Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເປັນຫ່ວງ ລາວເປັນເຈົ້າພາບຊີເກມ
Anonymous

Date:
ເປັນຫ່ວງ ລາວເປັນເຈົ້າພາບຊີເກມ


ສັງຄົມເປັນຫ່ວງ ຢ້ານການເປັນເຈົ້າພາບຊີເກມບໍ່ປະສົບຜົນສຳເລັດ
DSC_0697_Large.jpg

<!-- /* Font Definitions */ @font-face {font-family:"Angsana New"; panose-1:2 2 6 3 5 4 5 2 3 4; mso-font-charset:0; mso-generic-font-family:roman; mso-font-pitch:variable; mso-font-signature:16777219 0 0 0 65537 0;} @font-face {font-family:"Saysettha OT"; panose-1:2 11 5 4 2 2 7 2 2 4; mso-font-charset:0; mso-generic-font-family:swiss; mso-font-pitch:variable; mso-font-signature:-2097151825 268443658 0 0 65537 0;} /* Style Definitions */ p.MsoNormal, li.MsoNormal, div.MsoNormal {mso-style-parent:""; margin:0cm; margin-bottom:.0001pt; mso-pagination:widow-orphan; font-size:12.0pt; mso-bidi-font-size:14.0pt; font-family:"Times New Roman"; mso-fareast-font-family:"Times New Roman"; mso-bidi-font-family:"Angsana New";} @page Section1 {size:612.0pt 792.0pt; margin:72.0pt 90.0pt 72.0pt 90.0pt; mso-header-margin:36.0pt; mso-footer-margin:36.0pt; mso-paper-source:0;} div.Section1 {page:Section1;} -->

ໂດຍ: ຄອນສະຫວັນ

   ງານມະຫະກຳກີລາຊີເກມຄັ້ງທີ 25 ທີ່ປະເທດລາວເຮົາໄດ້ຮັບກຽດເປັນເຈົ້າພາບໃນປີ 2009 ສັງຄົມໃຫ້ຄວາມສົນໃຈແລະເປັນຫ່ວງ ເປັນໄຍຢ້ານການເປັນເຈົ້າພາບຊີເກມຂອງລາວ ເຮົາບໍ່ປະສົບຜົນສຳເລັດເນື່ອງຈາກຍັງມີຫລາຍຫນ້າວຽກຍັງຊັກຊ້າ ເຊິ່ງທ່ານຮອງນາຍົກ ໄດ້ສະເຫນີ 4 ບັນຫາໃຫ້ຄະນະກຳມະການຮັບຜິດຊອບ ເພື່ອແກ້ໄຂ.


ທ່ານ ສົມສະຫວາດ ເລັ່ງສະ ຫວັດ ຮອງນາຍົກລັດຖະມົນຕີ
, ຜູ້ ປະຈຳການລັດຖະບານໄດ້ສະເຫນີປະກອບຄຳຄິດເຫັນຕໍ່ກອງປະ ຊຸມຄະນະກຳມະການລະດັບຊາດ ຈັດງານມະຫະກຳຊີເກມຄັ້ງທີ 10 ໃນວັນທີ 29 ທັນວາ 2008 ທີ່ສະໂມສອນຄະນະກຳມະການກີລາ ກາຍະກຳແຫ່ງຊາດລາວຕໍ່ບັນດາຄະນະກຳມະການຮັບຜິດຊອບໃນງານມະຫະກຳກີລາຊີເກມຄັ້ງທີ 25 ປີ 2009 ວ່າ: ງານມະຫະກຳກີ ລາຊີເກມຍັງເຫລືອເວລາອີກປະມານ 350 ກວ່າວັນເທົ່ານັ້ນ ສະນັ້ນ ຢ່າໄດ້ຄິດວ່າຍັງອີກດົນທຸກຫນ້າວຽກຈະຊັກຊ້າອີກຕໍ່ໄປບໍ່ໄດ້ແລ້ວ ເພາະສັງຄົມໃຫ້ຄວາມສົນໃຈຕິດຕາມການເຄື່ອນໄຫວຂອງຄະນະຮັບຜິດຊອບໃນງານມະຫະກຳກີລາຊີເກມ ເຊິ່ງມີປະຊາຊົນໃນແຕ່ລະ ແຂວງກໍ່ໄດ້ສອບຖາມຂ້າພະເຈົ້າ ເຊິ່ງການຖາມແມ່ນໄດ້ສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໄຍຕໍ່ການເປັນເຈົ້າພາບຊີເກມຂອງລາວ ເຮົາບໍ່ປະສົບຜົນສຳເລັດ ເນື່ອງຈາກຍັງມີຫລາຍຫນ້າວຽກຊັກຊ້າ ສະນັ້ນພວກເຮົາຈະໄດ້ເຮັດວຽກຫລາຍອັນຢູ່ໃນໂອກາດ ນີ້ຂ້າພະເຈົ້າຂໍ ສະເຫນີ 4 ບັນຫາດັ່ງນີ້:

ຢາກໃຫ້ເບິ່ງວ່າສະຫນາມກີລາໃຫຍ່ນັ້ນຄະນະທີ່ຈະຄຸ້ມຄອງແລະນຳໃຊ້ແມ່ນໃຜແທ້
, ຈະມີພາກສ່ວນໃດຮັບຜິດ ຊອບກໍ່ຂໍໃຫ້ເອົາມາເຊັນສັນຍາຕົກລົງ ເພື່ອຈະໄດ້ໄປສົມທົບກັບບໍລິສັດ ທີ່ຮັບເຫມົາກໍ່ສ້າງນັ້ນໃຫ້ຮູ້ຈັກ ແລະ ຈະຄຸ້ມຄອງສະຫນາມນີ້ຈົນ ຮອດມື້ແຂ່ງຂັນນັບທັງການແຂ່ງຂັນ ຈະນຳໃຊ້ໄລຍະເທົ່າໃດ, ສິ່ງນີ້ແມ່ນຄະນະດັ່ງກ່າວຈະໄດ້ເຮັດໄວ້ ເພື່ອໄປສົມທົບນຳເຂົາ ແລະກ່ຽວ ກັບສະຫນາມກີລາຕ້ອງເບິ່ງຄືນໃຫມ່ ການປະກອບອຸປະກອນທັງຫມົດແລ້ວ ຂຽນມາຢ່າງລະອຽດວ່າຜູ້ໃດຈະເຮັດອັນໃດ, ປະກອບອຸປະ ກອນແນວໃດ ເຊິ່ງແມ່ນວຽກອັນທຳອິດທີ່ຈະຕ້ອງໄປເບິ່ງຄືນ, ນອກຈາກນັ້ນ ຍັງເລື່ອງການເຮັດຄອງລະບາຍນ້ຳໃນເດີ່ນກີລາຍັງຊັກຊ້າ, ບໍ່ທັນໄດ້ລົງມືປະຕິບັດເທື່ອຄວນລົງມືປະຕິບັດຕັ້ງແຕ່ຕອນນີ້ເປັນຕົ້ນໄປ, ນອກນັ້ນຍັງມີວຽກງານປ້ອງກັນສະຫນາມກີລາ ແມ່ນໃຫ້ປຶກສາ ຫາລືກັບກຳມະການປ້ອງກັນຄວາມສະຫງົບວ່າຈະເຮັດແນວໃດບໍ່ໃຫ້ອຸປະກອນຕ່າງໆຢູ່ໃນສະຫນາມບໍ່ໄດ້ຮັບຄວາມເສຍຫາຍ.

  
ບັນຫາທີ
2ການຝຶກຊ້ອມຂອງນັກກີລາຈະເຮັດແນວໃດແທ້ປະຈຸບັນນີ້ຄວນຈົດລາຍຊື່ນັກກີລາທຸກປະເພດ-ທຸກລາຍການ, ກຳມະການ ທຸກຝ່າຍໃຫ້ຈົດສົ່ງລາຍຊື່ມາທັນທີ ແລະ ນັກກີລາຈະຈັດເຂົ້າຝຶກຢູ່ໃສແດ່, ໃນການແຂ່ງຂັນໃນຄັ້ງນີ້ພວກເຮົາຕ້ອງຍາດໃຫ້ໄດ້ຕ່ຳສຸດ 25 ຫລຽນຄຳ ແລະ ການໄດ້ມາຂອງ ຫລຽນຈຳນວນດັ່ງກ່າວ ແມ່ນໄດ້ ມາໂດຍທີ່ບັນດາປະເທດທີ່ເຂົ້າຮ່ວມພໍອົກພໍໃຈ ໂດຍບໍ່ໃຫ້ມີການລັກ ໂລບປອມແປງ ຖ້າມີກໍລະນີໄປລັກໂລບປອມແປງໃນກໍລະນີໃດໆກໍ່ຕາມ ກຳມະການໃດເຮັດກຳມະການນັ້ນຕ້ອງຖືກໂທດ ເຊິ່ງທຸກຫລຽນ ທີ່ນັກກີລາລາວໄດ້ມາຕ້ອງໄດ້ດ້ວຍຄວາມຂາວສະອາດ, ບໍ່ໃຫ້ໄດ້ມາດ້ວຍການໃຊ້ເລ່ຫລ່ຽມຕ່າງໆ.

  
ບັນຫາທີ
3 ກຳມະການຕັດສິນແຕ່ລະປະເພດກີລາ, ແຕ່ລະລາຍການແມ່ນໃຫ້ຂຽນລາຍຊື່ອອກມາວ່າ ມີຈັກຄົນໃຫ້ລາຍງານອອກມາ ໃຫ້ຫມົດວ່າມີຜູ້ໃດແດ່ ເພາະມາເຖິງປະຈຸບັນບໍ່ທັນປາກົດເຫັນລາຍຊື່ກຳມະການເທື່ອ ແລະໃຫ້ທາງກຳມະການກ່ຽວຂ້ອງສົ່ງລາຍຊື່ມາໃຫ້ ພາຍໃນວັນທີ 15 ມັງກອນ 2009 ລວມທັງການເຮັດຈົດຫມາຍເຊີນກຳມະການຕັດສິນຈາກບັນດາປະເທດເພື່ອນມິດໃຫ້ເຂົ້າມາຕັດສິນ ຊ່ວຍ ນອກນັ້ນ ຍັງມີບັນດາອຸປະກອນສຳລັບກຳມະການຕ່າງໆນຳອີກ ແລະ ບັນຫາທີ 4 ອາສາສະຫມັກແມ່ນມີຈຳນວນເທົ່າໃດແລ້ວໃນ ປະຈຸບັນນີ້ ແມ່ນໃຫ້ສະເຫນີລາຍຊື່ມາ.


ecom



__________________
Anonymous

Date:

Napenhouang tae tae

__________________
Mr. lonely

Date:

I agree with DPM that we have not much time to delay any single minute, we need to rush and well prepared everything before the goal. every concerned organization , referees, althetics, volunteers and so forth should be specifiec and make a clear namelist.

I believe most lao people want to participate or volanteer to help this SEA Game event organize sucessfully. I think we should seriously advertise the event now and should create some activities for Lao citizens and tourists to participate in the biggest event in SEA.

LAo zu zubiggrin

__________________
Anonymous

Date:

是啊。。。我们太慢了,该增加努力地准备。看中国人他们做什么都很一起努力啊。我们老挝人好好加油吧。。。我相信我会过得顺利的。
                                                           Lao student in shanghai



__________________
Anonymous

Date:

Anonymous wrote:

是啊。。。我们太慢了,该增加努力地准备。看中国人他们做什么都很一起努力啊。我们老挝人好好加油吧。。。我相信我会过得顺利的。
                                                           Lao student in shanghai



是啊。。。我们太慢了,该增加努力地准备。看中国人他们做什么都很一起努力啊。我们老挝人好好加油吧。。。我相信我们会过得顺利的。
                                                           Lao student in shanghai





__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard