Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລະວັງຖືກລົດເຖື່ອນ !!!
Anonymous

Date:
ລະວັງຖືກລົດເຖື່ອນ !!!

 ຂ່າວ: ຈັນສີ

   ກົມພາສີ ເຕືອນ! ເຖິງຊາວລາວທຸກຖ້ວນຫນ້າ ຖ້າຈະຊື້ພາຫະນະໃຫ້ລະວັງຖືກລົດເຖື່ອນຈາກກຸ່ມຄົນບໍ່ດີທີ່ລັກລອບນຳເຂົ້າ ແລະ ປອມແປງເອກະສານ ຫວັງຂຶ້ນທະບຽນໃຫ້ຖືກຕ້ອງ; ຊີ້ຈາກນີ້ໄປການກວດກາຄວາມຖືກຕ້ອງຂອງລົດຈະເຄັ່ງຂຶ້ນເປັນລຳດັບ.

   ກົມພາສີກະຊວງການເງິນ ໄດ້ອອກແຈ້ງເຕືອນເຖິງມວນຊົນທົ່ວປະເທດໃຫ້ລະວັງ! ຢ່າໄປຊື້ລົດຍົນນຳກຸ່ມບໍ່ຫວັງດີທີ່ລັກລອບນຳ ເຂົ້າແບບຜິດກົດຫມາຍ ໂດຍຫລົບຫລີກພາສີ ແລະ ພັນທະອື່ນໆ ແລ້ວມາຈຳຫນ່າຍໃນທ້ອງຕະຫລາດດ້ວຍລາຄາທີ່ຖືກກວ່າ. ຊ້ຳບໍ່ ຫນຳຍັງມີປອມແປງເອກະສານບາງສ່ວນ ຫລື ທັງຫມົດຂອງລັດຖະການພາສີ ເພື່ອມາຂຶ້ນທະບຽນໃຫ້ຖືກຕ້ອງ.

   ທ່ານ ທອງພັດ ລາດສະວົງ ຮອງພະແນກຕ້ານ ແລະ ສະກັດກັ້ນການລັກລອບຫນີພາສີກົມພາສີ ກະຊວງການເງິນ ກ່າວວານນີ້ ວ່າ: ເພື່ອບໍ່ໃຫ້ພໍ່ແມ່ປະຊາຊົນຕົກເປັນເຄື່ອງມືຂອງພວກຄົນບໍ່ດີ ແລະເກີດອັບປະໂຫຍດແກ່ຜູ້ຕົກເປັນເຫຍື່ອກ່ອນທີ່ຈະຊື້ຂາຍລົດຕ້ອງ ໃຫ້ຄຳນຶງເຖິງເອກະສານພ້ອມຫລັກຖານຕ່າງໆທີ່ກ່ຽວຂ້ອງໃຫ້ຖືກຕ້ອງຄົບຖ້ວນ ຈິ່ງຕັດສິນໃຈຊື້ເພື່ອຄວາມຫມັ້ນໃຈ. ຫລື ກໍລະນີທ່ານ ມີພາຫະນະຢູ່ໃນຄອບຄອງແລ້ວຫາກເກີດສົງໄສກໍ່ສາມາດນຳເອົາເອກະສານແລະພາຫະນະມາແຈ້ງຕໍ່ລັດຖະການພາສີ ເພື່ອພິສູດຫລັກ ຖານ ແລະ ຫາວິທີແກ້ໄຂ ເຊິ່ງທາງລັດຖະການພາສີຈະມີມາດຕະການແກ້ໄຂຢ່າງເປັນທຳໃຫ້ກັບທ່ານ.

   ຕາມແຈ້ງການຂອງກົມພາສີສະບັບເລກທີ 1654/ກພສ ລົງວັນທີ 11 ມິຖຸນາ 2010 ໄດ້ລະບຸວ່າ: ຈາກການສືບສວນຂອງເຈົ້າ ຫນ້າທີ່ໆກ່ຽວຂ້ອງມີຂໍ້ມູນປອມແປງເອກະສານຫລາຍກວ່າ 78 ກໍລະນີ, ຈັບຜູ້ຕ້ອງຫານັບທັງຢູ່ສູນກາງ ແລະ ທ້ອງຖິ່ນແລ້ວ ຫລາຍ ກວ່າ 50 ກໍລະນີ. ນອກນີ້ ຍັງຈັບກຸມຜູ້ຖືກຫາໄດ້ອີກຈຳນວນຫນຶ່ງ; ປະຈຸບັນເຈົ້າຫນ້າທີ່ກຳລັງດຳເນີນການສືບສວນສວບສວນ ແລະ ຂະຫຍາຍຜົນເພື່ອຊອກຫາຜູ້ກະທຳຜິດມາລົງໂທດຕາມລະບຽບກົດຫມາຍ.

   ຖ້າທ່ານໃດຮູ້ແລ້ວຕັ້ງໃຈຊື້ ກໍລະນີເຈົ້າຫນ້າທີ່ກ່ຽວຂ້ອງກວດພົບແມ່ນຈະຖືກປັບໃຫມ ຕາມກົດຫມາຍ ວ່າດ້ວຍພາສີສະບັບເລກທີ 05/ສພຊ ລົງວັນທີ 20 ພຶດສະພາ 2005 ເພາະການຊື້ຂາຍສິນຄ້າແບບບໍ່ຖືກຕ້ອງ (ຫນີພາສີ) ນອກຈາກຈະເຮັດໃຫ້ງົບປະມານຂອງ ລັດຕົກເຮ່ຍເສຍຫາຍແລ້ວຍັງເທົ່າກັບເປັນການສົ່ງເສີມຂະບວນການຫນີພາສີໄປໃນຕົວ ແລະ ສ້າງຄວາມບໍ່ເປັນລະບຽບຮຽບຮ້ອຍແກ່ ສັງຄົມ, ທ່ານ ທອງພັດ ກ່າວ.

   ທ່ານເນັ້ນຕື່ມວ່າ: ບັນຫາການລັກລອບຄ້າຂາຍ, ປອມແປງເອກະສານລົດແບບບໍ່ຖືກຕ້ອງທີ່ເປັນຊໍ້າເຮື້ອມາຫລາຍປີ ເຊິ່ງພັກລັດ ຖະບານກໍ່ໄດ້ພະຍາຍາມກຳຈັດຢູ່ ແຕ່ຍ້ອງມີການຍ່ອນຍານ. ຢ່າງໃດກໍ່ຕາມ ນັບຈາກນີ້ ກົມພາສີສົມທົບກັບເຈົ້າຫນ້າທີ່ເສດຖະກິດຈະ ເພີ່ມການເຮັດວຽກໃນຂອດກວດກາໃຫ້ເຄັ່ງຄັດຂຶ້ນກວ່າເກົ່າ ເພື່ອນຳຫາຜູ້ກະທຳຜິດມາລົງໂທດໃຫ້ໄດ້.

__________________
Anonymous

Date:

ກະຄົນໃນຫັ້ນແລ້ວເຮັດເອງເພາະວ່າຢາກໃດ້ເງິນ

__________________
Anonymous

Date:

ຖ້າເພິ່ນຫລຸດພາສີລົງ ຄືຊິບໍ່ມີການຊື້ຂາຍເຖື່ອນ.

__________________
Anonymous

Date:

Anonymous wrote:

ຂພຈ ເຫັນມາຫຼາຍປີມາແລ້ວ ໂດຍສະເພາະມາທາງປະເທສໄທຫຼາຍທີສຸດ  ວິທີມີດັງນີ້ ທຽງຄືນ ເຂົາຈະສົງຮົຖມາທາງປະເທສໄທ
ໂດຍ ວິທີໃສເທິງເຮຶອຫາປາຫຼາຍລຳ ໄມ້ປູ ເອົາຮົຖລົງເຮືອ  ຕຳຮວຈໄທ ຕຳຮວຈນ້ຳ ນປຂ ໄທ ຮູ້ເຫັນເປັນໃຈນຳກັນ ແບ່ງປັນເງິນ
ທີຂາຍໄດ້ ມາເຖິງປະເທສລາວ ກໍປຽນພວງມາໄລຂວາ ເປັນຊ້າຍ ແລະໄປພົບນາຍໜ້າ ຄົນກາງ ຕິດຕໍກັບກົມໂຍທາແຂວງ ຊື້ປ້າຍທະບຽນ ຊື້ ໄທໂດຮົຖ
 ລະບົບນີ້ຮັຖບາລລາວບໍໄດ້ເງີນພາສີ ເຂົ້າປະເທສສັກກີບ ສັກອັດເລິຍ ໄດ້ແຕ່ນາຍທືນໄທ ພໍຄ້າເຖືອນໄທ ແລະລາວເທົານັ້ນ
ຕໍມາທາງບໍຮິສັດນຳຮົຖເຂົ້າປະເທສລາວ ຈາກຕ່າງປະເທສທີຖືກຕ້ອງຕາມກົດໝາຍ ເສັຍພາຍີໃຫ້ຮັຖບາລທີຖືກຕ້ອງ ເຂົາເສັຍປຽບ ເຂົາຟ້ອງຮ້ອງຮັຖບາລລາວໃຫ້ປາບປາມແບບເດັດຂາດ ເພາະປີນືງສູນເສັຍລາຍໄດ້  ເປັນ ພັນລ້ານໂດລາ ເພາະຮົຖຄັນນືງ 20 ພັນໂດລາ ຢ່າງຕຳ ໂດຍປະມານ  ຄັນທີແພງກໍ 50ພັນໂດລາຂື້ນໄປ ຂໍອະໄພທີເປີດເຜີຍກັບຜູ້ທີທຳອາຊິບນີ້

ຈາກ ທ ດວງຕາ

__________________
Anonymous

Date:

ແນະນຳໃຫ້ຮັຖບາລລາວ ຜະລິດຮົຖເອງແບບຈີນ ຫຼື ປະກອບຮົຖເອງແບບປະເທສເພືອນບ້ານ ວຽດນາມ ກຳປູເຈັຍ ພະມ້າ ໄທ

ປະເທສເພືອນບ້ານເຂົາພັທນາໄປໄກແລ້ວ ຫຼືຂໍຜະລິດສີ້ນສວນນຳເຂົາຈັກອັນກໍຍັງດີ ຮັຖບາລພຽງແຕ່ເຊີນເຂົາມາລົງທືນເທົານັ້ນ

ຂພຈ ຕ້ອງການໃຫ້ ບໍຮິສັດ ໂຕໂຍຕາ ຂອງປະເທສຍິປຸນມາຜະລິດຮົຖ ເລກຊັດ ໃນລາວ ເພາະມີຄວາມໝາຍຕໍປະເທສລາວ

(LAOS=LEXUS)

ແລະບໍຮິສັດ ໂວລໂວ ຂອງປະເທສສະວີເດັນ ເວລານີ້ເປັນຂອງປະເທສຈີນແລ້ວ ມີຄວາມໝາຍຕໍເມຶອງຫຼວງຂອງປະເທສລາວ

VIENTIANE=VOLVO

ທ ຄຳບັນດີດ ໂພນແພງ

__________________
Anonymous

Date:

ນອກຈາກຄ້າຣົດເຖື່ອນແລ້ວ ມີຫຍັງທີ່ສາມາດຄ້າເຖື່ອນໄດ້:
1. ຄ້າຣົດເຖື່ອນ
2. ຄ້າໄມ້ເຖື່ອນ
3. ຄ້າປືນເຖື່ອນ
4. ຄ້າຄົນເຖື່ອນ
5. ຄ້າຢາເຖື່ອນ
6. ......

ຂ້ອຍຄິດວ່າ ມັນບໍ່ງ່າຍປານນັນ, ຕ່າງປະເທດ ເຂົາກໍຢ້ານເຮົາລື່ນຄືກັນ ໂດຍສະເພາະ ເລື່ອງ Technology Transfer, ເພ່າະການລົງທຶນໃນຂະແໜງການນີ້ ກໍແມ່ນການໝາຍເຖິງການຖ່າຍທອດ ເທັກໂນໂລຊີ.

__________________
Anonymous

Date:

Anonymous wrote:

ນອກຈາກຄ້າຣົດເຖື່ອນແລ້ວ ມີຫຍັງທີ່ສາມາດຄ້າເຖື່ອນໄດ້:
1. ຄ້າຣົດເຖື່ອນ
2. ຄ້າໄມ້ເຖື່ອນ
3. ຄ້າປືນເຖື່ອນ
4. ຄ້າຄົນເຖື່ອນ
5. ຄ້າຢາເຖື່ອນ
6. ......

 LAOS is the country doesn't have law of Land     nonononono no 

__________________
ຄົນໃຕ້

Date:

ໃຜວ່າປະເທດລາວບໍ່ມີກົດຫມາຍທີ່ດິນ, ກົດຫມາຍນັ້ນມີແຕ່ວ່າຈະປະຕິບັດຕາມຫຼືບໍ່ອັນນັ້ນເລື້ອງຫນຶ່ງເດີ. ປະເທດລາວປະ
ຈຸບັນນີ້ມີກົດຫມາຍຄອດອອກມາແລ້ວຫຼາຍສະບັບ ລວມທັງກົດຫມູ່ກໍມີເພາະປເທດລາວສ່ວນຫຼາຍແມ່ນກົດຫມາຍແບບ
ເຫັນອົກເຫັນໃຈ. ດັ່ງຄຳຄົມທີ່ເຄີຍເວົ້າວ່າ:
-ກົດຫມາຍເຫຼັກແມ່ນກົດຫມາຍຈີນ

-ກົດຫມາຍຫີນແມ່ນກົດຫມາຍພະມ້າ.

-ກົດຫມາຍລ້າໆແມ່ນກົດຫມາຍໄທ.

-ກົດຫມາຍເຫັນອັກເຫັນໃຈແມ່ນກົດຫມາຍລາວ.

-ກົດຫມາຍແຈ້ງຂາວແມ່ນກົດຫມາຍຫວຽດ

-ກົດຫມາຍລະອຽດແມ່ນກົດຫມານກຳປູເຈັຍ

ຄິດນຳກັນເບິ່ງແມ່ນບໍ່ ຫຼື ບໍ່ ?????

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard