Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ແຟນເພງກຽມພົບກັບ ຊີເຄຣັດ 6 ເມສານີ້ !!!
Anonymous

Date:
ແຟນເພງກຽມພົບກັບ ຊີເຄຣັດ 6 ເມສານີ້ !!!




ຊີເຄຣັດເປັນວົງທີ່ມີສີລະປິນແຕ່ສາວໆຂວັນໃຈຫນຸ່ມໆແທ້ໆເລີຍນໍ
"ຊີເຄຣັດ" ຫລື Secret ບໍ່ວ່າຈະປ່ອຍເພງໃດອອກມາ ກໍ່ລ້ວນ ແລ້ວເປັນທີ່ຖືກອົກຖືກໃຈຂອງແຟນເພງໄປຫມົດເລີຍ ແລະ ເພງທີ່ ໄດ້ຮັບຄວາມນິຍົມໃນປະຈຸບັນນີ້ ຕ້ອງຍົກໃຫ້ເພງ "ໃບມີດກີດໃຈ" ເຊິ່ງເພງສະຕາຍຄົນຖືກຫັກອົກເປັນເພງຊ້າທີ່ມີເນື້ອໃນບາດໃຈອີກ ເພງຫນຶ່ງໃນອາລະບຳ it’s me. ແລະ ຫລ້າສຸດແຟນຂອງພວກເຂົາ ກຽມຕົວໄປມ່ວນໄດ້ໃນວັນທີ 6 ເມສານີ້.

   ໄລຍະຫລັງມານີ້ບໍ່ຄ່ອຍເຫັນສາວວົງ ຊີເຄຣັດ ຂຶ້ນຮ້ອງເພງເທິງເວທີຄອນເສີດສັງເກດໄດ້ວ່າມິດງຽບໄປທາງຜູ້ຂຽນຈິ່ງໄດ້ໂທລະສັບ ໄປສຳພາດຫນຶ່ງໃນສະມາຊິກຄື: ສາວຫນ້າຄົມ "ຕາຄ່າຍ" ມືກອງຂອງວົງຊີເຄຣັດນັ້ນເອງ ແລະ ກໍ່ໄດ້ ຄຳຕອບມາວ່າ "ຄວາມຈິງແລ້ວ ພວກເຮົາວົງຊີເຄຣັດກໍ່ບໍ່ໄດ້ມິດງຽບໄປໃສກໍ່ຍັງມີງານຄອນເສີດຢູ່ ແລະຄອນເສີດຄັ້ງຫລ້າສຸດໃນງານຄົບຮອບ 6 ປີຂອງວັນສ້າງຕັ້ງຄ້າຍ ເພງວາເລັນທາຍມິວສິກເມື່ອກາງເດືອນກຸມພາທີ່ຜ່ານມາ ແລະ ໃນວັນທີ 6 ເມສານີ້ ຊີເຄຣັດລວມເຖິງສີລະປິນຄົນອື່ນໆຈະໄປສະແດງ ຄອນເສີດທີ່ມະຫາວິທະຍາໄລແຫ່ງຊາດບໍ່ວ່າຈະເດີນທາງໄປໃສມາໃສກໍ່ຈະເຫັນຫນ້າພວກເຮົາຕິດຢູ່ຕາມລົດຂອງ ບໍລິສັດ ນ້ຳຫວານລາວ ແລະ ຕາມເຈ້ຍໂຄສະນາໃນສະຖານທີ່ຕ່າງໆຕະຫລອດເວລາ"

   ນອກຈາກນີ້ຍັງຝາກບອກຂ່າວດີໃຫ້ແຟນເພງໃຫ້ຮູ້ວ່າຊີ ເຄຣັດກຽມຈະເຮັດອາລະບຳ 2 ແຕ່ປະຈຸບັນກຳລັງຢູ່ໃນຂັ້ນຕອນການເລືອກ ເພງຈະເຂົ້າໃນຫ້ອງອັດສຽງຖືເປັນຂ່າວດີສຳລັບແຟນເພງແທ້ໆນໍ! ແຕ່ກໍ່ຕ້ອງອົດໃຈລໍຖ້າກັນຕໍ່ໄປ.

   ແຕ່ຖ້າໃຜທີ່ອົດໃຈລໍຖ້າບໍ່ໄຫວກໍ່ສາມາດໄປອຸດຫນູນວີຊີດີຄາລາໂອເກະຂອງພວກເຂົາໄດ້ມາຟັງກັນໄປກ່ອນເດີ້! 



__________________


Newbie

Status: Offline
Posts: 2
Date:

ຂໍຝາກອັນນີ້ໄວແດ່ ເດີສິພະຍະຍາມເປີດໄວຕະຫລອດ http://www.putthas.laotel.com/

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard