Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: Pha Som Pha Sa
Lao Tang Daen

Date:
Pha Som Pha Sa


ພາສົມພາສາ ກ່ຽວກັບການເວົ້າຈາປາໄສ ໃຜໆກໍຄຶດວ່າ
ຕົນເອງເວົ້າຖືກ, ແຕ່ມັນບໍ່ເປັນດັ່ງນັ້ນ, ຕາມທີ່ຂ້າພະ
ເຈົ້າສັງເກດກ່ຽວກັບຄົນລາວ ຖ້າຫາກວ່າມີຄົນລາວ
99ຄົນ ກັບຄົນໄທ 1ຄົນ ແລ້ວ 99ຄົນຈະມາເວົ້າເປັນ
ສຽງໄທໝົດ, ຂ້າພະເຈົ້າກໍບໍ່ພ້ອມ ທີ່ຄົນລາວມັກນິຍົມ
ພາສາຊາດອື່ນຫລາຍກວ່າພາສາຂອງຂອງຕົນເອງ
ແຕ່ອາເລັກແຊນດຣາ ລາວເວົ້າຢູ່ໃນສອງຊາດສອງພາ
ສາ ເພື່ອໃຫ້ທັງສອງເຂົ້າໃຈໃນການເວົ້າການຟັງ ຖ້າລາວ
ຈະເວົ້າພາສາລາວລ້ວນໆ ກໍຄືກັນກັບເປົ່າປີ່ໃສ່ຫູຄວາຍ.
ເພາະວ່າລາວເຮົາເປັນຄົນສະຫລາດຢູ່ແລ້ວ ຟັງເພງໄທ
ໄດ້ ອ່ານຫນັງສືໄທໄດ້ ຂຽນພາສາໄທໄດ້ ອ່ານປຶ້ມນິຍາຍ
ໄທໄດ້ແຕ່ພວກເຮົາບໍ່ໄດ້ເຂົ້າໂຮງຮຽນພາສາໄທ
ໄທຟັງເຮົາເວົ້າເຂົາບໍ່ເຂົ້າໃຈໝົດ ແຕ່ພວກເຮົາເຂົ້າໃຈ
ໄທເວົ້າໃນທຸກຄຳ.


__________________
Anonymous

Date:

ມັນກາແມ່ນຄວາມທ່ານເວົ້າຢູ່....

ແຕ່ຖ້າຄົນລາວເຮົາເວົ້າແຕ່ພາສາໄທຍ ຟັງເພັງໄທຍ ຫລາຍ
ມັນອາດຈະເຮັດໃຫ້ເຮົາງົງໄປວ່າ ຫຼືອາດຈະລືມໄປວ່າ ມັນແມ່ນ
ພາສາລາວຫຼືພາສາໄທຍ

ສັງເກດໄດ້ວ່າ ໃນເພັງລາວໃນຍຸກປະຈຸບັນ(ຢູ່ປະເທດລາວ) ມັກຈະເຫັນມີການໄຊ້ຄຳເວົ້າແບບ
ໄທຍ ໆ.....ເຊັ່ນວ່າ ...ມັນສາຍເກີນໄປ..ນີ້ກໍເປັນສັບພາສາໄທຍ

ແມ່ນແທ້ ພາສາໄທຍ ແລະ ລາວມັນຄືກັນຫລາຍຄຳ ...



__________________
ຫາງນ້ອຍ

Date:

ຂໍເສີມນໍາແນ່
ບໍ່ສະເພາະ ແຕ່ພາສາລາວ ປົນພາສາໄທ
ເດັກນ້ອຍລາວດຽວນີ້ ຖ້າປົນໄດ້ ປົນທຸກພາສາ
ບໍ່ຈັກ ອັງກິດປົນລາວ ຢີ່ປຸ່ນປົນວາວ
ອັນນີ້ແຫຼະເຂົາເອີ້ນກັນວ່າ ໂລກາພິບັດno


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard