Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຈັງແມ່ນໃຫ່ຍ
Anonymous

Date:
ຈັງແມ່ນໃຫ່ຍ




ພິທີວາງສີລາລຶກການກໍ່ສ້າງອາຄານຫ້ອງການທົດລອງ ແລະ ວິໄຈສູນບໍລິການຄົ້ນຄ້ວາສຳຫຼວດ ແລະ ວິໄຈແຮ່ທາດ ໄດ້ຈັດຂຶ້ນຕອນບ່າຍ ວັນທີ 18 ຕຸລາ 2009 ນີ້ ຢູ່ທີ່ບ້ານພະຂາວ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍເຂົ້າຮ່ວມພິທີຂອງທ່ານ ບຸນທອງ ພົມມະຈັນ ເຈົ້າ ເມືອງໄຊທານີ ທ່ານ ບຸນເຖິງ ເພັງທະວົງສາ ຫົວໜ້າຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກພາກສ່ວນ ກ່ຽວຂ້ອງ.

 

ທ່ານ ເຊັ້ຍ ຈື້ ເຫີວນ ປະທານບໍລິສັດ ສີນຫວງດາວ ຊີນເຫີເຫຼັກກ້າ ແລະ ພັດທະນາບໍ່ແຮ່ ຈຳກັດ (ສປ ຈີນ) ຖານະເປັນຄູ່ຮ່ວມມືກັບກົມທໍ ລະນີສາດ ກະຊວງພະລັງງານ ແລະ ບໍ່ແຮ່ ໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໄດ້ແຈ້ງໃຫ້ຮູ້ວ່າ: ໂຄງການຮ່ວມມືດັ່ງກ່າວແມ່ນເພື່ອ ພັດທະນາວຽກງານທໍລະນີສາດ ແລະ ບໍ່ແຮ່ ໃນນັ້ນ ປະກອບມີການສະໜອງການບໍລິການໃນຮູບແບບກິດຈະການເກັບຂໍ້ມູນ ການຊອກຄົ້ນ ສຳຫຼວດວິໄຈແຮ່ທາດ ຕີລາຄາ ປະລິມານສະສົມ ສ້າງບົດວິພາກເສດຖະກິດ-ເຕັກນິກຂຸດຄົ້ນ ແລະ ປຸງແຕ່ງຕາມຄຳສະເໜີຂອງພາກລັດ ແລະ ເອກະຊົນ ຂໍສິດສຳປະທານຊອກຄົ້ນ ແລະ ສຳຫຼວດໃນເນື້ອທີ່ເປົ້າໝາຍໃດໜຶ່ງ ສ້າງຂໍ້ມູນທາງດ້ານທໍລະນີສາດ-ບໍ່ແຮ່ ບົດວິພາກເສດ ຖະກິດ-ເຕັກນິກມອບໃຫ້ລັດຖະບານ ເພື່ອປະມູນຂາຍໂຄງການ ຫຼື ປະຕິບັດນະໂຍບາຍ "ຫັນຊັບສິນທາງຊັບພະຍາກອນແຮ່ທາດ ມາເປັນ ທຶນ" ລວມມູນຄ່າທັງໝົດຂອງໂຄງການ 20.000.000 ໂດລາ ທຶນຈົດທະບຽນ 6.000.000 ໂດລາ ໄລຍະການດຳເນີນທຸລະກິດຮ່ວມມືແມ່ນ 15 ປີ ແລະ ສາມາດຕໍ່ໄດ້ 2 ຄັ້ງ ແຕ່ລະຄັ້ງແມ່ນ 10 ປີ ຊຶ່ງຈະຜ່ານການພິຈາລະນາ ແລະ ເຫັນດີຂອງລັດຖະບານກ່ອນ.

 

ສຳລັບການກໍ່ສ້າງອາຄານຫ້ອງການ ອຸປະກອນ ແລະ ເຄື່ອງມືຮັບໃຊ້ປະກອບເຂົ້າໃນສູນດັ່ງກ່າວມີມູນຄ່າທັງໝົດ 4.600.000 ໂດລາ ໃນນັ້ນ ປະກອບມີອາຄານ 3 ຊັ້ນ 1 ຫຼັງ ອາຄານຫ້ອງອາຫານ 1 ຊັ້ນ 1 ຫຼັງ ແລະ ຫ້ອງປຸງແຕ່ງຕົວແລບ 1 ຊັ້ນ 1 ຫຼັງ.



__________________


Veteran Member

Status: Offline
Posts: 56
Date:

ງາມ ປານທຳນຽບປະທານ

__________________
Anonymous

Date:

ນຶກວ່າອັນນັ້ນໃຫຍ່ຊັ້ນດອກ biggrin

ເຂົ້າເລື້ອງກັນ

ຕຶກມັນຄືມາອອກແບບຄ້າຍຕຶກຝຮັ່ງເສດແທ້ ບໍ່ເຫັນມີຊວດຊົງລາວຫຍັງຫມົດ

ຫຼືວ່າເພິ່ນຊິສ້າງຫໍຄໍາສອງກະບໍ່ຮູ້



__________________


Veteran Member

Status: Offline
Posts: 56
Date:

ຕຶກຫລັງນີ້ ຄວນໃຊ້ສຳຫລັບຕ້ອນຮັບແຂກເມືອງຕ່າງປະເທດ

__________________
Anonymous

Date:

gooood, som kuan sang ma tae koon 30 pi. New economi mecanism kor OK. goood!!doh

__________________
Anonymous

Date:

Look like The White House in Washington D.C.    How much the government spend for this project? Who gave the government loan? What's country?  Xom Xeuy Thanh Phoo Nam.

__________________
Xiengkalen

Date:

ບໍ່ຮູ້ວ່າທໍ່ໃດ ຮູ້ແຕວ່າ ລູກຫຼານຜູ້ທີ່ຍັງບໍ່ທັນເກີດກະມີບັນຊີເປັນລູກໜີ້ຕ່າງປະເທດແລ້ວ  ອ້າຍເອີຍ.

__________________
SUNNY

Date:

Xiengkalen wrote:

ບໍ່ຮູ້ວ່າທໍ່ໃດ ຮູ້ແຕວ່າ ລູກຫຼານຜູ້ທີ່ຍັງບໍ່ທັນເກີດກະມີບັນຊີເປັນລູກໜີ້ຕ່າງປະເທດແລ້ວ  ອ້າຍເອີຍ.



ເປັນກະເປັນແລະ ເຮັດແນວໃດ Grandma Grandpa ພາເປັນຫນີ້.

 



__________________
Anonymous

Date:

Does any body see the man who is Xiangkalen say something positive about Laos at all? I have not seen he say some thing good about Laos before.

__________________
khon lao

Date:

Anonymous wrote:

Does any body see the man who is Xiangkalen say something positive about Laos at all? I have not seen he say some thing good about Laos before.



I see a lot of Xiangkalen talk positive about Laos. If you not look closer on his comments you are always see the negative, always. Prior to all his comments are telling Laos to change. Here Phasa Lao said: " Teeh Phoua Peynh Peing "  

 



__________________
Anonymous

Date:

ຂ້ອຍເຫັນດີນໍາຄົນລາວເດີ, ການຕໍານິມີສອງຮູບແບບຄື: ຕໍານິເພື່ອທໍາລາຍແລະຕໍານິເພື່ອກໍ່ສ້າງ.
ມີຜູ່ນຳຫລາຍໆປະເທດໄປກູ້ຢືມເງິນຈາກຕ່າງປະເທດມາສ້າງສ້າພັດທະນາບ້ານເມືອງໂດຍລືມຄິດໄລ່ວ່າລູກຫລານທີ່ຈະເກີດມາຈະເອົາເງິນຈາກແຫລ່ງໃດ໋ໃຊ້ໜີ້ສິນເຫລົ່ານັ້ນ,  ຖ້າຜູ່ນຳລາວເຮົາເພິ່ນຄິດໄລ່ກໍ່ຖືວ່າເພິ່ນສະຫລາດສ່ອງໃສສົມຊື່. ຄືດັ່ງພວກເຮົາຮູ້ນໍາກັນຫັ້ນລະ ພູຜາປ່າໄມ້ ແມ່ນ້ຳລຳທານແລະບໍ່ແຮ່ຕ່າງໆເພິ່ນກໍ່ໄດ້ນຳເອົາມາໃຊ້ໃນນະໂຍບາຍຫັນຊັບໃຫ້ເປັນທຶນ(ຂອງຜູ່ນຳ)ໝົດແລ້ວ ລູກຫລານເຫລັນຫລ້ອນເຮົາຈະເອົາຫຍັງມາເປັນທຶນ?

__________________
Anonymous

Date:

DSC_0296_Large.jpg

If this building is being use for the same purpose as the white house in Washington DC it can maybe a source of investment to repay back the loan for this building.
Would it be a good idea?
I wonder how much the White House earned from their tourist per day?

[video=http://www.imdb.com/video/cbs/vi1438057241/]














__________________
Xiengkalen

Date:

ຂອບໃຈທ່ານທີ່ໃສ່ຊື່ວ່າ Khon lao  ທີ່ພາດພິງເຖິງຂ້າພະເຈົ້າ. ອັນທີ່ຈິງ  ຊຽງກະເລັນບໍ່ມີຈຸດປະສົງທີ່ຈະເວົ້າໃສ່ຮ້າຍປ້າຍສີໃຫ້ກັບລັດຖະບານລາວ,  ແຕ່ຂ້າພະເຈົ້າເປັນຄົນຢືນດ້ວຍຄວ່າມຄິດຂອງຕົວເອງວ່າ ສິ່ງໃດດີ ກໍຂໍຍ້ອງຍໍ, ສິ່ງໃດບົກຜ່ອງ ກໍຂໍຕິຊົມ ຕາມສິດທິຂອງຄວາມເປັນມະນຸດຢູ່ໃນສັງຄົມ ແລະສິດຂອງຄວາມເປັນລາວ.   ແລະການຕຳນິຕິຊົມຂອງຂ້າພະເຈົ້າ ກໍບໍ່ໄດ້ອອກນອກກອບແຫ່ງຄວາມຈິງ. ສິ່ງໃດບໍ່ດີ ແລະວມາບັງຄັບໃຫ້ຊຽງກະເລັນຍ້ອງວ່າດີ, ສັນລະເສີນຕະຫຼອດນັ້ນ ຊຽງກະເລັນເຮັດບໍ່ໄດ້ແທ້ທ່ານເອີຍ!!  ເຖິງແນວໃດກໍຕາມ ພວກເຮົາຊາວທ່ອງເວບບໍ່ບໍ່ຄວນພະຍາຍາມສ້າງຈຸດທີ່ມັນກໍ່ໃຫ້ເກີດແຫ່ງຄວາມປໍລະປັກກັນທາງເວບໄຊ໌ນີ້ເລີຍ  ເພາະຍ້ານວ່າ  ທ່ານ ເວບມາສ໌ເຕີ່ ເພິ່ນຊິໃຫ້ບັດແດງພວກເຮົານໍ????
ຂໍຂອບໃຈ!!


ຈາກ: ຊຽງກະເລັນ

__________________
Anonymous

Date:

ຂ້າພະເຈົ້າກໍ່ມີຄວາມຄິດຄວາມເຫັນຄືກັນກັບຊຽງກະເລັນ  ໄນນາມຂ້ອຍເປັນລາວຜູ້ນື່ງ ທີ່ຂອ້ຍມີຄວາມຄິດຄວາມເຫັນສ່ວນຕົວຂອງຂ້ອຍ  ກະຕ້ອງໄຫ້ຂ້ອຍໄດ້ເວົ້າແດ່ ຖ້າວ່າ ເພິ່ນເອີ້ນວ່າ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລ້ວກະໄຫ້ປະຊາຊົນມີປະຊາຊົນມີປະຊາທິປະໄຕແດ່ຍາມໃດກະຊີໃຫ້ຂ້ອຍປິດຫູບັງຕາໄວ້ເປັນປະຈຳ ເຮັດແນວໃດປະຊາຊົນລາວຈື່ງຊິລຸດຈາກຄວາມທຸກຍາກຈັກເທຶ່ອ  ຂ້ອຍເປັນຄົນຊົນຊັ້ນທຳມະດາ ບໍ່ໄດ້ມີໂອກາດສໍ້ລາດຫວັງຫລວງຄຶພວກເພື່ນ  ຂ້ອຍ  ລູກຂອຍ ຫລານຂ້ອຍ ກະຕ້ອງທຸກ ຕໍ່ໆກັນໄປ ຊ້ຳບໍ່ຫນຳ ປາກກະບໍ່ໄດ້ ໄອກະບໍ່ດັງ  ທ່ານລອງຄິດເບິ໋ງແດ່ດູ

__________________
Anonymous

Date:

ຂ້ອຍເຫັນດີນຳ ທ່ານທິ່ເວົ້າມາຂ້າງເທີງນີ້  ສ່ວນຫລາຍຄົາລາວ ປະຈຸບັນນີ້ ໄດ້ເຫັນການເສີມສາ້ງພັດທະນາໃນລາວ ນັບມື້ນັບຫລາຍຂື້ນ ກະເລີຍຄິດວ່າ ປະເທດລາວຈະເລີນຂື້ນຢາ່ງວອ້ງໄວ  ທີ່ຈິງແລ້ວ ຂິ້ແມວເຕັມກະດົ້ງ 
1. ລັດຖະບານລາວຕິດໜີ້ທະນາຄານໂລກ ແລະໜີ້ປະເທດອື່ນໆ ເທົ່າໃດ ໂດລາສະຫະລັດ ໜີ້ໂຕນີ້ ລູກ ຫລານ ເຫລັ້ນ ຫລອດ ເຮົາໄຊ້ຄືນກໍ່ບໍ່ໝົດ
2. ໂຮງແຮມ ຮ້ານຄ້າໃນລາວ ແມ່ນຂອງຕ່າງປະເທດໝົດ ຄົນລາວມີແຕ່ເປັນຂ້ອຍເຮັດວຽກໃຫ້ເຂົາ
3, ຊັບພະກອນໃນລາວອຸດົມສົມບຸນ ແຕ່ດຽວນິ້ຕ່າງປະເທດກຳລັງຄຸດຄົ້ນເອົາໄປ ແຂ່ງຂັນກັນຕັດໄມ້ທຳລາຍປ່າຢ່າງເປັນສະນັ່ນ ອີກບໍ່ດົນຫ້ວຍນ້ຳລຳຄອງກະຊິແຫ້ງລົງ
4, ແລະອື່ນໆ ອີກຕັ້ງລ້ອຍຕັ້ງພັນ  ຄົນລາວສວ່ນຫລາຍກໍ່ຮູ້ດີ ແຕ່ເຮັດຫຍັງບໍ່ໄດ້



__________________
Anonymous

Date:

Anonymous wrote:

DSC_0296_Large.jpg

If this building is being use for the same purpose as the white house in Washington DC it can maybe a source of investment to repay back the loan for this building.
Would it be a good idea?
I wonder how much the White House earned from their tourist per day?

[video=http://www.imdb.com/video/cbs/vi1438057241/]












Sorry about the technical problem I'll try it again one more time and hope it works.

[video=http://www.imdb.com/video/cbs/vi1438057241/]

 



__________________
Anonymous

Date:







__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard