Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລັດທະບານປະກາດຈັດ ການປະກວດ Miss 450 ປີ
Anonymous

Date:
ລັດທະບານປະກາດຈັດ ການປະກວດ Miss 450 ປີ

ມື້ເຊົ້ານີ້ ຂ່າວປະກາດກັນອອກທຸກໆສະຖານີ້ວ່າ ຈະມີການປະກວດນາງສາວ 450 ປີຂຶ້ນ
ບໍ່ແມ່ນ Miss Lao, ແຕ່ແມ່ນ Miss 450 ປີ (ເພັດນໍ້າໜຶ່ງແຫ່ງ ສປປ ລາວ)
ໂດຍ 7 ນາງສາວງາມຈະໄດ້ຮັບການຄັດເລືອກເພື່ອເຂົ້າຮ່ວມງານ 450 ປີ
ຊິງມູນຄ່າ ອີງຕາມຂ່າວ ແມ່ນຈະໄດ້ພຽງ 15 ລ້ານກີຍເທົ່ານັ້ນເອງ

ຂ້ອຍຄິດວ່າເພິ່ນຈັດຊໍ້າ ຈັດຊ້ອນ Miss Lao ກໍ່ຈະປະກວດຢູ່ແລ້ວ ຢັງຊິມີ Miss 450 ປີອີກ

ຟັງແລ້ວ ເມື່ອຍ no

__________________
Anonymous

Date:

ຂໍເບິ່ງຮູບນາງສາວທີ່ຈະເຂົ້າຮ່ວມປະກວດແດ່? ຂອບໃຈ

__________________
Anonymous

Date:

ເມິດໃນໂລກນິເມື່ອງລາວຄືຊິມີMissຫຼາຍກ່ວາຫມູ່ຄັນຊິເວົ້ານະ,ອີ່ສັນກະລະເບື່ອ
ແທ້ເດ້!!!!!!!!!!!!!!!!!!!!!!!yawnyawnyawnyawnyawnyawnyawnyawnyawnyawnyawnyawnyawnyawnyawnyawnyawnyawnyawnyawnyawnyawnyawnyawnyawnyawnyawnyawn

ມີຫຍັງຫນ້ອຍນຶ່ງກະຕ້ອງມີ Missໂລດ,ອີກບໍ່ນານເມິດເມືອງລາວຊິພາກັນເປັນ Miss ເມິດເລີຍທັງນັ້ນ!

__________________
Anonymous

Date:

ຢ່າຟ້າວເບື່ຶຶຶອ  ! ໄດ້ເຫັນ ແຕ່ສິ່ງດີໆ ງາມໆ ມັນກະຄັກລະບໍ ? ຂໍຊົມເຊີຍ ນຳເພິ່ນ ຂອ້ຍຢາກໃຫ້ເພິ່ນຈັດ ເລື້ອຍໆ ມັນຈະ ເຮັດໃຫ້ ຄຶກຄັກ ຂຶ້ນອີກ ມີMiss ຫລາຍໆ
ນັ້ນລະຄັກ
Miss ຫຍັງກະຍ່າ ເຊັ່ນ: ຄວາມງາມ ,ຄວາມຫອມ , ຄວາມຫວານ , ມັນໆ ແລະ ແຊບໆ ມັນເປັນຢາດີ ວິເສດ ໄດ໋ ແລະ ອາຍຸຍືນນຳອີກ.

__________________
ຄົນໃຕ້

Date:

ຄົນໃຕ້ກໍເຫັນດີຢູ່ດອກແຕ່ວ່າ Miss 450ປີ ຟັງແລ້ວສາມາຊິເຖົ້າແທ້ເດ ຕັ້ງ 450ປີພຸ້ນນະ.

__________________
Anonymous

Date:

ຄັດເລືອກນາງສາວງາມສະຫຼອງ ນະຄອນຫຼວງວຽງຈັນ 450 ປີ

30091002.jpg

ງານຖະແຫຼງຂ່າວການປະກວດນາງສາວງາມເພື່ອສະເຫຼີມສະຫຼອງການເປັນນະຄອນຫຼວງວຽງຈັນ ຄົບຮອບ 450 ປີ ພາຍໃຕ້ຫົວຂໍ້ “ເພັດນ້ຳໜຶ່ງ ອັນຍະມະນີ ແຫ່ງ ນະຄອນຫຼວງວຽງຈັນ” ໄດ້ຈັດຂຶ້ນໃນວັນທີ 29 ກັນຍາ 2010 ທີ່ຫໍວັດທະນະທຳແຫ່ງຊາດ ໂດຍເປັນກຽດຖະແຫຼງຂ່າວຂອງທ່ານນາງ ວັນເພັງ ແກ້ວນະຄອນ ຫົວໜ້າ ພະແນກຖະແຫຼງຂ່າວ-ວັດທະນະທຳ ນະຄອນຫຼວງວຽງຈັນ ໂດຍມີທ່ານ ພູວົງ ພາມີສິດ ເຈົ້າຂອງຮ້ານຄຳພູວົງ ປະທານບໍລິສັດມີໄຊ ບັນດາແຂກພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ.

ຈຸດປະສົງຂອງການຈັດງານຄັດເລືອກນາງສາວງາມຄັ້ງນີ້ ແມ່ນເພື່ອເປັນການປະກອບສ່ວນສ້າງຂະບວນການຂ່ຳນັບຮັບຕ້ອນການສະເຫຼີມສະຫຼອງນະຄອນຫຼວງວຽງຈັນ ຄົບຮອບ 450 ປີ ກິດຈະກຳນີ້ແມ່ນເປັນກິດຈະກຳໜຶ່ງຂອງງານສະເຫຼີມສະຫຼອງ 450 ປີ ເພື່ອສ້າງບັນຍາກາດໃຫ້ມີຄວາມຟົດຟື້ນ ທັງເປັນການອະນຸຮັກຮັກສາຮີດຄອງ ປະເພນີອັນດີງາມຂອງຊາດລາວ ການສະແດງເຄື່ອງນຸ່ງອາພອນເພດຊົງລາວ ທີ່ເປັນເອກະລັກຂອງຄົນລາວ ໂດຍສະເພາະຂອງແມ່ຍິງລາວ ແລະ ເປັນກິດຈະກຳອັນໜຶ່ງ ທີ່ສຳຄັນ ເຊິ່ງລະບຸໄວ້ຢູ່ໃນໂຄງການການສະເຫຼີມສະຫຼອງເປັນນະຄອນຫຼວງ ໂດຍການຮັບຜິດຊອບຂອງອະນຸກຳມະການໂຄສະນາ ປະຊາສຳພັນຂອງພະແນກຖະແຫຼງ ຂ່າວ-ວັດທະນະທຳ ການຈັດງານຄັ້ງນີ້ແມ່ນເປັນການຄັດເລືອກເອົານາງສາວລາວ ຜູ້ທີ່ມີຮູບຮ່າງ-ໜ້າຕາງົດງາມ ມີກິລິຍາມາລະຍາດທີ່ເປັນເອກະລັກຂອງແມ່ຍິງລາວ ເປັນ ຜູ້ທີ່ມີຄວາມຮູ້ຄວາມສາມາດ ມີຄວາມກ້າສະແດງອອກດ້ານຕ່າງໆ ສົມທີ່ຈະໄດ້ຮັບຕຳແໜ່ງອັນຊົງກຽດຄັ້ງນີ້.

ການຄັດເລືອກຄັ້ງນີ້ ແມ່ນໄດ້ມີການປະກາດຮັບສະໝັກໃນວັນທີ 17 ກັນຍາ ຫາ 17 ຕຸລາ 2010 ການຄັດເລືອກຈະຈັດຂຶ້ນໃນວັນທີ 30 ຕຸລາ 2010 ທີ່ຫໍວັດທະນະທຳ ແຫ່ງຊາດ ໂດຍຈະຄັດເລືອກເອົາ 20 ຄົນ ແລະ ການຄັດເລືອກຮອບສຸດທ້າຍ ຈະຈັດຂຶ້ນໃນວັນທີ 6 ພະຈິກ 2010 ທີ່ເດີ່ນພຣະທາດຫຼວງ ຈະມີນາງສາວທັງໝົດ 7 ຕຳ ແໜ່ງຄື: ນາງສາວວຽງຈັນ 450 ປີ 1 ຕຳແໜ່ງ ຮອງອັນດັບໜຶ່ງ ມີ 1 ຕຳແໜ່ງ ຮອງອັນດັບ 2 ມີ 1 ຕຳແໜ່ງ ຮອງອັນດັບ 3 ມີ 1 ຕຳແໜ່ງ ພ້ອມນີ້ຍັງມີນາງສາວ ຂວັນໃຈຊ່າງພາບ-ສື່ມວນຊົນ 1 ຕຳແໜ່ງ ແລະ ນາງສາວຂວັນໃຈມະຫາຊົນ 1 ຕຳແໜ່ງ ສ່ວນເງິນລາງວັນອັນດັບ 1 ໄດ້ເງິນ 15 ລ້ານກີບ ມົງກຸດ ສາຍສະພາຍ ແລະ ລາງວັນອື່ນໆ ຮອງອັນດັບ 1 ໄດ້ເງິນ 10 ລ້ານກີບ ພ້ອມຖ້ວຍ ກຽດຕິຍົດ ສາຍສະພາຍ ແລະ ລາງວັນອື່ນໆ ຮອງອັນດັບ 2 ເງິນສົດ 5 ລ້ານກີບ ແລະ ລາງ ວັນອື່ນໆ ຮອງອັນດັບ 3 ມີ 2 ລາງວັນ ເງິນສົດ 3 ລ້ານກີບ ແລະ ລາງວັນອື່ນໆ ພ້ອມນີ້ ລາງວັນນາງສາວຂວັນໃຈສື່ມວນຊົນ ແລະ ນາງສາວຂວັນໃຈມວນຊົນ ລາງ ວັນລະ 3 ລ້ານກີບ ນອກຈາກນີ້ ຜູ້ເຂົ້າຮອບ 20 ຄົນ ແລະ 10 ຄົນ ຍັງມີລາງວັນຊົມເຊີຍ.

ໃນໂອກາດນີ້ ທ່ານ ພູວົງ ພາມີສິດ ເຈົ້າຂອງຮ້ານຂາຍຄຳພູວົງ ໄດ້ມອບມຸງກຸດຄຳປະດັບແກ້ວ ມູນຄ່າ 20 ລ້ານກີບ ໃຫ້ທ່ານນາງ ວັນເພັງ ແກ້ວນະຄອນ ເພື່ອເປັນລາງ ວັນທີ 1 ໃຫ້ແກ່ນາງສາວງາມດັ່ງກ່າວ.

ຂໍ​ຂອບ​ໃຈ​ຂ່າວ ຈາກ​ວຽງ​ຈັນ​ໃໝ່

ຂຽນເມື່ອ : ມື້ນີ້14:02:33   ເຂົ້າຊົມ : 1 ຄັ້ງ

__________________
Anonymous

Date:

Yes, let them do whatever, they like.

I am not anti women, but they just want every Miss, for every event. For example, Miss Talat sao, what a funny name...Why don’t they have Miss Talad Kuadin, Miss Talad Sikhay and Miss every Talad?

So far we had far too many Miss. Miss Cement Lao, Miss Beer Lao, Miss. Every mobile phone companies; Miss Lux (disappeared); Miss New Year, Miss University etc....

So, please, please do not use Miss(????) to attract and use women decision-makers’ desire.

Looking back to our ancient history, we lost our territory (other side of Mekong) because of a woman, all Lao people – both old and young generation know that very well.

Therefore, think of something else like activities rather than Miss....

__________________
Anonymous

Date:

ເປັນຫັຍງຕ້ອງມາໃສ່ ຄຳວ່າ Miss Lao ເປັນຫັຍງ ຄືບໍ່ໃສ່ຊື່ວ່າ ນາງສາວອາພອນລາວຫັນແມ່ນດີທີ່ສຸດແລ້ວ ຂໍຄຳຄິດເຫັນແດ່

__________________
Anonymous

Date:

Anonymous wrote:

ຢ່າຟ້າວເບື່ຶຶຶອ  ! ໄດ້ເຫັນ ແຕ່ສິ່ງດີໆ ງາມໆ ມັນກະຄັກລະບໍ ? ຂໍຊົມເຊີຍ ນຳເພິ່ນ ຂອ້ຍຢາກໃຫ້ເພິ່ນຈັດ ເລື້ອຍໆ ມັນຈະ ເຮັດໃຫ້ ຄຶກຄັກ ຂຶ້ນອີກ ມີMiss ຫລາຍໆ
ນັ້ນລະຄັກ
Miss ຫຍັງກະຍ່າ ເຊັ່ນ: ຄວາມງາມ ,ຄວາມຫອມ , ຄວາມຫວານ , ມັນໆ ແລະ ແຊບໆ ມັນເປັນຢາດີ ວິເສດ ໄດ໋ ແລະ ອາຍຸຍືນນຳອີກ.

ປານຜີບໍ່ເຄີຍພົບນໍ້ເຈົ້ານິ!!!!no

__________________
Anonymous

Date:

Anonymous wrote:

Yes, let them do whatever, they like.

I am not anti women, but they just want every Miss, for every event. For example, Miss Talat sao, what a funny name...Why don’t they have Miss Talad Kuadin, Miss Talad Sikhay and Miss every Talad?

So far we had far too many Miss. Miss Cement Lao, Miss Beer Lao, Miss. Every mobile phone companies; Miss Lux (disappeared); Miss New Year, Miss University etc....

So, please, please do not use Miss(????) to attract and use women decision-makers’ desire.

Looking back to our ancient history, we lost our territory (other side of Mekong) because of a woman, all Lao people – both old and young generation know that very well.

Therefore, think of something else like activities rather than Miss....

ໂອ້ຍມັນກະຍ້ອນວ່າພວກເພິ່ນບໍ່ມີຫົວຄິດດີຄືນັກຄ້າຂາຍຢູ່ປະເທດຢູ່ປະເທດອື່ນໆຈັ່ງຊັ້ນ.
ຄັນເວົ້າເປັນພາສາອັງກິດແມ່ນວ່າ " Lack of marketing ideas " or " Lack of creativity in marketing ". cry

Well, then government should have their own counsulting board, like Chinese gov, they hire consulting for everything and use their brian what to do. Don't tell me that they don't have money again...

Well, where is the $ from mining and electricity that is selling to Thailand? use it. Don't use $ for Miss.... competition.

__________________

Veteran Member

Status: Offline
Posts: 81
Date:

ໂອຍ ! ກໍຍ້ອນວ່າມັນເຄີຍມີນາງສາວຫຼາຍໆໆນາງສາວຢູ່ຝັ່ງໄທ ເປັນຕົ້ນນາງສາວ ໝາກຂາມຫວານ, ນາງສາວແຕ່ງອ່ອນ, ແຕງໂມ, ລະມຸດ,ລຳໄຍ, ທຸລຽນ, ຂາມປ້ອມ ຫັ້ນລະ ! ເບິ່ງຄືວ່າຄຶກຄື້ນ, ໄດ້ຂາຍເຄື່ອງຂາຍຂອງ ກໍເລີຍຕ້ອງໄດ້ເຮັດຄືເຂົາເພື່ອຈະໄດ້ຂາຍເຄື່ອງຂາຍຂອງຊັ້ນນ່າ ແຕ່ມັນຕ່າງເຂົາຢູ່ບ່ອນວ່າເຂົາ 63 ລ້ານ ເຮົາ 6,5 ລ້ານນັ້ນລະ !

__________________
Anonymous

Date:

chiip wrote:

You are wrong!

Israel is smaller country than Laos and its populations are about
the same Laos 6 and some million people. Their beauty was
miss universe couple times. 

Panama is 1.8 million people its populations, their beauty was miss
universe 4 times.

We never know may be Laos beauty will be miss universe in the 
future. 

ບໍ່ເຂົ້າໃຈອີ່ຫຼີເປັນຫຍັງລັດຖະບານລາວຄືມາມັກກ່າຍໄທແທ້? ຫນ້າຈະມີຫົວຄິດດ້ວຍ
ຕົນເອງມັນຈັ່ງມີຄວາມຫມາຍແລະສົມຄວາມພູມໃຈໃນຕົວເອງ.

__________________

Veteran Member

Status: Offline
Posts: 81
Date:

ຢ່າສຸໄປທຽບກັບ Israel ທ້ອນ, ມັນຄົນລະຊັ້ນ : ເຮົາສູງ 170 ຄົນຢິ້ວ ສູງ 175 ດັງຄົນລາວໂມ 1.5 ເຊັນ, ດັງ ຢິ້ວໂມ 3 ເຊັນ IQ ລາວ 120 ວ່າສູງຫຼາຍແລ້ວ ຢິ້ວ ມີ IQ ເຖິງ 180-200 ອິອິອິ ! ! Kidding ຊື່ໆ ບໍ່ທຽບລະ ຄົນຄືກັນ.

__________________

Veteran Member

Status: Offline
Posts: 81
Date:

You are wrong!

Israel is smaller country than Laos and its populations are about
the same Laos 6 and some million people. Their beauty was
miss universe couple times.

Panama is 1.8 million people its populations, their beauty was miss
universe 4 times.

We never know may be Laos beauty will be miss universe in the
future.

ບໍ່ແມ່ນວ່າສາວຍ້ານເຮົາບໍ່ງາມດອກ ແຕ່ເປົ້າໝາຍຫຼັກຂອງການສ້າງນາງງາມຫຼືຈັດງານຊະນິດນີ້ ຫຼື ແບບອື່ນກໍຕາມ ຈະແມ່ນງານແຂ່ງຂັນກິລາ ຫຼື ງານຄອນເສີດຂຶ້ນມາກໍເພື່ອຊຸກຍູ້ການຜະລິດ ຫຼື ການຄ້າ, ການທ່ອງທ່ຽວພຸ້ນເປັນຫຼັກເພາະຖ້າບໍ່ມີງານບຸນຫຼືກິດຈະກຳຕ່າງໆ ການຄ້າ, ການທ່ອງທ່ຽວ ແລະ ການຜະລິດເສື້ອຜ້າ, ອາຫານ ເຄື່ອງດື່ມຕ່າງໆກໍຈະຢຸດນິ້ງ, ບໍ່ເຄື່ອນໄຫວ ໃນເມືອມັນຢຸດ, ການເຄື່ອນໄຫວຂອງເງິນກໍຈະຢຸດເໝືອນກັນ ເພາະທຸກຢ່າງມັນກໍເໝືອນກັບຕ່ອງໂສ້ ຊັ້ນນ່າ !

__________________
Anonymous

Date:

chiip wrote:

ຢ່າສຸໄປທຽບກັບ Israel ທ້ອນ, ມັນຄົນລະຊັ້ນ : ເຮົາສູງ 170 ຄົນຢິ້ວ ສູງ 175 ດັງຄົນລາວໂມ 1.5 ເຊັນ, ດັງ ຢິ້ວໂມ 3 ເຊັນ IQ ລາວ 120 ວ່າສູງຫຼາຍແລ້ວ ຢິ້ວ ມີ IQ ເຖິງ 180-200 ອິອິອິ ! ! Kidding ຊື່ໆ ບໍ່ທຽບລະ ຄົນຄືກັນ.

i am lao but my iq is 150

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard