Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເພງ ຄຳຖາມແທງໃຈ ມາແຮງຂຶ້ນອັນດັບ 1
Anonymous

Date:
ເພງ ຄຳຖາມແທງໃຈ ມາແຮງຂຶ້ນອັນດັບ 1


ເພງ ຄຳຖາມແທງໃຈ ມາແຮງຂຶ້ນອັນດັບ 1 Climax Radio

ໂດຍ: ຕາດຳ

Listen to this song at: http://www.imeem.com/people/x3iv77M/music/8hJpICwY/kham-tham-thang-jai-01-track-1mp3/


 
ປະຈຸບັນນີ້ ບໍ່ວ່າຈະເປີດໄປທີ່ຄື້ນວິທະຍຸໃດກໍ່ມັກຈະໄດ້ຟັງເພງ "ຄຳຖາມແທງໃຈ" ເຊິ່ງເປັນຜົນງານເພງຂອງຫນຸ່ມຫນ້າຄົມສຽງດີ ຄື ຫນຸ່ມ "ສຸກ" ທີ່ຈະມາສະກົດໃຈຄົນຟັງໃຫ້ເກີດອາລົມເສົ້າໄປກັບເນື້ອໃນຂອງເພງນີ້ ບວກກັບສຽງຮ້ອງທີ່ເປັນເອກກະລັກຂອງ "ສຸກ" ຈິ່ງ ເຮັດໃຫ້ເພງ "ຄຳຖາມແທງໃຈ" ເຂົ້າໄປຢູ່ໃນໃຈຂອງໃຜຫລາຍໆຄົນໄດ້ແບບບໍ່ຍາກ ຈົນສົ່ງຜົນໃຫ້ເພງນີ້ຂຶ້ນມາຢູ່ທີ່ອັນດັບ 1 ຂອງຊາທ໌ (Chart)ເພງຍອດນິຍົມໃນຄື້ນວິທະຍຸຕ່າງໆ ລວມເຖິງ  Climax Chart Top7  of  Climax Radio FM 97.25 MHz. ທີ່ຈະມາ ຄອຍລາຍງານ 7 ອັນດັບເພງຍອດນິຍົມເປັນປະຈຳໃນທຸກໆທ້າຍອາທິດອອກອາກາດ ໃນເວລາ 21:00-22:00 ໂມງ.


 
  ໃນອາທິດທີ 3 ຂອງເດືອນກຸມພານີ້ ເຮົາຈະນຳເອົາ 7 ອັນດັບເພງດັງທີ່ມີຄົນໂທເຂົ້າໄປຂໍແລະເປັນເພງທີ່ຖືເປີດອອກອາກາດຫລາຍ ທີ່ສຸດຈາກຄື້ນ FM 97.25MHzໂດຍມາເລີ່ມຕົ້ນທີ່ອັນດັບ 7 ເພງ "ວັນສຸດທ້າຍ" ຂອງB-Heroຈາກຄ້າຍ (Easy) ໄດ້ 27 ຄະ ແນນ, ອັນດັບ 6 ເພງ "ເວລາ ສັ້ນໆ" ຂອງສັກ ວົງເຊລ ຈາກຄ້າຍ (Indee Records) ໄດ້ 29 ຄະແນນ, ອັນດັບ 5 ເພງ "ຜູ້ຊາຍ ແມງເມົ່າ"ຂອງນັກຮ້ອງຍິງລ້ວນນ້ອງໃຫມ່ວົງBenjarinຈາກຄ້າຍ(Lao Art Media) ໄດ້ 31 ຄະແນນ,ອັນດັບ 4 ເພງ Message Love" ຂອງສາມສາວຫນ້າຮັກວົງ ໄວຫວານ ຈາກຄ້າຍ (Lao Art Media)ໄດ້ 36 ຄະແນນ, ອັນດັບ 3 ເພງ "ຮັກເຈົ້າຕໍ່ໄປ" ຂອງ ຫນຸ່ມສິດ ຈາກຄ້າຍ C-Starໄດ້ 38ຄະແນນ, ອັນດັບ 2 ເປັນເພງທີ່ຢູ່ອັນດັບ 4 ເມື່ອອາທິດທີ່ຜ່ານມາໃນບົດເພງ "ຄຳສັນຍາ" ຂອງ Buratinoໄດ້ 51 ຄະແນນ,ແລະອັນດັບ 1 ປະຈຳອາທິດນີ້ໄດ້ແກ່ເພງ "ຄຳຖາມແທງໃຈ" ຂອງ "ສຸກ"ຈາກຄ້າຍ (Indee Records) ກາຍເປັນແຊ໋ມຕິດຕໍ່ກັນໃນ 2 ອາທິດແລ້ວ.


   ບໍ່ຮູ້ວ່າໃນອາທິດຕໍ່ໄປເພງໃດຈະກາຍເປັນເພງຍອດນິຍົມອັນດັບ
1ແຊ໋ມເກົ່າຈະຍັງເປັນເພງ ຄຳຖາມແທງໃຈ ຫລື ບໍ? ອັນນີ້ກໍ່ຕ້ອງ ຕິດຕາມກັນໃນທ້າຍອາທິດຫນ້າໃນຫນັງສືພິມເສດຖະກິດ-ສັງຄົມ ຄໍລຳວັດທະນະທຳ-ບັນເທີງ ຫລື ຖ້າຜູ້ໃດຢາກຟັງການລາຍງານຊາທ໌ ເພງກັນແບບສົດໆກໍ່ສາມາດຕິດຕາມຮັບຟັງໄດ້ກັບ Climax Radio FM 97.25MHz.

Ecom



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard