Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ມາດຖານ ແລະ ຄວາມໝາຍ ຂອງທຸງຊາດລາວ
Anonymous

Date:
ມາດຖານ ແລະ ຄວາມໝາຍ ຂອງທຸງຊາດລາວ




ມາດຖານ:  
-  ຜືນທຸງມີຂະໜາດ  ລວງກ້ວາງxລວງຍາວ  ປະມານ  2ສ່ວນx3ສ່ວນ
-  ພື້ນສີແດງພາດເອົາ  2  ຂ້າງຕາມລວງນອນ  ດ້ານເທິງ  ແລະ  ລຸ່ມຂອງຜືນທຸງ,  ກວ້າງດ້ານລະ  1/4  ຂອງລວງກ້ວາງໝົດຜືນທຸງ
-  ພື້ນທີ່ສີຄາມ  (ຟ້າ)  ພາດຜ່ານກາງຜືນທຸງຕາມລວງນອນ,  ກວມເອົາ  1/2  ຂອງລວງກ້ວາງໝົດຜືນທຸງ
-  ວົງເດືອນຂາວ  ຮຸ່ງແຈ້ງຢູ່ໃຈກາງຂອງຜືນທຸງ  ພື້ນສີຄາມ,  ກວມເອົາ  4/5  ຂອງລວງກ້ວາງຜືນສີຄາມທັງໝົດ

ດ້ານຄວາມໝາຍ:
-  ສີແດງເປັນຂອບ  ໝາຍເຖິງເລືອດເນື້ອຂອງບັນພະບຸລຸດ  ແລະ  ປວງຊົນລາວທັງຊາດ  ທີ່ເສຍສະຫຼະ  ເພື່ອປົກປັກຮັກສາປິຕຸພູມ  ໃຫ້ຍັງຄົງຊື່ຊາດລາວໄວ້
-  ສີຄາມ  ໄດ້ບັນຍາຍເຖິງຄວາມອຸດົມສົມບູນຂອງຊາດ  ແລະ  ຍັງເປັນສີຕົວແທນຂອງອົງການຈັດຕັ້ງມະຫາຊົນທີ່ເປັນປຶກແຜ່ນແໜ້ນໜາ  ໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ.
-  ວົງເດືອນທີ່ຮຸ່ງແຈ້ງ  ເປັນສັນຍາລັກຂອງຄວາມຮຸ່ງເຮືອງສີວິໄລທາງສັງຄົມ,  ສາດສະນາ  ແລະ  ວັດທະນະທຳ;  ພ້ອມທັງເປັນຕົວແທນຂອງການນຳພາຂອງພັກ  ທີ່ສະຫຼາດສ່ອງໃສ;  ນອກນັ້ນ,  ວົງເດືອນຂາວ  ຍັງສະແດງເຖິງຈິດໃຈອັນບໍລິສຸດຜຸດຜ່ອງຂອງຊາວລາວບັນດາເຜົ່າອີກດ້ວຍ


__________________
Anonymous

Date:

ຂອບໃຈ , ທ່ີໄດ້ໃຫ້ຄວາມຮູ້ ເພີ່ມໃນບັນຫາທຸງຂອງຊາດ .

__________________
Anonymous

Date:

- 1. ວົງເດືອນທີ່ຮຸ່ງແຈ້ງ  ເປັນສັນຍາລັກຂອງຄວາມຮຸ່ງເຮືອງສີວິໄລທາງສັງຄົມ,  ສາດສະນາ  ແລະ  ວັດທະນະທຳ;  ພ້ອມທັງເປັນຕົວແທນຂອງການນຳພາຂອງພັກ  ທີ່ສະຫຼາດສ່ອງໃສ;  ນອກນັ້ນ,  ວົງເດືອນຂາວ  ຍັງສະແດງເຖິງຈິດໃຈອັນບໍລິສຸດຜຸດຜ່ອງຂອງຊາວລາວບັນດາເຜົ່າອີກດ້ວຍ.

- 2. ວົງເດືອນຂາວ ເປັນສັນຍາລັກ ເປັນປ່ອງ (ຮູ) ປະຕູໄດ້ເປີດກວ້າງ ຕລອດ
         24 ຊົ່ວໂມງ ເພື່ອໃຫ້ ເຈັກແລະແກວ ຫລັ່ງໄຫລເຂົ້າມາຢູ່ປະເທດລາວທີ່
      ນັບມື້ນັບຫລາຍຂຶ້ນ ຈາກແຜນການ ແລະການນຳພາຂອງພັກທີ່ສລາດສ່ອງໃສ.
      
      


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard