Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: K12 ໄດ້ເປັນຂວັນໃຈ Tigo 2008
Anonymous

Date:
K12 ໄດ້ເປັນຂວັນໃຈ Tigo 2008




ນາງສາວອາພາພອນ ກວາລີວົງ ຫລື K12 ສາມາດຊະນະໃຈກຳມະການທັງ 7 ທ່ານ ຈາກການປະກວດນາງສາວຂວັນໃຈ ທິໂກ ຮອບສຸດທ້າຍກາຍເປັນນາງສາວຂວັນໃຈທິໂກ (Tigo ປີ 2008) ດ້ວຍອາຍຸພຽງ 15 ປີ. ສ່ວນ K5 ນາງສາວ ອໍລະດີ ແສງຄຳຢອງ ໄດ້ຮັບລາງວັນນາງສາວຂວັນໃຈພອນສະຫວັນໃນຂະນະທີ່ຂວັນໃຈມິດຕະພາບຕົກເປັນຂອງ K6, ດ້ານຂວັນ ໃຈຊ່າງພາບເປັນຂອງ K2 ແລະ ນາງສາວຂວັນໃຈປະຊາຊົນເປັນຂອງ K11.

   ພິທີປະກວດເພື່ອຊອກຫານາງສາວຂວັນໃຈທິໂກ2008(Tigo)ໃນຮອບສຸດທ້າຍໄດ້ຈັດຂຶ້ນໃນຕອນຄ່ຳຂອງວັນທີ 27 ທັນວາ 2008 ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ, ໂດຍມີຄະນະກຳມະການຕັດສິນເພື່ອຄັດເລືອກເອົານາງສາວຂວັນໃຈ Tigo 2008 ຈຳນວນ 7 ທ່ານ ເຂົ້າຮ່ວມໂດຍມີມ່ວນຊົນເຂົ້າຊົມ ແລະ ໃຫ້ກຳລັງໃຈຫລາຍຮ້ອຍຄົນ. ການປະກວດນາງສາວຂວັນໃຈ Tigo ໃນຄັ້ງນີ້ ແມ່ນເພື່ອເປັນການຄົ້ນຫາສາວລາວ ຍຸກໃຫມ່ທີ່ມີຄວາມສາມາດ, ກ້າສະແດງອອກ ແລະ ເພື່ອເປັນການສົ່ງເສີມການໃຊ້ເວລາວ່າງຂອງ ໄວຫນຸ່ມໃຫ້ເປັນປະໂຫຍດ.

   ສຳລັບການຄັດເລືອກໄດ້ຈັດອອກເປັນ 3ຮອບຄື: ຮອບທີ 1 ໄດ້ຄັດເລືອກເອົາ 120ຮູບຂອງຈຳນວນຮູບທັງຫມົດທີ່ສົ່ງເຂົ້າປະກວດ; ຮອບທີ 2 ແມ່ນຄັດເລືອກເອົາ 20 ຮູບ ເພື່ອຄັດເລືອກຮອບທີສອງ ໂດຍການເຊີນນາງສາວມາເບິ່ງຕົວ ແລະ ໃຫ້ສຳພາດເບິ່ງຄວາມສາ ມາດແລ້ວ ໄດ້ປະກາດເອົາຜູ້ທີ່ໄດ້ຜ່ານເຂົ້າຮອບ 12 ຄົນສຸດທ້າຍເຂົ້າຮ່ວມກິດຈະກຳຕ່າງໆກັບໂຄງການ. ສ່ວນຮອບທີ 3 ຄັດເລືອກໃນ 12 ຄົນສຸດທ້າຍເອົາເປັນນາງສາວຂວັນໃຈ Tigo 2008(Model Contest 2008). ວິທີການຄັດເລືອກແມ່ນສັງລວມເອົາຂໍ້ມູນຈາກແຕ່ ລະຂັ້ນມາປະເມີນ ເຊິ່ງໄດ້ອີງໃສ່ມາດຕະຖານ ແລະ ຄຸນສົມບັດຫລາຍດ້ານໃນທີ່ສຸດຄະນະກຳມະການກໍ່ໄດ້ຕັດສິນ ເລືອກເອົານາງສາວ ອາພາພອນກວາລີວົງ ຫລື K12 ອາຍຸ 15 ປີ ນັກຮຽນຊັ້ນມ.3 ໂຮງຮຽນມັດທະຍົມນິຍາດາ ບ້ານສີສະຫວາດເມືອງຈັນທະບູລີນະຄອນ ຫລວງວຽງຈັນ ໄດ້ຮັບຕຳແຫນ່ງນາງສາວຂວັນໃຈ Tigo ປະຈຳປີ 2008 ເຊິ່ງໄດ້ຮັບໂລ້ກຽດຕິຍົດລວມເຖິງຂອງລາງວັນຕ່າງໆລວມມູນ ຄ່າ 11.500.000 ກີບ ພ້ອມທັງເປັນສະມາຊິກຂອງວາລະສານຂວັນໃຈເປັນເວລາ 1 ປີ.

   ນອກຈາກລາງວັນດັ່ງກ່າວແລ້ວ ຍັງມີລາງວັນນາງສາວຂວັນໃຈພອນສະຫວັນຕົກເປັນຂອງນາງສາວອໍລະດີ ແສງຄຳຢອງ ຫລື K5, ລາງວັນຂວັນໃຈມິດຕະພາບຕົກເປັນຂອງນາງສຸດາວອນພົມມະກອນ ຫລື K 6, ລາງວັນຂວັນໃຈຊ່າງພາບ ແມ່ນນາງສາວເກວອນ ວັນ ຊຳ ຫລື K2 ເຊິ່ງທັງຫມົດ ໄດ້ຮັບກິບເຊັດ ແລະ ຂອງລາງວັນຕ່າງໆລວມມູນຄ່າ 2 ລ້ານກີບ ພ້ອມທັງເປັນສະມາຊິກຂອງວາລະສານ ຂວັນໃຈ 1 ປີ. ດ້ານລາງວັນຂວັນໃຈປະຊາຊົນຕົກເປັນຂອງນາງສາວ ວິນາ ຈະພະນາ ຫລື K 11 ໄດ້ຮັບກິບເຊັດ ແລະຂອງລາງວັນ ຕ່າງໆລວມມູນຄ່າ 7 ລ້ານກີບ ພ້ອມທັງເປັນສະມາຊິກຂອງວາລະສານຂວັນໃຈ 1 ປີ.



Source: ecom

__________________
Red star

Date:

I want to watch more picture......no
So If some one has more picture, Plrase share...biggrin

thanks....aww

__________________
Anonymous

Date:

yes ...I agree ....so bit picture ..this is isn't perfact web site ....I think must have more picture

__________________
Anonymous

Date:

If you think you can find Lao web that can update you the fastest one,
Go to that web !!!
Don't act like you are the boss
We share what we have furious

__________________
ONLAO

Date:

See pictures ຂວັນໃຈ Tigo 2008
http://onlao.eba.la/index.php?option=com_joomgallery&Itemid=18

yawnnobiggrin


__________________
Anonymous

Date:

ເຂົ້າໄປແລ້ວ
ປະກົດວ່າ
ກົດເຂົ້າເບິ່ງອະລະບໍາບໍ່ໄດ້
ມັນເປັນຍ້ອນຫຍັງ ashamed

__________________
Anonymous

Date:

Please use firefox browser

__________________
Anonymous

Date:

ຮູ້ສຶກວ່າທຸລະກິດການປະກວດຄວາມງາມກຳລັງຂະຫຍາຍຕົວຢູ່ລາວ, ປະກວດ Miss ນັ້ນ Miss ນີ້ ຜູ້ເຊຍກະພາກັນເຫີ່ໄປຕາມກັນ ຄັນໄດ້ຜູ້ຖືກໃຈກະຍ້ອງວ່າງາມ ຄັນບໍ່ຖືກໃຈກະພາກັນຈົ່ມບູດຈົ່ມເນົ່າ ເຊິ່ງຄວາມຈິງແລ້ວ ການປະກວດນາງງາມລ້ວນແຕ່ຈັດຂຶ້ນເພື່ອຮັບໃຊ້ຜົນປະໂຫຍດຂອງຜູ້ຈັດເທົ່ານັ້ນ ສ່ວນຫລາຍກໍ່ແມ່ນຜົນປະໂຫຍດທາງທຸລະກິດ.



__________________
Anonymous

Date:

aww

ເຂົາເຈົ້າມີໃຫ້ເບິ່ງ ກໍເບິ່ງໄປເທາະ ຢ່າຈົມຫຼາຍ ດຽວຊິຫນ້າຫ່ຽວ

__________________
Anonymous

Date:

ຫນ້າຫ່ຽວກະຍັງດີ ພວກບ້ານາງງາມຈົນມືນຫູມືນຕາບໍ່ຂຶ້ນ ຕົກເປັນທາດຂອງພວກຫາຜົນປະໂຫຍດ 



__________________
Anonymous

Date:

Anonymous wrote:

ຫນ້າຫ່ຽວກະຍັງດີ ພວກບ້ານາງງາມຈົນມືນຫູມືນຕາບໍ່ຂຶ້ນ ຕົກເປັນທາດຂອງພວກຫາຜົນປະໂຫຍດ 



I guess you may be very ugly man bor, why so serious??yawn



__________________
Anonymous

Date:

[URL=http://imageshack.us][/URL

__________________
Anonymous

Date:

biggrin ແມ່ນຜູ້ໄດ້ນີ້ ຄືມາຍິ້ມຫວານແທ້ນໍ

__________________
Anonymous

Date:

Ugly thai chic...

 

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard