Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລາວໂທລະຄົມ ບໍລິການ bad
Anonymous

Date:
ລາວໂທລະຄົມ ບໍລິການ bad




    ລູກຄ້າລາວໂທລະຄົມເຫນືອເຖິງໃຕ້ໂວຍໂທລະສັບມືຖືໃຊ້ບໍ່ໄດ້ຫລາຍຊົ່ວໂມງ ໃນວັນທີ 24 ກັນຍາເຮັດໃຫ້ເກີດຄວາມບໍ່ພໍໃຈ ແລະ ຮຽກ ຮ້ອງໃຫ້ບໍລິສັດອອກມາສະແດງຄວາມຮັບຜິດຊອບຕໍ່ເຫດການດັ່ງກ່າວ; ຂະນະທີ່ພະນັກງານທ່ານຫນຶ່ງ(ບໍ່ປະສົງອອກນາມ) ໃນອົງການໄປສະ ນີ ແລະໂທລະຄົມມະນາຄົມແຫ່ງຊາດກ່າວເຫດການດັ່ງກ່າວເກີດຈາກຄວາມຂັດຂ້ອງດ້ານເຕັກນິກ. ຢ່າງໃດກໍ່ຕາມ ໃນຕອນແລງຂອງວັນດຽວ ກັນລາວໂທລະຄົມ ໄດ້ອອກແຈ້ງການສະແດງຄວາມຂໍອະໄພໃນຄວາມບໍ່ສະດວກ ດັ່ງກ່າວ ຍ້ອນເຫດຜົນການປັບປຸງຄຸນນະພາບຂອງລະບົບ ເຄືອຂ່າຍ.


   ຮຸ່ງເຊົ້າຂອງວັນທີ 24 ກັນຍາ 2009 ບັນດາລູກຄ້າລາວໂທລະຄົມໃນຂອບເຂດທົ່ວປະເທດຕ່າງສົນລະວົນເມື່ອໂທລະສັບມືຖືບໍ່ສາມາດໃຊ້ ໄດ້ໂດຍບໍ່ຮູ້ສາເຫດ ແລະ ບໍ່ມີການແຈ້ງລ່ວງຫນ້າ ຢ່າງໃດກໍ່ຕາມ ພະນັກງານທ່ານຫນຶ່ງໃນອົງການໄປສະນີ ແລະ ໂທລະຄົມມະນາຄົມແຫ່ງ ຊາດກ່າວຕໍ່ຫນັງສືພິມພວກເຮົາວ່າ ໄດ້ຮັບແຈ້ງການຂັດຂ້ອງຂອງລະບົບໂທລະສັບມືຖືຈາກລາວໂທລະຄົມ ເຊິ່ງເກີດຈາກການຂັດຂ້ອງທາງ ດ້ານເຕັກນິກນັບ ແຕ່ເວລາ 3 ໂມງເຊົ້າຂອງວັນທີ 24 ກັນຍາ.


   ຂະນະທີ່ຕອນແລງຂອງວັນດຽວກັນ ລັດວິສາຫະກິດປະສົມລາວໂທລະຄົມ (ລາວໂທລະຄົມ) ໄດ້ອອກແຈ້ງການຂໍອະໄພໃນຄວາມບໍ່ ສະດວກເຖິງບັນດາລູກຄ້າຜູ້ໃຊ້ມືຖືຂອງລາວໂທລະຄົມ ໃນວັນທີ 24 ກັນຍາ 2009 ເນື່ອງຈາກລາວໂທລະຄົມໄດ້ທຳການປັບປຸງຍົກລະ ດັບຄຸນນະພາບລະບົບເຄືອຂ່າຍ, ຕິດຕັ້ງອຸປະກອນສູນກາງ ແລະຂະຫຍາຍສະຖານີຮັບ-ສົ່ງສັນຍານເພື່ອເພີ່ມຄວາມສາມາດໃຫ້ຮອງຮັບ ໃນການຊົມໃຊ້ຂອງລູກຄ້າທີ່ນັບມື້ນັບສູງຂຶ້ນເລື້ອຍໆ ເຊິ່ງໃນໄລຍະຂອງການດຳເນີນວຽກງານດັ່ງກ່າວອາດເປັນສາເຫດພາໃຫ້ເກີດຄວາມ ບໍ່ສະດວກໃນການຊົມໃຊ້ໂທລະສັບມືຖືເທົ່າທີ່ຄວນ ໂດຍສະເພາະໃນບາງພື້ນທີ່ ແລະ ບາງໄລຍະເວລາ.




__________________
Anonymous

Date:

ໃຊ້ບໍ່ຫລາຍຊົ່ວໂມງແບບນີ້ເພິ່ນອາດຈະມີນະໂຍບາຍຊົດເຊີຍຄ່າເສັຍຫາຍຢູ່ຕິເບາະ?

__________________
Anonymous

Date:

they charge too high...

home phone too, even i didnt call but they still charge 15000


__________________
Anonymous

Date:

ເພາະລາວໂທລະຄົມເປັນຂອງນັກລົງທຶນໄທ..ກ່ອນຫນ້າທີ່ບໍ່ມີທິໂກ ບໍລິການຫຍັງກະບໍ່ມີ ແມ້ກະທັ້ງເອສເອັມເອສ ອີຫຍັງກະບັກແພງຯ ບໍລິການກະບໍ່ດີ..ເຮັດຕົວເປັນຜູ້ບໍລິການລາຍໃຫຍ່ແຕ່ຜູ້ດຽວ ຕັ້ງລາຄາແພງ ບໍ່ສົນໃຈລູກຄ້າຄົວເຮືອນ ແລະ ຂະຫນາດນ້ອຍ

__________________
Anonymous

Date:

maen leo, mun bor li karn internet ka bad bad.

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard