Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ສະຫນາມຫຼວງລາວ ໃກ້ຈະແລ້ວໆ !!!
Anonymous

Date:
ສະຫນາມຫຼວງລາວ ໃກ້ຈະແລ້ວໆ !!!


ໂຄງການປັບປຸງສະຫນາມຫລວງ ຈະສ້າງສຳເລັດໃນອີກ 2 ວັນ
IMG_0291_Large.jpg

<!-- /* Font Definitions */ @font-face {font-family:"Angsana New"; panose-1:2 2 6 3 5 4 5 2 3 4; mso-font-charset:0; mso-generic-font-family:roman; mso-font-pitch:variable; mso-font-signature:16777219 0 0 0 65537 0;} @font-face {font-family:"Saysettha OT"; panose-1:2 11 5 4 2 2 7 2 2 4; mso-font-charset:0; mso-generic-font-family:swiss; mso-font-pitch:variable; mso-font-signature:-2097151825 268443658 0 0 65537 0;} /* Style Definitions */ p.MsoNormal, li.MsoNormal, div.MsoNormal {mso-style-parent:""; margin:0cm; margin-bottom:.0001pt; mso-pagination:widow-orphan; font-size:12.0pt; mso-bidi-font-size:14.0pt; font-family:"Times New Roman"; mso-fareast-font-family:"Times New Roman"; mso-bidi-font-family:"Angsana New";} @page Section1 {size:612.0pt 792.0pt; margin:72.0pt 90.0pt 72.0pt 90.0pt; mso-header-margin:36.0pt; mso-footer-margin:36.0pt; mso-paper-source:0;} div.Section1 {page:Section1;} -->

ຂ່າວ: ເຮີ່ວ່າງ

   ໂຄງການກໍ່ສ້າງ ແລະ ປັບປຸງສະຫນາມຫລວງຈະສຳເລັດໃນ ອີກ 2 ວັນຄື: ໃນວັນທີ 8 ມັງກອນ 2009 ນີ້. ປະຈຸບັນ ທາງໂຄງ ການກຳລັງຂຸ້ນຂ້ຽວເພື່ອໃຫ້ທັນກັບການສະເຫລີມສະຫລອງວັນກອງທັບຄົບ ຮອບ 60 ປີ (20/1/1949 20/1/2009).

   ທ່ານ ຄຳໃບ ອ່ອນໄຊວຽງ ຫົວຫນ້າໂຄງການກໍ່ສ້າງສະຫນາມຫລວງແຫ່ງຊາດ, ສວນໄຊເສດຖາ, ສວນອ້ອມພະທາດຫລວງ ແລະ ກົມມະລຽນ ໃຫ້ສຳພາດຕໍ່ທີມຂ່າວພວກເຮົາໃນວັນທີ 2 ມັງກອນ 2009 ວ່າ: ໂຄງການກໍ່ສ້າງສະຫນາມຫລວງແຫ່ງຊາດໄດ້ເລີ່ມຕົ້ນມາ ແຕ່ວັນທີ 20 ພະຈິກ 2008, ຕາມແຜນການໃຫ້ສຳເລັດໃນວັນທີ 31 ທັນວາ 2008; ມາເຖິງປະຈຸບັນການກໍ່ສ້າງຫາກໍ່ໄດ້ 75% ຂອງ ແຜນການທັງຫມົດ. ສາເຫດທີ່ເຮັດໃຫ້ການກໍ່ສ້າງບໍ່ໄດ້ຕາມແຜນຍ້ອນວ່າການກໍ່ສ້າງໄດ້ຄາຕອນເຮັດບຸນພະທາດຫລວງ, ເຊິ່ງໄດ້ເສຍເວ ລາໄປ 14 ມື້ ຈິ່ງເຮັດໃຫ້ບໍ່ໄດ້ຕາມແຜນທີ່ວາງໄວ້. ສະເພາະການກໍ່ສ້າງສະຫນາມຫລວງແຫ່ງນີ້ແມ່ນໄດ້ພົບບັນຫາຫລາຍອັນເພາະໂຄງ ສ້າງໃນການກໍ່ສ້າງເບື້ອງຕົ້ນແມ່ນພວກເຮົາຍັງບໍ່ທັນຮູ້, ສະນັ້ນ ຈິ່ງໄດ້ສຳຫລວດຄືນໃຫມ່ຫມົດ ນີ້ກໍ່ເປັນສາເຫດອັນຫນຶ່ງທີ່ເຮັດໃຫ້ບໍ່ໄດ້ ຕາມແຜນ, ແຕ່ບໍ່ແມ່ນຫລ້າຊ້າ, ການກໍ່ສ້າງແມ່ນເຮັດດ່ວນທັງດ່ວນ ເພື່ອໃຫ້ ທັນກັບການສະເຫລີມສະຫລອງວັນກອງທັບຄົບຮອບ 60 ປີ, ເພາະຈະຊົມໃຊ້ສະຫນາມດັ່ງກ່າວເປັນເດີ່ນເດີນສວນສະຫນາມ. ຢ່າງໃດກໍ່ຕາມທ່ານຢືນຢັນວ່າ: ຈະສ້າງໃຫ້ສຳເລັດ ໃນວັນທີ 8 ມັງ ກອນ 2009 ນີ້ ຫາກດິນຟ້າອາກາດເອື້ອອຳນວຍຄວາມສະດວກໃຫ້ແກ່ການກໍ່ສ້າງ, ຖືວ່າຕ້ອງໄດ້ເດີນສວນສະຫນາມໃນວັນທີ 20 ມັງ ກອນ 2009 ຢ່າງແນ່ນອນ.

   ສ່ວນການລົງທຶນໃສ່ການກໍ່ສ້າງສະຫນາມດັ່ງກ່າວຕາມແຜນການແລ້ວແມ່ນມີ 2 ຮ່ວງທຶນຄື: ເງິນຊ່ວຍເຫລືອຂອງ ສສ ຫວຽດນາມ ແລະ ເງິນສົມທົບຈາກລັດຖະບານລາວ ແຕ່ຂອງລາວເຮົາຍັງບໍ່ທັນໄດ້ລະອຽດເທື່ອ ສ່ວນການລົງທຶນຂອງ ສສ ຫວຽດນາມແມ່ນປະມານ 2,8 ລ້ານໂດລາສະຫະລັດ ສຳລັບການລົງທຶນມາຮອດປະຈຸບັນນີ້ ແມ່ນປະມານ 1 ລ້ານກວ່າໂດລາສະຫະລັດ. ທ່ານ ຄຳໃບ ໃຫ້ຮູ້ຕື່ມ ວ່າ: ຫລັງຈາກທີ່ໂຄງການກໍ່ສ້າງສະຫນາມຫລວງນີ້ ສຳເລັດແລ້ວຕໍ່ໄປພວກເຮົາຈະໄດ້ກໍ່ສ້າງສວນໄຊເສດຖາ, ສວນອ້ອມພະທາດຫລວງ ແລະ ສວນກົມມະລຽນຕື່ມອີກ; ສຳລັບສວນໄຊເສດຖາຕາມແຜນການແລ້ວແມ່ນຕ້ອງໃຫ້ສຳເລັດໃນປີ 2009 ນີ້ ຈາກນັ້ນຈິ່ງເລີ່ມຕໍ່ສວນ ອ້ອມພະທາດຫລວງ, ສ່ວນສວນກົມມະລຽນແມ່ນຈະຊ້າຫນ້ອຍຫນຶ່ງ ເພາະວ່າຕ້ອງໄດ້ຍົກຍ້າຍບ້ານເຮືອນຂອງພໍ່ແມ່ປະຊາຊົນແຖວນັ້ນ ອອກກ່ອນຈິ່ງສາມາດກໍ່ສ້າງໄດ້.


Ecom



__________________
Anonymous

Date:

why they didnt hold up with rock first before paving with asphalt... i dont think it will last long even we have good asphalt

__________________
Anonymous

Date:

why we shall call Sanamluang like Thailand?

 Deun Thatluang is ok for me....

__________________
Anonymous

Date:

ເດີ່ນທາດຫລວງ ດີທີ່ສຸດ

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard