງປຽ່ນ ເລນິນກຣາດ ເປັນ ແຊງປີເຕີສເບີກ

__________________
Anonymous

Date:

ຂ້ອຍໄປອ່ານຊີວະປະຫວັດຫຍໍ້ຂອງເພິ່ນຢູ່ແຕ່ລະເວັບ ບໍ່ເຫັນເວັບໃດ໋ບອກສະຖານະຄອບຄົວຂອງເພິ່ນ, ກົງກັນຂ້າມກັບຊີວະປະຫວັດຫຍໍ້ຂອງຜູ່ນໍາຂອງໂລກເສລີ ເຂົາຈະບອກເກືອບຫມົດທຸກຢ່າງເຊັ່ນວ່າເມຍຊື່ຫຍັງ ໄດ້ລູກຈັກຄົນ ປະມານນີ້.

__________________
Anonymous

Date:

Anonymous wrote:

ເບິ່ງໃບຫນ້າຜັູນ່ຳຄົນໃຫມ່ນີ້ເຕັມໄປດວ້ຍລັກສູດທັມະທັມໂມ ແຕ່ລະວັງ
ຫົວຄິດຂອງທ່ານລວັນແຕ່ນຳໄຊ້ທິດສະດີ ມາກຣເລນິນ

thongsing.jpg

Small guy but giant's brain.

Love all Laos PDR leader! always.

__________________
Anonymous

Date:

ຄວາມເຫັນຂອງເຈົ້າ ທີ່ວ່າ ລັດທິ ມາກ ເລນິນ ກັບທຳມະ ທຳໂມ ນັ້ນພ້ຽນໄປແລ້ວ
ມັນເປັນຄວາມຮູ້ ຂອງນັກຮຽນ ມັດທະຍົມຕົ້ນໆ
ຂ້ອຽເຄີຽໄປທ່າງ່ອນ ໂຮງຮຽນ ທິດສະດີ ມາກ ເລນິນ ອາຈານເອງເຂົາກໍ່ຍັງມີຄວາມ
ເຫັນວ່າ ມັນຫລ້າສະໄໝແລ້ວ ແຕ່ກໍ່ສອນໄປ ຕາມລະບອບການປົກຄອງຂອງລັດຊື່ໆ
ທຸກມື້ນີ້ ມັນໄຮເທັກ ຍາດແຍ່ງ ການສົ່ງອອກ ນຳເງິນຕາເຂົ້າປະເທດ ພັດທະນາປະ
ເທດຢ່າງຈິງຈັງ ສ່ົງເສີມລາຽໄດ້ໃຫ້ປະຊາກອນ ນັ້ນຄືເປົ້າໝາຽ ທຸກປະເທດເຂົາເປົ້າ
ໝາຽຢູ່ຈຸດດຽວ.

__________________
Anonymous

Date:

He looks like he can eat you alive!
ໜ້າຕາບໍ່ສຳຄັນ ສຳຄັນຢູ່ທີ່ໃຈ
ຈິງໃຈຕໍ່ປະຊາຊົນທົ່ວປະເທດ ແບ່ງງົບປະມານ ໄປພັດທະນາ ໃຫ້ທົ່ວປະເທດ ສະ
ໝຳ່ສະເໝີ ຢ່າໄດ້ເຮັດຄືຜູ້ນຳລຸ້ນກ່ອນໆຄື: ບັກໄກສອນ, ບັກໜູຮັກ,ບັກຄຳໄຕ,
ບັກບົວສອນ  ພວກນີ້ພວກພັດທະນາ ພາກໃຕ້ ຕາມສັ່ງ ຈາກຮາໂນຽ.

__________________
Anonymous

Date:

ໜ້າຕາກໍ່ສຳຄັນຢູ່ ຢ່າວ່າມັນບໍ່ສຳຄັນ
ຖ້າໜ້າຕາບໍ່ຫລໍ່ ແຕ່ສົ່ງໃຫ້ຮອຽຍິ້ມໄປໃຫ້ທຸກຄົນ ກໍ່ນັບໄດ້ວ່າຫລໍ່ທີ່ສຸດໄດ້

__________________
Anonymous

Date:

ຢາກຮູ້ວ່າ ມື້ໃດແທ້ ຄົນທີ່ມີຄວາມສະຫຼາດພ້ອມທັງຄວາມຮູ້ ຈະໄດ້ມີໂອກາດມີອຳນາດແລະເປັນຜູ້ນຳພາປະເທດ
ຊາດ ບ້ານເມືອງ
nonononononononononono

__________________
Anonymous

Date:

Anonymous wrote:

ຂ້ອຍໄປອ່ານຊີວະປະຫວັດຫຍໍ້ຂອງເພິ່ນຢູ່ແຕ່ລະເວັບ ບໍ່ເຫັນເວັບໃດ໋ບອກສະຖານະຄອບຄົວຂອງເພິ່ນ, ກົງກັນຂ້າມກັບຊີວະປະຫວັດຫຍໍ້ຂອງຜູ່ນໍາຂອງໂລກເສລີ ເຂົາຈະບອກເກືອບຫມົດທຸກຢ່າງເຊັ່ນວ່າເມຍຊື່ຫຍັງ ໄດ້ລູກຈັກຄົນ ປະມານນີ້.

ບັນດາຜູ້ນຳ ສປປ ລາວ ເຕັມຢູ່ສະພາຣາຊດອນ ຫລື ຄ່ຳສັບໃໝ່
(ສຳນັກງານນາຍຍົກ)ນັ້ນ ແຕ່ລະທ່ານບໍຮູ້ຫົວສົ້ນມາເເຕ່ທາງໃດເລີຍ
ແລະກໍ່ບໍ່ໄດ້ຖືກເລືກຕັ້ງຈາກປະຊະຊົນລາວ ໖ ລ້ານຄົນຢ່າງແທ້ຈິງ

ນີ້ລະເບິ່ງເອົາພໍ່ແມ່ປະຊາຊົນລາວທີ່ຮັກແພງທັງຫລາຍ.
ສປປ ລາວ ປົກຄອງປະຊາຊົນຂອງຕົນເອງດວ້ຍລະບອບປິດຫູ ປິດຕາ ປິດປາກ ປະຊາຊົນ ແລະ ໄຊ້ອໍານາດພັກລັດມາຂູດຮິດປະຊາຊົນຂອງຕົນ.

__________________
Anonymous

Date:

ກຸ່ມ ພັກ ກຸ່ມ ລັດ ທີ່ຖືກຕ້ອງຕາມກົດໝາຍແທ້ຈິງ

__________________
Anonymous

Date:

ສົ່ງເຖິງ ທ່ານ ຈຸນມະລີ ປະທານປະເທດ ສສປລ
ຂ້າພະເຈົ້າບໍ່ແມ່ນຄົນພາກເໜືອລາວ ຂ້າພະເຈົ້າເກີດແລະເຕີບໂຕຢູ່ແຂວງ ສະຫວັນ
ນະເຂດ ນ້ອງຊາຽຂອງຂ້າພະເຈົ້າ ແຕ່ງງານກັບຄົນ ຜົ້ງສາລີ ຂ້ອຽຈຶ່ງມີໂອກາດໄປ
ຢາມບ້ານກັບເຂົາ ທັນທີທີ່ໄປເຫັນ ເມືອງຜົ້ງສາລີ ມັນເຮັດໃຫ້ຂ້ອຽຕ້ອງສະອຶກສະອື້ນ
ຢ່າງບອກບໍ່ຖືກ ເພາະເມືອງນີ້ເປັນເມືອງຖານທີ່ໝັ້ນ ຂອງການປະຕິວັດແທ້ໆ ຜ່ານ
ມາ 36ປີ ພວກຜູ້ນຳ ທີ່ປົກຄອງປະເທດມາ ປົກຄອງປະເທດແນວໃດຫວະ?
ນຳ້ກິນ,ໄຟຟ້າ,ເສັ້ນທາງ ມັນບໍ່ສົມຄວນຈັກໜ່ອຽເລີຽ ມັນແຕກຕ່າງ ກັບພາກໃຕ້
ຢ່າງສິ້ນເຊິງ ຂໍໃຫ້ທ່ານໄປຢາມ ເມືອງຜົ້ງສາລີ ໂດຽທາງລົດ  ທ່ານຈະຮູ້ສຶກແນວ
ໃດ ອັນທີ່ຈິງແລ້ວ ຄົນຜົ້ງສາລີ ເຂົາພິລະອາດຫານ ຄຽງຄູ່ຄຽງບ່າ ກັບ ທະຫານ
ອາສາສະມັກ ຫວຽດນາມ ປົດປ່ອຽ ຫລວງນຳ້ທາ ແລະບໍ່ແກ້ວ ລ້ວນແລ້ວແຕ່ຄົນ
ຜົ້ງສາລີ.  ຖ້າທ່ານຢາກຮູ້ຫລາຽກວ່ານີ້ ໃຫ້ທ່ານໄປສຳພາດ ອາດີດ ຊ່ຽວຊານ
ຫວຽດນາມ ປະຈຳຜົ້ງສາລີ ໃນສະໄໝ 1955-1975 ທ່ານກໍ່ຈະແຈ່ມ
ແຈ້ງ  ຄັນຈະເວົ້າແທ້ ຄົນຜົ້ງສາລີ ຮ່ວມມືກັບ ຫວຽດນັ້ນ ມັນເທົ່າກັບ ແມ້ວ-USA
ໜ້າເສັຽດາຽ ຜົ້ງສາລີ ເປັນແຂວງທີ່ຫລົງລືມ ຕາມຂ່າວຕາວັນຕົກຈິງໆ ໂອກາດ
ໜ້າ ຂ້ອຽຈະພານັກຂ່າວ ຕາວັນຕົກ ໄປສ້າງຂ່າວທີ່ ຜົ້ງສາລີ  ເພື່ອໃຫ້ຕາວັນຕົກ
ຮູ້ວ່າ ນີ້ຄືຜົນງານ 36ປີ ຂອງລະບົບໃໝ່  ລະບອບ ຄອມມຸນິດ.  ຂ້ອຽຕັ້ງໃຈຈະໄປ
ຢູ່ຜົ້ງສາລີ 1ອາທິດ ແຕ່ຢູ່ໄດ້ພຽງ 3ວັນ

( ຍັງມີຕໍ່ )

ທ່ານຊິຈົ່ມໄປແນວນັ້ນມັນກະບໍ່ໄດ້ແລ້ວ ຕັ້ງແຕ່ໄດມາຜູ້ນຳລາວມີແຕ່ຄົນໄທໃຕ້ ເຂົາກໍ່ສ້າງແຕ່ພາກໃຕ້ຫັ້ນແລ້ວ ຈັ່ງຊັ້ນແລ້ວເມືອງລາວ ຈຶ່ງບໍ່ຈະເລີນນຳເຂົາຈັກເທື່ອ ເຫັນແຕ່ສ່ວນຕົວຫລາຍກ່ວາສ່ວນລວມ

__________________
Anonymous

Date:

ບໍ່ຈຳເປັນເວົ້າກໍໄດ້ ເຂົາເອງກໍຮູ້ດີ ແຕ່ສິດຜົນປະໂຫຍດສ່ວນຕົວມັນສູງກ່ວາສ່ວນລວມ ຫຼື ຈະວ່າໄປກ່ອນອື່ນຕ້ອງ
ເພື່ອຄອບຄົວແລ້ວຈິ່ງເພື່ອຍາດຕິພີ່ນ້ອງ

__________________
Anonymous

Date:

ໃຜໆກໍ່ຮູ້ ວ່າພວກເຂົາກົງ, ພວກເຂົາຂູດຮີດ,ພວກເຂົາອັດປາກ ອັດຫູປະຊາຊົນ
ແຕ່ເປັນຫຽັງ ພວກເຂົາຈຶ່ງ ພັດປ່ຽນກັນຂຶ້ນ ສະເຫວີຽຄວາມສຸກ ດູດເລືອດປະຊາ
ຊົນລາວ ເຫມືອນເກືອບ 70ປີ ທີ່ຝະລັ່ງ ມາກົດຂີ່ປະຊາຊົນລາວ. ຄິດໄປກໍ່ມັນໄສ້
ຂຶ້ນມາ  ອັນນີ້ລັດຖະບານລາວ ຄົນລາວເອງ ມາດູດກັນດີບໆຈັ່ງຊີ້.

__________________
ມືຂວາ

Date:

Anonymous wrote:

He looks like he can eat you alive!
ໜ້າຕາບໍ່ສຳຄັນ ສຳຄັນຢູ່ທີ່ໃຈ
ຈິງໃຈຕໍ່ປະຊາຊົນທົ່ວປະເທດ ແບ່ງງົບປະມານ ໄປພັດທະນາ ໃຫ້ທົ່ວປະເທດ ສະ
ໝຳ່ສະເໝີ ຢ່າໄດ້ເຮັດຄືຜູ້ນຳລຸ້ນກ່ອນໆຄື: ບັກໄກສອນ, ບັກໜູຮັກ,ບັກຄຳໄຕ,
ບັກບົວສອນ  ພວກນີ້ພວກພັດທະນາ ພາກໃຕ້ ຕາມສັ່ງ ຈາກຮາໂນຽ.

"ຕ່ຳຫຼາຍ" ໄປເອີ້ນຜູ້ໃຫຍ່ເພິ່ນແບບນັ້ນໄດ້ແນວໃດ ບໍ່ມີຄວາມເຄົາລົບ.

' ຄວາມຄິດສະແດງເຖິງຄວາມຮູ້ '

__________________
Anonymous

Date:

ຜູ້ໃດເປັນນາຍົກກໍ່ບໍ່ສຳຄັນລອກຂິ້ນກັບວ່າມີຄວາມຈິງໃຈແກ້ບັນຫາຄວາມທູກຈົນຂອງປະຊາຊົນຊ່ຳໃດ, ຕາມເຫັນທົ່ວໄປສ່ວນຫຼາຍແມ່ນຍັດໃສ່ກະເປົາໂຕເອງເທົ່ານັ້ນ ໂດຍສັງເກດເບີ່ງພະນັກງານລັດແຕ່ລະຄົນມີລົດຂີ່ ແລະ ເຮືອນງາມໆຫຼັງໃຫບ່ຢູ່ ແຕ່ກົງກັນຂ້າມປະຊາຊົນຜູ້ເສຍພາສີອຶດເຂົ້າ ແລະ ເຮືອນຈະຢູ່ກໍ່ບໍ່ມີ, ຂ້ອຍຄິດວ່າຖ້າຄືປະເທດທືນນີຍົມອື່ນແມ່ນປະເທດລາວເຮົາຈະມິຊະຕາກຳດຽວກັບເອຢິບ ຫຼື ລີເບຍແລ້ວ

__________________
Anonymous

Date:

VOA

ນາຍົກລາວກ່າວວ່າຊ່ອງຫວ່າງ ລະຫວ່າງຄົນຮັ່ງກັບຄົນທຸກ ກວ້າງອອກນັບມື້

ນາຍົກລັດຖະມົນຕີຄົນໃໝ່ຂອງລາວຍອມຮັບວ່າ ການພັດທະນາທາງເສດຖະກິດການຄ້າເຮັດ ໃຫ້ຄຸນນະພາບຊີວິດການເປັນຢູ່ລະຫວ່າງຄົນຮັ່ງກັບຄົນທຸກຍາກໃນລາວ ມີຊ່ອງຫວ່າງເພີ່ມ ຫຼາຍຂຶ້ນນັບມື້.

ທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີຄົນໃໝ່
ຂອງລາວໄດ້ຖະແຫຼງຍອມຮັບວ່າ ການພັດທະນາໃນ
ໄລຍະທີ່ຜ່ານມາເຖິງແມ່ນວ່າຈະສາມາດເຮັດໃຫ້ຍອດ
ຜະລິດຕະລວມພາຍໃນ ຫລື GDP ມີການຂະຫຍາຍ
ຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງກໍຕາມ, ຫາກແຕ່ວ່າຜົນປະ
ໂຫຍດສ່ວນໃຫຍ່ກໍຍັງຄົງຕົກຢູ່ກັບບັນດານັກທຸລະກິດ
ແລະປະຊາຊົນທີ່ຢູ່ໃນເຂດຕົວເມືອງເທົ່ານັ້ນ.

ທັງນີ້ ທ່ານ ທອງສິງ ໄດ້ຍົກຕົວຢ່າງເຖິງກໍລະນີຂອງ
ການຂະຫຍາຍຕົວໃນພາກທຸລະກິດການຄ້າທັງໃນ
ເຂດຕົວເມືອງ ແລະໃນເຂດຊົນນະບົດ. ໂດຍສະເພາະແມ່ນການທີ່ທາງການລາວໄດ້ອະນຸ
ຍາດໃຫ້ໜ່ວຍທຸລະກິດເອກະຊົນ ໄປທໍາການເກັບຊື້ຜົນຜະລິດຕ່າງໆ ຈາກປະຊາຊົນໃນ
ເຂດຊົນນະບົດນັ້ນ ກໍໄດ້ດໍາເນີນໄປພາຍໃຕ້ສະພາວະທີ່ມີການແບ່ງຜົນປະໂຫຍດຢ່າງບໍ່ຍຸດ
ຕິທໍາ. ດັ່ງທີ່ທ່ານ ທອງສິງ ໄດ້ຖະແຫຼງເນັ້ນຢໍ້າໃນຕອນນຶ່ງວ່າ:

“ບໍລິສັດເອກກະຊົນເກັບຊື້ຜົນຜະລິດຈາກ
ຊາວກະສິກອນ ແຕ່ວ່າຜົນປະໂຫຍດຕົວ
ຈິງທີ່ປະຊາຊົນໄດ້ຮັບນັ້ນຍັງມີບັນຫາສ້າງ
ຄວາມຮັ່ງມີໃຫ້​ແກ່ພວກມືກາງຫຼາຍຂຶ້ນ
ແຕ່ຜູ້ຜະລິດແທ້ໆຜູ້ອອກແຮງງານຕົວຈິງ
ນັ້ນ ຜົນປະໂຫຍດຕອບແທນຜັດຍັງໄດ້
ໜ້ອຍ ອັນນີ້ມັນສ້າງເງື່ອນໄຂໃຫ້ຜູ້ຮັ່ງ
ກັບຜູ້ທຸກມັນຫ່າງກັນ

ພ້ອມກັນນັ້ນ ທ່ານ ທອງສິງ ຍັງ​ໄດ້ເນັ້ນຢໍ້າ
ວ່າ ການຂຸດຄົ້ນແຫລ່ງລາຍຮັບຂອງລັດຖະ
ບານລາວໃນປັດຈຸບັນເຖິງແມ່ນວ່າ ຈະມີທ່າ
ອ່ຽງເພີ່ມຫຼາຍຂຶ້ນຢ່າງຕໍ່ເນື່ອງກໍຕາມ ຫາກ
ແຕ່ກໍເປັນລາຍຮັບທີ່ເພີ່ມຂຶ້ນຈາກການຂຸດ
ຄົ້ນແຫລ່ງຊັບພະຍາກອນທຳມະຊາດເປັນ
ສ່ວນໃຫຍ່ ເຊັ່ນການຂຸດຄົ້ນບໍ່ແຮ່ ການຂຸດ
ຄົ້ນໄມ້ ແລະການກໍ່ສ້າງເຂື່ອນຜະລິດກະແສໄຟຟ້າເພື່ອສົ່ງອອກ ເປັນຕົ້ນ.

ຊຶ່ງແນ່ນອນວ່າ ລາຍຮັບທີ່ເພີ່ມຂຶ້ນດັ່ງກ່າວນີ້ຍ່ອມຈະເຮັດໃຫ້ສາມາດສະເລ່ຍເປັນລາຍໄດ້
ຂອງປະຊາຊົນລາວໄດ້ເພີ່ມຂຶ້ນເຊັ່ນດຽວກັນ. ຫາກແຕ່ວ່າໃນຄວາມເປັນຈິງແລ້ວ ລາຍໄດ້
ທີ່ເພີ່ມຂຶ້ນດັ່ງກ່າວນີ້ ກໍເປັນພຽງການສະເລ່ຍຢ່າງສະເໝີພາບກັນໂດຍບໍ່ມີການແບ່ງແຍກ ລະຫວ່າງຄົນຮັ່ງກັບຄົນທຸກຍາກແຕ່ຢ່າງໃດ ຈຶ່ງຖືເປັນກໍລະນີທີ່ຍັງບໍ່ມີຄວາມສອດຄ່ອງກັບ ສະພາບການທີ່ເປັນຈິງຢູ່ໃນລາວນັ້ນເອງ.

ທ່ານຈູມມະລີ ໄຊຍະສອນ ປະທານປະເທດລາວ ໄດ້ກ່າວຢືນຢັນຕໍ່ກອງປະຊຸມສຸດຍອດສະ ຫັດສະວັດດ້ານການພັດທະນາ ໃນໂອກາດກອງປະຊຸມສະມັດຊາໃຫຍ່ຄັ້ງທີ່ 65 ຂອງອົງ ການສະຫະປະຊາຊາດຢູ່ນະຄອນນີວຢ໊ອກ ເມື່ອບໍ່ນານມານີ້ວ່າ ການຂະຫຍາຍຕົວທາງ ເສດຖະກິດຢ່າງຕໍ່ເນື່ອງໃນລາວ ນັບເປັນປັດໃຈສໍາຄັນທີ່ເຮັດໃຫ້ບັນຫາຄວາມທຸກຈົນຂອງ ປະຊາຊົນລາວລົດລົງຢ່າງຕໍ່ເນື່ອງອີກດ້ວຍເຊັ່ນກັນ. ທັງນີ້ກໍ​ເພາະວ່າ ໃນໄລຍະແຜນການ

ສໍາລັບໃນໄລຍະ 5 ປີຕໍ່ໜ້ານີ້ ລັດຖະບານລາວໄດ້ວາງແຜນ
ການທີ່ຈະດຶງດູດເອົາການລົງທຶນຈາກຕ່າງປະເທດໃຫ້ ໄດ້ໃນ
ມູນຄ່າລວມເຖິງ 40 ພັນລ້ານໂດລາ ສໍາລັບໂຄງການຂະ
ໜາດໃຫຍ່ຫຼາຍກວ່າ 200 ໂຄງການ ໂດຍທີ່ສໍາຄັນກໍຄື
ໂຄງການສ້າງທາງລົດໄຟຈາກນະຄອນວຽງຈັນໄປປະເທດ
ຈີນ ໂຄງການຂະຫຍາຍສົ່ງກະແສໄຟຟ້າແຮງສູງທົ່ວປະເທດ ໂຄງການສ້າງທາງຫຼວງແຫ່ງຊາດຂະໜານກັບເສັ້ນທາງເລກ
3 ໂຄງການສ້າງເຂື່ອນໄຟຟ້າ 14 ແຫ່ງ ໂຄງການສ້າງ
ທາງດ່ວນໄປຫວຽດນາມ ໂຄງການຂຸດຄົ້ນແຮ່​ເຫຼັກ ແຮ່ໂປ
ແຕສຊຽມ ແລະແຮ່ບ໊ອກໄຊ໌ຢູ່ພາກໃຕ້ ເປັນຕົ້ນ.

ພັດທະນາປະຈໍາປີ 2001-2005 ທີ່ເສດຖະກິດຂອງລາວ ມີການຂະຫຍາຍຕົວໃນອັດຕາ
ສະເລ່ຍ 6.2% ຕໍ່ປີ ແລະກໍເພີ່ມຂຶ້ນເປັນ 7% ຕໍ່ປີ ໃນໄລຍະແຜນການພັດທະນາປີ
2006-2010 ນີ້ ກໍໄດ້ເປັນຜົນເຮັດໃຫ້ອັດຕາຄວາມທຸກຈົນຂອງປະຊາຊົນລາວລົດລົງຈາກ
48% ຂອງຈໍານວນປະຊາຊົນທັງໝົດໃນປີ 1990 ມາເປັນ 26% ຂອງຈໍານວນປະຊາກອນ
ທັງໝົດທີ່ມີຢູ່ 6 ລ້ານກວ່າຄົນໃນປັດຈຸບັນນີ້.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard