Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: 10 ເຫດການເດັ່ນໃນລາວ ປີ 2008
Anonymous

Date:
10 ເຫດການເດັ່ນໃນລາວ ປີ 2008


ສະຫລຸບ 10 ເຫດການເດັ່ນ ບັນຫາເສດຖະກິດໃນຮອບ 1 ປີຜ່ານມາ
Scan10024_Large.jpg

  
ປີ 2008 ເປັນອີກປີຫນຶ່ງທີ່ມີເຫດການຫລາຍຢ່າງເກີດຂຶ້ນທັງພາຍໃນ ແລະຕ່າງປະເທດທີ່ສົ່ງຜົນສະທ້ອນກວມລວມໄປຫລາຍໆປະ ເທດໃນໂລກ; ສະເພາະຢູ່ບ້ານເຮົາກໍ່ມີຫລາຍເຫດການທີ່ຕັ້ງຫນ້າ ແລະ ຫຍໍ້ທໍ້ໄປພ້ອມກັນ. ດັ່ງນັ້ນ ສະບັບມື້ນີ້ຄະນະບັນນາທິການຫນັງ ສືພິມເສດຖະກິດ-ສັງຄົມຈິ່ງໄດ້ລວບລວມເອົາເຫດການເດັ່ນປະເດັນເສດຖະກິດ10 ເຫດການຈາກຫລາຍເຫດການທີ່ເກີດຂຶ້ນໃນປີ 2008 ຜ່ານມາ ນຳສະເຫນີສູ່ຜູ້ອ່ານໃນໂອກາດສົ່ງທ້າຍປີເກົ່າຕ້ອນຮັບປີໃຫມ່ໃຫ້ຮູ້ວ່າ: ເຫດການໃດຕິດ 1 ໃນ 10 ເຫດການເດັ່ນຂອງຫນັງສື ພິມເສດຖະກິດ-ສັງຄົມ ເຊິ່ງພວກເຮົາຈະນຳສະເຫນີນັບແຕ່ອັນດັບທີ 10 ຫາອັນດັບທີ 1.


  
ອັນດັບ 10 (ທາງເລກ 4 ຈະໄດ້ຮັບການກໍ່ສ້າງລວມທັງຂົວຂ້າມນ້ຳຂອງທ່າເດື່ອ-ປາກຄອນ).

   ທາງເລກ 4 ເລີ່ມແຕ່ສາມແຍກຊຽງເງິນ ແຂວງຫລວງພະບາງຫາບ້ານນາຄ່າ ເມືອງບໍ່ແຕນແຂວງໄຊຍະບູລີຍາວ 370 ກິໂລ ແມັດ ລວມທັງຂົວຂ້າມນ້ຳຂອງທ່າເດື່ອ-ປາກຄອນຈະໄດ້ຮັບການກໍ່ສ້າງຫລັງຈາກທີ່ລັດຖະບານໄດ້ຕັດສິນໃຈນຳໃຊ້ງົບປະມານຂອງຕົນຈຳນວນ ຫນຶ່ງບວກກັບທຶນຊ່ວຍເຫລືອລ້າ ແລະກູ້ຢືມຈາກຕ່າງປະເທດລວມມູນຄ່າ 88,5 ລ້ານໂດລາສະຫະລັດ ສ້າງທາງເລກ 4 ໂດຍຈະໃຊ້ເວ ລາກໍ່ສ້າງ 4 ປີ ເຊິ່ງໄດ້ມີພິທີເຊັນສັນຍາການກໍ່ສ້າງທາງເລກ 4 ຕອນທາງທ່າເດື່ອເມືອງໄຊຍະບູລີຫາບ້ານນາຄ່າເມືອງບໍ່ແຕນແຂວງໄຊ ຍະບູລີ ລວມຄວາມຍາວ 308 ກິໂລແມັດ ຢ່າງເປັນທາງການ ໃນວັນທີ 2 ທັນວາ ທີ່ຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ. ສ່ວນຕອນທາງທ່າເດື່ອ-ສາມແຍກຊຽງເງິນແຂວງຫລວງພະບາງ ລວມທັງການກໍ່ສ້າງຂົວຂ້າມນ້ຳຂອງທ່າເດື່ອ-ປາກຄອນກຳລັງຢູ່ໃນຂັ້ນ ຕອນສຶກສາອອກແບບ ເຊິ່ງຄາດວ່າຈະສາມາດດຳເນີນການກໍ່ສ້າງໄດ້ໃນທ້າຍປີ 2009.

  
ອັນດັບ9 (ປັບລາຄານ້ຳມັນເປັນຄັ້ງທີ 9 ໃນຮອບປີ 2009).

   ກະຊວງອຸດສາຫະກຳ ແລະ ການຄ້າຈຳຕ້ອງໄດ້ປັບລາຄານ້ຳມັນພາຍໃນປະເທດຂຶ້ນອີກຄັ້ງຫນຶ່ງໃນວັນທີ 30 ມິຖຸນາ 2008 ຫລັງ ຈາກລາຄານ້ຳມັນໃນຕະຫລາດໂລກໄດ້ປັບຂຶ້ນເກືອບເຖິງລະດັບ 150 ໂດລາຕໍ່ບາເຣລ ເຊິ່ງຖືເປັນສະຖິຕິລາຄານ້ຳມັນສູງສຸດຂອງໂລກ ໃນເວລານີ້. ການປັບລາຄານ້ຳມັນຂຶ້ນຂອງລາວຄັ້ງນີ້ ຖືເປັນຄັ້ງທີ 9 ນັບແຕ່ຕົ້ນປີ 2008 ເປັນຕົ້ນມາ; ໃນນັ້ນ ເປັນການປັບລົງຫນຶ່ງຄັ້ງ ສ່ວນເຫລືອເປັນການປັບຂຶ້ນທັງຫມົດ. ການປັບຂຶ້ນຄັ້ງດັ່ງກ່າວ ຖືເປັນສະຖິຕິໃຫມ່ສູງສຸດຂອງລາຄານ້ຳມັນພາຍໃນປະເທດອີກດ້ວຍໂດຍ ລາຄານ້ຳມັນແອັດຊັງພິເສດຕະຫລາດນະຄອນຫລວງວຽງຈັນ ຢູ່ທີ່ 12.620 ກີບຕໍ່ລິດ ເພີ່ມຈາກ 12.520 ກີບຕໍ່ລິດ ຈາກການປັບຂຶ້ນ ໃນວັນທີ 14 ມິຖຸນາ, ແອັດຊັງທຳມະດາ 11.880 ກີບ ຕໍ່ລິດ ແລະ ກາຊວນ 11.790 ກີບຕໍ່ລິດ.


  
ອັນດັບ 8 (ຊີໂນລາວທຸ່ມເງິນ 4 ຕື້ໂດລາສະຫະລັດໃສ່ໂຄງການຂຸດຄົ້ນແຮ່ບົກຊິດ)

   ບໍລິສັດຊີໂນລາວ ອາລູມີນຽມ ຄໍປໍເລເຊິນຈຳກັດ ຫລື ສະລາໂກ ເຊິ່ງເປັນວິສາຫະກິດປະສົມສາມຊາດລາວ, ຈີນ ແລະ ໄທ ພ້ອມ ທຸ່ມເທເງິນສູງເຖິງ 4ຕື້ໂດລາສະຫະລັດເຂົ້າໃສ່ໂຄງການຂຸດຄົ້ນແຮ່ບົກຊິດທີ່ເມືອງປາກຊ່ອງແຂວງຈຳປາສັກລວມເຖິງການສ້າງໂຮງງານ ຜະລິດອາລູມີນາ ແລະ ອາລູມີນຽມທີ່ເມືອງສະຫນາມໄຊ ແຂວງອັດຕະປື ແລະ ສ້າງໂຮງງານໄຟ້ຟ້າຖ່ານຫີນກຳລັງຕິດຕັ້ງ 1.320 ເມ ກາວັດ ດ້ວຍເນື້ອທີ່ສຳປະທານທັງ ຫມົດ 14.500 ເຮັກຕາ ຄາດວ່າຈະສາມາດຜະລິດອາລູມີນາໄດ້ 1 ລ້ານໂຕນຕໍ່ປີ ແລະອາລູມີນຽມ ໄດ້ 5 ແສນໂຕນຕໍ່ປີ, ໃຊ້ເວລາໃນການຂຸດຄົ້ນ 29 ປີ ເຊິ່ງໄດ້ມີພິທີລົງນາມສັນຍາສຳປະທານລະຫວ່າງ ບໍລິສັດກັບລັດຖະບານໃນວັນ ທີ 22 ກັນຍາ.


  
ອັນດັບ7 (ເຊັນແລ້ວ MOUເສັ້ນທາງລົດໄຟສະຫວັນນະເຂດ-ລາວບາວ)

   ບໍລິສັດໄຈແອັນກຣຸບຈຳກັດ ຈາກປະເທດມາເລເຊຍ ໄດ້ເຂົ້າມາສຶກສາ, ສຳຫລວດ ແລະ ອອກແບບຄວາມເປັນໄປໄດ້ ໂຄງການ ເສັ້ນທາງລົດໄຟຄວາມໄວສູງຈາກສະຫວັນນະເຂດເຖິງຊາຍແດນລາວບາວໄລຍະທາງ 220 ກິໂລແມັດດ້ວຍມູນຄ່າການລົງທຶນ 5 ຕື້ໂດ ລາສະຫະລັດ ເຊິ່ງໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈເສັ້ນທາງລົດໄຟສະຫວັນ-ລາວບາວ ໃນວັນທີ 10 ພະຈິກທີ່ນະຄອນຫລວງວຽງ ຈັນລະຫວ່າງລັດຖະບານກັບບໍລິສັດໄຈ ແອັນ ກຣຸບ ຈຳກັດ. ການສຳຫລວດດັ່ງກ່າວຈະໃຊ້ເວລາ 2 ປີ ເພື່ອປະເມີນຜົນກະທົບ ແລະ ຄວາມ ເປັນໄປໄດ້ກ່ອນຈະສະເຫນີຂໍອະນຸມັດການລົງທຶນຈາກລັດຖະບານ ໂດຍຄາດວ່າຈະໃຊ້ເວລາໃນການກໍ່ສ້າງທັງຫມົດ 8 ປີ. ການ ເຊັນສັນຍາການສ້າງທາງລົດໄຟຄວາມໄວສູງຄັ້ງນີ້ນັບເປັນສະບັບທີສອງໃນປະຫວັດສາດລາວ ເຊິ່ງກ່ອນຫນ້ານັ້ນ ໄດ້ມີກຸ່ມບໍລິສັດ FSGປະຈຳພາກພື້ນອາຊີອາຄະເນຈາກປະເທດຍີ່ປຸ່ນ ໄດ້ເຊັນສັນຍາເພື່ອເຂົ້າມາລົງທຶນໃນລັກສະນະດຽວກັນຢູ່ນະຄອນຫລວງວຽງຈັນ ໃນໄລ ຍະທາງ 51 ກິໂລແມັດ ໂດຍມີເປົ້າຫມາຍສຳຫລວດ 6-12 ເດືອນ ແລະ ການກໍ່ສ້າງຈະໃຫ້ສຳເລັດພາຍໃນ 4-5 ປີ.

  
ອັນດັບ6 (ຜູ້ນຳສາມຊາດອິນດູຈີນຈະເພີ່ມງົບປະມານແຫ່ງລັດເຂົ້າພັດທະນາສາມຫລ່ຽມໃຫ້ຫລາຍຂຶ້ນ).

   ຜູ້ນຳສາມຊາດອິນດູຈີນ ເຫັນດີເປັນເອກະພາບໃນກອງປະຊຸມສຸດຍອດຜູ້ນຳສາມປະເທດ ກຳປູເຈຍ, ລາວ ແລະ ຫວຽດນາມ(CLV) ຄັ້ງທີ 5 ທີ່ນະຄອນຫລວງວຽງຈັນ ໃນວັນທີ 26 ພະຈິກ ໂດຍຈະເພີ່ມງົບປະມານແຫ່ງລັດຂອງສາມປະເທດ ເຂົ້າໃສ່ການພັດທະນາພື້ນ ຖານໂຄງລ່າງ ແລະ ຊັບພະຍາກອນມະນຸດໃນເຂດສາມຫລ່ຽມພັດທະນາຕື່ມອີກ. ພ້ອມນັ້ນໄດ້ມີການລົງນາມໃນບົດບັນທຶກຊ່ວຍຈຳ ວ່າ ດ້ວຍການສ້າງນະໂຍບາຍທີ່ດຶງດູດກວ່າ ເພື່ອເອື້ອອຳນວຍໃຫ້ແກ່ການສົ່ງເສີມການຄ້າ, ການລົງທຶນ ແລະ ທ່ອງທ່ຽວ; ສິ່ງສຳຄັນຜູ້ນຳ ສາມຊາດອິນດູຈີນ ໄດ້ພ້ອມກັນລົງນາມຖະແຫລງການວຽງຈັນ ວ່າດ້ວຍການເພີ່ມທະວີການຮ່ວມມືຂອບ 3 ຫລ່ຽມ ແລະໄດ້ຮັບຮອງເອົາ ຂໍ້ຕົກລົງຮ່ວມຂອງກອງປະຊຸມສຸດຍອດຜູ້ນຳສາມປະເທດຄັ້ງທີ 5.



 

 



__________________
Anonymous

Date:

ອັນດັບ5 (ຜູ້ນຳຈີເອັມເອສປຶກສາຫາລື ການເພີ່ມທະວີຄວາມສາມາດແຂ່ງຂັນດ້ວຍການຂະຫຍາຍການເຊື່ອມຕໍ່)

   ກອງປະຊຸມສຸດຍອດຜູ້ນຳບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ (ຈີເອັມເອສ) ຄັ້ງທີ 3 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 31 ມີນາ ທີ່ນະຄອນຫລວງວຽງຈັນ ເຊິ່ງຜູ້ນຳ 6 ປະເທດຈີເອັມເອສໄດ້ພ້ອມກັນປຶກສາຫາລືການເພີ່ມທະວີຄວາມສາມາດແຂ່ງຂັນດ້ວຍການ ຂະຫຍາຍການເຊື່ອມຕໍ່ ເຊິ່ງກອງປະຊມຄັ້ງນີ້ ໄດ້ເປັນຂີດຫມາຍສຳຄັນຂອງບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ ເພາະຈະເປັນການ ປູທາງໃຫ້ແກ່ການເຊື່ອມຕໍ່ທີ່ດີຂຶ້ນ ໃນອະນາຄົດເປັນຕົ້ນແມ່ນການພັດທະນາຮ່ວມກັນໃນ 9 ຂະແຫນງການບຸລິມະສິດຄື: ການຂົນສົ່ງ, ພະລັງງານ, ໂທລະຄົມມະນາຄົມ, ການພັດທະນາຊັບພະຍາກອນມະນຸດ, ການທ່ອງທ່ຽວ, ສະພາບແວດລ້ອມ, ການອຳນວຍຄວາມສະ ດວກດ້ານການຄ້າ, ການລົງທຶນພາກເອກະຊົນ ແລະ ກະສິກຳ. ນອກຈາກນັ້ນ ຜູ້ນຳປະເທດຈີເອັມເອສກັບປະທານທະນາຄານພັດທະ ນາອາຊີໄດ້ຮ່ວມກັນສະເຫລີມສະຫລອງຄວາມສຳເລັດການກໍ່ສ້າງເສັ້ນທາງອາ 3 ຕາມແລວທາງເສດຖະກິດເຫນືອ-ໃຕ້ ຈີເອັມເອສ, ສະ ເຫລີມສະຫລອງຄວາມສຳເລັດໂຄງການເສັ້ນທາງດ່ວນຂໍ້ມູນ-ຂ່າວສານໄລຍະຫນຶ່ງ. ພ້ອມກັນນັ້ນ ກໍ່ໄດ້ມີການລົງນາມບົດບັນທຶກຄວາມ ເຂົ້າໃຈກ່ຽວກັບການພັດທະນາແບບຍືນຍົງ ແລະ ສົມສ່ວນໃນແລວທາງເຊື່ອມຕໍ່ເສດຖະກິດ ຈີເອັມເອສເຫນືອ-ໃຕ້ ແລະ ການເພີ່ມທະ ວີຄວາມມີປະສິດທິຜົນດ້ານການຈັດຕັ້ງສຳລັບການພັດທະນາແລວທາງເສດຖະກິດ. ຈາກນັ້ນ ກໍ່ໄດ້ມີການລົງນາມໃສ່ຖະແຫລງການຮ່ວມ ຂອງກອງປະຊຸມສຸດຍອດຈີເອັມເອສຄັ້ງທີ 3.

  
ອັນດັບ4 (ລັດຖະບານເອົາແທ້ແກ້ໄຂບັນຫາຊື້-ຂາຍລົດບໍ່ຖືກຕ້ອງຜູ້ປະກອບການມອບພັນທະຕ່ຳກວ່າຄວາມເປັນຈິງ).

   ກອງປະຊຸມລັດຖະບານປະຈຳເດືອນທັນວາລະຫວ່າງວັນທີ 17-18 ທັນວາ 2008 ພາຍໃຕ້ການ ເປັນປະທານຂອງທ່ານນາຍົກລັດ ຖະມົນຕີບົວສອນ ບຸບຜາວັນ ໄດ້ ເຫັນດີໃຫ້ມີການແກ້ໄຂບັນຫານຳເຂົ້າ ແລະ ຊື້-ຂາຍລົດທີ່ບໍ່ຖືກຕ້ອງຢ່າງຈິງຈັງ ແລະ ເລ່ງດ່ວນໃນ ສະເພາະຫນ້າ ເມື່ອກວດພົບວ່າໃນຈຳນວນ 149 ຮ້ານຂາຍລົດໃຫຍ່ໃນນະຄອນຫລວງວຽງຈັນ ມີເຖິງ 34 ຮ້ານບໍ່ມີທະບຽນດຳເນີນທຸ ລະກິດຖືກຕ້ອງລວມເຖິງກວດພົບພາຫະນະທີ່ເສຍພາສີບໍ່ຄົບຖ້ວນວາງຂາຍຢູ່ໃນຮ້ານຈຳນວນ 20 ຄັນ ໃນຂະນະທີ່ການມອບພັນທະກໍ່ຕ່ຳ ກວ່າຄວາມເປັນຈິງ ສ່ວນໃຫຍ່ອ້າງເຫດຜົນລົດບໍ່ໄດ້ຂາຍ ເຊິ່ງລັດຖະບານຈະເພີ່ມຄວາມເຂັ້ມງວດໃນການກວດກາ ແລະ ຈຳກັດການນຳ ເຂົ້າລົດຕາມດ່ານ ແລະ ຊາຍແດນຕ່າງໆທີ່ບໍ່ຖືກຕ້ອງຕາມລະບຽບກົດຫມາຍ ສິ່ງສຳຄັນລັດຖະບານຈະຕັ້ງຫນ້າແກ້ໄຂປາກົດການຫຍໍ້ທໍ້ ຕ່າງໆທີ່ເກີດຂຶ້ນໃນຖັນແຖວ ພະນັກງານທີ່ຮັບຜິດຊອບວຽກງານໃນຂົງເຂດດັ່ງກ່າວຢ່າງເຂັ້ມງວດ ແລະ ເດັດຂາດ.

<!-- /* Font Definitions */ @font-face {font-family:"Angsana New"; panose-1:2 2 6 3 5 4 5 2 3 4; mso-font-charset:0; mso-generic-font-family:roman; mso-font-pitch:variable; mso-font-signature:16777219 0 0 0 65537 0;} @font-face {font-family:"Saysettha OT"; panose-1:2 11 5 4 2 2 7 2 2 4; mso-font-charset:0; mso-generic-font-family:swiss; mso-font-pitch:variable; mso-font-signature:-2097151825 268443658 0 0 65537 0;} /* Style Definitions */ p.MsoNormal, li.MsoNormal, div.MsoNormal {mso-style-parent:""; margin:0cm; margin-bottom:.0001pt; mso-pagination:widow-orphan; font-size:12.0pt; mso-bidi-font-size:14.0pt; font-family:"Times New Roman"; mso-fareast-font-family:"Times New Roman"; mso-bidi-font-family:"Angsana New";} @page Section1 {size:612.0pt 792.0pt; margin:72.0pt 90.0pt 72.0pt 90.0pt; mso-header-margin:36.0pt; mso-footer-margin:36.0pt; mso-paper-source:0;} div.Section1 {page:Section1;} -->

  
ອັນດັບ
3: ຄວາມຈິງຂອງໂຄງການພັດທະນາບຶງທາດຫລວງ

   ລັດຖະບານໄດ້ອອກມາຖະແຫລງຕໍ່ສື່ມວນຊົນໃນວັນທີ 11 ກຸມພາ ເຖິງຄວາມຈິງຂອງໂຄງການພັດທະນາບຶງທາດຫລວງ ເປັນຕົວ ເມືອງໃຫມ່ຂອງນະຄອນຫລວງວຽງຈັນ ຫລັງຈາກມີຜູ້ບໍ່ຫວັງດີຈຳນວນຫນຶ່ງໄດ້ປ່າວຂ່າວໄປຕ່າງໆນາໆ ແລະ ຕັ້ງຄຳຖາມຂຶ້ນຫລາຍຢ່າງ ເຊັ່ນ: ໂຄງການດັ່ງກ່າວ ຈະໄດ້ຜົນປະໂຫຍດແທ້ບໍ? ປະຊາຊົນເຂດດັ່ງກ່າວຈະໄປຢູ່ໃສ? ຈະໄດ້ເງິນສົດເຊີຍຫລືບໍ? ແລະອີກຫລາຍຄຳ ຖາມທີ່ຄ້າງຄາໃຈຂອງສັງຄົມ ເຊິ່ງທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານໄດ້ ຊີ້ແຈງເຖິງ ຄວາມຈິງຂອງໂຄງການວ່າ: ໂຄງການດັ່ງກ່າວແມ່ນການຫັນຊັບສິນເປັນທຶນຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ເພື່ອ ພັດທະນາປະເທດຊາດ ກໍ່ຄືນະຄອນຫລວງວຽງຈັນ ໃຫ້ມີໂສມຫນ້າໃຫມ່. ໂຄງການບຶງທາດຫລວງເປັນການພັດທະນາແບບກວມ ລວມ ໃນເນື້ອທີ່ທັງຫມົດ 1.640 ເຮັກຕາ ເພື່ອສ້າງ ແລະ ພັດທະນາເປັນຕົວເມືອງໃຫມ່ທີ່ມີຄວາມທັນສະໄຫມ ແລະ ສວຍງາມທີ່ບໍ່ເຄີຍມີມາ ກ່ອນ ເຊິ່ງຈະນຳຜົນປະໂຫຍດມາສູ່ປະເທດຊາດຢ່າງຫລວງຫລາຍ; ອີງຕາມສັນຍາທີ່ເຊັນກັນໃນວັນທີ 26 ພະຈິກ 2006 ຝ່າຍລາວຈະ ຖືຫຸ້ນ 5% ແລະ ສາມາດຊື້ຫຸ້ນໄດ້ຕື່ມອີກ.

  
ອັນດັບ
2 (ມາດຕາການຫລາຍຢ່າງຖືກນຳມາໃຊ້ ເພື່ອຕ້ານໄຟນ້ຳຖ້ວມ).

   ວັນທີ 14 ສິງຫາມາດຕາການຫລາຍຢ່າງຖືກນຳມາໃຊ້ ເພື່ອຕ້ານໄຟນ້ຳຖ້ວມຄັ້ງຮ້າຍແຮງທີ່ສຸດຂອງນະຄອນຫລວງວຽງຈັນໃນຮອບ ຫລາຍສິບປີເຊິ່ງທ່ານ ສົມສະຫວາດ ເລັ່ງສະຫວັດ ຜູ້ປະຈຳການລັດຖະບານໄດ້ຮ່ວມເລ່ງແກ້ໄຂບັນຫານ້ຳຖ້ວມຢູ່ຫລາຍເຂດໃນນະຄອນ ຫລວງວຽງຈັນຢ່າງເຄັ່ງຮ້ອນ ໂດຍສະເພາະຈຸດເມືອງສີສັດຕະນາກ, ເຂດປະຕູນ້ຳບຶງຂະຫຍອງ, ເຂດຫລັກ 3 ຈີ່ນາຍໂມ້, ຈີ່ນາຍໂມ້- ໄຊສະຖານ ແລະ ຈີ່ນາຍໂມ້-ບໍ່ໂອ ໃນແຕ່ລະຈຸດນີ້ ນ້ຳຂອງໄຫລເຂົ້າຕາມເສັ້ນທາງທ່າເດື່ອເນື່ອງຈາກລະດັບນ້ຳຂອງເພີ່ມຂຶ້ນ 13,48 ແມັດ ແລະ ຄາດວ່າວັນທີ 16 ສິງຫາຈະສູງເຖິງ 14,45 ແມັດ. ສຳລັບຈຸດອັນຕະລາຍສຸດໄດ້ມອບໃຫ້ກຳລັງທະຫານຮັບຜິດຊອບເຮັດຄູ ກັນນ້ຳໃຫ້ໄດ້ 15 ແມັດ, ການຂົນແຮ່ຊາຍມອບໃຫ້ຕຳຫລວດຈະລາຈອນປິດເສັ້ນທາງບໍ່ໃຫ້ລົດທຽວໃນຈຸດທີ່ເກີດໄພນ້ຳຖ້ວມ, ສົມທົບກັບ ກະຊວງໂຍທາທິການ ແລະຂົນສົ່ງລົງໄປກວດກາເບິ່ງທໍ່ນ້ຳຢູ່ ແຕ່ລະເມືອງລຽບຕາມແຄມຂອງເພື່ອແກ້ໄຂບໍ່ໃຫ້ນ້ຳໄຫລເຂົ້າມາ, ສະເຫນີ ແຕ່ລະກະຊວງລະດົມລົດກະບະ ແລະກຳລັງພົນເພື່ອຕັກຊາຍໃສ່ຖົງຢູ່ດອນຈັນໄປສົ່ງຢູ່ຕາມຈຸດຫລໍ່ແຫລມຕ່າງໆ, ເອົາໃຈໃສ່ແກ້ໄຂສາງ ທ່ານາແລ້ງ ໂດຍສະເພາະເຄື່ອນຍ້າຍທາດເຄມີ ແລະ ພາຫະນະໄປບ່ອນປອດໄພ ເພື່ອຮັບປະກັນຜົນປະໂຫຍດຂອງລັດບໍ່ໃຫ້ເສຍຫາຍ ແລະ ສະເຫນີໃຫ້ພາກ ສ່ວນໄຟຟ້າຮີບຮ້ອນລົງກວດກາເສົາໄຟຟ້າທີ່ລຽບຕາມແຄມຂອງ ເພື່ອມອດໄຟໃຫ້ທັນເວລາເມື່ອຖືກນ້ຳຖ້ວມ.

  
ອັນດັບ
1 (ໂຄງການໄຟຟ້າຄວາມຮ້ອນຖ່ານຫີນຫົງສາຮັບຜ່ານສະພາແລ້ວ).

   ໂຄງການໄຟຟ້າຄວາມຮ້ອນຖ່ານຫີນຫົງສາທີ່ແຂວງໄຊຍະບູລີ ໄດ້ຖືກຮັບຮອງຈາກກອງປະຊຸມສະໄຫມສາມັນທື່ອທີ 5 ຂອງສະພາ ແຫ່ງຊາດຊຸດທີ 6 ໃນວັນທີ 24 ກໍລະກົດ ດ້ວຍຄະແນນ 64 ສຽງ ຈາກທັງຫມົດ 96 ສຽງໃຫ້ເຫັນດີກໍ່ສ້າງ ເຊິ່ງຖືເປັນໂຄງການກໍ່ສ້າງ ພະລັງງານໄຟຟ້າ ທີ່ມີມູນຄ່າການກໍ່ສ້າງຫລາຍສຸດເທົ່າທີ່ເຄີຍມີມາຂອງປະເທດດ້ວຍມູນຄ່າການລົງທຶນທັງຫມົດ 3.915 ລ້ານໂດລາສະ ຫະລັດ; ໃນນັ້ນ ລັດຖະບານລາວຖືຫຸ້ນ 25% ໂດຍທີ່ລັດຖະບານຈະໄດ້ເງິນປັນຜົນ 41% ຫລື 2.583 ລ້ານໂດລາສະຫະລັດໃນຂະນະ ທີ່ອີກ 3ຂາຫຸ້ນໃຫຍ່ຈະໄດ້ຮັບເງິນປັນຜົນ 59%. ໂຄງການໄຟຟ້າຄວາມຮ້ອນຖ່ານຫີນຫົງສາມີກຳລັງຕິດຕັ້ງທັງຫມົດ 1.800 ເມກາວັດ, ຈະຂາຍໃຫ້ໄທ 1.470 ເມກາວັດ ເຊິ່ງຄາດວ່າໂຄງການ ນີ້ຈະສາມາດດຳເນີນການກໍ່ສ້າງໄດ້ ໃນຕົ້ນປີ 2009 ໂດຍຈະສາມາດຜະລິດ ກະແສໄຟຟ້າອອກໄດ້ໃນຕົ້ນເດືອນມີນາ 2013. ເຖິງຢ່າງໃດ ກໍ່ດີລັດຖະບານຍັງຈະຕ້ອງໄດ້ເຊັນສັນຍາອີກ 3 ສັນຍາຄື: ສັນຍາສຳປະ ທານທີ່ດິນກໍ່ສ້າງໂຮງງານ, ສັນຍາທີ່ດິນສຳລັບຂຸດຄົ້ນບໍ່ແຮ່ ແລະ ເຊັນສັນຍາກູ້ຢືມເງິນຈາກລັດຖະບານຈີນ 210 ລ້ານໂດລາສະຫະລັດ ເພື່ອເປັນເງິນຖືຫຸ້ນຂອງລັດຖະບານ ໃນໂຄງການດັ່ງກ່າວຈຳນວນ 20%.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard