Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລົດໄຟລາວ ຈີນ ຈະມີຄວາມໄວສູງເຖິງ 200 km/h
Anonymous

Date:
ລົດໄຟລາວ ຈີນ ຈະມີຄວາມໄວສູງເຖິງ 200 km/h


ລົດໄຟສາຍປະຫວັດສາດຂອງລາວຈີນ ຈະມີຄວາມໄວສູງເຖິງ  200 km/h
ແລ້ວເປັນໄກ່ຂອງປະຊາຊົນເຮົາ ມັນຊິບໍ່ຖືກຢຽບບ່ລະນໍໜິ


__________________
Anonymous

Date:



ຖ້າຈະເວົ້າຕາມນິຍາມຂອງເສັ້ນທາງລົດໄຟຄວາມໄວສູງແລ້ວ ຈະໃຫ້ຖືກຕາມຫລັກອິນເຕີແລ້ວ, ລາງທີ່ເຮັດໃໝ່ຈະຕ້ອງແລ່ນໄດ້ 250Km/h ຂຶ້ນໄປ ລາງເກົ່າຈຶ່ງແມ່ນ 200Km/h. ເຖິງຢ່າງໃດ໋ ກໍ່ດີໃຈນໍາທີ່ຄົນບ້ານເຮົາຈະໄດ້ທຽວໄປມາຫາສູ່ກັນສະດວກຂຶ້ນ.



__________________
Anonymous

Date:

ລົດໄຟຄວາມໄວສູງຕ້ອງແລ່ນໄດ້ເກືອບ 400 ກິໂລແມຕຕໍ່ ຊົ່ວໂມງ ອັນນີ້ຍັງບໍ່ຖືວ່າເປັນລົດໄຟຄວາມໄວສູງ

__________________
Anonymous

Date:

Anonymous wrote:

ລົດໄຟຄວາມໄວສູງຕ້ອງແລ່ນໄດ້ເກືອບ 400 ກິໂລແມຕຕໍ່ ຊົ່ວໂມງ ອັນນີ້ຍັງບໍ່ຖືວ່າເປັນລົດໄຟຄວາມໄວສູງ





ຖ້າທຽບໃສ່ຣົດໄຟທີ່ຈອດຢູ່ດອນຄອນ ເມືອງໂຂງ ແຂວງຈໍາປາສັກ ທີ່ແລ່ນໄດ້ 0,001m/century ຖືວ່າລົດໄຟທີ່ຈະແລ່ນຢູ່ບ້ານເຮົາໃນ4ປີຂ້າງໜ້າເປັນລົດໄຟຄວາມໄວສູງທີ່ສຸດໃນປະເທດລາວ.

__________________
Anonymous

Date:

Anonymous wrote:

 

Anonymous wrote:

ລົດໄຟຄວາມໄວສູງຕ້ອງແລ່ນໄດ້ເກືອບ 400 ກິໂລແມຕຕໍ່ ຊົ່ວໂມງ ອັນນີ້ຍັງບໍ່ຖືວ່າເປັນລົດໄຟຄວາມໄວສູງ




 


ຖ້າທຽບໃສ່ຣົດໄຟທີ່ຈອດຢູ່ດອນຄອນ ເມືອງໂຂງ ແຂວງຈໍາປາສັກ ທີ່ແລ່ນໄດ້ 0,001m/century ຖືວ່າລົດໄຟທີ່ຈະແລ່ນຢູ່ບ້ານເຮົາໃນ4ປີຂ້າງໜ້າເປັນລົດໄຟຄວາມໄວສູງທີ່ສຸດໃນປະເທດລາວ.

 



ຄົນໃຕ້ : ບໍ່ແມ່ນລົດໄຟຄວາມໄວສູງໃນປະເທດລາວໃດອາວ. ເປັນລົດໄຟຄວາມໄວສູງໃນເອເຊັຍຕາເວັນອອກສຽງໄຕ້
ພຸ້ນໃດອາວ. ບາດນີ້ແລ້ວໄທຊິບໍ່ຫານດູຖູກລາວອີກຕໍ່ໄປ.

 



__________________
Anonymous

Date:

One question: How much does it cost of this project?

__________________
Anonymous

Date:

Anonymous wrote:

One question: How much does it cost of this project?




 It will cost  7 ຕື້ໂດລາສະຫະລັດ



__________________
Anonymous

Date:



http://www.pnomsin.com/?p=1046

ໄລຍະທາງ ແຕ່ຈຸດຊາຍແດນລາວ-ຈີນ ເຖິງນະຄອນຫລວງວຽງຈັນ ມີລວງຍາວທັງຫມົດປະມານ 421 ກິໂລແມັດ ໃນນັ້ນ ເສັ້ນທາງຕ້ອງຜ່ານອຸບມຸງໃນຄວາມຍາວ 190 ກວ່າກິໂລແມັດ ແລະ ໄດ້ສ້າງຂົວຍາວ 90 ກິໂລແມັດ ຫລືສະເລ່ຍເສັ້ນທາງຜ່ານທັງອຸບ ມຸງ-ຂົວກວມເອົາ 2/3 ຂອງເສັ້ນທາງທັງຫມົດ ແລະຈະໄດ້ໃຊ້ທຶນສູງເຖິງ 7 ຕື້ໂດລາສະຫະລັດ ເພື່ອນໍາໃຊ້ເຂົ້າໃນການກໍ່ສ້າງຕາມແຜນ ຈະເລີ່ມລົງມືກໍ່ສ້າງໃນວັນທີ 25 ເມສາປີ 2011 ທີ່ຈະມາເຖິງ ໂດຍຈະໃຊ້ເວລາ 4 ປີໃຫ້ສໍາເລັດເພື່ອເປັນຂອງຂວັນຮັບຕ້ອນວັນສະຖາ ປະນາ ສປປ ລາວ ຄົບຮອບ 40 ປີ, ທ່ານ ສົມສະຫວາດ ກ່າວ
http://www.ecom.org.la/news.php?col=1&id=6901

ຕໍ່ກັບການກຳນົດລາງລົດໄຟ ແມ່ນເອົາຕາມມາດຕະຖານສາກົນທີ່ມີລວງກວ້າງ 1,435 ແມັດ, ແລ່ນດ້ວຍກະແສໄຟຟ້າສາມາດປ້ອງກັນການສັ່ນສະເທືອນຂອງແຜ່ນດິນໄຫວ ໃນລະດັບ 7 ຣິກເຕີ. ສຳລັບມາດຕະຖານຄວາມໄວແມ່ນກຳນົດ 200 ກິໂລແມັດຕໍ່ ຊົ່ວໂມງ (ສະເພາະລົດໄຟໂດຍສານ) ແລະ 120 ກິໂລແມັດຕໍ່ຊົ່ວໂມງ (ສຳລັບລົດໄຟຂົນສົ່ງສິນຄ້າ). ດ້ານການກໍ່ສ້າງແມ່ນອີງໃສ່ມາດ ຖານເຕັກນິກຂອງຈີນທີ່ໂລກຍອມຮັບແລ້ວ ແລະຈະມີດ້ວຍກັນ 5 ສະຖານີໃຫຍ່ຄື: ສະຖານີບໍ່ເຕັມ, ເມືອງໄຊ, ຫລວງພະບາງ, ວັງວຽງ, ນະຄອນຫລວງວຽງຈັນ ພ້ອມນັ້ນ ກໍ່ຈະມີສະຖານີນ້ອຍອີກຈຳນວນຫນຶ່ງລວມ 21 ສະຖານີ.



__________________
Anonymous

Date:




__________________
Anonymous

Date:

Anonymous wrote:

One question: How much does it cost of this project?




 US$7 billion

http://www.malaysiandigest.com/world/14229-laos-china-railway-construction-to-kick-off-next-year.html



__________________
Anonymous

Date:

ຕາມເບິ່ງຄລິບວິດີໂອ ເພິ່ນວ່າຈະສ້າງລາງດ່ຽວສະເພາະລົດໄຟຄວາມໄວສູງກ່ອນ ແລະໃນອະນາຄົດຂ້າງໜ້າເພິ່ນຈຶ່ງຈະເຮັດລາງສໍາລັບລົດໄຟຂົນສົ່ງ, ແຕ່ເພິ່ນກໍ່ບໍ່ໄດ້ເວົ້າວ່າເສັ້ນທາງລົດໄຟແລະຕົວລົດໄຟຈະກາຍເປັນຂອງລາວໃນໄລຍະຈັກປີ.

__________________
Anonymous

Date:

ດີໃຈນຳຫຼາຍ ເຖີງຈະເປັນເສັ້ນທາງຜ່ານ ຂອງທຸລະກິດທາງດ້ານສິນຄ້າແລະນັກທ່ອງທ່ຽວຊາວຕ່າງດ້າວກໍຕາມ ຢ່າງນ້ອຍກໍຍັງມີສ່ວນປະກອບໄຫ້ການພັດທະນາເສດຖະກິດຂອງລາວເຮົາໂດຍສະເພາະຈາກການທ່ອງທ່ຽວ. ຖ້າລາວເຮົາບໍເອົາໃຈໃສ່ສົ່ງເສີມພັດທະນາເລື້ອງການທ່ອງທ່ຽວໃວ້ກ່ອນຕອນນີ້
ປະຊາຊົນລາວກໍຈະໄດ້ພຽງແຕ່ຄາບຫຼັງຄວາຍເບີ່ງລົດໄຟແລ່ນຜ່ານຊື່ໆ


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard