Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ວິທີສັງເກດເງິນປອມ
Anonymous

Date:
ວິທີສັງເກດເງິນປອມ


ວິທີສັງເກດເງິນປອມ
32091_new_733714.jpg

<!-- /* Font Definitions */ @font-face {font-family:"Angsana New"; panose-1:2 2 6 3 5 4 5 2 3 4; mso-font-charset:0; mso-generic-font-family:roman; mso-font-pitch:variable; mso-font-signature:16777219 0 0 0 65537 0;} @font-face {font-family:"Saysettha OT"; panose-1:2 11 5 4 2 2 7 2 2 4; mso-font-charset:0; mso-generic-font-family:swiss; mso-font-pitch:variable; mso-font-signature:-2097151825 268443658 0 0 65537 0;} /* Style Definitions */ p.MsoNormal, li.MsoNormal, div.MsoNormal {mso-style-parent:""; margin:0cm; margin-bottom:.0001pt; mso-pagination:widow-orphan; font-size:12.0pt; mso-bidi-font-size:14.0pt; font-family:"Times New Roman"; mso-fareast-font-family:"Times New Roman"; mso-bidi-font-family:"Angsana New";} @page Section1 {size:612.0pt 792.0pt; margin:72.0pt 90.0pt 72.0pt 90.0pt; mso-header-margin:36.0pt; mso-footer-margin:36.0pt; mso-paper-source:0;} div.Section1 {page:Section1;} -->

   ເມື່ອອາທິດຜ່ານມາຕາມ ຂ່າວທາງໂທລະພາບຊ່ອງໄທລາຍງານ ກ່ຽວກັບການເກີດມີເງິນປອມຂອງສະກຸນເງິນໄທ ດັ່ງນັ້ນ ນາໆປະ ໂຫຍດມື້ນີ້ຈິ່ງມີວິທີການສັງເກດເງິນປອມມາຝາກ.

   ໄລຍະນີ້ຂ່າວການແຜ່ລະບາດຂອງເງິນປອມຂອງສະກຸນເງິນໄທນັ້ນ ອອກມາຫລາຍເຖິງຂະຫນາດ ວ່າບາງຮ້ານບໍ່ຍອມຮັບເງິນໃບ 1.000 ບາດ. ວິທີການສັງເກດມີດັ່ງນີ້:

   1. ລາຍນ້ຳ ເຈົ້າຊີວິດຂອງໄທ: ເບິ່ງເຫັນໄດ້ຊັດເຈນ ເມື່ອຍົກສ່ອງໃສ່ກັບແສງສະຫວ່າງ ແລະ ຮູບລາຍໄທຈະໂປ່ງແສງເປັນພິເສດ.

   2. ແຖບສີໂລຫະໃນແຜ່ນເຈ້ຍ: ນຳແຜ່ນເຈ້ຍໃນແນວຕັ້ງເມື່ອຍົກສ່ອງກັບແສງສະຫວ່າງຈະເຫັນຕົວເລກແລະຕົວອັກສອນໂປ່ງແສງ.

   3. ພິມເສັ້ນໂນນ ຕົວອັກສອນ ແລະ ຕົວເລກແຈ້ງລາຄາ; ເມື່ອສຳຜັດດ້ວຍປາຍນິ້ວຈະຮູ້ສຶກສະດຸດ.

   4. ຕົວເລກແຝງ: ເຊິ່ງຢູ່ໃນລາຍໄທເບິ່ງເຫັນໄດ້ເມື່ອຍົກໃບເງິນອຽງຂ້າງຫາແສງສະຫວ່າງໂດຍເບິ່ງຈາກມຸມລຸ່ມຂ້າງຊ້າຍເຂົ້າຫາເຄິ່ງ ກາງໃບເງິນ.

   5. ຮູບຊ້ອນທັບພິມແຍກສ່ວນໄວ້ເທິງດ້ານຫນ້າແລະດ້ານຫລັງ; ເມື່ອຍົກສ່ອງກັບແສງຈະເບິ່ງເຫັນຮູບສວຍງາມໂດຍເງິນໃບ 1.000 ບາດ ຈະເປັນຮູບດອກບົວ ໃບ 500 ບາດ ເປັນຮູບດອກພຸດ ຕານ, ໃບ 100 ບາດ ເປັນຕົວເລກ 100, ໃບ 50 ບາດ ເປັນຕົວເລກ 50 ແລະ ໃບ 20 ບາດ ເປັນຕົວເລກ 20.

   6. ຕົວເລກນ້ອຍ: ບັນຈຸຕົວເລກໄທທາງດ້ານຫນ້າເບິ່ງເຫັນໄດ້ຊັດເຈນດ້ວຍຂະຫຍາຍ.

   7. ແທບຟອຍ: ສີເງິນເບິ່ງເຫັນເປັນຫລາຍມິຕິ ແລະ ສະທ້ອນແສງເມື່ອປີ້ນໄປມາ.

   8. ຫມຶກພິມພິເສດ: ຕົວເລກ 1.000 ຈະເບິ່ງເຫັນດ້ານເທິງສີຄຳດ້ານລຸ່ມສີຂຽວເມື່ອປີ້ນຂອບລຸ່ມຂຶ້ນຈະເຫັນເປັນສີຂຽວທັງຫມົດສ່ວນ ໃບ 500 ບາດຕົວເລກ 500 ຈະເບິ່ງເຫັນຕົວເລກສີຂຽວ ເມື່ອປີ້ນຂອບລຸ່ມຈະເບິ່ງເຫັນເປັນສີມ່ວງ ນອກຈາກນີ້ຍັງມີວິທີນຳບໍລິເວນຮອຍ ໂນນຂອງເງິນເຊັ່ນ: ຄຳວ່າ ລັດຖະບານໄທ ຖູກັບເຈ້ຍສີຂາວ ພັນທະບັດແທ້ຈະປາກົດໃຫ້ເຫັນສີ.

   ຮູ້ດັ່ງນີ້ແລ້ວ ກໍ່ຢ່າລືມສັງເກດໃຫ້ດີ ໂດຍສະເພາະໃນໄລຍະປີໃຫມ່ທີ່ຈະມາເຖິງນີ້ຄາດວ່າຈະມີເປີເຊັນການນຳໃຊ້ຫລາຍຂຶ້ນ ດັ່ງນັ້ນ ທາງທີ່ດີແມ່ນບໍ່ຄວນນຳໃຊ້ເງິນຕາຕ່າງປະເທດ "ຄົນລາວນຳໃຊ້ເງິນກີບລາວ".


ecom



__________________
Anonymous

Date:

ດຽວນີ້ ຄົນລາວບໍ່ໃຊ້ເງິນກີບກັນແລ້ວນໍ

__________________
Anonymous

Date:

ກະແມ່ນໃຜຊິຢາກໃຊ້ອອກມາເທື່ອໃດກະມີແຕ່ຄວາຍ...ເງິນຄວາຍ !



__________________
Anonymous

Date:

disbelief.gif
....Leo yam dai Lao money ja mi kah ...na tah khon Lao bor say nah ....keu xi bor yak mi phai yak pen khon Lao lea nor ....sai tea Thai Money . koi la bor kao jai ....ti khon Lao muk ni yom Thai Thai ...hhun nah....

__________________
Anonymous

Date:

Anonymous wrote:

ກະແມ່ນໃຜຊິຢາກໃຊ້ອອກມາເທື່ອໃດກະມີແຕ່ຄວາຍ...ເງິນຄວາຍ !



Are you Lao? if u say so, only your self and your family are bafalo for using Kip........evileye


__________________
Anonymous

Date:

man kiew yang kap khuay...khoy wa phu vao han na khuay
bak khuay oi

__________________
Anonymous

Date:

LAOS SOON NOT LAOS,,,,,LAOS HAVE TO USE LAO MONEY (KIP)

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard