Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ອະດີດທ່ານນາຍົກປາກົດຕົວແລ້ວ
Clorox

Date:
ອະດີດທ່ານນາຍົກປາກົດຕົວແລ້ວ
Permalink Closed

F-Buasone2.jpg

ທ່ານບົວສອນບຸບຜາວັນ ມອບອຸປກອນໃຫ້ໂຮງໝໍ

ອະດີດນາຍົກ ຣັຖມົນຕຣີ ສປປລາວ ທ່ານ ບົວສອນ ບຸບຜາວັນ ປາກົດຕົວ ເພື່ອທໍາພິທີ ສາທາຣະນະ ປໂຍດ ຫລັງຈາກທີ່ໄດ້ ລາອອກຈາກ ຕໍາແໜ່ງ ແລະ ກໍງຽບຫາຍໄປ ຈາກວົງການ ການເມືອງ ເປັນເວລາ ສອງເດືອນ.

ແຫລ່ງຂ່າວ ຈາກ ຫນັງສືພີມ ຜູ້ຈັດການ ຂອງໄທ ລາຍງານວ່າ ອະດີດນາຍົກ ຣັຖມົນຕຣີ ສປປລາວ ທ່ານ ບົວສອນ ບຸບຜາວັນ, ທີ່ການລາຈາກ ຕ່ຳແຫນ່ງຂອງທ່ານ ຍັງເປັນປິສນາ ຢູ່ນັ້ນ ໄດ້ປາກົດຕົວ ໃນພິທີມອບ ອຸປກອນການແພດ ໃຫ້ແກ່ ໂຮງພຍາບານ ສອງແຫ່ງ ທີ່ນະຄອນຫລວງ ວຽງຈັນ ໃນອາທີດ ນີ້.

ລາຍງານແຈ້ງວ່າ: ທ່ານ ບົວສອນ ໄດ້ປາກົດຕົວ ໃນຊຸດແຕ່ງກາຍ ປະເພນີນິຍົມ ແລະ ຍີ້ມແຍ້ມແຈ່ມໃສ ໃນການມອບ ອຸປກອນການແພດ ທີ່ມີມູນຄ່າ ຫລາຍແສນໂດລາ ໃຫ້ແກ່ໂຮງພຍາບານ ແມ່ແລະເດັກ ແລະ ໂຮງພຍາບານ ມະໂຫສົດ ໃນວັນທີ 16 ກຸມພາ, ເພື່ອເປັນປໂຍດ ແກ່ສາທາຣະນະ. ຕາມລາຍງານຂ່າວ ຂອງທາງການລາວ.

ທ່ານ ບົວສອນ ອາຍຸ 57 ປີ ເປັນຜູ້ນຳທີ່ໄດ້ ຮັບຄວາມນິຍົມ ຈາກປະຊາຊົນ ແລະ ປະຊາຄົມໂລກ ຫລາຍທີ່ສຸດ ຄົນນື່ງ ການລາອອກ ຈາກຕ່ຳແໜ່ງ ຂອງທ່ານ ໃນວັນທີ 23 ທັນວາ ປີ 2010 ນັ້ນ ສ້າງຄວາມແປກໃຈ ໃຫ້ກັບທຸກ ວົງການ.

ທ່ານ ເຄນທອງ ນວນທະສີງ ໂຄສົກ ກະຊວງຕ່າງປະເທດ ສປປລາວ ກ່າວຕໍ່ນັກຂ່າວ ຣອຍເຕີ ໃນເວລານັ້ນວ່າ ການລາອອກ ຂອງທ່ານ ບົວສອນ ບຸບຜາວັນ ດ້ວຍເຫດຜົລ ທາງຄອບຄົວ ແຕ່ບໍ່ມີຝ່າຍໃດ ສາມາດໃຫ້ ລາຍລະອຽດໄດ້, ນອກຈາກຂ່າວລື ກັນໄປ ຕ່າງໆນາໆ.

ແຕ່ເຖິງຢ່າງໃດ ກໍຕາມ ທ່ານ ບົວສອນ ຍັງຄົງເປັນນື່ງ ໃນຄນະ ກົມການເມືອງ 11 ຄົນ ຂອງພັກ ປະຊາຊົນ ປະຕິວັດລາວ ຊື່ງກຳລັງ ຈະເປີດ ກອງປະຊຸມ ໃຫຍ່ຄັ້ງທີ 9 ໃນເດືອນຫນ້ານີ້ ແລະ ກໍ່ຈະມີການ ເລືອກຕັ້ງຜູ້ນຳ ຊຸດໃຫມ່ອີກ. ຫລາຍພາກສ່ວນ ຄາດການວ່າ ທ່ານຈະກັບມາ ມີບົດບາດ ທາງການເມືອງ ອີກໃຫມ່ ກໍອາຈເປັນໄດ້.

http://www.rfa.org/lao/news-about-laos/former-lao-pm-appears-in-public-event-02182011151215.html

__________________
Anonymous

Date:
Permalink Closed

Clorox wrote:

ພວກນີ້ມັນຂຽນພາສາລາວແນວໃດ໋ຫວະ

__________________
Anonymous

Date:
Permalink Closed

 ຢ່າໄປເຊື່ອຫົວມັນ RFA ເດີ້ພີ່ນ້ອງລາວ ພວກນີ້ບໍ່ແມ່ນນັກສື່ຂ່າວ ພວກນີ້ແມ່ນນັກປັ້ນຂ່າວ ພໍແຕ່ພຽງໄປຕົວະເອົາເງີນອີພໍ່ເມກາຂອງມັນ ດຽວນິ້ບໍ່ເຫັນເພີ່ນອອກຂ່າວກຽ່ວກັບ ແມ້ວຫລືມົ້ງແລ້ວເດ ອີກຢ່າງນື່ງເພີ່ນກໍ່ໄປສຳພາດຄົນຢູຸ່ພາກອີສານ ມາອອກອາກາດ ແນ່ນອນພວກຄົນອີສານເຂົາຕ້ອງເວົ້າພາສາໄທຍ໌ແກມລາວ , ບາດແລ້ວ RFA ອອກມາແກ້ຂ່າວວ່າຕ່າງ ໆ ນາ ໆ ບ້າ ໆ ບໍ ໆ (ວ່າພວກເຮົາພະຍາຍາມບອກໄຫ້ເຈົ້າຫນ້າລາວນັ້ນຕອບເປັນພາສາລາວ) ແລ້ວມັນຜ່ານມາຈັກປີແລ້ວວ່າRFAຈະແກ້ໄຂບັນຫານີ້ ແລະຍັງອີກຈັກປີຂ່າງຫນ້າຈື່ງເຫັນຄວາມເປັນຈີງບໍ່ ? RFA . 

__________________
Anonymous

Date:
Permalink Closed

Anonymous wrote:

ຕາມທີ່ຂ້ອຍຮູ້ ພວກຊື່ຂ່າວມີກົດລະບຽບ ມີຈັນຍາບັນ. ແມ່ນແທ້ ສະຖານີວິທະຍຸເອເຊຍເສລີເປັນສະຖານີວິທະຍຸທີ່ຕັ້ງຢູ່ປະເທດສະຫະລັດແລະຮັບໃຊ້ເປັນປາກກະບອກສຽງໃຫ້ແກ່ລັດຖະບານ

ສະຫະລັດ ແຕ່ເຂົາກໍ່ໄດ້ຮັບອະນຸຍາດຈາກລັດຖະບານລາວໃນການປະຕິບັດຫນ້າທີ່ວຽກງານໃນລາວຢ່າງຖືກຕ້ອງຕາມກົດຫມາຍ.

ພວກສື່ຂ່າວແຕ່ລະສື່ເຊັ່ນຂ່າວພາສາລາວຈາກປັກກິ່ງ(CRI), ຂ່າວພາສາລາວຈາກຝຣັ່ງ(RFI), ຂ່າວພາສາລາວຈາກອາເມລິກາ(VOA, RFA) ຫລືແຫລ່ງຂ່າວພາສາຕ່າງປະເທດເຊັ່ນ CNN, BBC, Le Monde, ຜູ່ຈັດການລາຍວັນ...Et. ເຂົາຈະເອົາຂ່າວທີ່ມີມູນຄວາມຈິງມາອອກຂ່າວ ຕ່າງແຕ່ວ່າຜູ່ໃດ໋ຈະຕັດຂ່າວໃຫ້ສັ້ນ ຜູ່ໃດ໋ຈະຕື່ມຂ່າວໃຫ້ຍາວເທົ່ານັ້ນ, ຖ້າເຂົາເຈົ້າອອກຂ່າວທີ່ບໍ່ມີມູນຄວາມຈິງ ຫລືບິດເບືອນຂ່າວ ຫລືໃຫ້ຂໍ້ມູນບໍ່ຖືກຕ້ອງ ເຂົາຈະຖືກພວກອົງການຂ່າວສາກົນຕໍານິ ລົງໂທດ ສຸດແລ້ວແຕ່ກໍລະນີ.

ຕາມທີ່ຮູ້ພວກສື່ຂ່າວຈະຕ້ອງປົກປິດແຫລ່ງຂ່າວຖ້າມີຄວາມຈໍາເປັນ. ຄົນຢູ່ເມືອງລາວທີ່ເອົາຂ່າວໃຫ້ພວກເອເຊຍເສລີບາງຄົນກະບໍ່ຢາກເປີດເຜີຍຊື່ສຽງຮຽງນາມຕົນເອງ, ສະນັ້ນພວກສື່ຂ່າວຕ້ອງໄດ້ປົກປິດຊ່ອຍເຂົາເຈົ້າ.

ຂ້ອຍເຊື່ອວ່າຂ່າວນີ້ມີມູນຄວາມຈິງເພາະເຄີຍໄດ້ຍິນນັກຮຽນລຸ້ນອ້າຍທີ່ເຄີຍຮ່ວມຮຽນກັບເພິ່ນຕອນຮຽນຢູ່ໂຮງຮຽນໂກແລ

ສາລະວັນແລະເພື່ອນທີ່ເຄີຍຮ່ວມງານກັບເພິ່ນເວົ້າເລື້ອຍວ່າທ່ານບົວສອນເປັນຄົນດີ ມີແນວຄິດກ້າວຫນ້າແລະມັກຊ່ອຍເຫລືອຜູ່ທີ່ດ້ອຍໂອກາດ, ແຕ່ຂ່າວກໍ່ບໍ່ໄດ້ບອກລະອຽດວ່າທ່ານບົວສອນມອບອຸບປະກອນການແພດໃຫ້ໂຮງຫມໍດັ່ງກ່າວໃນນາມສ່ວນຕົວຫລືໃນນາມອົງການຈັດຕັ້ງໃດ໋?

ຖ້າເເພິ່ນມອບໃຫ້ໃນນາມສ່ວນຕົວກໍ່ເປັນຍິ່ງເປັນການດີເພາະຈະໄດ້ເປັນແວ່ນແພງໃຫ້ຜູ່ນໍາບາງຄົນທີ່ມີລາຍໄດ້ພິເສດກ້າຈົກເງິນໃນທະນາ

ຄານອອກມາຊ່ອຍສັງຄົມຄືທ່ານບົວສອນ.

__________________
Anonymous

Date:
Welcome to USA ທ່ານ ບົວສອນ
Permalink Closed

Welcome to USA ທ່ານ ບົວສອນ

__________________
Applebee

Date:
RE: ອະດີດທ່ານນາຍົກປາກົດຕົວແລ້ວ
Permalink Closed

Anonymous wrote:

Welcome to USA ທ່ານ ບົວສອນ

ເວົ້າແນວເປັນໄປບໍ່ໄດ້, ຖ້າ Welcome to China ຂ້ອຍຊິວ່ານໍາຢູ່. ໃຫ້ເຈົ້າທົບທວນເບິ່ງ ກ່ອນເຂົາຊິປົດທ່ານບົວສອນອອກຈາກຕໍາແນ່ງເຂົາພາເພິ່ນໄປຢ້ຽມຢາມບ້ານ Lang Ngoi ແລະບ້ານ Da Ban ໃນແຂວງ Tuyen Quang ເພື່ອເປັນການເຕືອນສະຕິວ່າໝູ່ບ້ານນີ້ແມ່ນບອ່ນກໍາເນີດຂອງພັກປະຊາຊົນປະຕິວັດຊຶ່ງທ່ານໄກສອນໄດ້ມາລີ້ຢູ່ອາໃສ ກ່ອນຈະເຊັນຫຍັງລົງໄປໃຫ້ຄິດດີໆ.

http://en.vietnamplus.vn/Home/Lao-PM-visits-Tuyen-Quang-province/20109/12294.vnplus

__________________
Anonymous

Date:
Permalink Closed

ສິແມ່ນທ່ານໃດຂື້ນມາ ກໍ່ລວ້ນແຕ່ປະຕິການຮາໂນຍໜູນຫລັງ ແມ່ນບໍ່ທ່ານ?
ຖ້າເວົ້າຜິດຂໍອາພັຍາ!!!
confuse

__________________
Anonymous

Date:
Permalink Closed

ວ່າສິຕອບແບບບໍ່ມວນ ກະເລີຍບໍ່ຕອບ....ຄວາມຈິງແລ້ວລາວເຮົາສະຫງົບ....ບໍ່ຈຳເປັນຫຍັງທີ່ຈະໄປຝັງສຽງຂອງອາເມລິກາ....ເຂົາບໍ່ມີພາສາເປັນຂອງຕົວເອງຊຳ.....ຢືມພາສາຄົນອື່ນມາໃຊ້...ຈັງໄດຊິເວົ້າ ແລະ ຝັງພາສາລາວເຂົ້າໃຈ

__________________
Anonymous

Date:
Permalink Closed

ພາສາລາວສະໄຫມກອ່ນທີ່ຄົນລາວໄປຢູ່ຕ່າງປະເທດ

__________________
Anonymous

Date:
Permalink Closed

Anonymous wrote:

....ຄວາມຈິງແລ້ວລາວເຮົາສະຫງົບ....ບໍ່ຈຳເປັນຫຍັງທີ່ຈະໄປຟັງສຽງຂອງອາເມລິກາ....

ເຂົາບໍ່ມີພາສາເປັນຂອງຕົວເອງຊໍ້າ.....ຢືມພາສາຄົນອື່ນມາໃຊ້.......

ເຂົາຊິເວົ້າ ແລະ ຊິຟັງພາສາລາວເຂົ້າໃຈໄດ້ຈັ່ງໃດ ...?

ເວົ້າຖືກ ແທ້ໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

__________________
Anonymous

Date:
Permalink Closed

ສະບາຍດີທຸກທ່ານ

ຂ່າວນີ້ບໍ່ແມ່ນຂ່າວໄຫມ່ ຂພຈ ຈື່ໄດ້ວ່າໄດ້ອ່ານຂ່າວນີ້ຢູ່ເວັບ www.manager.co.thh ປະມານຫົກເຈັດເດືອນກ່ອນແລ້ວ. ບໍ່ຮູ້ວ່າຜູ້ຕັ້ງກະທູ້ມີ

ຈຸດປະສົງຫຍັງຈີ່ງເອົາຂ່າວນີ້ມາລົງທັງໆທີ່ເປັນຂ່າວເກົ່າແລ້ວ. ແລະລັກສະນະການຂຽນແບບ

ນັ້ນແມ່ນການ copy ຂ່າວທີ່ເປັນພາສາໄທຍຢູ່ເວັບ manager ແລ້ວໃຊ້ google translation ແປເປັນພາສາລາວ ມັນກໍ່ເລີຍອອກມາເປັນແບບນັ້ນ.

ສະຫຼຸບແລ້ວຄົນຂຽນອາດຈະ ຂຽນພາສາລາວບໍ່ໄດ້ ຫຼື ຂີ້ຄ້ານພີມກໍ່ເລີຍໄຊ້ google ແປເອົາ.

ສະໄຫມນີ້ຂ່າວ copy /paste ມີຫຼາຍ.

ຮັກແພງ.

__________________
Anonymous

Date:
Permalink Closed

ເຊີນຟັງວິທຍຸ: http://www.siengserixonlao.com

__________________
Anonymous

Date:
Permalink Closed

ເຂົາຍົກເອົາກະທູ້ນີ້ມາສົນທະນາຕັ້ງແຕ່ຕົ້ນປີພຸ້ນນະ ແຕ່ມີບາງຄົນຫາກໍ່ມາອອກຄໍາເຫັນ. ຂ້ອຍຄິດວ່າຜູ່ຕັ້ງກະທູ້ນີ້ຄົງຈະດີໃຈທີ່ໄດ້ຂ່າວວ່າທ່ານອະດີດນາຍົກບົວສອນສະລະຊັບສິນສ່ວນເພື່ອສ້າງຜົນປະໂຫຍດສ່ວນລວມກໍ່ເລີຍເອົາມາໃຫ້ໝູ່ອ່ານນໍາ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard