Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ດືມນໍ້າຜິດວິທີ ອາດເຖົ້າກ່ອນໄວ
Anonymous

Date:
ດືມນໍ້າຜິດວິທີ ອາດເຖົ້າກ່ອນໄວ


ດື່ມນ້ຳຜິດວິທີ ອາດເຮັດໃຫ້ທ່ານເຖົ້າກ່ອນໄວ
woman_drinking_water_CB107738.jpg

    ການດື່ມນ້ຳທີ່ຖືກຕ້ອງນັ້ນ ເຮົາຄວນດື່ມນ້ຳໃຫ້ສົມດຸນກັບນ້ຳ ຫນັກຕົວໃນເວລາ 7:00 ໂມງ ເຊົ້າຄວນດື່ມນ້ຳເພື່ອຂັບຂອງເສຍ (ອາ ໂຈມ) ອອກຈາກຮ່າງກາຍຖ້າຫາກທ່ານບໍ່ດື່ມນ້ຳທ່ານຈະບໍ່ສາມາດຂັບຂອງເສຍອອກມາໄດ້ ດັ່ງນັ້ນ ຈິ່ງມີຜົນເສຍຕາມມາເພາະວ່າ ຂອງ ເສຍດັ່ງກ່າວຈະຖືກດູດກັບໄປທີ່ລຳໄສ້ຄືນໃຫມ່ ຈິ່ງເປັນສາເຫດເຮັດໃຫ້ເກີດຮ່ອງຮອຍເທິງໃບຫນ້າ ແລະ ເກີດໄຂມັນໃນຮ່າງກາຍ.

   ເຖິງແມ່ນວ່າທ່ານຈະດື່ມນ້ຳພຽງພໍກັບຮ່າງກາຍທີ່ຕ້ອງການແລ້ວກໍ່ຕາມ ແຕ່ຖ້າທ່ານດື່ມນ້ຳຜິດວິທີທ່ານອາດຈະປ່ວຍໄດ້ ຢ່າດື່ມນ້ຳ ຫລາຍເມື່ອເວລາຫິວແຕ່ໃຫ້ທ່ານຫມັ່ນດື່ມເທື່ອລະຫນ້ອຍໃຫ້ນ້ຳຄ່ອຍໆຊຶມເຂົ້າຮ່າງກາຍຖ້າເຮົາດື່ມຈຳນວນຫລາຍຫມົດບາດດຽວຈະເຮັດ ໃຫ້ໃຕຂອງທ່ານເຮັດວຽກຫນັກໃນການຂັບປັດສະວະອອກ ແລະ ທີ່ສຳຄັນທ່ານຄວນດື່ມນ້ຳກ່ອນຮັບປະທານອາຫານ15 ນາທີໃນລະ ຫວ່າງຮັບປະທານອາຫານ ແລະ ຫລັງຮັບປະທານອາຫານແລ້ວ ໃຫມ່ໆຢ່າຟ້າວດື່ມນ້ຳຫລາຍຈົນເກີນໄປ.

   ເມື່ອຕື່ນນອນກ່ອນຖູແຂ້ວໃຫ້ດື່ມນ້ຳປະມານ 2-5 ຈອກຄວນຫລີກເວັ້ນນ້ຳເຢັນ, ນ້ຳອັດລົມແລະເຄື່ອງດື່ມທີ່ມີແອລກໍຮໍທຸກຊະນິດລະ ຫວ່າງຮັບປະທານອາຫານ ແລະ ຫລັງຈາກຮັບປະທານອາຫານແລ້ວໃຫມ່ໆໃຫ້ດື່ມປະມານເຄິ່ງຈອກຫລັງຈາກ 40 ນາທີໄປແລ້ວຈິ່ງດື່ມ ນ້ຳໄດ້ເປັນປົກກະຕິເພື່ອເຮັດໃຫ້ນ້ຳຍ່ອຍໃນກະເພາະອາຫານເຂັ້ມຂຸ້ນພໍທີ່ຈະເຮັດວຽກໄດ້ຢ່າງມີປະສິດທິພາບ.

   ການດື່ມນ້ຳຢ່າງຖືກວິທີບໍ່ພຽງແຕ່ຈະຊ່ວຍຫລຸດຄວາມຫິວແຖມຍັງໃຫ້ຄວາມສົດຊື່ນແລະຊ່ວຍຕ້ານພະຍາດຕ່າງໆໄດ້ອີກດ້ວຍ.

Source: ecom

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard