Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຖະຫນົນໄຫມ່ ເປີດແລ້ວ...
Anonymous

Date:
ຖະຫນົນໄຫມ່ ເປີດແລ້ວ...


ທ່ານທີ່ຢູ່ວຽງຈັນ ກະລຸໄປຖ່າຍຮູບ then post them here...


 

__________________
Anonymous

Date:

ກະລຸນາເດີ...sorry forgot  ນາ

__________________
Anonymous

Date:

ຢ້ານເປັນຄືກັນກັບທາງ ຊີເກມຢູ່



__________________
Anonymous

Date:

ທາງເສັ້ນນີ້ໄດ້ຮັບການຊ່ອຍເຫຼືອຈາກ8ປະເທດບໍຈຶ່ງປັກທຸງ8ຜືນ?

__________________
Anonymous

Date:

ມັນຊີ່ 8 ປະເທດຊ່ວຍເຫລືອແນວໄດ
ຂ້ຽລະຢ້ານແຕ່ເຮົານີ້ລະຊີ່ຊວ່ຍເສັຽພາ
ສີໂອຍເນາະເງີນແຫງໜ້ຽ


__________________
Anonymous

Date:

from pnomsin.com posted 17 feb.2009

ເຈົ້າຄອງນະຄອນຫຼວງວຽງຈັນ ສົມບັດ ເຢຍລີເຮີ ໄດ້ອອກຂໍ້ຕົກລົງ ເຫັນດີຮັບຮອງເອົາເສັ້ນທາງແຕ່ 4 ແຍກໄຟແດງ ຖະໜົນໄກສອນພົມວິຫານ ຫາ ສາມແຍກຖະໜົນເລກທີ 11 (ບ້ານທ່ານາແລ້ງ) ຍາວ 20,30 ກິໂລແມັດ ໃສ່ຊື່ວ່າ: ຖະໜົນວຽງຈັນ 450 ປີ. ພິທີວາງສີລາລືກການກໍ່ສ້າງຖະຫນົນວຽງຈັນ 450 ປີ ໄດ້ຈັດຂຶ້ນໃນວັນທີ 1 ກຸມພາ 2009 ນີ້ ທີ່ນະຄອນຫລວງວຽງຈັນ.ໂຄງການກໍ່ສ້າງຖະຫນົນວຽງຈັນ 450 ປີ ນີ້ແມ່ນໂຄງການຫນຶ່ງນອນໃນ 21 ໂຄງການທີ່ມີຄວາມຫມາຍຄວາມສຳຄັນທີ່ສຸດ ເພື່ອກຽມແກ່ການສະເຫລີມສະຫລອງວຽງຈັນ ເປັນນະຄອນຫລວງຄົບຮອບ 450 ປີ ໃນປີ 2010 ແລະ ເປັນທາງວົງແຫວນຮອບໃນ ຂອງນະຄອນຫລວງວຽງຈັນ, ເມື່ອໂຄງການນີ້ກໍ່ສ້າງສຳເລັດ ຈະສາມາດລະບາຍລົດຂົນສົ່ງອອກຈາກຂົວມິດຕະພາບ ຫາເສັ້ນທາງ 13 ໃຕ້ ແລະ 13 ເຫນືອໄດ້ດີ ເພາະມີໄລຍະທາງສັ້ນກວ່າເສັ້ນທາງແຕ່ຂົວມິດຕະພາບຫາ 4 ແຍກດົງໂດກເກືອບ 7 ກິໂລແມັດ ຈະສາມາດປະຢັດນ້ຳມັນ, ເວລາການຂົນສົ່ງ, ຄ່າຫລຸ້ຍຫ້ຽນ ແລະ ອື່ນໆ, ນອກຈາກນີ້ ຍັງຈະສາມາດລະບາຍການສັນຈອນ ທີ່ແອອັດຂອງລົດຂົນສົ່ງໃນຕົວເມືອງໄດ້ ໃນລະດັບໃດຫນຶ່ງ. ໂຄງການດັ່ງກ່າວນີ້ ນອກຈາກມີຄວາມສຳຄັນທາງດ້ານເສດຖະກິດແລ້ວ ຍັງມີຄວາມຫມາຍ ຄວາມສຳຄັນທາງດ້ານປະຫວັດສາດ ແລະ ດ້ານການເມືອງນຳອີກ, ຊຶ່ງມັນໄດ້ປະກອບສ່ວນເຮັດໃຫ້ ການສະເຫລີມສະຫລອງວຽງຈັນ ເປັນນະຄອນຫລວງຄົບຮອບ 450 ປີ ມີສີສັນ ແລະ ມີໃບຫນ້າໃຫມ່. ເພາະຖະຫນົນ 450 ປີນີ້ ແມ່ນຖະຫນົນທີ່ເປັນວົງແຫວນອ້ອມຕົວເມືອງ ແລະ ເສັ້ນທຳອິດມີຄວາມກວ້າງ ຫນ້າທາງເຖິງ 33 ແມັດ ມີ 6 ເລນລົດແລ່ນ ແລະ ມີດອນກາງທາງ 5 ແມັດ ເຊິ່ງຖືວ່າເປັນຖະຫນົນອັນດັບຫນຶ່ງ ຂອງນະຄອນຫລວງວຽງຈັນກໍ່ຄືຢູ່ ສປປ ລາວ. ຄວາມຍາວຂອງເສັ້ນທາງ 20,3 ກິໂລແມັດ, ປະກອບດ້ວຍຂົວເບຕົງເສີມເຫລັກ 1 ແຫ່ງຍາວ 38 ແມັດ ກວ້າງ 25 ແມັດ, ຫນ້າທາງກວ້າງ 33 ແມັດ, ຊຶ່ງເບື້ອງຕົ້ນຈະກໍ່ສ້າງກ່ອນ 4 ເລນ ປູດ້ວຍຢ່າງຂົ້ວ, ຈົ່ງໄວ້ສອງເລນ, ຊັ້ນພື້ນທາງປູດ້ວຍຫີນຂົບຫນາ 25 ຊັງຕີແມັດ, ຫນ້າທາງປູດ້ວຍຢາງຂົ້ວຫນ້າ 7 ຊັງຕີແມັດ ລວມມູນຄ່າການກໍ່ສ້າງທັງຫມົດ 37.595.132 ໂດລາສະຫະລັດ ເຊິ່ງແມ່ນ ບໍລິສັດ ດວງຈະເລີນພັດທະນາກໍ່ສ້າງເປັນຜູ້ຮັບເຫມົາກໍ່ສ້າງ ແລະ ລົງທຶນກ່ອນໂດຍຈະໃຫ້ສຳເລັດໃນວັນທີ 30/10/2010 ຫລັງຈາກນັ້ນ ລັດຖະບານຈິ່ງຈະທົດແທນເງິນຄ່າກໍ່ສ້າງຄືນຕາມຫລັງ ໃນກຳນົດໄລຍະ  4 ປີ.




__________________
Anonymous

Date:

ເພິ່ນອະນຸຍາດໃຫ້ແລ່ນດ້ວຍຄວາມໄວເທົ່າໃດ໋? ຖ້າເກີນກ່ວາ 100 ຄວນຈະກໍ່ຊີເມັນກັ້ນວ່າງກາງແທນທີ່ຈະເຮັດເປັນດອນປູກດອກໄມ່້ຈຶ່ງຈະປອດໄພກ່ວາ.

__________________
Anonymous

Date:

ຖນົນເສັ້ນໃໝ່ນິ້ບໍ່ມີເສົາໄຟຟ້າ ຄືຊິຖ້າໃຫ້ໄທຍມາຊ່ອຍຕິດຕັ້ງເສົາໄຟໃຫ້ຕີ້



__________________
Anonymous

Date:

Anonymous wrote:

 

ຖນົນເສັ້ນໃໝ່ນິ້ບໍ່ມີເສົາໄຟຟ້າ ຄືຊິຖ້າໃຫ້ໄທຍມາຊ່ອຍຕິດຕັ້ງເສົາໄຟໃຫ້ຕີ້

 




ເພິ່ນໃຊ້ຣະບົບ LED, ເວລາມີບໍ່ມີແສງອາທິດ ດອກໄຟຈຶ່ງຈະພົ້ນຂຶ້ນມາຈາກພື້ນດິນເພື່ອເປັນແສງສະຫວ່າງໃຫ້ແກ່ຜູ່ສັນຈອນໄປມາ. 555555555555555555



__________________
Anonymous

Date:

ເພື່ອໃຫ້ໝົດຄວາມສົງໃສ ມື້ວານນີ້ກ່າເລີຽ
ສະລະເວລາໄປເບີ່ງດ້ວຽຕາຕົວເອງ 37...
ລ້ານໂດລາ ຄູສວນປູກດອກໄມ້ກາງເສັ້ນທາງ
ກີນໝົດ



__________________
Anonymous

Date:

Anonymous wrote:

 

ເພື່ອໃຫ້ໝົດຄວາມສົງໃສ ມື້ວານນີ້ກ່າເລີຽ
ສະລະເວລາໄປເບີ່ງດ້ວຽຕາຕົວເອງ 37...
ລ້ານໂດລາ ຄູສວນປູກດອກໄມ້ກາງເສັ້ນທາງ
ກີນໝົດ

 




ຖ່າຍຮູບຢູ່ບໍ່?  Please post , thank you.



__________________
Anonymous

Date:

ຂໍໂທດເດີ Post ຮູບບໍ່ເປັນ
ຜູ້ໄດ Post ເປັນກະລຸນາ
ຖ່າຽເອົາຮູບແລ້ວມາປັນເພື່ອນໆ
ເບີ່ງແດ່ ຂອບໃຈຫລ່ວງໜ້າເດີ


__________________
Anonymous

Date:

If you use Digital camera (I don't think anybody uses camera with film any more), upload photos to your computer. Save photos in Document or Desktop (for me it's easy to find). Go to imageshack.com (free photo website). In Imageshack, select images,then click Browse, you'll find your photos in either Desktop or Document (depends on where you save them). You can change the size too. Then click UPLOAD, that's it.

To post here, select: Forum Code, by highlight it, then COPY & PASTE here.






__________________
Anonymous

Date:

Anonymous wrote:

ຖນົນເສັ້ນໃໝ່ນິ້ບໍ່ມີເສົາໄຟຟ້າ ຄືຊິຖ້າໃຫ້ໄທຍມາຊ່ອຍຕິດຕັ້ງເສົາໄຟໃຫ້ຕີ້



ໄທຍ໌ຈະມາຊ່ວຽຕິດຕັ້ງເສົາໄຟໃຫ້ຍົກປະມານເສົາລະ$10,000.00ສາຫະຣັຖ

 



__________________
Anonymous

Date:

Anonymous wrote:

 

Anonymous wrote:

 

ຖນົນເສັ້ນໃໝ່ນິ້ບໍ່ມີເສົາໄຟຟ້າ ຄືຊິຖ້າໃຫ້ໄທຍມາຊ່ອຍຕິດຕັ້ງເສົາໄຟໃຫ້ຕີ້



ໄທຍ໌ຈະມາຊ່ວຽຕິດຕັ້ງເສົາໄຟໃຫ້ຍົກປະມານເສົາລະ$10,000.00ສາຫະຣັຖ

 


91631045273992978842.jpg
ຕັ້ງເກ່ເດ່ຢູ່ນັ້ນແມ່ນເສົາໄຟຟ້າບໍ ?

 



__________________
Anonymous

Date:



__________________
Anonymous

Date:

Anonymous wrote:




ບໍ່ນຶກບໍ່ຝັນວ່າບ້ານເຮົາຊິມີຖະນົນຫົນທາງກ້ວາງຂວາງ ຈົບງາມແລະປອດໄພກ່ວາຫົນທາງຂອງບ້ານໄກ້ເຮືອນຄຽງ, ຖ້າທ່ານໄກສອນມາປົດປ່ອຍໄວກ່ວານີ້ ຊິມີຫລາຍປະເທດທາງຢູ່ໂລບແລະອາເມລິກາເໜືອອາຍເມືອງລາວຢູ່ເດີ !



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard