Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ນັກຮ້ອງສາວຫນ້າໃຫມ່ ນ່າຮັກສຸດໆ
Anonymous

Date:
ນັກຮ້ອງສາວຫນ້າໃຫມ່ ນ່າຮັກສຸດໆ




 ຖ້າຈະເວົ້າເຖິງສິລະປິນໃນບ້ານເຮົາ ໃນປະຈຸບັນນີ້ແມ່ນມີສິລະປິນນ້ອງໃຫມ່ເກີດຂຶ້ນຫລາຍ ແລະມື້ນີ້ຜູ້ຂຽນຢາກແນະນຳທ່ານຜູ້ອ່ານ ໄດ້ຮູ້ຈັກກັບອີກ 1 ສາວທີ່ມີດວງຕາທັງໃຫຍ່ ແລະດຳທີ່ຫລາຍຄົນເຫັນແລ້ວຕ້ອງບອກເປັນສຽງດຽວວ່າຫນ້າຮັກ...ຫນ້າຮັກຫລາຍ! ແຫ່ງ ວົງ "ແມັມໂມລີ".

   ນາງ ເຮມ່າ ວິໄລສານ ຫລື ນ້ອຍອາຍຸ 15 ປີ ປະຈຸບັນ ຮຽນທີ່ໂຮງຮຽນມັດທະຍົມປາກແຈ້ງຫ້ອງ ມ 5/4 ນ້ອຍເປັນລູກສາວຫລ້າ ມີອ້າຍ 2 ຄົນ ແລະ ເອື້ອຍ 3 ຄົນ ເກີດທີ່ບ້ານເມືອງເກົ່າ ເມືອງວຽງຄຳ ແຂວງວຽງຈັນ ປະຈຸບັນ ນ້ອຍໄດ້ເຊັນສັນຍາເປັນສິລະປິນສັງ ກັດໃນຄ້າຍເພງSDD Studio lncD ໃນຕົ້ນປີ 2008 ຫລັງຈາກນ້ອຍຜ່ານເວທີການປະກວດຮ້ອງເພງເຕັ້ນ-ຟ້ອນແລະເດີນແບບ ເຊິ່ງ ຈັດໂດຍຄ້າຍ SDD ນັບແຕ່ນັ້ນມາ ນ້ອຍກໍ່ມີໂອກາດ ໄດ້ຂຶ້ນຮ້ອງເພງເທິງເວທີທົວຄອນເສີດທົ່ວປະເທດຂອງຄ້າຍ SDD ໃນນາມຂອງ ວົງ "ແມັມໂມລີ" ສ່ວນຄວາມເຄື່ອນໄຫວຂອງອາລະບຳເຕັມຂອງ ແມັມໂມລີ ນ້ອຍກ່າວວ່າ: ປະຈຸບັນກໍ່ຢູ່ ໃນຂັ້ນຕອນແຕ່ງເພງສ່ວນຮູບ ແບບເພງກໍ່ຈະເປັນແນວປ໋ອບແດນຊ໌ດ້ວຍຄວາມສາມາດ ແລະຄວາມມັກໃນການເຕັ້ນຂອງສະມາຊິກທັງ 3 ຄົນ. ຈິ່ງຕົກລົງເຫັນດີເລືອກ ເອົາແນວເພງນີ້ ຜົນງານຫລ້າສຸດຂອງນ້ອຍທີ່ທຸກຄົນໄດ້ຊົມໃນປະຈຸບັນນີ້ ກໍ່ມີຜົນງານທີ່ນ້ອຍໄດ້ໄປສະແດງເປັນນາງເອກໃຫ້ກັບມິວສິກ ເພງ "ວາເລັນທາຍ" ຂອງຫນຸ່ມ XDO ນອກຈາກນີ້ ນ້ອຍຍັງເປັນນາງແບບໂຄສະນາໃຫ້ກັບ "ຮ້ານຕູ່ຕູ່" ເສີມຄວາມງາມ ຄົບວົງຈອນ ແລະ ນ້ອຍຍັງໄດ້ມາເປັນນາງແບບຫນ້າປົກໃຫ້ກັບວາລະສານວັດທະນະທຳ ສະບັບທີ 26 ເຊິ່ງເປັນສະບັບຫລ້າສຸດ

Ecom



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard