Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ມາສ້າງສະມາທິຢູ່ບ່ອນເຮັດວຽກກັນເທາະ
Anonymous

Date:
ມາສ້າງສະມາທິຢູ່ບ່ອນເຮັດວຽກກັນເທາະ



   ໃຜທີ່ຢາກມີສະມາທິໃນການເຮັດວຽກມື້ນີ້ນາໆປະໂຫຍດມີເຄັດລັບດີໆມາບອກ:


   1. ເລືອກວຽກທີ່ຍາກທີ່ສຸດ:


   ເລືອກວຽກທີ່ຍາກທີ່ສຸດມາຫນຶ່ງວຽກ (ຄວນເປັນວຽກທີ່ສຳຄັນທີ່ສຸດຈະຕ້ອງສຳເລັດກ່ອນ) ແລ້ວຕັດສິນໃຈວ່າຈະເຮັດໃຫ້ສຳເລັດບາດ ດຽວ ຫລືວ່າຈະຈຳກັດເວລາເປັນເວລາເທົ່າໃດ (ເຊັ່ນ: ເຮັດ 30 ນາທີ ແລ້ວຢຸດພັກ).


   2. ສ້າງພື້ນຖານການເຮັດວຽກ: ກ່ອນທີ່ຈະເລີ່ມວຽກຕ້ອງຈຳກັດທຸກຢ່າງທີ່ຈະດຶງດູດຄວາມສົນໃຈຈາກວຽກອອກໃຫ້ຫມົດເຊັ່ນ: ປິດ ຫນ້າຈໍຄອມພິວເຕີ ຫລື ປິດໂທລະສັບມື.


   3. ສຽງເຕືອນ:


   ຕັ້ງໂມງປຸກ ຫລື ຖ້າຕັ້ງໃຈວ່າຈະເຮັດໄປຈົນກວ່າວຽກນັ້ນຈະສຳເລັດ ກໍ່ພະຍາຍາມເຮັດສະມາທິຢ່າກັງວົນເລື່ອງອື່ນກ່ອນເຖິງກຳນົດ ເວລາ.


   4. ເມື່ອຖືກຂັດຈັງຫວະຈາກວຽກອື່ນ:


   ຖ້າຫລີກເວັ້ນບໍ່ໄດ້ໃຫ້ຈົດໄວ້ກ່ອນແລ້ວຈິ່ງຄ່ອຍກັບມາເຮັດນຳຫລັງ.


   5. ເກີດຄວາມວັອກແວັກ: ຢູ່ດີໆກໍ່ຢາກກວດຈົດຫມາຍອິນເຕີເນັດຂຶ້ນມາ ຫລືຢາກໄປເຮັດວຽກແນວອື່ນແທນລອງຫາຍໃຈເຂົ້າເລິກໆ ແລ້ວຕັ້ງໃຈໃຫມ່.


   6. ວຽກດ່ວນເຂົ້າມາຂັດ:


   ເກີດມີວຽກດ່ວນເຂົ້າມາ, ຫລີກເວັ້ນບໍ່ໄດ້ກໍ່ຄວນພະຍາຍາມບັນທຶກໄວ້ວ່າຕອນນັ້ນເຮັດວຽກຮອດໃສແລ້ວ ແລ້ວຕັ້ງໃຈຈະເຮັດແນວໃດ ຕໍ່ໄປກ່ອນຖືກຂັດຈັງຫວະແລ້ວຈັດເກັບບັນທຶກນັ້ນກັບວຽກໄວ້ນຳກັນ ເມື່ອກັບມາເລີ່ມໃຫມ່ພາຍຫລັງວຽກຈິ່ງ ຈະດຳເນີນຕິດຕໍ່ກັນ.


   7. ຄວນພັກຜ່ອນ:


   ຢ່າເຄັ່ງຄັດຈົນເກີນໄປຖ້າຮູ້ສຶກເຄັ່ງຕຶງກັບວຽກໃຫ້ຢຸດພັກຜ່ອນ, ຫາຍໃຈເລິກໆ, ຢືດເສັ້ນຢືດສາຍ ຫລືອາດຈະຢຸດພັກຜ່ອນດື່ມກາເຟ, ຢ່າເຂັ້ມງວດກັບຕົນເອງຈົນເກີນໄປ.


   8. ໃຫ້ລາງວັນພາຍຫລັງສຳເລັດວຽກ:


   ພາຍຫລັງສຳເລັດວຽກກໍ່ໃຫ້ລາງວັນແກ່ຕົນເອງດ້ວຍການກວດຂໍ້ຄວາມອິນເຕີເນັດ, ອ່ານສິ່ງທີ່ຕົນມັກ ຫລື ເບິ່ງຮູບສວຍໆງາມໆ.


   ໃຜທີ່ຢາກມີສະມາທິໃນການເຮັດວຽກລອງນຳເອົາວິທີທີ່ແນະນຳໄປປະຕິບັດໄດ້.
Ecom



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard