Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຕະຫຼາດຫຼັກຊັບລາວ
ຄົນເຫນືອ

Date:
ຕະຫຼາດຫຼັກຊັບລາວ

ຕະຫຼາດຫຼັກຊັບລາວ

11101016.jpg

ການກຳເນີດຂອງຕະຫຼາດຫຼັກຊັບລາວ ເຊິ່ງເປັນຕະຫຼາດທຶນແຫ່ງທຳອິດຂອງ ສປປ ລາວ ແລະ ມັນຈະນຳມາເຖິງແຫຼ່ງທຶນອັນຫຼວງຫຼາຍ ເພື່ອພັດທະນາປະເທດຊາດ ຮ່ວມກັບຕະຫຼາດເງິນທີ່ມີມາເກືອບເຄິ່ງສະຕະວັດ ວັນທີ 10 ຕຸລາ 2010 ໄດ້ເປີດຕະຫຼາດຫຼັກຊັບຢ່າງເປັນທາງການ ເຊິ່ງຕັ້ງຢູ່ບ້ານໂພນທັນເໜືອ ເມືອງໄຊເຊດຖາ ນະ ຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ປະທານຄະນະກຳມະການຄຸ້ມຄອງ ຫຼັກຊັບ ແລະ ຕະຫຼາດຫຼັກຊັບ (ຄລຕ) ພ້ອມນີ້ ກໍມີທ່ານອຳນວຍການທະນາຄານ ແຫ່ງ ສປປ ລາວ ບັນດາລັດຖະມົນຕີວ່າການທູຕານຸທູດຜູ້ບໍລິຫານລະດັບສູງຈາກຕະ ຫຼາດຫຼັກຊັບ ສ.ສ ຫວຽດນາມ ສປ ຈີນ ສ.ເກົາຫຼີ ໄທ ຜູ້ຮ່ວມທຶນຈາກຕະຫຼາດຫຼັກຊັບ ສ.ເກົາຫຼີ ແລະ ພາກສ່ວນກ່ຽວຂ້ອງ.

ທ່ານ ເດດພູວົງ ມູລຣັຕ ປະທານຕະຫຼາດຫຼັກຊັບລາວ ໄດ້ລາຍງານສະພາບ ແລະ ຄວາມເປັນມາຂອງການກະກຽມສ້າງຕັ້ງຕະຫຼາດຫຼັກຊັບ ໂດຍເກີດໝໍ່ແໜງແຕ່ປີ 1997 ຈາກນັ້ນສະພາແຫ່ງຊາດ ກໍໄດ້ຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ ຄັ້ງທີ VI ປະຈຳສົກປີ 2006-2010 ເຊິ່ງໜຶ່ງໃນນີ້ກໍໄດ້ກຳນົດແຜນສ້າງຕັ້ງຕະ ຫຼາດຫຼັກຊັບຢູ່ ສປປ ລາວ ໃນທ້າຍປີ 2010 ລັດຖະບານໄດ້ມອບໃຫ້ທະນາຄານ ແຫ່ງ ສປປ ລາວ ເປັນຜູ້ຈັດຕັ້ງປະຕິບັດ ແລະ ກໍໄດ້ແຕ່ງຕັ້ງຄະນະຮັບຜິດຊອບກະ ກຽມສ້າງຕັ້ງຕະຫຼາດຫຼັກຊັບ ໂດຍໃຫ້ສອດຄ່ອງກັບຄວາມເປັນຈິງຕາມແຕ່ລະໄລຍະ ພ້ອມນັ້ນກໍໄດ້ເຄື່ອນໄຫວສຶກສາ-ຄົ້ນຄ້ວາ ແລະ ຍົກລະດັບຄວາມຮູ້ຄວາມສາມາດ ມີ ການພົວພັນ-ຮ່ວມມືກັບຕະຫຼາດຫຼັກຊັບຂອງຫຼາຍປະເທດ ມາຮອດທ້າຍເດືອນ 7 ປີກາຍນີ້ກໍໄດ້ເຊັນສັນຍາຮ່ວມທຶນ ໂດຍແມ່ນທະນາຄານ ແຫ່ງ ສປປ ລາວ ຖືຫຸ້ນ 51% ແລະ ຕະຫຼາດຫຼັກຊັບເກົາຫຼີ ຖືຫຸ້ນ 49% ສ່ວນການຊື້-ຂາຍຢູ່ຕະຫຼາດຫຼັກຊັບຈະເລີ່ມຂຶ້ນວັນທີ 11 ມັງກອນ 2011 ເປັນຕົ້ນໄປ.

ທ່ານປະທານຕະຫຼາດຫຼັກຊັບລາວ ເນັ້ນຕື່ມວ່າ: ວັນທີ 24 ພຶດສະພາຂອງປີນີ້ ດຳລັດວ່າດ້ວຍຫຼັກຊັບ ແລະ ຕະຫຼາດຫຼັກຊັບໄດ້ຖືກປະກາດໃຊ້ ແລະ ໃນກາງເດືອນເມສາ ຂອງປີດຽວກັນ ກໍໄດ້ມີການແຕ່ງຕັ້ງຮັກສາການສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ ເພື່ອຄຸ້ມຄອງດ້ານມະຫາພາກ ແລະ ໃນດ້ານຈຸລະ ພາກ ແມ່ນປະຕິບັດພາລະບົດບາດ-ໜ້າທີ່ສ້າງຕັ້ງຕະຫຼາດຫຼັກຊັບ ໃນວັນທີ 17 ກັນຍາ 2010 ໄດ້ເຊັນສັນຍາສ້າງຕັ້ງບໍລິສັດຫຸ້ນສ່ວນ ຈຳກັດ ມີຊື່ວ່າ: "ຕະຫຼາດຫຼັກຊັບ ລາວ".

ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ປະທານ ຄລຕ ໄດ້ຢືນຢັນວ່າຈຸດປະສົງຂອງການສ້າງຕັ້ງຕະຫຼາດຫຼັກຊັບ ກໍເພື່ອລະດົມທຶນໄລຍະຍາວໃຫ້ແກ່ບັນ ດາບໍລິສັດ ເພື່ອຈະໄດ້ມີທຶນຮອນໄລຍະຍາວ ແລະ ເປັນການສະໜັບສະໜູນເຮັດໃຫ້ຕະຫຼາດການເງິນໃນ ສປປ ລາວ ມີຄວາມສົມບູນຍິ່ງຂຶ້ນໃນຕະຫຼາດເງິນ ສ່ວນຫຼາຍກໍ ແມ່ນບັນດາທະນາຄານທຸລະກິດເປັນຈຳນວນຫຼາຍ ເຊິ່ງເຮັດໜ້າທີ່ລະດົມທຶນ ແລະ ປ່ອຍກູ້ໄລຍະສັ້ນ ສະນັ້ນ ລັດຖະບານລາວ ຈິ່ງເຫັນວ່າ ຈະພັດທະນາເສດຖະກິດຂອງ ປະເທດໃຫ້ມີການຂະຫຍາຍຕົວຢ່າງຍືນຍົງນັ້ນ ແມ່ນມີຄວາມຈຳເປັນຕ້ອງໄດ້ມີການປະກອບສ່ວນຂອງຕະຫຼາດທຶນ ໃນການຈັດຫາເງິນທຶນໄລຍະຍາວມາສະໜອງໃຫ້ແກ່ ການກໍ່ສ້າງພື້ນຖານຂອງບັນດາບໍລິສັດ ທີ່ມີຄວາມຕ້ອງການໃນການພັດທະນາ ແລະ ຂະຫຍາຍກິດຈະການທາງດ້ານການຜະລິດ ແລະ ບໍລິການຢ່າງໝັ້ນຄົງ.

__________________
Anonymous

Date:

ດ່ຽວນີ້ເຫັນວ່າຕະຫລາດຮຸ້ນເປີດຂາຍມາໄດ້ປະມານ 2 ເດືອນແ ລ້ວ
ແລະ ຕ້ອງການຢາກຊື້, ແຕ່ບໍ່ຮູ້ຈະຊື້ແນວໃດ  ແລະ ຍັງບໍ່ທັນຮູ້ລະ
ອຽດກ່ຽວກັບຕະຫລາດຮຸ້ນ.

ຊ່ວຍຕອບແດ່ຜູ້ຮູ້ທັງຫລາຍ

__________________
Anonymous

Date:

Anonymous wrote:

Don't even think about that, if you real want to do so,
put your money in the bank is better. Do you know
play Hi-Low ( mark kalock in lao ). When you bet low
it came out hi, you bet hi it came out low and when you
bet hi-lo in came out 11, then the house take them all.

__________________
Anonymous

Date:

ຄົນເຫນືອ wrote:

ຕະຫຼາດຫຼັກຊັບລາວ

11101016.jpg

ການກຳເນີດຂອງຕະຫຼາດຫຼັກຊັບລາວ ເຊິ່ງເປັນຕະຫຼາດທຶນແຫ່ງທຳອິດຂອງ ສປປ ລາວ ແລະ ມັນຈະນຳມາເຖິງແຫຼ່ງທຶນອັນຫຼວງຫຼາຍ ເພື່ອພັດທະນາປະເທດຊາດ ຮ່ວມກັບຕະຫຼາດເງິນທີ່ມີມາເກືອບເຄິ່ງສະຕະວັດ ວັນທີ 10 ຕຸລາ 2010 ໄດ້ເປີດຕະຫຼາດຫຼັກຊັບຢ່າງເປັນທາງການ ເຊິ່ງຕັ້ງຢູ່ບ້ານໂພນທັນເໜືອ ເມືອງໄຊເຊດຖາ ນະ ຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ປະທານຄະນະກຳມະການຄຸ້ມຄອງ ຫຼັກຊັບ ແລະ ຕະຫຼາດຫຼັກຊັບ (ຄລຕ) ພ້ອມນີ້ ກໍມີທ່ານອຳນວຍການທະນາຄານ ແຫ່ງ ສປປ ລາວ ບັນດາລັດຖະມົນຕີວ່າການທູຕານຸທູດຜູ້ບໍລິຫານລະດັບສູງຈາກຕະ ຫຼາດຫຼັກຊັບ ສ.ສ ຫວຽດນາມ ສປ ຈີນ ສ.ເກົາຫຼີ ໄທ ຜູ້ຮ່ວມທຶນຈາກຕະຫຼາດຫຼັກຊັບ ສ.ເກົາຫຼີ ແລະ ພາກສ່ວນກ່ຽວຂ້ອງ.

ທ່ານ ເດດພູວົງ ມູລຣັຕ ປະທານຕະຫຼາດຫຼັກຊັບລາວ ໄດ້ລາຍງານສະພາບ ແລະ ຄວາມເປັນມາຂອງການກະກຽມສ້າງຕັ້ງຕະຫຼາດຫຼັກຊັບ ໂດຍເກີດໝໍ່ແໜງແຕ່ປີ 1997 ຈາກນັ້ນສະພາແຫ່ງຊາດ ກໍໄດ້ຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ ຄັ້ງທີ VI ປະຈຳສົກປີ 2006-2010 ເຊິ່ງໜຶ່ງໃນນີ້ກໍໄດ້ກຳນົດແຜນສ້າງຕັ້ງຕະ ຫຼາດຫຼັກຊັບຢູ່ ສປປ ລາວ ໃນທ້າຍປີ 2010 ລັດຖະບານໄດ້ມອບໃຫ້ທະນາຄານ ແຫ່ງ ສປປ ລາວ ເປັນຜູ້ຈັດຕັ້ງປະຕິບັດ ແລະ ກໍໄດ້ແຕ່ງຕັ້ງຄະນະຮັບຜິດຊອບກະ ກຽມສ້າງຕັ້ງຕະຫຼາດຫຼັກຊັບ ໂດຍໃຫ້ສອດຄ່ອງກັບຄວາມເປັນຈິງຕາມແຕ່ລະໄລຍະ ພ້ອມນັ້ນກໍໄດ້ເຄື່ອນໄຫວສຶກສາ-ຄົ້ນຄ້ວາ ແລະ ຍົກລະດັບຄວາມຮູ້ຄວາມສາມາດ ມີ ການພົວພັນ-ຮ່ວມມືກັບຕະຫຼາດຫຼັກຊັບຂອງຫຼາຍປະເທດ ມາຮອດທ້າຍເດືອນ 7 ປີກາຍນີ້ກໍໄດ້ເຊັນສັນຍາຮ່ວມທຶນ ໂດຍແມ່ນທະນາຄານ ແຫ່ງ ສປປ ລາວ ຖືຫຸ້ນ 51% ແລະ ຕະຫຼາດຫຼັກຊັບເກົາຫຼີ ຖືຫຸ້ນ 49% ສ່ວນການຊື້-ຂາຍຢູ່ຕະຫຼາດຫຼັກຊັບຈະເລີ່ມຂຶ້ນວັນທີ 11 ມັງກອນ 2011 ເປັນຕົ້ນໄປ.

ທ່ານປະທານຕະຫຼາດຫຼັກຊັບລາວ ເນັ້ນຕື່ມວ່າ: ວັນທີ 24 ພຶດສະພາຂອງປີນີ້ ດຳລັດວ່າດ້ວຍຫຼັກຊັບ ແລະ ຕະຫຼາດຫຼັກຊັບໄດ້ຖືກປະກາດໃຊ້ ແລະ ໃນກາງເດືອນເມສາ ຂອງປີດຽວກັນ ກໍໄດ້ມີການແຕ່ງຕັ້ງຮັກສາການສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ ເພື່ອຄຸ້ມຄອງດ້ານມະຫາພາກ ແລະ ໃນດ້ານຈຸລະ ພາກ ແມ່ນປະຕິບັດພາລະບົດບາດ-ໜ້າທີ່ສ້າງຕັ້ງຕະຫຼາດຫຼັກຊັບ ໃນວັນທີ 17 ກັນຍາ 2010 ໄດ້ເຊັນສັນຍາສ້າງຕັ້ງບໍລິສັດຫຸ້ນສ່ວນ ຈຳກັດ ມີຊື່ວ່າ: "ຕະຫຼາດຫຼັກຊັບ ລາວ".

ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ປະທານ ຄລຕ ໄດ້ຢືນຢັນວ່າຈຸດປະສົງຂອງການສ້າງຕັ້ງຕະຫຼາດຫຼັກຊັບ ກໍເພື່ອລະດົມທຶນໄລຍະຍາວໃຫ້ແກ່ບັນ ດາບໍລິສັດ ເພື່ອຈະໄດ້ມີທຶນຮອນໄລຍະຍາວ ແລະ ເປັນການສະໜັບສະໜູນເຮັດໃຫ້ຕະຫຼາດການເງິນໃນ ສປປ ລາວ ມີຄວາມສົມບູນຍິ່ງຂຶ້ນໃນຕະຫຼາດເງິນ ສ່ວນຫຼາຍກໍ ແມ່ນບັນດາທະນາຄານທຸລະກິດເປັນຈຳນວນຫຼາຍ ເຊິ່ງເຮັດໜ້າທີ່ລະດົມທຶນ ແລະ ປ່ອຍກູ້ໄລຍະສັ້ນ ສະນັ້ນ ລັດຖະບານລາວ ຈິ່ງເຫັນວ່າ ຈະພັດທະນາເສດຖະກິດຂອງ ປະເທດໃຫ້ມີການຂະຫຍາຍຕົວຢ່າງຍືນຍົງນັ້ນ ແມ່ນມີຄວາມຈຳເປັນຕ້ອງໄດ້ມີການປະກອບສ່ວນຂອງຕະຫຼາດທຶນ ໃນການຈັດຫາເງິນທຶນໄລຍະຍາວມາສະໜອງໃຫ້ແກ່ ການກໍ່ສ້າງພື້ນຖານຂອງບັນດາບໍລິສັດ ທີ່ມີຄວາມຕ້ອງການໃນການພັດທະນາ ແລະ ຂະຫຍາຍກິດຈະການທາງດ້ານການຜະລິດ ແລະ ບໍລິການຢ່າງໝັ້ນຄົງ.

ຈັ່ງແມ່ນຂ້ອຍອອນຊອນຄັນໃດຊີ່ປີນຂຶ້ນໄປເຂົ້າຕິກຫຼັງນີ້ເດ້!ຊົ່ວໄປຮ້ອດປະຕູ
ລູກຄ້າສິບໍ່ຮ້າກລົມເຮື່ອຄ້າວໄຄແຕ່ກກ່ອນກະຫຼາຍເຕີບ...ແຮະ ແຮະ.

__________________
Anonymous

Date:

ຫ້ນາສິປຸກຢູ່ເທິງເມ້ກຟ້າພຸ້ນ!no
ເບິ່ງຊົງທະນະຄານແຮ່ງນີ້ອາດຈະຢ້ານລູກຄ້າເຂົ້າໄປຫາຕີ້ເພິ່ນຈັ່ງຄ່ອຍມີຂັ້ນໃດສູງ
ເກື່ອບປານຊໍ່າຈະຂຶ້ນໄປເທິງວັດພູສີນໍ້!!

__________________
Anonymous

Date:

Anonymous wrote:

ດ່ຽວນີ້ເຫັນວ່າຕະຫລາດຮຸ້ນເປີດຂາຍມາໄດ້ປະມານ 2 ເດືອນແ ລ້ວ
ແລະ ຕ້ອງການຢາກຊື້, ແຕ່ບໍ່ຮູ້ຈະຊື້ແນວໃດ  ແລະ ຍັງບໍ່ທັນຮູ້ລະ
ອຽດກ່ຽວກັບຕະຫລາດຮຸ້ນ.

ຊ່ວຍຕອບແດ່ຜູ້ຮູ້ທັງຫລາຍ

ທ່ານສາມາດສອບຖາມລາຍລະອຽດໄດ້ຈາກທະນາຄານການຄ້າ, ໂຊກດີ.

ໂທລະສັບ: (856-21)213200, 222495

__________________
ນ້ອງໃໝ່

Date:

ຂ້າພະເຈົ້າແມ່ນຜູ້ໜຶ່ງທີ່ມີຄວາມສົນໃຈກຽ່ວກັບການຊື້ຂາຍຂອງຕະຫລາດຫຼັກຊັບລາວ ແຕ່ຍັງບໍ່ທັນຮູ້ເຖິງຂັ້ນຕອນແລະວິທີການທີ່ຈະຊື້ຂາຍ ເພາະບໍ່ຮູ້ວ່າຈະເຂົ້າເຖິງຂໍ້ມູນ ຫຼືເວັບໄຊຂອງຕະຫລາດຫລັກຊັບ

ຖ້າທ່ານໃດຮູ້ລາຍລະອຽດຊ່ວຍແດ່ ແລະ ຄວນເຂົ້າຫາໃນເວັບໄຊໄດ? ຂໍຂອບໃຈທີ່ມີຄຳຕອບ

__________________
Anonymous

Date:

ນ້ອງໃໝ່ wrote:

 http://www.lsx.com.la/

__________________
Anonymous

Date:

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard