Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ໂຄງການຊາວໜຸ່ມເດີນທະເລ ບໍ່ມີຮູບປະທໍາ
Anonymous

Date:
ໂຄງການຊາວໜຸ່ມເດີນທະເລ ບໍ່ມີຮູບປະທໍາ


ລາຍການລົມເລື້ອງຂ່າວ ກ່າວວ່າ
ໂຄງການຊາວໜຸ່ມເດີນທະເລ ແມ່ນໂຄງການທີ່ບໍ່ຄອຍເປັນຮູບປະທໍາ
ເພາະຫຼັງຈາກຈົບໂຄງການມາ ບໍ່ມີການລາຍງານຜົນໄດ້ຮັບ ຈາກການເຂົ້າຮ່ວມ

ຜູ້ເຂົ້າຮ່ວມຍາມໄດກໍ່ບອກວ່າ ມ່ວນ ໄດ້ປະສົບການ ແຕ່ບໍ່ມີການລາຍງານເປັນຕົວລັກອັກສອນ ຫຼືເຜີຍແພ່ໃຫ້ຄົນທີ່ບໍ່ໄດ້ເຂົ້າຮ່ວມຟັງ

ຄົນເຂົ້າຮ່ວມ ເກືອບທັງໝົດແມ່ນຄົນມາຈາກນະຄອນຫຼວງ ຄວນຈະເປີດໂອກາດ ໃຫຕົວແທນ ຈາກທຸກໆແຂວງໄດ້ເຂົ້າຮ່ວມ

ທ່ານຄິດວ່າແນວໃດ


__________________
Anonymous

Date:

ເຫັນດີ!  ເບິ່ງຄືວ່າເປັນໂຄງການ ຊວນກັນໄປຫຼິ້ນພໍແຕ່ໄດ້ເບິ່ງບ້ານເິ່ງເມືອງເພິ່ນຊື່ໆ  ຄົນຕ່າງແຂວງບໍ່ມີໂອກາດ ເພາະເພິ່ນບໍ່ໄດ້ຮັບຂໍ້ມູນ   ມີແຕ່ເປີດຢູ່ນະຄອນຫຼວງ. ຖ້າວ່າຄົນຕ່າງແຂວງຮູ້ກະຄືຊິບໍ່ມີໂອກາດ ເພາະອັນຜູ້ຊິໄປຫັ້ນເພິ່ນເຮັດເອກະສານ ຫຼື Passport ໄວ້ໝົດແລ້ວ   ເຮົາຜູ້ບໍ່ຮູ້ວົງໃນຄືເຂົາຢ່າຄິດໃຫ້ມັນເມື່ອຍ  ແໜງເອົາເວລາໄປສຶກສາເອົາທຶນໄປຮຽນປະເທດ ອົສຕາລີ່ ຫຼື ຍີ່ປຸ່ນຊິດີກວ່າ ເພາະເພິ່ນວັດແທກເອົາຕາມຄວາມສາມາດແທ້ໆ  ເພິ່ນໂກງບໍໄດ້ ເພາະວ່າບໍ່ແມ່ນຄົນລາວກວດ ຮຶ ຮຶ ຍາກຢູ່ເພິ່ນບໍມີທາງກິນເນາະ   ສົມນ້ຳໜ້າເພິ່ນແນ່.   ຄັນທຶນໃດຕ່າງປະເທດຊ່ວຍເຫຼືອລ້າ ແພິ່ນມອບໃຫ້ຄົນລາວຄຸມເອງນັ້ນ ເພິ່ນໄດ້ຮັບມາແລ້ວ  ຖ້າເອົາແຕ່ລູກຫຼານເພິ່ນໄປ  ຖ້າລູກຫຼານເພິ່ນໄປໝົດແລ້ວ ເພິ່ນກະກຶງທຶນໄວ້ ລໍຖ້າໃຫ້ຄົນໄປຊື້ທຶນດັ່ງກ່າວ  ຄັນບໍ່ມີໃຜຊື້ກະຖິ້ມໄປຊື່ໆ ທ່ານຮູ້ບໍ່ວ່າ ແຕ່ລະປີຖິ້ມທຶນໄປລ້າໆ ຈັກທຶນ ຍ້ອນບໍມີໃຜໄປຊື້  ຖ້າບໍ່ມີໃຜຊື້ແລ້ວ ເພິ່ນຈິ່ງປະກາດ   ຍັງສອງມື້ກະໝົດເວລາ ຊິໄປປະກາດຫາສະແຕກອີ່ຫຍັງ  ແມ່ນບໍ່?

__________________
Anonymous

Date:

ສະບາຍດີບັນດາທ່ານທີ່ເຂົ້າມາອ່ານກະທູ້ນີ້, ອັນເລື່ອງທີ່ຜູ້ຕັ້ງກະທູ້ຕັ້ງຂຶ້ນມານັ້ນອາດຈະເອົາມາຈາກລາຍການວິທະຍຸ ທີ່ບາງຄັ້ງຂໍ້ມູນກະມີການຜິດພາດ. ເປັນຫຍັງຈຶ່ງເວົ້າແນວນັ້ນ ເພາະວ່າ ຂ້າພະເຈົ້າເອງ ເປັນຜູ້ໜຶ່ງທີ່ເຄີຍໄດ້ເຂົ້າຮ່ວມໃນໂຄງການດັ່ງກ່າວນີ້ໃນປີ 2006 ຍອມຮັບວ່າ ໂຄງການນີ້ເປັນໂຄງການທີ່ດີແລະ ເປັນໂຄງການທີ່ເປີດໂອກາດໃຫ້ຄົນທຸກຊັ້ນຄົນ. ເປັນຫຍັງຈຶ່ງເວົ້າແນວນັ້ນ ເພາະຂ້າພະເຈົ້າເອງກະເປັນຄົນທຳມະດາສາມັນພໍ່ແມ່ກະເປັນພະນັກງານລັດ ແລະ ຂີ່ລົດຈັກໄປການ ແລະ ເພື່ອນທີ່ໄປລຸ້ນດຽວກັນກະມີຫຼາຍຄົນທີ່ຂີ່ລົດຈັກຈີນໄປຊ້ອມການສະແດງ ແຕ່ກະປະສະຈາກບໍ່ໄດ້ທີ່ຈະມີລູກຄົນທີ່ມີຖານະ, ຕຳແໜ່ງໃຫຍ່ໄດ້ເຂົ້າຮ່ວມໂຄງການນຳແຕ່ວ່າຄົນເລົ່ານັ້ນລ້ວນແລ້ວແຕ່ແມ່ນຜູ້ທີ່ມີຄວາມຮູ້ຄວາມສາມາດ ແລະ ສາມາດສ້າງຊື່ສຽງໃຫ້ກັບປະເທດເຮົາໄດ້ຢ່າງບໍ່ນ້ອຍໜ້າປະເທດໃດໆໃນອາຊຽນເຊິ່ງມັນສະແດງອອກຈາກການໃຫ້ຄະແນນຂອງບັນດາປະເທດທີ່ເຂົ້າຮ່ວມເຊິ່ງລາວເຮົາກໍ່ສາມາດຍາດເອົາອັນດັບ 1 ມາໄດ້ 2 ປີຕິດຕໍ່ກັນ. ອີກຢ່າງໜຶ່ງເວລາກັບມາສະມາຊິກ
ຊາວໜຸ່ມເດີນທະເລທຸກຄົນຕ້ອງໄດ້ຂຽນບົດລາຍງານຕໍ່ສູນກາງຊາວໜຸ່ມເປັນລາຍລັກອັກສອນຢູ່ແລ້ວ. ນອກນັ້ນຫົວໜ້າຄະນະເອງກໍ່ຍັງໄດ້ຕາງໜ້າໃຫ້ສະມາຊິກທຸກຄົນຂຽນບົດລາຍ
ງານໃຫ້ລັດຖະບານຕື່ມອີກ. ສ່ວນວ່າການສອບເສັງເພື່ອຄັດເລືອກນັ້ນແມ່ນເພິ່ນເປີດໂອກາດໃຫ້ໝົດທຸກຄົນໂດຍມີການປະກາດທາງໜັງສືພິມຄັກແນ່ ພິເສດປີນີ້ຍັງໄດ້ມີການສອບເສັງຄັດເລືອກຕົວແທນຈາກພາກເໜືອ ແລະ ພາກໃຕ້ຕື່ມອີກ. ສ່ວນລາຍລະອຽດຂອງການຄັດເລືອກແມ່ນສາມາດເບິ່ງໄດ້ຈາກ
ເວບໄຊ http://www.laosaa.org/. ທ້າຍນີ້ ຖ້າຄຳເວົ້າທີ່ຂ້າພະເຈົ້າເວົ້າໄປຫາກຜິດພາດປະການໃດກະຍິນດີຮັບຟັງຄຳແນະນຳ

__________________
Anonymous

Date:

ໂຄງການີ້ ຜູ້ເສັງໄດ້ເສັງບໍ່ໄດ້ ແມ່ນເພິ່ນເອົາຫຍັງເປັນໂຕວັດ
ເພາະໝູ່ຂ້ອຍຫຼາຍຄົນ ພາສາອັງກິດ ງູໆປາປາ ແຕ່ພໍ່ແມ່ລວຍແນ່ ພັດໄດ້ໄປ no


__________________
ຄົນຫວັງດີ

Date:

ຂອບໃຈສຳລັບທ່ານທີ່ໄດ້ ມີໂອກາດ ໃນປີ2006 ອອກມາຊີ້ແຈງຂໍ້ມູນທີ່ດີໆ, ແຕ່ຢາກຖາມທ່ານຕື່ມວ່າ ໝາກຜົນທີ່ໄດ້ຈາກການໄປໃນຄັ້ງນັ້ນ ທ່ານ ແລະສັງຄົມລາວໄດ້ຫຍັງແດ່?

__________________
Anonymous

Date:

ເຖິງບັນດາທ່ານຜູ້ທີ່ສົນໃຈກ່ຽວກັບໂຄງການຊາວໜຸ່ມ ເດີນທະເລ ອາຊຽນໍ+ຍິປຸ່ນ ຜົນປະໂຫຍດຫຼັກໆ ທີ່ປະເທດຊາດເຮົາຈະໄດ້ຮັບກໍ່ຄື: ການສະແດງບົດບາດ ແລະ ຄວາມສາມາດຂອງຊາວໜຸ່ມລາວໃຫ້ບັນດາປະ
ເພື່ອນມິດໄດ້ຮັບຮູ້, ເພື່ອເປັນການເຜີຍແຜ່ວັດທະນະທຳ ຮີດຄອງປະເພນີ ທັງເປັນການໂຄສະນາ ແຫຼ່ງທ່ອງ
ທ່ຽວຂອງປະເທດເຮົາ. ໃນຍຸກແຫ່ງການແຂ່ງຂັນຂອງໂລກປະຈຸບັນ ໜຶ່ງໃນກິດຈະກຳທີ່ສຳຄັນຂອງໂຄງການນີ້
ກໍຄື ຫົວຂໍ້ຂອງການສົນທະນາ ເຊິ່ງມີທັງໝົດ 8 ຫົວຂໍ້ ແລະ ໃນແຕ່ລະກຸ່ມສົນທະນາຈະໄດ້ມີການຄັດເລືອກຫົວໜ້າ
ກຸ່ມໂດຍການລົງຄະແນນສຽງຈາກບັນດາປະເທດສະມາຊິກໃນກຸ່ມນັ້ນໆ ເຊິ່ງໃນແຕ່ລະປີກໍ່ມີຊາວໜຸ່ມລາວຂອງພວກເຮົາ
ແມ່ນສາມາດຍາດໄດ້ຕຳແໜ່ງຫົວໜ້າກຸ່ມ. ມັນສະແດງໃຫ້ເຫັນການຍອມຮັບຄວາມສາມາດຂອງຊາວໜຸ່ມລາວ
ຈາກຊາວໜຸ່ມປະເທດສະມາຊິກຈາກຈຸດນີ້ເຮັດໃຫ້ປະເທດລາວຂອງພວກເຮົາເປັນທີ່ຮູ້ຈັກດີຂຶ້ນ. ສ່ວນຜົນປະໂຫຍດຕໍ່ສ່ວນຕົວຂອງຂ້າພະເຈົ້າ 1. ບໍ່ມີໃຜຈະປະຕິເສດໄດ້ວ່າໄດ້ມີໂອກາດໄປທ່ຽວປະເທດຕ່າງໆ ກັບເຮືອທ່ອງທ່ຽວລະດັບ5ດາວ. 2. ໄດ້ຝຶກ ແລະ ໃຊ້ພາສາອັງກິດຢ່າງຈິງຈັງ(ກ່ອນໄປ ແລະ ຫຼັງຈາກກັບມາພາສາອັງກິດພັດທະນາຂຶ້ນຫຼາຍ). 3. ໄດ້ຮຽນຮູ້ການໃຊ້ຊີວິດກັບຄົນທີ່ມາຈາກຕ່າງເຊື້ອຊາດ, ສາດສະໜາ ແລະ ວັດທະນະທຳ. 4. ໄດ້ຮຽນຮູ້ການເຮັດວຽກເປັນທີມ ຢ່າງມີແບບແຜນ ພ້ອມທັງຄວາມກ້າຫານໃນການສະແດງອອກ.
5. ອະດີດຊາວໜຸ່ມເດີນທະເລສ່ວນຫຼາຍຫຼັງຈາກທີ່ເຂົ້າຮ່ວມໂຄງການກໍ່ສາມາດເສັງເອົາທຶນໄປຮຽນຕໍ່ຕ່າງປະເທດໄດ້, ເຮັດວຽກນຳອົງການຈັດຕັ້ງສາກົນ ແລະ ລັດຈຳນວນໜຶ່ງ(ເຊື່ອວ່າຜົນສຳເລັດດັ່ງກ່າວສ່ວນໜຶ່ງແມ່ນໄດ້ມາຈາກປະສົບການໃນການເຂົ້າຮ່ວມໂຄງການດັ່ງກ່າວນີ້)


__________________
Anonymous

Date:

ຂອບໃຈສຳລັບທ່ານທີ່ໃຫ້ຂໍ້ມູນກ່ຽວກັບໂຄງການໄວໜຸ່ມເດີນທະເລ, ທ່ານເປັນຄົນໃຈກ້ວາງ  ຂໍຊົມເຊີຍ!!!  ຂ້າພະເຈົ້າເປັນນັກສຶກສາລາວທີ່ກຳລັງສຶກສາຢູ່ປະເທດອັງກິດ. ເຫັນວ່າພວກທ່ານທີ່ເຂົ້າຮ່ວມໂຄງການແບບນີ້ແລ້ວດີໃຈແທນ. ໃນທັດສະນະສ່ວນຕົວແລ້ວ ເປັນເວທີລະດັບກາງໃຫ້ໄວໜຸ່ງໄດ້ສະແດງຄວາມເປັນລາວ, ແລະ Spirit ອອກມາຢ່າງເຕັມທີ່    ແຕ່ຕ້ອງເປີດໂອກາດໃຫ້ຄົນທີ່ດ້ອຍໂອກາດກວ່າໄດ້ໂຊແນ່   ດີໃຈຫຼາຍທີ່ຊີ້ແຈງວ່າ  ໂຄງການນີ້  Fair ສຳລັບທຸກຄົນ  ຫວັງວ່າຄືຊິແມ່ນຄວາມຈິງເນາະ!!!!

__________________
Anonymous

Date:

Dear All
Sorry... I did not install Lao font to my computer yet. So, I will reply in English. I joined the program last year. I would not say that all the participating youths got the scholarship by themselves. However, even though they did not pass the exam by themselves, but they also have their own talents. We also have the criteria when we do the test. Many countries like Singapore, Malaysia, Vietnam or even Thailand, some of their youths who joined the program, they also did not pass the exam by themselves. They also supported by government or other organizations. For after program, all member countries must have the national plan we call POST PROGRAM SESSION, means every country must set the plan(s) to conduct after the program. For Lao contingent in 2008, we had 3 plans:
A. Establish of SSEAYP Alumni of Laos because only Laos and Myanmar did not have the alumni yet. So, we established in February and did the Official grand opening in August 2009 ( Mission completed ).
B. Spread the scholarship to other provinces year by year. So, in 2009 we conducted the exam in Luang Phabang ( 1 youth to join in 2009) and in Pakse (3 youths to join in 2009). Then, we will try to conduct the exam in more provinces in future. ( Mission completed ).
C. Laos Goes Green, planting trees ( Mission failed ) because we did not recieved the permission from the related organisations and government cannot support us the sapplings and venue to grow. However, on June 1st, all of 2008 members planted trees at their home to help our environment.

On the other hand, the purposes of the pregram is Society contribution. Therefore, many ex-participating youths (EX-PYs) of this program also joined the social activities: Painted the school in Champasack, Vientiane, Savannakhet, 2007 batch served the Greatest Mekong Summit in Vientiane, many EX-PYs will serve for SEAGAMES, 2008 batch volunteered to help the flooding zone in Vientiane capital and other activities to conduct in the future. Moreover, overall evaluations, batch 2008 standed the FIRST place for the first time of Lao PY among the 11 countries joined the pregram since Laos joined in 1998. The reason why we afforded to be first because of the contingent solidarity and our Lao smoothly manner that attracted other people.
This can show the ability of Lao Youths. The test for this program will take place in Mid of April or May every year. We need the strengt, creative, self-confident youths to join. Any information, please follow at LAOSAA.ORG

__________________
May

Date:

For those people who haven't gotten a chance to join this program, Please do not say anything bad and negative to the high ranking official who are taking the high responsibility to do the election progress. 

Words by words is not be relied on. If you want to know what is inside the bamboo, you have to be brave then experience it. 

I am the one who used to join this program in year 2009, I felt that I am the luckiest one who could join this elegant program such The ship for Southeast Asian Youth Program which was sponsored by the government of Japan. There are a thousand youths who want to be selected to be Lao representative year by year, therefore they must be competitiveness for sure. 

SSEAYP is the best program than ever. Please do not hesitate if you want to know that being Laotian is more value than you used to think.

 

 

May-LPY 09.

cheers!



__________________
Observer

Date:

Money come first



__________________
Anonymous

Date:

kwon doi o kard souan laiy ja bor mee koam sa math . kwon t pai khong kan ny soan laiy ja mee tae pou keng2 tao nan . kon lao touk kwon dai o kad mod. kor tod der pim lao bor dai . koiy pai ma leo .



__________________


Member

Status: Offline
Posts: 13
Date:

Anonymous wrote:

ເຫັນດີ!  ເບິ່ງຄືວ່າເປັນໂຄງການ ຊວນກັນໄປຫຼິ້ນພໍແຕ່ໄດ້ເບິ່ງບ້ານເິ່ງເມືອງເພິ່ນຊື່ໆ  ຄົນຕ່າງແຂວງບໍ່ມີໂອກາດ ເພາະເພິ່ນບໍ່ໄດ້ຮັບຂໍ້ມູນ   ມີແຕ່ເປີດຢູ່ນະຄອນຫຼວງ. ຖ້າວ່າຄົນຕ່າງແຂວງຮູ້ກະຄືຊິບໍ່ມີໂອກາດ ເພາະອັນຜູ້ຊິໄປຫັ້ນເພິ່ນເຮັດເອກະສານ ຫຼື Passport ໄວ້ໝົດແລ້ວ   ເຮົາຜູ້ບໍ່ຮູ້ວົງໃນຄືເຂົາຢ່າຄິດໃຫ້ມັນເມື່ອຍ  ແໜງເອົາເວລາໄປສຶກສາເອົາທຶນໄປຮຽນປະເທດ ອົສຕາລີ່ ຫຼື ຍີ່ປຸ່ນຊິດີກວ່າ ເພາະເພິ່ນວັດແທກເອົາຕາມຄວາມສາມາດແທ້ໆ  ເພິ່ນໂກງບໍໄດ້ ເພາະວ່າບໍ່ແມ່ນຄົນລາວກວດ ຮຶ ຮຶ ຍາກຢູ່ເພິ່ນບໍມີທາງກິນເນາະ   ສົມນ້ຳໜ້າເພິ່ນແນ່.   ຄັນທຶນໃດຕ່າງປະເທດຊ່ວຍເຫຼືອລ້າ ແພິ່ນມອບໃຫ້ຄົນລາວຄຸມເອງນັ້ນ ເພິ່ນໄດ້ຮັບມາແລ້ວ  ຖ້າເອົາແຕ່ລູກຫຼານເພິ່ນໄປ  ຖ້າລູກຫຼານເພິ່ນໄປໝົດແລ້ວ ເພິ່ນກະກຶງທຶນໄວ້ ລໍຖ້າໃຫ້ຄົນໄປຊື້ທຶນດັ່ງກ່າວ  ຄັນບໍ່ມີໃຜຊື້ກະຖິ້ມໄປຊື່ໆ ທ່ານຮູ້ບໍ່ວ່າ ແຕ່ລະປີຖິ້ມທຶນໄປລ້າໆ ຈັກທຶນ ຍ້ອນບໍມີໃຜໄປຊື້  ຖ້າບໍ່ມີໃຜຊື້ແລ້ວ ເພິ່ນຈິ່ງປະກາດ   ຍັງສອງມື້ກະໝົດເວລາ ຊິໄປປະກາດຫາສະແຕກອີ່ຫຍັງ  ແມ່ນບໍ່?


ແມ່ນໆ ຊັ້ນ ແຫຼະ ນິໄສ ມັນເປັນລະບົບເນົ່າໆ ບໍ່ອາຍຕ່າງປະເທດ


__________________


Senior Member

Status: Offline
Posts: 269
Date:

ຂພຈ ວ່າທາງສູນກາງຊາວໜຸ່ມນ່າຈະມີວຶທີຄັດເລືອກຄົນ ແລະແຈ້ງໃຫ້ແຕ່ລະແຂວງຮູ້ກ່ອນຈັກ 1 ເດືອນ ເອົາຊາວໜຸ່ມທີ່ຫ້າວຫັນແທ້ໆໃນແຕ່ລະແຂວງໄປ ເພື່ອເປັນການຊຸກຍູ້ຂະບວນການຊາວໜຸ່ມ ໃຫ້ມີແນວດຶງດູດເຂົາເຈົ້າໃຫ້ມີຄວາມຫ້າວຫັນໃນວຽກງານຊາວໜຸ່ມ ຖ້າເຮັດໄດ້ແບບນີ້ ນ່າຈະດີ ຊາວໜຸ່ມເກເລ ກິນເຫຼົ້າເມົາຢາກໍ່ຈະໜ້ອຍລົງ ເຫັນດີບໍ່ທຸກຄົນ no ຖ້າໃຜມີກ້ອງຖ່າຍຮູບກໍ່ຖ່າຍເອົາມາລົງ youtube ໃຫ້ຜູ້ອື່ນໄດ້ເຫັນນຳ ແນ່ນອນແລ້ວຜູ້ໄດ້ໄປເຂົາກໍ່ມ່ວນກັນທຸກຄົນ ແຕ່ຜົນໄດ້ຄືຂະບວນການ ຖ້າເອົາລູກເຈົ້າລູກນາຍໄປກໍ່ໃຫ້ເປັນຜູ້ຫ້າວຫັນກໍ່ພໍ ຄົນລາວດ້ວຍກັນບໍ່ຕ້ອງອິດສາກັນ



__________________
Anonymous

Date:

ph ka perd hub sa mak louang na pen deaun poun dai . ka yon pouak jao bor hu , bor tid tam jang c lae pouak jao koiy bor me o kat dai pai nam ph jak tua . koi ka louk pa nak ngan lat koi ka y dai pai , bor dai sue jang phai jak d , lae ek yang pou t pai ka mee tae pou keng2 tae , tha puak jao dai pai pouak jao hak ja hu eng wa bor ngaiy yang t kit .



__________________
Anonymous

Date:

samurai wrote:
Anonymous wrote:

ເຫັນດີ!  ເບິ່ງຄືວ່າເປັນໂຄງການ ຊວນກັນໄປຫຼິ້ນພໍແຕ່ໄດ້ເບິ່ງບ້ານເິ່ງເມືອງເພິ່ນຊື່ໆ  ຄົນຕ່າງແຂວງບໍ່ມີໂອກາດ ເພາະເພິ່ນບໍ່ໄດ້ຮັບຂໍ້ມູນ   ມີແຕ່ເປີດຢູ່ນະຄອນຫຼວງ. ຖ້າວ່າຄົນຕ່າງແຂວງຮູ້ກະຄືຊິບໍ່ມີໂອກາດ ເພາະອັນຜູ້ຊິໄປຫັ້ນເພິ່ນເຮັດເອກະສານ ຫຼື Passport ໄວ້ໝົດແລ້ວ   ເຮົາຜູ້ບໍ່ຮູ້ວົງໃນຄືເຂົາຢ່າຄິດໃຫ້ມັນເມື່ອຍ  ແໜງເອົາເວລາໄປສຶກສາເອົາທຶນໄປຮຽນປະເທດ ອົສຕາລີ່ ຫຼື ຍີ່ປຸ່ນຊິດີກວ່າ ເພາະເພິ່ນວັດແທກເອົາຕາມຄວາມສາມາດແທ້ໆ  ເພິ່ນໂກງບໍໄດ້ ເພາະວ່າບໍ່ແມ່ນຄົນລາວກວດ ຮຶ ຮຶ ຍາກຢູ່ເພິ່ນບໍມີທາງກິນເນາະ   ສົມນ້ຳໜ້າເພິ່ນແນ່.   ຄັນທຶນໃດຕ່າງປະເທດຊ່ວຍເຫຼືອລ້າ ແພິ່ນມອບໃຫ້ຄົນລາວຄຸມເອງນັ້ນ ເພິ່ນໄດ້ຮັບມາແລ້ວ  ຖ້າເອົາແຕ່ລູກຫຼານເພິ່ນໄປ  ຖ້າລູກຫຼານເພິ່ນໄປໝົດແລ້ວ ເພິ່ນກະກຶງທຶນໄວ້ ລໍຖ້າໃຫ້ຄົນໄປຊື້ທຶນດັ່ງກ່າວ  ຄັນບໍ່ມີໃຜຊື້ກະຖິ້ມໄປຊື່ໆ ທ່ານຮູ້ບໍ່ວ່າ ແຕ່ລະປີຖິ້ມທຶນໄປລ້າໆ ຈັກທຶນ ຍ້ອນບໍມີໃຜໄປຊື້  ຖ້າບໍ່ມີໃຜຊື້ແລ້ວ ເພິ່ນຈິ່ງປະກາດ   ຍັງສອງມື້ກະໝົດເວລາ ຊິໄປປະກາດຫາສະແຕກອີ່ຫຍັງ  ແມ່ນບໍ່?


ແມ່ນໆ ຊັ້ນ ແຫຼະ ນິໄສ ມັນເປັນລະບົບເນົ່າໆ ບໍ່ອາຍຕ່າງປະເທດ

 koi ka pen pou 1 t dai pai korng kan ny ma leo , t jao wao wa tang koueang bor hu bor pen kouam jing lery , tang soun kang ph ka jeng pai tae la koueang , park nouea louanprabang pen soun kang , park kang vientian , park tai man champasak . an t jao wao wa pai sue tuen ni bor mee nae non , kon ja dai pai ny man bor ngai yang t jao kit wai dr , pou t pai tae la kown ka man pou t hao han tae2 , bor mak vao hai phai , p t pouak koi pai ka dai t 3 kub ma jak 11 pa ted . tha jao bor mee kor mon ka ya sou aow ma wao loi2 .



__________________
Anonymous

Date:

sisouk wrote:

ຂພຈ ວ່າທາງສູນກາງຊາວໜຸ່ມນ່າຈະມີວຶທີຄັດເລືອກຄົນ ແລະແຈ້ງໃຫ້ແຕ່ລະແຂວງຮູ້ກ່ອນຈັກ 1 ເດືອນ ເອົາຊາວໜຸ່ມທີ່ຫ້າວຫັນແທ້ໆໃນແຕ່ລະແຂວງໄປ ເພື່ອເປັນການຊຸກຍູ້ຂະບວນການຊາວໜຸ່ມ ໃຫ້ມີແນວດຶງດູດເຂົາເຈົ້າໃຫ້ມີຄວາມຫ້າວຫັນໃນວຽກງານຊາວໜຸ່ມ ຖ້າເຮັດໄດ້ແບບນີ້ ນ່າຈະດີ ຊາວໜຸ່ມເກເລ ກິນເຫຼົ້າເມົາຢາກໍ່ຈະໜ້ອຍລົງ ເຫັນດີບໍ່ທຸກຄົນ no ຖ້າໃຜມີກ້ອງຖ່າຍຮູບກໍ່ຖ່າຍເອົາມາລົງ youtube ໃຫ້ຜູ້ອື່ນໄດ້ເຫັນນຳ ແນ່ນອນແລ້ວຜູ້ໄດ້ໄປເຂົາກໍ່ມ່ວນກັນທຸກຄົນ ແຕ່ຜົນໄດ້ຄືຂະບວນການ ຖ້າເອົາລູກເຈົ້າລູກນາຍໄປກໍ່ໃຫ້ເປັນຜູ້ຫ້າວຫັນກໍ່ພໍ ຄົນລາວດ້ວຍກັນບໍ່ຕ້ອງອິດສາກັນ


 vdo tem liey u nai youtube . pai bg aow der " SSEAYP "



__________________
Anonymous

Date:

Observer wrote:

Money come first


 touek tong . this programe dosen't have sponsor . every one must paid by themselves .



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard